​2019
ທ່ານ​ກຳ​ລັງ​ພາດ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດນີ້​ບໍ?
ເດືອນ​ຕຸລາ 2019


ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ຕຸລາ 2019

ທ່ານ​ກຳ​ລັງ​ພາດ ພາກ​ສ່ວນ​ທີ່​ສຳ​ຄັນ ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດນີ້​ບໍ?

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແມ່ນ​ເພື່ອ “ປິ​ຕິ​ຍິນ​ດີ​ກັບ​ຜູ້​ທີ່​ປິ​ຕິ​ຍິນ​ດີ” ເທົ່າໆ​ກັບ ການ​ທີ່​ຈະ “ຮ້ອງ​ໄຫ້ກັບ​ຄົນ​ທີ່​ຮ້ອງ​ໄຫ້” (ໂຣມ 12:15).

ຮູບ​ພາບ
ministering

ແຕ້ມ​ໂດຍ ອໍກັສໂຕ ຊາມໂບນາໂຕ

ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ມັນ​ງ່າຍ​ທີ່​ຈະ​ຄິດ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຄົນ​ທີ່ຂັດ​ສົນ. ເຮົາ​ເວົ້າ​ກ່ຽວ​ກັບ​ການ​ເຮັດ​ສວນ​ຄົວ​ໃຫ້​ແມ່​ໝ້າຍ, ການເອົາ​ອາ​ຫານ​ໄປ​ໃຫ້​ຜູ້​ເຈັບ​ປ່ວຍ, ຫລື ການບໍ​ລິ​ຈາກໃຫ້​ແກ່​ຜູ້​ທີ່ຍາກ​ຈົນ. ເຮົາ​ຈື່​ຈຳ​ຄຳ​ແນະ​ນຳຂອງ​ໂປ​ໂລ ທີ່​ວ່າ “ຮ້ອງ​ໄຫ້ກັບ​ຄົນ​ທີ່​ຮ້ອງ​ໄຫ້,” ແຕ່​ເຮົາ​ເອົາ​ໃຈ​ໃສ່​ພຽງ​ພໍ​ແລ້ວບໍ ກັບ ພາກ​ສ່ວນ ທຳ​ອິດ ຂອງ​ຂໍ້​ນັ້ນ—ຄື​ທີ່​ຈະ “ປິ​ຕິ​ຍິນ​ດີ​ກັບ​ຜູ້​ທີ່​ປິ​ຕິ​ຍິນ​ດີ? (ໂຣມ 12:15). “ການປິ​ຕິ​ຍິນ​ດີ​ກັບ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່—ບໍ່​ວ່າ ມັນ​ໝາຍ​ເຖິງ​ການ​ສະ​ຫລອງ​ຄວາມ​ສຳ​ເລັດຜົນ​ຂອງ​ເຂົາ​ເຈົ້າ ຫລື ການ​ຊ່ວຍ​ເຂົາ​ເຈົ້າ​ພົບ​ຄວາມ​ສຸກ ໃນ​ເວ​ລາ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ—ເປັນ​ສິ່ງ​ທີ່​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປະ​ຕິ​ບັດ.

ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ສາມ​ຢ່າງ ທີ່​ສາ​ມາດ​ຊ່ວຍ (ແລະ ຢ່າງ​ໜຶ່ງ​ແມ່ນ​ເພື່ອ​ໃຫ້​ຫລີກ​ເວັ້ນ) ຂະ​ນະ​ທີ່​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ດີ ທີ່​ພຣະ​ເຈົ້າເອົາ​ໃສ່​ໄວ້​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ.

