ຂ່າວສານຈາກຝ່າຍປະທານສູງສຸດ, ເດືອນພະຈິກ 2017
ຢ່າຢ້ານກົວທີ່ຈະເຮັດຄວາມດີ
ພຣະຜູ້ເປັນເຈົ້າບອກເຮົາວ່າ ເມື່ອເຮົາຢືນຢູ່ດ້ວຍສັດທາ ຢູ່ເທິງຫີນສີລາຂອງພຣະອົງ, ຄວາມສົງໄສ ແລະ ຄວາມຢ້ານກົວຈະສະຫລາຍໄປ; ຈະມີຄວາມປາດຖະໜາຢາກເຮັດຄວາມດີຫລາຍຂຶ້ນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າອະທິຖານຢ່າງຖ່ອມຕົວວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະສະຖິດຢູ່ກັບເຮົາ ໃນຂະນະທີ່ຂ້າພະເຈົ້າກ່າວກັບທ່ານ. ຫົວໃຈຂອງຂ້າພະເຈົ້າເຕັມປ່ຽມໄປດ້ວຍຄວາມກະຕັນຍູຕໍ່ພຣະຜູ້ເປັນເຈົ້າ, ຊຶ່ງນີ້ເປັນສາດສະໜາຈັກຂອງພຣະອົງ, ສຳລັບການດົນໃຈ ທີ່ເຮົາໄດ້ຮູ້ສຶກໃນຄຳອະທິຖານທີ່ແຮງກ້າ, ຄຳເທດສະໜາທີ່ດົນໃຈ, ແລະ ສຽງເພງຂອງເຫລົ່າທູດ ໃນກອງປະຊຸມນີ້.
ເດືອນເມສາຜ່ານມານີ້, ປະທານ ທອມມັສ ແອັສ ມອນສັນ ໄດ້ໃຫ້ຂ່າວສານ ທີ່ປຸກລະດົມໃຈ ຕະຫລອດທົ່ວໂລກ, ຮ່ວມທັງຂ້າພະເຈົ້າເອງ. ເພິ່ນໄດ້ກ່າວເຖິງພະລັງຂອງພຣະຄຳພີມໍມອນ. ເພິ່ນໄດ້ຊັກຊວນເຮົາໃຫ້ສຶກສາ, ໄຕ່ຕອງ, ແລະ ນຳໃຊ້ຄຳສອນຂອງມັນ. ເພິ່ນໄດ້ສັນຍາວ່າ ຖ້າຫາກເຮົາໃຊ້ເວລາໃນແຕ່ລະວັນເພື່ອສຶກສາ ແລະ ໄຕ່ຕອງ ແລະ ຮັກສາພຣະບັນຍັດ ທີ່ມີຢູ່ໃນພຣະຄຳພີມໍມອນ, ແລ້ວເຮົາຈະມີປະຈັກພະຍານທີ່ສຳຄັນ ເຖິງຄວາມຈິງຂອງມັນ, ປະຈັກພະຍານທີ່ເຮົາໄດ້ຮັບເຖິງພຣະຄຣິດທີ່ຊົງພຣະຊົນຢູ່ ຈະນຳພາເຮົາໄປເຖິງບ່ອນປອດໄພ ໃນເວລາທີ່ຫຍຸ້ງຍາກ. (ເບິ່ງ “The Power of the Book of Mormon,” Liahona, May 2017, 86–87.)
ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຍິນຖ້ອຍຄຳຂອງສາດສະດາ ວ່າເປັນສຸລະສຽງຂອງພຣະຜູ້ເປັນເຈົ້າຕໍ່ຂ້າພະເຈົ້າ. ແລະ ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດຕາມຖ້ອຍຄຳເຫລົ່ານັ້ນ. ບັດນີ້ ນັບແຕ່ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າໄດ້ຮູ້ສຶກເຖິງການເປັນພະຍານວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ, ວ່າພຣະບິດາ ແລະ ພຣະບຸດ ໄດ້ມາປະກົດ ແລະ ກ່າວກັບ ໂຈເຊັບ ສະມິດ, ແລະ ວ່າອັກຄະສາວົກໃນສະໄໝບູຮານໄດ້ມາຫາສາດສະດາ ໂຈເຊັບ ເພື່ອຟື້ນຟູຂໍກະແຈຂອງຖານະປະໂລຫິດ ໃຫ້ແກ່ສາດສະໜາຈັກຂອງພຣະຜູ້ເປັນເຈົ້າ.
ດ້ວຍປະຈັກພະຍານນັ້ນ, ຂ້າພະເຈົ້າຈຶ່ງໄດ້ອ່ານພຣະຄຳພີມໍມອນທຸກມື້ ເປັນເວລາຫລາຍກວ່າ 50 ປີ. ສະນັ້ນ ບາງທີຂ້າພະເຈົ້າອາດຄິດວ່າ ຖ້ອຍຄຳຂອງປະທານມອນສັນ ແມ່ນສຳລັບຄົນອື່ນ. ແຕ່, ເຊັ່ນດຽວກັບພວກທ່ານຫລາຍຄົນ, ຂ້າພະເຈົ້າໄດ້ຮູ້ສຶກວ່າ ການໃຫ້ກຳລັງໃຈຈາກສາດສະດາ ແລະ ຄຳສັນຍາຂອງເພິ່ນ ເຊື້ອເຊີນຂ້າພະເຈົ້າ ໃຫ້ມີຄວາມພະຍາຍາມຫລາຍຂຶ້ນ. ພວກທ່ານຫລາຍຄົນ ໄດ້ເຮັດຄືກັນກັບຂ້າພະເຈົ້າ: ໄດ້ອະທິຖານດ້ວຍຄວາມຕັ້ງໃຈຫລາຍຂຶ້ນ, ໄດ້ໄຕ່ຕອງພຣະຄຳພີດ້ວຍຄວາມຕັ້ງໃຈຫລາຍຂຶ້ນ, ແລະ ໄດ້ພະຍາຍາມຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ຄົນອື່ນແທນພຣະອົງ.
