​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ
ເດືອນ​ກໍລະກົດ 2020


“ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ,” Liahona, ເດືອນ​ກໍ​ລະ​ກົດ 2020

ຮູບ​ພາບ
ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຮູບ​ກຸ່ມ​ຊາຍ​ໜຸ່ມ​ກຳ​ລັງ​ຕັ້ງ​ຜ້າ​ເຕັ້ນ ໂດຍ ບາດ ຄໍ​ກິນ; ຮູບ​ຍິງ​ໜຸ່ມ​ກຳ​ລັງ​ຈັດ​ໂຕະ ໂດຍ ເຊີຣີ ພຣາຍສ໌ ມິກ​ຟາ​ແລນ; ພາບ​ຢູ່​ຂ້າງ​ຫລັງ ຈາກ Getty Images

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກໍ​ລະ​ກົດ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຜ່ານ​ທາງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ

ໝາຍ​ເຫດ​ຂອງ​ບັນ​ນາ​ທິ​ການ: ບົດ​ຄວາມນີ້​ໄດ້​ຖືກ​ຂຽນຂຶ້ນ​ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຄຳ​ແນະ​ນຳ​ບາງ​ຢ່າງ​ທີ່​ຢູ່​ຂ້າງລຸ່ມ ຈະ​ນຳ​ໃຊ້​ບໍ່​ໄດ້​ໃນ​ຊ່ວງ​ໄລ​ຍະ​ທີ່​ຕ້ອງ​ຮັກ​ສາ​ການ​ຢູ່​ຫ່າງ​ກັນ ແຕ່​ຈະ​​ນຳ​ໃຊ້​ໄດ້​ເມື່ອ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ເລີ່ມ​ຕົ້ນ​ຄືນ​ໃໝ່​ອີກ. ຖ້າ​ຈຳ​ເປັນ, ໃຫ້​ດັດ​ແປງ​ຄຳ​ແນະ​ນຳ​ເຫລົ່າ​ນີ້ ອີງ​ຕາມ​ແນວ​ທາງ​ຊີ້​ນຳຂອງ​ສາດ​ສະ​ໜາ​ຈັກ ແລະ ຂອງ​ຝ່າຍ​ລັດ​ຖະ​ບານ​ໃນ​ປະ​ຈຸ​ບັນ.

ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເພື່ອນ​ສະ​ມາ​ຊິກ​ຫວອດ, ເພື່ອນ​ບ້ານ, ແລະ ໝູ່​ເພື່ອນ​ຂອງ​ເຮົາ ແມ່ນ​ຜ່ານ​ທາງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ. ບໍ່​ວ່າ​ທ່ານ​ຈະ​ວາງ​ແຜນ​ເຮັດ​ກິດ​ຈະ​ກຳ​ອີງ​ຕາມ​ຄວາມ​ຕ້ອງ​ການ ຫລື ຄວາມ​ສົນ​ໃຈ​ຂອງ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ຫລື ທ່ານ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ ຫລື ໃນ​ໂອ​ກາດ​​ຮັບ​ໃຊ້ຄົນ​ອື່ນ​ໃນ​ລະ​ດັບ​ຫວອດ, ສະ​ເຕກ, ຫລື ແມ່ນ​ແຕ່​ໃນ​ລະ​ດັບ​ລວມ​ຫລາຍ​ສະ​ເຕກ ກໍ​ສາ​ມາດ​ເປັນ​ວິ​ທີ​ທີ່​ມີ​ຄວາມ​ໝາຍ ແລະ ໃຫ້​ຄວາມ​ເພີດ​ເພີນ ເພື່ອ​ສະ​ໜັບ​ສະໜູນ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ ເພີ່ມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ.

ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ສາ​ມາດ​ໃຫ້​ຫລາຍໆ​ໂອ​ກາດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຍົກ​ຕົວ​ຢ່າງ, ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ສາ​ມາດ​ໃຫ້​ໂອ​ກາດ​ທີ່​ຈະ​ມີ​ພາກ​ສ່ວນ​ໃນ​ໂຄງ​ການ​ໃຫ້​ການ​ຮັບ​ໃຊ້ ທີ່​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ແລະ ສ້າງ​ຄວາມ​ສຳ​ພັນ​ທີ່​ເປັນ​ທາງບວກ ຢູ່​ໃນ​ຊຸມ​ຊົນ. ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ສາ​ມາດ​ເປັນ​ໂອ​ກາດ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກທີ່ບໍ່​ເຂັ້ມ​ແຂງ​ ແລະ ຫາ​ໝູ່ເພື່ອນ​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ ຫລື ໝູ່​ເພື່ອນທີ່ບໍ່​ນັບ​ຖື​ສາດ​ສະ​ໜາ​ໃດ​ນຳ​ອີກ.

ການ​ໃຫ້​ຫລາຍໆ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ໃຫ້​ໂອ​ກາດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ອວຍ​ພອນ ແລະ ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ຫວອດ ແລະ ສາ​ຂາ​ຂອງ​ເຮົາ, ​ຄຸ້ມ​ບ້ານ​ຂອງ​ເຮົາ, ແລະ ຊຸມ​ຊົນ​ຂອງ​ເຮົາ.

ການ​ສ້າງ​ຄວາມ​ສຳ​ພັນ​ໃນ​ທາງບວກ

ລະ​ດູ​ໜາວ​ກຳ​ລັງ​ຈະ​ມາ​ເຖິງ, ແລະ ເດ​ວິດ ດິກສັນ ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ລາວ​ໃຫ້​ອົບ​ອຸ່ນ.

ເດ​ວິດ, ພັນ​ລະ​ຍາ​ຂອງ​ລາວ, ແລະ ລູກ​ສາວ​ສອງ​ຄົນ ຫາ​ກໍ​ຍ້າຍ​ມາຢູ່​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ເມືອງຟະຣີ​ໂດ​ເນຍ, ລັດ​ແອຣິ​ໂຊ​ນາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ພື້ນ​ທີ່​ສູງ ທີ່​ອ້ອມ​ຮອບ​ໄປ​ດ້ວຍ​ຜາ​ຊັນ​ສີ​ແດງ​ທີ່​ສວຍ​ງາມ, ເຕັມ​​ໄປດ້ວຍ​ພຸ່ມ​ໄມ້​ນ້ອຍ, ແລະ ຕົ້ນ​ສົນ.

ເຮືອນ​ທີ່​ຄອບ​ຄົວ​ດິກ​ສັນ​ເຊົ່າ​ຢູ່ນັ້ນ ອາ​ໄສເຕົາ​ໄຟ​ທີ່​ໃຊ້​ຟືນ ເພື່ອ​ເປັນ​ແຫລ່ງໃຫ້​ຄວາມ​ອົບ​ອຸ່ນ​ຕົ້ນ​ຕໍ. ບໍ່​ດົນ​ເດ​ວິດ​ກໍ​ຮູ້​ຈັກ​ວ່າ ການ​ໄປ​ຊອກ​ຫາ​ຟືນ​ເປັນ​ທັກ​ສະ​ທີ່​ຈຳ​ເປັນ ເພາະ​ວ່າ​ລະ​ດູ​ໜາວ​ຢູ່​ເມືອງ​ຟະຣີ​ໂດ​ເນຍ ແມ່ນ​ເຕັມ​ໄປ​ດ້ວຍ​ຫິ​ມະ ແລະ ນ້ຳ​ແຂງ.

“ຂ້ອຍບໍ່​ມີ​ຟືນ​ຈັກ​ໂດ້ນ ຫລື ມີ​ເລື່ອຍ​ໄຟ​ຟ້າ ຫລື ມີ​ຄວາມ​ຮູ້​ໃນເລື່ອງ​ການ​ໃຊ້​ມັນ​ເລີຍ!” ເດ​ວິດ​ເວົ້າ. “ຂ້ອຍບໍ່​ຮູ້​ວ່າ ຂ້ອຍ​ຕ້ອງ​ເຮັດ​ຫຍັງ.”

