ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນກໍລະກົດ 2018
ເອື້ອມອອກໄປດ້ວຍຄວາມເຫັນອົກເຫັນໃຈ
ເມື່ອທ່ານເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ເລື່ອງການເຫັນອົກເຫັນໃຈ, ທ່ານຈະພົບເຫັນວ່າ ທ່ານສາມາດສ້າງຄວາມແຕກຕ່າງ ໃນຊີວິດຂອງຄົນອື່ນໄດ້.
ຄວາມເຫັນອົກເຫັນໃຈ ຄືການຮູ້ສຶກເຖິງຄວາມໂສກເສົ້າ ພ້ອມດ້ວຍຄວາມປາດຖະໜາ ທີ່ຈະແບ່ງເບົາຄວາມໜັກໜ່ວງ ຫລື ປົດເປື້ອງມັນ. ພັນທະສັນຍາທີ່ຈະເຮັດຕາມພຣະຜູ້ຊ່ວຍໃຫ້ລອດ ເປັນພັນທະສັນຍາແຫ່ງຄວາມເຫັນອົກເຫັນໃຈ ທີ່ຈະ “ແບ່ງເບົາຄວາມໜັກໜ່ວງຂອງກັນແລະກັນ” (ໂມໄຊຢາ 18:8). ການມອບໝາຍເພື່ອໃຫ້ດູແລຄົນອື່ນ ເປັນໂອກາດທີ່ຈະປະຕິບັດສາດສະໜາກິດ ດັ່ງທີ່ພຣະຜູ້ເປັນເຈົ້າຈະກະທຳ: ດ້ວຍ “ຄວາມເຫັນອົກເຫັນໃຈ, ສ້າງຄວາມແຕກຕ່າງ” (ຢູດາ 1:22). ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ, “ຕ້ອງສະແດງຄວາມເມດຕາປານີຕໍ່ກັນແລະກັນ” (ເຊກາຣີຢາ 7:9).
ຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດ
ຄວາມເຫັນອົກເຫັນໃຈ ເປັນແຮງຜັກດັນ ໃນການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ ວັກ: “ພຣະຜູ້ຊ່ວຍໃຫ້ລອດທີ່ມີຄວາມເຫັນອົກເຫັນໃຈ”). ຄວາມເຫັນອົກເຫັນໃຈຂອງພຣະອົງ ສຳລັບເພື່ອນມະນຸດຂອງພຣະອົງ ໄດ້ເຮັດໃຫ້ພຣະອົງເອື້ອມອອກໄປຫາຜູ້ທີ່ຢູ່ອ້ອມຮອບພຣະອົງ ໃນຫລາຍໆໂອກາດ ຈົນນັບບໍ່ຖ້ວນ. ໂດຍການຫລິງເຫັນຄວາມຕ້ອງການ ແລະ ຄວາມປາດຖະໜາຂອງຄົນອື່ນ, ພຣະອົງຈຶ່ງສາມາດໃຫ້ພອນແກ່ເຂົາເຈົ້າ ແລະ ສິດສອນເຂົາເຈົ້າ ໃນວິທີທີ່ສຳຄັນທີ່ສຸດ ຕໍ່ເຂົາເຈົ້າ. ຄວາມປາດຖະໜາຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະຍົກເຮົາຂຶ້ນເໜືອຄວາມໂສກເສົ້າຂອງເຮົາ ໄດ້ນຳໄປສູ່ການກະທຳອັນສູງສົ່ງແຫ່ງຄວາມເຫັນອົກເຫັນໃຈ ນັ້ນຄື: ການຊົດໃຊ້ຂອງພຣະອົງ ສຳລັບຄວາມຜິດບາບ ແລະ ຄວາມທຸກທໍລະມານຂອງມວນມະນຸດ.
ຄວາມສາມາດຂອງພຣະອົງ ທີ່ຈະສະໜອງຄວາມຕ້ອງການຂອງຜູ້ຄົນ ເປັນບາງສິ່ງທີ່ເຮົາສາມາດພະຍາຍາມມີໃຫ້ໄດ້ ໃນຂະນະທີ່ເຮົາຮັບໃຊ້. ເມື່ອເຮົາດຳລົງຊີວິດຢ່າງຊອບທຳ ແລະ ຮັບຟັງການກະຕຸ້ນຂອງພຣະວິນຍານ, ແລ້ວເຮົາຈະໄດ້ຮັບການດົນໃຈ ໃຫ້ເອື້ອມອອກໄປ ໃນວິທີທີ່ມີຄວາມໝາຍ.
