​2019
ວິທີ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ແບບ​ທຳ​ມະ​ດາ
ເດືອນ​ມິນາ 2019


ຮູບ​ພາບ
ministering

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ມິນາ 2019

ວິທີ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ແບບ​ທຳ​ມະ​ດາ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຄື​ການ​ເປັນ​ພະ​ຍານ. ເມື່ອ​ເຮົາ​ສາ​ມາດ​ປັບການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໄດ້ ໂອ​ກາດ​ຂອງ​ເຮົາ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ ແບບ​ເປັນ​ທາງ​ການ ແລະ ແບບ​ເປັນ​ກັນ​ເອງ ກໍ​ມີ​ຫລາຍ​ຂຶ້ນ.

ເຮົາໄດ້​ເຮັດ​ພັນ​ທະ​ສັນ​ຍາ ທີ່​ຈະ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມ​ໄຊ​ຢາ 18:9). ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຢືນ​ເປັນ​ພະ​ຍານ ແລະ ເປັນ​ວິ​ທີ​ທາງ​ທີ່​ມີ​ພະ​ລັງ ໃນ​ການ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃຫ້​ມາ​ສຳ​ພັດ​ຫົວ​ໃຈ​​ຂອງຄົນ ແລະ ປ່ຽນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

“ປະ​ຈັກ​ພະ​ຍານ—ປະ​ຈັກ​ພະ​ຍານ​ທີ່​ແທ້​ຈິງ, ເກີດ​ຈາກ​ພຣະ​ວິນ​ຍານ ແລະ ຖືກ​ຢືນ​ຢັນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ກໍ​ປ່ຽນ​ຊີ​ວິດ,” ປະ​ທານ ເອັມ ຣະ​ໂຊ ບາ​ເລີດ, ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ແທນ​ຊົ່ວ​ຄາວ ໄດ້​ກ່າວ.1

ແຕ່​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ສາ​ມາດເຮັດ​ໃຫ້​ຢ້ານ ຫລື ບໍ່ສະ​ບາຍ​ໃຈ​ສຳ​ລັບ​ເຮົາ​ບາງ​ຄົນ. ມັນ​ເປັນ​ແນວນັ້ນ​ເພາະ​ວ່າ​ເຮົາ​ຄິດ​ເຖິງ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ວ່າ​ເປັນ​ບາງ​ສິ່ງ​ທີ່​ເຮົາ​ເຮັດ ຢູ່​ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ ຫລື ຕອນ​ທີ່​ເຮົາ​ສອນ​ບົດ​ຮຽນ. ໃນ​ສະ​ຖານ​ທີ່​ແບບ​ເປັນ​ທາງ​ການ​ເຫລົ່າ​ນັ້ນ ເຮົາ​ມັກ​ຈະ​ໃຊ້​ຖ້ອຍ​ຄຳ ແລະ ສຳ​ນວນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ເຮົາ​ບໍ່​ຄ່ອຍ​ໃຊ້ ຢູ່​ໃນ​ການ​ສົນ​ທະ​ນາ​ແບບ​ທຳ​ມະ​ດາ.

ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ສາ​ມາດ​ກາຍ​ເປັນ​ພອນປະ​ຈຳ​ຫລາຍ​ຂຶ້ນ ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ ເມື່ອ​ເຮົາ​ເຂົ້າ​ໃຈ​ເຖິງ​ຄວາມ​ລຽບ​ງ່າຍ​ຂອງ​ມັນ ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ເຊື່ອ​ຖື​ໃນ​ທຸກ​ສະ​ຖານ​ທີ່​ທຸກໆວັນ. ຕໍ່​ໄປ​ນີ້ ແມ່ນ​ສອງ​ສາມ​ວິ​ທີ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ເລີ່ມ​ຕົ້ນ.

