​2019
ການ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ສິ່ງ​ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້
ເດືອນ​ເມສາ 2019


ຮູບ​ພາບ
ministering

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ເມສາ 2019

ການ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ສິ່ງ​ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້

ການ​ຮັບ​ໃຊ້​ດ້ວຍ​ຄວາມ​ຮັກ ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ທັງ​ຜູ້​ໃຫ້ ແລະ ຜູ້​ຮັບ.

ບາງ​ເທື່ອ​ການ​ຊອກ​ຫາ​ຄວາມ​ສຸກ​ຂອງ​ເຮົາ​ໃນ​ຊີ​ວິດນີ້ ກໍ​ເບິ່ງ​ຄື​ກັນ​ກັບ​ການ​ແລ່ນ​ຢູ່​ເທິງ​ເຄື່ອງ​ອອກ​ກຳ​ລັງ​ກາຍ. ເຮົາ​ແລ່ນ​ແລ້ວ​ແລ່ນ​ອີກ ແຕ່​ກໍ​ຮູ້​ສຶກ​ວ່າ ຍັງ​ບໍ່ເຖິງ​ໃສ. ສຳ​ລັບ​ບາງ​ຄົນ, ຄວາມ​ຄິດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ກໍ​ຮູ້​ສຶກ​ວ່າ​ມີ​ແຕ່​ສິ່ງ​ເຮັດ​ຕື່ມ​ອີກ.

ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ປະ​ສົງ​ໃຫ້​ເຮົາ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ ແລະ ໄດ້​ບອກ​ເຮົາ​ວ່າ “ມະ​ນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ” (2 ນີໄຟ 2:25). ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ເປັນ​ພາກ​ສ່ວນ​ສຳ​ຄັນ ໃນ​ການ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ຊີ​ວິດ​ຂອງ​ເຮົາ ແລະ ຊີ​ວິດ​ຂອງ​ຄົນ​ອື່ນ.

ຄວາມ​ຊື່ນ​ຊົມ​ຄື​ຫຍັງ?

ຄວາມ​ຊື່ນ​ຊົມ​ໄດ້​ຖືກ​ແປ​ຄວາມ​ໝາຍ​ວ່າ “ເປັນ​ຄວາມ​ຮູ້​ສຶກ​ທີ່​ຍິນ​ດີ ແລະ ມີ​ຄວາມ​ສຸກ​ຫລາຍ​ທີ່​ສຸດ.”1 ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ວ່າ ຄວາມ​ຊື່ນ​ຊົມ​ມາ​ຈາກ​ໃສ ແລະ ພົບ​ເຫັນ​ມັນ​ຢູ່​ໃສ. “ຄວາມ​ຊື່ນ​ຊົມ​ທີ່​ເຮົາ​ຮູ້​ສຶກ ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ,” ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ. “… ຄວາມ​ຊື່ນ​ຊົມ​ມາ​ຈາກ [ພຣະ​ເຢ​ຊູ​ຄຣິດ] ແລະ ເປັນ​ເພາະ​ພຣະ​ອົງ. ພຣະ​ອົງ​ເປັນ​ແຫລ່ງ​ຂອງ​ຄວາມ​ຊື່ນ​ຊົມ​ທັງ​ໝົດ.”2

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້

ເມື່ອ​ລີ​ໄຮ​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ແລ້ວ ຈິດ​ວິນ​ຍານ​ຂອງ​ເພິ່ນ “ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ໃຫຍ່​ຫລວງ” (1 ນີ​ໄຟ 8:12). ຄວາມ​ປາດ​ຖະ​ໜາ​ທຳ​ອິດ​ຂອງ​ເພິ່ນ ແມ່ນ​ຢາກແບ່ງ​ປັນ​ໝາກ​ໄມ້​ໃຫ້​ຄົນ​ທີ່​ເພິ່ນ​ຮັກ.

ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ​ເຊັ່ນ​ນີ້​ມາ​ໃຫ້​ເຮົາ ແລະ ໃຫ້​ເຂົາ​ເຈົ້າ​ໄດ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ຜົນ​ທີ່​ເກີດ​ຈາກ​ເຮົາ ເມື່ອ​ເຮົາ​ຕິດ​ຕໍ່​ຢູ່​ກັບ​ພຣະ​ອົງ ຊ່ວຍ​ນຳ​ຄວາມ​ຊື່ນ​ຊົມ​ຢ່າງ​ເຕັມ​ສ່ວນ​ມາ​ໃຫ້​ເຮົາ (ເບິ່ງ ໂຢຮັນ 15:1–11). ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ໂດຍ​ການ​ຮັບ​ໃຊ້ ແລະ ການ​ສະ​ແຫວງ​ຫາ​ທີ່​ຈະ​ພາ​ຄົນ​ອື່ນ​ມາ​ຫາ​ພຣະ​ອົງ ສາ​ມາດ​ເປັນ​ປະ​ສົບ​ການ​ທີ່​ໜ້າ​ຊື່ນ​ຊົມ​ໄດ້ (ເບິ່ງ ລູກາ 15:7; ແອວມາ 29:9; Doctrine and Covenants 18:16; 50:22). ເຮົາ​ສາ​ມາດ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ນີ້​ໄດ້ ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ເຮົາກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຢູ່ (ເບິ່ງ 2 ໂກ​ຣິນ​ໂທ 7:4; ໂກ​ໂລ​ຊາຍ 1:11).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ວ່າ ແຫລ່ງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ໃນ​ຊີ​ວິດ​ຊ່ວງ​ມະ​ຕະ ແມ່ນ​ພົບ​ເຫັນ​ຜ່ານ​ທາງ​ການ​ຮັບ​ໃຊ້. ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດ້ວຍ​ຄວາມ​ໃຈ​ບຸນ ແລະ ​ດ້ວຍຄວາມ​ຮັກ​ຢູ່​ໃນ​ໃຈ​ເຮົາ, ແລ້ວ​ເຮົາ​ຈະ​ສາ​ມາດ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ເກີນ​ກວ່າ​ພຽງ​ແຕ່​ມີ​ຄວາມ​ສຸກ​ເທົ່າ​ນັ້ນ.

“ເມື່ອ​ເຮົາ​ຮັບ​ເອົາ [ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ] ດ້ວຍ​ຄວາມ​ເຕັມ​ໃຈ, ແລ້ວ​ເຮົາ​ຈະ … ກາຍ​ເປັນ​ຄົນ​ຂອງ​ຊີ​ໂອນ​ຫລາຍ​ຂຶ້ນ ແລະ ຈະ​ຮູ້​ສຶກ​ຊື່ນ​ຊົມ​ຫລາຍ​ກວ່າ​ເກົ່າ​ກັບ​ຄົນ​ທີ່​ເຮົາ​ໄດ້​ຊ່ວຍ​ເຫລືອ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ,” ຊິດ​ສະ​ເຕີ ຈີນ ບີ ບິງກຳ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ​ໄດ້​ສອນ.3

ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ສິ່ງ​ທີ່​ໜ້າ​ຊື່ນ​ຊົມ​ຫລາຍ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ນຳ​ຄວາມ​ຊື່ນ​ຊົມ​ຫລາຍກວ່າ​ເກົ່າ​ເຂົ້າ​ມາ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ. ຕໍ່​ໄປ​ນີ້​ແມ່ນ​ສາມ​ສີ່​ແນວ​ຄິດ:

  1. ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ທ່ານ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ມັນ​ມີ​ຫລາຍ​ເຫດ​ຜົນ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ໃນ​ທີ່​ສຸດ, ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ຄວນ​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ ເພື່ອ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ (ເບິ່ງ Moses 1:39). ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເພື່ອ​ຊ່ວຍ​ຄົນ​ອື່ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລ້ວ​ເຮົາ​ຈະ​ສາ​ມາດ​ພົບ​ຄວາມ​ຊື່ນ​ຊົມ​ໃນ​ການ​ມີ​ສ່ວນ​ຮ່ວມ ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ.4 (ຖ້າ​ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ໃຫ້​ເບິ່ງ “ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ: ຈຸດ​ປະ​ສົງ​ທີ່​ຈະ​ປ່ຽນ​ແປງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ,” ໃນ Liahona ເດືອນ​ມັງ​ກອນ 2018.)

  2. ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ກ່ຽວ​ກັບ​ຜູ້​ຄົນ ແລະ ບໍ່​ແມ່ນວຽກ​ງານ. ປະ​ທານ​ທອມມັສ ແອັສ ມອນສັນ ໄດ້​ເຕືອນ​ເຮົາ​ເລື້ອຍໆ​ວ່າ: “ຢ່າ​ປ່ອຍ​ໃຫ້​ບັນ​ຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ຄົນ​ທີ່​ຈະ​ຕ້ອງ​ຮັກ.”5 ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແມ່ນ​ກ່ຽວ​ກັບ​ການ​ຮັກ​ແພງ​ຜູ້​ຄົນ, ບໍ່​ແມ່ນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເຮັດ. ເມື່ອ​ເຮົາ​ຈະ​ເລີນ​ພໍ​ທີ່​ຈະ​ຮັກ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັກ, ແລ້ວ​ເຮົາ​ຈະ​ເປີດ​ໃຈ​ຮັບ​ຄວາມ​ຊື່ນ​ຊົມ ທີ່​ມາ​ຈາກ​ການ​ຮັບ​ໃຊ້​ຄົນ​ອື່ນ​ຫລາຍ​ຂຶ້ນ.

