ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນສິງຫາ 2019
ເຮົາຊິສາມາດຊ່ວຍຄົນອື່ນ ປ່ຽນແປງໄດ້ບໍ?
ຊ່ວຍໄດ້. ແຕ່ບົດບາດຂອງທ່ານອາດແຕກຕ່າງຈາກຄວາມຄິດຂອງທ່ານ.
ເຮົາໄດ້ຖືກສ້າງມາກັບຄວາມສາມາດທີ່ຈະປ່ຽນແປງ. ການເຕີບໂຕໄປສູ່ສັກກະຍະພາບແຫ່ງສະຫວັນຂອງເຮົາ ຄືຈຸດປະສົງຂອງປະສົບການໃນຊ່ວງມະຕະຂອງເຮົາ. ຈຸດເປົ້າໝາຍສູງສຸດຢ່າງໜຶ່ງຂອງເຮົາ ໃນການປະຕິບັດສາດສະໜາກິດ ຄືທີ່ຈະຊ່ວຍຄົນອື່ນໃຫ້ມາຫາພຣະຄຣິດ ແລະ ທຳການປ່ຽນແປງສິ່ງທີ່ຈຳເປັນ ເພື່ອກັບຄືນໄປຫາທີ່ປະທັບຂອງພຣະອົງ. ແຕ່ເປັນເພາະອຳເພີໃຈຂອງເຂົາເຈົ້າ, ບົດບາດຂອງເຮົາໃນການຊ່ວຍເຫລືອເຂົາເຈົ້າໃຫ້ກາຍເປັນເໝືອນຢ່າງພຣະຄຣິດຈຶ່ງຈຳກັດ.
ຕໍ່ໄປນີ້ແມ່ນບົດຮຽນເຈັດຢ່າງທີ່ມີພະລັງ ຈາກພຣະຜູ້ຊ່ວຍໃຫ້ລອດ ກ່ຽວກັບວິທີທີ່ເຮົາສາມາດຊ່ວຍຄົນອື່ນ ໃນຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະປ່ຽນແປງ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
-
ຢ່າຢ້ານທີ່ຈະເຊື້ອເຊີນຄົນອື່ນໃຫ້ປ່ຽນແປງ
ພຣະຜູ້ຊ່ວຍໃຫ້ລອດບໍ່ມີຄວາມຢ້ານກົວທີ່ຈະເຊື້ອເຊີນຄົນອື່ນໃຫ້ປ່ຽນແປງ ເພື່ອເຊົາຈາກການໃຊ້ຊີວິດແບບເກົ່າ ແລ້ວໃຫ້ມາຮັບເອົາຄຳສອນຂອງພຣະອົງ. ພຣະອົງໄດ້ເຊື້ອເຊີນເປໂຕ ແລະ ຢາໂກໂບ ໃຫ້ປະວຽກງານຂອງຕົນ ແລ້ວ “ໃຫ້ກາຍເປັນຜູ້ຫາຄົນແທນຫາປາ” (ມາຣະໂກ 1:17). ພຣະອົງໄດ້ເຊື້ອເຊີນຜູ້ຍິງທີ່ຖືກຈັບໃນຖານຫລິ້ນຊູ້ວ່າ “ຈົ່ງໄປສາ, ຕໍ່ໄປຢ່າເຮັດບາບອີກ” (ໂຢຮັນ 8:11). ພຣະອົງໄດ້ເຊື້ອເຊີນເສດຖີໜຸ່ມ ໃຫ້ໄປຂາຍທຸກສິ່ງທີ່ລາວມີຢູ່ ແລ້ວຕິດຕາມພຣະອົງ (ເບິ່ງ ມາຣະໂກ 10:17–22). ເຮົາກໍສາມາດມີຄວາມກ້າຫານ ແລະ ມີຄວາມຮັກທັງສອງຢ່າງໄດ້ ຂະນະທີ່ເຮົາເຊື້ອເຊີນຄົນອື່ນໃຫ້ປ່ຽນແປງ ແລ້ວໃຫ້ມາຕິດຕາມພຣະຜູ້ຊ່ວຍໃຫ້ລອດ.