ສະ​ມາ​ຊິກ​ຂອງ​ຫວອດ​ບາງ​ຄົນ​ໄດ້​ຖາມ​ເດ​ວິດ ຖ້າ​ຫາກວ່າ​ຄອບ​ຄົວ​ຂອງ​ລາວ​ມີ​ຟືນ​ພຽງ​ພໍ​ສຳ​ລັບ​ລະ​ດູໜາວ​ຫລື​ບໍ. “ບໍ່​ດົນ​ເຂົາ​ເຈົ້າ​ກໍ​ຮູ້​ວ່າ ຂ້ອຍບໍ່​ມີ,” ເດ​ວິດ​ເວົ້າ. “ບໍ່​ດົນ​ກຸ່ມ​ແອວ​ເດີ​ກໍ​ໄດ້​ສະ​ເໜີ​ຊ່ວຍ​ຂ້ອຍ​ຊອກ​ຫາ​ຟືນ. ໂດຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ, ຂ້ອຍ​ກໍ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ.”

ບໍ່​ດົນ​ເດ​ວິດ​ກໍ​ຮູ້​ຈັກ​ວ່າ ການ​ເຕົ້າ​ໂຮມ​ກັນ​ເພື່ອ​ໄປ​ຊອກ​ຫາ​ຟືນ ເປັນ​ເລື່ອງ​ທີ່​ໄດ້ມີ​ການ​ວາງ​ແຜນ​ເປັນ​ຢ່າງ​ດີ, ມີ​ການ​ກະ​ກຽມ​ເປັນ​ຢ່າງ​ດີ, ແລະ ເປັນ​ກິດ​ຈະ​ກຳ​ຂອງ​ຫວອດ​ທີ່ມີ​ຫລາຍ​ຄົນ​ໄປ​ຮ່ວມ. ໃນ​ເຊົ້າ​ວັນ​ເສົາ​ມື້​ໜຶ່ງ, ເດ​ວິດ, ກຸ່ມ​ແອວ​ເດີ, ແລະ ສະ​ມາ​ຊິກ​ຂອງ​ຫວອດ​ຄົນ​ອື່ນໆ ໄດ້​ເດີນ​ທາງ​ຂຶ້ນ​ພູ​ດ້ວຍ​ຂະ​ບວນ​ລົດ​ກະ​ບະ ແລະ ​ລໍ້​ແກ່​ຫລາຍ​ຄັນ.

“ໃນ​ຕອນ​ບ່າຍ​ຂອງມື້ນັ້ນ, ດ້ວຍ​ຄວາມ​ຂອບ​ໃຈ​ນຳ​ເຄື່ອງ​ມື ແລະ ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ, ສະ​ມາ​ຊິກ​​ຂອງຫວອດ​ໄດ້​ຫາ​ຟືນ​ໃຫ້​ຄອບ​ຄົວ​ຂອງ​ຂ້ອຍ ທີ່​ໃຊ້​ໄດ້​ເຖິງ​ລະ​ດູ​ໜາວ​ສອງ​ປີ,” ເດ​ວິດ​ເວົ້າ. “ສຳ​ຄັນ​ໄປ​ກວ່ານັ້ນ, ຂ້ອຍ​ໄດ້​ຮຽນ​ຮູ້ທຸກ​ສິ່ງ​ທີ່​ຂ້ອຍ​ຄວນ​ຮູ້ ເລື່ອງ​ການ​ໄປ​ຊອກ​ຫາ​ຟືນ​ດ້ວຍ​ຕົວ​ເອງ. ເມື່ອ​ເຖິງ​ເວ​ລາ​ທີ່​ຕ້ອງ​ໄດ້​ໜີ​ຈາກ​ເມືອງຟະຣີ​ໂດ​ເນຍ, ຂ້ອຍ​ໄດ້​ຮູ້​ຈັກ​ວິ​ທີ​ໃຊ້​ເລື່ອຍ​ໄຟ​ຟ້າ, ແລະ ຂ້ອຍ​ກໍ​ໄດ້​ໄປ​ຮ່ວມ​ກິດ​ຈະ​ກຳ​ຊ່ວຍ​ຫາ​ຟືນ​ຂອງ​ຫວອດ​ຈົນ​ນັບ​ບໍ່ໄດ້.”

