ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນມີນາ 2020
ການປະຕິບັດສາດສະໜາກິດຜ່ານທາງ ການຮັບໃຊ້ຢູ່ໃນພຣະວິຫານ
ເມື່ອເຮົາຊ່ວຍຄົນອື່ນໃຫ້ຊື່ນຊົມກັບພອນຂອງພຣະວິຫານ, ເຮົາກໍໄດ້ປະຕິບັດສາດສະໜາກິດ.
ການໄປພຣະວິຫານແມ່ນກຸ້ມຄ່າ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ “ພຣະວິຫານແມ່ນຈຳເປັນຕໍ່ຄວາມລອດ ແລະ ຄວາມສູງສົ່ງຂອງເຮົາ ແລະ ຂອງຄອບຄົວເຮົາ. …
“… ເຮົາແຕ່ລະຄົນຍັງຕ້ອງການພະລັງ ແລະ ການສິດສອນທາງວິນຍານນຳອີກ ຊຶ່ງເປັນໄປໄດ້ ພຽງແຕ່ ໃນບ້ານຂອງພຣະຜູ້ເປັນເຈົ້າເທົ່ານັ້ນ.”1
ການໄປພຣະວິຫານຮຽກຮ້ອງການຈັດເວລາ, ໜ້າທີ່ຮັບຜິດຊອບ, ແລະ ຊັບສິນຂອງເຮົາ, ເທົ່າໆກັບການກະກຽມທາງວິນຍານ. ເຮົາປະຕິບັດສາດສະໜາກິດ ເມື່ອເຮົາຮູ້ຈັກສິ່ງທີ່ກີດຂວາງອ້າຍເອື້ອຍນ້ອງຂອງເຮົາຈາກພຣະວິຫານ ແລະ ຊ່ວຍເຂົາເຈົ້າຊອກຫາຄຳຕອບ.
ພຣະວິຫານເປັນພອນທີ່ທຸກຄົນສາມາດຊື່ນຊົມ
ນາງເມກ ຜູ້ທີ່ຫາກໍກັບຈາກການສອນສາດສະໜາ ກຳລັງຍ່າງໄປຫາປະຕູພຣະວິຫານໂຄນາ ຮາວາຍ ຕອນນາງໄດ້ສັງເກດເຫັນຜູ້ຍິງໜຸ່ມຄົນໜຶ່ງ ນັ່ງຢູ່ແປ້ນມ້ານັ່ງຄົນດຽວ ຢູ່ນອກພຣະວິຫານ. ນາງເມກຮູ້ສຶກວ່າ ນາງຄວນໄປເວົ້າລົມກັບຜູ້ຍິງຄົນນັ້ນ, ແຕ່ນາງບໍ່ແນ່ໃຈວ່າ ຈະເວົ້າຫຍັງ. ສະນັ້ນ ນາງຈຶ່ງໄດ້ຖາມກ່ຽວກັບຄວາມໝາຍຂອງຮູບສັກລາຍຢູ່ຂໍ້ຂາຂອງນາງ. ສິ່ງນັ້ນໄດ້ເລີ່ມຕົ້ນການສົນທະນາ ທີ່ປ່ອຍໃຫ້ຜູ້ຍິງຄົນນັ້ນຊື່ ລານີ ໄດ້ເລົ່າເລື່ອງກ່ຽວກັບຊີວິດຂອງນາງ.
ນາງລານີໄດ້ບອກນາງເມກ ເຖິງການດີ້ນລົນຂອງນາງ ທີ່ຈະກັບຄືນມາມີສ່ວນຮ່ວມຢ່າງເຕັມປ່ຽມໃນສາດສະໜາຈັກອີກ, ເຖິງສະມາຊິກທີ່ດີຫລາຍຄົນທີ່ຊ່ວຍເຫລືອນາງ, ແລະ ເຖິງຄວາມຫວັງຂອງນາງທີ່ຈະໄດ້ຜະນຶກເຂົ້າກັບລູກສາວນ້ອຍຂອງນາງໃນມື້ໜຶ່ງ.
ນາງເມກໄດ້ເຊື້ອເຊີນນາງລານີໃຫ້ເຂົ້າໄປຫ້ອງນັ່ງຖ້າ ຢູ່ໃນພຣະວິຫານກັບນາງ. ເຂົາເຈົ້າບໍ່ສາມາດເຂົ້າໄປເລິກກວ່ານັ້ນ, ແຕ່ເຂົາເຈົ້າສາມາດຍ່າງຜ່ານຕີນປະຕູຂອງພຣະວິຫານໄດ້. ນາງລານີກໍໄດ້ຕົກລົງ, ແລະ ເຂົາເຈົ້າໄດ້ເຂົ້າໄປນຳກັນທາງປະຕູໃຫຍ່. ພະນັກງານຢູ່ພຣະວິຫານໄດ້ພາເຂົາເຈົ້າໄປນັ່ງຢູ່ແປ້ນມ້ານັ່ງ ຢູ່ກ້ອງຮູບພຣະຜູ້ຊ່ວຍໃຫ້ລອດ.
