​2018
ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ
ເດືອນ​ກັນຍາ 2018


ຮູບ​ພາບ
ministering

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກັນ​ຍາ 2018

ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ

ທ່ານບໍ່​ຕ້ອງ​ເຮັດ​ສິ່ງນີ້​ດ້ວຍ​ຕົວ​ຄົນ​ດຽວ. ການ​ປຶກ​ສາ​ຫາ​ລື​ນຳ​ກັນ ສາ​ມາດ​ຈັດ​ຫາ​ຄວາມ​ຊ່ວຍ​ເຫລືອ​ທີ່​ທ່ານ​ຕ້ອງ​ການ ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ.

ພຣະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ທ່ານ ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ ຫລື ຄອບ​ຄົວ​ໃດ​ໜຶ່ງ ຢູ່​ໃນ​ຫວອດ ຫລື ໃນ​ສາ​ຂາ​ຂອງ​ທ່ານ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ທ່ານ​ຮູ້​ຈັກ​ກ່ຽວ​ກັບສິ່ງ​ທີ່​ຕ້ອງ​ການ​ເຫລົ່າ​ນັ້ນ​ແນວ​ໃດ? ຫລັກ​ທຳ​ຂອງ​ການ​ປຶກ​ສາ​ຫາ​ລື​ນຳ​ກັນ, ຊຶ່ງຖືກ​ເນັ້ນ​ຫລາຍ ຢູ່​ໃນ​ສາດ​ສະ​ໜາ​ຈັກ, ເປັນສິ່ງ​ສຳ​ຄັນ.

ຫລັງ​ຈາກ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເອົາ​ມາ​ປຶກ​ສາ​ຫາ​ລື​ກັນ​ແລ້ວ, ເຮົາ​ຈະ​ສະ​ແຫວງ​ຫາ:

  1. ການ​ປຶກ​ສາ​ຫາ​ລື​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  2. ການ​ປຶກ​ສາ​ຫາ​ລື​ກັບ​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ເຮົາ​ຖືກມອບ​ໝາຍ.

  3. ການ​ປຶກ​ສາ​ຫາ​ລື​ກັບ​ຄູ່​ຂອງ​ເຮົາ.

  4. ແລະ ການ​ປຶກ​ສາ​ຫາ​ລື​ກັບ​ຄົນ​ອື່ນໆ ທີ່​ໄດ້​ຖືກມອບ​ໝາຍ​ໃຫ້​ດູ​ແລ​ບຸກ​ຄົນ ຫລື ຄອບ​ຄົວ​ດຽວ​ກັນ.

ການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ ເປັນ​ສິ່ງ​ສຳ​ຄັນ​ເໝືອນ​ກັນ. ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະໜາ​ກິດ​ໃນ​ອະ​ນາ​ຄົດ ຢູ່​ໃນ​ວາ​ລະ​ສານ Liahona ຈະ​ສະ​ແຫວງ​ຫາການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ ຕະ​ຫລອດ​ທັງ​ບົດ​ບາດ​ຂອງ​ການ​ສຳ​ພາດ​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຢູ່​ໃນ​ຂັ້ນ​ຕອນ​ດັ່ງ​ກ່າວ.

ສິ່ງ​ທີ່​ເຮົາ​ປຶກ​ສາ​ຫາ​ລື

ການ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຕໍ່​ກັນ​ແລະ​ກັນ. ແຕ່​ຄວາມ​ຕ້ອງ​ການ​ນັ້ນ ມີ​ລັກ​ສະ​ນະ​ແບບ​ໃດ, ແລະ ມັນ​ມີ​ສິ່ງ​ອື່ນ​ໃດ​ອີກ​ບໍ ທີ່​ນອກ​ເໜືອ​ໄປ​ຈາກ​ຄວາມ​ຕ້ອງ​ການ ທີ່​ເຮົາ​ຕ້ອງ​ຮູ້​ຈັກ?

