​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ
ເດືອນ​ມິຖຸນາ 2020


“ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ,” Liahona, ເດືອນ​ມິຖຸນາ 2020

ຮູບ​ພາບ
ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຮູບ​ພາບ​ປະ​ກອບ ໂດຍ ເອດເວີດ ມັກກາວແວນ

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ມິຖຸນາ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃຫ້​ໂອ​ກາດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄົນ​ອື່ນ ແລະ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ເວ​ລາ​ສຳ​ລັບ​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ ແລະ ເປັນ​ການ​ສະ​ທ້ອນ​ຄິດ​ເລື່ອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ແຕ່​ລະ​ອາ​ທິດ, ເຮົາ​ໄດ້ຮັບ​ຄວາມ​ຮູ້​ນຳ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:110). ແຕ່​ບາງ​ຄົນ​ຢູ່​ໃນ​ຫວອດ ແລະ ສາ​ຂາ​ຂອງ​ພວກ​ເຮົາ ໄດ້​ເອົາພາ​ລະ​ໜັກ​ໜ່ວງ​ມາ​ນຳ ຫລື ບໍ່​ໄດ້​ມາ​ເລີຍ.

ຕໍ່​ໄປ​ນີ້​ແມ່ນ​ສອງ​ສາມ​ໂອ​ກາດ​ສຳ​ລັບ​ວິ​ທີ​ທີ່​ເຮົາ​ອາດ​ໃຊ້​ຊົ່ວ​ໂມງ​ທີ່​ສັກ​ສິດນັ້ນ ເພື່ອ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ ແລະ ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຊ່ວຍ​ເຮັດ​ໃຫ້​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ດີ​ຂຶ້ນກວ່າ​ເກົ່າ​ສຳ​ລັບ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່

ຂັ້ນ​ຕອນ​ທຳ​ອິດ​ໃນ​ການ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແມ່ນ​ການ​ຫາ​ວິ​ທີ​ທີ່​ຈະ​ຮູ້​ຈັກ​ບຸກ​ຄົນ ຫລື ຄອບ​ຄົວ ແລະ ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ອາດ​ມີ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ເຫລືອ ໃນ​ການ​ເຮັດ​ໃຫ້​ປະ​ສົບ​ການ​ໃນ​ການ​ນະ​ມັດ​ສະ​ການ​ສິນ​ລະ​ລຶກ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ໂດຍ​ການ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ເຂົາ​ເຈົ້າ.

ສຳ​ລັບ​ນາງ​ມິນດີ, ແມ່​ໜຸ່ມ​ຂອງ​ລູກ​ຝາ​ແຝດ​ນ້ອຍ​ຄູ່​ໜຶ່ງ, ຄວາມ​ພະ​ຍາ​ຍາມ​ທີ່ລຽບ​ງ່າຍ​ຂອງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ຢ່າງ​ຫລວງ​ຫລາຍ​ໃນ​ປະ​ສົບ​ການ​ຂອງ​ນາງ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ອາ​ທິດ.

“ເປັນ​ເພາະ​ຕາ​ຕະ​ລາງ​ເວ​ລາ​ທຳ​ງານ​ຂອງ​ຜົວ​ຂ້ອຍ, ຂ້ອຍ​ຈຶ່ງ​ໄດ້​ພາ​ລູກ​ສາວ​ຝາ​ແຝດ​ຂອງ​ພວກ​ເຮົາ​ໄປ​ໂບດ​ຄົນ​ດຽວ​ທຸກ​ອາ​ທິດ,” ນາງ​ມິນ​ດີ​ໄດ້​ອະ​ທິ​ບາຍ. “ມັນ​ຍາກ​ຫລາຍ​ທີ່​ຈະ​ພະ​ຍາ​ຍາມ​ຕັ້ງ​ສະ​ມາ​ທິ​ລະ​ຫວ່າງກອງ​ປະ​ຊຸມ​ສິນ​ລະ​ລຶກ​ກັບ​ລູກ​ນ້ອຍ​ຂີ້ດື້​ສອງ​ຄົນ, ແຕ່​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້ອຍ ໄດ້​ຊ່ວຍ​ເຫລືອ​ຂ້ອຍ.