ຜົນດີສຳລັບຂ້າພະເຈົ້າ, ແລະ ສຳລັບພວກທ່ານຫລາຍຄົນ, ກໍໄດ້ເປັນດັ່ງທີ່ສາດສະດາໄດ້ສັນຍາໄວ້. ເຮົາຜູ້ທີ່ໄດ້ຮັບເອົາຄຳແນະນຳທີ່ດົນໃຈ ກໍໄດ້ຍິນພຣະວິນຍານຢ່າງແຈ່ມແຈ້ງຫລາຍຂຶ້ນ. ເຮົາໄດ້ພົບເຫັນອຳນາດທີ່ຍິ່ງໃຫຍ່ ເພື່ອຕ້ານທານກັບການລໍ້ລວງ ແລະ ໄດ້ມີສັດທາຫລາຍຂຶ້ນ ໃນພຣະເຢຊູຄຣິດທີ່ໄດ້ຟື້ນຄືນພຣະຊົນແລ້ວ, ໃນພຣະກິດຕິຄຸນຂອງພຣະອົງ, ແລະ ໃນສາດສະໜາຈັກທີ່ດຳລົງຢູ່ຂອງພຣະອົງ.
ໃນສະໄໝທີ່ມີຄວາມວຸ້ນວາຍຫລາຍຂຶ້ນເລື້ອຍໆຢູ່ໃນໂລກ, ປະຈັກພະຍານທີ່ມີຫລາຍຂຶ້ນເຫລົ່ານັ້ນ ໄດ້ຂັບໄລ່ຄວາມສົງໄສ ແລະ ຄວາມຢ້ານກົວອອກໄປ ຊຶ່ງນຳຄວາມຮູ້ສຶກສະຫງົບມາໃຫ້ເຮົາ. ການເຊື່ອຟັງຕໍ່ຄຳແນະນຳຂອງປະທານມອນສັນ ມີຜົນສະທ້ອນຢູ່ສອງຢ່າງທີ່ດີ ສຳລັບຂ້າພະເຈົ້າ: ທຳອິດ, ພຣະວິນຍານທີ່ເພິ່ນໄດ້ສັນຍາໄວ້ ໄດ້ສ້າງການມອງໂລກໃນແງ່ດີ ກ່ຽວກັບສິ່ງທີ່ຢູ່ຂ້າງໜ້າ, ເຖິງແມ່ນເບິ່ງຄືວ່າ ຄວາມສັບສົນວຸ້ນວາຍຢູ່ໃນໂລກ ມີຫລາຍຂຶ້ນກໍຕາມ. ແລະ ສອງ, ພຣະຜູ້ເປັນເຈົ້າໄດ້ປະທານຄວາມຮູ້ສຶກທີ່ຍິ່ງໃຫຍ່ກວ່າໃຫ້ຂ້າພະເຈົ້າ—ແລະ ທ່ານ—ເພື່ອຈະໄດ້ຮູ້ສຶກເຖິງຄວາມຮັກຂອງພຣະອົງຕໍ່ຜູ້ຄົນທີ່ມີຄວາມເຈັບປວດ. ເຮົາໄດ້ຮູ້ສຶກມີຄວາມປາດຖະໜາຫລາຍຂຶ້ນ ທີ່ຈະໄປຊ່ວຍກູ້ຄົນອື່ນ. ຄວາມປາດຖະໜານັ້ນ ຄືຈຸດປະສົງຂອງການປະຕິບັດສາດສະໜາກິດ ແລະ ຄຳສອນຂອງປະທານມອນສັນ.
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະປະທານຄວາມຮັກໃຫ້ຄົນອື່ນ ແລະ ຄວາມກ້າຫານໃຫ້ສາດສະດາ ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ເມື່ອວຽກງານໃນພາຍຂ້າງໜ້າຂອງພວກເພິ່ນ ຈະເບິ່ງຄືວ່າ ຫຍຸ້ງຍາກເຫລືອເກີນ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຄວາມກ້າຫານທີ່ຕ້ອງການ ຈະມາຈາກສັດທາຂອງພວກເພິ່ນ ໃນພຣະອົງ ວ່າເປັນຫີນສີລາຂອງພວກເພິ່ນ ດັ່ງນີ້:
ວ່າ ບໍ່ໃຫ້ຢ້ານກົວທີ່ຈະເຮັດຄວາມດີ, ເພາະພວກເພິ່ນຫວ່ານສິ່ງໃດ, ພວກເພິ່ນກໍຈະເກັບກ່ຽວສິ່ງດຽວກັນນັ້ນ; ສະນັ້ນ ຖ້າຫາກພວກເພິ່ນຫວ່ານຄວາມດີ ພວກເພິ່ນກໍຈະເກັບກ່ຽວຄວາມດີເປັນລາງວັນຂອງພວກເພິ່ນ.
ສະນັ້ນ ພວກເພິ່ນບໍ່ຕ້ອງຢ້ານກົວ; ໃຫ້ເຮັດຄວາມດີ; ໃຫ້ແຜ່ນດິນໂລກ ແລະ ນະລົກຮ່ວມກັນຕໍ່ຕ້ານພວກເພິ່ນ, ແຕ່ຖ້າຫາກພວກເພິ່ນຖືກສ້າງຂຶ້ນເທິງດານຫີນຂອງພຣະອົງ, ແລ້ວມັນຈະເອົາຊະນະພວກເພິ່ນບໍ່ໄດ້.
ພຣະອົງບໍ່ໄດ້ກ່າວໂທດພວກເພິ່ນ; ໃຫ້ພວກເພິ່ນໄປຕາມທາງຂອງພວກເພິ່ນ ແລະ ບໍ່ໃຫ້ເຮັດບາບອີກຕໍ່ໄປ; ໃຫ້ປະຕິບັດວຽກງານທີ່ພຣະອົງໄດ້ບັນຊາພວກເພິ່ນດ້ວຍຄວາມມີສະຕິ.
ໃຫ້ເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານກົວ.
