ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນຕຸລາ 2018
ການຂໍຄວາມຊ່ວຍເຫລືອ ເພື່ອຊ່ວຍເຫລືອຄົນອື່ນ
ເຮົາຈະໃຫ້ຄົນອື່ນມີສ່ວນຮ່ວມໄດ້ແນວໃດ ເມື່ອເຮົາຕ້ອງການຄວາມຊ່ວຍເຫລືອ ໃນຄວາມພະຍາຍາມ ທີ່ຈະປະຕິບັດສາດສະໜາກິດຂອງເຮົາ? ມີສ່ວນຮ່ວມໃນການສຳພາດຜູ້ປະຕິບັດສາດສະໜາກິດ ແລະ ການປະຊຸມສະພາ ໃນວັນອາທິດທຳອິດ.
ເມື່ອໂຣກເປືອກເສັ້ນປະສາດເສື່ອມ ໄດ້ເຮັດໃຫ້ນາງແຄຕີ້ ຕ້ອງນັ່ງລໍ້ເຂັນ, ນາງພົບວ່າ ນາງຕ້ອງມີຜູ້ຊ່ວຍທຸກຄືນ ເພື່ອຍ້າຍນາງອອກຈາກລໍ້ເຂັນ ໄປຫາບ່ອນນອນ. ວຽກງານນີ້ແມ່ນໜັກເກີນກວ່າຄົນດຽວທີ່ຈະເຮັດໄດ້. ສະນັ້ນກຸ່ມແອວເດີຈຶ່ງໄດ້ປຶກສາຫາລືກັນ ກ່ຽວກັບສະພາບການຂອງນາງ ແລະ ໄດ້ຕັດສິນໃຈຈັດຕາຕະລາງ ເພື່ອໄປຊ່ວຍນາງທຸກຄືນ.1
ເມື່ອເຮົາຮູ້ຈັກຄວາມຕ້ອງການ ແລະ ຄວາມເຂັ້ມແຂງຂອງຜູ້ຄົນທີ່ເຮົາຮັບໃຊ້, ເຮົາອາດພົບວ່າ ເຮົາຕ້ອງການຄວາມຊ່ວຍເຫລືອ ເພື່ອສະໜອງຄວາມຕ້ອງການຂອງເຂົາເຈົ້າ. ການສຳພາດຜູ້ປະຕິບັດສາດສະໜາກິດ ແລະ ການປະຊຸມສະພາ ໃນວັນອາທິດທຳອິດ ເປັນໂອກາດສອງຢ່າງ ທີ່ຈະສົນທະນາ ວິທີທີ່ຈະໃຫ້ຄົນອື່ນມີສ່ວນຮ່ວມຢ່າງຖືກຕ້ອງ.
ການສຳພາດຜູ້ປະຕິບັດສາດສະໜາກິດ
ການສຳພາດທຸກສາມເດືອນເຫລົ່ານີ້ ລະຫວ່າງເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະ ຫລື ອ້າຍນ້ອງຜູ້ປະຕິບັດສາດສະໜາກິດ ແລະ ຝ່າຍປະທານກຸ່ມແອວເດີ ເປັນການລາຍງານ ທາງການ ແບບດຽວເທົ່ານັ້ນ ທີ່ເຮົາເຮັດ ກ່ຽວກັບຜູ້ທີ່ເຮົາປະຕິບັດສາດສະໜາກິດຕໍ່. ການສຳພາດ ເປັນໂອກາດ ໃນແຕ່ລະສາມເດືອນ ຢ່າງໜ້ອຍເພື່ອ (1) ປຶກສາຫາລືກ່ຽວກັບຄວາມເຂັ້ມແຂງ, ຄວາມຕ້ອງການ, ແລະ ການທ້າທາຍຂອງຄອບຄົວ ແລະ ບຸກຄົນທີ່ທ່ານຖືກມອບໝາຍ; (2) ພິຈາລະນາຄວາມຕ້ອງການ ທີ່ກຸ່ມ, ສະມາຄົມສະຕີສົງເຄາະ, ຫລື ສະພາຫວອດ ຈະຮັບໃຊ້, ແລະ (3) ຮຽນຮູ້ຈາກຜູ້ນຳ ແລະ ຮັບເອົາການຊຸກຍູ້ ໃນຄວາມພະຍາຍາມທີ່ຈະປະຕິບັດສາດສະໜາກິດ.
