​2018
ຫ້າ​ຢ່າງ​ທີ່​ຜູ້​ຮັບ​ຟັງ​ທີ່​ດີໄດ້ເຮັດ
ເດືອນ​ມິຖຸນາ 2018


ຮູບ​ພາບ
Two young women talking

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ມິ​ຖຸ​ນາ 2018

ຫ້າ​ຢ່າງ​ທີ່​ຜູ້​ຮັບ​ຟັງ​ທີ່​ດີໄດ້ເຮັດ

ການຮັບ​ຟັງ​ທີ່​ແທ້​ຈິງ ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ເຖິງວິ​ທີ​ທີ່​ຈະ​ຊ່ວຍສະ​ໜອງ​ຄວາມ​ຕ້ອງ​ການ​ທາງວິນ​ຍານ ແລະ ທາງ​ໂລກ​ຂອງ​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກະ​ທຳ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ: “ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ກວ່າ​ການ​ເວົ້າ ແມ່ນ​ການ​ຮັບ​ຟັງ. … ຖ້າ​ຫາກ​ເຮົາ​ຮັບ​ຟັງ​ດ້ວຍ​ຄວາມ​ຮັກ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຄິດວ່າ ຕ້ອງ​ເວົ້າ​ສິ່ງ​ໃດ. ຖ້ອຍ​ຄຳຈະ​ຖືກມອບ​ໃຫ້​ແກ່​ເຮົາ—ໂດຍ​ພຣະ​ວິນ​ຍານ.”1

ການ​ຮັບ​ຟັງ​ເປັນ​ຄວາມ​ຊຳ​ນານ​ຢ່າງ​ໜຶ່ງ ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້. ການ​ຮັບ​ຟັງ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ຄົນ​ອື່ນ, ຊ່ວຍ​ສ້າງ​ຄວາມ​ສຳ​ພັນ​ທີ່​ເຂັ້ມ​ແຂງ, ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ອວຍ​ພອນ​ເຮົາ ດ້ວຍ​ຂອງ​ປະ​ທານ​ແຫ່ງ​ການ​ສາ​ມາດ​ຫລິງ​ເຫັນ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄົນ​ອື່ນ.2 ຕໍ່​ໄປ​ນີ້​ແມ່ນ​ຫ້າ​ວິ​ທີ​ທີ່​ເຮົາ​ສາ​ມາດ​ພັດ​ທະ​ນາ​ວິ​ທີ​ທີ່​ຈະ​ຮັບ​ຟັງ.

1.ໃຫ້​ເວ​ລາ​ເຂົາ​ເຈົ້າ

ຫລາຍ​ຄົນ​ຕ້ອງ​ການ​ເວ​ລາ​ທີ່​ຈະ​ຄິດ ກ່ອນ​ເວົ້າ​ອອກ​ມາ. ໃຫ້​ເວ​ລາ​ເຂົາ​ເຈົ້າ ທີ່​ຈະ​ຄິດ​ກ່ອນ ແລະ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້ເວົ້າ​ບາງ​ສິ່ງ (ເບິ່ງ ຢາ​ໂກ​ໂບ 1:19). ບໍ່​ແມ່ນ​ວ່າ ເພາະ​ເຂົາ​ເຈົ້າ​ໄດ້​ເວົ້າ​ສຸດແລ້ວ ກໍໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ໄດ້​ເວົ້າ​ທຸກ​ສິ່ງ ທີ່​ເຂົາ​ເຈົ້າ​ຢາກ​ເວົ້າ. ຢ່າ​ຢ້ານ​ທີ່​ຈະ​ມິດ​ງຽບ​ຢູ່ (ເບິ່ງ ໂຢບ 2:11–3:1 ແລະ ແອວ​ມາ 18:14–16).

2. ຕັ້ງ​ໃຈ​ຟັງ

ເຮົາ​ຄິດ​ໄວ​ກວ່າ​ຄົນ​ອື່ນ​ເວົ້າ. ພະ​ຍາ​ຍາມ​ຢ່າ​ເວົ້າ​ສະ​ຫລຸບ ຫລື ຄິດ​ລ່ວງ​ໜ້າ ວ່າ​ທ່ານ​ຈະ​ເວົ້າ​ຫຍັງ ເມື່ອ​ເຂົາ​ເຈົ້າ​ເວົ້າສຸດ​ແລ້ວ (ເບິ່ງ ສຸ​ພາ​ສິດ 18:13). ແຕ່​ໃຫ້​ຮັບຟັງຢ່າງຕັ້ງ​ໃຈ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ. ຄຳ​ຕອບ​ຂອງ​ທ່ານ​ຈະ​ດີກວ່າ ເພາະ​ທ່ານ​ຈະ​ເຂົ້າ​ໃຈ​ຫລາຍກວ່າ.