ໃຫ້ເບິ່ງຮອຍແຜທີ່ຖືກແທງຢູ່ຂ້າງຂອງພຣະອົງ, ແລະ ຮອຍຕະປູຢູ່ໃນພຣະຫັດ ແລະ ພຣະບາດຂອງພຣະອົງນຳອີກ; ໃຫ້ຮັກສາພຣະບັນຍັດຂອງພຣະອົງ, ແລະ ພວກເພິ່ນຈະໄດ້ຮັບອານາຈັກສະຫວັນເປັນມູນມໍລະດົກ (ເບິ່ງ D&C 6:33–37).
ພຣະຜູ້ເປັນເຈົ້າໄດ້ບອກຜູ້ນຳແຫ່ງການຟື້ນຟູຂອງພຣະອົງ, ແລະ ພຣະອົງບອກເຮົາ, ວ່າເມື່ອເຮົາຢືນຢູ່ດ້ວຍສັດທາ ຢູ່ເທິງຫີນສີລາຂອງພຣະອົງ, ຄວາມສົງໄສ ແລະ ຄວາມຢ້ານກົວຈະສະຫລາຍໄປ; ຈະມີຄວາມປາດຖະໜາຢາກເຮັດຄວາມດີຫລາຍຂຶ້ນ. ເມື່ອເຮົາຮັບເອົາຄຳເຊື້ອເຊີນຂອງປະທານມອນສັນ ທີ່ຈະຝັງປະຈັກພະຍານເຖິງພຣະເຢຊູຄຣິດ ໄວ້ໃນໃຈເຮົາ, ແລ້ວເຮົາຈະມີພະລັງຫລາຍຂຶ້ນ, ມີຄວາມປາດຖະໜາ, ແລະ ກ້າຫານທີ່ຈະໄປຊ່ວຍກູ້ຄົນອື່ນ ໂດຍທີ່ບໍ່ເປັນຫ່ວງກັບຄວາມຕ້ອງການຂອງຕົນເອງ.
ຂ້າພະເຈົ້າໄດ້ເຫັນສັດທາ ແລະ ຄວາມກ້າຫານນັ້ນຫລາຍເທື່ອ ເມື່ອໄພ່ພົນຍຸກສຸດທ້າຍຜູ້ທີ່ເຊື່ອ ໄດ້ປະເຊີນກັບການທົດລອງທີ່ເປັນຕາຢ້ານ. ຍົກຕົວຢ່າງໜຶ່ງ, ຂ້າພະເຈົ້າໄດ້ຢູ່ລັດ ໄອດາໂຮ ຕອນເຂື່ອນ ທີທັນ ແຕກ ໃນວັນທີ 5 ເດືອນມິຖຸນາ, 1976. ນ້ຳຢ່າງຫລວງຫລາຍໄດ້ໄຫລລົງມາ. ຫລາຍພັນຄົນໄດ້ຟ້າວໜີຈາກບ້ານເຮືອນ. ເຮືອນ ແລະ ໂຮງການຫລາຍພັນຫລັງ ໄດ້ຖືກທຳລາຍ. ແຕ່ມະຫັດສະຈັນທີ່ ໜ້ອຍກວ່າ 15 ຄົນໄດ້ຕາຍໄປ.
ສິ່ງທີ່ຂ້າພະເຈົ້າໄດ້ເຫັນຢູ່ທີ່ນັ້ນ, ຂ້າພະເຈົ້າເຄີຍເຫັນວ່າ ເມື່ອໃດກໍຕາມ ໄພ່ພົນຍຸກສຸດທ້າຍຈະຢືນຢູ່ຢ່າງໝັ້ນຄົງ ເທິງຫີນສີລາແຫ່ງປະຈັກພະຍານເຖິງພຣະເຢຊູຄຣິດ. ເພາະເຂົາເຈົ້າບໍ່ມີຄວາມສົງໄສວ່າ ພຣະອົງເຝົ້າດູແລເຂົາເຈົ້າຫລືບໍ່, ເຂົາເຈົ້າຈຶ່ງບໍ່ຢ້ານກົວ. ເຂົາເຈົ້າບໍ່ສົນໃຈກັບການທົດລອງຂອງຕົນເອງ ແຕ່ໄດ້ອອກໄປຊ່ວຍເຫລືອຄົນອື່ນ. ແລະ ເຂົາເຈົ້າໄດ້ກະທຳໄປ ເພາະຄວາມຮັກທີ່ມີຕໍ່ພຣະຜູ້ເປັນເຈົ້າ, ໂດຍບໍ່ຫວັງສິ່ງໃດຕອບແທນ.
ຍົກຕົວຢ່າງ, ຕອນເຂື່ອນ ທີທັນ ແຕກ, ຜົວເມຍໄພ່ພົນຍຸກສຸດທ້າຍຄູ່ໜຶ່ງ ກຳລັງເດີນທາງ, ໄກຈາກບ້ານເຮືອນຂອງເຂົາເຈົ້າ. ທັນທີທີ່ເຂົາເຈົ້າໄດ້ຍິນຂ່າວໃນວິທະຍຸ, ເຂົາເຈົ້າກໍໄດ້ຟ້າວກັບໄປເມືອງ ແຣັກສະເບີກ ທັນທີ. ແທນທີ່ເຂົາເຈົ້າຈະໄປຫາເຮືອນຂອງຕົນເອງ ເພື່ອເບິ່ງວ່າມັນຖືກທຳລາຍຫລືບໍ່, ແຕ່ເຂົາເຈົ້າໄດ້ໄປຊອກຫາອະທິການຂອງເຂົາເຈົ້າ. ເພິ່ນຢູ່ໃນຕຶກ ທີ່ໃຊ້ເປັນສູນກູ້ໄພ. ເພິ່ນກຳລັງຊ່ວຍຈັດຜູ້ອາສາສະໝັກຫລາຍພັນຄົນ ທີ່ຫາກໍມາເຖິງທາງລົດເມສີເຫລືອງ.