“ລາວ​ໄດ້​ມາ​ນັ່ງ​ກັບ​ພວກ​ເຮົາ ແລະ ຊ່ວຍ​ຂ້ອຍ​ດູ​ແລ​ລູກ​ສາວ​ຂອງ​ຂ້ອຍ​ທຸກ​ອາ​ທິດ. ພຽງ​ແຕ່​ມີ​ລາວ​ນັ່ງ​ຢູ່​ໃກ້ ກໍ​ຊ່ວຍ​ໄດ້​ຫລາຍ ແລະ ຊ່ວຍ​ໃຫ້​ຂ້ອຍ​ສະ​ບາຍ​ໃຈ​ຂຶ້ນ​ຕອນ​ລູກ​ເລີ່ມ​ຕົ້ນ​ແອ່ວ ຫລື ຫຍຸ້ງ. ຂ້ອຍບໍ່​ຄິດ​ວ່າ ລາວ​ຮູ້​ວ່າ ການ​ກະ​ທຳ​ຂອງ​ລາວ​ມີ​ຄວາມ​ໝາຍ​ຫລາຍ​ຂະ​ໜາດ​ໃດ​ຕໍ່​ຂ້ອຍ ໃນ​ເວ​ລານີ້ ໃນ​ຊີ​ວິດ​ຂອງ​ຂ້ອຍ. ລາວ​ໄດ້​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ຂ້ອຍ ວ່າ​ຂ້ອຍ​ເປັນ​ແມ່​ທີ່​ຍັງ​ໜຸ່ມ ແລະ ກັງ​ວົນ​ຫລາຍ, ແລະ ລາວ​ໄດ້​ຊ່ວຍ​ເຮັດ​ໃຫ້​ການ​ໄປ​ໂບດ​ເປັນ​ບ່ອນ​ສະ​ຫງົບ​ສຸກ ແລະ ຊື່ນ​ບານ​ສຳ​ລັບ​ເຮົາ​ທຸກ​ຄົນ.”

ແນວ​ຄິດ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ​ໃດ​ໜຶ່ງ​ພິ​ເສດ

  • ລາຍ​ງານ​ຕໍ່​ຜູ້​ນຳ​ກຸ່ມ​ແອວ​ເດີ ແລະ ຜູ້​ນຳ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ.

  • ຜູ້​ນຳ​ວາງ​ແຜນ​ຄຳ​ປາ​ໄສ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ເພື່ອ​ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ. ຖ້າ​ຫາກ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໄດ້​ຍິນ​ຂ່າວ​ສານ​ໃດ​ໜຶ່ງ​ໂດຍ​ສະ​ເພາະ, ແລ້ວ​ໃຫ້​ແບ່ງ​ປັນ​ແນວ​ຄິດ​ກັບ​ຜູ້​ນຳ​ຂອງ​ທ່ານ.

  • ຖ້າ​ຫາກ​ທ່ານ​ຮູ້​ຈັກ​ບາງ​ຄົນ​ທີ່​ເປັນ​ພິ​ການ ຫລື ເປັນ​ໂຣກ​ແພ້​ອາ​ຫານ ທີ່​ກີດ​ກັນ​ເຂົາ​ເຈົ້າ​ຈາກ​ການ​ໄດ້​ຮັບ​ພອນ​ຂອງ​ສິນ​ລະ​ລຶກ, ໃຫ້​ຖາມ​ລາຍ​ລະ​ອຽດ ແລະ ວ່າເຂົາ​ເຈົ້າ​ຢາກ​ໃຫ້ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ທາງ​ໃດ ເພື່ອ​ເຮັດ​ໃຫ້​ປະ​ສົບ​ການ ໃນ​ການ​ນະ​ມັດ​ສະ​ການ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນກວ່າ​ເກົ່າ. ໃຫ້​ແບ່ງ​ປັນ​ຂໍ້​ມູນນີ້​ກັບ​ຜູ້​ນຳ​ຂອງ​ທ່ານ.

