​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເດືອນ​ເມສາ 2020


“ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ,” Liahona, ເດືອນເມສາ 2020

ຮູບ​ພາບ
ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ເມສາ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຜ່ານ​ທາງ ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ພ້ອມ​ດ້ວຍ​ຂໍ້​ອ້າງ​ອີງ​ທີ່​ເຊີດ​ຊູ​ໃຈ, ປະ​ເພ​ນີ​ຂອງ​ຄອບ​ຄົວ, ແລະ ການ​ສິດ​ສອນ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນໄດ້​ມອບ​ວິ​ທີ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຫລາຍ​ວິ​ທີ​ໃຫ້​ແກ່​ເຮົາ—ກ່ອນ, ລະ​ຫວ່າງ, ແລະ ຫລັງ​ຈາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນ!

ໃນ​ຖາ​ນະ​ຄູສອນ​ຫ້ອງ​ຮຽນ​ກະ​ກຽມສຳ​ລັບ​ການ​ເຜີຍ​ແຜ່, ຊູສີ ແລະ ທອມ ມູເລັນ ໄດ້​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ​ເປັນ​ປະ​ຈຳ ໃຫ້​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ເບິ່ງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.

“ການ​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ເຮັດ​ບາງ​ສິ່ງ ເປັນ​ພາກ​ສ່ວນ​ສຳ​ຄັນຂອງວຽກ​ງານ​ເຜີຍ​ແຜ່, ແລະ ມັນ​ກ່ຽວ​ຂ້ອງ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄື​ກັນ,” ນາງ​ເວົ້າ. “ນັກ​ຮຽນ​ຂອງ​ພວກ​ເຮົາ​ໄດ້​ລາຍ​ງານ​ເປັນ​ປະ​ຈຳ​ກ່ຽວ​ກັບ​ຜົນ​ອອກ​ມາ​ດີ​ຫລາຍ​ຂະ​ໜາດ​ໃດ​ສຳ​ລັບ​ເຂົາ​ເຈົ້າ ແລະ ສຳ​ລັບ​ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ເຊື້ອ​ເຊີນ.”

ຕໍ່​ໄປ​ນີ້​ແມ່ນ​ສອງ​ສາມ​ວິ​ທີ​ທີ່​ນັກ​ຮຽນ​ຂອງ​ເຂົາ​ເຈົ້າ​ໄດ້​ລາຍ​ງານ​ເລື່ອງ​ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ:

  • “ພວກ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ໝູ່​ຄົນ​ໜຶ່ງ​ຜູ້ທີ່​ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ບາງ​ຢ່າງ​ຢູ່. ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້ເບິ່ງກອງ​ປະ​ຊຸມ​ໃຫຍ່​ສາ​ມັນສຳ​ລັບ​ຄຳ​ຕອບ. ຕອນ​ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ລາວ​ຫລັງ​ຈາກກອງ​ປະ​ຊຸມ​ໃຫຍ່, ລາວ​ໄດ້​ບອກ​ພວກ​ເຮົາ​ວ່າ ລາວ​ໄດ້​ຍິນ​ຫລາຍ​ແນວ​ ທີ່​ເປັນ​ປະ​ໂຫຍດ.”

  • “ພວກ​ເຮົາ​ໄດ້​ຈັດ​ງານ​ລ້ຽງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ທຸກ​ຄົນ​ກໍ​ໄດ້​ເອົາ​ອາ​ຫານ​ການ​ກິນ​ມາ​​ສົມ​ທົບ. ໃຜໆ​ກໍ​ມັກ ພວກ​ເຮົາ​ກໍ​ເລີຍ​​ຕັດ​ສິນ​ໃຈ​ຈັດ​ງານ​ລ້ຽງ​ອີກ.”

  • “ຂ້ອຍໄດ້​ເຊື້ອ​ເຊີນ​ໝູ່​ຄົນ​ໜຶ່ງ​ໃຫ້​ມາ​ເບິ່ງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ກັບ​ຂ້ອຍ. ເມື່ອ​ພວກ​ເຮົາ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ກອງ​ປະ​ຊຸມ, ພວກ​ເຮົາ​ໄດ້​ຕັດ​ສິນ​ໃຈ​ຂັບ​ລົດ​ໄປ​ຕຶກ​ໂບດ ເພື່ອ​ເບິ່ງວ່າ​ພວກ​ເຮົາ​ຊິ​ເບິ່ງກອງ​ປະ​ຊຸມ​ຢູ່​ຫັ້ນ​ໄດ້​ຫລືບໍ່. ພວກ​ເຮົາ​ໄດ້​ເບິ່ງ​ຢູ່​ທີ່​ໂບດ, ແລະ ມັນ​ກໍ​ໄດ້​ເປັນ​ປະ​ສົບ​ການ​ທີ່​ດີ​ທີ່​ສຸດ ທີ່​ໄດ້​ຢູ່​ຫັ້ນ!”

ດັ່ງ​ທີ່​ຄອບ​ຄົວ​ມູເລັນ ແລະ ນັກ​ຮຽນ​ຂອງ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້, ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ມັນ​ເປັນ​ວິ​ທີ​ທີ່​ດີ​ຫລາຍ ທີ່​ຈະ​ແບ່ງ​ປັນ​ຂໍ້​ອ້າງ​ອີງ​ທີ່​ເຊີດ​ຊູ​ໃຈ, ປະ​ເພ​ນີ​ຂອງ​ຄອບ​ຄົວ, ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ, ແລະ ການ​ສິດ​ສອນ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!

ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ທີ່​ບ້ານ​ຂອງ​ທ່ານ

“ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​​ໄດ້​ບັນ​ຊາ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃຫ້ ‘ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນຢ່າງນັ້ນ’ (ໂຢຮັນ 13:34). ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ເບິ່ງ​ຕາມ​ທີ່​ພຣະ​ອົງ​ຮັກ​ເຮົາ. … ຖ້າ​ຫາກ​ເຮົາ​ໃຫ້​ພຣະ​ອົງ​ເປັນ​ຕົວ​ຢ່າງ​ຂອງ​ເຮົາ, ແລ້ວ​ເຮົາ​ຄວນ​ພະ​ຍາ​ຍາມ​ສະ​ເໝີ ທີ່​ຈະ​ເອື້ອມ​ອອກ​ໄປ​ເພື່ອລວມ​ຄົນ​ອື່ນ​ເຂົ້າ​ກັບ​ເຮົາ.” —ປະທານ ດາລິນ ເອັຈ ໂອກສ໌1

ເມື່ອ​ຫລາຍ​ປີ​ກ່ອນ ໄມ ຄູ​ສອນ​ປະ​ຈຳ​ບ້ານ​ທີ່​ດີ​ຂອງ​ພວກ​ເຮົາ ໄດ້​ສັງ​ເກດ​ເຫັນ ວ່າລູກ​ສາມ​ຄົນ​ຂອງຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ມີ​ແລັບ​ທັອບນ້ອຍ​ໜ່ວຍ​ໜຶ່ງ ເພື່ອ​ເບິ່ງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ທັນ​ໃດ​ນັ້ນ ລາວ​ກໍ​ໄດ້​ເຊື້ອ​ເຊີນ ພວກ​ເຮົາ​ໃຫ້​ໄປ​ເຮືອນ​ລາວ ເພື່ອ​ເບິ່ງກອງ​ປະ​ຊຸມ​ໃຫຍ່​ກັບ​ລາວ ແລະ ແຈ໊ກກີ້ ພັນ​ລະ​ຍາ​ຂອງ​ລາວ, ໄດ້ເນັ້ນ​ວ່າ ເຂົາ​ເຈົ້າ​ຢາກ​ມີ​ເພື່ອນ​ເບິ່ງກອງ​ປະ​ຊຸມ​ນຳ. ລູກໆຂອງ​ຂ້າ​ພະ​ເຈົ້າ​ກໍ​ຕື່ນ​ເຕັ້ນ​ຫລາຍ ທີ່​ຈະ​ໄດ້​ເບິ່ງກອງ​ປະ​ຊຸມ​ໃຫຍ່ຢູ່​ໃນ​ໂທ​ລະ​ທັດ; ຂ້າ​ພະ​ເຈົ້າ​ກໍ​ຊາບ​ຊຶ້ງ​ຫລາຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ; ແລະ ພວກ​ເຮົາ​ກໍ​ມັກ​ໃຊ້​ເວ​ລາ​ນຳ​ກັນ.