1. ຮັບ​ຮູ້

ບອນນີ ເອັຈ ຄໍດອນ, ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ, ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ເຮົາ​ຕ້ອງ ເຫັນ ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່—ບໍ່​ແມ່ນ​ເຫັນ​ພຽງ​ແຕ່​ພາ​ລະ ແລະ ການດີ້ນ​ລົນ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ເຫັນ​ຄວາມ​ເຂັ້ມ​ແຂງ, ພອນ​ສະ​ຫວັນ, ແລະ ຄວາມ​ສຳ​ເລັດ​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ເພິ່ນ​ໄດ້​ກ່າວວ່າ ເຮົາ​ຕ້ອງ​ເປັນ “ຜູ້​ສະ​ໜັບ​ສະ​ໜູນ ແລະ ຜູ້ທີ່​ໄວ້ເນື້ອ​ເຊື່ອໃຈ​ໄດ້—ຄົນທີ່​ຮັບຮູ້​ສະຖາ​ນະການ​ຂອງ​ເຂົາເຈົ້າ ແລະ ສົ່ງເສີມ​ເຂົາເຈົ້າ​ໃນ​ຄວາມ​ຫວັງ ແລະ ຄວາມ​ປາດ​ຖະໜາ​ຂອງ​ເຂົາເຈົ້າ.”1

ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ແກະ ກັບ​ແບ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວວ່າ ຜູ້​ທີ່​ຈະ​ຖືກ​ພົບ​ເຫັນ​ຢູ່​ທາງ​ເບື້ອງ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ຈະ​ຖາມ​ວ່າ: “ພຣະ​ອົງ​ເຈົ້າ​ເອີຍ, ເມື່ອ​ໃດ​ພວກຂ້າ​ນ້ອຍ​ເຫັນ​ພຣະ​ອົງ​ຫິວ​ເຂົ້າ ແລະ ເອົາ​ເຂົ້າ​ໃຫ້​ພຣະ​ອົງ​ກິນ ແລະ ເຫັນ​ພຣະ​ອົງ​ຫິວ​ນ້ຳ ແລະ ເອົາ​ນ້ຳ​ໃຫ້​ພຣະ​ອົງ​ດື່ມ?

“ເມື່ອໃດ​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ເປັນ​ແຂກບ້ານ ແລະ ຮັບຕ້ອນ​ພຣະອົງ​ໄວ້?” (ມັດ​ທາຍ 25:37–38).

“ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄຳ​ທີ່​ສຳຄັນ​ແມ່ນ ເຫັນ” ຊິດສະເຕີ​ຄໍດອນ​ໄດ້​ກ່າວ. “ຝ່າຍ​ພວກຜູ້​ຊອບທຳ​ໄດ້​ເຫັນ​ຜູ້ຄົນ​ທີ່​ຂັດສົນ​ເພາະ​ເຂົາເຈົ້າ​ໄດ້​ເຝົ້າ​ດູແລ ແລະ ສັງເກດ​ເຫັນ. ເຮົາ​ກໍ​ສາມາດ​ເປັນຜູ້​ເຝົ້າດູ​ແລ​ໄດ້​ຄື​ກັນ ເພື່ອ​ຈະຊ່ວຍ ແລະ ປອບໂຍນ, ສະຫລອງ ແລະ ແມ່ນ​ແຕ່​ມີ​ຄວາມຝັນ.”2

2. ຊອກ​ຫາ​ເຫດ​ຜົນ​ທີ່​ຈະ​ສະ​ຫລອງ

ສະ​ຫລອງ​ຄວາມ​ສຳ​ເລັດ ບໍ່​ວ່າ​ຈະຫລາຍ ຫລື ໜ້ອຍກໍ​ຕາມ. ມັນ​ອາດ​ເປັນ​ການ​ຜ່ານ​ຜ່າ​ໂຣກ​ມະ​ເລັງ ຫລື ການຜ່ານ​ຜ່າ​ການ​ເລີກ​ກັນ, ການ​ຊອກ​ຫາ​ວຽກ​ການ​ໃໝ່ ຫລື ການ​ຊອກ​ຫາ​ເກີບ​ທີ່​ເສຍ, ການ​ອົດ​ໄປ​ແຕ່​ລະ​ວັນ​ຫລັງ​ຈາກ​ທີ່​ໄດ້​ສູນ​ເສຍ​ຄົນ​ທີ່​ຮັກ​ໄປ ຫລື ການ​ອົດ​ກິນ​ນ້ຳ​ຕານ​ໝົດ​ອາ​ທິດ​ກໍ​ຕາມ.