ກິດ​ຈະ​ກຳ​ຫວອດ​ເຊັ່ນ​ນັ້ນ ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ສຳ​ພັນ​ໃນ​ທາງບວກ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ສ້າງ​ຄວາມ​ສຳ​ພັນ​ໃນ​ທາງບວກ​ກັບ​ທຸກ​ຄົນ​ຢູ່​ໃນ​ຊຸມ​ຊົນ​ນຳ​ອີກ.

“ຂ້ອຍ​ຈື່​ຜູ້​ຍິງ​ຄົນ​ໜຶ່ງ​ໄດ້, ລາວບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ຫາ​ກໍ​ຍ້າຍ​ມາ​ຢູ່​ໃໝ່,” ເດ​ວິດ​ເວົ້າ. “ລາວ​ເຖິງ​ຂັ້ນ​ໄດ້ເອົາ​ແຜ່ນ​ໄມ້​ເຮືອນ​ມາ​ເຮັດ​ເປັນ​ຟືນ ເພື່ອ​ໃຫ້​ຄວາມ​ອົບ​ອຸ່ນ. ເມື່ອ​ພວກ​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ບັນ​ຫາ​ຂອງ​ລາວ, ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ເບິ່ງວ່າ ລາວ​ມີ​ຟືນ​ພຽງ​ພໍ​ສຳ​ລັບ​ລະ​ດູ​ໜາວ. ລາວ​ດີ​ໃຈ​ຫລາຍ​ຈົນ​ເວົ້າ​ບໍ່​ອອກ.”

ໂຄງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ເມືອງຟະຣີ​ໂດ​ເນຍ ແມ່ນ​ການ​ເອົາ​ໃຈ​ໃສ່​ເບິ່ງວ່າ ທຸກ​ຄົນ​ປອດ​ໄພ ແລະ ອົບ​ອຸ່ນ​ຕະ​ຫລອດ​ລະ​ດູ​ໜາວ.

ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ

ຂະ​ນະ​ທີ່​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ປະ​ເທດ​ຣູມານີ, ນາງ​ເມກ ໂຢດທ໌ ແລະ ຄູ່​ສອນຂອງ​ນາງໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ໜຶ່ງ​​ເປັນ​ປະ​ຈຳ ທີ່ບໍ່​ໄດ້​ໄປ​ໂບດ​ເປັນ​ເວ​ລາ​ດົນ​ນານ. “ຄອບ​ຄົວ​ສະ​ຕາ​ນິ​ກາ​ໄດ້​ເປັນ​ສະ​ມາ​ຊິກ​ລຸ້ນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ປະ​ເທດ​ຣູ​ມາ​ນີ,” ນາງ​ເມກ​ເວົ້າ, “ແລະ ພວກ​ເຮົາ​ກໍ​ຮັກ​ເຂົາ​ເຈົ້າ.”

ເມື່ອ​ເຖິງ​ເວ​ລາ​ວາງ​ແຜນ​ເຮັດ​ກິດ​ຈະ​ກຳ​ຂອງ​ສາ​ຂາ, ຜູ້​ນຳ​ໄດ້​ຕັດ​ສິນ​ໃຈ​ວ່າ ສາ​ຂາ​ຈະ​ຈັດ “ຄ່ຳ​ຄືນ​ຂອງ​ຜູ້​ບຸກ​ເບີກ” ຂຶ້ນ. ມັນ​ຈະ​ເປັນ​ຄ່ຳ​ຄືນ​ສະ​ເຫລີມ​ສະ​ຫລອງ​ຄວາມ​ກ້າ​ຫານ​ຂອງ​ຜູ້​ບຸກ​ເບີກ ທີ່​ໄດ້​ເດີນ​ທາງ​ຂ້າມ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເພື່ອ​ໄປ​ຫາ​ຫ່ອມ​ພູ​ເຊົາ​ເລັກ. ມັນ​ກໍ​ຈະ​ເປັນ​ໂອ​ກາດ​ທີ່​ຈະ​ໃຫ້​ກຽດ​ແກ່​ຜູ້​ບຸກ​ເບີກ​ຂອງ​ສາດ​ສະໜາ​ຈັກ​ຢູ່​ໃນ​ປະ​ເທດຣູ​ມາ​ນີ​ນຳ​ອີກ.