-
ໃຫ້ຈື່ຈຳວ່າ ມັນເປັນການເລືອກຂອງເຂົາເຈົ້າທີ່ຈະປ່ຽນແປງ
ຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດໃຫ້ປ່ຽນແປງ ບໍ່ໄດ້ເປັນແບບກົດດັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ສອນ ແລະ ໄດ້ເຊື້ອເຊີນ, ແຕ່ພຣະອົງບໍ່ໄດ້ບັງຄັບ. ເສດຖີໜຸ່ມ “ໄດ້ໜີໄປດ້ວຍຄວາມທຸກໃຈຢ່າງໜັກ” (ມັດທາຍ 19:22). ໃນເມືອງກາເປນາອູມ, ສານຸສິດຫລາຍຄົນຂອງພຣະອົງ ໄດ້ເລືອກ “ບໍ່ໄປກັບພຣະອົງ,” ແລະ ພຣະອົງໄດ້ຖາມພວກສາວົກສິບສອງຄົນວ່າ ພວກເພິ່ນກໍຢາກໜີໄປຄືກັນບໍ (ເບິ່ງ ໂຢຮັນ 6:66–67). ຜູ້ຕິດຕາມໂຢຮັນ ບັບຕິສະໂຕ ໄດ້ເລືອກຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ແຕ່ບາງຄົນບໍ່ໄດ້ຕິດຕາມພຣະອົງ (ເບິ່ງ ໂຢຮັນ 1:35–37; 10:40–42). ເຮົາສາມາດເຊື້ອເຊີນຄົນອື່ນໃຫ້ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ແຕ່ເຮົາບໍ່ສາມາດຕັດສິນໃຈທີ່ຈະປ່ຽນແປງແທນເຂົາເຈົ້າໄດ້. ແລະ ຖ້າຫາກເຂົາເຈົ້າບໍ່ເລືອກທີ່ຈະປ່ຽນແປງ, ເຮົາກໍບໍ່ຄວນທໍ້ຖອຍໃຈ—ຫລື ບໍ່ຄວນຄິດວ່າ ຕົວເອງລົ້ມເຫລວ.
-
ອະທິຖານຂໍໃຫ້ຄົນອື່ນສາມາດປ່ຽນແປງ
ລະຫວ່າງການອ້ອນວອນຂອງພຣະອົງ, ພຣະເຢຊູໄດ້ທູນຂໍໃຫ້ພຣະເຈົ້າປ້ອງກັນສານຸສິດຂອງພຣະອົງຈາກຄວາມຊົ່ວຮ້າຍ, ໃຫ້ເຂົາເຈົ້າກາຍເປັນເໝືອນດັ່ງພຣະອົງ ແລະ ພຣະບິດາຫລາຍຂຶ້ນ, ແລະ ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ (ເບິ່ງ ໂຢຮັນ 17:11, 21–23, 26). ແລະ ໂດຍທີ່ຮູ້ວ່າ ເປໂຕຈະຕ້ອງການຄວາມເຂັ້ມແຂງ ໃນຄວາມພະຍາຍາມຂອງເພິ່ນ ທີ່ຈະສາມາດເຮັດບົດບາດຂອງເພິ່ນໄດ້, ພຣະຜູ້ຊ່ວຍໃຫ້ລອດຈຶ່ງໄດ້ອະທິຖານເພື່ອເພິ່ນ (ເບິ່ງ ລູກາ 22:32). ຄຳອະທິຖານຂອງເຮົາເພື່ອຄົນອື່ນ ສາມາດສ້າງຄວາມແຕກຕ່າງໄດ້ (ເບິ່ງ ຢາໂກໂບ 5:16).