ຂະນະທີ່ເຂົາເຈົ້ານັ່ງຢູ່ນຳກັນ, ນາງລານີໄດ້ເວົ້າຄ່ອຍໆວ່າ, “ຂ້ອຍຢາກເຂົ້າມາໃນພຣະວິຫານຫລາຍຂະໜາດມື້ນີ້, ແຕ່ຂ້ອຍບໍ່ກ້າ.” ເປັນເພາະວ່ານາງເມກໄດ້ເຮັດຕາມການກະຕຸ້ນຂອງພຣະວິນຍານ, ນາງຈຶ່ງໄດ້ຊ່ວຍຕອບຄຳອະທິຖານຢູ່ໃນໃຈຂອງນາງລານີ.
ແນວຄິດທີ່ຊ່ວຍຜູ້ທີ່ບໍ່ມີໃບຮັບຮອງ
ແມ່ນແຕ່ຜູ້ທີ່ຍັງບໍ່ມີໃບຮັບຮອງເຂົ້າພຣະວິຫານເທື່ອ ກໍສາມາດໄດ້ຮັບພອນຈາກພຣະວິຫານໄດ້.
-
ໃຫ້ແບ່ງປັນຄວາມຮູ້ສຶກຂອງທ່ານກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າໄດ້ອວຍພອນທ່ານ ຜ່ານວຽກງານທາງພຣະວິຫານຂອງທ່ານ.•
-
ເຊື້ອເຊີນບາງຄົນໃຫ້ໄປເບິ່ງພຣະວິຫານຕອນທີ່ເປີດໃຫ້ຊົມ ຫລື ໄປຢ້ຽມຢາມສູນບໍລິການນັກທ່ອງທ່ຽວ. ໃຫ້ຊອກຫາພຣະວິຫານທີ່ກຳລັງຈະເປີດໃຫ້ຊົມ ຢູ່ທີ່ temples.ChurchofJesusChrist.org.
-
ເບິ່ງຮູບພາບ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບພຣະວິຫານ ຢູ່ທີ່ temples.ChurchofJesusChrist.org.
ເຮັດໃຫ້ການໄປພຣະວິຫານງ່າຍຂຶ້ນສຳລັບຄົນອື່ນ
ແມ່ນແຕ່ສຳລັບສະມາຊິກທີ່ມີໃບຮັບຮອງເຂົ້າພຣະວິຫານ, ການໄປພຣະວິຫານສາມາດເປັນສິ່ງທີ່ທ້າທາຍໄດ້. ບາງຄົນອາດຕ້ອງໄດ້ເດີນທາງໄລຍະໄກ. ບາງຄົນອາດມີລູກນ້ອຍ ຫລື ມີຄົນແກ່ໃນຄອບຄົວທີ່ຕ້ອງດູແລ. ເຮົາສາມາດຮ່ວມມືກັນ ເພື່ອເຮັດໃຫ້ການຮັບໃຊ້ຢູ່ໃນພຣະວິຫານເປັນໄປໄດ້ສຳລັບທຸກຄົນ.
ນາງລີໂອລາ ແຊນເລີ ຮູ້ສຶກຫຍຸ້ງຫລາຍກັບການດູແລສາມີທີ່ປ່ວຍໂຊ ແລະ ລູກສີ່ຄົນຂອງນາງ. ສະນັ້ນ ນາງຈຶ່ງໄດ້ຕັດສິນໃຈຈັດວັນອັງຄານໄວ້ ເພື່ອໄປພຣະວິຫານ. ມັນໄດ້ກາຍເປັນແຫລ່ງທີ່ນຳຄວາມສະຫງົບ ແລະ ພະລັງມາສູ່ຊີວິດຂອງນາງ.
ມີມື້ໜຶ່ງ ນາງໄດ້ຍິນວ່າ ມີເອື້ອຍນ້ອງອາວຸໂສສອງສາມຄົນຢູ່ໃນຫວອດຂອງນາງ ຢາກໄປພຣະວິຫານຫລາຍທີ່ສຸດ, ແຕ່ເຂົາເຈົ້າບໍ່ມີຜູ້ພາໄປ. ນາງລີໂອລາໄດ້ສະເໜີພາເຂົາເຈົ້າໄປ. ໃນໄລຍະ 40 ປີຈາກນັ້ນ, ມີໜ້ອຍເທື່ອທີ່ນາງໄດ້ໄປພຣະວິຫານຄົນດຽວ.2
ນາງລີໂອລາໄດ້ຮັບພອນ, ແລະ ນາງໄດ້ເປັນພອນໃຫ້ແກ່ຄົນອື່ນ ເມື່ອນາງໄດ້ສະເໜີພາເຂົາເຈົ້າໄປພຣະວິຫານກັບນາງ.
