​2019
ສິ່ງ​ທີ່​ບຸນ​ຄຣິດ​ສະມາດ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ
ເດືອນ​ທັນວາ 2019


ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ທັນວາ 2019

ສິ່ງ​ທີ່ ບຸນ​ຄຣິດ​ສະມາດ ສິດ​ສອນ​ເຮົາ​ກ່ຽວ​ກັບ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

“ນີ້​ຄື​ເທດ​ສະ​ການ​ທີ່​ມັກ​ຊອບ​ໃນ​ຮອບ​ປີ. ບໍ່​ດົນ​ຈະ​ມີ​ເພງ​ຄຣິດ​ສະມາດ​ໃຫ້​ຮ້ອງ. ບອກ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ ທີ່​ມາ​ສູ່​ໂລກ ຕອນ​ເດັກ​ແດງ​ທາ​ລົກ” (“The Nativity Song,” Children’s Songbook, 52).

ຮູບ​ພາບ
ministering

Detail from Behold the Lamb of God, by Walter Rane

ຊ່ວງ​ບຸນ​ຄຣິດ​ສະມາດ ເປັນ​ເວ​ລາ​ທີ່​ດີ​ເລີດ ເມື່ອຝູງແກະ, ຜູ້​ລ້ຽງ​ແກະ, ຄອກ​ສັດ, ແລະ ດວງ​ດາວ ມີ​ຄວາມ​ໝາຍ​ໃໝ່​ໃນ​ທັນ​ທີ. ທັງ​ໝົດ​ກາຍ​ເປັນ​ຕົວ​ລະ​ຄອນ​ທີ່​ສຳ​ຄັນ ໃນ​ເລື່ອງ​ເລົ່າ​ເຖິງ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ: ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຫລາຍໆ​ຄອບຄົວ​ກໍ​ສະ​ແດງ​ພາບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ບາງ​ຄອບ​ຄົວ​ກໍ​ອ່ານ​ເລື່ອງ​ເລົ່າ ຫລື ຫລິ້ນ​ລະ​ຄອນ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ. ຄືກັນ​ກັບ​ເລື່ອງ​ເລົ່າ​ອື່ນໆ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ ກໍ​ເຕັມ​ໄປ​ດ້ວຍ​ບົດ​ຮຽນ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ກ່ຽວ​ກັບ​ການ​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ເພື່ອ​ສ່ອງ​ແສງ​ແກ່​ໂລກ. “ເລື່ອງ​ເລົ່າ​ຄຣິດ​ສະມາດ ແມ່ນ​ກ່ຽວ​ກັບ​ຄວາມ​ຮັກ,” ປະທານ​ເຮັນຣີ ບີ ໄອຣິງ ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ.

“… ໃນ​ເລື່ອງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ, ເຮົາ​ສາ​ມາດ​ເຫັນ ແລະ ຮູ້​ສຶກ​ວ່າ ພຣະ​ອົງ​ເປັນ​ຄົນ​ແນວ​ໃດ. ວ່າ​ພຣະ​ອົງ​ໄດ້​ຊ່ວຍ​ເຮົາ​ໄປ​ຕະ​ຫລອດ​ທາງ. ແລະ ຈະ​ພາ​ເຮົາ​ໃຫ້​ລືມ​ຕົວ​ເອງ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ.”1

“ໃນ​ໂຮງ​ແຮມ​ນັ້ນ​ບໍ່​ມີ​ຫ້ອງ​ຫວ່າງ​ສຳ​ລັບ​ພວກ​ເພິ່ນ​ເລີຍ” (ລູກາ 2:7)

