ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນກຸມພາ 2019
ການພັດທະນາຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ໃນການປະຕິບັດສາດສະໜາກິດ
ການປະຕິບັດສາດສະໜາກິດ ຄືການເຊີດຊູ. ເຮົາສາມາດເຊີດຊູຄົນອື່ນໄດ້ ຂະນະທີ່ເຮົາພະຍາຍາມເຂົ້າໃຈສິ່ງທີ່ເຂົາເຈົ້າປະເຊີນຢູ່ ແລະ ສະແດງໃຫ້ເຂົາເຈົ້າເຫັນວ່າ ເຮົາເຕັມໃຈທີ່ຈະຜ່ານຜ່າມັນໄປກັບເຂົາເຈົ້າ.
ເພາະວ່າພຣະບິດາເທິງສະຫວັນຂອງເຮົາປະສົງໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງ, ການທ້າທາຍທີ່ເຮົາປະເຊີນໃນຊີວິດນີ້ ສາມາດກາຍເປັນໂອກາດຮຽນຮູ້ ຖ້າຫາກເຮົາຈະໄວ້ວາງໃຈໃນພຣະອົງ ແລະ ຢູ່ໃນເສັ້ນທາງ. ໜ້າເສຍດາຍທີ່ ການຢູ່ໃນເສັ້ນທາງອາດເປັນສິ່ງຫຍຸ້ງຍາກຫລາຍໂດຍສະເພາະ ເມື່ອເຮົາຮູ້ສຶກວ່າ ເຮົາປະເຊີນກັບບັນຫາເຫລົ່ານັ້ນພຽງລຳພັງ.
ແຕ່ເຮົາບໍ່ໄດ້ຖືກຄາດໝາຍໃຫ້ເດີນໄປໃນເສັ້ນທາງພຽງລຳພັງ. ພຣະຜູ້ຊ່ວຍໃຫ້ລອດໄດ້ບັນລຸຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນທັງໝົດ, ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ ເພື່ອວ່າພຣະອົງຈະຮູ້ຈັກຊ່ວຍເຫລືອເຮົາ ໃນຄວາມທຸກຍາກລຳບາກ ແລະ ໃນຄວາມອ່ອນແອຂອງເຮົາ (ເບິ່ງ ແອວມາ 7:11–12; Doctrine and Covenants 122:8). ພຣະອົງຄາດໝາຍໃຫ້ເຮົາເຮັດຕາມຕົວຢ່າງຂອງພຣະອົງ ແລະ ສະແດງຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນຄືກັນ. ສະມາຊິກທຸກຄົນຂອງສາດສະໜາຈັກໄດ້ເຮັດພັນທະສັນຍາ ທີ່ຈະໂສກເສົ້າກັບຄົນທີ່ໂສກເສົ້າ ແລະ ປອບໂຍນຄົນທີ່ຕ້ອງການ ການປອບໂຍນ” (ໂມໄຊຢາ 18:9). ເຖິງແມ່ນເຮົາຈະປະເຊີນກັບການທ້າທາຍຕ່າງໆ, ແຕ່ເຮົາຖືກສິດສອນຈາກພຣະຄຳພີ ໃຫ້ຄິດກັບຄົນອື່ນ ແລະ “ຍົກມືທີ່ອ່ອນເພຍເປ້ຍລ່ອຍ, ແລະ [ຊູ] ຫົວເຂົ່າທີ່ອ່ອນກຳລັງ” ແລະ ເພື່ອໃຫ້ “ກ້າວໄປຕາມເສັ້ນທາງອັນຖືກຕ້ອງ ເພື່ອວ່າຕີນທີ່ພິການນັ້ນຈະບໍ່ພິກໂບກ” (ເຮັບເຣີ 12:12–13; ເບິ່ງ ເອຊາຢາ 35:3–4; Doctrine and Covenants 81:5–6 ນຳອີກ).
