ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນກໍລະກົດ 2019
ເຮົາຈະສ້າງວັດທະນະທຳແຫ່ງ ການລວມຄົນອື່ນເຂົ້າໃນກຸ່ມ ຢູ່ທີ່ໂບດໄດ້ແນວໃດ?
ເມື່ອເຮົາຫລຽວເບິ່ງຫວອດ ແລະ ສາຂາຂອງເຮົາ, ເຮົາເຫັນຜູ້ຄົນທີ່ເຂົ້າຮ່ວມໝູ່ໄດ້ງ່າຍ. ສິ່ງທີ່ເຮົາບໍ່ຮູ້ຈັກກໍຄື ເຖິງແມ່ນຢູ່ໃນບັນດາຜູ້ຄົນເຫລົ່ານັ້ນທີ່ເຂົ້າຮ່ວມໝູ່ໄດ້ງ່າຍ, ກໍຍັງມີຫລາຍຄົນທີ່ຮູ້ສຶກວ່າຕົວເອງຖືກປະ. ຍົກຕົວຢ່າງ, ການຄົ້ນຄວ້າບົດໜຶ່ງໄດ້ພົບເຫັນວ່າ ເກືອບເຖິງເຄິ່ງໜຶ່ງຂອງຈຳນວນຜູ້ໃຫຍ່ໃນສະຫະລັດ ຮູ້ສຶກໂດດດ່ຽວ, ຖືກປະ, ຫລື ເຫີນຫ່າງຈາກຄົນອື່ນ.1
ມັນສຳຄັນທີ່ຈະຮູ້ສຶກວ່າ ເປັນພາກສ່ວນ. ມັນເປັນຄວາມຕ້ອງການຂັ້ນພື້ນຖານຂອງມະນຸດ, ແລະ ເມື່ອເຮົາຮູ້ສຶກບໍ່ຖືກນັບເຂົ້າກຸ່ມ, ເຮົາຈະຮູ້ສຶກເຈັບປວດ. ການຖືກປະ ສາມາດເຮັດໃຫ້ຮູ້ສຶກໂສກເສົ້າ ຫລື ໃຈຮ້າຍໄດ້.2 ເມື່ອເຮົາຮູ້ສຶກວ່າ ບໍ່ໄດ້ເປັນພາກສ່ວນໃນກຸ່ມ, ເຮົາຈະຊອກຫາບ່ອນທີ່ເຮັດໃຫ້ເຮົາສະບາຍໃຈ. ເຮົາຕ້ອງຊ່ວຍທຸກຄົນ ໃຫ້ຮູ້ສຶກວ່າ ເຂົາເຈົ້າເປັນພາກສ່ວນຢູ່ທີ່ໂບດ.
ການໃຫ້ມີສ່ວນຮ່ວມເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ
ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງທີ່ດີເລີດ ເລື່ອງການນັບຖື ແລະ ໃຫ້ຄົນອື່ນມີສ່ວນຮ່ວມນຳ. ເມື່ອພຣະອົງເລືອກເອົາອັກຄະສາວົກ, ພຣະອົງບໍ່ໄດ້ສົນໃຈກັບຖານະ, ຄວາມຮັ່ງມີ, ຫລື ອາຊີບທີ່ສູງສົ່ງ. ພຣະອົງນັບຖືຜູ້ຍິງໄທຊາມາເຣຍຢູ່ທີ່ນ້ຳສ້າງ, ໂດຍການເປັນພະຍານຕໍ່ນາງເຖິງຄວາມເປັນພຣະເຈົ້າຂອງພຣະອົງ ເຖິງແມ່ນຊາວຢິວຖືວ່າ ຊາວຊາມາເຣຍຕ່ຳຕ້ອຍກໍຕາມ (ເບິ່ງ ໂຢຮັນ 4). ພຣະອົງເບິ່ງທີ່ໃຈ ແລະ ບໍ່ໄວ້ໜ້າຜູ້ໃດ (ເບິ່ງ 1 ຊາມູເອນ 16:7; Doctrine and Covenants 38:16, 26).
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:
“ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື ຈົ່ງຮັກຊຶ່ງກັນແລະກັນ; ເຮົາຮັກພວກເຈົ້າຢ່າງໃດ, ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ.
“ຖ້າພວກທ່ານຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກທ່ານເປັນສາວົກຂອງເຮົາ” (ໂຢຮັນ 13:34–35).
ເຮົາສາມາດເຮັດຫຍັງແດ່?
ບາງເທື່ອ ມັນກໍຍາກທີ່ຈະເຫັນໄດ້ວ່າ ມີບາງຄົນທີ່ຮູ້ສຶກວ່າ ເຂົາເຈົ້າຢູ່ນອກກຸ່ມ. ຫລາຍຄົນຈະບໍ່ບອກ—ຢ່າງໜ້ອຍ ບໍ່ບອກຢ່າງແຈ່ມແຈ້ງ. ແຕ່ດ້ວຍຫົວໃຈທີ່ຮັກ, ດ້ວຍການນຳພາຂອງພຣະວິນຍານບໍລິສຸດ, ແລະ ດ້ວຍຄວາມມຸ່ງໝັ້ນທີ່ຈະຊອກຮູ້, ເຮົາຈະສາມາດຮູ້ຈັກ ເວລາທີ່ບາງຄົນຮູ້ສຶກວ່າ ເຂົາເຈົ້າບໍ່ໄດ້ເປັນພາກສ່ວນຢູ່ໃນການປະຊຸມທີ່ໂບດ ແລະ ໃນກິດຈະກຳຕ່າງໆ.