  3. ເຮັດ​ໃຫ້​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ລຽບ​ງ່າຍ. ປະ​ທານ​ເອັມ ຣະໂຊ ບາເລີດ, ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ, ບອກ​ເຮົາ​ວ່າ: “ສິ່ງ​ຍິ່ງ​ໃຫຍ່​ເກີດ​ຂຶ້ນ​ຈາກ​ສິ່ງ​ລຽບ​ງ່າຍ ແລະ ສິ່ງ​ເລັກ​ນ້ອຍ. … ການ​ກະ​ທຳ​ດ້ວຍ​ຄວາມ​ຫວັງ​ດີ ແລະ ການ​ຮັບ​ໃຊ້​ຂອງ​ເຮົາ ທີ່​ເລັກ​ນ້ອຍ ແລະ ລຽບ​ງ່າຍ ຈະ​ເພີ່ມ​ທະ​ວີ​ຂຶ້ນ​ໄປ​ສູ່​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ໄປ​ສູ່​ການ​ອຸ​ທິດ​ຕົນ​ຕໍ່​ວຽກ​ງານ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແລະ ໄປ​ສູ່​ຄວາມ​ຮູ້​ສຶກ​ທີ່​ສະ​ຫງົບ ແລະ ຊື່ນ​ຊົມ ທຸກ​ເທື່ອ​ທີ່​ເຮົາ​ເອື້ອມ​ອອກ​ໄປ​ຫາ​ກັນ​ແລະ​ກັນ.”6

  4. ເອົາ​ຄວາມ​ກົດ​ດັນ​ອອກ​ໄປ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ມັນ​ບໍ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ ທີ່​ຈະ​ແກ້​ໄຂ​ຄວາມ​ລອດ​ຂອງ​ຄົນ​ອື່ນ. ມັນ​ແມ່ນ​ລະ​ຫວ່າງ​ບຸກ​ຄົນ​ນັ້ນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ ຄື​ທີ່​ຈະ​ຮັກ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ ໃຫ້​ຫັນ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຂົາ​ເຈົ້າ.

ຢ່າ​ເລື່ອນ​ເວ​ລາ​ແຫ່ງ​ຄວາມ​ຊື່ນ​ຊົມ​ຂອງ​ການ​ຮັບ​ໃຊ້

ບາງ​ເທື່ອ​ຜູ້​ຄົນ​ບໍ່​ກ້າ​ຂໍ​ຄວາມ​ຊ່ວຍ​ເຫລືອ, ສະ​ນັ້ນ ການ​ສະ​ເໜີ​ການ​ຮັບ​ໃຊ້​ຂອງ​ເຮົາ ອາດ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ. ແຕ່​ການ​ຂົ່ມ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ເຮົາ ກໍ​ບໍ່ແມ່ນ​ຄຳ​ຕອບ​ຄື​ກັນ. ການ​ຂໍ​ອະ​ນຸ​ຍາດ​ກ່ອນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເປັນ​ແນວ​ຄິດ​ທີ່​ດີ.

ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ບອກ​ກ່ຽວ​ກັບ​ແມ່ຄົນ​ໜຶ່ງ ຜູ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ ທີ່​ເປັນ​ໝາກ​ສຸກໝາກ​ໃສ—ແລະ ​ແລ້ວລູກໆ​ຂອງ​ນາງ​ກໍເປັນ​ຄື​ກັນ. ເຮືອນ​ທີ່​ເຄີຍ​ສະ​ອາດ​ຮຽບ​ຮ້ອຍ ກໍ​ກັບ​ກາຍ​ຮົກ​ເຮື້ອ. ຖ້ວຍ​ຊາມ ແລະ ເຄື່ອງ​ນຸ່ງ​ກໍ​ກອງ​ກັນ​ຂຶ້ນ.