  • ຖ້າ​ຫາກ​ບາງ​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ຫລື ທ່ານ​ຮູ້​ຈັກ ບໍ່​ສາ​ມາດ​ອອກ​ເຮືອນ​ໄປ​ໃສ, ບໍ່​ວ່າ​ຈະ​ເປັນ​ແບບ​ຕະ​ຫລອດ​ໄປ ຫລື ພຽງ​ຊົ່ວ​ຄາວ, ໃຫ້​ຖາມ​ອະ​ທິ​ການ​ຂອງ​ທ່ານ​ຖ້າ​ຫາກວ່າ ຈະ​ສາ​ມາດ​ເອົາ​ສິນ​ລະ​ລຶກ​ໄປ​ໃຫ້​ເຂົາ​ເຈົ້າ​ຢູ່​ເຮືອນ​ໄດ້​ຫລືບໍ່. ທ່ານ​ກໍ​ສາ​ມາດ​ຈົດ​ບາງ​ຂໍ້​ຄວາມ​ລະ​ຫວ່າງກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ແບ່ງ​ປັນ​ມັນ​ທາງ​ໂທລະ​ສັບ, ຜ່ານ​ທາງ​ອີ​ເມວ, ຫລື ດ້ວຍ​ຕົວ​ເອງ​ກໍ​ໄດ້.

  • ຖ້າ​ຫາກ​ບາງ​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ມີ​ລູກ​ນ້ອຍ, ທ່ານ​ສາ​ມາດ​ສະ​ເໜີ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ລະ​ຫວ່າງກອງ​ປະ​ຊຸມ​ສິນ​ລະ​ລຶກ.

  • ຖ້າ​ຫາກ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ບໍ່​ໄປ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ປະ​ຈຳ, ໃຫ້​ພະ​ຍາ​ຍາມ​ເຂົ້າ​ໃຈ ແລະ ຊອກ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ເຫລືອ​ໄດ້. ຖ້າ​ຫາກ​ເຂົາ​ເຈົ້າ​ຕ້ອງ​ການ ການ​ຂົນ​ສົ່ງ, ທ່ານ​ກໍ​ສາ​ມາດ​ສະ​ເໜີ​ຮັບ​ສົ່ງ​ເຂົາ​ເຈົ້າ​ໄດ້. ຖ້າ​ຫາກ​ເຂົາ​ເຈົ້າ​ຮູ້​ສຶກບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ທ່ານ​ກໍ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ນັ່ງ​ກັບ​ທ່ານ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ແບບ​ພິ​ເສດ ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ໄດ້​ຮັບ​ການ​ຮັບ​ຕ້ອນ ແລະ ເປັນ​ທີ່​ຕ້ອງ​ການ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

ໃຫ້​ຈື່​ຈຳ​ວ່າ, ທ່າ​ທີ​ແບບ​ເປັນ​ມິດ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້​ຫລາຍ

ເມື່ອ​ກ່າວ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຊິດ​ສະ​ເຕີ ຈີນ ບີ ບິງ​ກຳ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ສິດ​ສອນ​ວ່າ: “ບາງ​ເທື່ອ​ເຮົາ​ຄິດ​ວ່າ ເຮົາ​ຕ້ອງ​ເຮັດ​ອັນ​ໃດ​ອັນ​ໜຶ່ງ​ທີ່​ໃຫຍ່​ໂຕ ແລະ ຢ່າງ​ກ້າ​ຫານ​ເພື່ອ​ຈະ “ຖືວ່າ” ເປັນ​ການ​ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ເຮົາ. ແຕ່​ການ​ກະ​ທຳ​ແບບ​ລຽບ​ງ່າຍ​ຂອງ​ການ​ຮັບ​ໃຊ້ ກໍ​ສາ​ມາດ​ມີ​ອິດ​ທິ​ພົນ​ທີ່​ເລິກ​ຊຶ້ງ​ຕໍ່​ຄົນ​ອື່ນ—ແລະ ຕໍ່​ຕົວ​ເຮົາ​ເອງ​ດ້ວຍ.”1