ແນວຄິດເພື່ອຊ່ວຍຄົນອື່ນໃຫ້ໄປພຣະວິຫານ
ທ່ານຈະສາມາດຊ່ວຍຄົນອື່ນໃຫ້ໄປພຣະວິຫານເລື້ອຍກວ່າເກົ່າໄດ້ແນວໃດ? ທ່ານອາດພົບວ່າ ແນວຄິດຢ່າງດຽວກັນນັ້ນກໍຊ່ວຍທ່ານຄືກັນ.
-
ໄປນຳກັນ. ໃຫ້ສະເໜີພາບາງຄົນໄປກັບທ່ານ. ມັນອາດຊຸກຍູ້ໃຫ້ບາງຄົນອື່ນອີກຢາກໄປພຣະວິຫານຄືກັນ.
-
ຂໍໃຫ້ສະມາຊິກໃນຄອບຄົວຂອງທ່ານ ຫລື ສະມາຊິກໃນຫວອດຂອງທ່ານ ຊ່ວຍເຮັດພິທີການແທນບັນພະບຸລຸດຂອງທ່ານ, ໂດຍສະເພາະເມື່ອທ່ານມີລາຍຊື່ຂອງຫລາຍຄົນ ທີ່ພ້ອມແລ້ວສຳລັບພິທີການຕ່າງໆ.
-
ສະເໜີເປັນຜູ້ເບິ່ງເດັກນ້ອຍ ເພື່ອວ່າພໍ່ແມ່ຂອງເຂົາຈະສາມາດໄປພຣະວິຫານໄດ້. ຫລື ຈັດເວລາປ່ຽນຜຽນກັນເບິ່ງເດັກນ້ອຍໃຫ້ກັນແລະກັນ.
ເມື່ອພຣະວິຫານຕັ້ງຢູ່ໄກ
ຈັນດະຣາດາສ໌ “ໂຣຊານ” ແລະ ນາງແຊຣັນ ອານໂຕນີ ຢູ່ເມືອງໂຄລົມໂບ, ປະເທດສີລັງກາ ໄດ້ຕັດສິນໃຈທີ່ຈະຜະນຶກເຂົ້າກັນຢູ່ໃນພຣະວິຫານ. ໝູ່ເພື່ອນຂອງເຂົາເຈົ້າ ນາງແອນ ແລະ ອານທັນ ຄູມາຣາສະໝີ ກໍມີຄວາມຕື່ນເຕັ້ນກັບເຂົາເຈົ້າ. ແຕ່ເຂົາເຈົ້າຮູ້ວ່າ ການໄປພຣະວິຫານມະນີລາ ຟີລິບປີນ ຈະບໍ່ເປັນເລື່ອງງ່າຍ ຫລື ຖືກໆ.
ໂຣຊານ ແລະ ແຊຣັນ ໄດ້ທ້ອນເງິນ ແລະ ໄດ້ຊື້ປີ້ຍົນໄວ້ລ່ວງໜ້າ ອັນທີ່ເຂົາເຈົ້າສາມາດຊື້ໄດ້. ໃນທີ່ສຸດ, ວັນລໍຄອຍກໍມາເຖິງ. ເຖິງຢ່າງໃດກໍຕາມ, ລະຫວ່າງທີ່ໄປຖ້າປ່ຽນຍົນຢູ່ປະເທດມາເລເຊຍ, ເຂົາເຈົ້າຮູ້ວ່າ ຖ້າເຂົາເຈົ້າຈະເດີນທາງໄປຫາຟີລິບປີນ, ເຂົາເຈົ້າຕ້ອງມີບັດວີຊ້າ ຫລື ຕ້ອງໄດ້ຂຶ້ນຍົນຂອງສາຍການບິນອື່ນ. ມັນເປັນໄປບໍ່ໄດ້ທີ່ຈະໄດ້ຮັບບັດວີຊ້າ, ແລະ ເຂົາເຈົ້າກໍບໍ່ມີເງິນທີ່ຈະຊື້ປີ້ຍົນຂອງສາຍການບິນອື່ນ. ແຕ່ເຂົາເຈົ້າບໍ່ຢາກກັບຄືນບ້ານ ໂດຍທີ່ຍັງບໍ່ໄດ້ຜະນຶກເຂົ້າກັນ.
