ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນທັນວາ 2019
ສິ່ງທີ່ ບຸນຄຣິດສະມາດ ສິດສອນເຮົາກ່ຽວກັບ ການປະຕິບັດສາດສະໜາກິດ
“ນີ້ຄືເທດສະການທີ່ມັກຊອບໃນຮອບປີ. ບໍ່ດົນຈະມີເພງຄຣິດສະມາດໃຫ້ຮ້ອງ. ບອກເຖິງການກຳເນີດຂອງພຣະເຢຊູ ທີ່ມາສູ່ໂລກ ຕອນເດັກແດງທາລົກ” (“The Nativity Song,” Children’s Songbook, 52).
ຊ່ວງບຸນຄຣິດສະມາດ ເປັນເວລາທີ່ດີເລີດ ເມື່ອຝູງແກະ, ຜູ້ລ້ຽງແກະ, ຄອກສັດ, ແລະ ດວງດາວ ມີຄວາມໝາຍໃໝ່ໃນທັນທີ. ທັງໝົດກາຍເປັນຕົວລະຄອນທີ່ສຳຄັນ ໃນເລື່ອງເລົ່າເຖິງເຫດການທີ່ສຳຄັນທີ່ສຸດ ໃນປະຫວັດສາດຂອງມະນຸດ: ການກຳເນີດຂອງພຣະເຢຊູຄຣິດ. ຫລາຍໆຄອບຄົວກໍສະແດງພາບການກຳເນີດຂອງພຣະອົງ ຢູ່ໃນບ້ານເຮືອນຂອງເຂົາເຈົ້າ. ບາງຄອບຄົວກໍອ່ານເລື່ອງເລົ່າ ຫລື ຫລິ້ນລະຄອນກ່ຽວກັບການກຳເນີດຂອງພຣະອົງ. ຄືກັນກັບເລື່ອງເລົ່າອື່ນໆກ່ຽວກັບພຣະເຢຊູຄຣິດ, ເລື່ອງເລົ່າກ່ຽວກັບການກຳເນີດຂອງພຣະອົງ ກໍເຕັມໄປດ້ວຍບົດຮຽນທີ່ເຮົາສາມາດຮຽນຮູ້ກ່ຽວກັບການປະຕິບັດສາດສະໜາກິດ, ກ່ຽວກັບການແບ່ງປັນຄວາມສະຫວ່າງຂອງພຣະອົງ ເພື່ອສ່ອງແສງແກ່ໂລກ. “ເລື່ອງເລົ່າຄຣິດສະມາດ ແມ່ນກ່ຽວກັບຄວາມຮັກ,” ປະທານເຮັນຣີ ບີ ໄອຣິງ ທີ່ປຶກສາທີສອງໃນຝ່າຍປະທານສູງສຸດໄດ້ກ່າວ.
“… ໃນເລື່ອງການກຳເນີດຂອງພຣະຄຣິດ, ເຮົາສາມາດເຫັນ ແລະ ຮູ້ສຶກວ່າ ພຣະອົງເປັນຄົນແນວໃດ. ວ່າພຣະອົງໄດ້ຊ່ວຍເຮົາໄປຕະຫລອດທາງ. ແລະ ຈະພາເຮົາໃຫ້ລືມຕົວເອງ ແລະ ຊ່ວຍເຫລືອຄົນອື່ນ.”1
“ໃນໂຮງແຮມນັ້ນບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ” (ລູກາ 2:7)
ເຈົ້າຂອງໂຮງແຮມບໍ່ໄດ້ເອົາໃຈໃສ່ທີ່ຈະຈັດຫາຫ້ອງໃຫ້ແກ່ພຣະຜູ້ຊ່ວຍໃຫ້ລອດ, ແຕ່ເຮົາບໍ່ຈຳເປັນຕ້ອງເຮັດຄວາມຜິດແບບດຽວກັນນັ້ນ! ເຮົາສາມາດຈັດຫາຫ້ອງໃຫ້ແກ່ພຣະຜູ້ຊ່ວຍໃຫ້ລອດຢູ່ໃນຫົວໃຈຂອງເຮົາໄດ້ ໂດຍການຈັດຫາຫ້ອງໃຫ້ແກ່ອ້າຍເອື້ອຍນ້ອງທີ່ນັ່ງຢູ່ໂຕະກັບເຮົາ, ຢູ່ໃນບ້ານເຮືອນຂອງເຮົາ, ແລະ ຢູ່ໃນປະເພນີຂອງເຮົາໄດ້. ປະເພນີຂອງຫລາຍໆຄອບຄົວ ສາມາດຖືກເຮັດໃຫ້ຫວານຊື່ນ ແລະ ແມ່ນແຕ່ເປັນຄວາມຊົງຈຳຫລາຍຂຶ້ນ ໂດຍການຮ່ວມຄົນອື່ນເຂົ້ານຳ. ດາຍອານາ ແລະ ຄອບຄົວຂອງນາງ ມີປະເພນີ ທີ່ເຊື້ອເຊີນບາງຄົນໃຫ້ມາຮ່ວມງານບຸນຄຣິດສະມາດນຳເຂົາເຈົ້າ. ທຸກເດືອນທັນວາ, ເຂົາເຈົ້າໄດ້ສົນທະນາ ແລະ ຕັດສິນໃຈວ່າ ເຂົາເຈົ້າຄວນເຊື້ອເຊີນຜູ້ໃດ.2 ບາງທີຄອບຄົວຂອງທ່ານສາມາດເລີ່ມຕົ້ນປະເພນີທີ່ຄ້າຍຄືກັນນີ້. ບາງທີບາງຄົນທີ່ທ່ານປະຕິບັດສາດສະໜາກິດຕໍ່ ຢາກມາຮ່ວມກັບຄອບຄົວຂອງທ່ານ ເພື່ອຮ້ອງເພງບຸນຄຣິດສະມາດທີ່ມັກຊອບນຳກັນ. ທ່ານອາດຈັດບ່ອນຢູ່ທີ່ໂຕະອາຫານສະຫລອງວັນຄຣິດສະມາດສຳລັບບາງຄົນ ຜູ້ບໍ່ມີຄອບຄົວຢູ່ໃກ້.
ຊິມີວິທີອື່ນໃດບໍ ທີ່ຈະຈື່ຈຳພຣະຜູ້ຊ່ວຍໃຫ້ລອດ ທີ່ດີໄປກວ່າການເຮັດຕາມຕົວຢ່າງຂອງພຣະອົງ ທີ່ລວມຄົນອື່ນເຂົ້ານຳ? ຈົ່ງຈື່ຈຳໄວ້ວ່າ ພຣະອົງເຊື້ອເຊີນ “ເຂົາທັງໝົດໃຫ້ເຂົ້າມາຫາພຣະອົງ ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ບໍ່ວ່າດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; ແລະ ພຣະອົງລະນຶກເຖິງຄົນທີ່ບໍ່ມີສາດສະໜານຳອີກ; ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ, ທັງຊາວຢິວ ແລະ ຄົນຕ່າງຊາດ” (2 ນີໄຟ 26:33). ຈັດຫາບ່ອນ ແລະ ໃຫ້ການຮັບຕ້ອນ.
“ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ” (ລູກາ 2:8)
ເບິ່ງແລ້ວຄືເໝາະສົມຫລາຍ ທີ່ພວກຄົນລ້ຽງແກະໄດ້ເປັນຜູ້ໜຶ່ງໃນບັນດາຜູ້ຄົນກຸ່ມທຳອິດ ທີ່ໄດ້ໄປເຝົ້າກຸມມານນ້ອຍ. ສາດສະດາໃນສະໄໝບູຮານ ໄດ້ກ່າວເຖິງພຣະເຢຊູຄຣິດວ່າເປັນ “ຜູ້ລ້ຽງຂອງອິດສະຣາເອນ” (ເພງສັນລະເສີນ 80:1) ແລະ ເປັນ “ຜູ້ລ້ຽງຜູ້ດຽວທົ່ວຜືນແຜ່ນດິນໂລກ” (1 ນີໄຟ 13:41). ແລະ ພຣະຄຣິດເອງ ກໍໄດ້ເວົ້າວ່າ, “ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ, ແລະ ຮູ້ຈັກແກະຂອງເຮົາ” (ໂຢຮັນ 10:14). ການຮູ້ຈັກແກະຂອງເຮົາ ແລະ ການເຝົ້າດູແລ ເປັນພາກສ່ວນທີ່ສຳຄັນຂອງການລ້ຽງດູ ແລະ ການປະຕິບັດສາດສະໜາກິດ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດກະທຳ.
