​2020
ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ
ເດືອນ​ມັງກອນ 2020


ຮູບ​ພາບ
ministering

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ມັງກອນ 2020

ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ໂອ​ກາດ​ທີ່​ຈະ​ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຊຶ່ງ​ເປັນ—“ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນຢູ່​ໃນ​ໂລກ ໃນທຸກວັນ​ນີ້.”1

ຕໍ່​ຜູ້​ທີ່​ຢາກ​ເປັນ​ພາກ​ສ່ວນ​ຂອງວຽກ​ງານ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສາ​ມາດ​ເປັນ​ໂອ​ກາດ​ທີ່​ດີ​ເລີດ. ມັນ​ເປັນ​ວິ​ທີ​ທີ່ດົນ​ໃຈ ທີ່​ຈະ​ປ່ຽນ​ແປງ​ຊີ​ວິດ​ຂອງ​ຜູ້​ຄົນ. ບໍ່​ວ່າ​ເຮົາ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ທີ່ບໍ່​ເຂັ້ມ​ແຂງ ຫລື ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊ່ວຍ​ເຫລືອ​ເຮົາ ຂະ​ນະ​ທີ່​ເຮົາຮັບ​ໃຊ້​ຄົນ​ທີ່ນັບ​ຖື​ສາດ​ສະ​ໜາ​ອື່ນ​ກໍ​ຕາມ, ການ​ປະ​ຕິ​ບັດ​ສາດ​ສະໜາ​ກິດ​ຈະ​ໃຫ້​ໂອ​ກາດ​ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ການ​ຊ່ວຍ​ໃຫ້​ສະ​ມາຊິກ​ເກົ່າ​ກັບ​ຄືນ​ມາ

“ດ້ວຍ​ຄວາມ​ຮັກ​ເປັນ​ປັດ​ໃຈ​ທີ່​ຊຸກ​ຍູ້, ສິ່ງ​ມະ​ຫັດ​ສະ​ຈັນ​ຈະ​ເກີດ​ຂຶ້ນ, ແລະ ເຮົາ​ຈະ​ພົບ​ເຫັນ​ເສັ້ນ​ທາງ​ທີ່​ຈະ​ນຳ​ເອື້ອຍ​ອ້າຍ​ນ້ອງ​ທີ່ ‘ເສຍໄປ’ ຂອງ​ເຮົາ​ເຂົ້າ​ມາ​ສູ່​ອ້ອມ​ກອດ​ທີ່​​ລວມ​ໝົດ​ທຸກ​ຢ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.” —ຈີນ ບີ ບິງກຳ2

“ຂ້າ​ພະ​ເຈົ້າບໍ່​ເຂັ້ມ​ແຂງ​ເປັນ​ເວ​ລາ​ເກືອບ​ເຖິງ​ຫົກ​ປີ ຕອນ​ສາ​ມີ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ຍ້າຍ​ໄປ​ຢູ່​ເມືອງ​ໃໝ່. ປະ​ທານ​ສະ​ມາຄົມ​ສະ​ຕີ​ສົງ​ເຄາະ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ, ໄດ້​ຖາມ​ຖ້າ​ຫາກວ່າ ເພິ່ນ​ຊິ​ໃຫ້​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ມາ​ຢ້ຽມ​ຢາມ​ຂ້າ​ພະ​ເຈົ້າ​ຊິ​ໄດ້​ບໍ. ດ້ວຍ​ຄວາມ​ກັງ​ວົນ​ເລັກ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງ. ເອື້ອຍ​ນ້ອງ​ຄົນ​ນີ້ ໄດ້​ມາ​ຢ້ຽມ​ຢາມ​ຂ້າ​ພະ​ເຈົ້າ​ທຸກ​ເດືອນ, ເຖິງ​ແມ່ນ​ວ່າ​ລາວ​ແພ້​ຂົນ​ໝາ​ກໍ​ຕາມ—ແລະ ຂ້າ​ພະ​ເຈົ້າ​ກໍ​ມີ​ໝາ​ທີ່​ມັກຝັ້ນ​ມັກ​​ເ ຝືອຜູ້​ຄົນ​ຢູ່​ແລ້ວ! ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ນາງ​ໄດ້​ສືບ​ຕໍ່​ຈົນ​ເຖິງ​ສອງ​ປີ, ແລະ ກໍ​ມີຜົນ​ກະ​ທົບ​ຢ່າງ​ໃຫຍ່​ຫລວງ​ຕໍ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

