​2019
ເຮົາ​ຈະ​ສ້າງວັດ​ທະ​ນະ​ທຳ​ແຫ່ງ​ການ​ລວມ​​ຄົນ​ອື່ນ​ເຂົ້າ​ໃນ​ກຸ່ມ​ຢູ່​ທີ່ໂບດ​ໄດ້​ແນວ​ໃດ?
ເດືອນ​ກໍລະກົດ 2019


ministering

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກໍ​ລະ​ກົດ 2019

ເຮົາ​ຈະ​ສ້າງວັດ​ທະ​ນະ​ທຳ​ແຫ່ງ ການ​ລວມ​ຄົນ​ອື່ນ​ເຂົ້າໃນ​ກຸ່ມ ຢູ່ທີ່ໂບດໄດ້​ແນວ​ໃດ?

ເມື່ອ​ເຮົາ​ຫລຽວ​ເບິ່ງ​​ຫວອດ ແລະ ສາ​ຂາ​ຂອງ​ເຮົາ, ເຮົາ​ເຫັນ​ຜູ້​ຄົນ​ທີ່ເຂົ້າ​ຮ່ວມ​ໝູ່​ໄດ້​ງ່າຍ. ສິ່ງ​ທີ່​ເຮົາ​ບໍ່​ຮູ້​ຈັກ​ກໍຄື ເຖິງ​ແມ່ນ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້ນທີ່​ເຂົ້າ​ຮ່ວມ​ໝູ່​ໄດ້​ງ່າຍ, ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ຮູ້​ສຶກວ່າ​ຕົວ​ເອງ​ຖືກ​ປະ. ຍົກ​ຕົວ​ຢ່າງ, ການ​ຄົ້ນ​ຄວ້າ​ບົດໜຶ່ງ​ໄດ້​ພົບ​ເຫັນ​ວ່າ ເກືອບ​ເຖິງເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ຜູ້​ໃຫຍ່ໃນ​ສະ​ຫະ​ລັດ ຮູ້ສຶກ​ໂດດ​ດ່ຽວ, ຖືກ​ປະ, ຫລື ເຫີນ​ຫ່າງ​ຈາກ​ຄົນ​ອື່ນ.1

ມັນ​ສຳ​ຄັນ​ທີ່​ຈະ​ຮູ້​ສຶກວ່າ ເປັນ​ພາກ​ສ່ວນ. ມັນ​ເປັນ​ຄວາມ​ຕ້ອງ​ການ​ຂັ້ນ​​ພື້ນ​ຖານ​ຂອງ​ມະ​ນຸດ, ແລະ ເມື່ອ​ເຮົາ​ຮູ້​ສຶກ​ບໍ່​ຖືກ​ນັບ​ເຂົ້າ​ກຸ່ມ, ເຮົາ​ຈະຮູ້​ສຶກເຈັບ​ປວດ. ການ​ຖືກ​ປະ ສາ​ມາດ​ເຮັດ​ໃຫ້​ຮູ້​ສຶກ​ໂສກ​ເສົ້າ ຫລື ໃຈ​ຮ້າຍ​ໄດ້.2 ເມື່ອ​ເຮົາ​ຮູ້​ສຶກວ່າ ບໍ່​ໄດ້​ເປັນ​ພາກ​ສ່ວນ​ໃນ​ກຸ່ມ, ເຮົາ​ຈະ​ຊອກ​ຫາ​ບ່ອນ​ທີ່​ເຮັດ​ໃຫ້ເຮົາ​ສະ​ບາຍ​ໃຈ. ເຮົາ​ຕ້ອງ​ຊ່ວຍ​ທຸກ​ຄົນ ໃຫ້​ຮູ້​ສຶກວ່າ ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ​ຢູ່​ທີ່​ໂບດ.