ເມື່ອເຮົາຈູງຄົນອື່ນໄປ, ໃຫ້ເຂົາເຈົ້າເພິ່ງອາໄສເຮົາ, ແລະ ໃຫ້ເຮົາເດີນໄປນຳເຂົາເຈົ້າ, ແລ້ວເຮົາຈະຊ່ວຍເຂົາເຈົ້າໃຫ້ຢູ່ໃນເສັ້ນທາງ ດົນພໍເພື່ອວ່າພຣະຜູ້ຊ່ວຍໃຫ້ລອດ ບໍ່ພຽງແຕ່ໃຫ້ເຂົາເຈົ້າປ່ຽນໃຈເຫລື້ອມໃສເທົ່ານັ້ນ—ຊຶ່ງເປັນຈຸດປະສົງທີ່ສຳຄັນຢ່າງໜຶ່ງຂອງການປະຕິບັດສາດສະໜາກິດ—ແຕ່ຈະປິ່ນປົວເຂົາເຈົ້ານຳອີກ (ເບິ່ງ Doctrine and Covenants 112:13).
ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນຄືຫຍັງ?
ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ຄືຄວາມເຂົ້າໃຈຄວາມຮູ້ສຶກ, ຄວາມຄິດ, ແລະ ສະຖານະການຂອງຄົນອື່ນ ຈາກທັດສະນະຂອງເຂົາເຈົ້າ ແທນທີ່ຈະເປັນທັດສະນະຂອງເຮົາເອງ.1
ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແມ່ນສຳຄັນໃນຄວາມມຸ່ງໝັ້ນຂອງເຮົາ ທີ່ຈະປະຕິບັດສາດສະໜາກິດຕໍ່ຄົນອື່ນ ແລະ ທີ່ຈະບັນລຸຈຸດປະສົງຂອງເຮົາ ໃນຖານະອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ມັນຊ່ວຍເຮົາໃຫ້ຈິນຕະນາການ ວ່າເຮົາຢູ່ໃນສະຖານະການຂອງບາງຄົນແນວໃດ.
ການຈິນຕະນາການ ວ່າເຮົາຢູ່ໃນສະຖານະການຂອງບາງຄົນ
ຕໍ່ໄປນີ້ແມ່ນເລື່ອງໜຶ່ງກ່ຽວກັບຊາຍໄພ່ພົນຍຸກສຸດທ້າຍຄົນໜຶ່ງທີ່ຂີ້ອາຍ ຜູ້ມັກນັ່ງຢູ່ຕັ່ງແຖວສຸດທ້າຍຄົນດຽວ ຢູ່ທີ່ໂບດ. ເມື່ອສະມາຊິກຄົນໜຶ່ງຂອງກຸ່ມແອວເດີໄດ້ເສຍຊີວິດໄປ, ອະທິການໄດ້ມອບພອນຂອງຖານະປະໂລຫິດໃຫ້ຄົນໃນຄອບຄົວຂອງແອວເດີຜູ້ທີ່ເສຍຊີວິດໄປນັ້ນ ເປັນການໃຫ້ຄວາມປອບໃຈ. ບັນດາເອື້ອຍນ້ອງໃນສະມາຄົມສະຕີສົງເຄາະ ກໍໄດ້ເອົາອາຫານການກິນມາໃຫ້. ໝູ່ເພື່ອນ ແລະ ເພື່ອນບ້ານໃກ້ຄຽງ ທີ່ເຈດຕະນາດີກໍໄດ້ມາຢ້ຽມຢາມຄອບຄົວ ແລະ ເວົ້າວ່າ, “ຖ້າມີສິ່ງໃດທີ່ພວກເຮົາຊ່ວຍໄດ້ ກໍບອກໃຫ້ພວກເຮົາຮູ້ເດີ້.”
ແຕ່ເມື່ອຊາຍຜູ້ທີ່ຂີ້ອາຍຄົນນີ້ໄດ້ມາຢ້ຽມຢາມຄອບຄົວ ໃນທ້າຍມື້ນັ້ນ, ລາວໄດ້ກົດກະດິງບ້ານ ແລະ ເມື່ອແມ່ໝ້າຍມາເປີດປະຕູ, ລາວພຽງແຕ່ເວົ້າວ່າ, “ຂ້ອຍມາເພື່ອຂັດເກີບໃຫ້ພວກເຈົ້າ.” ພາຍໃນສອງສາມຊົ່ວໂມງ, ເກີບທຸກຄູ່ຂອງຄົນໃນຄອບຄົວກໍສະອາດ ແລະ ເຫລື້ອມເປັນເງົາ ພ້ອມທີ່ຈະໃສ່ສຳລັບງານສົ່ງສະການ. ວັນອາທິດຕໍ່ມາ ຄອບຄົວຂອງຜູ້ທີ່ຕາຍ ໄດ້ນັ່ງຢູ່ກັບຊາຍຜູ້ຂີ້ອາຍ ຢູ່ທ້າຍຫ້ອງ ໃນຕັ່ງແຖວສຸດທ້າຍ.