ຫລັງ​ຈາກນັ້ນ, ການ​ເບິ່ງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ກໍ​ໄດ້​ກາຍ​ເປັນ​ປະ​ເພ​ນີ. ແມ່ນ​ແຕ່​ຕອນ​ທີ່​ພວກ​ເຮົາ​ມີ​ໂທ​ລະ​ທັດ​ຂອງ​ຕົວ​ເອງ, ພວກ​ເຮົາ​ກໍ​ຍັງ​ພາ​ກັນ​ໄປ​ບ້ານ​ຂອງ ໄມ ແລະ ແຈ໊ກກີ້ ພ້ອມ​ກັບ​ໝອນ​ຂອງ​ພວກ​ເຮົາ, ປຶ້ມ​ບັນ​ທຶກ, ແລະ ເຂົ້າ​ຕົ້ມ​ເຂົ້າໜົມສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຢູ່​ຄື​ເກົ່າ. ການ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ນຳ​ກັນ​ເປັນ​ສິ່ງ​ທີ່​ພິ​ເສດຫລາຍ. ພວກ​ເຮົາ​ໄດ້​ກາຍ​ເປັນ​ຄອບ​ຄົວ​ດຽວ. ໄມ ແລະ ແຈ໊ກ​ກີ້ ໄດ້​ກາຍ​ເປັນ​ໝູ່​ເພື່ອນ​ທີ່​ດີ​ທີ່​ສຸດ ແລະ ເປັນ​ພໍ່​ຕູ້​ແມ່​ຕູ້​ຄົນ​ທີ​ສອງ ຕໍ່​ລູກໆ​ຂອງ​ຂ້າ​ພະ​ເຈົ້າ. ຄວາມ​ຮັກ ແລະ ມິດ​ຕະ​ພາບ ຂອງ​ເຂົາ​ເຈົ້າ ໄດ້​ເປັນ​ພອນ​ທີ່​ເຫລືອ​ເຊື່ອ​ຕໍ່​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ເຕັມ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ເປີດ​ບ້ານ ແລະ ຫົວ​ໃຈ​ຂອງ​ເຂົາ​ເຈົ້າຕໍ່​ພວກ​ເຮົາ.

ຊູແຊນ ເອີດ, ແຄລີ​ໂຟເນຍ, ສະ​ຫະ​ລັດ​

ຫລັກທຳ​ທີ່​ໃຫ້​ພິ​ຈາ​ລະ​ນາ

“ໄດ້​ສັງ​ເກດ​ເຫັນ”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້ໃຊ້​ເວ​ລາ​ດ້ວຍ​ຄວາມ​ຮັກເພື່ອ ເບິ່ງ ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ ແລະ ແລ້ວ​ໄດ້​​ກະ​ທຳ​ເພື່ອສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ (ເບິ່ງ ມັດທາຍ 9:35–36; ໂຢຮັນ 6:5; 19:26–27). ເຮົາ​ກໍ​ສາ​ມາດ​ເຮັດ​ຄື​ກັນ.

