​2018
ການຂໍ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ
ເດືອນ​ຕຸ​ລາ 2018


ຮູບ​ພາບ
ministering

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ຕຸ​ລາ 2018

ການຂໍ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຊ່ວຍ​ເຫລືອ​ຄົນ​ອື່ນ

ເຮົາ​ຈະ​ໃຫ້​ຄົນ​ອື່ນ​ມີ​ສ່ວນ​ຮ່ວມ​ໄດ້​ແນວ​ໃດ ເມື່ອ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ໃນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ? ມີ​ສ່ວນ​ຮ່ວມ​ໃນ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ປະ​ຊຸມ​ສະ​ພາ ໃນ​ວັນ​ອາ​ທິດ​ທຳ​ອິດ.

ເມື່ອ​ໂຣກ​ເປືອກ​ເສັ້ນ​ປະ​ສາດ​ເສື່ອມ ໄດ້​ເຮັດ​ໃຫ້​ນາງ​ແຄຕີ້ ຕ້ອງ​ນັ່ງ​ລໍ້​ເຂັນ, ນາງ​ພົບວ່າ ນາງ​ຕ້ອງ​ມີ​ຜູ້​ຊ່ວຍ​ທຸກ​ຄືນ ເພື່ອຍ້າຍ​ນາງ​ອອກ​ຈາກ​ລໍ້​ເຂັນ ໄປ​ຫາ​ບ່ອນນອນ. ວຽກ​ງານ​ນີ້​ແມ່ນ​ໜັກ​ເກີນ​ກວ່າ​ຄົນ​ດຽວ​ທີ່​ຈະ​ເຮັດ​ໄດ້. ສະ​ນັ້ນ​ກຸ່ມ​ແອວ​ເດີ​ຈຶ່ງ​ໄດ້​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ນາງ ແລະ ໄດ້​ຕັດ​ສິນ​ໃຈ​ຈັດ​ຕາ​ຕະ​ລາງ ເພື່ອ​ໄປ​ຊ່ວຍ​ນາງ​ທຸກ​ຄືນ.1

ເມື່ອ​ເຮົາ​ຮູ້​ຈັກ​ຄວາມ​ຕ້ອງ​ການ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້, ເຮົາ​ອາດ​ພົບ​ວ່າ ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ປະ​ຊຸມ​ສະ​ພາ ໃນ​ວັນ​ອາ​ທິດ​ທຳ​ອິດ ເປັນ​ໂອ​ກາດ​ສອງ​ຢ່າງ ທີ່​ຈະ​ສົນ​ທະ​ນາ ວິ​ທີ​ທີ່​ຈະ​ໃຫ້​ຄົນ​ອື່ນ​ມີ​ສ່ວນ​ຮ່ວມ​ຢ່າງ​ຖືກ​ຕ້ອງ.

ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ການ​ສຳ​ພາດ​ທຸກ​ສາມ​ເດືອນ​ເຫລົ່າ​ນີ້ ລະ​ຫວ່າງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຫລື ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ເປັນ​ການ​ລາຍ​ງານ ທາງການ ແບບ​ດຽວ​ເທົ່າ​ນັ້ນ ທີ່​ເຮົາ​ເຮັດ ກ່ຽວ​ກັບ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ການ​ສຳ​ພາດ ເປັນ​ໂອ​ກາດ ໃນແຕ່​ລະ​ສາມ​ເດືອນ ຢ່າງ​ໜ້ອຍ​ເພື່ອ (1) ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ, ຄວາມ​ຕ້ອງ​ການ, ແລະ ການ​ທ້າ​ທາຍ​ຂອງ​ຄອບ​ຄົວ ແລະ ບຸກ​ຄົນ​ທີ່​ທ່ານ​ຖືກ​ມອບ​ໝາຍ; (2) ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ ທີ່​ກຸ່ມ, ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຫລື ສະ​ພາ​ຫວອດ ຈະ​ຮັບ​ໃຊ້, ແລະ (3) ຮຽນ​ຮູ້​ຈາກ​ຜູ້​ນຳ ແລະ ຮັບ​ເອົາ​ການ​ຊຸກ​ຍູ້ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ບອກ​ກ່າວ​ໃຫ້​ອະ​ທິ​ການ​ຊາບ​ໂດຍ​ກົງ ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ທີ່​ສຳ​ຄັນ ແລະ ຈະ​ຮັບ​ເອົາ​ຄຳ​ແນະ​ນຳ ແລະ ການ​ຊີ້​ນຳ​ຈາກ​ເພິ່ນ.