ການ​ໃຫ້​ມີ​ສ່ວນ​ຮ່ວມ​ເໝືອນ​ດັ່ງພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ ເລື່ອງ​ການ​ນັບ​ຖື ແລະ ໃຫ້​ຄົນ​ອື່ນ​ມີ​ສ່ວນ​ຮ່ວມ​ນຳ. ເມື່ອ​ພຣະ​ອົງ​ເລືອກ​ເອົາ​ອັກ​ຄະ​ສາ​ວົກ, ພຣະ​ອົງ​ບໍ່​ໄດ້​ສົນ​ໃຈ​ກັບ​ຖາ​ນະ, ຄວາມ​ຮັ່ງ​ມີ, ຫລື ອາ​ຊີບ​ທີ່​ສູງ​ສົ່ງ. ພຣະ​ອົງ​ນັບ​ຖື​ຜູ້​ຍິງ​ໄທ​ຊາ​ມາ​ເຣຍ​ຢູ່​ທີ່​ນ້ຳ​ສ້າງ, ໂດຍ​ການເປັນ​ພະ​ຍານ​ຕໍ່​ນາງ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ເຖິງ​ແມ່ນ​ຊາວ​ຢິວ​ຖື​ວ່າ ຊາວ​ຊາ​ມາ​ເຣຍ​ຕ່ຳ​ຕ້ອຍ​ກໍ​ຕາມ (ເບິ່ງ ໂຢຮັນ 4). ພຣະ​ອົງ​ເບິ່ງ​ທີ່​ໃຈ ແລະ ບໍ່​ໄວ້​ໜ້າ​ຜູ້​ໃດ (ເບິ່ງ 1 ຊາ​ມູ​ເອນ 16:7; Doctrine and Covenants 38:16, 26).

ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.

“ຖ້າພວກທ່ານຮັກ​ຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກທ່ານເປັນສາວົກຂອງເຮົາ” (ໂຢ​ຮັນ 13:34–35).

ເຮົາສາ​ມາດເຮັດຫຍັງແດ່?

ບາງ​ເທື່ອ​ ມັນ​ກໍຍາກ​ທີ່​ຈະ​ເຫັນໄດ້​ວ່າ ມີ​ບາງ​ຄົນ​ທີ່ຮູ້​ສຶກວ່າ ເຂົາ​ເຈົ້າ​ຢູ່ນອກ​ກຸ່ມ. ຫລາຍ​ຄົນ​ຈະ​ບໍ່​ບອກ—ຢ່າງ​ໜ້ອຍ ບໍ່ບອກ​ຢ່າງ​ແຈ່ມ​ແຈ້ງ. ແຕ່​ດ້ວຍ​ຫົວ​ໃຈ​ທີ່​ຮັກ, ດ້ວຍ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ດ້ວຍ​ຄວາມ​ມຸ່ງໝັ້ນ​ທີ່​ຈະ​ຊອກ​ຮູ້, ເຮົາ​ຈະ​ສາ​ມາດ​ຮູ້​ຈັກ ເວ​ລາ​ທີ່ບາງ​ຄົນ​ຮູ້​ສຶກວ່າ ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ພາ​ກ​ສ່ວນ​ຢູ່​ໃນ​ການ​ປະ​ຊຸມ​ທີ່​ໂບດ ແລະ ໃນກິດ​ຈະ​ກຳ​ຕ່າງໆ.

ສັນ​ຍານ​ທີ່​ບົ່ງ​ບອກວ່າ ບຸກ​ຄົນ​ຮູ້​ສຶກ​ຢູ່ນອກ​ກຸ່ມ:

  • ສະ​ຫງວນ​ຕົວ, ດັ່ງ​ເຊັ່ນ ກອດ​ເອິກ​ໄວ້​ແໜ້ນ ຫລື ກົ້ມ​ໜ້າ.

  • ນັ່ງ​ຢູ່​ທ້າຍ​ຫ້ອງ ຫລື ນັ່ງ​ຢູ່​ຄົນ​ດຽວ.

  • ບໍ່​ໄປ​ໂບດເລີຍ ຫລື ບໍ່​ໄປ​ໂບດ​ເປັນ​ປະ​ຈຳ.

