ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນເມສາ 2019
ການເຮັດໃຫ້ການປະຕິບັດສາດສະໜາກິດ ເປັນສິ່ງທີ່ນຳຄວາມຊື່ນຊົມມາໃຫ້
ການຮັບໃຊ້ດ້ວຍຄວາມຮັກ ຈະນຳຄວາມຊື່ນຊົມມາໃຫ້ທັງຜູ້ໃຫ້ ແລະ ຜູ້ຮັບ.
ບາງເທື່ອການຊອກຫາຄວາມສຸກຂອງເຮົາໃນຊີວິດນີ້ ກໍເບິ່ງຄືກັນກັບການແລ່ນຢູ່ເທິງເຄື່ອງອອກກຳລັງກາຍ. ເຮົາແລ່ນແລ້ວແລ່ນອີກ ແຕ່ກໍຮູ້ສຶກວ່າ ຍັງບໍ່ເຖິງໃສ. ສຳລັບບາງຄົນ, ຄວາມຄິດທີ່ຈະປະຕິບັດສາດສະໜາກິດຕໍ່ຄົນອື່ນ ກໍຮູ້ສຶກວ່າມີແຕ່ສິ່ງເຮັດຕື່ມອີກ.
ແຕ່ພຣະບິດາເທິງສະຫວັນຂອງເຮົາ ປະສົງໃຫ້ເຮົາປະສົບກັບຄວາມຊື່ນຊົມ ແລະ ໄດ້ບອກເຮົາວ່າ “ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ” (2 ນີໄຟ 2:25). ແລະ ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ ການປະຕິບັດສາດສະໜາກິດຕໍ່ຄົນອື່ນ ເປັນພາກສ່ວນສຳຄັນ ໃນການນຳຄວາມຊື່ນຊົມມາໃຫ້ຊີວິດຂອງເຮົາ ແລະ ຊີວິດຂອງຄົນອື່ນ.
ຄວາມຊື່ນຊົມຄືຫຍັງ?
ຄວາມຊື່ນຊົມໄດ້ຖືກແປຄວາມໝາຍວ່າ “ເປັນຄວາມຮູ້ສຶກທີ່ຍິນດີ ແລະ ມີຄວາມສຸກຫລາຍທີ່ສຸດ.”1 ສາດສະດາຍຸກສຸດທ້າຍໄດ້ໃຫ້ຄວາມແຈ່ມແຈ້ງກ່ຽວກັບວ່າ ຄວາມຊື່ນຊົມມາຈາກໃສ ແລະ ພົບເຫັນມັນຢູ່ໃສ. “ຄວາມຊື່ນຊົມທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ,” ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວ. “… ຄວາມຊື່ນຊົມມາຈາກ [ພຣະເຢຊູຄຣິດ] ແລະ ເປັນເພາະພຣະອົງ. ພຣະອົງເປັນແຫລ່ງຂອງຄວາມຊື່ນຊົມທັງໝົດ.”2
ການປະຕິບັດສາດສະໜາກິດນຳຄວາມຊື່ນຊົມມາໃຫ້
ເມື່ອລີໄຮໄດ້ຮັບສ່ວນໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດແລ້ວ ຈິດວິນຍານຂອງເພິ່ນ “ເຕັມໄປດ້ວຍຄວາມຊື່ນຊົມຢ່າງໃຫຍ່ຫລວງ” (1 ນີໄຟ 8:12). ຄວາມປາດຖະໜາທຳອິດຂອງເພິ່ນ ແມ່ນຢາກແບ່ງປັນໝາກໄມ້ໃຫ້ຄົນທີ່ເພິ່ນຮັກ.