“ເຖິງ​ແມ່ນ​ວ່າ​ການຢ້ຽມ​ຢາມ​ຂອງ​ນາງ ສ່ວນ​ຫລາຍ​ມີ​ແຕ່​ເວົ້າ​ລົມ​ກັນ​ແບບ​ທຳ​ມະ​ດາ, ແຕ່​ບາງ​ເທື່ອ​ນາງ​ກໍ​ໄດ້​ຖາມ ຄຳ​ຖາມ ທີ່​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ເລື່ອງ​ຝ່າຍ​ວິນ​ຍານ. ສິ່ງ​ເຫລົ່າ​ນີ້​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າຮູ້​ສຶກບໍ່​ສະ​ບາຍ​ໃຈ​ເລັກ​ນ້ອຍ, ແຕ່​ມັນ​ໄດ້​ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ໃຫ້​ຕັດ​ສິນ​ໃຈ​ວ່າ ຂ້າ​ພະ​ເຈົ້າ​ຄວນ​ດຳ​ເນີນ​ໄປ​ຕໍ່​ໃນ​ພຣະ​ກິດ​ຕິ​ຄຸນ ຫລື ຢູ່​ໃນ​ທີ່​ເດີມ. ຂ້າ​ພະ​ເຈົ້າບໍ່​ຮູ້​ວ່າ​ຊິ​ຕັດ​ສິນ​ໃຈ​ແນວ​ໃດ, ແຕ່​ໄດ້​ເລືອກ​ໃຫ້​ເອື້ອຍ​ນ້ອງ​ຜູ້​ສອນ​ສາດ​ສະ​ໜາ​ມາ​ຢ້ຽມ​ຢາມ.

“ໃນ​ມື້​ທີ່​ຂ້າ​ພະ​ເຈົ້າ​ກັບ​ໄປ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ເທື່ອ​ທຳ​ອິດ ໃນຫົກ​ປີ, ຂ້າ​ພະ​ເຈົ້າຮູ້​ສຶກ​ຢ້ານ​ກົວ ທີ່​ຈະ​ເຂົ້າ​ໄປ​ຂ້າງ​ໃນ. ເມື່ອ​ຂ້າ​ພະ​ເຈົ້າ​ຍ່າງ​​ເຂົ້າໄປ​ໃນ​ໂບດ, ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຖ້າ​ຂ້າ​ພະ​ເຈົ້າ​ຢູ່, ແລະ ນາງ​ກໍ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ນະ​ມັດ​ສະ​ການ​ພ້ອມກັບ​ຂ້າ​ພະ​ເຈົ້າ. ຫລັງ​ຈາກໂບດ, ນາງ​ກໍ​ໄດ້​ຍ່າງ​ໄປ​ສົ່ງ​ຂ້າ​ພະ​ເຈົ້າ​ຢູ່​ລົດ, ໄດ້​ຖາມ​ຂ້າ​ພະ​ເຈົ້າວ່າ ມີ​ສິ່ງ​ໃດ​ບໍ​ທີ່​ນາງ​ພໍ​ຊ່ວຍ​ໄດ້ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ.

“ເວ​ລາ ແລະ ຄວາມ​ຮັກ​ຂອງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ນຳ​ພາ​ຂ້າ​ພະ​ເຈົ້າ​ກັບຄືນ​ໄປ​ເຂັ້ມ​ແຂງ, ແລະ ຂ້າ​ພະ​ເຈົ້າໄດ້​ຖື​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ນາງ ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ ທີ່​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ນາງ ໄດ້​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ ໃນການ​ເດີນ​ທາງ​ກັບ​ຄືນ ຫາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.”