ຜົວເມຍຄູ່ນັ້ນໄດ້ຍ່າງໄປຫາອະທິການ ແລະ ໄດ້ເວົ້າວ່າ, “ພວກເຮົາຫາກໍກັບມາ. ອະທິການເອີຍ, ໃຫ້ພວກເຮົາໄປຊ່ວຍບ່ອນໃດ?” ເພິ່ນໄດ້ເອົາລາຍຊື່ຄອບຄົວໃຫ້ເຂົາເຈົ້າ. ຜົວເມຍຄູ່ນັ້ນໄດ້ໄປຊ່ວຍຊ້ວນຂີ້ຕົມ ແລະ ຂົນນ້ຳອອກຈາກເຮືອນນີ້ເຮືອນນັ້ນ. ເຂົາເຈົ້າໄດ້ທຳງານຈາກເຊົ້າຈົນຄ່ຳ ເປັນເວລາຫລາຍວັນ. ໃນທີ່ສຸດ ເຂົາເຈົ້າໄດ້ຢຸດພັກ ແລະ ໄປເບິ່ງເຮືອນຂອງຕົວເອງ. ເຮືອນໄດ້ຫາຍໄປແລ້ວ, ບໍ່ມີຫຍັງໃຫ້ມ້ຽນມັດ. ສະນັ້ນ ເຂົາເຈົ້າຈຶ່ງໄດ້ກັບມາທັນທີ ໄປຫາອະທິການ. ເຂົາເຈົ້າໄດ້ຖາມວ່າ, “ອະທິການເອີຍ, ມີຄົນໃຫ້ພວກເຮົາໄປຊ່ວຍບໍ?”
ສິ່ງມະຫັດສະຈັນແຫ່ງຄວາມກ້າຫານ ແລະ ໃຈບຸນທີ່ງຽບໆ—ຄວາມຮັກອັນບໍລິສຸດຂອງພຣະຄຣິດ—ໄດ້ເກີດຂຶ້ນເທື່ອແລ້ວເທື່ອອີກ ນັບຫລາຍໆປີ ຕະຫລອດທົ່ວໂລກ. ມັນໄດ້ເກີດຂຶ້ນໃນສະໄໝທີ່ມີການຂົ່ມເຫັງ ແລະ ການທົດລອງ ທີ່ໜ້າຢ້ານກົວ ໃນວັນເວລາຂອງ ສາດສະດາ ໂຈເຊັບ ສະມິດ ໃນລັດ ມີເຊີຣີ. ມັນໄດ້ເກີດຂຶ້ນຕອນ ບຣິກຳ ຢັງ ໄດ້ນຳພາການອົບພະຍົບຈາກເມືອງນາວູ ແລະ ແລ້ວໄດ້ເອີ້ນໃຫ້ໄພ່ພົນໄປຫາຖິ່ນແຫ້ງແລ້ງກັນດານຢູ່ພາກຕາເວັນຕົກຂອງສະຫະລັດອາເມຣິກາ, ເພື່ອຊ່ວຍກັນສ້າງສາຊີໂອນໃຫ້ແກ່ພຣະຜູ້ເປັນເຈົ້າ.
ຖ້າຫາກທ່ານອ່ານບັນທຶກສ່ວນຕົວຂອງຜູ້ບຸກເບີກເຫລົ່ານັ້ນ, ທ່ານຈະເຫັນສິ່ງມະຫັດສະຈັນແຫ່ງສັດທາ ທີ່ຂັບໄລ່ຄວາມສົງໄສ ແລະ ຄວາມຢ້ານກົວອອກໄປ. ແລະ ທ່ານໄດ້ອ່ານກ່ຽວກັບໄພ່ພົນ ຜູ້ໄດ້ປະວຽກງານຂອງຕົນ ແລະ ໄປຊ່ວຍຄົນອື່ນເພື່ອພຣະຜູ້ເປັນເຈົ້າ, ກ່ອນກັບໄປຫາຝູງແກະ ຫລື ໄປຫາທົ່ງຂອງຕົນ ທີ່ຍັງບໍ່ໄດ້ໄຖເທື່ອ.
ຂ້າພະເຈົ້າໄດ້ເຫັນສິ່ງມະຫັດສະຈັນແບບດຽວກັນນີ້ ໃນສອງສາມມື້ກ່ອນ ຫລັງຈາກໄພທຳມະຊາດ ເອີມາ ໃນ ພອດໂຕ ຣິໂກ, ເຊັ້ນ ທອມມັສ, ແລະ ຟໍຣິດາ, ບ່ອນທີ່ໄພ່ພົນຍຸກສຸດທ້າຍ ໄດ້ຮ່ວມມືກັບສາດສະໜາຈັກອື່ນໆ, ຊຸມຊົນໃນທ້ອງຖິ່ນ, ແລະ ອົງການຕ່າງໆແຫ່ງຊາດ ເພື່ອເລີ່ມຕົ້ນການທຳຄວາມສະອາດ.
ເຊັ່ນດຽວກັບເພື່ອນຂອງຂ້າພະເຈົ້າຢູ່ເມືອງ ແຣັກສະເບີກ, ມີຜົວເມຍຄູ່ໜຶ່ງ ທີ່ບໍ່ໄດ້ເປັນສະມາຊິກ ຢູ່ລັດ ຟໍຣິດາ ກໍໄດ້ເອົາໃຈໃສ່ໃນການຊ່ວຍເຫລືອຊຸມຊົນ ແທນທີ່ຈະອອກແຮງມ້ຽນມັດບ້ານເຮືອນຂອງຕົນ. ເມື່ອເພື່ອນບ້ານຊາວໄພ່ພົນຍຸກສຸດທ້າຍ ໄດ້ສະເໜີຊ່ວຍເຫລືອ ຕັດຕົ້ນໄມ້ສອງຕົ້ນທີ່ລົ້ມຕັນທາງລົດເຂົ້າເຮືອນຂອງເຂົາເຈົ້າ, ຜົວເມຍຄູ່ນີ້ໄດ້ອະທິບາຍວ່າ ເຂົາເຈົ້າຮູ້ສຶກຕື້ນຕັນໃຈຫລາຍ ຈົນເຮັດໃຫ້ເຂົາເຈົ້າຢາກອອກໄປຊ່ວຍເຫລືອຄົນອື່ນ, ຊຶ່ງໂດຍການມີສັດທາໃນພຣະຜູ້ເປັນເຈົ້າ ຈຶ່ງໄດ້ຮັບຄວາມຊ່ວຍເຫລືອຕອນເຂົາເຈົ້າຕ້ອງການໃຫ້ຊ່ວຍ. ຜູ້ເປັນຜົວໄດ້ບອກວ່າ ກ່ອນສະມາຊິກຂອງສາດສະໜາຈັກພວກເຮົາໄປສະເໜີຊ່ວຍເຫລືອ, ເຂົາເຈົ້າໄດ້ອະທິຖານທູນຂໍຄວາມຊ່ວຍເຫລືອ. ເຂົາເຈົ້າໄດ້ຮັບຄຳຕອບວ່າ ຈະມີຄົນມາຊ່ວຍ. ຜູ້ຄົນກໍໄດ້ມາຊ່ວຍພາຍໃນຊົ່ວໂມງນັ້ນ.