ເຮັດ​ແບບ​ລຽບ​ງ່າຍ

ປະ​ຈັກ​ພະ​ຍານບໍ່​ຈຳ​ເປັນ​ຕ້ອງ​ເລີ່ມ​ຕົ້ນດ້ວຍ​ສຳ​ນວນນີ້, “ຂ້ອຍ​ຢາກ​ສະ​ແດງ​ປະ​ຈັກ​ພະ​ຍານ,” ແລະ ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຈົບ​ດ້ວຍຄຳ​ວ່າ, “ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.” ປະ​ຈັກ​ພະ​ຍານ ຄື​ການ​ສະ​ແດງ​ຄວາມ​ຮູ້​ສຶກ ເຖິງ​ສິ່ງ​ທີ່​ເຮົາ​ເຊື່ອ ແລະ ຮູ້​ວ່າ​ເປັນ​ຄວາມ​ຈິງ. ສະ​ນັ້ນ ເມື່ອທ່ານ​ເວົ້າ​ລົມ​ກັບເພື່ອນ​ບ້ານ​ຢູ່​ຂ້າງ​ທາງກ່ຽວ​ກັບ​ບັນ​ຫາ​ໃດ​ໜຶ່ງ​ທີ່​ນາງ​ປະ​ເຊີນ​ຢູ່ ແລະ ທ່ານ​ເວົ້າ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ,” ສາ​ມາດ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ ເທົ່າໆ​ກັບ​ຕອນ​ທ່ານ​ກ່າວ​ມັນ​ຢູ່​ທີ່​ແທ່ນ​ປາ​ໄສ ຕອນ​ຢູ່​ໂບດ. ພະ​ລັງ​ບໍ່​ໄດ້​ມາ​ຈາກ​ການ​ກ່າວ​ດ້ວຍ​ຄຳ​ສັບ​ທີ່​ຍາກໆ; ມັນ​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ເຖິງ​ຄວາມ​ຈິງ (ເບິ່ງ Doctrine and Covenants 100:7–8).

ການ​ຕື່ມ​ປະ​ຈັກ​ພະ​ຍານ​ໃສ່​ກັບການ​ສົນ​ທະ​ນາແບບ​ທຳ​ມະ​ດາ

ຖ້າ​ຫາກ​​ເຮົາ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ, ມັນ​ມີ​ໂອ​ກາດ​ຢູ່​ອ້ອມ​ຮອບເຮົາ ທີ່​ຈະ​ຕື່ມປະ​ຈັກ​ພະ​ຍານ​ຂອງ​ເຮົາ ໃສ່​ໃນ​ການ​ສົນ​ທະ​ນາ​ໃນ​ແຕ່​ລະ​ວັນ. ຍົກ​ຕົວ​ຢ່າງ:

  • ມີ​ຄົນ​ຖາມ​ທ່ານ​ກ່ຽວ​ກັບ​ທ້າຍ​ສັບ​ປະ​ດາ​ຂອງ​ທ່ານ. “ມັນດີ​ຂະ​ໜາດ,” ທ່ານ​ໄດ້ຕອບ. “ຂ້ອຍ​ດີ​ໃຈ​ທີ່​ໄດ້ໄປໂບດ.”

  • ມີ​ຄົນ​ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ທ່ານ ຫລັງ​ຈາກທີ່​ເຂົາ​ເ​ຈົ້າ​ໄດ້​ຍິນ​ກ່ຽວ​ກັບ​​ບັນ​ຫາທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່: “ຂ້ອຍ​ເສຍ​ໃຈ​ນຳ​ເດີ້.” ທ່ານ​ຕອບ​ວ່າ: “ຂອບ​ໃຈ​ທີ່​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ຂ້ອຍ. ຂ້ອຍ​ຮູ້​ວ່າ​ພຣະ​ເຈົ້າ​​ຊິຊ່ວຍ​ເຫລືອ​ໃຫ້​ຂ້ອຍ​ຜ່ານ​ຜ່າ​ມັນ​ໄປ​ໄດ້. ພຣະ​ອົງເຄີຍ​ຊ່ວຍຂ້ອຍ​ມາ​ກ່ອນແລ້ວ.”

  • ມີ​ບາງ​ຄົນ​ເອີ່ຍ​ປາກ​ເວົ້າ​ວ່າ: “ຂ້ອຍ​ຫວັງ​ວ່າ ອາ​ກາດບໍ່​ດີນີ້​ຊິ​ຜ່ານ​ໄປໃນ​ໄວໆ​ນີ້,” ຫລື “ລົດ​ເມ​ຈັ່ງ​ແມ່ນມາ​ຊ້າ​ແທ້ໆ,” ຫລື “ຫົນ​ທາງ​ຈັ່ງ​ແມ່ນ​ຫຍຸ້ງ​ນໍ.” ທ່ານ​ອາດ​ເວົ້າ​ວ່າ: “ຂ້ອຍ​ແນ່​ໃຈ​ວ່າ​ພຣະ​ເຈົ້າ​ຊິ​ຊ່ວຍ​ໃຫ້ທຸກ​ສິ່ງ​ທຸກ​ຢ່າງ​ດີ​ຂຶ້ນ.”

ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ

ສ່ວນ​ຫລາຍ​ແລ້ວ​ເຮົາ​ມັກ​ຈະ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​​ບັນ​ຫາຂອງ​ເຮົາ. ເມື່ອ​ມີ​ຄົນ​ບອກ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຢູ່, ທ່ານສາ​ມາດ​ເລົ່າ​ຕອນ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ທ່ານ ເວ​ລາ​ທ່ານ​ປະ​ເຊີນ​ກັບ​ບັນ​ຫາ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ວ່າ ທ່ານ​ຮູ້​ວ່າ​ພຣະ​ອົງ​ສາ​ມາດ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ເໝືອນ​ກັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເວ​ລາ​ເຮົາ​ປະ​ເຊີນ​ກັບ​ບັນ​ຫາ ເພື່ອ “ພວກ​ເຈົ້າຈະ​ໄດ້​ຢືນ​ເປັນ​ພະຍານ​ໃຫ້​ເຮົາ​ໃນ​ພາຍ​ໜ້າ, ແລະ ເພື່ອ​ພວກ​ເຈົ້າຈະ​ຮູ້ຈັກ​ຢ່າງ​ແນ່ນອນ​ວ່າ ເຮົາ​ຄື​ພຣະຜູ້​ເປັນ​ເຈົ້າ ອົງເປັນພຣະ​ເຈົ້າ, ໄດ້​ມາ​ຢ້ຽມຢາມ​ຜູ້ຄົນ​ຂອງ​ເຮົາ​ໃນ​ຄວາມທຸກ​ທໍລະມານ​ຂອງ​ພວ​ກ​ເຂົາ” (ໂມ​ໄຊ​ຢາ 24:14). ເຮົາ​ສາ​ມາດ​ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ເມື່ອ​ເຮົາ​ເປັນ​ພະ​ຍານ​ເຖິງວິ​ທີ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ເຫລືອເຮົາ​ແກ້​ໄຂ​ບັນ​ຫາ.

ຕຽມ​ພ້ອມ​ຢູ່ສະ​ເໝີ

ສຳ​ລັບ​ເຮົາ​ບາງ​ຄົນ, ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຢ່າງບໍ່​ໄດ້​ຕຽມ​ຕົວ​ລ່ວງ​ໜ້າ ອາດ​ເປັນ​ຕາ​ຢ້ານ. ມັນ​ມີ​ຫລາຍວິ​ທີ​ທີ່​ເຮົາ​ສາ​ມາດ​ຕຽມ​ຕົວລ່ວງໜ້າ ແລະ “​ຕຽມພ້ອມ​ຢູ່​ສະ​ເໝີ ເພື່ອຈະ​ສາ​ມາດ​ຕອບ​ແກ້​ຕົວ​ໄດ້ ຕໍ່​ທຸກ​ຄົນ​ທີ່​ຖາມ [ເຮົາ] ວ່າ [ເຮົາ] ​ມີ​ເຫດ​ຜົນ​ປະ​ການ​ໃດ ຈຶ່ງ​ມີ​ຄວາມ​ຫວັງຢ່າງນີ້” (1 ເປໂຕ 3:15).

ຢ່າງ​ທີ​ໜຶ່ງ, ການຕຽມ​ພ້ອມ​ຢູ່​ສະ​ເໝີ​ສາ​ມາດ​ໝາຍ​ເຖິງ ການ​ເບິ່ງວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ. ເຮົາ​ໄດ້​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົ້າ​ມາ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ບໍ ໃນ​ແຕ່​ລະ​ວັນ ຜ່ານ​ທາງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ? ເຮົາ​ໃຫ້​ໂອ​ກາດ​ແກ່​ພຣະ​ວິນ​ຍານ​ເພື່ອ​ກ່າວ​ກັບ​ເຮົາ ແລະ ເອົາ​ຂໍ້​ຄວາມ​ໃສ່​ໄວ້​ໃນ​ປາກ​ຂອງ​ເຮົາ​ບໍ ຜ່ານ​ທາງ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ໄຮ​ຣຳ ສະ​ມິດ ​ວ່າ ບໍ່​ໃຫ້​ເພິ່ນ​ປະ​ກາດພຣະ​ຄຳ​ຂອງ​ພຣະ​ອົງ, ແຕ່​ທຳ​ອິດ​ໃຫ້​ສະ​ແຫວງ​ທີ່​ຈະ​ໄດ້​ຮັບ​ພຣະຄຳ​ຂອງ​ພຣະ​ອົງ​ກ່ອນ ແລ້ວ​ລີ້ນ​ຂອງ​ເພິ່ນ​ຈະ​ມາຍ​ອອ​ກ (ເບິ່ງ Doctrine and Covenants 11:21).