ເຈົ້າ​ຂອງ​ໂຮງ​ແຮມບໍ່​ໄດ້​ເອົາ​ໃຈ​ໃສ່​ທີ່​ຈະ​ຈັດ​ຫາ​ຫ້ອງ​ໃຫ້​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເຮົາ​ບໍ່​ຈຳ​ເປັນ​ຕ້ອງເຮັດ​ຄວາມ​ຜິດ​ແບບ​ດຽວ​ກັນ​ນັ້ນ! ເຮົາ​ສາ​ມາດ​ຈັດ​ຫາ​ຫ້ອງ​ໃຫ້​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຮົາ​ໄດ້ ໂດຍ​ການ​ຈັດ​ຫາ​ຫ້ອງ​ໃຫ້​ແກ່​ອ້າຍ​ເອື້ອຍ​ນ້ອງ​ທີ່​ນັ່ງ​ຢູ່​ໂຕະ​ກັບ​ເຮົາ, ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ແລະ ຢູ່​ໃນ​ປະ​ເພ​ນີ​ຂອງ​ເຮົາ​ໄດ້. ປະ​ເພ​ນີຂອງ​ຫລາຍໆ​ຄອບ​ຄົວ ສາ​ມາດ​ຖືກ​ເຮັດ​ໃຫ້​ຫວານ​ຊື່ນ ແລະ ແມ່ນ​ແຕ່​ເປັນ​ຄວາມ​ຊົງ​ຈຳ​ຫລາຍ​ຂຶ້ນ ໂດຍ​ການ​ຮ່ວມ​ຄົນ​ອື່ນ​ເຂົ້າ​ນຳ. ດາຍ​ອາ​ນາ ແລະ ຄອບ​ຄົວ​ຂອງ​ນາງ ມີ​ປະ​ເພ​ນີ ທີ່​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ມາ​ຮ່ວມ​ງານ​ບຸນ​ຄຣິດ​ສະມາດ​ນຳ​ເຂົາ​ເຈົ້າ. ທຸກ​ເດືອນ​ທັນວາ, ເຂົາ​ເຈົ້າ​ໄດ້ສົນ​ທະ​ນາ ແລະ ຕັດ​ສິນ​ໃຈ​ວ່າ ເຂົາ​ເຈົ້າ​ຄວນ​ເຊື້ອ​ເຊີນ​ຜູ້​ໃດ.2 ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ປະ​ເພ​ນີ​ທີ່​ຄ້າຍ​ຄື​ກັນ​ນີ້. ບາງ​ທີ​ບາງ​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່ ຢາກ​ມາ​ຮ່ວມ​ກັບ​ຄອບ​ຄົວ​ຂອງ​ທ່ານ ເພື່ອ​ຮ້ອງ​ເພງ​ບຸນ​ຄຣິດ​ສະ​ມາດ​ທີ່​ມັກ​ຊອບ​ນຳ​ກັນ. ທ່ານ​ອາດ​ຈັດ​ບ່ອນ​ຢູ່​ທີ່​ໂຕະ​ອາ​ຫານ​ສະ​ຫລອງວັນ​ຄຣິດ​ສະ​ມາດ​ສຳ​ລັບ​ບາງ​ຄົນ ຜູ້ບໍ່​ມີ​ຄອບ​ຄົວ​ຢູ່​ໃກ້.

ຊິ​ມີ​ວິ​ທີ​ອື່ນໃດ​ບໍ ທີ່​ຈະ​ຈື່​ຈຳ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ດີ​ໄປ​ກວ່າ​ການ​ເຮັດ​ຕາມ​ຕົວ​ຢ່າງຂອງ​ພຣະ​ອົງ ທີ່ລວມ​ຄົນ​ອື່ນ​ເຂົ້າ​ນຳ? ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະ​ອົງເຊື້ອ​ເຊີນ “ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; ແລະ ພຣະ​ອົງ​ລະ​ນຶກ​ເຖິງ​ຄົນ​ທີ່ບໍ່​ມີ​ສາດ​ສະ​ໜາ​ນຳ​ອີກ; ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ, ທັງ​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ” (2 ນີໄຟ 26:33). ຈັດ​ຫາບ່ອນ ແລະ ໃຫ້​ການ​ຮັບ​ຕ້ອນ.