ຂ້າພະເຈົ້າໄດ້ຍິນຂ່າວວ່າ ບາງຄົນໄດ້ເລີ່ມເອີ້ນໄພ່ພົນຍຸກສຸດທ້າຍ ຜູ້ທີ່ນຸ່ງເສື້ອຍືດສີເຫລືອງ Helping Hands ວ່າ “ເຫລົ່າທູດສີເຫລືອງ.” ໄພ່ພົນຍຸກສຸດທ້າຍຄົນໜຶ່ງ ໄດ້ເອົາລົດໄປແປງ, ແລະ ຄົນທີ່ຊ່ວຍນາງໄດ້ເວົ້າວ່າ “ປະສົບການທາງວິນຍານ” ທີ່ລາວໄດ້ມີ ແມ່ນຕອນທີ່ຜູ້ຄົນນຸ່ງເສື້ອສີເຫລືອງ ມາຍ້າຍຕົ້ນໄມ້ອອກຈາກເດີ່ນບ້ານຂອງລາວ ແລະ ແລ້ວ, ລາວໄດ້ກ່າວວ່າ, ເຂົາເຈົ້າ “ໄດ້ຮ້ອງເພງໃຫ້ຂ້ອຍຟັງ ກ່ຽວກັບ ການເປັນລູກຂອງພຣະເຈົ້າ.”
ໄທ ຟໍຣິດາ ອີກຄົນໜຶ່ງ—ບໍ່ໄດ້ເປັນສະມາຊິກຄືກັນ—ໄດ້ບອກວ່າ ໄພ່ພົນຍຸກສຸດທ້າຍ ໄດ້ມາເຮືອນນາງ ຕອນນາງກຳລັງມ້ຽນມັດໜ້າບ້ານຢູ່ ແລະ ຮູ້ສຶກເມື່ອຍຫລາຍ, ຮ້ອນຫລາຍ, ແລະ ເກືອບຮ້ອງໄຫ້. ນາງເວົ້າວ່າ ຜູ້ອາສາສະໝັກ ໄດ້ສ້າງ, “ຄວາມມະຫັດສະຈັນແທ້ໆ.” ເຂົາເຈົ້າບໍ່ພຽງແຕ່ຊ່ວຍເຫລືອຢ່າງພາກພຽນເທົ່ານັ້ນ ແຕ່ດ້ວຍສຽງຫົວ ແລະ ຮອຍຍິ້ມ, ບໍ່ຫວັງສິ່ງໃດຕອບແທນ.
ຂ້າພະເຈົ້າໄດ້ເຫັນຄວາມພາກພຽນ ແລະ ໄດ້ຍິນສຽງຫົວນັ້ນ ໃນຕອນບ່າຍໃກ້ຄ່ຳຂອງວັນເສົາມື້ໜຶ່ງ, ຕອນຂ້າພະເຈົ້າໄດ້ໄປຢ້ຽມຢາມໄພ່ພົນຍຸກສຸດທ້າຍກຸ່ມໜຶ່ງໃນລັດ ຟໍຣິດາ. ຜູ້ອາສາສະໝັກໄດ້ຢຸດພັກບຶດໜຶ່ງ ເພື່ອໃຫ້ຂ້າພະເຈົ້າທັກທາຍນຳບາງຄົນ. ເຂົາເຈົ້າໄດ້ເວົ້າວ່າ ສະມາຊິກ 90 ຄົນຂອງສະເຕກເຂົາເຈົ້າ ຢູ່ລັດຈໍເຈຍ ໄດ້ວາງແຜນມາຊ່ວຍກູ້ໄພ ໃນລັດຟໍຣິດາ ພຽງແຕ່ມື້ຄືນກ່ອນນັ້ນເອງ.
ເຂົາເຈົ້າໄດ້ອອກຈາກລັດຈໍເຈຍ ເວລາ 4 ໂມງ ເຊົ້າ, ໄດ້ຂັບລົດຫລາຍຊົ່ວໂມງ, ໄດ້ເຮັດວຽກແຕ່ເຊົ້າຈົນຄ່ຳ, ແລະ ໄດ້ວາງແຜນທີ່ຈະຊ່ວຍອີກໃນມື້ຕໍ່ໄປ.
ເຂົາເຈົ້າໄດ້ບອກກ່າວດ້ວຍຮອຍຍິ້ມ ແລະ ຄຳຕະຫລົກ. ຄວາມກົດດັນສິ່ງດຽວທີ່ຂ້າພະເຈົ້າໄດ້ເຫັນຄື ເຂົາເຈົ້າຢາກໃຫ້ພວກເຮົາເຊົາຂອບໃຈໄດ້ແລ້ວ ເພື່ອວ່າເຂົາເຈົ້າຊິໄດ້ກັບຄືນໄປເຮັດວຽກ. ປະທານສະເຕກໄດ້ເປີດຈັກເລື່ອຍຂອງເພິ່ນອີກ ແລະ ເລີ່ມຕັດຕົ້ນໄມ້ທີ່ລົ້ມ ແລະ ອະທິການກໍໄດ້ຍ້າຍງ່າໄມ້ ໃນຂະນະທີ່ພວກເຮົາຂຶ້ນລົດ ເພື່ອໄປຫາທີມກູ້ໄພກຸ່ມຕໍ່ໄປ.