ຢ່າງ​ທີສອງ, ການຕຽມ​ພ້ອມ​ຢູ່​ສະ​ເໝີ​ສາ​ມາດ​ໝາຍ​ເຖິງ​ການ​ເບິ່ງ​ຂ້າງ​ໜ້າ ແລະ ການພິ​ຈາ​ລະ​ນາໂອ​ກາດ​ທີ່​ທ່ານ​ອາດ​ມີ​ໃນ​ມື້ນັ້ນ ຫລື ໃນ​ອາ​ທິດນັ້ນ ເພື່ອ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ທ່ານ​ສາ​ມາດ​ກະ​ກຽມ​ສຳ​ລັບ​ໂອ​ກາດ ໂດຍ​ການ​ຄິດ​ກ່ຽວ​ກັບຊ່ອງ​ທາງ​ທີ່​ໂອ​ກາດ​ເຫລົ່າ​ນັ້ນ ຈະໃຫ້​ທ່ານໄດ້​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ເຊື່ອ​ຖື.

ເຈາະ​ຈົງ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ

ປະ​ທານ​ບາ​ເລີດ ໄດ້​ສອນ​ວ່າ, “ເຖິງ​ແມ່ນ​ເຮົາ​ສາ​ມາດ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ຫລາຍ​ສິ່ງ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ຄວາມ​ຈິງ​ຂັ້ນ​ພື້ນ​ຖານແມ່ນ​ວ່າ ເຮົາ​ຕ້ອງສິດ​ສອນ ແລະ ແບ່ງ​ປັນ​ໃຫ້​ກັນ​ເປັນ​ປະ​ຈຳ.” ດັ່ງ​ທີ່​ເພິ່ນ​ໄດ້​ໃຫ້​ຕົວ​ຢ່າງ​ໄວ້​ວ່າ: “ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ແຜນ​ແຫ່ງ​ຄວາມ​ລອດ​ແມ່ນ​ເຈາະ​ຈົງ​ໃສ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໂຈເຊັບ ສະມິດ ໄດ້​ຟື້ນ​ຟູ​​ຄວາມ​ສົມ​ບູນ​ຂອງພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ຖານວ່າ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເປັນ​ຄວາມ​ຈິງ.” ເມື່ອ​ເຮົາ​ປະ​ກາດ​ຄວາມ​ຈິງທີ່​ຈິງ​ໃຈ​ເຫລົ່າ​ນັ້ນ, ເຮົາ​ໄດ້​ເຊື້ອ​ເຊີນ​ພຣະ​ວິນ​ຍານ ໃຫ້​ເປັນ​ພະ​ຍານວ່າ ​ສິ່ງ​ທີ່​ເຮົາ​ກ່າວ​ໄປ​ນັ້ນ​ເປັນ​ຄວາມ​ຈິງ. ປະ​ທານ​ບາ​ເລີດ ໄດ້​ເນັ້ນວ່າ “ພຣະ​ວິນ​ຍານບໍ່​ສາ​ມາດ​ຖືກ​ກີດ​ກັນ ເມື່ອ​ປະ​ຈັກ​ພະ​ຍານ​ທີ່​ແທ້​ຈິງ​ເຖິງ​ພຣະ​ຄຣິດ ຖືກ​ກ່າວ​ອອກ​ມາ.”2

ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ໂດຍ​ທີ່​ອິດ​ເມື່ອຍ​ຈາກ​ການ​ເດີນ​ທາງ​ຜ່ານ​ຊາ​ມາ​ເຣຍ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຢຸດ​ພັກ​ຢູ່​ທີ່​ນ້ຳ​ສ້າງ ແລະ ໄດ້​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ທີ່ນັ້ນ. ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ສົນ​ທະ​ນາກ່ຽວ​ກັບ​ການ​ດື່ມ​ນ້ຳ​ຈາກ​ສ້າງ. ໂດຍ​ທີ່​ໃຊ້​ວຽກ​ງານ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ເຮັດ​ທຸກວັນເປັນ​ສິ່ງ​ປຽບ​ທຽບ ພຣະເຢ​ຊູ​ຈຶ່ງ​ມີ​ໂອ​ກາດເປັນ​ພະ​ຍານ​ເຖິງ​ນ້ຳ​ທີ່​ປະ​ກອບ​ດ້ວຍຊີ​ວິດ ຊຶ່ງ​ມີ​ໃຫ້​ສຳ​ລັບຜູ້​ທີ່​ເຊື່ອ​ໃນ​ພຣະ​ອົງ (ເບິ່ງ ໂຢຮັນ 4:13–15, 25–26).