ຄວາມ​ຕ້ອງ​ການ​ອາດ​ມີ​ຫລາຍ​ຮູບ​ແບບ. ຜູ້​ທີ່​ເຮົາ​ຮັບ​ໃຊ້ ອາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ທາງ​ຄວາມ​ຮູ້​ສຶກ, ທາງ​ການ​ເງິນ, ທາງສຸ​ຂະ​ພາບ, ທາງ​ການ​ສຶກ​ສາ, ແລະ ອື່ນໆ. ຄວາມ​ຕ້ອງ​ການ​ບາງ​ຢ່າງ ອາດ​ສຳຄັນ​ກວ່າ​ຢ່າງ​ອື່ນໆ. ບາງ​ຢ່າງ​ເຮົາ​ອາດ​ສາ​ມາດ​ຊ່ວຍ​ເຫລືອ​ໄດ້, ແຕ່​ອີກ​ບາງ​ຢ່າງ​ເຮົາ​ອາດ​ຕ້ອງ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄົນ​ອື່ນ. ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ໂລກ, ຢ່າ​ລືມ​ວ່າ ການ​ເອີ້ນ​ຂອງ​ເຮົາ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແມ່ນ​ຮ່ວມ​ດ້ວຍ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ ໃຫ້​ກ້າວ​ໜ້າ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຕຽມ​ຕົວ​ສຳ​ລັບ ແລະ ຮັບ​ເອົາ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ສູງ​ສົ່ງ.

ນອກ​ເໜືອ​ໄປ​ຈາກ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບຸກ​ຄົນ ແລະ ຄອບ​ຄົວ​ໃດ​ໜຶ່ງ, ເຮົາ​ຄວນ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ. ມີ​ສິ່ງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ບໍ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ? ມີ​ຄວາມ​ສາ​ມາດ ແລະ ຂອງ​ປະ​ທານ​ໃດ​ແດ່ ທີ່​ເຂົາ​ເຈົ້າ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ? ເຂົາ​ເຈົ້າ​ເໝາະ​ສົມ​ທີ່​ຈະ​ຊ່ວຍ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ໃນ​ທາງ​ໃດ​ແດ່? ຄວາມ​ເຂັ້ມ​ແຂງ​ຂອງ​ບຸກ​ຄົນ ອາດ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ ເທົ່າໆ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ.

ການ​ປຶກ​ສາ​ຫາ​ລື​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຫລັກ​ທຳ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ຄວາມ​ເຊື່ອ​ຖື​ຂອງ​ເຮົາ​ແມ່ນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ກ່າວ​ກັບ​ລູກໆ​ຂອງ​ພຣະ​ອົງ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9). ເມື່ອ​ເຮົາ​ຮັບ​ເອົາ​ການ​ມອບ​ໝາຍ​ໃໝ່ ເພື່ອ​ປະຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບາງ​ຄົນ, ເຮົາ​ຄວນ​ປຶກ​ສາ​ຫາ​ລື​ກັບ​ພຣະ​ບິ​ດາ​ເທິງ​ສະ​​ຫວັນ​ໃນ​ການ​ອະ​ທິ​ຖານ, ເພື່ອ​ສະ​ແຫວງ​ຫາ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ຕ້ອງ​ການ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ. ຂັ້ນ​ຕອນ​ນັ້ນ​ຂອງ​ການ​ປຶກ​ສາ​ຫາ​ລື ຜ່ານ​ທາງ​ການ​ອະ​ທິ​ຖານ ຄວນ​ຕໍ່​ເນື່ອງ​ໄປ​ເລື້ອຍໆ ໃນ​ໄລ​ຍະ​ການ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ.

ການ​ປຶກ​ສາ​ຫາ​ລື​ກັບ​ບຸກ​ຄົນ ແລະ ຄອບ​ຄົວ

ວິ​ທີ ແລະ ເວ​ລາ​ທີ່​ເຮົາ​ເຂົ້າ​ຫາ​ບຸກ​ຄົນ ແລະ ຄອບ​ຄົວ ທີ່​ເຮົາ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ອາດ​ແຕກ​ຕ່າງ​ກັນ ອີງ​ຕາມ​ສະ​ຖາ​ນະ​ການ, ແຕ່​ການ​ປຶກ​ສາ​ຫາ​ລື​ໂດຍ​ກົງ​ກັບ​ບຸກ​ຄົນ ຫລື ຄອບ​ຄົວ ແມ່ນ​ສຳ​ຄັນ​ສຳ​ລັບ​ການ​ສ້າງ​ຄວາມ​ສຳ​ພັນ ແລະ ຄວາມ​ເຂົ້າ​ໃຈ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ, ຮ່ວມ​ທັງ​ວິ​ທີ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ຄວາມ​ຊ່ວຍ​ເຫລືອ. ຄຳ​ຖາມ​ບາງ​ຢ່າງ​ອາດ​ຕ້ອງ​ໂຈະ​ໄວ້​ກ່ອນ ຈົນ​ກວ່າ​ໄດ້​ພັດ​ທະ​ນາ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ​ເປັນ​ຢ່າງ​ດີ. ເຖິງ​ແມ່ນ​ການ​ເຮັດ​ສິ່ງນັ້ນ ບໍ່​ມີ​ວິ​ທີ​ໃດ​ເລີຍ​ທີ່​ຖືກ​ຕ້ອງ, ແຕ່​ໃຫ້​ພິ​ຈາ​ລະ​ນາ​ດັ່ງ​ຕໍ່​ໄປ​ນີ້:

  • ຊອກ​ຫາ​ວິ​ທີ ແລະ ເວ​ລາ ທີ່​ເຂົາ​ເຈົ້າ​ຢາກ​ໃຫ້​ຕິດ​ຕໍ່​ຫາ.

  • ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສົນ​ໃຈ ແລະ ພື້ນ​ຖານ​ຂອງ​ເຂົາ​ເຈົ້າ.

  • ມາ​ດ້ວຍ​ຄຳ​ແນະ​ນຳ​ສຳ​ລັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ໄດ້, ແລະ ຂໍ​ຄຳ​ແນະ​ນຳ​ຈາກ​ເຂົາ​ເຈົ້າ.

ເມື່ອ​ເຮົາ​ສ້າງ​ຄວາມ​ໄວ້​ວາງ​ໃຈ, ໃຫ້​ຄິດ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງບຸກ​ຄົນ ຫລື ຄອບ​ຄົວ. ໃຫ້​ຖາມ​ຄຳ​ຖາມ ເມື່ອ​ຖືກ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.1 ຍົກ​ຕົວ​ຢ່າງ:

  • ການ​ທ້າ​ທາຍ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ຢູ່?

  • ແມ່ນ​ຫຍັງ​ຄື​ຈຸດ​ເປົ້າ​ໝາຍ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ຫລື ຂອງ​ບຸກ​ຄົນ? ຍົກ​ຕົວ​ຢ່າງ, ເຂົາ​ເຈົ້າ​ຢາກ​ມີ​ການ​ສັງ​ສັນ​ໃນ​ຄອບ​ຄົວ​ເປັນ​ປະ​ຈຳ ທີ່​ດີ​ກວ່າ​ເກົ່າ​ບໍ, ຫລື ຢາກ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຫລາຍ​ກວ່າ​ເກົ່າ​ບໍ?

  • ເຮົາ​ຈະ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ເລື່ອງ​ເປົ້າ​ໝາຍ ແລະ ການ​ທ້າ​ທາຍ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

  • ມີພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ໃດ​ແດ່ ທີ່​ຈະ​ເກີດ​ຂຶ້ນ​ໃນ​ມໍ່ໆ​ນັ້ນ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ? ເຮົາ​ຈະ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ເພື່ອ​ຕຽມ​ສຳ​ລັບ​ພິ​ທີ​ການ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ?

ໃຫ້​ຈື່​ຈຳ​ທີ່​ຈະ​ສະ​ເໜີ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ໃດ​​ຢ່າງໜຶ່ງ​ໂດຍ​ສະ​ເພາະ, ດັ່ງ​ເຊັ່ນ, “ມື້​ໃດ ທີ່​ພວກ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ເອົາ​ອາ​ຫານ​ແລງ​ມາ​ໃຫ້ ໃນ​ອາ​ທິດນີ້?” ຄຳ​ສະ​ເໜີ​ທີ່​ບໍ່​ແຈ່ມ​ແຈ້ງ, ດັ່ງ​ເຊັ່ນ, “ບອກ​ໃຫ້​ພວກ​ເຮົາ​ຮູ້​ເດີ້ ຖ້າ​ຫາກ​ມີ​ສິ່ງ​ໃດ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້,” ແມ່ນ​ບໍ່​ເປັນ​ປະ​ໂຫຍດ.