“ໃນ​ຂົງ​ເຂດນີ້ ໄດ້​ມີ​ຄົນ​ລ້ຽງ​ແກະ​ທີ່​ຢູ່​ຕາມທົ່ງ ນອນ​ເຝົ້າ​ຝູງ​ແກະ​ຂອງ​ພວກ​ເຂົາ​ໃນ​ເວ​ລາ​ກາງ​ຄືນ” (ລູກາ 2:8)

ເບິ່ງ​ແລ້ວ​ຄື​ເໝາະ​ສົມ​ຫລາຍ ທີ່​ພວກຄົນ​ລ້ຽງ​ແກະ​ໄດ້​ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ກຸ່ມ​ທຳ​ອິດ ທີ່​ໄດ້ໄປ​ເຝົ້າ​ກຸມ​ມານ​ນ້ອຍ. ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ໄດ້​ກ່າວ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ວ່າ​ເປັນ “ຜູ້​ລ້ຽງ​ຂອງ​ອິດ​ສະ​ຣາ​ເອນ” (ເພງ​ສັນ​ລະ​ເສີນ 80:1) ແລະ ເປັນ “ຜູ້​ລ້ຽງ​ຜູ້​ດຽວ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ” (1 ນີໄຟ 13:41). ແລະ ພຣະ​ຄຣິດ​ເອງ ກໍ​ໄດ້​ເວົ້າ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ຜູ້​ລ້ຽງ​ທີ່​ດີ, ແລະ ຮູ້​ຈັກ​ແກະ​ຂອງ​ເຮົາ” (ໂຢຮັນ 10:14). ການ​ຮູ້​ຈັກ​ແກະ​ຂອງ​ເຮົາ ແລະ ການເຝົ້າ​ດູ​ແລ ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ລ້ຽງ​ດູ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກະ​ທຳ.

ດ້ວຍ​ແສງ​ລິບ​ລີ່ ແລະ ເຄື່ອງ​ປະ​ດັບ, ມັນ​ມີ​ຫລາຍ​ສິ່ງ​ທີ່​ເປັນ​ຕາ​ເບິ່ງ ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດ. ບາງ​ທີ​ຄວາມ​ສວຍ​ງາມ​ທີ່​ສຸດ​ຂອງ​ເທດ​ສະ​ການ ແມ່ນ​ຕອນ​ທີ່​ເຮົາ​ຈື່​ຈຳ​ທີ່​ຈະ​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ໄປ​ຫາ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ແລະ ເຝົ້າ​ດູ​ແລ​ຝູງ​ແກະ​ຂອງ​ເຮົາເອງ. ການ​ເຝົ້າ​ດູ​ແລ​ສາ​ມາດ​ເປັນ​ການ​ສັງ​ເກດ​ເຫັນ​ຂອງ​ກິນ​ຫລິ້ນ​ທີ່​ເຂົາ​ເຈົ້າ​ມັກ​ຊອບ ຫລື ການ​ຖາມ​ກ່ຽວ​ກັບ​ແຜນ​ການ​ສະ​ຫລອງ​ງານ​ບຸນ​ຄຣິດ​ສະ​ມາດ​ຂອງ​ເຂົາ​ເຈົ້າ. ເຮົາ​ເຝົ້າ​ດູ​ແລ​ເມື່ອ​ເຮົາ​ເຫັນ ແລະ ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ—ທັງ​ໃນ​ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ ແລະ ບໍ່​ແຈ່ມ​ແຈ້ງ.