ຄວາມເຕັມໃຈຂອງເຮົາທີ່ຈະປະຕິບັດສາດສະໜາກິດຕໍ່ຄົນອື່ນ ສາມາດນຳຄວາມຊື່ນຊົມເຊັ່ນນີ້ມາໃຫ້ເຮົາ ແລະ ໃຫ້ເຂົາເຈົ້າໄດ້. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນສານຸສິດຂອງພຣະອົງວ່າ ຜົນທີ່ເກີດຈາກເຮົາ ເມື່ອເຮົາຕິດຕໍ່ຢູ່ກັບພຣະອົງ ຊ່ວຍນຳຄວາມຊື່ນຊົມຢ່າງເຕັມສ່ວນມາໃຫ້ເຮົາ (ເບິ່ງ ໂຢຮັນ 15:1–11). ການເຮັດວຽກງານຂອງພຣະອົງ ໂດຍການຮັບໃຊ້ ແລະ ການສະແຫວງຫາທີ່ຈະພາຄົນອື່ນມາຫາພຣະອົງ ສາມາດເປັນປະສົບການທີ່ໜ້າຊື່ນຊົມໄດ້ (ເບິ່ງ ລູກາ 15:7; ແອວມາ 29:9; Doctrine and Covenants 18:16; 50:22). ເຮົາສາມາດປະສົບກັບຄວາມຊື່ນຊົມນີ້ໄດ້ ແມ່ນແຕ່ໃນເວລາທີ່ເຮົາກຳລັງປະເຊີນກັບສິ່ງກົງກັນຂ້າມ ແລະ ຄວາມທຸກທໍລະມານຢູ່ (ເບິ່ງ 2 ໂກຣິນໂທ 7:4; ໂກໂລຊາຍ 1:11).
ພຣະຜູ້ຊ່ວຍໃຫ້ລອດ ໄດ້ສະແດງໃຫ້ເຮົາເຫັນຕົວຢ່າງທີ່ດີພ້ອມວ່າ ແຫລ່ງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງຄວາມຊື່ນຊົມທີ່ແທ້ຈິງໃນຊີວິດຊ່ວງມະຕະ ແມ່ນພົບເຫັນຜ່ານທາງການຮັບໃຊ້. ເມື່ອເຮົາປະຕິບັດສາດສະໜາກິດຕໍ່ອ້າຍເອື້ອຍນ້ອງຂອງເຮົາ ດັ່ງພຣະຜູ້ຊ່ວຍໃຫ້ລອດ, ດ້ວຍຄວາມໃຈບຸນ ແລະ ດ້ວຍຄວາມຮັກຢູ່ໃນໃຈເຮົາ, ແລ້ວເຮົາຈະສາມາດປະສົບກັບຄວາມຊື່ນຊົມທີ່ເກີນກວ່າພຽງແຕ່ມີຄວາມສຸກເທົ່ານັ້ນ.
“ເມື່ອເຮົາຮັບເອົາ [ການປະຕິບັດສາດສະໜາກິດ] ດ້ວຍຄວາມເຕັມໃຈ, ແລ້ວເຮົາຈະ … ກາຍເປັນຄົນຂອງຊີໂອນຫລາຍຂຶ້ນ ແລະ ຈະຮູ້ສຶກຊື່ນຊົມຫລາຍກວ່າເກົ່າກັບຄົນທີ່ເຮົາໄດ້ຊ່ວຍເຫລືອຢູ່ໃນເສັ້ນທາງແຫ່ງການເປັນສານຸສິດ,” ຊິດສະເຕີ ຈີນ ບີ ບິງກຳ, ປະທານສະມາຄົມສະຕີສົງເຄາະສາມັນໄດ້ສອນ.3
ເຮົາຈະສາມາດເຮັດໃຫ້ການປະຕິບັດສາດສະໜາກິດ ເປັນສິ່ງທີ່ໜ້າຊື່ນຊົມຫລາຍກວ່າເກົ່າໄດ້ແນວໃດ?
ມັນມີຫລາຍວິທີທາງທີ່ຈະນຳຄວາມຊື່ນຊົມຫລາຍກວ່າເກົ່າເຂົ້າມາສູ່ການປະຕິບັດສາດສະໜາກິດຂອງເຮົາ. ຕໍ່ໄປນີ້ແມ່ນສາມສີ່ແນວຄິດ:
-
ເຂົ້າໃຈຈຸດປະສົງຂອງທ່ານໃນການປະຕິບັດສາດສະໜາກິດ. ມັນມີຫລາຍເຫດຜົນທີ່ຈະປະຕິບັດສາດສະໜາກິດ. ໃນທີ່ສຸດ, ຄວາມພະຍາຍາມຂອງເຮົາຄວນສອດຄ່ອງກັບຈຸດປະສົງຂອງພຣະເຈົ້າ ເພື່ອເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ (ເບິ່ງ Moses 1:39). ເມື່ອເຮົາຮັບເອົາຄຳເຊື້ອເຊີນຂອງປະທານຣະໂຊ ເອັມ ແນວສັນ ເພື່ອຊ່ວຍຄົນອື່ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ແລ້ວເຮົາຈະສາມາດພົບຄວາມຊື່ນຊົມໃນການມີສ່ວນຮ່ວມ ໃນວຽກງານຂອງພຣະເຈົ້າ.4 (ຖ້າຢາກຮູ້ຕື່ມອີກກ່ຽວກັບຈຸດປະສົງຂອງການປະຕິບັດສາດສະໜາກິດ, ໃຫ້ເບິ່ງ “ຫລັກທຳຂອງການປະຕິບັດສາດສະໜາກິດ: ຈຸດປະສົງທີ່ຈະປ່ຽນແປງການປະຕິບັດສາດສະໜາກິດຂອງເຮົາ,” ໃນ Liahona ເດືອນມັງກອນ 2018.)
