​2018
ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ
ເດືອນ​ກໍລະກົດ 2018


ຮູບ​ພາບ
Ministering

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກໍ​ລະ​ກົດ 2018

ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ

ເມື່ອ​ທ່ານ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເລື່ອງ​ການ​ເຫັນ​ອົກ​ເຫັນ​ໃຈ, ທ່ານ​ຈະ​ພົບ​ເຫັນ​ວ່າ ທ່ານ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ​ໄດ້.

ຄວາມ​ເຫັນ​ອົກ​ເຫັນ​ໃຈ ຄື​ການຮູ້​ສຶກ​ເຖິງ​ຄວາມ​ໂສກ​ເສົ້າ ພ້ອມ​ດ້ວຍ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ແບ່ງ​ເບົາ​ຄວາມ​ໜັກ​ໜ່ວງ ຫລື ປົດ​ເປື້ອງ​ມັນ. ພັນ​ທະ​ສັນ​ຍາ​ທີ່​ຈະ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ທີ່​ຈະ “ແບ່ງ​ເບົາ​ຄວາມ​ໜັກ​ໜ່ວງ​ຂອງ​ກັນ​ແລະ​ກັນ” (ໂມ​ໄຊ​ຢາ 18:8). ການມອບ​ໝາຍ​ເພື່ອ​ໃຫ້​ດູ​ແລ​ຄົນ​ອື່ນ ເປັນ​ໂອ​ກາດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ: ດ້ວຍ “ຄວາມ​ເຫັນ​ອົກ​ເຫັນ​ໃຈ, ສ້າງ​ຄວາມ​ແຕກ​ຕ່າງ” (ຢູ​ດາ 1:22). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ, “ຕ້ອງ​ສະ​ແດງ​ຄວາມ​ເມດ​ຕາ​ປາ​ນີ​ຕໍ່​ກັນ​ແລະ​ກັນ” (ເຊ​ກາ​ຣີ​ຢາ 7:9).

ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຄວາມ​ເຫັນ​ອົກ​ເຫັນ​ໃຈ ເປັນ​ແຮງ​ຜັກ​ດັນ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ວັກ: “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ”). ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ອົງ ສຳ​ລັບ​ເພື່ອນ​ມະ​ນຸດ​ຂອງ​ພຣະ​ອົງ ໄດ້​ເຮັດ​ໃຫ້​ພຣະ​ອົງ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່ຢູ່​ອ້ອມ​ຮອບ​ພຣະ​ອົງ ໃນ​ຫລາຍໆ​ໂອ​ກາດ ຈົນ​ນັບ​ບໍ່​ຖ້ວນ. ໂດຍການຫລິງ​ເຫັນ​ຄວາມ​ຕ້ອງ​ການ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ຄົນ​ອື່ນ, ພຣະ​ອົງ​ຈຶ່ງສາ​ມາດ​ໃຫ້​ພອນ​ແກ່​ເຂົາ​ເຈົ້າ ແລະ ສິດ​ສອນ​ເຂົາ​ເຈົ້າ ໃນ​ວິ​ທີ​ທີ່​ສຳ​ຄັນ​ທີ່​ສຸດ ຕໍ່​ເຂົາ​ເຈົ້າ. ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ຍົກ​ເຮົາ​ຂຶ້ນ​ເໜືອ​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ ໄດ້ນຳ​ໄປ​ສູ່​ການ​ກະ​ທຳ​ອັນ​ສູງ​ສົ່ງ​ແຫ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ນັ້ນ​ຄື: ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ສຳ​ລັບ​ຄວາມ​ຜິດ​ບາບ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງມວນ​ມະ​ນຸດ.

ຄວາມ​ສາ​ມາດ​ຂອງ​ພຣະ​ອົງ ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ ເປັນ​ບາງ​ສິ່ງ​ທີ່​ເຮົາ​ສາ​ມາດ​ພະ​ຍາ​ຍາມມີໃຫ້​ໄດ້ ໃນ​ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້. ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ຮັບ​ຟັງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ດົນ​ໃຈ ໃຫ້​ເອື້ອມ​ອອກ​ໄປ ໃນ​ວິ​ທີ​ທີ່​ມີ​ຄວາມ​ໝາຍ.