ພັນທະສັນຍາຂອງເຮົາ ເລື່ອງຄວາມເຫັນອົກເຫັນໃຈ
ພຣະບິດາເທິງສະຫວັນ ຢາກໃຫ້ລູກໆຂອງພຣະອົງມີຄວາມເຫັນອົກເຫັນໃຈ (ເບິ່ງ 1 ໂກຣິນໂທ 12:25–27). ເພື່ອຈະກາຍເປັນສານຸສິດທີ່ແທ້ຈິງ, ເຮົາຕ້ອງພັດທະນາ ແລະ ສະແດງຄວາມເຫັນອົກເຫັນໃຈ ຕໍ່ຄົນອື່ນ, ໂດຍສະເພາະຄວາມຕ້ອງການເຫລົ່ານັ້ນ (ເບິ່ງ D&C 52:40).
ໂດຍການຮັບເອົາພຣະນາມຂອງພຣະເຢຊູຄຣິດ ຜ່ານທາງພັນທະສັນຍາແຫ່ງການບັບຕິສະມາ, ເຮົາເປັນພະຍານວ່າ ເຮົາເຕັມໃຈທີ່ຈະໃຊ້ຄວາມເຫັນອົກເຫັນໃຈ. ປະທານເຮັນຣີ ບີ ໄອຣິງ, ທີ່ປຶກສາທີສອງ ໃນຝ່າຍປະທານສູງສຸດ, ໄດ້ສອນວ່າ ຂອງປະທານແຫ່ງພຣະວິນຍານບໍລິສຸດ ຊ່ວຍເຮົາໃຫ້ເຮັດ ດັ່ງນີ້: “ທ່ານເປັນສະມາຊິກແຫ່ງພັນທະສັນຍາ ຂອງສາດສະໜາຈັກຂອງພຣະເຢຊູຄຣິດ. …
“ດ້ວຍເຫດນີ້ ທ່ານຈຶ່ງຮູ້ສຶກຢາກຊ່ວຍເຫລືອຄົນທີ່ລຳບາກ ໃຫ້ກ້າວໄປໜ້າ ຜູ້ທີ່ມີຄວາມທຸກໂສກ ແລະ ຫຍຸ້ງຍາກ. ທ່ານໄດ້ສັນຍາວ່າ ທ່ານຈະຊ່ວຍເຫລືອພຣະຜູ້ເປັນເຈົ້າ ແບ່ງເບົາພາລະຂອງເຂົາເຈົ້າ ໃຫ້ເບົາບາງລົງ ແລະ ປອບໃຈ. ທ່ານໄດ້ຮັບພະລັງທີ່ຈະຊ່ວຍແບ່ງເບົາພາລະເຫລົ່ານັ້ນ ເມື່ອທ່ານໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ.”1
ຍົກຕົວຢ່າງ, ເອື້ອຍຄົນໜຶ່ງຢູ່ປະເທດຣັດເຊຍ ມີຄວາມຫຍຸ້ງຍາກກັບສະຖານະການຂອງຄອບຄົວ ທີ່ກີດກັນນາງ ຈາກການໄປໂບດ ເປັນເວລາໜຶ່ງປີກວ່າໆ. ເອື້ອຍອີກຄົນໜຶ່ງ ໃນສາຂາໄດ້ເອື້ອມອອກໄປຫາດ້ວຍຄວາມເຫັນອົກເຫັນໃຈ ທຸກວັນອາທິດ ໂດຍການໂທລະສັບໄປຫາ ເພື່ອບອກນາງກ່ຽວກັບບົດປາໄສ, ການເອີ້ນໄປເຜີຍແຜ່, ເດັກນ້ອຍທີ່ເກີດໃໝ່, ແລະ ຂ່າວອື່ນໆຂອງສາຂາ. ເມື່ອສະພາບການທີ່ເຮັດໃຫ້ນາງບໍ່ສາມາດອອກເຮືອນໄປໃສ ສິ້ນສຸດລົງ, ນາງຮູ້ສຶກວ່າ ນາງຍັງເປັນພາກສ່ວນຂອງສາຂາຢູ່ ເພາະການໂທມາຂອງເພື່ອນ ໃນແຕ່ລະອາທິດ.
© 2018 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/17. ການແປໄດ້ຮັບອະນຸຍາດ: 6/17. ແປຈາກ Ministering Principles, July 2018. Laotian. 15050 331