ຢູ່​ໃນ​ຫວອດ​ນ້ອຍ​ແຫ່ງ​ໜຶ່ງ​ໃນ​ເມືອງ​ແບວຈຽມ, ນາງ​ເອວີຕາ ມັກ​ສະ​ເໜີ​ເປັນ​ນາຍ​ພາ​ສາ​ໃຫ້​ຜູ້​ມາ​ຢ້ຽມ​ຢາມ ແລະ ສະ​ມາ​ຊິກ​ທີ່​ເວົ້າ​ພາ​ສາ​ສະເປນ​ລະ​ຫວ່າງ​ການ​ປະ​ຊຸມ​ຢູ່​ໂບດ. ມີ​ເທື່ອ​ໜຶ່ງ, ນາງ​ເອວີຕາ​ໄດ້​ຖືກ​ແນະ​ນຳ​ໃຫ້​ຮູ້​ຈັກ​ກັບ​ບາງ​ຄົນ​ຈາກສາ​ທາ​ລະ​ນະ​ລັດ ໂດ​ມິ​ນິ​ກັນ ຜູ້​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ. ລາວ​ຮູ້​ພາ​ສາ​ອັງ​ກິດ​ໜ້ອຍ​ໜຶ່ງ, ແຕ່​ພາ​ສາ​ສະ​ເປນ​ເປັນ​ພາ​ສາ​ແມ່​ຂອງ​ລາວ. ສະ​ນັ້ນ​ນາງ​ເອວີຕາ​ຈຶ່ງ​ໄດ້​ສະ​ເໜີ​ແປ​ແບບ​ຄ່ອຍໆ​ໃຫ້​ລາວ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ເພື່ອ​ວ່າ​ລາວ​ຈະ​ຮູ້​ສຶກສະ​ບາຍ​ໃຈ​ຫລາຍ​ຂຶ້ນ.

“ບາງ​ເທື່ອ​ການ​ແປ​ພາ​ສາ ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ຂອງ​ຂ້ອຍ​ຫຍຸ້ງ​ຍາກ​ໜ້ອຍ​ໜຶ່ງ,” ນາງ​ເອ​ວີຕາ​ເວົ້າ. “ແຕ່​ການ​ເຮັດ​ຕາມ​ການ​ກະ​ຕຸ້ນ​ໃຫ້​ຖາມ​ຄົນ​ອື່ນ​ຖ້າ​ຫາກວ່າ​ເຂົາ​ເຈົ້າ​ຕ້ອງ​ການ ການ​ແປ​ພາ​ສາ​ຫລືບໍ່ ເຮັດ​ໃຫ້​ຂ້ອຍ​ຮູ້​ສຶກ​ມີ​ຄວາມ​ສຸກ ແລະ ອົບ​ອຸ່ນ​ທີ່​ຮູ້​ວ່າ ຂ້ອຍ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຊື່ນ​ຊົມ​ກັບ​ການ​ປະ​ຊຸມ​ຂອງ​ເຂົາ​ເຈົ້າ.”

ແນວ​ຄິດ​ທີ່​ຈະ​ຊ່ວຍ​ເຫລືອ ຜ່ານ​ທາງ​ທ່າ​ທີ​ແບບ​ເປັນ​ມິດ

  • ເວົ້າ​ລົມ​ກັບ​ຜູ້​ນຳ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮູ້​ວ່າ​ມີ​ໃຜບໍ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ພິ​ເສດ ລະ​ຫວ່າງກອງ​ປະ​ຊຸມ​ສິນ​ລະ​ລຶກ. ຫລື ຖ້າ​ຫາກ​ທ່ານ​ຮູ້​ຈັກ​ບາງ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ພິ​ເສດ, ໃຫ້​ແນ່​ໃຈ​ວ່າ ຜູ້​ນຳ​ຂອງ​ທ່ານ​ຮູ້​ຈັກ​ກ່ຽວ​ກັບ​ເຂົາ​ເຈົ້າ.