ປະທານກຸ່ມແອວເດີ ແລະ ປະທານສະມາຄົມສະຕີສົງເຄາະ ຈະບອກກ່າວໃຫ້ອະທິການຊາບໂດຍກົງ ກ່ຽວກັບຄວາມຕ້ອງການທີ່ສຳຄັນ ແລະ ຈະຮັບເອົາຄຳແນະນຳ ແລະ ການຊີ້ນຳຈາກເພິ່ນ.
ທ່ານສາມາດພົບເຫັນລາຍລະອຽດເພີ່ມເຕີມ ກ່ຽວກັບການສຳພາດຜູ້ປະຕິບັດສາດສະໜາກິດໄດ້ ຢູ່ທີ່ ministering.lds.org.
ການເຮັດໃຫ້ການສຳພາດຜູ້ປະຕິບັດສາດສະໜາກິດ ມີຄວາມໝາຍ
ໃນການສົ່ງເສີມຂໍ້ຄວາມຂອງປະທານ ຣະໂຊ ເອັມ ແນວສັນ ທີ່ວ່າໂຄງການ ການປະຕິບັດສາດສະໜາກິດ ຈະເປັນສິ່ງກຳນົດຄວາມກ້າວໜ້າຂອງສາດສະໜາຈັກ, ແອວເດີ ແກຣີ ອີ ສະຕີບເວັນສັນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ສອນວ່າ, “ການບັນລຸເຖິງວິໄສທັດຂອງເພິ່ນ … ອາດຂຶ້ນກັບວ່າ ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ໄດ້ຮັບການສິດສອນ ແລະ ມີສ່ວນຮ່ວມໃນການສຳພາດຜູ້ປະຕິບັດສາດສະໜາກິດ ໄດ້ດີປານໃດ.”2
ຄຳແນະນຳຫ້າຂໍ້ ສຳລັບອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ:
-
ໄປສຳພາດດ້ວຍການສະແຫວງຫາຄຳແນະນຳ. ຕຽມພ້ອມທີ່ຈະຮຽນຮູ້.
-
ຕຽມພ້ອມທີ່ຈະສົນທະນາເຖິງຄວາມຕ້ອງການ ທີ່ທ່ານອາດຕ້ອງໃຫ້ຄົນອື່ນຊ່ວຍເຮັດ.
-
ເອົາໃຈໃສ່ຄວາມເຂັ້ມແຂງ ແລະ ຄວາມສາມາດຂອງບຸກຄົນ, ບໍ່ແມ່ນເອົາໃຈໃສ່ພຽງແຕ່ຄວາມຕ້ອງການເທົ່ານັ້ນ.
-
ປຶກສາຫາລືກ່ຽວກັບຜົນ ຊຶ່ງໝາຍຄວາມວ່າ ການປະຕິບັດສາດສະໜາກິດຂອງທ່ານປະສົບຄວາມສຳເລັດ.
-
ຕິດຕໍ່ຫາຝ່າຍປະທານ ເພື່ອປຶກສາຫາລືໃນໄລຍະສາມເດືອນ ກ່ອນ ຫລື ຫລັງຈາກການສຳພາດ ເມື່ອຈຳເປັນ.
ຄຳແນະນຳຫ້າຂໍ້ ສຳລັບຜູ້ນຳ:
-
ການສຳພາດບໍ່ຈຳເປັນຕ້ອງຍືດຍາວ, ແຕ່ໃຫ້ຈັດເວລາພຽງພໍທີ່ຈະເວົ້າລົມ ຢູ່ໃນບ່ອນທີ່ສາມາດສົນທະນາກັນໄດ້ຢ່າງມີຄວາມໝາຍ.
-
ໃຊ້ໂອກາດດັ່ງກ່າວເພື່ອປະຕິບັດສາດສະໜາກິດຕໍ່ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ.