“ທັນ​ໃດ​ນັ້ນ ລາວ​ກໍ​ໄດ້​ເຊື້ອ​ເຊີນ”

ຫລັງ​ຈາກ​ເຮົາ​ສັງ​ເກດ​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່, ຂັ້ນ​ຕອນ​ຕໍ່​ໄປ​ແມ່ນ​ປະ​ຕິ​ບັດ.

“ການ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​”

ເຮົາ​ຄວນ “ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ” (ໂມໂຣໄນ 6:5) ເພື່ອ​ຮຽນ​ຮູ້​ນຳ​ກັນ, ເຕີບໂຕ​ນຳ​ກັນ, ແລະ ເວົ້າ​ລົມ​ນຳ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ທາງວິນ​ຍານ ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ.

“ມາ​ຟັງ​ຄຳ​ຂອງ​ສາດ​ສະ​ດາ, ແລະ ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ”2 ອາດ​ເປັນ​ຄຳ​ເຊື້ອ​ເຊີນ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ກ່າວ​ກັບ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່.

“ຄວາມ​ຮັກ ແລະ ມິດ​ຕະ​ພາບ”

ເພື່ອ​ຊ່ວຍ ແລະ ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ຄົນ​ອື່ນ​ແທ້ໆ, ເຮົາ​ຕ້ອງ​ສ້າງ​ຄວາມ​ສຳ​ພັນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ດ້ວຍ “ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ” (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:41).

ການ​ແບ່ງ​ປັນ​ທາງ​ອິນ​ເຕີ​ເນັດ

“ຊ້ອງສື່​ສານມວນ​ຊົນ​ເປັນ​ເຄື່ອງ​ມື​ທົ່ວ​ໂລກ ທີ່​ສາ​ມາດ​​ສົ່ງຜົນ​ກະ​ທົບ​ຕໍ່​ບຸກ​ຄົນ ແລະ ຄອບ​ຄົວ​ຢ່າງ​ຫລວງ​ຫລາຍ. ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ສຳ​ລັບ​ພວກ​ເຮົາ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ທີ່​ຈະ​ໃຊ້​ເຄື່ອງ​ມື​ທີ່​ດົນ​ໃຈ​ເຫລົ່າ​ນີ້​ຢ່າງ​ເໝາະ​ສົມ ແລະ ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເກົ່າ ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ເຖິງ​ແຜນ​ແຫ່ງ​ຄວາມ​ສຸກ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ, ແລະ ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.” —​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ3

ອິນ​ເຕີ​ເນັດ​ຊ່ວຍ​ເຮົາ​ໃຫ້ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ກັບ​ຊາວ​ໂລກ​ທັງ​ປວງ. ຂ້າ​ພະ​ເຈົ້າ​ມັກ​ຫລາຍ! ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ກິດ​ຈະ​ກຳ​ສອງ​ສາມ​ຢ່າງ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ແຕ່​ສ່ວນ​ຫລາຍ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ຄົນ​ອື່ນ ​ສ້າງການ​ສົນ​ທະ​ນາ ຈາກ​ຄຳ​ປາ​ໄສ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​. ການ​​ເຫັນຄຳ​ຖາມ​ຈາກ​ຄົນ​ອື່ນ​ສ່ວນ​ຫລາຍ​ຈະ​ຊ່ວຍ​ເຮົາ​ໃຫ້​​ເຫັນສິ່ງ​ຕ່າງໆ​ໃນ​ຮູບ​ແບບ​ໃໝ່ ແລະ ສາ​ມາດ​ເປັນສິ່ງ​ພາ​ໄປ​ສູ່​ຄຳ​ຖາມ​ສຳ​ລັບ​ການ​ສົນ​ທະ​ນາ​ທີ່​ດີ​ເລີດ​ຂອງ​ເຮົາ​ໄດ້.