ລາວເປັນຄົນທີ່ສາມາດສະໜອງຄວາມຕ້ອງການຂອງເຂົາເຈົ້າ. ທັງເຂົາເຈົ້າ ແລະ ລາວ ໄດ້ຮັບພອນ ໂດຍການປະຕິບັດສາດສະໜາກິດຂອງລາວ ທີ່ຖືກນຳພາໂດຍຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ.
ເຮົາຈະສາມາດພັດທະນາຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນໄດ້ແນວໃດ?
ບາງຄົນເບິ່ງຄືວ່າ ໄດ້ຮັບພອນດ້ວຍຂອງປະທານ ທີ່ສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. ແຕ່ສຳລັບຜູ້ທີ່ກຳລັງດີ້ນລົນ, ຕໍ່ໄປນີ້ຄືຂ່າວດີ. ເປັນເວລາຫລາຍກວ່າ 30 ປີ, ມີນັກຄົ້ນຄວ້າຫລາຍໆຄົນຂຶ້ນເລື້ອຍໆ ທີ່ໄດ້ສຶກສາກ່ຽວກັບ ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. ຂະນະທີ່ເຂົາເຈົ້າຫລາຍຄົນ ໄດ້ເຂົ້າເຖິງຫົວຂໍ້ໃນວິທີທາງທີ່ແຕກຕ່າງກັນ, ແຕ່ເຂົາເຈົ້າຫລາຍຄົນກໍລົງຄວາມເຫັນແບບດຽວກັນກ່ຽວກັບ ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ວ່າເປັນບາງສິ່ງທີ່ສາມາດຮຽນຮູ້ໄດ້.2
ເຮົາສາມາດອະທິຖານຂໍໃຫ້ມີ ຂອງປະທານແຫ່ງຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. ກ່ອນຈະພັດທະນາຕົນໃຫ້ດີຂຶ້ນກວ່າເກົ່າໄດ້ນັ້ນ, ມັນເປັນສິ່ງທີ່ຊ່ວຍໄດ້ຫລາຍ ຖ້າຫາກເຮົາຈະມີຄວາມເຂົ້າໃຈຫລາຍຂຶ້ນ ວ່າຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ທຳງານໃນແບບໃດ. ຄຳແນະນຳດັ່ງຕໍ່ໄປນີ້ ໂດຍທົ່ວໄປແລ້ວ ຖືກຮັບຮູ້ວ່າເປັນພາກສ່ວນຂັ້ນພື້ນຖານຂອງຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ.3 ຂະນະທີ່ສິ່ງເຫລົ່ານີ້ເກີດຂຶ້ນໂດຍທີ່ເຮົາບໍ່ຮູ້ສຶກຕົວ, ການຮູ້ຈັກມັນໄວ້ ຈະຊ່ວຍເຮົາໃຫ້ເຫັນໂອກາດທີ່ຈະພັດທະນາຕົນ.
1. ເຂົ້າໃຈ
ຄວາມສາມາດເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ຮຽກຮ້ອງຄວາມເຂົ້າໃຈບາງຢ່າງເຖິງສະຖານະການຂອງຄົນອື່ນ. ເມື່ອເຮົາເຂົ້າໃຈສະພາບການຂອງເຂົາເຈົ້າຫລາຍຂຶ້ນເທົ່າໃດ, ມັນຈະງ່າຍຂຶ້ນທີ່ຈະເຂົ້າໃຈເຖິງຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບມັນ ແລະ ສິ່ງທີ່ເຮົາສາມາດເຮັດ ເພື່ອຊ່ວຍເຫລືອເຂົາເຈົ້າຫລາຍຂຶ້ນເທົ່ານັ້ນ.