-
ຢ່າຖາມຄຳຖາມ ທີ່ເຮັດໃຫ້ຄິດວ່າ ທ່ານພຽງແຕ່ຢາກຮູ້ຈັກຈຳນວນຂອງການໄປຢ້ຽມຢາມ ຫລື ຢາກພຽງແຕ່ບັນທຶກການໄປຢ້ຽມຢາມເທົ່ານັ້ນ (“ເຈົ້າໄດ້ເຮັດໜ້າທີ່ການປະຕິບັດສາດສະໜາກິດຂອງເຈົ້າແລ້ວບໍ?”). ໃຫ້ຖາມຄຳຖາມ ທີ່ສົ່ງເສີມການປະພຶດທີ່ມີຄວາມປາດຖະໜາ (“ເຈົ້າໄດ້ຮັບການກະຕຸ້ນແນວໃດແດ່ ໃນຂະນະທີ່ເຈົ້າອະທິຖານເພື່ອຄອບຄົວນັ້ນ? ມີຫຍັງເກີດຂຶ້ນ ເມື່ອເຈົ້າເຮັດຕາມການກະຕຸ້ນເຫລົ່ານັ້ນ?”).
-
ຮັບຟັງດ້ວຍຄວາມຈິງໃຈ ແລະ ຈົດບັນທຶກໄວ້.
-
ປຶກສາຫາລືກັນ. ຄູ່ຜູ້ປະຕິບັດສາດສະໜາກິດ ມີສິດທີ່ຈະໄດ້ຮັບການເປີດເຜີຍສຳລັບຄົນທີ່ເຂົາເຈົ້າມອບໝາຍໃຫ້ປະຕິບັດສາດສະໜາກິດຕໍ່.
ຄຳຖາມ ແລະ ຄຳຕອບກ່ຽວກັບການສຳພາດຜູ້ປະຕິບັດສາດສະໜາກິດ
ການສຳພາດຜູ້ປະຕິບັດສາດສະໜາກິດຄືຫຍັງ?
ມັນເປັນການສົນທະນາລະຫວ່າງອ້າຍນ້ອງຜູ້ປະຕິບັດສາດສະໜາກິດ ແລະ ຄົນໜຶ່ງໃນຝ່າຍປະທານກຸ່ມແອວເດີ ຫລື ລະຫວ່າງເອື້ອຍນ້ອງ ແລະ ຄົນໜຶ່ງໃນຝ່າຍປະທານສະມາຄົມສະຕີສົງເຄາະ ໃນສະຖານທີ່ ທີ່ໃຫ້ເຂົາເຈົ້າສາມາດສະແຫວງຫາ ແລະ ຮັບເອົາການດົນໃຈ ຈາກພຣະວິນຍານບໍລິສຸດ. ຜົນກໍຄື, ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ຈະສາມາດໄດ້ຮັບການດົນໃຈ ໃນການດູແລ, ໃຫ້ຄວາມຮັກ, ສິດສອນ, ແລະ ໃຫ້ການປອບໂຍນ ໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ.
ການສຳພາດແຕ່ລະສາມເດືອນເຫລົ່ານີ້ ຕ້ອງເປັນແບບໜ້າຕໍ່ໜ້າບໍ?
ຕາມປົກກະຕິແລ້ວ ຈະຕ້ອງເປັນແບບໜ້າຕໍ່ໜ້າ, ແຕ່ກໍສາມາດໂທລະສັບ ຫລື ຕິດຕໍ່ທາງອອນລາຍໄດ້ ຖ້າຫາກບໍ່ສາມາດພົບກັນໜ້າຕໍ່ໜ້າ. ໂດຍທົ່ວໄປແລ້ວ, ທັງຄູ່ຕ້ອງໄປຮ່ວມການສຳພາດ ເມື່ອເໝາະສົມ.
ແມ່ນຫຍັງຄືຈຸດປະສົງຂອງການສຳພາດຜູ້ປະຕິບັດສາດສະໜາກິດ?
ການສຳພາດຜູ້ປະຕິບັດສາດສະໜາກິດ ເປັນໂອກາດທີ່ຈະໃຫ້ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ທົບທວນສະພາບການໃນປະຈຸບັນ, ວາງແຜນສຳລັບອະນາຄົດ, ແລະ ຂໍຄວາມຊ່ວຍເຫລືອ ໃຫ້ແກ່ບຸກຄົນ ຫລື ຄອບຄົວທີ່ເຂົາເຈົ້າປະຕິບັດສາດສະໜາກິດຕໍ່. ມັນເປັນໂອກາດທີ່ຈະໄດ້ເວົ້າລົມກ່ຽວກັບແຫລ່ງຊ່ວຍເຫລືອຕ່າງໆ ທີ່ກຸ່ມ ແລະ ສະມາຄົມສະຕີສົງເຄາະ ສາມາດຈັດຫາໃຫ້.
