“ການປະຕິບັດສາດສະໜາກິດຜ່ານທາງກິດຈະກຳຂອງສາດສະໜາຈັກ,” Liahona, ເດືອນກໍລະກົດ 2020
ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນກໍລະກົດ 2020
ການປະຕິບັດສາດສະໜາກິດ ຜ່ານທາງກິດຈະກຳຂອງສາດສະໜາຈັກ
ໝາຍເຫດຂອງບັນນາທິການ: ບົດຄວາມນີ້ໄດ້ຖືກຂຽນຂຶ້ນກ່ອນການແຜ່ລະບາດຂອງພະຍາດໂຄວິດ-19. ຄຳແນະນຳບາງຢ່າງທີ່ຢູ່ຂ້າງລຸ່ມ ຈະນຳໃຊ້ບໍ່ໄດ້ໃນຊ່ວງໄລຍະທີ່ຕ້ອງຮັກສາການຢູ່ຫ່າງກັນ ແຕ່ຈະນຳໃຊ້ໄດ້ເມື່ອການປະຊຸມຂອງສາດສະໜາຈັກເລີ່ມຕົ້ນຄືນໃໝ່ອີກ. ຖ້າຈຳເປັນ, ໃຫ້ດັດແປງຄຳແນະນຳເຫລົ່ານີ້ ອີງຕາມແນວທາງຊີ້ນຳຂອງສາດສະໜາຈັກ ແລະ ຂອງຝ່າຍລັດຖະບານໃນປະຈຸບັນ.
ວິທີໜຶ່ງທີ່ເຮົາສາມາດປະຕິບັດສາດສະໜາກິດຕໍ່ເພື່ອນສະມາຊິກຫວອດ, ເພື່ອນບ້ານ, ແລະ ໝູ່ເພື່ອນຂອງເຮົາ ແມ່ນຜ່ານທາງກິດຈະກຳຂອງສາດສະໜາຈັກ. ບໍ່ວ່າທ່ານຈະວາງແຜນເຮັດກິດຈະກຳອີງຕາມຄວາມຕ້ອງການ ຫລື ຄວາມສົນໃຈຂອງຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່ ຫລື ທ່ານຈະເຊື້ອເຊີນເຂົາເຈົ້າໃຫ້ມີສ່ວນຮ່ວມໃນກິດຈະກຳ ຫລື ໃນໂອກາດຮັບໃຊ້ຄົນອື່ນໃນລະດັບຫວອດ, ສະເຕກ, ຫລື ແມ່ນແຕ່ໃນລະດັບລວມຫລາຍສະເຕກ ກໍສາມາດເປັນວິທີທີ່ມີຄວາມໝາຍ ແລະ ໃຫ້ຄວາມເພີດເພີນ ເພື່ອສະໜັບສະໜູນຄວາມເປັນນ້ຳໜຶ່ງໃຈດຽວກັນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກ.
ກິດຈະກຳຂອງສາດສະໜາຈັກກໍສາມາດໃຫ້ຫລາຍໆໂອກາດທີ່ຈະປະຕິບັດສາດສະໜາກິດ. ຍົກຕົວຢ່າງ, ກິດຈະກຳຂອງສາດສະໜາຈັກສາມາດໃຫ້ໂອກາດທີ່ຈະມີພາກສ່ວນໃນໂຄງການໃຫ້ການຮັບໃຊ້ ທີ່ເປັນພອນໃຫ້ແກ່ຄົນອື່ນ ແລະ ສ້າງຄວາມສຳພັນທີ່ເປັນທາງບວກ ຢູ່ໃນຊຸມຊົນ. ກິດຈະກຳຂອງສາດສະໜາຈັກກໍສາມາດເປັນໂອກາດທີ່ຈະເອື້ອມອອກໄປຫາສະມາຊິກຂອງສາດສະໜາຈັກທີ່ບໍ່ເຂັ້ມແຂງ ແລະ ຫາໝູ່ເພື່ອນທີ່ນັບຖືສາດສະໜາອື່ນ ຫລື ໝູ່ເພື່ອນທີ່ບໍ່ນັບຖືສາດສະໜາໃດນຳອີກ.
ການໃຫ້ຫລາຍໆຄົນມີສ່ວນຮ່ວມໃນກິດຈະກຳຂອງສາດສະໜາຈັກຈະໃຫ້ໂອກາດແກ່ພຣະຜູ້ເປັນເຈົ້າເພື່ອອວຍພອນ ແລະ ໃຫ້ຄວາມເຂັ້ມແຂງແກ່ຫວອດ ແລະ ສາຂາຂອງເຮົາ, ຄຸ້ມບ້ານຂອງເຮົາ, ແລະ ຊຸມຊົນຂອງເຮົາ.
ການສ້າງຄວາມສຳພັນໃນທາງບວກ
ລະດູໜາວກຳລັງຈະມາເຖິງ, ແລະ ເດວິດ ດິກສັນ ບໍ່ຮູ້ຈະເຮັດແນວໃດເພື່ອຊ່ວຍຄອບຄົວຂອງລາວໃຫ້ອົບອຸ່ນ.
ເດວິດ, ພັນລະຍາຂອງລາວ, ແລະ ລູກສາວສອງຄົນ ຫາກໍຍ້າຍມາຢູ່ໃນເຂດຊົນນະບົດຂອງເມືອງຟະຣີໂດເນຍ, ລັດແອຣິໂຊນາ, ສະຫະລັດອາເມຣິກາ, ໃນຖິ່ນແຫ້ງແລ້ງກັນດານໃນພື້ນທີ່ສູງ ທີ່ອ້ອມຮອບໄປດ້ວຍຜາຊັນສີແດງທີ່ສວຍງາມ, ເຕັມໄປດ້ວຍພຸ່ມໄມ້ນ້ອຍ, ແລະ ຕົ້ນສົນ.