ການ​ປຶກ​ສາ​ຫາ​ລື​ກັບ​ຄູ່​ຂອງ​ເຮົາ

ເພາະ​ທ່ານ ແລະ ຄູ່​ຂອງ​ທ່ານ​ອາດບໍ່​ໄດ້ຢູ່​ນຳ​ກັນ ຕອນ​ທ່ານ​ພົບ​ປະ​ສັງ​ສັນ​ກັບ​ບຸກ​ຄົນ ຫລື ຄອບ​ຄົວ, ມັນ​ສຳ​ຄັນ​ທີ່​ຈະ​ປະ​ສານ​ງານ ແລະ ປຶກ​ສາ​ຫາ​ລື​ນຳ​ກັນ ເມື່ອ​​ພວກ​ທ່ານ​ສະ​ແຫວງ​ຫາ​ການ​ດົນ​ໃຈ ໃນ​ຖາ​ນະ​ທີ່​ເປັນ​ຄູ່​ກັນ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຢ່າງ ເພື່ອ​ໃຫ້​ພິ​ຈາ​ລະ​ນາ:

  • ພວກ​ທ່ານ​ຈະ​ເວົ້າ​ລົມ​ກັນ​ໃນ​ວິ​ທີ​ໃດ ແລະ ເລື້ອຍ​ປານ​ໃດ ໃນ​ຖາ​ນະ​ທີ່​ເປັນ​ຄູ່​ກັນ?

  • ພວກ​ທ່ານ​ແຕ່​ລະ​ຄົນ​ຈະ​ໃຊ້​ຄວາມ​ເຂັ້ມ​ແຂງ​ສ່ວນ​ຕົວ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ ຫລື ບຸກ​ຄົນ​ໃນ​​ວິ​ທີ​ໃດ?

  • ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້, ມີ​ປະ​ສົບ​ການ​ໃດ​ແດ່​ທີ່​ທ່ານ​ເຄີຍ​ມີ, ແລະ ມີ​ການ​ກະ​ຕຸ້ນ​ໃດ​ແດ່​ທີ່​ທ່ານ​ເຄີຍ​ໄດ້​ຮັບ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ກ່າວ​ກ່ຽວ​ກັບ​ບຸກ​ຄົນ ຫລື ຄອບ​ຄົວ ເທື່ອ​ແລ້ວ​ນີ້?

ການ​ປຶກ​ສາ​ຫາ​ລື​ກັບ​ຄົນ​ອື່ນ​ທີ່​ໄດ້​ຖືກ​ມອບ​ໝາຍ

ມັນ​ອາດ​ເປັນ​ສິ່ງ​ດີ ທີ່​ຈະ​ເວົ້າ​ລົມ​ກັບ​ຄົນ​ອື່ນ​ຜູ້​ໄດ້​ຖືກ​ມອບ​ໝາຍ ເພື່ອ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ ຫລື ຄອບ​ຄົວ​ດຽວ​ກັນ​ກັບ​ທ່ານ ເປັນ​ບາງ​ຄັ້ງ​ບາງ​ຄາວ.

ການ​ຕິດ​ຕໍ່​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ

ແອວ​ເດີ ຈີ ຫົງ (ແຊມ) ວອງ ແຫ່ງ​ສາ​ວົກ​ເຈັດ​ສິບ ນຳ​ໃຊ້​ເລື່ອງ​ລາວ​ໜຶ່ງ ຈາກ ມາ​ຣະ​ໂກ 2 ຕໍ່​ວັນ​ເວ​ລາ​ຂອງ​ເຮົາ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປຶກ​ສາ​ຫາ​ລື​ນຳ​ກັນ ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້ ສຳ​ລັບ​ສີ່​ຄົນ ເພື່ອ​ຫາ​ວິ​ທີ​ທີ່​ຈະ​ໃຫ້​ຜູ້​ຊາຍ​ງ່ອຍ​ຄົນ​ໜຶ່ງ​ໄປ​ຢູ່​ຕໍ່​​ພ​ຣະ​ພັກ​ຂອງພຣະ​ເຢ​ຊູ​ໄດ້.

“ມັນ​ອາດ​ເກີດ​ຂຶ້ນ​ຈັ່ງ​ຊີ້,” ແອວ​ເດີ ວອງ ໄດ້​ກ່າວ. “ມີ​ສີ່​ຄົນ​ໄດ້​ມາ​ເຮັດ​ໜ້າ​ທີ່ມອບ​ໝາຍ​ຈາກ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ ເພື່ອ​ຢ້ຽມ​ຢາມ, ຢູ່​ທີ່​ບ້ານ​ຂອງ​ຊາຍ​ຜູ້​ເປັນ​ງ່ອຍ. … ຢູ່​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ​ເທື່ອ​ຜ່ານ​ມາ ຫລັງ​ຈາກ​ໄດ້​ປຶກ​ສາ​ຫາ​ລື​ກັນ​ເລື່ອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ໃນ​ຫວອດ, ອະ​ທິ​ການ​ໄດ້​ມອບ​ໝາຍ​ໃຫ້ ເອື້ອມ​ອອກ​ໄປ ‘ຊ່ວຍ​ກູ້’. ສີ່​ຄົນ​ດັ່ງ​ກ່າວ​ໄດ້​ຮັບ​ໜ້າ​ທີ່​ໃຫ້​ໄປ​ຊ່ວຍ​ຊາຍ​ຄົນ​ນີ້. …