3. ເຮັດ​ໃຫ້​ແຈ່ມ​ແຈ້ງ

ຢ່າ​ຢ້ານ​ທີ່​ຈະ​ຖາມ​ຄຳ​ຖາມ ເພື່ອ​ເຮັດ​ໃຫ້​ບາງ​ສິ່ງ​ທີ່​ທ່ານບໍ່​ເຂົ້າ​ໃຈ ແຈ່ມ​ແຈ້ງ​ຂຶ້ນ (ເບິ່ງ ມາ​ຣະ​ໂກ 9:32). ການ​ເຮັດ​ໃຫ້​ແຈ່ມ​ແຈ້ງ ເປັນ​ການ​ລົດ​ຄວາມບໍ່​ເຂົ້າ​ໃຈ ແລະ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສົນ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ໄປ​ນັ້ນ.

4. ໄຕ່​ຕອງ

ໃຫ້ຖອດ​ຄວາມ​ສິ່ງ​ທີ່​ທ່ານ​ໄດ້​ຍິນ ແລະ ທ່ານ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນແນວ​ໃດ. ສິ່ງນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້ ຖ້າ​ຫາກວ່າ​ທ່ານ​ໄດ້​ເຂົ້າ​ໃຈຫລືບໍ່ ແລະ ໃຫ້​ໂອ​ກາດ​ເຂົາເຈົ້າອະ​ທິ​ບາຍໃຫ້​ແຈ່ມ​ແຈ້ງ.

5. ຊອກ​ຫາ​ສິ່ງ​ທີ່​ມັກ​ຊອບ​ຄື​ກັນ

ທ່ານ​ອາດບໍ່​ເຫັນ​ດ້ວຍ​ກັບ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ຍິນ, ແຕ່​ທ່ານ​ສາ​ມາດ​ເຫັນ​ດ້ວຍ​ກັບ​ບາງ​ສິ່ງ ໂດຍທີ່ບໍ່​ບອກ​ເຖິງ​ຄວາມ​ຮູ້​ສຶກຂອງ​ທ່ານ. ການ​ເຫັນ​ດ້ວຍ​ສາ​ມາດ​ຊ່ວຍ​ລົດ​ຄວາມ​ກັງ​ວົນ ແລະ ທ່າ​ທີ​ປ້ອງ​ກັນ​ຕົວ (ເບິ່ງ ມັດ​ທາຍ 5:25).

ປະ​ທານ ຣະ​ໂຊ ເອັມ ແນວ​ສັນ ໄດ້​ສອນ​ວ່າ ເຮົາ​ຄວນ “ຮຽນ​ທີ່​ຈະ​ຮັບ​ຟັງ, ແລະ ຮັບ​ຟັງ​ເພື່ອຮຽນ​ຮູ້​ຈາກ​ກັນ​ແລະ​ກັນ.”3 ເມື່ອ​ທ່ານ​ຮັບ​ຟັງ​ຢ່າງ​ຕັ້ງ​ໃຈ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄົນ​ອື່ນ, ທ່ານ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ ເຖິງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ຍິນ​ການ​ກະ​ຕຸ້ນ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຄົນ​ອື່ນ ທີ່​ຢູ່​ອ້ອມ​ຮອບ​ທ່ານ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກະ​ທຳ.

ການ​ຮັບ​ຟັງຄື​ຄວາມ​ຮັກ

ເລື່ອງ​ເລົ່າ​ຈາກ​ແອວ​ເດີ ຮໍ​ແລນ ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ແຫ່ງ​ການ​ຮັບ​ຟັງ ດັ່ງ​ນີ້:

“ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຊື່ ທະ​ໂຣຍ ຣະ​ໂຊ ໄດ້​ຖອຍ​ລົດ​ກະ​ບະ​ອອກ​ຈາກ​ກະ​ລ້າ​ລົດ ຢ່າງ​ຊ້າໆ. … ລາວ​ຮູ້​ສຶກວ່າ ລໍ້​ລົດ​ຂ້າງ​ຫລັງ ຢຽບ​ສິ່ງ​ໃດ​ສິ່ງ​ໜຶ່ງ. … ລາວ​ຈຶ່ງ​ໄດ້​ອອກ​ໄປ​ເບິ່ງ ແລະ ເຫັນ​ວ່າ​ລາວ​ໄດ້​ຢຽບ​ທ້າວ ອໍ​ສະ​ເຕັນ, ລູກ​ຊາຍ ອາ​ຍຸ​ເກົ້າ​ປີ ຂອງ​ລາວ​ເອງ ຊຶ່ງນອນ​ຂວ້ຳ​ໜ້າ​ຢູ່. … ທ້າວ​ອໍສະ​ເຕັນ ໄດ້​ຈາກ​ໄປ​ແລ້ວ.