ຕອນ​ນາງ​ແຊ​ໂຣ​ໄດ້​ສູນ​ເສຍ ມິກ ສາ​ມີ​ຂອງ​ນາງ​ໄປ​ແບບ​ກະ​ທັນ​ຫັນ, ນາງ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ. ເມື່ອ​ບຸນ​ຄຣິດ​ສະ​ມາດ​ປີ​ທຳ​ອິດ​ທີ່​ປາດ​ສະ​ຈາກ​ສາ​ມີ​ເລື່ອນ​ເຂົ້າ​ມາ​ໃກ້ຫລາຍ​ຂຶ້ນ​ເທົ່າ​ໃດ, ນາງ​ກໍ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ໂຊກ​ດີທີ່​ຊິດ​ສະ​ເຕີ ຊອນ​ນາ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຂອງ​ນາງ​ໄດ້​ຢູ່​ໃກ້​ຊິດ. ນາງ​ຊອນ​ນາ ແລະ ຈິມ ສາ​ມີ​ຂອງ​ນາງ, ໄດ້​ເຊື້ອ​ເຊີນ​ນາງ​ແຊ​ໂຣ ໃຫ້​ໄປ​ຮ່ວມ​ສະ​ຫລອງ​ບຸນ​ຄຣິດ​ສະ​ມາດ​ນຳ​ເຂົາ​ເຈົ້າ​ຫລາຍ​ເທື່ອ. ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ເສື້ອ​ກັນ​ໜາວ​ທີ່​ເກົ່າ​ຂອງ​ນາງ ແລະ ໄດ້​ຕັດ​ສິນ​ໃຈ​ເຮັດ​ບາງ​ຢ່າງ. ສອງ​ສາມມື້​ກ່ອນ​ວັນ​ຄຣິດ​ສະ​ມາດ, ນາງ​ຊອນ​ນາ ແລະ ຈິມ ໄດ້​ເອົາ​ຂອງ​ຂວັນ​ໄປ​ໃຫ້​ນາງ​ແຊ​ໂຣ: ເສື້ອກັນ​ໜາວ​ໃໝ່​ທີ່​ສວຍ​ງາມ. ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຮູ້​ເຖິງ​ຄວາມ​ຕ້ອງ​ການ​ທາງ​ໂລກ​ຂອງ​ນາງ​ແຊ​ໂຣ ທີ່​ຕ້ອງ​ມີ​ເສື້ອ​ກັນ​ໜາວ​ທີ່​ອົບ​ອຸ່ນ​ເທົ່າ​ນັ້ນ, ແຕ່​ເຂົາ​ເຈົ້າ​ຍັງ​ຮູ້​ເຖິງ​ຄວາມ​ຕ້ອງ​ການ ການ​ປອບ​ໂຍນ​ທາງ​ຈິດ​ໃຈ​ຂອງ​ນາງ ແລະ ການເປັນ​ເພື່ອນ​ນຳ​ອີກ. ເຂົາ​ເຈົ້າ​ໄດ້​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ ໃນ​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ແລະ ເປັນ​ຕົວ​ຢ່າງ​ວ່າ ເຮົາ​ຄື​ກັນ ກໍ​ສາ​ມາດ​ຄອຍ​ເຝົ້າ​ດູ​ແລ​ຝູງ​ແກະ​ຂອງ​ເຮົາ​ໄດ້.3

“ພວກ​ຜູ້​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ” (ລູກາ 2:15)

“ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເທາະ” ເປັນ​ຄຳ​ເຊື້ອ​ເຊີນ​ທີ່ລ່າ​ເລີງ! ຄົນ​ລ້ຽງ​ແກະ​ບໍ່​ໄດ້​ຄິດວ່າ ໝູ່​ເພື່ອນ​ຂອງ​ຕົນ​ຈະ​ອິດ​ເມື່ອຍ​ຫລາຍ​ເກີນ​ໄປ ຈົນ​ບໍ່​ສາ​ມາດ​ເດີນ​ທາງ. ເຂົາ​ເຈົ້າ​ບໍ່​ໄດ້​ເດີນ​ທາງ​ໄປ​ເບັດ​ເລ​ເຮັມ ຄົນ​ດຽວ​ຢ່າງ​ງຽບໆ. ເຂົາ​ເຈົ້າ​ໄດ້​ຊວນ​ກັນ ດ້ວຍ​ຄຳ​ວ່າ, “ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເທາະ!”

ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາ​ມາດ​ເຊື້ອ​ເຊີນ​ໝູ່​ເພື່ອນ​ຂອງ​ເຮົາ ໃຫ້​ມາ​ເບິ່ງ​ກຸມ​ມານ​ນ້ອຍ​ເຢ​ຊູ, ແຕ່​ເຮົາ​ກໍ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ເຖິງ​ວິນ​ຍານ​ຂອງ​ບຸນ​ຄຣິດ​ສະ​ມາດ (ຫລື ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ) ໂດຍ​ການ​ຮັບ​ໃຊ້​ຮ່ວມ​ກັບ​ເຮົາ. “ວິ​ທີ​ທີ່​ຈະ​ເພີ່ມ​ວິນ​ຍານ​ຂອງ​ບຸນ​ຄຣິດ​ສະມາດ ແມ່ນ​ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ດ້ວຍ​ໃຈ​ເພື່ອ​ແຜ່ ແລະ ມອບ​ຕົວ​ເຮົາ​ເອງ,” ບອນນີ ແອວ ໂອສະ​ກາສັນ, ອະ​ດີດ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ​ໄດ້​ກ່າວ.4 ໃຫ້​ວາດ​ພາບວ່າ​ຕົວ​ເອງ​ກຳ​ລັງ​ຈັບ​ເຍິງ​ທຽນ​ໄຂ​ຢູ່. ຄົນ​ອື່ນ​ສາ​ມາດ​ເຫັນ ແລະ ຮັບ​ຜົນ​ປະ​ໂຫຍດ​ຈາກ​ແສງ​ສະ​ຫວ່າງ​ຂອງ​ທຽນ​ໄຂ​ຂອງ​ທ່ານ​ໄດ້, ​ແຕ່​ໃຫ້​ເຮົາ​ຄິດ​ເບິ່ງວ່າ ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ຫລາຍ​ຂະ​ໜາດ​ໃດ ຖ້າ​ຫາກ​ເຮົາ​ໃຊ້​ທຽນ​ໄຂ​ຂອງ​ເຮົາ ຈຸດ​ໄຟ​ໃຫ້​ທຽນ​ໄຂ​ຂອງ​ເຂົາ​ເຈົ້າ ແລະ ປ່ອຍ​ໃຫ້​ເຂົາ​ເຈົ້າ​ຈັບ​ເຍິງ​ທຽນ​ໄຂ​ດ້ວຍ​ຕົວ​ເອງ.

ພຣະ​ຄຣິດ​ເອງ​ໄດ້​ສິດ​ສອນ​ວ່າ ຜູ້​ທີ່​ຕິດ​ຕາມ​ພຣະ​ອົງຈະ​ໄດ້ ຄວາມ​ສະ​ຫວ່າງ​ຂອງ​ຊີ​ວິດ (ເບິ່ງ ໂຢຮັນ 8:12). ການ​ຮັບ​ໃຊ້​ຄື​ກັນ​ກັບ​ພຣະ​ອົງ ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ອົງ ແລະ ຊື່ນ​ຊົມ​ກັບ​ຄວາມ​ສະ​ຫວ່າງນັ້ນ. ສະ​ນັ້ນ ຈົ່ງ​ແບ່ງ​ປັນ​ຄວາມ​ສະ​ຫວ່າງ ໂດຍ​ການ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮັບ​ໃຊ້​ຮ່ວມ​ກັບ​ທ່ານ! ທ່ານ ແລະ ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ຈະ​ຮັບ​ໃຊ້​ນຳ​ກັນ​ໄດ້​ແນວ​ໃດ? ພ້ອມ​ກັນ ພວກ​ທ່ານ​ສາ​ມາດ​ກະ​ກຽມ​ອາ​ຫານ​ທີ່​ມັກ​ຊອບ ຫລື ເອົາ​ຂອງ​ຕ້ອນ​ໄປ​ໃຫ້​ບາງ​ຄົນ ຫລື ສົ່ງ​ຈົດ​ໝາຍ​ນ້ອຍ​ໄປ​ໃຫ້ ແບບບໍ່​ບອກ​ລ່ວງ​ໜ້າ. ພ້ອມ​ກັນ ທ່ານ​ທັງ​ສອງສາ​ມາດ​ຮູ້​ສຶກ​ອາຍ​ອຸ່ນ​ຂອງ​ແສງ​ທີ່​ມາ​ຈາກ ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຄຣິດ ເລື່ອງ​ການ​ຮັບ​ໃຊ້.