-
ເຮັດໃຫ້ການປະຕິບັດສາດສະໜາກິດ ກ່ຽວກັບຜູ້ຄົນ ແລະ ບໍ່ແມ່ນວຽກງານ. ປະທານທອມມັສ ແອັສ ມອນສັນ ໄດ້ເຕືອນເຮົາເລື້ອຍໆວ່າ: “ຢ່າປ່ອຍໃຫ້ບັນຫາທີ່ຈະຕ້ອງແກ້ໄຂ ມີຄວາມສຳຄັນຫລາຍກວ່າຄົນທີ່ຈະຕ້ອງຮັກ.”5 ການປະຕິບັດສາດສະໜາກິດແມ່ນກ່ຽວກັບການຮັກແພງຜູ້ຄົນ, ບໍ່ແມ່ນກ່ຽວກັບສິ່ງທີ່ຈະເຮັດ. ເມື່ອເຮົາຈະເລີນພໍທີ່ຈະຮັກ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຮັກ, ແລ້ວເຮົາຈະເປີດໃຈຮັບຄວາມຊື່ນຊົມ ທີ່ມາຈາກການຮັບໃຊ້ຄົນອື່ນຫລາຍຂຶ້ນ.
-
ເຮັດໃຫ້ການປະຕິບັດສາດສະໜາກິດລຽບງ່າຍ. ປະທານເອັມ ຣະໂຊ ບາເລີດ, ປະທານກຸ່ມອັກຄະສາວົກສິບສອງແທນຊົ່ວຄາວ, ບອກເຮົາວ່າ: “ສິ່ງຍິ່ງໃຫຍ່ເກີດຂຶ້ນຈາກສິ່ງລຽບງ່າຍ ແລະ ສິ່ງເລັກນ້ອຍ. … ການກະທຳດ້ວຍຄວາມຫວັງດີ ແລະ ການຮັບໃຊ້ຂອງເຮົາ ທີ່ເລັກນ້ອຍ ແລະ ລຽບງ່າຍ ຈະເພີ່ມທະວີຂຶ້ນໄປສູ່ຊີວິດທີ່ເຕັມໄປດ້ວຍຄວາມຮັກຕໍ່ພຣະບິດາເທິງສະຫວັນ, ໄປສູ່ການອຸທິດຕົນຕໍ່ວຽກງານຂອງອົງພຣະເຢຊູຄຣິດເຈົ້າ, ແລະ ໄປສູ່ຄວາມຮູ້ສຶກທີ່ສະຫງົບ ແລະ ຊື່ນຊົມ ທຸກເທື່ອທີ່ເຮົາເອື້ອມອອກໄປຫາກັນແລະກັນ.”6
-
ເອົາຄວາມກົດດັນອອກໄປຈາກການປະຕິບັດສາດສະໜາກິດ. ມັນບໍ່ແມ່ນໜ້າທີ່ຮັບຜິດຊອບຂອງທ່ານ ທີ່ຈະແກ້ໄຂຄວາມລອດຂອງຄົນອື່ນ. ມັນແມ່ນລະຫວ່າງບຸກຄົນນັ້ນກັບພຣະຜູ້ເປັນເຈົ້າ. ໜ້າທີ່ຮັບຜິດຊອບຂອງເຮົາ ຄືທີ່ຈະຮັກ ແລະ ຊ່ວຍເຫລືອເຂົາເຈົ້າ ໃຫ້ຫັນໄປຫາພຣະເຢຊູຄຣິດ, ຜູ້ຊຶ່ງເປັນພຣະຜູ້ຊ່ວຍໃຫ້ລອດຂອງເຂົາເຈົ້າ.