“[ເມື່ອ​ເຂົາ​ເຈົ້າ​ໄດ້​ມາ​ເຖິງ ເຮືອນ​ທີ່​ພຣະ​ອົງ​ສັ່ງ​ສອນ​ຢູ່,] ຫ້ອງ​ນັ້ນ​ໜາ​ແໜ້ນ​ຫລາຍ. ເຂົາ​ເຈົ້າ​ເຂົ້າ​ທາງ​ປະ​ຕູ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ຄິດ​ຂຶ້ນ​ມາ​ໄດ້, ແຕ່​ເຂົ້າ​ໄປ​ບໍ່​ໄດ້. … ເຂົາ​ເຈົ້າ​ໄດ້​ປຶກ​ສາ​ຫາ​ລື​ກັນ​ວ່າ​ຊິ​ເຮັດ​ຈັ່ງ​ໃດ​ຕໍ່—ຊິ​ພາ​ຄົນ​ໄປ​ຫາ​ພຣະ​ເຢ​ຊູ​ຈັ່ງ​ໃດ ເພື່ອ​ລາວ​ຊິ​ໄດ້​ຮັບ​ການ​ປິ່ນ​ປົວ. … ເຂົາ​ເຈົ້າ​ໄດ້​ຄິດ​ຫາ​ວິ​ທີ—ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ, ແຕ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕາມ​ໂລດ.

“… ‘ພວກ​ເຂົາ​ຈຶ່ງ​ໄດ້​ຮື້​ຫລັງ​ຄາ​ຊື່​ບ່ອນ​ທີ່​ພຣະ​ອົງ​ພວມ​ສັ່ງ​ສອນ​ຢູ່​ນັ້ນ: ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກ​ເຂົາ​ກໍ​ຢ່ອນ​ຄົນ​ງ່ອຍ​ທີ່​ຢູ່​ເທິງ​ທີ່​ນອນ​ຂອງ​ລາວ​ລົງ​ມາ’ (ມາ​ຣະ​ໂກ 2:4). …

“… ‘ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ຄວາມ​ເຊື່ອ​ຂອງ​ຄົນ​ເຫລົ່າ​ນີ້ ພຣະ​ອົງ​ກໍ​ກ່າວ​ແກ່​ຄົນ​ງ່ອຍ​ວ່າ ລູກ​ເອີຍ​ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ໄພ​ແລ້ວ’ (ມາ​ຣະ​ໂກ 2:5).”2

ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ

ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຊຸກ​ຍູ້​ວ່າ,“ໃຫ້​ປຶກ​ສາ​ຫາ​ລື​ນຳ​ກັນ, ໃຊ້​ແຫລ່ງ​ທັງ​ໝົດ​ທີ່​ມີ​ໃຫ້, ສະ​ແຫວງ​ຫາ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທູນ​ຂໍ​ການ​ຢືນ​ຢັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ແລ້ວ​ໃຫ້​ເລີ່ມ​ຕົ້ນ​ລົງ​ມື​ເຮັດ​ວຽກ​ງານ.

“ຂ້າພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ: ຖ້າ​ຫາກ​ທ່ານ​ຈະ​ເຮັດ​ຕາມ​ແບບ​ແຜນນີ້, ທ່ານ​ຈະ​ໄດ້​ຮັບ​ການ​ນຳ​ພາ​ພິ​ເສດ​ໂດຍ​ສະ​ເພາະ ທີ່​ຈະ​ຮູ້​ຈັກ​ວ່າ ​ຄົນ​ໃດ, ສິ່ງ​ໃດ, ເມື່ອ​ໃດ, ແລະ ບ່ອນ​ໃດ ທີ່​ທ່ານ​ສາ​ມາດ​ຮັບ​ໃຊ້ ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.”3

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ (2004), 207.

  2. Chi Hong (Sam) Wong, “Rescue in Unity,” Liahona, Nov. 2014, 14–15.

  3. Dieter F. Uchtdorf, “Providing in the Lord’s Way,” Liahona, Nov. 2011, 55.

ພິມ