ໃນເຊົ້າມື້ນັ້ນ, ໃນຂະນະທີ່ພວກເຮົາກຳລັງຈະອອກຈາກສະຖານທີ່ໜຶ່ງອີກ, ຊາຍຄົນໜຶ່ງໄດ້ຍ່າງມາຫາລົດ, ໄດ້ປົດໝວກອອກ, ແລະ ໄດ້ຂອບໃຈພວກເຮົາສຳລັບຜູ້ອາສາສະໝັກ. ລາວໄດ້ເວົ້າວ່າ, “ຂ້ອຍບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກພວກເຈົ້າ. ສິ່ງທີ່ພວກເຈົ້າໄດ້ເຮັດສຳລັບພວກເຮົາ ເປັນສິ່ງເຫລືອເຊື່ອ. ຂໍໃຫ້ພຣະເຈົ້າອວຍພອນ.” ຜູ້ອາສາສະໜັກ ໄພ່ພົນຍຸກສຸດທ້າຍ ທີ່ຢືນຢູ່ທາງຂ້າງລາວໄດ້ຍິ້ມ ແລະ ຫຍິກໄຫລ່, ຄືກັບວ່າລາວບໍ່ຕ້ອງການຄຳຍ້ອງຍໍແນວໃດ.
ໃນຂະນະທີ່ຜູ້ອາສາສະໝັກຈາກລັດຈໍເຈຍ ໄດ້ມາຊ່ວຍຊາຍຄົນນີ້ ຜູ້ເຫລືອເຊື່ອ, ສ່ວນໄພ່ພົນຍຸກສຸດທ້າຍຫລາຍຮ້ອຍຄົນ ຈາກບ່ອນນັ້ນຂອງລັດຟໍຣິດາ ທີ່ໄດ້ຮັບຄວາມເສຍຫາຍຫລາຍ ໄດ້ເດີນທາງໄປບ່ອນອື່ນອີກ ຫລາຍຮ້ອຍກິໂລແມັດຈາກທີ່ນັ້ນ ໃນລັດຟໍຣິດາ ໄປຫາບ່ອນທີ່ເຂົາເຈົ້າໄດ້ຍິນວ່າໄດ້ຮັບຄວາມເສຍຫາຍຫລາຍກວ່າ.
ມື້ນັ້ນ, ຂ້າພະເຈົ້າໄດ້ຈື່ຈຳ ແລະ ໄດ້ເຂົ້າໃຈຫລາຍຂຶ້ນ, ເຖິງຖ້ອຍຄຳຂອງສາດສະດາໂຈເຊັບ ສະມິດ ທີ່ວ່າ: “ຄົນທີ່ເຕັມປ່ຽມໄປດ້ວຍຄວາມຮັກຂອງພຣະເຈົ້າ, ຈະບໍ່ພໍໃຈພຽງແຕ່ເປັນພອນໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ, ແຕ່ຈະຂະຫຍາຍຂອບເຂດໄປທົ່ວໂລກ, ເພາະເຂົາປາດຖະໜາຈະເປັນພອນໃຫ້ແກ່ມວນມະນຸດທັງປວງ” (Teachings of Presidents of the Church: Joseph Smith [2007], 426).
ເຮົາເຫັນຄວາມຮັກເຊັ່ນນັ້ນ ໃນຊີວິດຂອງໄພ່ພົນຍຸກສຸດທ້າຍ ໃນທຸກແຫ່ງຫົນ. ທຸກເທື່ອທີ່ມີເຫດການໂສກເສົ້າເກີດຂຶ້ນ ບໍ່ວ່າຈະເປັນບ່ອນໃດຢູ່ໃນໂລກ, ໄພ່ພົນຍຸກສຸດທ້າຍຈະບໍລິຈາກ ແລະ ອາສາສະໝັກ ໃຫ້ແກ່ອົງການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ. ສ່ວນຫລາຍ ບໍ່ຈຳເປັນຕ້ອງຂໍຮ້ອງ. ຕາມຈິງແລ້ວ, ບາງເທື່ອ, ພວກເຮົາຕ້ອງໄດ້ຂໍໃຫ້ຜູ້ອາສາສະໝັກລໍກ່ອນ, ກ່ອນຈະອອກເດີນທາງໄປຫາສະຖານທີ່ກູ້ໄພ ໃຫ້ລໍຈົນກວ່າກຸ່ມຫົວໜ້າກູ້ໄພ ພ້ອມແລ້ວທີ່ຈະຮັບເອົາເຂົາເຈົ້າ.
ຄວາມປາດຖະໜາທີ່ຈະເປັນພອນ ເປັນຜົນສະທ້ອນທີ່ມາຈາກຜູ້ຄົນທີ່ໄດ້ຮັບປະຈັກພະຍານເຖິງພຣະເຢຊູຄຣິດ, ພຣະກິດຕິຄຸນຂອງພຣະອົງ, ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ, ແລະ ສາດສະດາຂອງພຣະອົງ. ດ້ວຍເຫດນີ້ ຜູ້ຄົນຂອງພຣະຜູ້ເປັນເຈົ້າ ຈຶ່ງບໍ່ສົງໄສ ແລະ ບໍ່ຢ້ານກົວ. ດ້ວຍເຫດນີ້ ຜູ້ສອນສາດສະໜາ ຈຶ່ງອາສາສະໝັກຮັບໃຊ້ໃນທຸກມຸມຂອງໂລກ. ດ້ວຍເຫດນີ້ ພໍ່ແມ່ຈຶ່ງອະທິຖານກັບລູກໆຂອງຕົນເພື່ອຄົນອື່ນ. ດ້ວຍເຫດນີ້ ຜູ້ນຳຈຶ່ງທ້າທາຍຊາວໜຸ່ມຂອງເຂົາເຈົ້າ ໃຫ້ຮັບເອົາຂໍ້ຮຽກຮ້ອງຂອງປະທານມອນສັນ ໃຫ້ນຳພຣະຄຳພີມໍມອນເຂົ້າສູ່ໃຈຂອງພວກເຂົາ. ຜົນທີ່ຕາມມາ ບໍ່ແມ່ນພຽງແຕ່ໂດຍການຊັກຊວນຂອງຜູ້ນຳເທົ່ານັ້ນ ແຕ່ໂດຍການກະທຳດ້ວຍສັດທາຂອງຊາວໜຸ່ມ ແລະ ສະມາຊິກນຳອີກ. ສັດທານັ້ນໄດ້ພາໄປສູ່ການກະທຳ, ຊຶ່ງຮຽກຮ້ອງການເສຍສະລະທີ່ບໍ່ເຫັນແກ່ຕົວ, ນຳການປ່ຽນໃຈມາໃຫ້ ເພື່ອໃຫ້ພວກເຂົາຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ.