  • ອອກ​ຈາກ​ຫ້ອງ​ປະ​ຊຸມ ຫລື ​ອອກ​ຈາກ​ກິດ​ຈະ​ກຳ​ໄວ.

  • ບໍ່​ອອກຄວາມ​ຄິດ​ຄວາມ​ເຫັນ​ໃນ​ການ​ສົນ​ທະ​ນາ ຫລື ບົດ​ຮຽນ.

ສິ່ງ​ເຫລົ່າ​ນີ້​ອາດ​ເປັນ​ສັນ​ຍານເຖິງ​ຄວາມ​ຮູ້​ສຶກ​ອື່ນໆ​ທີ່​ມີ​ຄື​ກັນ, ດັ່ງ​ເຊັ່ນ ຂີ້​ອາຍ, ກັງ​ວົນ, ຫລື ບໍ່​ສະ​ບາຍ​ໃຈ. ສະ​ມາ​ຊິກ​ສາ​ມາດ​ຮູ້​ສຶກ “ແຕກ​ຕ່າງ” ເມື່ອ​ເຂົາ​ເຈົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ, ຫລື ມາ​ຈາກ​ປະ​ເທດ​ອື່ນ ຫລື ມີ​ວັດ​ທະ​ນະ​ທຳ​ອື່ນ, ຫລື ຫາ​ກໍ​ປະ​ເຊີນ​ກັບ​ບັນ​ຫາ​ຮ້າຍ​ແຮງ​ທີ່​ປ່ຽນ​ຊີ​ວິດ, ດັ່ງ​ເຊັ່ນ​ການ​ຢ່າ​ຮ້າງ, ການ​ຕາຍ​ຢູ່​ໃນ​ຄອບ​ຄົວ, ຫລື ການ​ກັບ​ຈາກ​ສະ​ໜາມ​ເຜີຍ​ແຜ່​ກ່ອນ​ກຳ​ນົດ.

ບໍ່​ວ່າ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ເຮົາ​ບໍ່​ຄວນ​ຊັກ​ຊ້າ​ໃນ​ການ​ເອື້ອມ​ອອກ​ໄປ​ດ້ວຍຄວາມ​ຮັກ. ສິ່ງ​ທີ່​ເຮົາ​ເວົ້າ ແລະ ສິ່ງ​ທີ່​ເຮົາ​ເຮັດ ສາ​ມາດ​ສ້າງ​ຄວາມ​ຮູ້​ສຶກ​ທີ່​ວ່າ ທຸກ​ຄົນ​ຖືກ​ຮັບ​ຕ້ອນ ແລະ ເປັນ​ທີ່​ຕ້ອງ​ການ​.

ຕໍ່​ໄປ​ນີ້​ແມ່ນບາງວິ​ທີ​ກ່ຽວ​ກັບ​ການ​ຖືກ​ລວມ​ເຂົ້າ​ຢູ່​ໃນ​​ກຸ່ມ ແລະ ການຕ້ອນ​ຮັບ:

  • ຢ່າ​ນັ່ງ​ແຕ່​ກັບ​ຄົນ​ເກົ່າ​ຢູ່​ທີ່​ໂບດ.

  • ເບິ່ງ​ຂ້າມ​ການ​ປະ​ກົດ​ພາຍນອກ​ຂອງ​ຜູ້​ຄົນ ເພື່ອ​ຈະ​ໄດ້​ເຫັນຕົວ​ຈິງ. (ສຳ​ລັບລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ຂໍ້​ນີ້, ໃຫ້​ເບິ່ງ “ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຄື​ການ​ເຫັນ​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຫັນ,” Liahona, ເດືອນ​ມິຖຸນາ 2019, 8–11.)

  • ໃຫ້​ລວມ​ຄົນ​ອື່ນ​ເຂົ້າ​ນຳ ໃນ​ການສົນ​ທະ​ນາ.

  • ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ເປັນ​ພາກ​ສ່ວນ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ສາ​ມາດ​ລວມ​ເຂົາ​ເຈົ້າເຂົ້າໃນ​ກິດ​ຈະ​ກຳ​ທີ່​ທ່ານ​ໄດ້​ວາງ​ແຜນ​ແລ້ວ.