  • ນັ່ງ​ຢູ່​ຢ່າງ​ງຽບໆ​ຂະ​ນະ​ທີ່​ທ່ານ​ລໍ​ຖ້າ​ໃຫ້​ກອງ​ປະ​ຊຸມ​ເລີ່ມ​ຕົ້ນ. ສິ່ງນີ້​ຈະ​ຊ່ວຍ “ຜູ້​ທີ່​ເຈັບ​ປວດ​ໃຈ ແລະ ໂສກ​ເສົ້າ ທີ່​ຢູ່​ອ້ອມ​ຮອບ​ເຮົາ”2 ຜູ້​ຕ້ອງ​ການ​ຄວາມ​ສະ​ຫງົບ ທີ່​ສາ​ມາດ​ມາ​ສູ່​ໄດ້​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ຄາ​ລະ​ວະ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ​ເທົ່າ​ນັ້ນ.

  • ໃນ​ວັນ​ອາ​ທິດ​ຖື​ສິນ​ອົດ​ເຂົ້າ, ໃຫ້​ຄິດ​ທີ່​ຈະ​ອຸ​ທິດ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ​ຂອງ​ທ່ານ​ໃຫ້​ແກ່​ບາງ​ຄົນ ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ຜູ້​ທີ່​ຕ້ອງ​ການ ການ​ປອບ​ໂຍນ​ພິ​ເສດ.

  • ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ບາງ​ຄົນ​ທີ່​ສາ​ມາດ​ໄດ້​ຮັບຜົນ​ປະ​ໂຫຍດ​ຈາກ​ທ່ານ ໃນ​ການ​ນັ່ງ​ຢູ່​ທາງ​ຂ້າງ ຫລື ນັ່ງ​ຢູ່​ໃກ້ ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ຫລື ຖ້າ​ຫາກ​ມີ​ວິ​ທີ​ອື່ນ​ອີກ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ໄດ້.

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ສາ​ມາດ​ເປັນ​ບ່ອນ​ທີ່ທຸກ​ຄົນ​ສາ​ມາດ​ຮູ້​ສຶກ​ໄດ້​ຮັບ​ການ​ຕ້ອນ​ຮັບ​ໄດ້

ປະທານ​ໂຈເຊັບ ຟຽວດິງ ສະມິດ (1876–1972) ໄດ້​ສິດ​ສອນ​ວ່າ, “ກອງ​ປະ​ຊຸມ​ສິນ​ລະ​ລຶກ​ແມ່ນ​ສັກ​ສິດ​ທີ່​ສຸດ, ບໍ​ລິ​ສຸດ​ທີ່​ສຸດ, ຂອງ​ການ​ປະ​ຊຸມ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ.”3 ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ, ມັນ​ສຳ​ຄັນ​ຫລາຍ​ທີ່​ຈະ​ໃຫ້​ແນ່​ໃຈ​ວ່າ ຜູ້​ມາ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ຄົນ​ຮູ້​ສຶກ​ໄດ້​ຮັບ​ການ​ຕ້ອນ​ຮັບ ແລະ ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ—ໂດຍ​ສະ​ເພາະ​ສະ​ມາ​ຊິກ​ໃໝ່ ຫລື ສະ​ມາ​ຊິກ​ທີ່ບໍ່​ໄດ້​ມາ​ໂບດ​ດົນ​ແລ້ວ.