ດ້ວຍແສງລິບລີ່ ແລະ ເຄື່ອງປະດັບ, ມັນມີຫລາຍສິ່ງທີ່ເປັນຕາເບິ່ງ ໃນຊ່ວງບຸນຄຣິດສະມາດ. ບາງທີຄວາມສວຍງາມທີ່ສຸດຂອງເທດສະການ ແມ່ນຕອນທີ່ເຮົາຈື່ຈຳທີ່ຈະຫັນຄວາມສົນໃຈຂອງເຮົາໄປຫາຜູ້ທີ່ເຮົາປະຕິບັດສາດສະໜາກິດຕໍ່ ແລະ ເຝົ້າດູແລຝູງແກະຂອງເຮົາເອງ. ການເຝົ້າດູແລສາມາດເປັນການສັງເກດເຫັນຂອງກິນຫລິ້ນທີ່ເຂົາເຈົ້າມັກຊອບ ຫລື ການຖາມກ່ຽວກັບແຜນການສະຫລອງງານບຸນຄຣິດສະມາດຂອງເຂົາເຈົ້າ. ເຮົາເຝົ້າດູແລເມື່ອເຮົາເຫັນ ແລະ ສະໜອງຄວາມຕ້ອງການຂອງຄົນອື່ນ—ທັງໃນສິ່ງທີ່ເຫັນໄດ້ຢ່າງແຈ່ມແຈ້ງ ແລະ ບໍ່ແຈ່ມແຈ້ງ.
ຕອນນາງແຊໂຣໄດ້ສູນເສຍ ມິກ ສາມີຂອງນາງໄປແບບກະທັນຫັນ, ນາງມີຄວາມໂສກເສົ້າຫລາຍ. ເມື່ອບຸນຄຣິດສະມາດປີທຳອິດທີ່ປາດສະຈາກສາມີເລື່ອນເຂົ້າມາໃກ້ຫລາຍຂຶ້ນເທົ່າໃດ, ນາງກໍຮູ້ສຶກເປົ່າປ່ຽວດຽວດາຍຫລາຍຂຶ້ນເທົ່ານັ້ນ. ໂຊກດີທີ່ຊິດສະເຕີ ຊອນນາ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດຂອງນາງໄດ້ຢູ່ໃກ້ຊິດ. ນາງຊອນນາ ແລະ ຈິມ ສາມີຂອງນາງ, ໄດ້ເຊື້ອເຊີນນາງແຊໂຣ ໃຫ້ໄປຮ່ວມສະຫລອງບຸນຄຣິດສະມາດນຳເຂົາເຈົ້າຫລາຍເທື່ອ. ເຂົາເຈົ້າໄດ້ສັງເກດເຫັນເສື້ອກັນໜາວທີ່ເກົ່າຂອງນາງ ແລະ ໄດ້ຕັດສິນໃຈເຮັດບາງຢ່າງ. ສອງສາມມື້ກ່ອນວັນຄຣິດສະມາດ, ນາງຊອນນາ ແລະ ຈິມ ໄດ້ເອົາຂອງຂວັນໄປໃຫ້ນາງແຊໂຣ: ເສື້ອກັນໜາວໃໝ່ທີ່ສວຍງາມ. ເຂົາເຈົ້າບໍ່ພຽງແຕ່ຮູ້ເຖິງຄວາມຕ້ອງການທາງໂລກຂອງນາງແຊໂຣ ທີ່ຕ້ອງມີເສື້ອກັນໜາວທີ່ອົບອຸ່ນເທົ່ານັ້ນ, ແຕ່ເຂົາເຈົ້າຍັງຮູ້ເຖິງຄວາມຕ້ອງການ ການປອບໂຍນທາງຈິດໃຈຂອງນາງ ແລະ ການເປັນເພື່ອນນຳອີກ. ເຂົາເຈົ້າໄດ້ສະໜອງຄວາມຕ້ອງການເຫລົ່ານັ້ນ ໃນວິທີທີ່ດີທີ່ສຸດ ທີ່ເຂົາເຈົ້າສາມາດເຮັດໄດ້ ແລະ ເປັນຕົວຢ່າງວ່າ ເຮົາຄືກັນ ກໍສາມາດຄອຍເຝົ້າດູແລຝູງແກະຂອງເຮົາໄດ້.3
“ພວກຜູ້ລ້ຽງແກະໄດ້ເວົ້າກັນວ່າ, ໃຫ້ພວກເຮົາພາກັນໄປເມືອງເບັດເລເຮັມເທາະ” (ລູກາ 2:15)
“ໃຫ້ພວກເຮົາພາກັນໄປເທາະ” ເປັນຄຳເຊື້ອເຊີນທີ່ລ່າເລີງ! ຄົນລ້ຽງແກະບໍ່ໄດ້ຄິດວ່າ ໝູ່ເພື່ອນຂອງຕົນຈະອິດເມື່ອຍຫລາຍເກີນໄປ ຈົນບໍ່ສາມາດເດີນທາງ. ເຂົາເຈົ້າບໍ່ໄດ້ເດີນທາງໄປເບັດເລເຮັມ ຄົນດຽວຢ່າງງຽບໆ. ເຂົາເຈົ້າໄດ້ຊວນກັນ ດ້ວຍຄຳວ່າ, “ໃຫ້ພວກເຮົາພາກັນໄປເທາະ!”
ເຖິງແມ່ນວ່າເຮົາບໍ່ສາມາດເຊື້ອເຊີນໝູ່ເພື່ອນຂອງເຮົາ ໃຫ້ມາເບິ່ງກຸມມານນ້ອຍເຢຊູ, ແຕ່ເຮົາກໍສາມາດເຊື້ອເຊີນເຂົາເຈົ້າໃຫ້ຮູ້ສຶກເຖິງວິນຍານຂອງບຸນຄຣິດສະມາດ (ຫລື ພຣະວິນຍານຂອງພຣະຄຣິດ) ໂດຍການຮັບໃຊ້ຮ່ວມກັບເຮົາ. “ວິທີທີ່ຈະເພີ່ມວິນຍານຂອງບຸນຄຣິດສະມາດ ແມ່ນການເອື້ອມອອກໄປຫາຄົນທີ່ຢູ່ອ້ອມຮອບເຮົາດ້ວຍໃຈເພື່ອແຜ່ ແລະ ມອບຕົວເຮົາເອງ,” ບອນນີ ແອວ ໂອສະກາສັນ, ອະດີດປະທານອົງການຍິງໜຸ່ມສາມັນໄດ້ກ່າວ.4 ໃຫ້ວາດພາບວ່າຕົວເອງກຳລັງຈັບເຍິງທຽນໄຂຢູ່. ຄົນອື່ນສາມາດເຫັນ ແລະ ຮັບຜົນປະໂຫຍດຈາກແສງສະຫວ່າງຂອງທຽນໄຂຂອງທ່ານໄດ້, ແຕ່ໃຫ້ເຮົາຄິດເບິ່ງວ່າ ເຂົາເຈົ້າຈະຮູ້ສຶກອົບອຸ່ນຫລາຍຂະໜາດໃດ ຖ້າຫາກເຮົາໃຊ້ທຽນໄຂຂອງເຮົາ ຈຸດໄຟໃຫ້ທຽນໄຂຂອງເຂົາເຈົ້າ ແລະ ປ່ອຍໃຫ້ເຂົາເຈົ້າຈັບເຍິງທຽນໄຂດ້ວຍຕົວເອງ.