ສັນຍານທີ່ບົ່ງບອກວ່າ ບຸກຄົນຮູ້ສຶກຢູ່ນອກກຸ່ມ:
-
ສະຫງວນຕົວ, ດັ່ງເຊັ່ນ ກອດເອິກໄວ້ແໜ້ນ ຫລື ກົ້ມໜ້າ.
-
ນັ່ງຢູ່ທ້າຍຫ້ອງ ຫລື ນັ່ງຢູ່ຄົນດຽວ.
-
ບໍ່ໄປໂບດເລີຍ ຫລື ບໍ່ໄປໂບດເປັນປະຈຳ.
-
ອອກຈາກຫ້ອງປະຊຸມ ຫລື ອອກຈາກກິດຈະກຳໄວ.
-
ບໍ່ອອກຄວາມຄິດຄວາມເຫັນໃນການສົນທະນາ ຫລື ບົດຮຽນ.
ສິ່ງເຫລົ່ານີ້ອາດເປັນສັນຍານເຖິງຄວາມຮູ້ສຶກອື່ນໆທີ່ມີຄືກັນ, ດັ່ງເຊັ່ນ ຂີ້ອາຍ, ກັງວົນ, ຫລື ບໍ່ສະບາຍໃຈ. ສະມາຊິກສາມາດຮູ້ສຶກ “ແຕກຕ່າງ” ເມື່ອເຂົາເຈົ້າເປັນສະມາຊິກໃໝ່ຂອງສາດສະໜາຈັກ, ຫລື ມາຈາກປະເທດອື່ນ ຫລື ມີວັດທະນະທຳອື່ນ, ຫລື ຫາກໍປະເຊີນກັບບັນຫາຮ້າຍແຮງທີ່ປ່ຽນຊີວິດ, ດັ່ງເຊັ່ນການຢ່າຮ້າງ, ການຕາຍຢູ່ໃນຄອບຄົວ, ຫລື ການກັບຈາກສະໜາມເຜີຍແຜ່ກ່ອນກຳນົດ.
ບໍ່ວ່າດ້ວຍເຫດຜົນໃດກໍຕາມ, ເຮົາບໍ່ຄວນຊັກຊ້າໃນການເອື້ອມອອກໄປດ້ວຍຄວາມຮັກ. ສິ່ງທີ່ເຮົາເວົ້າ ແລະ ສິ່ງທີ່ເຮົາເຮັດ ສາມາດສ້າງຄວາມຮູ້ສຶກທີ່ວ່າ ທຸກຄົນຖືກຮັບຕ້ອນ ແລະ ເປັນທີ່ຕ້ອງການ.
ຕໍ່ໄປນີ້ແມ່ນບາງວິທີກ່ຽວກັບການຖືກລວມເຂົ້າຢູ່ໃນກຸ່ມ ແລະ ການຕ້ອນຮັບ:
-
ຢ່ານັ່ງແຕ່ກັບຄົນເກົ່າຢູ່ທີ່ໂບດ.
-
ເບິ່ງຂ້າມການປະກົດພາຍນອກຂອງຜູ້ຄົນ ເພື່ອຈະໄດ້ເຫັນຕົວຈິງ. (ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຫົວຂໍ້ນີ້, ໃຫ້ເບິ່ງ “ການປະຕິບັດສາດສະໜາກິດ ຄືການເຫັນຄົນອື່ນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນ,” Liahona, ເດືອນມິຖຸນາ 2019, 8–11.)
-
ໃຫ້ລວມຄົນອື່ນເຂົ້ານຳ ໃນການສົນທະນາ.
-
ເຊື້ອເຊີນຄົນອື່ນໃຫ້ເປັນພາກສ່ວນໃນຊີວິດຂອງທ່ານ. ທ່ານສາມາດລວມເຂົາເຈົ້າເຂົ້າໃນກິດຈະກຳທີ່ທ່ານໄດ້ວາງແຜນແລ້ວ.
-
ຊອກຫາ ແລະ ເສີມສ້າງມິດຕະພາບອີງຕາມຄວາມສົນໃຈທີ່ຄືກັນ.
-
ຢ່າປະຕິເສດການເປັນມິດ ພຽງແຕ່ເປັນເພາະເຂົາເຈົ້າບໍ່ໄດ້ເປັນດັ່ງທີ່ທ່ານຄາດຄິດ.
-
ເມື່ອທ່ານເຫັນບາງສິ່ງທີ່ດີເດັ່ນກ່ຽວກັບເຂົາເຈົ້າ, ໃຫ້ສົນໃຈກັບສິ່ງນັ້ນ ແທນທີ່ຈະຖືວ່າບໍ່ສຳຄັນ ຫລື ຫລີກເວັ້ນຈາກມັນ.