“ພວກ​ເຂົາ​ກໍ​ເລົ່າ​ເລື່ອງ​ຕາມ​ທີ່​ພວກ​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານນັ້ນ” (ລູກາ 2:17)

ມັນ​ເປັນສິ່ງ​ງ່າຍ​ທີ່​ຈະ​ວາດ​ພາບ​ເຫັນ​ຄວາມ​ຊື່ນ​ຊົມ​ທີ່ໜ້າ​ຕື່ນ​ເຕັ້ນຂອງ​ຜູ້​ລ້ຽງ ເມື່ອ​ເຂົາ​ເຈົ້າ​ແບ່ງ​ປັນ​ຂ່າວ​ສານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ ກັບ​ຫລາຍໆ​ຄົນ ເທົ່າ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້. ການ​ແຈ້ງ​ຂ່າວ​ໂດຍ​ເຫລົ່າ​ທູດ, ແລະ ພຣະ​ເມ​ຊີອາ​ທີ່​ຖືກ​ທຳ​ນາຍ​ໄດ້​ສະ​ເດັດ​ມາ! ພ​ຣະ​ອົງ​ຢູ່​ທີ່ນີ້! ຕາມ​ຈິງ​ແລ້ວ, ການ​ແບ່ງ​ປັນ​ຂ່າວ​ດີ​ເລື່ອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ຫົວ​ຂໍ້​ໃຫຍ່​ຂອງ​ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະຄຣິດ. ເຫລົ່າ​ທູດ​ໄດ້​ຮ້ອງ​ສັນ​ລະ​ເສີນ. ດາວດວງ​ໜຶ່ງ​ໄດ້​ນຳ​ທາງ. ແລະ ຄົນ​ລ້ຽງ​ແກະ​ໄດ້​ປ່າວ​ໃຫ້​ຜູ້​ຄົນ​ຮູ້​ຈັກ​ທົ່ວ​ໄປ.

ເຮົາ​ກໍ​ສາ​ມາດ​ຕື່ມ​ສຽງ​ຂອງ​ເຮົາ​ໃສ່​ກັບ​ເລື່ອງ​ເລົ່າ​ຄຣິດ​ສະ​ມາດ ໂດຍ​ການ​ແບ່ງ​ປັນ​ຂ່າວ​ດີ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ເມື່ອ​ທ່ານ​ມີ​ສິດທິ​ພິເສດ​ທີ່ຈະ​ເປັນ​ຕົວແທນ​ຂອງ​ພຣະຜູ້​ຊ່ວຍ​ໃຫ້ລອດ​ໃນຄວາມ​ພະຍາ​ຍາມທີ່​ຈະປະ​ຕິບັດ​ສາດ​ສະໜາ​ກິດ​ຂອງ​ທ່ານ, ຂໍໃຫ້​ຖາມ​ຕົວເອງ​ວ່າ, ‘ເຮົາຈະ​ແບ່ງປັນ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິຄຸນ​ກັບ​ບຸກຄົນ​ນີ້ ຫລື ຄອບຄົວ​ນີ້​ໄດ້​ແນວໃດ?’” ຊິດສະເຕີ ຈີນ ບີ ບິງກຳ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ​ໄດ້​ສິດ​ສອນ. “ພຣະ​ວິນຍານ​ກຳລັງ​ດົນໃຈ​ໃຫ້ເຮົາ​ເຮັດ​ຫຍັງ​ແດ່?”5

ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ສອງ​ສາມ​ຂໍ້ ເພື່ອ​ໃຫ້​ທ່ານ​ພິ​ຈາ​ລະ​ນາ​ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ວິ​ທີ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ:

  • ໃຫ້​ຊອກ​ຫາ​ພຣະ​ຄຳ​ພີ​ຂໍ້​ໜຶ່ງ ທີ່ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລື ສະ​ແດງ​ອອກວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ມີ​ຄວາມ​ກະ​ຕັນ​ຍູຕໍ່​ພຣະ​ອົງ. ໃຫ້​ແບ່ງ​ປັນ​ມັນ​ກັບ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່.