ໃນ​ເວ​ລາ​ທີ່​ນາງ​ກຳ​ລັງ​ຮູ້​ສຶກ​ທໍ້​ຖອຍ​ໃຈ​ຢູ່​ນັ້ນ, ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໄດ້​ມາ​ເຄາະ​ປະ​ຕູ​ບ້ານ. ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ, “ບອກ​ໃຫ້​ພວກ​ເຮົາ​ຮູ້​ເດີ້ ຖ້າ​ມີ​ສິ່ງ​ໃດ​ທີ່​ຢາກ​ໃຫ້​ພວກ​ເຮົາ​ຊ່ວຍ​ເຫລືອ.” ເມື່ອ​ເຂົາ​ເຈົ້າ​ເຫັນ​ສະ​ພາບ​ການ, ເຂົາ​ເຈົ້າ​ກໍ​ໄດ້​ລົງ​ມື​ຊ່ວຍ​ເຫລືອ​ທັນ​ທີ.

“ເຂົາ​ເຈົ້າ​ໄດ້​ທຳ​ຄວາມ​ສະ​ອາດ, ນຳ​ຄວາມ​ສະ​ຫວ່າງ​ມາ​ສູ່​ບ້ານ​ເຮືອນ, ແລະ ໄດ້​ໂທ​ຫາ​ບາງ​ຄົນ​ໃຫ້​ເອົາ​ອາ​ຫານ​ມາ​ສົ່ງ. ເມື່ອ​ເຂົາ​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ຮຽບ​ຮ້ອຍ​ແລ້ວ ແລະ ສັ່ງ​ລາ​ກັບ​ບ້ານ, ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຄົນ​ນັ້ນ​ອົດ​ນ້ຳ​ຕາ​ໄຫລ​ບໍ່​ໄດ້—ມັນ​ເປັນ​ນ້ຳ​ຕາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຮັກ.”7

ທັງ​ຜູ້​ໃຫ້ ແລະ ຜູ້​ຮັບ ໄດ້​ຮູ້​ສຶກ​ອົບ​ອຸ່ນ​ດ້ວຍ​ຄວາມ​ຊື່ນ​ຊົມ.

ພັດ​ທະ​ນາ​ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ຂອງ​ທ່ານ

ຖ້າ​ເຮົາ​ສາ​ມາດ​ພັດ​ທະ​ນາ​ຄວາມ​ຊື່ນ​ຊົມ, ຄວາມ​ສະ​ຫງົບ, ແລະ ຄວາມ​ເພິ່ງ​ພໍ​ໃຈ​ຫລາຍ​ຂຶ້ນ​ເທົ່າ​ໃດ ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຄວາມ​ຊື່ນ​ຊົມ​ມີ​ມາ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ຄາ​ລາ​ເຕຍ 5:22 ແລະ Doctrine and Covenants 11:13). ມັນ​ແມ່ນ​ບາງ​ສິ່ງ​ທີ່​ເຮົາ​ສາ​ມາດ​ອະ​ທິ​ຖານ​ທູນ​ຂໍ (ເບິ່ງ Doctrine and Covenants 136:29) ແລະ ເຊື້ອ​ເຊີນ​ໃຫ້​ມາ​ສູ່​ຊີ​ວິດ​ຂອງ​ເຮົາ​ໄດ້. ຕໍ່​ໄປ​ນີ້​ແມ່ນ​ສາມ​ສີ່​ແນວ​ຄິດ ສຳ​ລັບ​ການ​ພັດ​ທະ​ນາ​ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ:

  1. ນັບ​ພຣະ​ພອນ​ຂອງ​ທ່ານ. ເມື່ອ​ທ່ານ​ສຳ​ຫລວດ​ເບິ່ງ​ຊີ​ວິດຂອງ​ທ່ານ​ເອງ, ໃຫ້​ຂຽນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ທ່ານ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ທ່ານ.8 ສັງ​ເກດ​ເບິ່ງ​ສິ່ງ​ທີ່​ດີ ທີ່​ຢູ່​ອ້ອມ​ຮອບ​ທ່ານ.9 ເບິ່ງວ່າ​ສິ່ງ​ໃດ​ທີ່​ກີດ​ກັນ​ທ່ານ​ຈາກ​ຄວາມ​ຮູ້​ສຶກ​ຊື່ນ​ຊົມ ແລະ ໃຫ້​ຂຽນວິ​ທີ​ທີ່​ຈະ​ແກ້​ບັນ​ຫາ ຫລື ເຂົ້າ​ໃຈ​ມັນ​ຫລາຍ​ຂຶ້ນ​ໄວ້. ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ອິດ​ສະ​ເຕີ​ນີ້, ໃຫ້​ໃຊ້​ເວ​ລາ​ຊອກ​ຫາ​ການ​ຕິດ​ຕໍ່​ທີ່​ດີກວ່າ​ເກົ່າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ Doctrine and Covenants 101:36).

