​2010
ເສັ້ນ​ທາງ​ຂອງ​ເຈົ້າ​ສູ່​ພຣະ​ວິ​ຫານ
ເດືອນ​ຕຸ​ລາ 2010


“Your Path to the Temple,” Liahona, Oct 2010, 72–75

ສຳ​ລັບ​ເດັກ​ນ້ອຍ

ເສັ້ນ​ທາງ​ຂອງ​ເຈົ້າ​ສູ່​ພຣະ​ວິ​ຫານ

ເຈົ້າ​ຮູ້​ຈັກ​ພຣະ​ວິ​ຫານ​ໃດ​ບໍ​ທີ່​ໃກ້​ກັບ​ເຈົ້າ​ທີ່​ສຸດ? ໃຫ້​ແຕ້ມ​ຮູບ​ພຣະ​ວິ​ຫານ​ນັ້ນ, ແລະ ແຂວນ​ມັນ​ໄວ້​ບ່ອນ​ທີ່​ເຈົ້າ​ສາ​ມາດ​ຫລຽວ​ເຫັນ​ໄດ້​ທຸກ​ມື້.

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ແມ່ນ​ບ່ອນ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຮັດ​ພັນ​ທະ​ສັນ​ຍາ (ຫລື ສັນ​ຍາ) ກັບ​ພຣະ​ອົງ, ແລະ ຮັບ​ເອົາ​ພອນ​ທີ່​ຍິ່ງ​ໃຫຍ່​ຕ່າງໆ. ຢູ່​ໃນ​ພຣະ​ວິ​ຫານ, ເຮົາ​ເຮັດ​ວຽກ​ງານ​ທີ່​ສຳ​ຄັນ​ເພື່ອ​ຕົວ​ເຮົາ​ເອງ ແລະ ເພື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ວຽກ​ງານ​ທີ່​ເຮັດ​ໄດ້​ໃນ​ພຣະ​ວິ​ຫານ​ແມ່ນ​ລວມ​ທັງ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ, ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ, ແລະ ການ​ຜະ​ນຶກ. ສິ່ງ​ເຫລົ່າ​ນີ້​ເອີ້ນ​ວ່າ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ວິ​ຫານ.

ມີ​ຫຍັງ​ແດ່​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພຣະ​ວິ​ຫານ

ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ

ເມຶ່ອ​ເຈົ້າ​ອາຍຸ​ຮອດ​ແປດ​ປີ, ເຈົ້າ​ສາ​ມາດ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ມີ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ​ຫລາຍ​ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ​ໂດຍ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ເທື່ອ. ເຖິງ​ແມ່ນ​ວ່າ​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ໄດ້​ຕາຍ​ໄປ​ແລ້ວ, ແຕ່​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ວິນ​ຍານ, ບ່ອນ​ທີ່​ເຂົາ​ເຈົ້າ​ສາ​ມາດ​ຮັບ​ການ​ສິດ​ສອນ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ເຈົ້າ​ອາ​ຍຸ​ຮອດ 12 ປີ, ເຈົ້າ​ສາ​ມາດ​ໄປ​ພຣະ​ວິ​ຫານ ແລະ ຊ່ວຍ​ຜູ້​ຄົນ​ເຫລົ່າ​ນີ້ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການຢືນ​ຢັນ​ໃນ​ນາມ​ຂອງ​ເຂົາ​ເຈົ້າ. ຈາກ​ນັ້ນ​ເຂົາ​ເຈົ້າ​ສາ​ມາດ​ເລືອກ​ໄດ້​ວ່າ​ຈະ​ຍອມ​ຮັບ​ເອົາ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ນັ້ນ​ຫລື​ບໍ່. ເຈົ້າ​ຈະ​ໃສ່​ຊຸດ​ສີ​ຂາວ​ເມື່ອ​ເວ​ລາ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ, ເຊັ່ນ​ດຽວ​ກັນ​ກັບ​ເມື່ອ​ເວ​ລາ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ເພື່ອ​ຕົວ​ເອງ.