  • ຊອກຫາ ແລະ ເສີມສ້າງ​ມິດ​ຕະ​ພາບ​ອີງ​ຕາມຄວາມ​ສົນ​ໃຈ​ທີ່​ຄື​ກັນ.

  • ຢ່າ​ປະ​ຕິ​ເສດ​ການ​ເປັນ​ມິດ ພຽງ​ແຕ່​ເປັນ​ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ທ່ານ​ຄາດຄິດ.

  • ເມື່ອ​ທ່ານ​ເຫັນ​ບາງ​ສິ່ງ​ທີ່​ດີ​ເດັ່ນກ່ຽວ​ກັບ​ເຂົາ​ເຈົ້າ, ໃຫ້​ສົນ​ໃຈ​ກັບ​ສິ່ງນັ້ນ ແທນ​ທີ່​ຈະ​ຖື​ວ່າບໍ່​ສຳ​ຄັນ ຫລື ຫລີກ​ເວັ້ນ​ຈາກ​ມັນ.

  • ສະ​ແດງ​ຄວາມ​ຮັກ ແລະ ຍ້ອງ​ຍໍ​ດ້ວຍ​ຄວາມ​ຈິງ​ໃຈ.

  • ຫາ​ເວ​ລາ​ເພື່ອ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ມັນ​ມີ​ຄວາມ​ໝາຍ​ແທ້ໆ ເມື່ອ​ເຮົາ​ເວົ້າ​ວ່າ ສາດ​ສະ​ໜາ​ຈັກ​ແມ່ນ​ສຳ​ລັບ​ທຸກ​ຄົນ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ແຕກ​ຕ່າງ​ແນວ​ໃດ​ກໍ​ຕາມ. ເຮົາ​ຈະ​ເຮັດ​ສິ່ງນີ້​ໃຫ້​ເກີດ​ເປັນ​ຈິງ​ໄດ້​ແນວ​ໃດ?

ມັນ​ບໍ່​ເປັນ​ສິ່ງ​ງ່າຍ​ສະ​ເໝີ ທີ່​ຈະ​ຮູ້​ສຶກ​ສະ​ບາຍ​ໃຈເມື່ອ​ຢູ່​ກັບ​ຜູ້​ຄົນ ທີ່​ແຕກ​ຕ່າງ​ຈາກ​ເຮົາ. ແຕ່​ດ້ວຍ​ການ​ເຝິກ​ຝົນ, ເຮົາ​ສາ​ມາດ​ເຮັດ​ໃຫ້​ດີກວ່າ​ເກົ່າ ໃນ​ການ​ຊອກ​ຫາ​ຄຸນ​ຄ່າ​ໃນ​ຄວາມ​ແຕກ​ຕ່າງ ແລະ ຮູ້​ບຸນ​ຄຸນຂອງ​ແຕ່​ລະ​ຄົນ ທີ່​ໃຫ້ຄວາມ​ຊ່ວຍ​ເຫລືອ​ທີ່​ດີ​ເລີດນັ້ນ. ດັ່ງ​ທີ່​ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ, ຄວາມ​ແຕກ​ຕ່າງ​ຂອງ​ເຮົາ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ເຮົາ​ເປັນ​ຄົນດີ​ກວ່າ​ເກົ່າ, ມີ​ຄວາມ​ສຸກກວ່າ​ເກົ່າ: “ຈົ່ງ​ມາ​ເຖີດ, ມາ​ຊ່ວຍ​ພວກ​ເຮົາ​ສ້າງ ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ແຫ່ງ​ການ​ປິ່ນ​ປົວ, ແຫ່ງ​ຄວາມ​ດີ​, ແລະ ຄວາມ​ເມດ​ຕາ ທີ່ມີ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ.”3