-
ສິດສອນເຂົາເຈົ້າໃຫ້ເພິ່ງອາໄສອຳນາດຂອງພຣະອົງ
ພຽງແຕ່ຜ່ານທາງພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນ ທີ່ເຮົາຈະສາມາດປ່ຽນແປງໄດ້ແທ້ໆ ແລະ ເຕີບໂຕໄປສູ່ສັກກະຍະພາບແຫ່ງສະຫວັນຂອງເຮົາ ທີ່ເຮົາທຸກຄົນມີ. ພຣະອົງ “ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດແທ້ໆ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງ [ພຣະອົງ]” (ໂຢຮັນ 14:6). ແມ່ນອຳນາດຂອງພຣະອົງ ທີ່ສາມາດ “ເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງ” (ອີເທີ 12:27). ແມ່ນສັດທາໃນອຳນາດແຫ່ງການຊົດໃຊ້ຂອງພຣະອົງ ທີ່ເຮັດໃຫ້ແອວມາຜູ້ເປັນລູກປ່ຽນແປງໄດ້ (ເບິ່ງ ແອວມາ 36:16–23). ເຮົາສາມາດສິດສອນຄົນອື່ນໃຫ້ເພິ່ງອາໄສພຣະຜູ້ຊ່ວຍໃຫ້ລອດ ເພື່ອວ່າເຂົາເຈົ້າຈະສາມາດມີອຳນາດແຫ່ງການຫລໍ່ຫລອມຂອງພຣະອົງ ຢູ່ໃນຊີວິດຂອງເຂົາເຈົ້າໄດ້.
-
ປະຕິບັດຕໍ່ເຂົາເຈົ້າ ເທົ່າທີ່ເຂົາເຈົ້າສາມາດກາຍເປັນ
ຄວາມຮັກ ແລະ ການຍອມຮັບ ສາມາດເປັນສິ່ງກະຕຸ້ນໃຫ້ເກີດການປ່ຽນແປງໄດ້. ຜູ້ຍິງທີ່ນ້ຳສ້າງ ໄດ້ຢູ່ກິນກັບຜູ້ຊາຍທີ່ບໍ່ແມ່ນຜົວຂອງນາງ. ສານຸສິດຂອງພຣະເຢຊູ “ປະຫລາດໃຈທີ່ເຫັນພຣະອົງກຳລັງເວົ້າກັບແມ່ຍິງ” (ໂຢຮັນ 4:27), ແຕ່ພຣະເຢຊູເປັນຫ່ວງຫລາຍກວ່າ ກັບສິ່ງທີ່ນາງສາມາດກາຍເປັນ. ພຣະອົງໄດ້ສິດສອນນາງ ແລະ ໄດ້ໃຫ້ໂອກາດແກ່ນາງເພື່ອປ່ຽນແປງ, ຊຶ່ງນາງກໍໄດ້ເຮັດ. (ເບິ່ງ ໂຢຮັນ 4:4–42.)
ເມື່ອເຮົາປະຕິບັດຕໍ່ຄົນອື່ນ ໃນທາງທີ່ເຂົາເຈົ້າເຄີຍເປັນ ແທນທີ່ຈະເປັນໃນທາງທີ່ເຂົາເຈົ້າຈະກາຍເປັນໄດ້, ແລ້ວເຮົາຈະຈ່ອງດຶງເຂົາເຈົ້າບໍ່ໃຫ້ກ້າວໜ້າ. ແຕ່ເຮົາສາມາດໃຫ້ອະໄພ ແລະ ລືມຄວາມຜິດພາດໃນອະດີດ. ເຮົາສາມາດເຊື່ອວ່າ ຄົນອື່ນສາມາດປ່ຽນແປງໄດ້. ເຮົາສາມາດມອງຂ້າມຄວາມອ່ອນແອ ແລະ ຊີ້ບອກລັກສະນະພິເສດໃນທາງບວກ ທີ່ເຂົາເຈົ້າບໍ່ສາມາດຫລຽວເຫັນໃນຕົວເອງ. ”ເຮົາມີໜ້າທີ່ຮັບຜິດຊອບທີ່ຈະເບິ່ງຜູ້ຄົນ ບໍ່ພຽງແຕ່ໃນທາງທີ່ເຂົາເຈົ້າເປັນຢູ່ໃນຕອນນີ້, ແຕ່ໃນທາງທີ່ເຂົາເຈົ້າຈະກາຍເປັນ.”1
-
ປ່ອຍໃຫ້ເຂົາເຈົ້າເດີນໄປຕາມທີ່ເຂົາເຈົ້າສາມາດ