ໃຫ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພໍ່​ແມ່​ຂອງ​ເຈົ້າ​ໃນ​ການ​ເຮັດ​ລາຍ​ຊື່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ກ່ອນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໃຫ້​ຄົ້ນ​ຫາ​ວ່າ​ມີ​ໃຜ​ໄດ້​ໄປ​ພຣະ​ວິ​ຫານ​ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ເຂົາ​ເຈົ້າ​ແລ້ວ​ບໍ.

ຂອງ​ປະ​ທານ​ສັກ​ສິດ

ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ພຣະ​ວິ​ຫານ​ແມ່ນ​ຂອງ​ປະ​ທານ​ສັກ​ສິດ. ຂອງ​ປະ​ທານ​ສັກ​ສິດ ໝາຍ​ເຖິງ “ຂອງ​ຂວັນ.” ເມື່ອ​ເຈົ້າ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຈົ້າ​ເອງ, ເຈົ້າ​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ ແລະ ເຮັດ​ພັນ​ທະ​ສັນ​ຍາ. ພັນ​ທະ​ສັນ​ຍາ​ແມ່ນ​ຄຳ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເມື່ອ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ເຈົ້າ​ໄດ້​ກຽມ​ພ້ອມ​​ທີ່​ຈະ​ອາ​ໄສ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໃນ​ມື້​ໜຶ່ງ.

ຢູ່​ໃນ​ພຣະ​ວິ​ຫານ​ມີ​ຫ້ອງ​ໜຶ່ງ​ທີ່​ສວຍ​ງາມ ແລະ ສະ​ຫງົບ​ງຽບ ເອີ້ນ​ວ່າ​ຫ້ອງ​ອາ​ນາ​ຈັກ​ຊັ້ນ​ສູງ. ໃນ​ຫ້ອງ​ອາ​ນາ​ຈັກ​ຊັ້ນ​ສູງ ເຮົາ​ຮູ້​ສຶກ​ເຖິງ​ການ​ເຂົ້າ​ໃກ້​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ແລະ ເຮົາ​ຮູ້​ສຶກ​ໄດ້​ເລັກ​ນ້ອຍ​ເຖິງ​ການ​ທີ່​ໄດ້​ຢູ່​ກັບ​ພວກ​ພຣະ​ອົງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ການ​ຜະ​ນຶກ​ຊົ່ວ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ

ເມື່ອ​ຊາຍ ແລະ ຍິງ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ, ເຂົາ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ທີ່​ແທ່ນ​ບູ​ຊາ ແລະ ໄດ້​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ. ນີ້​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ສາ​ມາດ​ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ. ໃຫ້​ວາງ​ແຜນ​ທີ່​ຈະ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ໃນ​ມື້​ໜຶ່ງ. ນີ້​ເປັນ​ພອນ​ຂອງ​ພຣະ​ວິ​ຫານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ.

ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິຫານ

ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ສັກ​ສິດ. ອະ​ທິ​ການ ແລະ ປະ​ທານ​ສາ​ຂາ​ຕ້ອງ​ແນ່​ໃຈ​ວ່າ​ໃຜ​ກໍ​ຕາມ​ທີ່​ຈະ​ເຂົ້າ​ໄປ​ພຣະ​ວິ​ຫານ​ໄດ້​ຖືກ​ກຽມ​ພ້ອມ ແລະ ມີ​ຄ່າ​ຄວນ. ກ່ອນ​ໄປ​ພຣະ​ວິ​ຫານ, ເຈົ້າ​ຈະ​ໄດ້​ຮັບ​ການ​ສຳ​ພາດ​ພິ​ເສດ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ​ຂອງ​ເຈົ້າ. ເພິ່ນ​ຈະ​ຖາມ​ເຈົ້າ​ວ່າ ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ບໍ, ຮັກ​ສາ​ພຣະ​ບັນ​ຍັດ​ບໍ, ສະ​ໜັບ​ສະ​ໜູນ​ຜູ້​ນຳ​ບໍ, ເຊື່ອ​ຟັງ​ກົດ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ບໍ, ຈ່າຍ​ສ່ວນ​ສິບ​ບໍ, ແລະ ຊື່​ສັດ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ ແລະ ເວົ້າ​ບໍ. ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຈັກ​ສິ່ງ​ທີ່​ຈະ​ເຮັດ​ໃນ​ການ​ມີ​ຄ່າ​ຄວນ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ.