“ພວກ​ເຮົາ​ຄິດ​ວ່າ ມັນ​ຈະ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ສຸດ ສຳ​ລັບ​ສະ​ມາ​ຊິກ​ບາງ​ຄົນ ທີ່​ຈະ​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ ແລະ ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ໜາ​ຈັກ​ເຕີບ​ໂຕ​ຂຶ້ນ​ຢູ່​ໃນ​ປະ​ເທດ​ຣູ​ມາ​ນີ,” ນາງ​ເມກ​ເວົ້າ. “ທັນ​ໃດ​ນັ້ນ ພວກ​ເຮົາກໍ​ໄດ້​ຄິດ​ວ່າ ຄອບ​ຄົວສະ​ຕາ​ນິ​ກາຄວນ​ມີ​ພາກ​ສ່ວນດ້ວຍ. ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມີ​ສ່ວນ​ຮ່ວມ, ແລະ ເຂົາ​ເຈົ້າ​ກໍ​ຕື່ນ​ເຕັ້ນ​ຄື​ກັນ!”

ໃນ​ຄ່ຳ​ຄືນ​ທີ່​ເຮັດ​ກິດ​ຈະ​ກຳ, ຄອບ​ຄົວສະ​ຕາ​ນິ​ກາຍັງບໍ່​ມາ​ຮອດ​ເທື່ອ ຕອນ​ພວກ​ເຮົາ​ເລີ່ມ​ຕົ້ນ.

“ພວກ​ເຮົາ​ໄດ້​ເປັນ​ຫ່ວງວ່າ ເຂົາ​ເຈົ້າ​ຊິບໍ່​ມາ,” ນາງ​ເມກເວົ້າ. “ແຕ່​ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ມາ​ຮອດ​ພໍ​ດີເລີຍ. ຄອບ​ຄົວສະ​ຕາ​ນິ​ກາ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ທີ່ປະ​ທັບ​ໃຈ​ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ຍັງ​ໄດ້​ຢູ່​ສັງ​ສັນກັບ​ສະ​ມາ​ຊິກ​ຄົນ​ອື່ນໆ ທີ່​ເຂົາ​ເຈົ້າ​ບໍ່​ໄດ້​​ພົບ​ປະ​ມາ​ເປັນ​ເວ​ລາ​ດົນ​ນານ​ນຳ​ອີກ.”

ສະ​ມາ​ຊິກ​ຂອງ​ສາ​ຂາ​ໄດ້​ເປີດ​ອ້ອມ​ແຂນ ແລະ ຕ້ອນ​ຮັບ​ຄອບ​ຄົວສະ​ຕາ​ນິ​ກາ. ວັນ​ອາ​ທິດ​ຕໍ່​ມາ, ນາງ​ເມກໄດ້​ປະ​ຫລາດ​ໃຈ​ດ້ວຍ​ຄວາມ​ສຸກ ທີ່​ໄດ້​ເຫັນ​ຊິດ​ສະ​ເຕີ ສະ​ຕາ​ນິ​ກາ ມາ​ໂບດ.

“ຕອນ​ຂ້ອຍ​ໄປ​ຢ້ຽມ​ຢາມ​ສາ​ຂາ​ໃນ​ສອງ​ສາມ​ເດືອນ​ຫລັງ​ຈາກນັ້ນ, ລາວ​ກໍ​ຍັງ​ມາ​ໂບດ​ຢູ່!” ນາງ​ເມກ​ເວົ້າ. “ຂ້ອຍ​ຄິດ​ວ່າ ໂອ​ກາດ​ທີ່​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ລາວ ແລະ ທີ່​ໄດ້​ຮູ້​ສຶກ​ເປັນ​ພາກ​ສ່ວນ ແລະ ຮູ້​ສຶກ​ເປັນ​ຜູ້​ທີ່​ຕ້ອງ​ການ​ຢູ່​ໃນ​ສາ​ຂາ ໄດ້​ຊ່ວຍ​ລາວ​ຫລາຍ.”