ປະ​ຈັກ​ພະ​ຍານ​ທີ່​ລຽບ​ງ່າຍ​ສາ​ມາດ​ປ່ຽນ​ແປງ​ຊີ​ວິດ​ໄດ້

ປະທານ​ຣະໂຊ ເອັມ ແນວສັນ ຊຶ່ງ​ຕອນນັ້ນ​ໃນ​ຖາ​ນະ ດຣ ແນວສັນ ໄດ້​ບອກ​ນາງ​ພະ​ຍາ​ບານ​ຄົນໜຶ່ງ ຜູ້​ໄດ້​ຖາມຄຳ​ຖາມ​ຂໍ້​ໜຶ່ງ ຫລັງ​ຈາກ​ການ​ຜ່າ​ຕັດ​ທີ່​ຫຍຸ້ງ​ຍາກ. “ເປັນ​ຫຍັງ​ທ່ານ​ຈຶ່ງບໍ່​ຄືກັບ​ໝໍ​ຜ່າຕັດ​ຄົນ​ອື່ນໆ?” ໝໍ​ຜ່າ​ຕັດ​ບາງ​ຄົນ​ທີ່​ນາງ​ເຄີຍ​ຮູ້​ຈັກ ເປັນ​ຄົນ​ໃຈ​ຮ້າຍ​ໄວ ແລະ ເວົ້າ​ຈາ​ຫຍາບ​ຄາຍ ຂະ​ນະ​ທີ່​ເຂົາ​ເຈົ້າ​ທຳ​ການ​ຜ່າ​ຕັດ​ທີ່​ມີ​ຄວາມ​ກົດ​ດັນ​ຫລາຍ.

ດຣ ແນວສັນ ສາ​ມາດ​ຕອບ​ໄດ້​ໃນ​ຫລາຍໆຮູບ​ແບບ. ແຕ່​ເພິ່ນ​ພຽງ​ແຕ່​ຕອບ​ວ່າ, “ເພາະ​ຂ້ອຍ​ຮູ້​ວ່າ ພຣະ​ຄຳ​ພີ​ມໍ​ມອນແມ່ນຈິງແທ້.”

ຄຳ​ຕອບ​ຂອງ​ເພິ່ນ ໄດ້​ກະ​ຕຸ້ນ​ນາງ​ພະ​ຍາ​ບານ ແລະ ສາ​ມີ​ຂອງ​ນາງ ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ. ຕໍ່​ມາ​ປະທານ​ແນວສັນ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ນາງ​ພະ​ຍາ​ບານ​ຄົນ​ນັ້ນ. ຫລາຍ​ທົດ​ສະ​ວັດ​ຕໍ່​ມາ, ຂະ​ນະ​ທີ່​ຄວບ​ຄຸມກອງ​ປະ​ຊຸມ​ສະ​ເຕກ​ຢູ່​ລັດ​ເທັນ​ນີ​ຊີ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ໃນ​ຖາ​ນະ​ທີ່​ຫາ​ກໍໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ, ປະທານ​ແນວສັນ ໄດ້​ພົບ​ເຫັນ​ນາງ​ພະ​ຍາ​ບານ​ຄົນ​ດຽວ​ກັນ​ນັ້ນ​ອີກ. ນາງ​ໄດ້ບອກວ່າ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ ຊຶ່ງ​ເກີດຈາກປະ​ຈັກ​ພະ​ຍານ​ທີ່​ລຽບ​ງ່າຍ ແລະ ​ຈາກອິດ​ທິ​ພົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້ຊ່ວຍ​ໃຫ້​ຜູ້​ຄົນ​ອື່ນ​ອີກ 80 ຄົນ ປ່ຽນ​ໃຈ​ເຫລື້ອມ​ໃສ.3

ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ

ຢ່າ​ຢ້ານ​ກົວ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ມັນ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ທ່ານ​ຈະ​ໃຊ້​ແນວ​ຄິດ​ເຫລົ່າ​ນີ້ ຫລື ແນວ​ຄິດ​ຂອງ​ທ່ານ​ເອງ ເພື່ອ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ໃນ​ມື້ນີ້ ໃນ​ວິ​ທີ​ໃດ?

ແຫລ່ງ​ອ້າງ​ອີງ

  1. M. Russell Ballard, “Pure Testimony,” Liahona, Nov. 2004, 40.

  2. M. Russell Ballard, “Pure Testimony,” 41.

  3. ໃນ Jason Swensen, “Be Ready to Explain Your Testimony Using the Book of Mormon, President Nelson Says,” Church News section of LDS.org, Feb. 6, 2018, news.lds.org.

ພິມ