​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ປະ​ຫວັດ​ຄອບ​ຄົວ
ເດືອນ​ກຸມພາ 2020


ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກຸມພາ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ປະ​ຫວັດ​ຄອບ​ຄົວ

ຮູບ​ພາບ
ministering

ຮູບ​ພາບ​ປະ​ກອບ ໂດຍ ໂຈຊົວ ເດັນນິສ; ພາບ​ຂ້າງ​ຫລັງ ແລະ ຮູບ​ຖ່າຍ​ຈາກ Getty Images

ການ​ຊ່ວຍ​ເຫລືອ​ບາງ​ຄົນ​ກັບ​ປະ​ຫວັດ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ເປັນ​ວິ​ທີ​ໜຶ່ງ​ທີ່​ມີ​ພະ​ລັງ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເມື່ອ​ທ່ານ​ເຊື່ອມ​ໂຍງ​ຄົນ​ອື່ນ​ເຂົ້າ​ກັບບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ ຜ່ານ​ທາງ​ເລື່ອງ​ລາວ ແລະ ລາຍ​ລະ​ອຽດ​ກ່ຽວ​ກັບ​ຄອບ​ຄົວ, ແລ້ວ​ທ່ານ​ຈະ​ກາຍ​ເປັນ​ຄົນຕື່ມ​ເຕັມ​ຊ່ອງວ່າງ​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ ຊຶ່ງບາງ​ເທື່ອ​ເຂົາ​ເຈົ້າ​ບໍ່​ຮູ້​ຊ້ຳ​ວ່າ​ຕົວ​ເອງ​ມີ (ເບິ່ງ ມາລາກີ 4:5–6).

ບໍ່​ວ່າ​ຈະ​ເປັນ​ສະ​ມາ​ຊິກ​ຕະ​ຫລອດ​ຊີ​ວິດ ຫລື ເປັນ​ບາງ​ຄົນ​ທີ່ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ກໍ​ມີ​ຄວາມ​ໃຝ່​ຝັນ​ຢາກ​ຮູ້​ຈັກ​ວ່າ ເຂົາ​ເຈົ້າ​ມາ​ຈາກ​ໃສ.

ສ່ວນ​ຫລາຍ​ຈະ​ບໍ່​ໃຊ້​ເວ​ລາ​ດົນ ທີ່​ຈະ​ປະ​ຄວາມ​ປະ​ທັບ​ໃຈ​ທີ່ເລິກຊຶ້ງ ແລະ ຍືນ​ຍົງ, ດັ່ງ​ທີ່​ສາ​ທິດ​ຢູ່​ໃນ​ເລື່ອງ​ລາວ​ດັ່ງ​ຕໍ່​ໄປ​ນີ້.

ການ​ຊອກ​ຫາ​ຄອບ​ຄົວ​ຢູ່ 30,000 ຟີດ

ເມື່ອບໍ່​ດົນ​ມານີ້ ຂະ​ນະ​ທີ່​ເດີນ​ທາງ​ກັບ​ບ້ານ, ຂ້າ​ພະ​ເຈົ້າເຫັນ​ຕົວ​ເອງ​ຢູ່​ທາງ​ຂ້າງ​ຂອງ​ສະຕີບ, ຜູ້​ຊຶ່ງ​ໄດ້​ເລົ່າ​ພາກ​ສ່ວນ​ໜຶ່ງ​ຂອງ​ເລື່ອງ​ສ່ວນ​ຕົວ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ. ລາວ​ໄດ້​ຮຽນ​ຈົບ​ມັດ​ທະ​ຍົມ​ປາຍ, ໄດ້​ເຂົ້າ​ຮ່ວມກອງ​ທັບ​ສະ​ຫະ​ລັດ ຖາ​ນະ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ສື່​ສານ ຕອນ​ມີ​ອາ​ຍຸ 18 ປີ, ແລະ ບໍ່​ດົນ​ໄດ້​ເລີ່ມ​ຕົ້ນ​ທຳ​ງານ​ຢູ່​ທີ່​ທຳ​ນຽບ​ຂາວ, ໃຫ້​ຄວາມ​ຊ່ວຍ​ເຫລືອດ້ານ​ການ​ສື່​ສານ​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ຈາກ​ອາ​ຍຸ 18 ປີ ເຖິງ 26 ປີ, ລາວ​ໄດ້​ຮັບ​ໃຊ້​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ສອງ​ຄົນ. ເລື່ອງ​ລາວ​ຂອງ​ລາວ​ແມ່ນ​ໜ້າສົນ​ໃຈ​ຂະ​ໜາດ!