“ໂດຍ​ທີ່ບໍ່​ສາ​ມາດ​ຫລັບ​ນອນ, ບໍ່​ສາ​ມາດ​ສະ​ຫງົບ​ໃຈ​ໄດ້, ທ້າວ​​ທະ​ໂຣຍ ຈຶ່ງມີ​ຄວາມ​ໂສກ​ເສົ້າ​ຫລາຍ​ທີ່​ສຸດ. … ແຕ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ຈົມ​ຢູ່​ກັບ​ຄວາມ​ໂສກ​ເສົ້າ​ອັນ​ໜັກ​ໜ່ວງນັ້ນ … ຈອນ ແມນ​ນິງ ໄດ້​ມາ​ຫາ​ລາວ. …

“ຕາມ​ຄວາມ​ຈິງ​ແລ້ວ ຂ້າ​ພະ​ເຈົ້າບໍ່​ຮູ້​ວ່າ ຈອນ ກັບ​ຄູ່​ສອນ​ໜຸ່ມ​ຂອງ​ລາວ​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ ຣະ​ໂຊ ຕອນ​ໃດ. … ຂ້າ​ພະ​ເຈົ້າ​ຮູ້​ພຽງ​ແຕ່ ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຜ່ານ​ມານີ້ ບຣາ​ເດີ ແມນ​ນິງ ໄດ້​ເອື້ອມ​ລົງ​ໄປ​ດຶງ​ທ້າວ​ທະ​ໂຣຍ ຣະ​ໂຊ ຂຶ້ນ​ມາ​ຈາກ ຫລຸມ​ເລິກ​ແຫ່ງ​ຄວາມ​ໂສກ​ເສົ້າ ເນື່ອງ​ດ້ວຍ​ອຸ​ບັດ​ເຫດ​ເທື່ອນັ້ນ ຄື​ກັບ​ວ່າ ລາວ​ໄດ້​ອູ້ມ​ເອົາ​ທ້າວ​ນ້ອຍ ອໍ​ສະ​ເຕັນ ຂຶ້ນ​ມາ​ດ້ວຍ​ຕົວ​ລາວ​ເອງ. ໃນ​ການເປັນ … ອ້າຍ​ນ້ອງ​ໃນ​ພຣະ​ກິດ​ຕິ​ຄຸນ ດັ່ງ​ທີ່​ລາວ​ຄວນ​ເປັນ, ຈອນ​ໄດ້​ຮັບ​ເອົາ ການ​ເອົາ​ໃຈ​ໃສ່​ດູ​ແລ​ທ້າວ​ທະ​ໂຣຍ ຣະ​ໂຊ ຕາມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ. ລາວ​ໄດ້​ເລີ່ມ​ຕົ້ນ​ໂດຍ​ການ​ເວົ້າ​ວ່າ, ‘ທະ​ໂຣຍ, ທ້າວ​ອໍ​ສະ​ເຕັນ ຢາກ​ໃຫ້​ເຈົ້າ​ດຳ​ເນີນ​ໄປ​ໜ້າ—ຮ່ວມ​ທັງ​ການ​ຫລິ້ນ​ບານ​ບ້ວງ—ສະ​ນັ້ນ ຂ້ອຍ​ຊິ​ມາ​ຫາ​ເຈົ້າ​ທຸກ​ເຊົ້າ ປະ​ມານ 5 ໂມງ 15 ນາ​ທີ. ໃຫ້​ເຈົ້າ​ຕຽມ​ພ້ອມ​ເດີ. …’

“‘ຂ້າ​ນ້ອຍບໍ່​ຢາກໄປ,’ ຕໍ່​ມາ​ທ້າວ​ທະ​ໂຣຍ ໄດ້​ບອກ​ຂ້າ​ພະ​ເຈົ້າ, ‘ເພາະ​ຂ້າ​ນ້ອຍ​ໄດ້​ພາ​ທ້າວ​ອໍ​ສະ​ເຕັນ ໄປ​ກັບ​ຂ້າ​ນ້ອຍ​ເລື້ອຍໆ. … ແຕ່​ຈອນ ໄດ້​ຊວນ​ແລ້ວ​ຊວນ​ອີກ, ຂ້າ​ນ້ອຍ​ກໍ​ເລີຍ​ໄປ. ນັບ​ແຕ່​ເວ​ລານັ້ນ​ມາ, ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ—ຫລື ມີ​ແຕ່​ຂ້າ​ນ້ອຍ​ເວົ້າ​ຄົນ​ດຽວ ແລະ ຈອນ ເປັນ​ຜູ້​ຟັງ. … ຕອນ​ທຳ​ອິດ​ກໍ​ຍາກ​ຫລາຍ, ແຕ່​ເມື່ອ​ເວ​ລາ​ຜ່ານ​ໄປ ຂ້າ​ນ້ອຍ​ຮັບ​ຮູ້​ວ່າ ຂ້າ​ນ້ອຍ​ໄດ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ [ຈອນ ແມນ​ນິງ], ຜູ້​ຮັກ​ຂ້າ​ນ້ອຍ ແລະ ຮັບ​ຟັງ​ຂ້າ​ນ້ອຍ ຈົນ​ວ່າ​ຂ້າ​ນ້ອຍ​ຢາກ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ.’”4

ແຫລ່ງ​ອ້າງ​ອີງ

  1. Jeffrey R. Holland, “Witnesses unto Me,” Liahona, July 2001, 16.

  2. ເບິ່ງ David A. Bednar, in “Panel Discussion” (worldwide leadership training meeting, Nov. 2010), broadcasts.lds.org.

  3. Russell M. Nelson, “Listen to Learn,” Ensign, May 1991, 23.

  4. Jeffrey R. Holland, “Emissaries to the Church,” Liahona, Nov. 2016, 62.

ພິມ