ພຣະຄຣິດເອງໄດ້ສິດສອນວ່າ ຜູ້ທີ່ຕິດຕາມພຣະອົງຈະໄດ້ ຄວາມສະຫວ່າງຂອງຊີວິດ (ເບິ່ງ ໂຢຮັນ 8:12). ການຮັບໃຊ້ຄືກັນກັບພຣະອົງ ເປັນວິທີໜຶ່ງທີ່ເຮົາສາມາດຕິດຕາມພຣະອົງ ແລະ ຊື່ນຊົມກັບຄວາມສະຫວ່າງນັ້ນ. ສະນັ້ນ ຈົ່ງແບ່ງປັນຄວາມສະຫວ່າງ ໂດຍການເຊື້ອເຊີນຄົນອື່ນໃຫ້ຮັບໃຊ້ຮ່ວມກັບທ່ານ! ທ່ານ ແລະ ຄົນທີ່ທ່ານປະຕິບັດສາດສະໜາກິດຕໍ່ ຈະຮັບໃຊ້ນຳກັນໄດ້ແນວໃດ? ພ້ອມກັນ ພວກທ່ານສາມາດກະກຽມອາຫານທີ່ມັກຊອບ ຫລື ເອົາຂອງຕ້ອນໄປໃຫ້ບາງຄົນ ຫລື ສົ່ງຈົດໝາຍນ້ອຍໄປໃຫ້ ແບບບໍ່ບອກລ່ວງໜ້າ. ພ້ອມກັນ ທ່ານທັງສອງສາມາດຮູ້ສຶກອາຍອຸ່ນຂອງແສງທີ່ມາຈາກ ການເຮັດຕາມຕົວຢ່າງຂອງພຣະຄຣິດ ເລື່ອງການຮັບໃຊ້.
“ພວກເຂົາກໍເລົ່າເລື່ອງຕາມທີ່ພວກເຂົາໄດ້ຍິນເຖິງພຣະກຸມມານນັ້ນ” (ລູກາ 2:17)
ມັນເປັນສິ່ງງ່າຍທີ່ຈະວາດພາບເຫັນຄວາມຊື່ນຊົມທີ່ໜ້າຕື່ນເຕັ້ນຂອງຜູ້ລ້ຽງ ເມື່ອເຂົາເຈົ້າແບ່ງປັນຂ່າວສານທີ່ໜ້າອັດສະຈັນໃຈ ເຖິງການກຳເນີດຂອງພຣະຄຣິດ ກັບຫລາຍໆຄົນ ເທົ່າທີ່ເຂົາເຈົ້າສາມາດເຮັດໄດ້. ການແຈ້ງຂ່າວໂດຍເຫລົ່າທູດ, ແລະ ພຣະເມຊີອາທີ່ຖືກທຳນາຍໄດ້ສະເດັດມາ! ພຣະອົງຢູ່ທີ່ນີ້! ຕາມຈິງແລ້ວ, ການແບ່ງປັນຂ່າວດີເລື່ອງພຣະຜູ້ຊ່ວຍໃຫ້ລອດ ເປັນຫົວຂໍ້ໃຫຍ່ຂອງເລື່ອງເລົ່າກ່ຽວກັບການກຳເນີດຂອງພຣະຄຣິດ. ເຫລົ່າທູດໄດ້ຮ້ອງສັນລະເສີນ. ດາວດວງໜຶ່ງໄດ້ນຳທາງ. ແລະ ຄົນລ້ຽງແກະໄດ້ປ່າວໃຫ້ຜູ້ຄົນຮູ້ຈັກທົ່ວໄປ.