ສະ​ຫງວນນາມ, ແຂວງບຣິດິດ ໂຄລຳເບຍ, ປະເທດ​ການາດາ

ຫລັກທຳ​ທີ່​ໃຫ້​ພິ​ຈາ​ລະ​ນາ

“ໄດ້​ມາ​ຢ້ຽມ​ຢາມ​ຂ້າ​ພະ​ເຈົ້າ​ທຸກ​ເດືອນ”

ທ່ານ​ຈະ​ສະ​ແດງ​ອອກວ່າ ທ່ານຫ່ວງ​ໃຍ​ຕໍ່​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຫລາຍກວ່າ​ສິ່ງ​ອື່ນ​ໆ​ແນວ​ໃດ? (ເບິ່ງ ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:44).

“ຄຳ​ຖາມ”

ການຖາມ​ຄຳ​ຖາມ​ທີ່​ຖືກ​ຕ້ອງ ສາ​ມາດ​ຊ່ວຍ​ກະ​ຕຸ້ນ​ໃຫ້​ຄິດ​ສຳ​ຫລວດ​ຕົວ​ເອງ​ໄດ້. ໃຫ້​ຈື່​ຈຳ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ ມີ​ຈຸດ​ປະ​ສົງ​ທີ່​ເກີນກວ່າ​ການ​ພຽງ​ແຕ່ເປັນ​ການ​ພົບ​ປະ​ສັງ​ສັນ​ເທົ່າ​ນັ້ນ.3

“ໄດ້​ຖ້າ​ຂ້າ​ພະ​ເຈົ້າ​ຢູ່”

ທຸກ​ຄົນ​ຄວນ​ຮູ້​ສຶກ​ໄດ້​ຮັບ​ການ​ຕ້ອນ​ຮັບ (ເບິ່ງ 3 ນີໄຟ 18:32).

“ໄດ້​ຢູ່​ຄຽງ​ຂ້າງ​ຂ້າ​ພະ​ເຈົ້າ ໃນການ​ເດີນ​ທາງ​ກັບ​ຄືນ”

ກຳ​ລັງ​ໃຈ​ຂອງ​ເຮົາ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງອັນ​ໃຫຍ່​ຫລວງ​ໄດ້ ຕໍ່​ຜູ້​ທີ່​ພະ​ຍາ​ຍາມ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັບ​ການ​ປິ່ນປົວ (ເບິ່ງ ເຮັບເຣີ 12:12–13).

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ເຕົ້າ​ໂຮມ

“ໃນ​ວິ​ທີ​ທາງ​ໃດ​ກໍ​ຕາມ​ທີ່​ເບິ່ງວ່າ ​ເປັນແບບ​ທຳ​ມະ​ຊາດ ແລະ ປົກ​ກະ​ຕິ​ຕໍ່​ທ່ານ, ໃຫ້​ບອກຜູ້​ຄົນ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຈຶ່ງ​ມີ​ຄວາມ​ສຳ​ຄັນ​ຕໍ່​ທ່ານ​. …

“… ບົດ​ບາດ​ຂອງ​ທ່ານ​ແມ່ນ ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ມີ​ຢູ່​ໃນ​ໃຈ ແລະ ດຳ​ລົງ​ຊີ​ວິດ ໃຫ້​ກົງ​ກັບ​ຄວາມ​ເຊື່ອ​ຂອງ​ທ່ານ.” —ແອວເດີ ດີເດີ ແອັຟ ອຸກດອບ4

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ຈະ​ຄຽງ​ຄູ່​ກັນ​ໄປ. ຕໍ່​ໄປ​ນີ້​ເປັນ​ບາງວິ​ທີ​ທີ່​ເຮົາ​ສາ​ມາດ​ເຕົ້າ​ໂຮມ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາກິດ—ຫລື ປະ​ຕິບັດ​ສາດ​ສະ​ໜາ​ກິດ ຂະ​ນະ​ທີ່​ເຮົາ​ເຕົ້າ​ໂຮມໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ຂອງ​ເຮົາ:

  • ຮັບ​ໃຊ້​ນຳ​ກັນ. ຊອກ​ຫາ​ໂອ​ກາດ​ທີ່​ຈະ​ເຊື້ອ​ເຊີນ​ໝູ່​ເພື່ອນ ຫລື ເພື່ອນ​ບ້ານໃຫ້​ມາ​ຮ່ວມ​ເຮັດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ກັບ​ທ່ານ ເພື່ອ​ຊ່ວຍ​ເຫລືອ​ຜູ້​ຄົນ​ທີ່ຂັດ​ສົນ. ຂໍ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ທ່ານເຮັດ​ຂອງ​ກິນ​ໄປ​ໃຫ້ເອື້ອຍ​ນ້ອງ​ທີ່​ຫາ​ກໍ​ຄອດ​ລູກ, ໄປ​ຢ້ຽມ​ຢາມ​ເພື່ອນ​ບ້ານ​ຜູ້​ອະ​ວຸ​ໂສ, ຫລື ທຳ​ຄວາມ​ສະ​ອາດ​ເຮືອນ​ຊານ​ໃຫ້​ຄົນ​ທີ່​ເຈັບ​ປ່ວຍ.

  • ສິດ​ສອນ​ນຳ​ກັນ. ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ໝູ່​ເພື່ອນ ຫລື ເພື່ອນ​ບ້ານ ຜູ້​ທີ່ບໍ່​ໄປ​ໂບດ​ເລື້ອຍໆ ໃຫ້​ຈັດ​ວັນ​ສອນ​ບົດ​ຮຽນ​ໂດຍ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ບາງ​ຄົນ ຢູ່​ເຮືອນ​ຂອງ​ເຂົາເຈົ້າ. ຫລື ໝູ່​ເພື່ອນ​ຂອງ​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ທ່ານ ໂດຍ​ການ​ຈັດ​ບົດ​ຮຽນ​ຢູ່​ເຮືອນ​ຂອງ​ທ່ານ ຫລື ໄປຟັງ​ບົດ​ຮຽນກັບ​ທ່ານ​ຢູ່​ເຮືອນ​ຂອງ​ຄົນ​ອື່ນ.

  • ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ​ເມື່ອ​ທ່ານເຫັນ​ຄວາມ​ຕ້ອງ​ການ. ສະ​ເໜີການ​​ຮັບ​ສົ່ງ​ພາ​ໄປ​ໂບດ. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ໄປ​ຮ່ວມ​ກິດ​ຈະ​ກຳ​ຂອງ​ຊາວ​ໜຸ່ມ ຫລື ຊັ້ນ​ປະ​ຖົມ​ໄວ. ມີ​ວິ​ທີ​ອື່ນ​ໃດ​ແດ່ທີ່​ທ່ານ​ສາ​ມາດ​ປະ​ຕິ​ບັດ​ສາ​ດ​ສະ​ໜາ​ກິດ ແລະ ເຕົ້າ​ໂຮມ?

  • ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ຂອງ​ສາດ​ສະ​ໜາ​ຈັກ​ທີ່ອະ​ນຸ​ມັດ. ສາດ​ສະ​ໜາ​ຈັກ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ຫລາຍ​ຢ່າງ​ໃຫ້​ສະ​ມາ​ຊິກ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດຊອກ​ຫາ​ພາກ “ຜູ້​ສອນ​ສາດ​ສະ​ໜາ” ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ຢູ່​ທີ່ ComeUntoChrist.org ສຳ​ລັບ​ແນວ​ຄິດກ່ຽວ​ກັບ​ວິ​ທີ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ໃນ​ຊຸມ​ຊົນ​ຂອງ​ເຮົາ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeOfIsrael.ChurchofJesusChrist.org.

  2. Jean B. Bingham, “Ministering as the Savior Does,” Liahona, May 2018, 106.

  3. ເບິ່ງ “ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ: ຈຸດ​ປະ​ສົງ​ທີ່​ຈະ​ປ່ຽນ​ແປງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ,” ເດືອນ​ມັງກອນ 2019.

  4. Dieter F. Uchtdorf, “Missionary Work: Sharing What Is in Your Heart,” Liahona, May 2019, 17.

ພິມ