ການປ່ຽນແປງຈະໃຊ້ເວລາ. ເຮົາທຸກຄົນຕ້ອງ “ດຳເນີນຕໍ່ໄປດ້ວຍຄວາມອົດທົນ ຈົນກວ່າ [ເຮົາ] ຈະຖືກເຮັດໃຫ້ດີພ້ອມ” (ຄຳສອນ ແລະ ພັນທະສັນຍາ 67:13). ພຣະເຢຊູໄດ້ອົດທົນກັບຜູ້ຄົນ ແລະ ສືບຕໍ່ສິດສອນແມ່ນແຕ່ຜູ້ທີ່ຕໍ່ຕ້ານພຣະອົງ, ເປັນພະຍານເຖິງບົດບາດຂອງພຣະອົງ ທີ່ພຣະບິດາຂອງພຣະອົງໄດ້ປະທານໃຫ້ພຣະອົງ ແລະ ຕອບຄຳຖາມຂອງເຂົາເຈົ້າ (ເບິ່ງ ມັດທາຍ 12:1–13; ໂຢຮັນ 7:28–29). ເຮົາສາມາດອົດທົນກັບຜູ້ຄົນ ແລະ ຊຸກຍູ້ເຂົາເຈົ້າໃຫ້ອົດທົນກັບຕົວເອງໄດ້.
-
ຢ່າທໍ້ຖອຍ ຖ້າຫາກເຂົາເຈົ້າກັບຄືນໄປໃຊ້ຊີວິດແບບເກົ່າ
ຫລັງຈາກພຣະຄຣິດໄດ້ສິ້ນພຣະຊົນ, ແມ່ນແຕ່ເປໂຕ ແລະ ອັກຄະສາວົກບາງຄົນ ກໍໄດ້ກັບຄືນໄປໃຊ້ຊີວິດແບບເກົ່າ (ເບິ່ງ ໂຢຮັນ 21:3). ພຣະຄຣິດໄດ້ເຕືອນເປໂຕວ່າ ລາວຕ້ອງ “ລ້ຽງແກະໜຸ່ມ [ຂອງພຣະອົງ]” (ເບິ່ງ ໂຢຮັນ 21:15–17), ແລະ ເປໂຕກໍໄດ້ກັບຄືນສູ່ການປະຕິບັດສາດສະໜາກິດ. ມັນເປັນສິ່ງງ່າຍແທ້ໆ ທີ່ຈະກັບຄືນໄປໃຊ້ຊີວິດແບບເກົ່າ. ເຮົາສາມາດສືບຕໍ່ສະໜັບສະໜູນ ດ້ວຍການຊຸກຍູ້ທີ່ອ່ອນໂຍນ ແລະ ດ້ວຍຄຳເຊື້ອເຊີນທີ່ໃຫ້ການດົນໃຈ ເພື່ອໃຫ້ສືບຕໍ່ຕິດຕາມພຣະຜູ້ຊ່ວຍໃຫ້ລອດ ແລະ ພະຍາຍາມກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ປ່ອຍໃຫ້ຄົນອື່ນເຕີບໂຕ
ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ເລົ່າເລື່ອງນີ້ກ່ຽວກັບການປ່ອຍໃຫ້ຄົນອື່ນເຕີບໂຕ: “ມີເທື່ອໜຶ່ງຂ້າພະເຈົ້າໄດ້ຖືກບອກກ່ຽວກັບຊາຍໜຸ່ມຄົນໜຶ່ງ ຜູ້ຊຶ່ງເປັນເວລາຫລາຍປີ ທີ່ລາວຖືກກ່າວເຖິງຄືກັບວ່າລາວເປັນຕົວຕະຫລົກຢູ່ໂຮງຮຽນ. ລາວມີຂໍ້ເສຍບາງຢ່າງ, ແລະ ເປັນເລື່ອງງ່າຍ ທີ່ໝູ່ເພື່ອນຂອງລາວຈະເວົ້າຢອກລໍ້ລາວ. ຕໍ່ມາໃນຊີວິດຂອງລາວ ລາວໄດ້ຍ້າຍໜີ. ໃນທີ່ສຸດ ລາວໄດ້ເຂົ້າຮ່ວມກອງທັບທະຫານ ແລະ ກໍປະສົບຄວາມສຳເລັດຫລາຍ ເລື່ອງການສຶກສາ ແລະ ໂດຍສະເພາະເລື່ອງການໜີຈາກອະດີດຂອງລາວ. ເໜືອສິ່ງອື່ນໃດ, ດັ່ງທີ່ຫລາຍຄົນຢູ່ໃນກອງທັບ, ລາວໄດ້ພົບຄວາມສວຍງາມ ແລະ ຄວາມຍິ່ງໃຫຍ່ຂອງສາດສະໜາຈັກ ແລະ ກາຍເປັນຜູ້ໜຶ່ງທີ່ເຂັ້ມແຂງ ແລະ ມີຄວາມສຸກໃນນັ້ນ.