“ສະຕີບ,” ຂ້າ​ພະ​ເຈົ້າ​ເວົ້າ, “ເຈົ້າ​ຕ້ອງ​ຂຽນ​ເລື່ອງ​ເຫລົ່າ​ນີ້​ລົງ​ໄວ້​ເພື່ອ​ລູກ​ຫລານ​ຂອງ​ເຈົ້າ! ເຂົາ​ເຈົ້າ​ຕ້ອງການ​ເລື່ອງ​ເຫລົ່າ​ນີ້​ຈາກ​ມຸມມອງ​ຂອງ​ເຈົ້າ​ເອງ.” ລາວ​ກໍ​ເຫັນ​ດ້ວຍ.

ແລ້ວ​ພຣະ​ວິນ​ຍານ​ໄດ້​ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ໃຫ້​ຖາມ​ລາວ ຖ້າ​ຫາກວ່າ​ລາວ​ຮູ້ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ລາວ​ຫລືບໍ່. ສະຕີບຮູ້​ຫລາຍ​ກ່ຽວ​ກັບຍາດ​ທາງ​ແມ່​ຂອງ​ລາວ, ລວມ​ທັງ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ລາວ ໄດ້​ຮັບ​ປະ​ທານ​ອາ​ຫານ​ກັບ ອັບ​ຣາ​ຮາມ ລິງ​ກັນ ຂະ​ນະ​ທີ່​ເພິ່ນ​ອອກ​ຫາ​ຫາງ​ສຽງ ຢູ່​ໃນ​ເຂດ​ຊົນ​ນະ​ບົດ ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ ປີ 1860.

ແຕ່​ລາວບໍ່​ຮູ້​ຫລາຍ​ກ່ຽວ​ກັບ​ຍາດທາງ​ພໍ່​ຂອງ​ລາວ. ລາວ​ກໍ​ຢາກ​ຮູ້​ຕື່ມ​ອີກ​ຫລາຍ​ແທ້ໆ. ຂ້າ​ພະ​ເຈົ້າ​ໄດ້​ດຶງ​ເອົາ​ມື​ຖື​ອອກ​ມາ ແລະ ເປີດ​ແອພ FamilySearch. “ສະຕີບ, ພວກ​ເຮົາ​ສາ​ມາດ​ຊອກ​ຫາ​ຄອບ​ຄົວ​ຂອງ​ເຈົ້າ​ດຽວນີ້ເລີຍ!”

ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ມື​ຖື​ໃສ່ ວາຍຟາຍ ຢູ່​ໃນ​ຍົນ. ຂ້າ​ພະ​ເຈົ້າ​ໄດ້​ວາງ​ມື​ຖື​ໄວ້​ເທິງ​ຖາດ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ ເພື່ອ​ວ່າ​ພວກ​ເຮົາ​ທັງ​ສອງ​ຈະ​ສາ​ມາດ​ຫລຽວ​ເຫັນ. ພວກ​ເຮົາ​ໄດ້​ຊອກ​ຫາ​ຢູ່​ໃນ​ແຜນ​ລຳ​ດັບ​ຄອບ​ຄົວ. ພາຍ​ໃນ​ສອງ​ສາມ​ນາ​ທີ ພວກ​ເຮົາ​ທັງ​ສອງ​ກໍ​ໄດ້​ເຫັນ​ໃບ​ແຕ່ງ​ງານ​ຂອງ​ພໍ່​ຕູ້​ທວດ​ຂອງ​ລາວ ກັບ​ແມ່​ຕູ້​ທວດ​ຂອງ​ລາວ.

“ແມ່ນ​ເຂົາ​ເຈົ້າ​ອີ່​ຫລີ!” ລາວ​ເວົ້າ. “ຂ້ອຍ​ຈື່​ນາມ​ສະ​ກຸນ​ຂອງ​ແມ່​ຕູ້​ທວດ​ໄດ້ແລ້ວ​ຕອນນີ້!”

ພວກ​ເຮົາ​ທັງ​ສອງ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​​ຕື່ນ​ເຕັ້ນ. ພວກ​ເຮົາ​ໄດ້​ເລີ່ມ​ຕົ້ນ​ສ້າງ​ບັນ​ທຶກ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ທີ່​ລາວບໍ່​ຮູ້​ຈັກຫລາຍ ລະ​ຫວ່າງ 45 ນາ​ທີນັ້ນ. ລາວ​ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ລາວ​ວ່າ ພວກ​ເຮົາຈະ​ສືບ​ຕໍ່​ຄົ້ນ​ຄວ້າ​ນຳ​ກັນ​ຢູ່​ລັດ​ໂຄ​ໂລ​ຣາ​ໂດ. ພວກ​ເຮົາ​ກໍ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຕິດ​ຕໍ່ຫາ​ກັນ ຂະ​ນະ​ທີ່​ຍົນ​ລົງ​ເດີ່ນ.