ໂດຍທີ່ບໍ່ແນ່ໃຈວ່າຈະເຮັດແນວໃດ, ໂຣຊານ ຈຶ່ງໄດ້ໂທຫາ ອານທັນ. ອານທັນ ແລະ ນາງແອນ ກໍຢາກຊ່ວຍເຕັມທີ. ເຂົາເຈົ້າເປັນຜູ້ໜຶ່ງໃນຄູ່ສາມີພັນລະຍາສອງສາມຄູ່ ທີ່ໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານ, ແລະ ເຂົາເຈົ້າຮູ້ວ່າ ມັນເປັນພອນຫລາຍຂະໜາດໃດ. ແຕ່ເຂົາເຈົ້າຫາກໍໄດ້ໃຊ້ເງິນທີ່ເຂົາເຈົ້າໄດ້ທ້ອນໄວ້ ເພື່ອຊ່ວຍຄົນໃນຄອບຄົວທີ່ຕ້ອງການຄວາມຊ່ວຍເຫລືອ, ແລະ ເຂົາເຈົ້າກໍບໍ່ມີເງິນພໍທີ່ຈະຊ່ວຍໂຣຊານ ແລະ ນາງແຊຣັນ ຊື້ປີ້ຍົນໃໝ່.
ໃນປະເທດສີລັງກາ ມັນເປັນປະເພນີສຳລັບເຈົ້າບ່າວທີ່ຈະຊື້ສາຍຄໍໃຫ້ເຈົ້າສາວ ເພື່ອວ່ານາງຈະມີເງິນຈຳນວນໜຶ່ງ ຖ້າຫາກສາມີຂອງນາງຕາຍ. ນາງແອນໄດ້ຕັດສິນໃຈຂາຍສາຍຄໍຂອງນາງ ເພື່ອຊ່ວຍຊື້ປີ້ຍົນໃໝ່. ຂອງຂວັນດ້ວຍໃຈທີ່ເພື່ອແຜ່ຂອງນາງ ໄດ້ຊ່ວຍໃຫ້ໂຣຊານ ແລະ ນາງແຊຣັນ ສາມາດໄປຮອດໄປເຖິງພຣະວິຫານທີ່ເມືອງມະນີລາໄດ້.
“ຂ້ອຍຮູ້ຄຸນຄ່າຂອງການຜະນຶກຢູ່ໃນພຣະວິຫານ,” ນາງແອນເວົ້າ. “ຂ້ອຍຮູ້ວ່າແຊຣັນ ແລະ ໂຣຊານ ຈະເປັນພະລັງອັນສຳຄັນໃຫ້ແກ່ສາຂາ. ຂ້ອຍບໍ່ຢາກໃຫ້ເຂົາເຈົ້າພາດໂອກາດນີ້.”3
ແນວຄິດເພື່ອຊ່ວຍຜູ້ທີ່ບໍ່ສາມາດໄປພຣະວິຫານ
ທ່ານອາດຖືກເອີ້ນໃຫ້ປະຕິບັດສາດສະໜາກິດຕໍ່ຜູ້ທີ່ບໍ່ສາມາດໄປພຣະວິຫານເລື້ອຍໆ ຫລື ບໍ່ສາມາດໄປ ເພາະໄລຍະທາງ ຫລື ການໃຊ້ຈ່າຍ. ແຕ່ທ່ານສາມາດຫາທາງຊ່ວຍເຂົາເຈົ້າໃຫ້ມີບຸນຄຸນຕໍ່ພອນຂອງພຣະວິຫານໄດ້.
-
ສິດສອນ ຫລື ມີພາກສ່ວນໃນຫ້ອງຮຽນກະກຽມສຳລັບພຣະວິຫານ ຫລື ຫ້ອງຮຽນປະຫວັດຄອບຄົວ.
-
ມອບຮູບພຣະວິຫານໃຫ້ເຂົາເຈົ້າ ເພື່ອຕິດມັນໄວ້ຢູ່ໃນເຮືອນຂອງເຂົາເຈົ້າ.
-
ຖ້າຫາກທ່ານເຄີຍເຂົ້າໄປພຣະວິຫານແລ້ວ, ໃຫ້ແບ່ງປັນປະສົບການ ແລະ ປະຈັກພະຍານຂອງທ່ານກ່ຽວກັບພິທີການຂອງພຣະວິຫານ.
-
ຊ່ວຍເຫລືອເຂົາເຈົ້າໃຫ້ຮຽນຮູ້ເພີ່ມເຕີມກ່ຽວກັບພັນທະສັນຍາ ທີ່ເຂົາເຈົ້າໄດ້ເຮັດ ແລະ ວິທີທີ່ຈະຮັກສາມັນໄວ້.
© 2020 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Ministering Principles, March 2020. Laotian. 16985 331