ໄດ້​ຮັບ​ພອນ​ໂດຍ​ການ​ຖືກ​ລວມ​ຢູ່​ໃນ

ຄຣິສໂຕ່ ເຟກເຕີ້ ໄດ້​ຍ້າຍ​ໄປ​ຢູ່​ປະ​ເທດ​ອື່ນ ຫລັງ​ຈາກ​ສົງ​ຄາມ​ໄດ້​ເກີດ​ຂຶ້ນຢູ່​ໃນປະ​ເທດ​ຂອງ​ນາງ. ນາງ​ເວົ້າ​ພາ​ສາບໍ່​ຄ່ອຍ​ເກັ່ງ ແລະ ບໍ່​ຮູ້​ຈັກ​ໃຜ​ເລີຍ ຢູ່​ໃນ​ຊຸມ​ຊົນ​ບ່ອນ​ນາງ​ຢູ່, ຕອນ​ທຳ​ອິດ​ນາງ​ກໍ​ຮູ້​ສຶກ​ເຫີນ​ຫ່າງ ແລະ ໂດດ​ດ່ຽວ.

ໂດຍ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ນາງ​ໄດ້​ຮວບ​ຮວມ​ຄວາມ​ກ້າ​ຫານ ແລະ ເລີ່ມ​ຕົ້ນ​ໄປ​ຫວອດ​ໃໝ່​ຂອງ​ນາງ. ນາງ​ກັງ​ວົນ​ວ່າ​ສຳ​ນຽງ​ທີ່​ບໍ່​ແຈ້ງ​ຊັດ​ຂອງ​ນາງ ຈະ​ເຮັດ​ໃຫ້​ຄົນ​ບໍ່​ຢາກ​ເວົ້າ​ກັບ​ນາງ ຫລື ຖືກ​ຕັດ​ສິນ​ເພາະ​ວ່າ ເປັນ​ຜູ້​ຍິງໂສດ.

ແຕ່​ນາງ​ໄດ້​ພົບ​ກັບ​ຄົນ​ອື່ນໆ ທີ່​ເບິ່ງ​ຂ້າມ​ຄວາມ​ແຕກ​ຕ່າງ ແລະ ຕ້ອນ​ຮັບ​ນາງ​ເຂົ້າ​ໃນ​ກຸ່ມຂອງ​ເພື່ອນ. ເຂົາ​ເຈົ້າ​ໄດ້​ເອື້ອມ​ອອກ​ມາ​ດ້ວຍ​ຄວາມ​ຮັກ, ແລະ ບໍ່​ດົນ​ນາງ​ກໍ​ເຫັນ​ຕົວ​ເອງ​ຫຍຸ້ງ​ຢູ່ກັບ​ການ​ຊ່ວຍ​ສອນ​ຊັ້ນ​ປະ​ຖົມ​ໄວ. ເດັກ​ນ້ອຍ​ກໍ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ ເລື່ອງ​ການຍອມ​ຮັບ, ແລະ ​ການ​ທີ່ຮູ້​ສຶກວ່າ​ຕົວ​ເອງ​ມີ​ຄົນ​ຮັກ​ແພງ ແລະ ເປັນ​ທີ່ຕ້ອງ​ການ ໄດ້ຊ່ວຍ​ເພີ່ມ​ສັດ​ທາ​ຂອງນາງ ແລະ ຊ່ວຍກໍ່​ໃຫ້​ເກີດ​ການ​ອຸ​ທິດ​ຕົນ​ຕະ​ຫລອດ​ຊີ​ວິດ​ຂອງ​ນາງ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Alexa Lardieri, “Study: Many Americans Report Feeling Lonely, Younger Generations More So,” U.S. News, May 1, 2018, usnews.com.

  2. ເບິ່ງ Carly K. Peterson, Laura C. Gravens, and Eddie Harmon-Jones, “Asymmetric Frontal Cortical Activity and Negative Affective Responses to Ostracism,” Social Cognitive and Affective Neuroscience, vol. 6, no. 3 (June 2011), 277–85.

  3. Dieter F. Uchtdorf, “Believe, Love, Do,” Liahona, Nov. 2018, 48.