ນາງ​ມາເຣ​ເນຍ​ຈາກ​ລັດ ນິວ​ຊ້າວ​ແວວສ໌, ປະ​ເທດ​ອົດສະ​ຕາລີ, ໄດ້​ຜູກ​ມິດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ຫວອດ​ຂອງ​ນາງ. “ບັດ​ນີ້ລາວ​ໄດ້​ກາຍ​ເປັນ​ເພື່ອນ​ຮັກ​ຄົນ​ໜຶ່ງ​ຂອງ​ຂ້ອຍ,” ນາງ​ມາເຣ​ເນຍ​ເວົ້າ. “ຂ້ອຍ​ມັກ​ນັ່ງ​ນຳ​ລາວ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ອາ​ທິດ, ແລະ ຂ້ອຍ​ມັກ​ຖາມ​ວ່າ ລາວ​ເປັນ​ຈັ່ງ​ໃດ ແລະ ມີ​ຫຍັງ​ໃຫ້​ຂ້ອຍ​ຊ່ວຍ​ບໍ.” ຫລັງ​ຈາກ​ຊ່ວງ​ໄລ​ຍະ​ໜຶ່ງ, ເພື່ອນ​ຂອງ​ນາງ​ມາເຣ​ເນຍ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ມາ​ຊິກ​ໃນ​ຫວອດ, ຕະ​ຫລອດ​ທັງ​ບັນ​ຍາ​ກາດ​ທີ່​ອົບ​ອຸ່ນ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ນາງ.

ແນວ​ຄິດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ກັບ​ຄືນ​ມາ​ໂບດ ຫລື ສະ​ມາ​ຊິກ​ໃໝ່

  • ເມື່ອ​ທ່ານ​ຈະ​ກ່າວ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໝູ່​ເພື່ອນ, ຄອບ​ຄົວ, ແລະ ຄົນ​ອື່ນໆ​ໃຫ້​ມາ​ຟັງຂ່າວ​ສານ​ຂອງ​ທ່ານ​ໄດ້.

  • ທ່ານ​ສາ​ມາດ​ຊອກ​ຫາ ແລະ ຕ້ອນ​ຮັບ​ຜູ້​ທີ່​ມາ​ໂບດ​ຄົນ​ດຽວ ຫລື ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ຖາມເຂົາ​ເຈົ້າ​ວ່າ​ທ່ານ​ສາ​ມາດ​ນັ່ງ​ໃກ້​ເຂົາ​ເຈົ້າ​ໄດ້​ບໍ ຫລື ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ນັ່ງ​ກັບ​ທ່ານ.

  • ເມື່ອກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່ ແລະ ຄົນ​ອື່ນໆ​ມາ​ຮ່ວມ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່ຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນັ້ນ, ໄປ​ພຣະ​ວິ​ຫານ, ຫລື ງານ​ສັງ​ສັນ​ໃດ​ໜຶ່ງ.

  • ຖ້າ​ຫາກ​ບາງ​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ໄດ້​ມາ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ ແຕ່ບໍ່​ໄດ້​ມາ​ດົນ​ແລ້ວ, ທ່ານ​ສາ​ມາດ​ຖາມ​ເຂົາ​ເຈົ້າ​ຖ້າ​ຫາກວ່າ​ເຂົາ​ເຈົ້າ​ມີ​ຄຳ​ຖາມ​ໃດ​ບໍ​ກ່ຽວ​ກັບ​ສິ່ງ​ທີ່​ສິດ​ສອນ. ບອກ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ສາ​ມາດ​ຖາມ​ທ່ານ​ໄດ້ ບໍ່​ວ່າ​ຈະເປັນ​ຄຳ​ສັບ, ເລື່ອງ​ລາວ, ຫລື ຄຳ​ສອນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ. ພວກ​ທ່ານ​ສາ​ມາດ​ຊອກ​ຫາ​ຄຳ​ຕອບ​ນຳ​ກັນ​ກໍ​ໄດ້​ຖ້າ​ຈຳ​ເປັນ.

ແຫລ່ງ​ອ້າງ​ອີງ

  1. Jean B. Bingham, “Ministering as the Savior Does,” Liahona, May 2018, 104.

  2. Jeffrey R. Holland, “The Ministry of Reconciliation,” Liahona, Nov. 2019, 46.

  3. Joseph Fielding Smith, ໃນ Conference Report, Oct. 1929, 60–61.

ພິມ