ເຮົາກໍສາມາດຕື່ມສຽງຂອງເຮົາໃສ່ກັບເລື່ອງເລົ່າຄຣິດສະມາດ ໂດຍການແບ່ງປັນຂ່າວດີ ແລະ ເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ. “ເມື່ອທ່ານມີສິດທິພິເສດທີ່ຈະເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດໃນຄວາມພະຍາຍາມທີ່ຈະປະຕິບັດສາດສະໜາກິດຂອງທ່ານ, ຂໍໃຫ້ຖາມຕົວເອງວ່າ, ‘ເຮົາຈະແບ່ງປັນຄວາມສະຫວ່າງຂອງພຣະກິດຕິຄຸນກັບບຸກຄົນນີ້ ຫລື ຄອບຄົວນີ້ໄດ້ແນວໃດ?’” ຊິດສະເຕີ ຈີນ ບີ ບິງກຳ, ປະທານສະມາຄົມສະຕີສົງເຄາະສາມັນໄດ້ສິດສອນ. “ພຣະວິນຍານກຳລັງດົນໃຈໃຫ້ເຮົາເຮັດຫຍັງແດ່?”5
ຕໍ່ໄປນີ້ແມ່ນຄຳແນະນຳສອງສາມຂໍ້ ເພື່ອໃຫ້ທ່ານພິຈາລະນາຂະນະທີ່ທ່ານສະແຫວງຫາທີ່ຈະຮູ້ຈັກວິທີທີ່ທ່ານສາມາດແບ່ງປັນປະຈັກພະຍານຂອງທ່ານ ເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ:
-
ໃຫ້ຊອກຫາພຣະຄຳພີຂໍ້ໜຶ່ງ ທີ່ປະທັບໃຈທ່ານກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຫລື ສະແດງອອກວ່າ ເປັນຫຍັງທ່ານຈຶ່ງມີຄວາມກະຕັນຍູຕໍ່ພຣະອົງ. ໃຫ້ແບ່ງປັນມັນກັບຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່.
-
ໃຫ້ສົ່ງຂໍ້ຄວາມທາງມືຖື ຫລື ສົ່ງວິດີໂອກ່ຽວກັບບຸນຄຣິດສະມາດ ທາງຄອມພິວເຕີ. ມີຫລາຍເລື່ອງທີ່ດີເລີດ ຢູ່ທີ່ ChurchofJesusChrist.org!
-
ໃຫ້ບອກໝູ່ເພື່ອນຄົນໜຶ່ງກ່ຽວກັບຄວາມຊົງຈຳ ຫລື ປະເພນີພິເສດ ທີ່ເຕືອນໃຈທ່ານກ່ຽວກັບພຣະຄຣິດ.
ມີສັດທາວ່າ ພຣະວິນຍານບໍລິສຸດຈະເປັນພະຍານເຖິງຄວາມຈິງ ກ່ຽວກັບປະຈັກພະຍານຂອງທ່ານ, ດັ່ງທີ່ພຣະອົງໄດ້ເປັນພະຍານຕໍ່ຊີເມໂອນ ແລະ ອານາ ວ່າກຸມມານນ້ອຍເຢຊູ ຄືພຣະຜູ້ຊ່ວຍໃຫ້ລອດ (ເບິ່ງ ລູກາ 2:26, 38).
“ໃນການໃຫ້ກຽດແກ່ການມາສູ່ໂລກຂອງ [ພຣະເຢຊູຄຣິດ] ແທ້ໆ, ເຮົາຕ້ອງເຮັດຄືກັນກັບດັ່ງທີ່ພຣະອົງໄດ້ເຮັດ ແລະ ເອື້ອມອອກໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ດ້ວຍຄວາມເມດຕາ ຕໍ່ເພື່ອນມະນຸດດ້ວຍກັນ,” ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງກຸ່ມອັກຄະສາວົກສິບສອງໄດ້ກ່າວ. “ສິ່ງນີ້ເຮົາສາມາດເຮັດໄດ້ທຸກວັນ, ໂດຍຄຳວາຈາ ແລະ ການກະທຳ. ຂໍໃຫ້ສິ່ງນີ້ກາຍເປັນປະເພນີບຸນຄຣິດສະມາດຂອງເຮົາ, ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດກໍຕາມ—ໃຫ້ເຮົາເປັນຄົນມີເມດຕາຫລາຍກວ່າເກົ່າ, ໃຫ້ອະໄພຫລາຍກວ່າເກົ່າ, ຕັດສິນໜ້ອຍລົງ, ມີຄວາມກະຕັນຍູຫລາຍກວ່າເກົ່າ, ມີໃຈເພື່ອແຜ່ຫລາຍກວ່າເກົ່າ ໃນການແບ່ງປັນສິ່ງທີ່ເຮົາມີ ໃຫ້ກັບຄົນທີ່ຂັດສົນ.”6
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, December 2019. Laotian. 15773 331