“ແລ້ວ, ຫລັງຈາກຫລາຍປີ, ລາວໄດ້ກັບຄືນໄປຢູ່ບ້ານທີ່ລາວເຄີຍອາໄສຢູ່ໃນໄວໜຸ່ມຂອງລາວ. ຜູ້ຄົນລຸ້ນດຽວກັບລາວສ່ວນຫລາຍໄດ້ຍ້າຍໜີ ແຕ່ກໍບໍ່ແມ່ນໝົດທຸກຄົນ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ເມື່ອລາວກັບມາຂ້ອນຂ້າງປະສົບຄວາມສຳເລັດ ແລະ ເກີດໃໝ່, ຄວາມຄິດເດີມທີ່ເຄີຍມີມາກ່ອນກໍຍັງຢູ່ທີ່ນັ້ນ, ເພື່ອລໍການກັບມາຂອງລາວ. ຕໍ່ຜູ້ຄົນໃນບ້ານເກີດຂອງລາວແລ້ວ, ລາວກໍຍັງຄົງເປັນ ‘ອ້າຍໂງ່ຢູ່ເໝືອນເດີມ.’ …
“ໃນທີ່ສຸດ ຄວາມພະຍາຍາມທີ່ເໝືອນໂປໂລ ທີ່ຈະໜີຈາກອະດີດ ແລະ ຄວ້າເອົາລາງວັນທີ່ພຣະເຈົ້າໄດ້ວາງໄວ້ຢູ່ຕໍ່ໜ້າລາວ ໄດ້ລົດລົງເລື້ອຍໆ ຈົນກະທັ້ງລາວຕາຍໄປ ໃນແບບທີ່ມີຊີວິດຄືກັນກັບຕອນທີ່ລາວຍັງໜຸ່ມ. … ໜ້າເສຍໃຈ, ໜ້າໂສກເສົ້າທີ່ລາວໄດ້ຖືກອ້ອມຮອບໄປດ້ວຍ … ຜູ້ຄົນທີ່ຄິດວ່າ ອະດີດຂອງລາວ ເປັນໜ້າສົນໃຈຫລາຍກວ່າອະນາຄົດຂອງລາວ. ພວກເຂົາໄດ້ດຶງເອົາສິ່ງທີ່ລາວຍຶດໝັ້ນໄປຈາກລາວ ຊຶ່ງເປັນສິ່ງທີ່ພຣະຄຣິດໄດ້ຍຶດໝັ້ນລາວໄວ້. ແລະ ລາວໄດ້ຕາຍໄປດ້ວຍຄວາມໂສກເສົ້າ, ເຖິງແມ່ນວ່າມັນບໍ່ໄດ້ເປັນຄວາມຜິດຂອງລາວກໍຕາມ. …
“ຈົ່ງປ່ອຍໃຫ້ຜູ້ຄົນກັບໃຈ. ຈົ່ງປ່ອຍໃຫ້ຜູ້ຄົນເຕີບໂຕ. ເຊື່ອວ່າຜູ້ຄົນສາມາດປ່ຽນແປງ ແລະ ພັດທະນາຕົນໄດ້.”2
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, August 2019. Laotian. 15769 331