ທ່ານ​ສາ​ມາດ​ພົບ​ເຫັນ​ລາຍ​ລະ​ອຽດ​ເພີ່ມ​ເຕີມ ກ່ຽວ​ກັບ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດໄດ້ ຢູ່​ທີ່ ministering.lds.org.

ການ​ເຮັດ​ໃຫ້​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ມີ​ຄວາມ​ໝາຍ

ໃນ​ການ​ສົ່ງ​ເສີມ​ຂໍ້​ຄວາມ​ຂອງ​ປະທານ ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ​ໂຄງ​ການ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ເປັນ​ສິ່ງ​ກຳ​ນົດ​ຄວາມ​ກ້າວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ, ແອວເດີ ແກຣີ ອີ ສະ​ຕີບ​ເວັນ​ສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ​ວ່າ, “ການ​ບັນ​ລຸ​ເຖິງ​ວິ​ໄສ​ທັດ​ຂອງ​ເພິ່ນ … ອາດ​ຂຶ້ນ​ກັບ​ວ່າ ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໄດ້​ຮັບ​ການ​ສິດ​ສອນ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໄດ້​ດີ​ປານ​ໃດ.”2

ຄຳ​ແນະ​ນຳ​ຫ້າ​ຂໍ້ ສຳ​ລັບ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ:

  • ໄປ​ສຳ​ພາດ​ດ້ວຍ​ການ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ. ຕຽມ​ພ້ອມ​ທີ່​ຈະ​ຮຽນ​ຮູ້.

  • ຕຽມ​ພ້ອມ​ທີ່​ຈະ​ສົນ​ທະ​ນາ​ເຖິງ​ຄວາມ​ຕ້ອງ​ການ ທີ່​ທ່ານ​ອາດ​ຕ້ອງ​ໃຫ້​ຄົນ​ອື່ນ​ຊ່ວຍ​ເຮັດ.

  • ເອົາ​ໃຈ​ໃສ່​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ສາ​ມາດ​ຂອງ​ບຸກ​ຄົນ, ບໍ່​ແມ່ນ​ເອົາ​ໃຈ​ໃສ່​ພຽງ​ແຕ່​ຄວາມ​ຕ້ອງ​ການ​ເທົ່າ​ນັ້ນ.

  • ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຜົນ ຊຶ່ງ​ໝາຍ​ຄວາມ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ.

  • ຕິດ​ຕໍ່​ຫາ​ຝ່າຍ​ປະ​ທານ ເພື່ອ​ປຶກ​ສາ​ຫາ​ລື​ໃນ​ໄລ​ຍະ​ສາມ​ເດືອນ ກ່ອນ ຫລື ຫລັງ​ຈາກ​ການ​ສຳ​ພາດ ເມື່ອ​ຈຳ​ເປັນ.

ຄຳ​ແນະ​ນຳ​ຫ້າ​ຂໍ້ ສຳ​ລັບ​ຜູ້​ນຳ:

  • ການ​ສຳ​ພາດ​ບໍ່​ຈຳ​ເປັນ​ຕ້ອງ​ຍືດ​ຍາວ, ແຕ່​ໃຫ້​ຈັດ​ເວ​ລາ​ພຽງ​ພໍ​ທີ່​ຈະ​ເວົ້າ​ລົມ ຢູ່​ໃນ​ບ່ອນ​ທີ່​ສາ​ມາດ​ສົນ​ທະ​ນາ​ກັນ​ໄດ້​ຢ່າງ​ມີ​ຄວາມ​ໝາຍ.