ເບິ່ງແມ, ແມ່ນ​ແຕ່​ຕອນ​ບິນ​ສູງ 30,000 ຟີດ (9,145 ແມັດ) ຢູ່​ໃນ​ອາ​ກາດ, ດ້ວຍ​ເຄື່ອງ​ມື​ຖື​ອັນ​ເລັກ​ນ້ອຍ​ເທົ່າ​ກັບ​ຝາ​ມື, ກໍ​ຍັງ​ສາ​ມາດ​ຊອກ​ຫາ​ຊາຍ ແລະ ຍິງ ທີ່​ແຕ່ງ​ງານ​ກັນໄດ້ 100 ປີມາ​ແລ້ວ ຜູ້​ທີ່​ລາວ ແລະ ຄອບ​ຄົວ​ຂອງ​ລາວບໍ່​ຮູ້​ຈັກ. ບໍ່​ໜ້າ​ເຊື່ອ! ແຕ່​ພວກ​ເຮົາ​ກໍ​ໄດ້​ພົບ​ເຫັນ​ເຂົາ​ເຈົ້າ. ຄອບ​ຄົວ​ໄດ້​ເຊື່ອມ​ຕໍ່​ເຂົ້າ​ກັນ. ເລື່ອງ​ລາວ​ໄດ້​ຖືກ​ຈື່​ຈຳ. ຄວາມ​ຮູ້​ສຶກ ແລະ ຄວາມ​ຮູ້​ບຸນ​ຄຸນ​ໄດ້​ມີ​ຕໍ່​ເທັກ​ໂນ​ໂລ​ຈີ ແລະ ເຄື່ອງ​ມື. ມັນ​ເກືອບ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ.

ຈອນນາຕັນ ເປຕີ, ໂຄ​ໂລ​ຣາ​ໂດ, ສະຫະ​ລັດ

ຖືກຫຸ້ມ​ລ້ອມ​ໂດຍ​ຄອບ​ຄົວ​ໃໝ່

ນາງ​ມາ​ເຣຍບໍ່​ໄດ້​ໄປ​ໂບດ​ເປັນ​ເວ​ລາ 20 ປີ​ແລ້ວ. ສອງ​ສາມ​ເດືອນ​ຜ່ານ​ມານີ້, ພວກ​ເຮົາ​ໄດ້​ໃຊ້​ສອງ​ສາມ​ຊົ່ວ​ໂມງ​ກັບ​ນາງ ຢູ່​ບ້ານ​ຂອງ​ພວກ​ເຮົາ, ຄົ້ນ​ຫາ​ຄອບ​ຄົວ​ຂອງ​ນາງ ຜ່ານ​ທາງ​ສຳ​ມະ​ໂນ​ຄົວ ແລະ ບັນ​ທຶກ​ອື່ນໆ. ໃນ​ຈຸດ​ໜຶ່ງ​ນາງ​ໄດ້​ເວົ້າ​ອອກ​ມາ​ຢ່າງ​ຕື່ນ​ເຕັ້ນ​ພ້ອມ​ທັງນ້ຳ​ຕາວ່າ, “ຂ້ອຍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ຂ້ອຍ​ໃນ​ສອງ​ຊົ່ວ​ໂມງ ຫລາຍກວ່າ​ທີ່​ຂ້ອຍ​ເຄີຍ​ຮູ້​ມາ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້ອຍ!”