ການຮັບຟັງຢ່າງຕັ້ງໃຈ, ການຖາມຄຳຖາມ, ແລະ ການປຶກສາຫາລືກັບເຂົາເຈົ້າ ແລະ ຄົນອື່ນໆ ເປັນການກະທຳທີ່ສຳຄັນສຳລັບຄວາມເຂົ້າໃຈສະຖານະການຂອງເຂົາເຈົ້າ. ໃຫ້ຮຽນຮູ້ຕື່ມອີກກ່ຽວກັບຄວາມຄິດເຫລົ່ານີ້ ໃນບົດຄວາມຫລັກທຳຂອງການປະຕິບັດສາດສະໜາກິດ ທີ່ຜ່ານມາ:
-
“ຫ້າຢ່າງທີ່ຜູ້ຮັບຟັງທີ່ດີໄດ້ເຮັດ” Liahona, ເດືອນມິຖຸນາ 2018, 6.
-
“ປຶກສາຫາລືກັນກ່ຽວກັບຄວາມຕ້ອງການຂອງເຂົາເຈົ້າ,” Liahona, ເດືອນກັນຍາ 2018, 6.
-
“ໃຫ້ຄົນອື່ນມີສ່ວນຮ່ວມ ໃນການປະຕິບັດສາດສະໜາກິດ—ເມື່ອຈຳເປັນ,” Liahona,ເດືອນຕຸລາ 2018, 6.
ເມື່ອເຮົາສະແຫວງຫາທີ່ຈະເຂົ້າໃຈ, ເຮົາຕ້ອງໃຊ້ເວລາທີ່ຈະເຂົ້າໃຈສະຖານະການໃດໜຶ່ງໂດຍສະເພາະຂອງເຂົາເຈົ້າ ແທນທີ່ຈະສັນນິຖານໄປກ່ອນ ອີງຕາມປະສົບການທີ່ຄ້າຍຄືກັນຂອງຄົນອື່ນ. ຖ້າບໍ່ດັ່ງນັ້ນ, ເຮົາອາດຄິດຜິດ ແລະ ປະໃຫ້ເຂົາເຈົ້າຮູ້ສຶກວ່າເຮົາບໍ່ເຂົ້າໃຈ.
2. ຈິນຕະນາການ
ໃນຄວາມພະຍາຍາມຂອງເຮົາ ທີ່ຈະຮັກສາພັນທະສັນຍາຂອງເຮົາ ໃນການໂສກເສົ້າກັບຄົນທີ່ໂສກເສົ້າ ແລະ ປອບໂຍນຄົນທີ່ຕ້ອງການ ການປອບໂຍນ, ເຮົາສາມາດອະທິຖານ ຂໍໃຫ້ພຣະວິນຍານບໍລິສຸດຊ່ວຍເຮົາ ໃຫ້ເຂົ້າໃຈສິ່ງທີ່ຄົນນັ້ນອາດຮູ້ສຶກຢູ່ ແລະ ວິທີທີ່ເຮົາສາມາດຊ່ວຍໄດ້.4
ເມື່ອເຮົາເຂົ້າໃຈສະພາບການຂອງຄົນນັ້ນ, ແລ້ວເຮົາແຕ່ລະຄົນ—ບໍ່ວ່າມັນເກີດຂຶ້ນແບບທຳມະຊາດ ຫລືບໍ່ກໍຕາມ—ສາມາດເຝີກການຈິນຕະນາການ ເຖິງສິ່ງທີ່ເຮົາຈະຄິດ ຫລື ຮູ້ສຶກ ໃນສະຖານະການເຊັ່ນນັ້ນ. ການເຂົ້າໃຈຄວາມຄິດ ແລະ ຄວາມຮູ້ສຶກເຫລົ່ານັ້ນ, ພ້ອມທັງການຊີ້ນຳຈາກພຣະວິນຍານບໍລິສຸດ, ສາມາດຊ່ວຍຊີ້ນຳການຕອບຮັບຂອງເຮົາ ຕໍ່ສະຖານະການຂອງເຂົາເຈົ້າ.
