​2017
ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ
May 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ພຶດສະພາ 2017

ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ຮູບ​ພາບ
ປະທານ​ທອມມັສ ແອັສ ມອນສັນ

ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ທ່ານ​ແຕ່​ລະ​ຄົນ​ໃຫ້​ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ທັກ​ທາຍ​ທ່ານ ດ້ວຍ​ຄວາມ​ອົບ​ອຸ່ນ ເມື່ອ​ເຮົາ​ມາ​ພົບ​ກັນ​ອີກ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ໃຫຍ່​ໂຕ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ກ່ອນ​ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ການ​ປາ​ໄສ​ໃນ​ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ກ່ຽວ​ກັບ​ພຣະ​ວິ​ຫານ​ໃໝ່​ຫ້າ​ແຫ່ງ ຊຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ທີ່: ບຣາ​ຊີ​ເລຍ, ບຣາຊິນ; ເຂດ​ເມືອງມະ​ນີ​ລາ, ຟີ​ລິບ​ປິນ, ໄນໂຣບີ, ເຄັນຢາ; ໂພກາ​ເທໂລ, ໄອ​ດາໂຮ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ; ແລະ ຊາຣາ​ໂທກາ ສະປຣິງສ໌, ຢູທາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ເຊົ້າ​ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ເຮົາ​ຈຳ​ເປັນ​ຕ້ອງ​ສຶກ​ສາ, ໄຕ່​ຕອງ, ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມ​ສຳ​ຄັນ​ຂອງ​ການ​ມີ​ປະ​ຈັກ​ພະ​ຍານ​ທີ່​ໜັກ​ແໜ້ນ ແລະ ໝັ້ນ​ຄົງ ຕໍ່​ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ຈຳ​ເປັນ​ຫລາຍ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝ​ທີ່​ມີ​ບັນ​ຫາ​ ແລະ ຄວາມ​ຊົ່ວ​ຮ້າຍຢ່າງ​ຫລວງ​ຫລາຍ. ແມ່ນ​ຫຍັງ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ ທີ່​ແຜ່​ລາມ​ໄປ​ທົ່ວ​ໂລກ ໃນ​ທຸກ​ວັນ​ນີ້​ໄດ້? ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ວ່າ ການ​ມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ໄປ​ໄດ້​ຢ່າງ​ປອດ​ໄພ. ຖ້າ​ຫາກ​ທ່ານ​ບໍ່​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ແຕ່​ລະ​ມື້, ກໍ​ຂໍ​ໃຫ້​ເລີ່ມ​ຕົ້ນ​ອ່ານ. ຖ້າ​ຫາກ​ທ່ານ​ຈະ​ອ່ານ​ມັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ດ້ວຍ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ ເພື່ອ​ຈະ​ໄດ້​ຮູ້​ຄວາມ​ຈິງ, ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ສະ​ແດງ​ຄວາມ​ຈິງ​ໃຫ້​ປະ​ຈັກ​ແກ່​ທ່ານ. ຖ້າ​ຫາກ​ມັນ​ເປັນ​ຄວາມ​ຈິງ—ແລະ ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ມັນ ເປັນ​ຄວາມ​ຈິງ—ແລ້ວ ໂຈເຊັບ ສະມິດ ກໍ​ເປັນ​ສາດ​ສະ​ດາ ຜູ້​ໄດ້​ເຫັນ​ພຣະ​ບິ​ດາ​ອົງ​ເປັນ​ພຣະ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ເພາະ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈຶ່ງ​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ ຈຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ເພື່ອ​ຜົນ​ປະ​ໂຫຍດ ແລະ ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ຖ້າ​ຫາກ​ທ່ານ​ບໍ່​ມີ​ປະ​ຈັກ​ພະ​ຍານ​ທີ່​ໜັກ​ແໜ້ນ​ເຖິງ​ສິ່ງ​ເຫລົ່າ​ນີ້, ຈົ່ງ​ເຮັດ​ສິ່ງ​ທີ່​ຈຳ​ເປັນ ເພື່ອ​ຈະ​ມີ​ມັນ. ມັນ​ຈຳ​ເປັນ​ສຳ​ລັບ​ທ່ານ​ທີ່​ຈະ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ນີ້, ເພາະ​ວ່າ​ທ່ານ​ສາ​ມາດ​ເພິ່ງ​ອາ​ໄສ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນ​ໄດ້​ພຽງ​ຊົ່ວ​ຄູ້​ຊົ່ວ​ຄາວ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ມີ​ມັນ​ແລ້ວ, ປະ​ຈັກ​ພະ​ຍານ​ຕ້ອງ​ຖືກ​ຮັກ​ສາ​ໄວ້​ຢ່າງ​ມີ​ຊີ​ວິດ​ຊີ​ວາ ຜ່ານ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕໍ່​ໄປ ແລະ ຜ່ານ​ການ​ອະ​ທິ​ຖານ ແລະ ການ​ອ່ານ​ພຣະ​ຄຳ​ພີ​ທຸກ​ວັນ.

ເພື່ອນ​ຮ່ວມ​ງານ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ທ່ານ​ແຕ່​ລະ​ຄົນ​ໃຫ້​ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ, ເພື່ອ​ເອົາ​ຊະ​ນະ​ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ, ແລະ ເພື່ອ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ໃນ​ຊີ​ວິດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