ເຖິງແນວໃດກໍຕາມ, ໃຈຂອງເຮົາຈະປ່ຽນແປງ ພຽງແຕ່ເມື່ອເຮົາສືບຕໍ່ເຮັດຕາມຄຳແນະນຳຂອງສາດສະດາເທົ່ານັ້ນ. ຖ້າຫາກເຮົາຢຸດຄວາມພະຍາຍາມຫລັງຈາກໄດ້ລອງເຮັດເທື່ອໜຶ່ງ, ແລ້ວການປ່ຽນແປງຈະຫາຍໄປ.
ໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ໄດ້ມີສັດທາຫລາຍຂຶ້ນໃນອົງພຣະເຢຊູຄຣິດເຈົ້າ, ໃນພຣະຄຳພີມໍມອນ ວ່າເປັນພຣະຄຳຂອງພຣະເຈົ້າ, ແລະ ໃນການຟື້ນຟູຂໍກະແຈຂອງຖານະປະໂລຫິດ ໃນສາດສະໜາຈັກທີ່ແທ້ຈິງຂອງພຣະອົງ. ປະຈັກພະຍານທີ່ເພີ່ມທະວີຂຶ້ນນັ້ນ ຈະເຮັດໃຫ້ເຮົາມີຄວາມກ້າຫານ ແລະ ມີຄວາມເປັນຫ່ວງເປັນໃຍກັບລູກໆຂອງພຣະເຈົ້າຄົນອື່ນໆ ຫລາຍກວ່າເກົ່າ. ແຕ່ການທ້າທາຍ ແລະ ໂອກາດ ໃນພາຍຂ້າງໜ້າ ຈະຮຽກຮ້ອງຫລາຍກວ່ານັ້ນ.
ເຮົາບໍ່ສາມາດຫລິງເຫັນລາຍລະອຽດໄດ້, ແຕ່ເຮົາຮູ້ພາບທີ່ກວ້າງໄກ. ເຮົາຮູ້ວ່າໃນຍຸກສຸດທ້າຍ, ໂລກຈະວຸ້ນວາຍ. ເຮົາຮູ້ວ່າ ໃນທ່າມກາງບັນຫາທີ່ເກີດຂຶ້ນ, ພຣະຜູ້ເປັນເຈົ້າຈະໃຫ້ໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ນຳພຣະກິດຕິຄຸນຂອງພຣະເຢຊູຄຣິດໄປໃຫ້ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ. ແລະ ເຮົາຮູ້ວ່າສານຸສິດທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ ຈະມີຄ່າຄວນພໍ ແລະ ຕຽມພ້ອມທີ່ຈະຮັບຕ້ອນພຣະອົງ ເມື່ອພຣະອົງສະເດັດມາອີກ. ເຮົາບໍ່ຕ້ອງຢ້ານກົວ.
ສະນັ້ນ, ເຖິງແມ່ນເຮົາມີສັດທາ ແລະ ຄວາມກ້າຫານ ຢູ່ໃນໃຈ ຫລາຍເທົ່ານີ້ແລ້ວ, ແຕ່ພຣະຜູ້ເປັນເຈົ້າ ຍັງຄາດໝາຍຫລາຍກວ່ານີ້ຈາກເຮົາ—ແລະ ຈາກຄົນລຸ້ນຫລັງ. ເຂົາເຈົ້າຈະຕ້ອງມີຄວາມເຂັ້ມແຂງ ແລະ ກ້າຫານຫລາຍຂຶ້ນ ເພາະເຂົາເຈົ້າຈະເຮັດວຽກງານທີ່ຍິ່ງໃຫຍ່ກວ່າ ແລະ ຍາກກວ່າ ສິ່ງທີ່ເຮົາໄດ້ເຮັດ. ແລະ ເຂົາເຈົ້າຈະປະເຊີນກັບສິ່ງຕໍ່ຕ້ານຫລາຍກວ່າ ຈາກສັດຕູຂອງຈິດວິນຍານ.
ທາງທີ່ພາເຮົາໄປສູ່ການເບິ່ງໂລກໃນແງ່ດີ ໃນຂະນະທີ່ເຮົາດຳເນີນຕໍ່ໄປ ແມ່ນໄດ້ຖືກບອກໃຫ້ຮູ້ແລ້ວ ໂດຍພຣະຜູ້ເປັນເຈົ້າ, ວ່າໃຫ້ເບິ່ງໃນພຣະອົງໃນຄວາມນຶກຄິດທຸກຢ່າງ; ບໍ່ໃຫ້ສົງໄສ, ບໍ່ໃຫ້ຢ້ານກົວ (ເບິ່ງ D&C 6:36). ປະທານມອນສັນໄດ້ບອກເຮົາເຖິງວິທີທີ່ຈະເຮັດສິ່ງນີ້. ເຮົາຕ້ອງໄຕ່ຕອງ ແລະ ນຳໃຊ້ພຣະຄຳພີມໍມອນ ແລະ ຖ້ອຍຄຳຂອງສາດສະດາ. ອະທິຖານສະເໝີ. ເປັນຄົນເຊື່ອຟັງ. ຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດກຳລັງ, ດ້ວຍສຸດຄວາມຄິດ, ແລະ ດ້ວຍສຸດພະລັງ. ເຮົາຕ້ອງອະທິຖານຈົນສຸດພະລັງຂອງໃຈເຮົາ ເພື່ອຂອງປະທານແຫ່ງຄວາມໃຈບຸນ, ເພື່ອຄວາມຮັກອັນບໍລິສຸດຂອງພຣະຄຣິດ (ເບິ່ງ ໂມໂຣໄນ 7:47–48). ແລະ ເໜືອສິ່ງອື່ນໝົດ, ເຮົາຕ້ອງສະໝ່ຳສະເໝີ ແລະ ບໍ່ລົດລະໃນການເຮັດຕາມຄຳແນະນຳຂອງສາດສະດາ.