ຢ່າເລື່ອນເວລາແຫ່ງຄວາມຊື່ນຊົມຂອງການຮັບໃຊ້
ບາງເທື່ອຜູ້ຄົນບໍ່ກ້າຂໍຄວາມຊ່ວຍເຫລືອ, ສະນັ້ນ ການສະເໜີການຮັບໃຊ້ຂອງເຮົາ ອາດເປັນສິ່ງທີ່ເຂົາເຈົ້າຕ້ອງການ. ແຕ່ການຂົ່ມໃຫ້ຄົນອື່ນເຮັດຕາມເຮົາ ກໍບໍ່ແມ່ນຄຳຕອບຄືກັນ. ການຂໍອະນຸຍາດກ່ອນການປະຕິບັດສາດສະໜາກິດ ເປັນແນວຄິດທີ່ດີ.
ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ບອກກ່ຽວກັບແມ່ຄົນໜຶ່ງ ຜູ້ລ້ຽງລູກດ້ວຍຕົວຄົນດຽວ ທີ່ເປັນໝາກສຸກໝາກໃສ—ແລະ ແລ້ວລູກໆຂອງນາງກໍເປັນຄືກັນ. ເຮືອນທີ່ເຄີຍສະອາດຮຽບຮ້ອຍ ກໍກັບກາຍຮົກເຮື້ອ. ຖ້ວຍຊາມ ແລະ ເຄື່ອງນຸ່ງກໍກອງກັນຂຶ້ນ.
ໃນເວລາທີ່ນາງກຳລັງຮູ້ສຶກທໍ້ຖອຍໃຈຢູ່ນັ້ນ, ເອື້ອຍນ້ອງສະມາຄົມສະຕີສົງເຄາະໄດ້ມາເຄາະປະຕູບ້ານ. ເຂົາເຈົ້າບໍ່ໄດ້ເວົ້າວ່າ, “ບອກໃຫ້ພວກເຮົາຮູ້ເດີ້ ຖ້າມີສິ່ງໃດທີ່ຢາກໃຫ້ພວກເຮົາຊ່ວຍເຫລືອ.” ເມື່ອເຂົາເຈົ້າເຫັນສະພາບການ, ເຂົາເຈົ້າກໍໄດ້ລົງມືຊ່ວຍເຫລືອທັນທີ.
“ເຂົາເຈົ້າໄດ້ທຳຄວາມສະອາດ, ນຳຄວາມສະຫວ່າງມາສູ່ບ້ານເຮືອນ, ແລະ ໄດ້ໂທຫາບາງຄົນໃຫ້ເອົາອາຫານມາສົ່ງ. ເມື່ອເຂົາເຈົ້າເຮັດສິ່ງເຫລົ່ານັ້ນຮຽບຮ້ອຍແລ້ວ ແລະ ສັ່ງລາກັບບ້ານ, ເຂົາເຈົ້າໄດ້ເຮັດໃຫ້ແມ່ຄົນນັ້ນອົດນ້ຳຕາໄຫລບໍ່ໄດ້—ມັນເປັນນ້ຳຕາທີ່ເຕັມໄປດ້ວຍຄວາມກະຕັນຍູ ແລະ ຄວາມຮັກ.”7
ທັງຜູ້ໃຫ້ ແລະ ຜູ້ຮັບ ໄດ້ຮູ້ສຶກອົບອຸ່ນດ້ວຍຄວາມຊື່ນຊົມ.