ກຽມ​ພ້ອມ​ດຽວ​ນີ້​ເພື່ອ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ພອນ​ຫລາຍ​ຢ່າງ​ກັບ​ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ໄປ​ພຣະ​ວິ​ຫານ. ມັນ​ສຳ​ຄັນ​ໃນ​ການ​ກຽມ​ພ້ອມ​ເພື່ອ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ໃນ​ຂະ​ນະ​ທີ່​ເຈົ້າ​ຍັງ​ມີ​ອາ​ຍຸ​ນ້ອຍ​ຢູ່.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຈົ້າ ແລະ ຢາກ​ໃຫ້​ເຈົ້າ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ. ພຣະ​ອົງ​ຈະ​ປະ​ທານ​ພອນ​ໃຫ້​ເຈົ້າ​ສຳ​ລັບ​ການ​ເຮັດ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ວິ​ຫານ​ເພື່ອ​ຕົວ​ເອງ ແລະ ເພື່ອ​ຄົນ​ອື່ນ. ເຖິງ​ແມ່ນ​ວ່າ​ເຈົ້າ​ອາດ​ຈະ​ຍັງ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ດຽວ​ນີ້, ຖ້າ​ມີ​ພຣະ​ວິ​ຫານ​ຢູ່​ໃກ້, ເຈົ້າ​ສາ​ມາດ​ໄປ​ຢ້ຽມ​ຢາມ​ເດີ່ນ​ພຣະ​ວິ​ຫານ ແລະ ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຢູ່​ທີ່​ນັ້ນ​ໄດ້. ເຈົ້າ​ສາ​ມາດ​ມີ​ຮູບ​ພຣະ​ວິ​ຫານ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຈົ້າ ເພື່ອ​ເຕືອນ​ຕົວ​ເອງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ວິ​ຫານ. ໃຫ້​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ເພື່ອ​ເຈົ້າ​ຈະ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຈົ່ງ​ເບິ່ງ​ແວ່ນ​ໃນ​ຮູບ​ພາບ​ນີ້. ໃນ​ຫ້ອງ​ຜະ​ນຶກ​ບາງ​ຫ້ອງ​ມີ​ແວ່ນ​ແບບ​ນີ້. ຍ້ອນ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ, ຄອບ​ຄົວ​ຂອງ​ເຮົາ, ເປັນ​ເຊັ່ນ​ດຽວ​ກັນ​ກັບ​ເງົາ​ສະ​ທ້ອນ​ໃນ​ແວ່ນ​ນີ້, ສາ​ມາດ​ດຳ​ເນີນ​ຕໍ່​ໄປ​ຕະ​ຫລອດ​ການ.

ຈົ່ງ​ເບິ່ງ​ຫ້ອງ​ອາ​ນາ​ຈັກ​ຊັ້ນ​ສູງ​ໃນ​ຮູບ​ພາບ​ນີ້ ແລະ ໃນ​ຮູບ​ພາບ ໃນ​ໜ້າ​ທີ 64. ເຈົ້າ​ຮູ້​ສຶກ​ແນວ​ໃດ​ຕອນ​ເຈົ້າ​ເຫັນ​ພາບ​ຫ້ອງ​ອາ​ນາ​ຈັກ​ຊັ້ນ​ສູງ?

ພຣະ​ວິ​ຫານ​ບອສ໌​ຕັນ ມາ​ສາ​ຊູ​ເສດສ໌. ອຸ​ທິດ ວັນທີ 1 ເດືອນ​ຕຸ​ລາ, 2000

ຫ້ອງ​ຜະ​ນຶກ, ພຣະ​ວິ​ຫານ​ອາ​ບາ ນີ​ເຊ​ຣີ.

ຫ້ອງ​ອາ​ນາ​ຈັກ​ຊັ້ນ​ສູງ, ພຣະ​ວິ​ຫານ​ນູ​ກູ​ອາ​ໂລ​ຟາ ຕົງ​ກາ.

ພິມ