  • ໃຊ້​ໂອ​ກາດ​ດັ່ງ​ກ່າວ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ຢ່າ​ຖາມ​ຄຳ​ຖາມ ທີ່​ເຮັດ​ໃຫ້​ຄິດ​ວ່າ ທ່ານ​ພຽງ​ແຕ່​ຢາກ​ຮູ້​ຈັກ​ຈຳ​ນວນ​ຂອງ​ການ​ໄປ​ຢ້ຽມ​ຢາມ ຫລື ຢາກ​ພຽງ​ແຕ່​ບັນ​ທຶກ​ການ​ໄປ​ຢ້ຽມ​ຢາມ​ເທົ່າ​ນັ້ນ (“ເຈົ້າ​ໄດ້​ເຮັດ​ໜ້າ​ທີ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຈົ້າ​ແລ້ວ​ບໍ?”). ໃຫ້​ຖາມ​ຄຳ​ຖາມ ທີ່​ສົ່ງ​ເສີມ​ການ​ປະ​ພຶດທີ່​ມີ​ຄວາມ​ປາດ​ຖະ​ໜາ (“ເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ແນວ​ໃດ​ແດ່ ໃນ​ຂະ​ນະ​ທີ່​ເຈົ້າ​ອະ​ທິ​ຖານ​ເພື່ອ​ຄອບ​ຄົວ​ນັ້ນ? ມີ​ຫຍັງ​ເກີດ​ຂຶ້ນ ເມື່ອ​ເຈົ້າ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຫ​ລົ່າ​ນັ້ນ?”).

  • ຮັບ​ຟັງ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ຈົດ​ບັນ​ທຶກໄວ້.

  • ປຶກ​ສາ​ຫາ​ລື​ກັນ. ຄູ່​ຜູ້ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຄົນ​ທີ່​ເຂົາ​ເຈົ້າ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່.

ຄຳ​ຖາມ ແລະ ຄຳ​ຕອບ​ກ່ຽວ​ກັບ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄື​ຫຍັງ?

ມັນ​ເປັນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຫລື ລະ​ຫວ່າງ​ເອື້ອຍ​ນ້ອງ ແລະ ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ສະ​ຖານ​ທີ່ ທີ່​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ສະ​ແຫວງ​ຫາ ແລະ ຮັບ​ເອົາ​ການ​ດົນ​ໃຈ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຜົນ​ກໍ​ຄື, ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ສາ​ມາດ​ໄດ້​ຮັບ​ການ​ດົນ​ໃຈ ໃນ​ການ​ດູ​ແລ, ໃຫ້​ຄວາມ​ຮັກ, ສິດ​ສອນ, ແລະ ໃຫ້​ການ​ປອບ​ໂຍນ ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ສຳ​ພາດ​ແຕ່​ລະ​ສາມ​ເດືອນ​ເຫລົ່າ​ນີ້ ຕ້ອງ​ເປັນ​ແບບ​ໜ້າ​ຕໍ່​ໜ້າ​ບໍ?

ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ຕ້ອງ​ເປັນ​ແບບ​ໜ້າ​ຕໍ່​ໜ້າ, ແຕ່​ກໍ​ສາ​ມາດ​ໂທ​ລະ​ສັບ ຫລື ຕິດ​ຕໍ່​ທາງ​ອອນ​ລາຍ​ໄດ້ ຖ້າ​ຫາກ​ບໍ່​ສາ​ມາດ​ພົບ​ກັນ​ໜ້າ​ຕໍ່​ໜ້າ. ໂດຍ​ທົ່ວ​ໄປ​ແລ້ວ, ​​ທັງ​ຄູ່ຕ້ອງ​ໄປ​ຮ່ວມ​ການ​ສຳ​ພາດ ເມື່ອ​ເໝາະ​ສົມ.

ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ?

ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ໂອ​ກາດ​ທີ່​ຈະ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ທົບ​ທວນ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ, ວາງ​ແຜນ​ສຳ​ລັບ​ອະ​ນາ​ຄົດ, ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ ໃຫ້​ແກ່​ບຸກ​ຄົນ ຫລື ຄອບ​ຄົວ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ມັນ​ເປັນ​ໂອ​ກາດ​ທີ່​ຈະ​ໄດ້​ເວົ້າ​ລົມ​ກ່ຽວ​ກັບ​ແຫລ່ງ​ຊ່ວຍ​ເຫລືອ​ຕ່າງໆ ທີ່​ກຸ່ມ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ສາ​ມາດ​ຈັດ​ຫາ​ໃຫ້.

ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ທີ່​ເປັນ​ຄວາມ​ລັບ ຫລື ກໍ​ລະ​ນີ​ທີ່​ສະ​ເທືອນ​ໃຈ​ໄວ?