  • ໃຫ້​ສົ່ງ​ຂໍ້​ຄວາມ​ທາງ​ມື​ຖື ຫລື ສົ່ງ​ວິ​ດີ​ໂອ​ກ່ຽວ​ກັບ​ບຸນ​ຄຣິດ​ສະ​ມາດ ທາງ​ຄອມ​ພິວ​ເຕີ. ມີ​ຫລາຍ​ເລື່ອງ​ທີ່​ດີ​ເລີດ ຢູ່​ທີ່ ChurchofJesusChrist.org!

  • ໃຫ້​ບອກ​ໝູ່​ເພື່ອນ​ຄົນ​ໜຶ່ງ​ກ່ຽວ​ກັບ​ຄວາມ​ຊົງ​ຈຳ ຫລື ປະ​ເພ​ນີ​ພິ​ເສດ ທີ່​ເຕືອນ​ໃຈ​ທ່ານ​ກ່ຽວ​ກັບ​ພຣະ​ຄຣິດ.

ມີ​ສັດ​ທາ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ, ດັ່ງ​ທີ່​ພຣະ​ອົງ​ໄດ້​ເປັນ​ພະ​ຍານ​ຕໍ່​ຊີເມ​ໂອນ ແລະ ອານາ ວ່າ​ກຸມ​ມານ​ນ້ອຍ​ເຢ​ຊູ ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ລູກາ 2:26, 38).

“ໃນ​ການໃຫ້​ກຽດ​ແກ່​ການ​ມາ​ສູ່​ໂລກ​ຂອງ [ພຣະ​ເຢ​ຊູຄຣິດ] ແທ້ໆ, ເຮົາ​ຕ້ອງ​ເຮັດ​ຄື​ກັນ​ກັບ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ ແລະ ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ດ້ວຍ​ຄວາມ​ເມດ​ຕາ ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ,” ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ. “ສິ່ງນີ້​ເຮົາ​ສາ​ມາດ​ເຮັດ​ໄດ້​ທຸກວັນ, ໂດຍ​ຄຳ​ວາ​ຈາ ແລະ ການ​ກະ​ທຳ. ຂໍ​ໃຫ້​ສິ່ງນີ້​ກາຍ​ເປັນ​ປະ​ເພ​ນີ​ບຸນ​ຄຣິດ​ສະມາດ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດກໍ​ຕາມ—ໃຫ້​ເຮົາເປັນ​ຄົນ​ມີ​ເມດ​ຕາ​ຫລາຍ​ກວ່າ​ເກົ່າ, ໃຫ້​ອະ​ໄພ​ຫລາຍ​ກວ່າ​ເກົ່າ, ຕັດ​ສິນ​ໜ້ອຍ​ລົງ, ມີ​ຄວາມ​ກະ​ຕັນ​ຍູຫລາຍກວ່າ​ເກົ່າ, ມີ​ໃຈ​ເພື່ອ​ແຜ່​ຫລາຍກວ່າ​ເກົ່າ ໃນ​ການ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ມີ ໃຫ້​ກັບ​ຄົນ​ທີ່​ຂັດ​ສົນ.”6

ແຫລ່ງ​ອ້າງ​ອີງ

  1. Henry B. Eyring, “Christmas Stories” (First Presidency Christmas devotional, Dec. 6, 2009), broadcasts.ChurchofJesusChrist.org.

  2. ເບິ່ງ Daiana Melina Albornoz Díaz, “Sharing Christmas,” Liahona, Dec. 2007, 17.

  3. ເບິ່ງ Cheryl Boyle, “He Would Have Bought It for You,” Ensign, Dec. 2001, 57.

  4. Bonnie L. Oscarson, “Christmas Is Christlike Love” (First Presidency Christmas devotional, Dec. 7, 2014), broadcasts.ChurchofJesusChrist.org.

  5. Jean B. Bingham, “Ministering as the Savior Does,” Liahona, May 2018, 104.

  6. Dieter F. Uchtdorf, “Scatter Your Crumbs” (First Presidency Christmas devotional, Dec. 3, 2017), broadcasts.ChurchofJesusChrist.org.

ພິມ