ໃນ​ທ້າຍ​ການ​ຢ້ຽມ​ຢາມ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ແນະ​ນຳ​ນາງ​ໃຫ້​ຮູ້​ຈັກ​ຍາດ​ພີ່​ນ້ອງ​ທີ່​ຢູ່​ອ້ອມ​ຂ້າງ​ຂ້າ​ພະ​ເຈົ້າ ຢູ່​ໃນ​ແອພ FamilyTree. ມັນ​ກັບ​ເປັນ​ວ່າ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ພວກ​ເຮົາ​ທັງ​ສອງ ເປັນ​ຍາດ​ຫ່າງໆ​ຂອງ​ນາງ​ມາ​ເຣຍ. ນາງ​ໄດ້ຮ້ອງ​ໄຫ້​ຕື່ມ​ອີກ, ເວົ້າ​ວ່າ ນາງ​ເຄີຍ​ຄິດ​ວ່ານາງ​ມີ​ແຕ່​ໂຕ​ຄົນ​ດຽວ. ນາງບໍ່​ເຄີຍ​ຮູ້​ວ່າ ນາງ​ມີ​ຄອບ​ຄົວ​ຢູ່​ໃນ​ເຂດນັ້ນ. ສອງ​ສາມ​ອາ​ທິດ​ຈາກນັ້ນ ນາງ​ມາ​ເຣຍ​ໄດ້​ພົບ​ກັບ​ອະ​ທິ​ການ​ຂອງ​ພວກ​ເຮົາ. ເວ​ລານີ້ ນາງ​ກຳ​ລັງ​ເອົາ​ໃຈ​ໃສ່​ກັບ​ການ​ກະ​ກຽມ​ທີ່​ຈະ​ໄປ​ພຣະ​ວິ​ຫານ, ແລະ ນາງ​ກໍ​ໄດ້​ພົບ​ກັບ​ລູກ​ອ້າຍ​ລູກ​ນ້ອງ “ຄົນ​ໃໝ່” ຢູ່​ໃນ​ຫວອດ​ຂອງ​ພວກ​ເຮົາ!

ແຄໂຣ ຣີເນີ ເອເວີເຣັດ, ນອດ ຄາໂຣ​ລາຍນາ, ສະ​ຫະ​ລັດ

ສູດ​ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ນາງອັດສະລີ, ເອື້ອຍ​ນ້ອງ​ທີ່​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່, ແລະ ຂ້າ​ພະ​ເຈົ້າ ພວກ​ເຮົາ​ທັງ​ສອງ ມີ​ປຶ້ມ​ສູດ​ເຮັດ​ອາ​ຫານ​ຈາກ​ແມ່​ຕູ້​ຂອງ​ພວກ​ເຮົາ. ຂອງ​ນາງ​ແມ່ນ​ຈາກ​ແມ່​ຕູ້​ທວດ​ຂອງ​ນາງ, ແລະ ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ປຶ້ມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮວບ​ຮວມ​ສູດ​ເຂົ້າ​ກັນ ຕອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມໍ​ລະ​ດົກ ເປັນ​ກ່ອງ​ສູດ​ອາ​ຫານ​ຂອງ​ແມ່​​ຕູ້ ກຣີນວູດ ຫລັງ​ຈາກ​ທີ່​ເພິ່ນ​ເສຍ​ຊີ​ວິດ.

ນາງ​ອັດສະລີ ແລະ ຂ້າ​ພະ​ເຈົ້າ ພວກ​ເຮົາ​ທັງ​ສອງໄດ້​ເລືອກ​ເອົາ​ສູດ​ໜຶ່ງ​ຈາກ​ປຶ້ມ​ສູດ​ອາ​ຫານ​ຂອງ​ຕົນ, ແລະ ພວກ​ເຮົາ​ໄດ້​ຢູ່​ນຳ​ກັນຫລັງ​ຈາກ​ວຽກ ໃນ​ຄ່ຳ​ຄືນ​ໜຶ່ງ​ເພື່ອ​ເຮັດ​ອາ​ຫານ​ຕາມ​ສູດ​ເຫລົ່າ​ນັ້ນ​ລອງ​ເບິ່ງ. ນາງ​ໄດ້​ເລືອກ​ເອົາ​ສູດ​ເຮັດ​ຂອງ​ຫວານ, ແລະ ພວກ​ເຮົາ​ກໍ​ໄດ້​ເຮັດ​ມັນ​ກ່ອນ ແລະ ເອົາ​ມັນ​ເຂົ້າ​ເຕົາ​ອົບ. ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ສູດ​ເຮັດ​ແຈ່ວ​ທີ່​ກິນ​ກັບ​ຕ່ອນ​ມັນ​ສາ​ລີ​ທອດ—ອາ​ຫານ​ໂປດ​ໃນ​ທຸກ​ງານ​ສັງ​ສັນ​ຂອງ​ຄອບ​ຄົວ​ກຣີນວູດ. ລູກ​ສາວ​ຂອງ​ນາງ​ອັດສະລີ​ໄດ້​ຊ່ວຍ​ພວກ​ເຮົາ​ຊີມ​ອາ​ຫານ. ແລ້ວ, ເພາະ​ນາງ​ອັດ​ສະ​ລີບໍ່​ຢາກ​ໃຫ້​ລູກໆ​ຂອງ​ນາງ​ກິນ​ຂອງ​ຫວານ​ທັງ​ໝົດ, ນາງ​ຈຶ່ງ​ໄດ້​ແບ່ງ​ສ່ວນ​ໜຶ່ງ​ໄປ​ໃຫ້​ເອື້ອຍ​ນ້ອງ​ຜູ້​ທີ່​ນາງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ສູດ​ຂອງ​ພວກ​ເຮົາ​ແມ່ນ ຂະ​ນະ​ທີ່​ພວກ​ເຮົາ​ເຮັດ ແລະ ອົບ, ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທັງ​ໝົດ​ຕາມ​ປົກ​ກະ​ຕິ—ກ່ຽວ​ກັບ​ການດີ້ນ​ລົນ​ຂອງ​ນາງ ແລະ ຂອງ​ຂ້າ​ພະ​ເຈົ້າ. ແຕ່​ພວກ​ເຮົາ​ກໍ​ຍັງ​ໄດ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ແມ່​ຕູ້ ແລະ ແມ່​ຂອງ​ພວກ​ເຮົາ​ນຳ​ອີກ, ຊຶ່ງ​ເປັນ​ເລື່ອງ​ລະ​ອຽດ​ອ່ອນ​ສຳ​ລັບ​ພວກເຮົາ​ທັງ​ສອງ.