ເມື່ອເຮົາເຂົ້າໃຈສະພາບການຂອງຄົນອື່ນ ແລະ ຈິນຕະນາການເຖິງສິ່ງທີ່ເຂົາເຈົ້າອາດຮູ້ສຶກ, ມັນສຳຄັນທີ່ເຮົາຈະບໍ່ຕັດສິນເຂົາເຈົ້າໃນທາງທີ່ບໍ່ເໝາະສົມ (ເບິ່ງ ມັດທາຍ 7:1). ການພຽງແຕ່ຕຳນິວ່າເປັນຫຍັງບຸກຄົນນັ້ນຈຶ່ງເອົາຕົວເອງເຂົ້າຫາສະຖານະການ ສາມາດພາເຮົາລືມຄິດເຖິງຄວາມເຈັບປວດທີ່ ສະຖານະການໄດ້ນຳມາໃຫ້ເຂົາເຈົ້າ.
3. ເວົ້າຕອບຄືນ
ວິທີທີ່ເຮົາເວົ້າຕອບຄືນ ແມ່ນສຳຄັນ ເພາະວ່າມັນເປັນວິທີທີ່ເຮົາສະແດງຄວາມສາມາດຂອງເຮົາອອກມາວ່າ ເຮົາເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. ມີຫລາຍວິທີທາງຈົນນັບບໍ່ຖ້ວນ ໃນການສື່ສານຄວາມເຂົ້າໃຈຂອງເຮົາ ທັງທາງວາຈາ ແລະ ໃນທາງອື່ນໆ. ມັນສຳຄັນທີ່ຈະຈື່ຈຳວ່າ ເປົ້າໝາຍຂອງເຮົາ ບໍ່ແມ່ນຈຳເປັນຕ້ອງແກ້ໄຂບັນຫາ. ສ່ວນຫລາຍແລ້ວ ເປົ້າໝາຍແມ່ນຄືການເຊີດຊູ ແລະ ເພີ່ມຄວາມເຂັ້ມແຂງ ໂດຍການບອກໃຫ້ເຂົາເຈົ້າຮູ້ວ່າ ເຂົາເຈົ້າບໍ່ໄດ້ຢູ່ດຽວດາຍ. ນີ້ໝາຍເຖິງການອາດຕ້ອງໄດ້ເວົ້າວ່າ, “ຂ້ອຍດີໃຈທີ່ເຈົ້າເວົ້າໃຫ້ຂ້ອຍຟັງ” ຫລື “ຂ້ອຍເສຍໃຈນຳເດີ້. ຄົງເຈັບປວດຫລາຍນໍ.”
ໃນທຸກກໍລະນີ ການເວົ້າຕອບຄືນຂອງເຮົາຕ້ອງອອກມາຈາກໃຈ. ແລະ ເມື່ອເໝາະສົມ, ການສະແດງອອກໃຫ້ຄົນອື່ນເຫັນວ່າ ທ່ານເອງກໍມີຄວາມອ່ອນແອ ແລະ ບໍ່ແນ່ນອນໃຈ ສາມາດສ້າງຄວາມສຳພັນທີ່ມີຄ່າຕໍ່ກັນໄດ້.
ການເຊື້ອເຊີນໃຫ້ກະທຳ
ເມື່ອທ່ານພິຈາລະນາສະພາບການຂອງຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່, ໃຫ້ຈິນຕະນາການວ່າທ່ານຢູ່ໃນສະຖານະການຂອງເຂົາເຈົ້າ ແລະ ຄິດຫາສິ່ງທີ່ຈະຊ່ວຍທ່ານໄດ້ຫລາຍທີ່ສຸດ ຖ້າຫາກທ່ານຕົກຢູ່ໃນສະຖານະການຂອງເຂົາເຈົ້າ. ໃຫ້ອະທິຖານເພື່ອຈະໄດ້ເຂົ້າໃຈເຖິງຄວາມຮູ້ສຶກຂອງເຂົາເຈົ້າ ແລະ ລົງມືເຮັດຕາມນັ້ນ. ການເວົ້າຕອບກັບຄືນຂອງທ່ານອາດເປັນສິ່ງລຽບງ່າຍ, ແຕ່ມັນຈະມີປະສິດທິພາບຫລາຍ.
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, February 2019. Laotian. 15763 331