ພັນ​ທະ​ສັນ​ຍາ​ຂອງ​ເຮົາ ເລື່ອງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ

ພຣະ​ບິ​ດາ​ເທິງ​ສະ​ຫວັນ ຢາກ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ (ເບິ່ງ 1 ​ໂກ​ຣິນ​ໂທ 12:25–27). ເພື່ອ​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ, ເຮົາ​ຕ້ອງ​ພັດ​ທະ​ນາ ແລະ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຕໍ່​ຄົນ​ອື່ນ, ໂດຍ​ສະ​ເພາະ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ (ເບິ່ງ D&C 52:40).

ໂດຍການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ເຮົາ​ເປັນ​ພະ​ຍານ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ໃຊ້​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ, ທີ່​ປຶກ​ສາ​ທີ​ສອງ ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ສອນ​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊ່ວຍ​ເຮົາ​ໃຫ້​ເຮັດ ດັ່ງ​ນີ້: “ທ່ານ​ເປັນ​ສະ​ມາ​ຊິກ​ແຫ່ງ​ພັນ​ທະ​ສັນ​ຍາ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ. …

“ດ້ວຍ​ເຫດນີ້ ທ່ານ​ຈຶ່ງ​ຮູ້​ສຶກ​ຢາກ​ຊ່ວຍ​ເຫລືອ​ຄົນ​ທີ່​ລຳ​ບາກ ໃຫ້​ກ້າວ​ໄປ​ໜ້າ ຜູ້​ທີ່​ມີ​ຄວາມ​ທຸກ​ໂສກ ແລະ ຫຍຸ້ງ​ຍາກ. ທ່ານ​ໄດ້​ສັນ​ຍາ​ວ່າ ທ່ານ​ຈະ​ຊ່ວຍ​ເຫລືອ​ພຣະ​ຜູ້​ເປັນ​ເຈົ້າ ແບ່ງ​ເບົາ​ພາລະ​ຂອງເຂົາ​ເຈົ້າ ໃຫ້​ເບົາ​ບາງ​ລົງ ແລະ ປອບ​ໃຈ. ທ່ານ​ໄດ້​ຮັບ​ພະລັງ​ທີ່​ຈະ​ຊ່ວຍ​ແບ່ງ​ເບົາ​ພາລະ​ເຫລົ່າ​ນັ້ນ ເມື່ອ​ທ່ານ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”1

ຍົກ​ຕົວ​ຢ່າງ, ເອື້ອຍ​ຄົນ​ໜຶ່ງ​ຢູ່​ປະ​ເທດ​ຣັດ​ເຊຍ ມີ​ຄວາມ​ຫຍຸ້ງ​ຍາກກັບ​ສະ​ຖາ​ນະ​​ການ​ຂອງ​ຄອບ​ຄົວ ທີ່​ກີດ​ກັນ​ນາງ ຈາກ​ການ​ໄປ​ໂບດ ເປັນ​ເວ​ລາ​ໜຶ່ງ​ປີກວ່າໆ. ເອື້ອຍ​ອີກ​ຄົນ​ໜຶ່ງ ໃນ​ສາ​ຂາ​ໄດ້​ເອື້ອມ​ອອກ​ໄປ​ຫາ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ທຸກວັນ​ອາ​ທິດ ໂດຍ​ການ​ໂທ​ລະ​ສັບ​ໄປ​ຫາ ເພື່ອບອກ​ນາງ​ກ່ຽວ​ກັບ​ບົດ​ປາ​ໄສ, ການ​ເອີ້ນ​ໄປ​ເຜີຍ​ແຜ່, ເດັກ​ນ້ອຍ​ທີ່​ເກີດ​ໃໝ່, ແລະ ຂ່າວອື່ນໆ​ຂອງ​ສາ​ຂາ. ເມື່ອ​ສະ​ພາບການ​ທີ່​ເຮັດ​ໃຫ້​ນາງບໍ່​ສາ​ມາດ​ອອກ​ເຮືອນ​ໄປ​ໃສ ສິ້ນ​ສຸດ​ລົງ, ນາງ​ຮູ້​ສຶກວ່າ ນາງ​ຍັງ​ເປັນ​ພາກ​ສ່ວນ​ຂອງ​ສາ​ຂາ​ຢູ່ ເພາະ​ການ​ໂທ​ມາ​ຂອງ​ເພື່ອນ ໃນ​ແຕ່​ລະ​ອາ​ທິດ.

ແຫລ່ງ​ອ້າງ​ອີງ

  1. Henry B. Eyring, “The Comforter,” Liahona, May 2015, 18.

ພິມ