-
ສະແດງຄວາມຮັກ ແລະ ຍ້ອງຍໍດ້ວຍຄວາມຈິງໃຈ.
-
ຫາເວລາເພື່ອຄິດກ່ຽວກັບສິ່ງທີ່ມັນມີຄວາມໝາຍແທ້ໆ ເມື່ອເຮົາເວົ້າວ່າ ສາດສະໜາຈັກແມ່ນສຳລັບທຸກຄົນ, ບໍ່ວ່າເຂົາເຈົ້າຈະແຕກຕ່າງແນວໃດກໍຕາມ. ເຮົາຈະເຮັດສິ່ງນີ້ໃຫ້ເກີດເປັນຈິງໄດ້ແນວໃດ?
ມັນບໍ່ເປັນສິ່ງງ່າຍສະເໝີ ທີ່ຈະຮູ້ສຶກສະບາຍໃຈເມື່ອຢູ່ກັບຜູ້ຄົນ ທີ່ແຕກຕ່າງຈາກເຮົາ. ແຕ່ດ້ວຍການເຝິກຝົນ, ເຮົາສາມາດເຮັດໃຫ້ດີກວ່າເກົ່າ ໃນການຊອກຫາຄຸນຄ່າໃນຄວາມແຕກຕ່າງ ແລະ ຮູ້ບຸນຄຸນຂອງແຕ່ລະຄົນ ທີ່ໃຫ້ຄວາມຊ່ວຍເຫລືອທີ່ດີເລີດນັ້ນ. ດັ່ງທີ່ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ສອນ, ຄວາມແຕກຕ່າງຂອງເຮົາສາມາດຊ່ວຍເຮັດໃຫ້ເຮົາເປັນຄົນດີກວ່າເກົ່າ, ມີຄວາມສຸກກວ່າເກົ່າ: “ຈົ່ງມາເຖີດ, ມາຊ່ວຍພວກເຮົາສ້າງ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ວັດທະນະທຳແຫ່ງການປິ່ນປົວ, ແຫ່ງຄວາມດີ, ແລະ ຄວາມເມດຕາ ທີ່ມີຕໍ່ລູກໆຂອງພຣະເຈົ້າທຸກຄົນ.”3
ໄດ້ຮັບພອນໂດຍການຖືກລວມຢູ່ໃນ
ຄຣິສໂຕ່ ເຟກເຕີ້ ໄດ້ຍ້າຍໄປຢູ່ປະເທດອື່ນ ຫລັງຈາກສົງຄາມໄດ້ເກີດຂຶ້ນຢູ່ໃນປະເທດຂອງນາງ. ນາງເວົ້າພາສາບໍ່ຄ່ອຍເກັ່ງ ແລະ ບໍ່ຮູ້ຈັກໃຜເລີຍ ຢູ່ໃນຊຸມຊົນບ່ອນນາງຢູ່, ຕອນທຳອິດນາງກໍຮູ້ສຶກເຫີນຫ່າງ ແລະ ໂດດດ່ຽວ.
ໂດຍທີ່ເປັນສະມາຊິກຂອງສາດສະໜາຈັກ, ນາງໄດ້ຮວບຮວມຄວາມກ້າຫານ ແລະ ເລີ່ມຕົ້ນໄປຫວອດໃໝ່ຂອງນາງ. ນາງກັງວົນວ່າສຳນຽງທີ່ບໍ່ແຈ້ງຊັດຂອງນາງ ຈະເຮັດໃຫ້ຄົນບໍ່ຢາກເວົ້າກັບນາງ ຫລື ຖືກຕັດສິນເພາະວ່າ ເປັນຜູ້ຍິງໂສດ.
ແຕ່ນາງໄດ້ພົບກັບຄົນອື່ນໆ ທີ່ເບິ່ງຂ້າມຄວາມແຕກຕ່າງ ແລະ ຕ້ອນຮັບນາງເຂົ້າໃນກຸ່ມຂອງເພື່ອນ. ເຂົາເຈົ້າໄດ້ເອື້ອມອອກມາດ້ວຍຄວາມຮັກ, ແລະ ບໍ່ດົນນາງກໍເຫັນຕົວເອງຫຍຸ້ງຢູ່ກັບການຊ່ວຍສອນຊັ້ນປະຖົມໄວ. ເດັກນ້ອຍກໍເປັນຕົວຢ່າງທີ່ດີເລີດ ເລື່ອງການຍອມຮັບ, ແລະ ການທີ່ຮູ້ສຶກວ່າຕົວເອງມີຄົນຮັກແພງ ແລະ ເປັນທີ່ຕ້ອງການ ໄດ້ຊ່ວຍເພີ່ມສັດທາຂອງນາງ ແລະ ຊ່ວຍກໍ່ໃຫ້ເກີດການອຸທິດຕົນຕະຫລອດຊີວິດຂອງນາງ ຕໍ່ພຣະຜູ້ເປັນເຈົ້າ.
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, July 2019. Laotian. 15768 331