  2. ເຝິກ​ຝົນ​ຄວາມ​ຕັ້ງ​ໃຈ. ຄວາມ​ຊື່ນ​ຊົມ​ສາ​ມາດ​ມາ​ສູ່​ທ່ານ​ໄດ້​ງ່າຍ​ຂຶ້ນ ໃນ​ເວ​ລາ​ງຽບໆ​ຂອງ​ການ​ນັ່ງ​ສະ​ມາ​ທິ.10 ຄິດ​ຄັກໆ​ວ່າ ແມ່ນ​ສິ່ງ​ໃດ​ທີ່​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ທ່ານ (ເບິ່ງ 1 ຂ່າວຄາວ 16:15). ເວ​ລາ​ທີ່​ຫ່າງ​ໄກ​ຈາກ​ສື່​ສານ​ມວນ​ຊົນ ບາງ​ເທື່ອ​ກໍ​ຈຳ​ເປັນ​ຕໍ່​ການ​ເຝິກ​ຝົນ​ຄວາມ​ຕັ້ງ​ໃຈ.11

  3. ຫລີກ​ເວັ້ນ​ຈາກ​ການ​ປຽບ​ທຽບ​ຕົວ​ເອງ. ມີ​ຄຳ​ກ່າວ​ໄວ້​ວ່າ ການ​ປຽບ​ທຽບ ຄື​ຂະ​ໂມຍ​ຂອງ​ຄວາມ​ສຸກ. ໂປ​ໂລ​ໄດ້​ເຕືອນ​ວ່າ ຜູ້​ທີ່ “ພວກ​ເຂົາ​ວາງ​ຫລັກ​ເກນ​ຂອງ​ຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນ​ເອງ, ແລະ ວັດ​ແທກ​ຕົນ​ເອງ​ຕາມ​ຫລັກ​ເກນ​ທີ່​ພວກ​ເຂົາ​ຕັ້ງ​ຂຶ້ນນັ້ນ, ພວກ​ເຂົາ​ໂງ່​ສ່ຳ​ໃດ​ນໍ” (2 ໂກ​ຣິນ​ໂທ 10:12).

  4. ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ ຖ້າ​ຫາກ​ເຮົາ​ຈະ​ຖາມ, ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້, ເພື່ອ​ວ່າ​ເຮົາ​ຈະ​ຮູ້​ຄວາມ​ລຶກ​ລັບ ແລະ ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ—ສິ່ງ​ຊຶ່ງ​ນຳ​ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້ (ເບິ່ງ Doctrine and Covenants 42:61).

ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ

ທ່ານ​ຈະ​ສາ​ມາດ​ເພີ່ມ​ຄວາມ​ຊື່ນ​ຊົມ ທີ່​ທ່ານ​ພົບ​ເຫັນ​ໃນ​ຊີ​ວິດ​ຂອງ​ທ່ານ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໄດ້​ແນວ​ໃດ?

ແຫລ່ງ​ອ້າງ​ອີງ

  1. “Joy,” en.oxforddictionaries.com

  2. Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 82.

  3. Jean B. Bingham, “Ministering as the Savior Does,” Liahona, May 2018, 107.

  4. ເບິ່ງ Russell M. Nelson, “As We Go Forward Together,” Liahona, April 2018, 4–7.

  5. Thomas S. Monson, “Finding Joy in the Journey,” Liahona, Nov. 2008, 86.

  6. M. Russell Ballard, “Finding Joy through Loving Service,” Liahona, May 2011, 49.

  7. ເບິ່ງ Dieter F. Uchtdorf, “Living the Gospel Joyful,” Liahona, Nov. 2014, 120–123.

  8. ເບິ່ງ Henry B. Eyring, “O Remember, Remember,” Liahona, Nov. 2007, 67.

  9. ເບິ່ງ Jean B. Bingham, “That Your Joy Might Be Full,” Liahona, Nov. 2017, 87.

  10. ເບິ່ງ Dieter F. Uchtdorf, “Of Things That Matter Most,” Liahona, Nov. 2010, 21.

  11. ເບິ່ງ Gary E. Stevenson, “Spiritual Eclipse,” Liahona, Nov. 2017, 46.

ພິມ