ໃຫ້​ໂທ​ໄປ​ສະ​ແດງ​ຄວາມ​ຍິນ​ດີ, ຂຽນ​ຈົດ​ໝາຍ​ນ້ອຍ​ຫາ, ຫລື ອອກ​ໄປ​ກິນ​ເຂົ້າ​ສວຍ​ນຳ​ກັນ. ໂດຍ​ການ​ແບ່ງ​ປັນ​ພອນ​ໃຫ້​ກັນ, ການ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ກະ​ຕັນ​ຍູ, ແລະ ການ​ສະ​ຫລອງ​ພອນ ແລະ ຄວາມ​ສຳ​ເລັດກັບ​ຄົນ​ອື່ນ, ເຮົາ “ຈະ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ສຸກ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ” (ແອວມາ 30:34).

3. ເບິ່ງ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ບາງ​ເທື່ອ​ການ​ປິ​ຕິ​ຍິນ​ດີ​ກັບ​ຄົນ​ອື່ນ ກໍ​ໝາຍ​ເຖິງ​ການ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ເຫັນ​ເຫດ​ຜົນ​ຂອງ​ການ​ປິ​ຕິ​ຍິນ​ດີ—ບໍ່​ວ່າ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ ຫລື ​ມີ​ຄວາມດີ​ອົກ​ດີ​ໃຈ​ຫລາຍ​ຂະ​ໜາດ​ໃດ​ກໍ​ຕາມ ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ. ການ​ຮູ້ຄວາມ​ຈິງ​ທີ່​ລຽບ​ງ່າຍ ທີ່​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ກ່ຽວ​ກັບ​ເຮົາ ແລະ ພ້ອມ​ແລ້ວ​ທີ່​ຈະ​ຍົກ​ເຮົາ​ຂຶ້ນ ສາ​ມາດ​ເປັນ​ແຫລ່ງ​ແຫ່ງ​ຄວາມ​ສຸກ​ທີ່​ດີ​ທີ່​ສຸດ.

ທ່ານ​ສາ​ມາດ​ຊ່ວຍ​ເຫລືອ​ຄົນ​ໃຫ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄດ້ ໂດຍ​ການ​ແບ່ງ​ປັນ​ວິ​ທີ​ທີ່​ທ່ານ​ໄດ້​ເຫັນ​ພຣະ​ຫັດນັ້ນ ໃນ​ຊີ​ວິດ​ຂອງ​ທ່ານ​ເອງ. ໃຫ້​ສ່ຽງ​ທີ່​ຈະ​ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຊ່ວຍ​ເຫລືອ​ທ່ານ ຜ່ານ​ຜ່າ​ການ​ທ້າ​ທາຍ​ຂອງ​ທ່ານ. ປະ​ຈັກ​ພະ​ຍານນີ້​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ຮູ້ ແລະ ຍອມ​ຮັບ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ເຫລືອ​ເຂົາ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 24:14).

4. ຢ່າ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ປິ​ຕິ​ຍິນ​ດີ

ໜ້າ​ເສຍ​ດາຍ​ທີ່ ບາງ​ເທື່ອ​ເຮົາ​ຈະຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ປິ​ຕິ​ຍິນ​ດີກັບ​ຄົນ​ອື່ນ, ໂດຍ​ສະ​ເພາະ ໃນ​ເວ​ລາ​ທີ່​ເຮົາ​ຮູ້​ສຶກບໍ່​ໝັ້ນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ມີໃຫ້ ຫລື ຖາ​ນະ​ຂອງ​ເຮົາ​ໃນ​ຊີ​ວິດ. ແທນ​ທີ່​ຈະ​ມີ​ຄວາມສຸກ ເມື່ອ​ເຫັນ​ຄົນ​ອື່ນ​ມີ​ຄວາມ​ສຸກ, ແຕ່​ເຮົາ​ພັດ​ເອົາ​ຕົວ​ເອງ ໄປ​ປຽບ​ທຽບ​ໃສ່ກັບ​ເຂົາ​ເຈົ້າ. ແລະ ດັ່ງ​ທີ່​ແອວ​ເດີ ຄວິນ​ຕິນ ແອວ ຄຸກ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສິດ​ສອນ​ວ່າ: “ການ​ປຽບ​ທຽບ​ພອນ ສ່ວນ​ຫລາຍ​ຈະ​ຂັບ​ໄລ່​ຄວາມ​ສຸກ​ໃຫ້​ໜີ​ໄປ. ເຮົາ​ບໍ່​ສາ​ມາດ​ມີ​ຄວາມ​ກະ​ຕັນ​ຍູ ແລະ ມີ​ຄວາມ​ອິດສາ​ບັງ​ບຽດ​ໃນ​ເວ​ລາ​ດຽວ​ກັນ.”3

“ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ໂນ້ມ​ອຽງ ທີ່​ເຫັນ​ໄດ້​ຢູ່​ໃນ​ເກືອບ​ທຸກ​ຄົນ ໄດ້​ແນວ​ໃດ?” ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້ຖາມ. “… ເຮົາ​ສາ​ມາດ​ນັບ​ພອນ​ຫລາຍໆ​ຢ່າງ​ຂອງ​ເຮົາ ແລະ ເຮົາ​ສາ​ມາດຍິນ​ດີ​ກັບ​ຄວາມ​ສຳ​ເລັດ​ຜົນ​ຂອງ​ຄົນ​ອື່ນ. ສິ່ງ​ທີ່​ດີ​ທີ່​ສຸດແມ່ນ ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ, ຊຶ່ງ​ເປັນ​ວິ​ທີອອກ​ກຳ​ລັງ​ຫົວ​ໃຈ​ທີ່​ດີ​ທີ່​ສຸດ ທີ່​ເຄີຍ​ຮູ້​ຈັກ​ມາ.”4 ແທນ​ທີ່​ຈະ​ປຽບ​ທຽບ, ເຮົາ​ສາ​ມາດ​ຍ້ອງ​ຍໍ​ຄົນ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ໃຫ້​ບອກເຂົາ​ເຈົ້າ​ຢ່າງ​ເຕັມ​ໃຈ​ເຖິງ​ສິ່ງ​ທີ່​ທ່ານ​ປາບ​ປື້ມ​ນຳ​ເຂົາ​ເຈົ້າ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ດັ່ງ​ທີ່​ໂປ​ໂລ​ໄດ້​ເຕືອນ​ເຮົາ, ເຮົາ​ທຸກ​ຄົນ​ເປັນພາກ​ສ່ວນ​ໜຶ່ງ​ໃນ​ພຣະກາຍ​ຂອງ​ພຣະ​ຄຣິດ, ແລະ ເມື່ອ “ອະ​ໄວ​ຍະ​ວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ, ອະ​ໄວ​ຍະ​ວະ​ທັງ​ໝົດ​ກໍ​ປິ​ຕິ​ຍິນ​ດີ​ດ້ວຍ​ກັນ” (1 ໂກຣິນໂທ 12:26). ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຮົາ​ສາ​ມາດ​ຮູ້​ເຖິງ​ປະ​ສົບ​ການ​ຂອງ​ຄົນ​ອື່ນ, ສະ​ຫລອງ​ຄວາມ​ສຳ​ເລັດ​ຜົນ ບໍ່​ວ່າ​ຈະ​ຫລາຍ ຫລື ໜ້ອຍ, ຊ່ວຍ​ເຂົາ​ເຈົ້າ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເອົາ​ຊະ​ນະຄວາມ​ອິດ​ສາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ປິ​ຕິ​ຍິນ​ດີກັບ​ພອນ, ພອນ​ສະ​ຫວັນ, ແລະ ຄວາມ​ສຸກ​ນຳ​ກັນ.

ແຫລ່ງ​ອ້າງ​ອີງ

  1. Bonnie H. Cordon, “Becoming a Shepherd,” Liahona, Nov. 2018, 75.

  2. Bonnie H. Cordon, “Becoming a Shepherd,” 75.

  3. Quentin L. Cook, “Rejoice!” Ensign, Nov. 1996, 30.

  4. Jeffrey R. Holland, “The Ministry of Reconciliation,” Liahona, Nov. 2002, 64.

ພິມ