ເຈນີເຟີ ກຣີນວູດ, ຢູທາ, ສະຫະລັດ

ວິ​ທີ​ຊ່ວຍ​ເຫລືອ​ທີ່​ພິ​ເສດ

ປະ​ຫວັດ​ຄອບ​ຄົວ​ສາ​ມາດ​ໃຫ້​ໂອ​ກາດ​ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ເມື່ອ​ເບິ່ງ​ຄື​ວ່າ ຢ່າງ​ອື່ນ​ໃຊ້​ການບໍ່​ໄດ້. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ​ທີ່​ທ່ານ​ສາ​ມາດ​ລອງ​ເຮັດ.

  • ຊ່ວຍ​ເຂົາ​ເຈົ້າ​ບັນ​ທຶກ ແລະ ອັບ​ໂຫຼດ​ແຟມ​ສຽງ​ບັນ​ທຶກ​ເລື່ອງ​ລາວ​ປະ​ຫວັດ​ຄອບ​ຄົວ, ໂດຍ​ສະ​ເພາະ​ອັນ​ທີ່​ເຂົ້າ​ກັບ​ຮູບ​ພາບ.

  • ຈັດ​ສ້າງ​ໂຄງ​ຮ່າງ​ທີ່​ເປັນ​ວີ ຫລື ເອ​ກະ​ສານ​ປະ​ຫວັດ​ຄອບ​ຄົວ​ຢ່າງ​ອື່ນໆ​ທີ່​ພິມ​ອອກ​ໄດ້ ທີ່​ທ່ານ​ສາ​ມາດມອບ​ໃຫ້​ເປັນ​ຂອງ​ຂວັນ.

  • ສິດ​ສອນ​ວິ​ທີ​ບັນ​ທຶກ​ປະ​ຫວັດ​ຂອງ​ຕົວ​ເອງ ຜ່ານ​ທາງ​ການ​ຮັກ​ສາ​ບັນ​ທຶກ​ສ່ວນ​ຕົວ ໃນ​ວິ​ທີ​ທາງ​ທີ່​ເຂົາ​ເຈົ້າ​ມັກ​ເຮັດ. ບັນ​ທຶກ​ສ່ວນ​ຕົວ​ເປັນ​ແຟມ​ສຽງ? ບັນ​ທຶກ​ສ່ວນ​ຕົວ​ເປັນ​ຮູບ​ພາບ? ບັນ​ທຶກ​ເປັນ​ວິ​ດີ​ໂອ ມີ​ທາງ​ເລືອກ​ຫລາຍ​ຢ່າງ​ສຳ​ລັບ​ຜູ້​ທີ່ບໍ່​ມັກ​ບັນ​ທຶກ​ໃນ​ຮູບ​ແບບ​ການ​ບັນ​ທຶກ​ຕາມ​ມາດ​ຕະ​ຖານ.

  • ໄປ​ພຣະ​ວິ​ຫານ​ນຳ​ກັນ ເພື່ອ​ເຮັດ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ. ຫລື ສະ​ເໜີ​ເຮັດ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຫລາຍ​ຈົນ​ເຮັດ​ບໍ່​ໄຫວ.

  • ຫາ​ເວ​ລາ​ຢູ່​ນຳ​ກັນ​ເພື່ອ​ແບ່ງ​ປັນ​ປະ​ເພ​ນີ​ຂອງ​ຄອບ​ຄົວ.

  • ເອົາຫ້ອງ​ຮຽນ​ປະ​ຫວັດ​ຄອບ​ຄົວ​ນຳ​ກັນ.

ພິມ