ແນວ​ຄິດ 4 ​ຢ່າງສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ

  • ວາງ​ແຜນ​ເຮັດ​ກິດ​ຈະ​ກຳ​ທີ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ: ກິດ​ຈະ​ກຳເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ ໃນ​ການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຫລາຍໆ​ຢ່າງ​ທີ່​ແຕກ​ຕ່າງ​ກັນ. ກິດ​ຈະ​ກຳ​ອາດ​ຖືກວາງ​ແຜນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ເປັນ​ສ່ວນ​ຕົວ ຫລື ເປັນກຸ່ມ. ກິດ​ຈະ​ກຳ​ກໍ​ຄວນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ມາ​ຮ່ວມ​ນຳ​ອີກ, ບໍ່​ວ່າ​ຄວາມ​ຕ້ອງ​ການນັ້ນ​ຈະ​ເປັນ​ການ​ຮູ້​ຈັກ​ກັນ​ດີ​ຂຶ້ນກວ່າ​ເກົ່າ, ​ການຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຕື່ມ​ອີກ, ຫລື ​ການຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ກໍ​ຕາມ.

  • ເຊື້ອ​ເຊີນ​ທຸກ​ຄົນ: ຂະ​ນະ​ທີ່​ທ່ານ​ວາງ​ແຜນ, ໃຫ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເປັນ​ພິ​ເສດ ທີ່​ຈະ​ເຊື້ອ​ເຊີນ​ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ມີ​ສ່ວນ​ຮ່ວມ. ຈົ່ງ​ຄິດ​ສະ​ເໝີ​ກ່ຽວ​ກັບ ສະ​ມາ​ຊິກ​ໃໝ່, ສະ​ມາ​ຊິກ​ທີ່ບໍ່​ເຂັ້ມ​ແຂງ, ຊາວ​ໜຸ່ມ, ຜູ້​ໃຫຍ່​ໂສດ, ຜູ້​ຄົນ​ພິ​ການ, ແລະ ຜູ້​ຄົນ​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ. ເມື່ອເຊື້ອ​ເຊີນ​ເຂົາ​ເຈົ້າ ໃຫ້​ຄິດ​ເບິ່ງວ່າ ເຂົາ​ເຈົ້າ​ສົນ​ໃຈ​ສິ່ງ​ໃດ​ຫລາຍກວ່າ​ໝູ່, ແລະ ສະ​ແດງ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ ທ່ານ​ຢາກ​ໃຫ້​ເຂົາ​ເຈົ້າ​ໄປ​ຮ່ວມ​ຫລາຍ​ຂະ​ໜາດ​ໃດ.

  • ຊຸກ​ຍູ້​ການ​ມີ​ສ່ວນ​ຮ່ວມ: ຜູ້​ທີ່​ທ່ານ​ເຊື້ອ​ເຊີນ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ຈາກ​ກິດ​ຈະ​ກຳ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ຮັບ​ໂອ​ກາດ​ໃຫ້​ມີສ່ວນ​ຮ່ວມ. ວິ​ທີ​ໜຶ່ງ​ທີ່​ຈະ​ຊຸກ​ຍູ້​ການ​ມີ​ສ່ວນ​ຮ່ວມ ແມ່ນ​ໃຫ້ແຕ່​ລະ​ຄົນ​ໃຊ້ຂອງ​ປະ​ທານ, ທັກ​ສະ, ແລະ ພອນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ ລະ​ຫວ່າງ​ການ​ເຮັດ​ກິດ​ຈະ​ກຳ.

  • ຕ້ອນ​ຮັບ​ທຸກ​ຄົນ: ຖ້າ​ຫາກ​ໝູ່​ເພື່ອນ​ຂອງ​ທ່ານ​ໄປ​ຮ່ວມ​ກິດ​ຈະ​ກຳ, ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ຖືກ​ຮັບ​ຕ້ອນ. ເຊັ່ນ​ດຽວ​ກັນ​ນັ້ນ, ຖ້າ​ຫາກ​ທ່ານ​ເຫັນ​ຜູ້​ຄົນ​ທີ່​ທ່ານບໍ່​ຮູ້​ຈັກ, ​ກໍໃຫ້ຜູກ​ມິດ ແລະ ຕ້ອນ​ຮັບ​ເຂົາ​ເຈົ້າ​ຄື​ກັນ!

ພິມ