ອ້າຍ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈະ​ແບ່ງ​ປັນ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ ກັບ​ປະ​ທານ​ກຸ່ມ​ແອວ​ເດີ ຫລື ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເທົ່າ​ນັ້ນ—ຫລື ກັບ​ອະ​ທິ​ການ​ໂດຍ​ກົງ. ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ ຫລື ສະ​ເທືອນ​ໃຈ​ໄວ ບໍ່​ຄວນ​ຖືກ​ເອົາ​ໄປ​ແບ່ງ​ປັນ​ຢູ່​ການ​ປະ​ຊຸມ​ສະ​ພາ​ໃນ​ວັນ​ອາ​ທິດ​ທຳ​ອິດ.

ການ​ປະ​ຊຸມ​ສະ​ພາ​ໃນ​ວັນ​ອາ​ທິດ​ທຳ​ອິດ

ນອກ​ເໜືອ​ໄປ​ຈາກ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແລ້ວ, ການ​ປະ​ຊຸມ​ສະ​ພາ​ໃນ​ວັນ​ອາ​ທິດ ຍັງ​ເປັນ​ວິ​ທີ​ໜຶ່ງ​ອີກ ທີ່​ຈະ​ໃຫ້​ຄົນ​ອື່ນ​ມີ​ສ່ວນ​ຮ່ວມ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຢູ່​ໃນ​ການ​ປະ​ຊຸມ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ໃນ​ການ​ປະ​ຊຸມ​ກຸ່ມ, ການ​ດົນ​ໃຈ​ສາ​ມາດ​ມາ​ເຖິງ​ຜູ້​ມາ​ຮ່ວມ ຜ່ານ​ທາງ​ພຣະ​ວິນ​ຍານ ແລະ ຈາກ​ຄົນ​ອື່ນໆ ຢູ່​ໃນ​ກຸ່ມ.

ຈຸດ​ປະ​ສົງ​ຂອງ​ການ​ປະ​ຊຸມ​ສະ​ພາ ແມ່ນ​ທີ່​ຈະ:

  • “ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ, ໂອ​ກາດ, ແລະ ການ​ທ້າ​ທາຍ ໃນ​ທ້ອງ​ຖິ່ນ;

  • “ຮຽນ​ຮູ້​ຈາກ​ຄວາມ​ຮູ້ ແລະ ປະ​ສົບ​ການ​ຂອງ​ກັນ​ແລະ​ກັນ, ແລະ

  • “ວາງ​ແຜນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ ທີ່​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ.”3

ການ​ປະ​ຊຸມ​ສະ​ພາ ແມ່ນ​ເກີນ​ກວ່າ​ການ​ສົນ​ທະ​ນາ: ການ​ປະ​ຊຸມ​ນຳ​ພາ​ເຮົາ​ໄປ​ສູ່​ການ​ກະ​ທຳ​ເປັນ​ສ່ວນ​ຕົວ ຫລື ເປັນ​ກຸ່ມ ຕາມ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ. ສະ​ມາ​ຊິກ​ຈະ​ຮູ້​ສຶກ​ວ່າ​ມີ​ຄວາມ​ປາດ​ຖະ​ໜາ ທີ່​ຈະ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເນື່ອງ​ດ້ວຍ​ການ​ປະ​ຊຸມ​ເຫລົ່າ​ນີ້.

ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ

“ຄຳ​ອະ​ທິ​ຖານ​ຂອງ​ເຮົາ,” ແອວເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ, “ແມ່ນ​ວ່າ ຊາຍ ແລະ ຍິງ​ທຸກ​ຄົນ—ແລະ ຊາຍ​ໜຸ່ມ ແລະ ຍິງໜຸ່ມໃຫຍ່​ຂອງ​ເຮົາ—ຈະ​ມີ​ການ​ດູ​ແລ​ຈາກ​ໃຈ​ຈິງ​ໃຫ້​ກັນ​ແລະ​ກັນ, ຖືກ​ດົນ​ໃຈ​ໂດຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ ໃຫ້​ເຮັດ​ເທົ່າ​ນັ້ນ.”4

ແຫລ່ງ​ອ້າງ​ອີງ

  • ເບິ່ງ Mormon Messages video “Lift,” lds.org/media-library.

  • Gary E. Stevenson, in “Ministering Interviews” (video), ministering,lds.org.

  • Come, Follow Me—For Melchizedek Priesthood and Relief Society, ໃນ Ensign ​ຫລື Liahona, Nov. 2017, 140; ມີ​ຢູ່​ທີ່ comefollowme.lds.org ນຳ​ອີກ.

  • Jeffrey R. Holland, “Be With and Strengthen Them,” Ensign ຫລື Liahona, May 2018, 103.

ພິມ