ເມື່ອເສັ້ນທາງຫຍຸ້ງຍາກ, ເຮົາສາມາດເພິ່ງອາໄສຄຳສັນຍາຂອງພຣະຜູ້ເປັນເຈົ້າໄດ້—ຄຳສັນຍາທີ່ປະທານມອນສັນໄດ້ເຕືອນເຮົາ ເຖິງຕອນທີ່ເພິ່ນມັກອ້າງເຖິງພຣະຄຳເຫລົ່ານີ້ ຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ, ຜູ້ໃດກໍຕາມທີ່ຮັບເອົາເຮົາ, ທີ່ນັ້ນພຣະອົງຈະຢູ່ນຳຄືກັນ, ເພາະພຣະອົງຈະອອກໜ້າເຮົາ. ພຣະອົງຈະຢູ່ທາງຂວາມືເຮົາ ແລະ ທາງຊ້າຍມືເຮົາ, ແລະ ວິນຍານຂອງພຣະອົງຈະຢູ່ໃນໃຈຂອງເຮົາ, ແລະ ທູດຂອງພຣະອົງຈະອ້ອມຮອບເຮົາໄວ້, ເພື່ອຄ້ຳຊູເຮົາ (ເບິ່ງ D&C 84:88).
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າຈະນຳໜ້າເຮົາ ເມື່ອໃດກໍຕາມທີ່ເຮົາໄປແລ່ນວຽກໃຫ້ພຣະອົງ. ບາງເທື່ອ ທ່ານຈະເປັນທູດ ທີ່ພຣະຜູ້ເປັນເຈົ້າສົ່ງໄປ ເພື່ອຊ່ວຍເຫລືອຄົນອື່ນ. ບາງເທື່ອ ທ່ານຈະເປັນຜູ້ທີ່ຖືກຫຸ້ມລ້ອມໄປດ້ວຍເຫລົ່າທູດ ຜູ້ມາຊ່ວຍເຫລືອທ່ານ. ແຕ່ທ່ານຈະມີພຣະວິນຍານຂອງພຣະອົງສະຖິດຢູ່ນຳສະເໝີໃນໃຈ, ດັ່ງທີ່ທ່ານໄດ້ຖືກສັນຍາ ຢູ່ໃນພິທີສິນລະລຶກທຸກເທື່ອ. ທ່ານພຽງແຕ່ຕ້ອງຮັກສາພຣະບັນຍັດຂອງພຣະອົງເທົ່ານັ້ນ.
ວັນທີ່ດີທີ່ສຸດຍັງຢູ່ຂ້າງໜ້າ ສຳລັບອານາຈັກຂອງພຣະເຈົ້າ ຢູ່ເທິງແຜ່ນດິນໂລກ. ການກົງກັນຂ້າມຈະເຮັດໃຫ້ສັດທາຂອງເຮົາໃນພຣະເຢຊູຄຣິດ ເຂັ້ມແຂງຂຶ້ນ, ຊຶ່ງມັນເຄີຍເປັນມາ ນັບແຕ່ວັນເວລາຂອງສາດສະດາ ໂຈເຊັບ ສະມິດ. ສັດທາຈະເອົາຊະນະຄວາມຢ້ານກົວສະເໝີ. ເມື່ອຢືນຢູ່ນຳກັນຈະສ້າງຄວາມເປັນອັນໜຶ່ງດຽວກັນ. ແລະ ຄຳອະທິຖານຂອງທ່ານສຳລັບຄົນທີ່ຂັດສົນ ໄດ້ຖືກຮັບຟັງ ແລະ ຕອບໂດຍພຣະເຈົ້າທີ່ຊົງຮັກ. ພຣະອົງບໍ່ໄດ້ເຊືອບນອນຫລັບໄປຈັກເທື່ອ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າອົງເປັນພຣະບິດາ ຊົງພຣະຊົນຢູ່ ແລະ ປະສົງໃຫ້ທ່ານກັບຄືນບ້ານຫາພຣະອົງ. ນີ້ແມ່ນສາດສະໜາຈັກທີ່ແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າ. ພຣະອົງຮູ້ຈັກທ່ານ, ພຣະອົງຮັກທ່ານ, ແລະ ພຣະອົງເຝົ້າດູແລທ່ານ. ພຣະອົງໄດ້ຊົດໃຊ້ແທນບາບຂອງທ່ານ ແລະ ບາບຂອງລູກໆທຸກຄົນຂອງພຣະບິດາເທິງສະຫວັນ ການຕິດຕາມພຣະອົງໃນຊີວິດຂອງທ່ານ ແລະ ໃນການຮັບໃຊ້ຂອງທ່ານຕໍ່ຄົນອື່ນ ເປັນທາງດຽວເທົ່ານັ້ນ ທີ່ຈະພາໄປສູ່ຊີວິດນິລັນດອນ.
ຂ້າພະເຈົ້າເປັນພະຍານ ແລະ ຂໍມອບພອນ ແລະ ຄວາມຮັກຂອງຂ້າພະເຈົ້າໃຫ້ທ່ານ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.
© 2017 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/17. ການແປໄດ້ຮັບອະນຸຍາດ: 6/17. ແປຈາກ First Presidency Message, November 2017. Laotian. 97931 331