ເຮົາຈະເຮັດແນວໃດກັບເລື່ອງທີ່ເປັນຄວາມລັບ ຫລື ກໍລະນີທີ່ສະເທືອນໃຈໄວ?
ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ຈະແບ່ງປັນຂໍ້ມູນທີ່ເປັນຄວາມລັບ ກັບປະທານກຸ່ມແອວເດີ ຫລື ປະທານສະມາຄົມສະຕີສົງເຄາະເທົ່ານັ້ນ—ຫລື ກັບອະທິການໂດຍກົງ. ຂໍ້ມູນທີ່ເປັນຄວາມລັບ ຫລື ສະເທືອນໃຈໄວ ບໍ່ຄວນຖືກເອົາໄປແບ່ງປັນຢູ່ການປະຊຸມສະພາໃນວັນອາທິດທຳອິດ.
ການປະຊຸມສະພາໃນວັນອາທິດທຳອິດ
ນອກເໜືອໄປຈາກການສຳພາດຜູ້ປະຕິບັດສາດສະໜາກິດແລ້ວ, ການປະຊຸມສະພາໃນວັນອາທິດ ຍັງເປັນວິທີໜຶ່ງອີກ ທີ່ຈະໃຫ້ຄົນອື່ນມີສ່ວນຮ່ວມ ໃນການປະຕິບັດສາດສະໜາກິດ. ຢູ່ໃນການປະຊຸມຂອງສະມາຄົມສະຕີສົງເຄາະ ແລະ ໃນການປະຊຸມກຸ່ມ, ການດົນໃຈສາມາດມາເຖິງຜູ້ມາຮ່ວມ ຜ່ານທາງພຣະວິນຍານ ແລະ ຈາກຄົນອື່ນໆ ຢູ່ໃນກຸ່ມ.
ຈຸດປະສົງຂອງການປະຊຸມສະພາ ແມ່ນທີ່ຈະ:
-
“ປຶກສາຫາລືກັນ ກ່ຽວກັບໜ້າທີ່ຮັບຜິດຊອບ, ໂອກາດ, ແລະ ການທ້າທາຍ ໃນທ້ອງຖິ່ນ;
-
“ຮຽນຮູ້ຈາກຄວາມຮູ້ ແລະ ປະສົບການຂອງກັນແລະກັນ, ແລະ
-
“ວາງແຜນທີ່ຈະເຮັດຕາມຄວາມປະທັບໃຈ ທີ່ໄດ້ຮັບຈາກພຣະວິນຍານ.”3
ການປະຊຸມສະພາ ແມ່ນເກີນກວ່າການສົນທະນາ: ການປະຊຸມນຳພາເຮົາໄປສູ່ການກະທຳເປັນສ່ວນຕົວ ຫລື ເປັນກຸ່ມ ຕາມທີ່ໄດ້ຮັບການດົນໃຈຈາກພຣະວິນຍານ. ສະມາຊິກຈະຮູ້ສຶກວ່າມີຄວາມປາດຖະໜາ ທີ່ຈະບັນລຸວຽກງານຂອງພຣະຜູ້ເປັນເຈົ້າ ເນື່ອງດ້ວຍການປະຊຸມເຫລົ່ານີ້.
ການເຊື້ອເຊີນໃຫ້ກະທຳ
“ຄຳອະທິຖານຂອງເຮົາ,” ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ກ່າວ, “ແມ່ນວ່າ ຊາຍ ແລະ ຍິງທຸກຄົນ—ແລະ ຊາຍໜຸ່ມ ແລະ ຍິງໜຸ່ມໃຫຍ່ຂອງເຮົາ—ຈະມີການດູແລຈາກໃຈຈິງໃຫ້ກັນແລະກັນ, ຖືກດົນໃຈໂດຍຄວາມຮັກອັນບໍລິສຸດຂອງພຣະຄຣິດ ໃຫ້ເຮັດເທົ່ານັ້ນ.”4
© 2018 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/17. ການແປໄດ້ຮັບອະນຸຍາດ: 6/17. ແປຈາກ Ministering Principles, October 2018. Laotian. 15053 331