ພັດທະນາຄວາມຊື່ນຊົມໃນຊີວິດຂອງທ່ານ
ຖ້າເຮົາສາມາດພັດທະນາຄວາມຊື່ນຊົມ, ຄວາມສະຫງົບ, ແລະ ຄວາມເພິ່ງພໍໃຈຫລາຍຂຶ້ນເທົ່າໃດ ໃນຊີວິດຂອງເຮົາ, ແລ້ວເຮົາຈະສາມາດແບ່ງປັນໃຫ້ກັບຄົນອື່ນຫລາຍຂຶ້ນເທົ່ານັ້ນ ຂະນະທີ່ເຮົາປະຕິບັດສາດສະໜາກິດ. ຄວາມຊື່ນຊົມມີມາຜ່ານທາງພຣະວິນຍານບໍລິສຸດ (ເບິ່ງ ຄາລາເຕຍ 5:22 ແລະ Doctrine and Covenants 11:13). ມັນແມ່ນບາງສິ່ງທີ່ເຮົາສາມາດອະທິຖານທູນຂໍ (ເບິ່ງ Doctrine and Covenants 136:29) ແລະ ເຊື້ອເຊີນໃຫ້ມາສູ່ຊີວິດຂອງເຮົາໄດ້. ຕໍ່ໄປນີ້ແມ່ນສາມສີ່ແນວຄິດ ສຳລັບການພັດທະນາຄວາມຊື່ນຊົມໃນຊີວິດຂອງເຮົາເອງ:
-
ນັບພຣະພອນຂອງທ່ານ. ເມື່ອທ່ານສຳຫລວດເບິ່ງຊີວິດຂອງທ່ານເອງ, ໃຫ້ຂຽນສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ທ່ານ ໄວ້ໃນປຶ້ມບັນທຶກສ່ວນຕົວຂອງທ່ານ.8 ສັງເກດເບິ່ງສິ່ງທີ່ດີ ທີ່ຢູ່ອ້ອມຮອບທ່ານ.9 ເບິ່ງວ່າສິ່ງໃດທີ່ກີດກັນທ່ານຈາກຄວາມຮູ້ສຶກຊື່ນຊົມ ແລະ ໃຫ້ຂຽນວິທີທີ່ຈະແກ້ບັນຫາ ຫລື ເຂົ້າໃຈມັນຫລາຍຂຶ້ນໄວ້. ໃນຊ່ວງເທດສະການບຸນອິດສະເຕີນີ້, ໃຫ້ໃຊ້ເວລາຊອກຫາການຕິດຕໍ່ທີ່ດີກວ່າເກົ່າກັບພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ Doctrine and Covenants 101:36).
-
ເຝິກຝົນຄວາມຕັ້ງໃຈ. ຄວາມຊື່ນຊົມສາມາດມາສູ່ທ່ານໄດ້ງ່າຍຂຶ້ນ ໃນເວລາງຽບໆຂອງການນັ່ງສະມາທິ.10 ຄິດຄັກໆວ່າ ແມ່ນສິ່ງໃດທີ່ນຳຄວາມຊື່ນຊົມມາໃຫ້ທ່ານ (ເບິ່ງ 1 ຂ່າວຄາວ 16:15). ເວລາທີ່ຫ່າງໄກຈາກສື່ສານມວນຊົນ ບາງເທື່ອກໍຈຳເປັນຕໍ່ການເຝິກຝົນຄວາມຕັ້ງໃຈ.11
-
ຫລີກເວັ້ນຈາກການປຽບທຽບຕົວເອງ. ມີຄຳກ່າວໄວ້ວ່າ ການປຽບທຽບ ຄືຂະໂມຍຂອງຄວາມສຸກ. ໂປໂລໄດ້ເຕືອນວ່າ ຜູ້ທີ່ “ພວກເຂົາວາງຫລັກເກນຂອງຕົນຂຶ້ນເພື່ອວັດແທກຕົນເອງ, ແລະ ວັດແທກຕົນເອງຕາມຫລັກເກນທີ່ພວກເຂົາຕັ້ງຂຶ້ນນັ້ນ, ພວກເຂົາໂງ່ສ່ຳໃດນໍ” (2 ໂກຣິນໂທ 10:12).
-
ສະແຫວງຫາການເປີດເຜີຍສ່ວນຕົວ. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນວ່າ ຖ້າຫາກເຮົາຈະຖາມ, ເຮົາຈະໄດ້ຮັບການເປີດເຜີຍຕື່ມໃສ່ການເປີດເຜີຍ, ຄວາມຮູ້ຕື່ມໃສ່ຄວາມຮູ້, ເພື່ອວ່າເຮົາຈະຮູ້ຄວາມລຶກລັບ ແລະ ສິ່ງທີ່ເປັນສັນຕິສຸກ—ສິ່ງຊຶ່ງນຳຊີວິດນິລັນດອນມາໃຫ້ (ເບິ່ງ Doctrine and Covenants 42:61).
ການເຊື້ອເຊີນໃຫ້ກະທຳ
ທ່ານຈະສາມາດເພີ່ມຄວາມຊື່ນຊົມ ທີ່ທ່ານພົບເຫັນໃນຊີວິດຂອງທ່ານ ຜ່ານທາງການປະຕິບັດສາດສະໜາກິດໄດ້ແນວໃດ?
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, April 2019. Laotian. 15765 331