ຂ້າ​ພະ​ເຈົ້າ​ພົບ​ເຫັນ​ວ່າ ​ເມື່ອ​ທ່ານ ໃຊ້​ຄຳ​ຖາມ ເພື່ອ​ສົນ​ທະ​ນາ​ກ່ຽວກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ກັບ​​ຄອບ​ຄົວທີ່​ທ່ານປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່, ມັນ​ຊ່ວຍ​ທ່ານ​ໃຫ້​ເຫັນຄວາມ​ເຂັ້ມ​ແຂງ ຕະ​ຫລອດ​ທັງຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ໜຶ່ງ​ໃນ​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຖາມ​ແມ່ນ, ເຈົ້າ​ຮູ້​ສຶກວ່າ ແມ່ນ​ຫຍັງ​ທີ່​ເປັນ​ຫົວ​ຂໍ້​ທີ່​ສຳ​ຄັນ​ທີ່​ສຸດ ຈາກ​ພາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​​ເທື່ອ​ແລ້ວນີ້?

ເກືອບ​ທຸກ​ເທື່ອ ຄຳ​ຕອບ​ຈະ​ເຮັດ​ໃຫ້​ທ່ານ​ເຫັນ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ສິ່ງ​ທີ່​ສຳ​ຄັນ​ຕໍ່​ເຂົາ​ເຈົ້າ. ມັນ​ຈະຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ດີກວ່າ​ເກົ່າ ເພາະ​ທ່ານ​ໄດ້​ເຫັນ​ເຂົາ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ​ຫລາຍກວ່າ​ເກົ່າ.

ຄະມຽວ ກຽວແຮມ, ໂຄໂລ​ຣາໂດ, ສະ​ຫະ​ລັດ

ຫລັກທຳ​ທີ່​ໃຫ້​ພິ​ຈາ​ລະ​ນາ

“ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ”

ເຮົາໄດ້​ເຮັດ​ພັນ​ທະ​ສັນ​ຍາ ທີ່​ຈະ “ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມໄຊຢາ 18:9).

“ສ້າງການ​ສົນ​ທະ​ນາ”

ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​​ສາ​ມາດນຳ​ໄປ​ສູ່ການ​ສົນ​ທະ​ນາ​ທີ່​ໜ້າ​ປະ​ຫລາດ, ທີ່​ກ່ຽວ​ຂ້ອງ, ແລະ ທາງວິນ​ຍານໄດ້. ແລະ ການ​ສົນ​ທະ​ນາ​ແບບນີ້​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ຄັນ​ຂອງ​ທ່ານ, ຊ່ວຍ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຂັ້ມ​ແຂງ​ຂຶ້ນ, ແລະ ນຳ​ຄວາມ​ສຸກ​ມາ​ໃຫ້​ທ່ານ! (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:22).

“ໃຊ້​ຄຳ​ຖາມ”

“ຄຳ​ຖາມ​ທີ່​ດີ​ຈະ​ຊ່ວຍ​ທ່ານ​ໃຫ້ເຂົ້າ​ໃຈ​ຄວາມ​ສົນ​ໃຈ, ຄວາມ​ຫ່ວງ​ໃຍ, ຫລື ຄຳ​ຖາມ​ອື່ນໆ​ທີ່​ຜູ້​ອື່ນ​​ມີ. ມັນ​ຈະ​ເຮັດ​ໃຫ້​ການ​ສອນ​ຂອງ​ທ່ານ​ດີ​ຂຶ້ນ, ເຊື້ອ​ເຊີນ​ພຣະ​ວິນ​ຍານ, ແລະ ຊ່ວຍ​ຜູ້​ສົນ​ໃຈ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້.”4

ແຫລ່ງ​ອ້າງ​ອີງ

  1. Dallin H. Oaks, “Love and the Law” (video), mormonandgay.ChurchofJesusChrist.org.

  2. “Come, Listen to a Prophet’s Voice,” Hymns, no. 21.

  3. David A. Bednar, “Flood the Earth through Social Media,” Liahona, Aug. 2015, 50.

  4. ຈົ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືການຮັບໃຊ້ຂອງຜູ້ສອນສາດສະໜາ (2004), 207.

ພິມ