ເຮືອນທີ່ຄອບຄົວດິກສັນເຊົ່າຢູ່ນັ້ນ ອາໄສເຕົາໄຟທີ່ໃຊ້ຟືນ ເພື່ອເປັນແຫລ່ງໃຫ້ຄວາມອົບອຸ່ນຕົ້ນຕໍ. ບໍ່ດົນເດວິດກໍຮູ້ຈັກວ່າ ການໄປຊອກຫາຟືນເປັນທັກສະທີ່ຈຳເປັນ ເພາະວ່າລະດູໜາວຢູ່ເມືອງຟະຣີໂດເນຍ ແມ່ນເຕັມໄປດ້ວຍຫິມະ ແລະ ນ້ຳແຂງ.
“ຂ້ອຍບໍ່ມີຟືນຈັກໂດ້ນ ຫລື ມີເລື່ອຍໄຟຟ້າ ຫລື ມີຄວາມຮູ້ໃນເລື່ອງການໃຊ້ມັນເລີຍ!” ເດວິດເວົ້າ. “ຂ້ອຍບໍ່ຮູ້ວ່າ ຂ້ອຍຕ້ອງເຮັດຫຍັງ.”
ສະມາຊິກຂອງຫວອດບາງຄົນໄດ້ຖາມເດວິດ ຖ້າຫາກວ່າຄອບຄົວຂອງລາວມີຟືນພຽງພໍສຳລັບລະດູໜາວຫລືບໍ. “ບໍ່ດົນເຂົາເຈົ້າກໍຮູ້ວ່າ ຂ້ອຍບໍ່ມີ,” ເດວິດເວົ້າ. “ບໍ່ດົນກຸ່ມແອວເດີກໍໄດ້ສະເໜີຊ່ວຍຂ້ອຍຊອກຫາຟືນ. ໂດຍທີ່ເຕັມໄປດ້ວຍຄວາມຮູ້ບຸນຄຸນ, ຂ້ອຍກໍໄດ້ຮັບເອົາຂໍ້ສະເໜີ.”
ບໍ່ດົນເດວິດກໍຮູ້ຈັກວ່າ ການເຕົ້າໂຮມກັນເພື່ອໄປຊອກຫາຟືນ ເປັນເລື່ອງທີ່ໄດ້ມີການວາງແຜນເປັນຢ່າງດີ, ມີການກະກຽມເປັນຢ່າງດີ, ແລະ ເປັນກິດຈະກຳຂອງຫວອດທີ່ມີຫລາຍຄົນໄປຮ່ວມ. ໃນເຊົ້າວັນເສົາມື້ໜຶ່ງ, ເດວິດ, ກຸ່ມແອວເດີ, ແລະ ສະມາຊິກຂອງຫວອດຄົນອື່ນໆ ໄດ້ເດີນທາງຂຶ້ນພູດ້ວຍຂະບວນລົດກະບະ ແລະ ລໍ້ແກ່ຫລາຍຄັນ.
“ໃນຕອນບ່າຍຂອງມື້ນັ້ນ, ດ້ວຍຄວາມຂອບໃຈນຳເຄື່ອງມື ແລະ ຄວາມຮູ້ຄວາມສາມາດຂອງເຂົາເຈົ້າ, ສະມາຊິກຂອງຫວອດໄດ້ຫາຟືນໃຫ້ຄອບຄົວຂອງຂ້ອຍ ທີ່ໃຊ້ໄດ້ເຖິງລະດູໜາວສອງປີ,” ເດວິດເວົ້າ. “ສຳຄັນໄປກວ່ານັ້ນ, ຂ້ອຍໄດ້ຮຽນຮູ້ທຸກສິ່ງທີ່ຂ້ອຍຄວນຮູ້ ເລື່ອງການໄປຊອກຫາຟືນດ້ວຍຕົວເອງ. ເມື່ອເຖິງເວລາທີ່ຕ້ອງໄດ້ໜີຈາກເມືອງຟະຣີໂດເນຍ, ຂ້ອຍໄດ້ຮູ້ຈັກວິທີໃຊ້ເລື່ອຍໄຟຟ້າ, ແລະ ຂ້ອຍກໍໄດ້ໄປຮ່ວມກິດຈະກຳຊ່ວຍຫາຟືນຂອງຫວອດຈົນນັບບໍ່ໄດ້.”
ກິດຈະກຳຫວອດເຊັ່ນນັ້ນ ບໍ່ພຽງແຕ່ໄດ້ສ້າງຄວາມສຳພັນໃນທາງບວກໃນບັນດາສະມາຊິກຂອງສາດສະໜາຈັກເທົ່ານັ້ນ ແຕ່ຍັງໄດ້ສ້າງຄວາມສຳພັນໃນທາງບວກກັບທຸກຄົນຢູ່ໃນຊຸມຊົນນຳອີກ.
“ຂ້ອຍຈື່ຜູ້ຍິງຄົນໜຶ່ງໄດ້, ລາວບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ຜູ້ຫາກໍຍ້າຍມາຢູ່ໃໝ່,” ເດວິດເວົ້າ. “ລາວເຖິງຂັ້ນໄດ້ເອົາແຜ່ນໄມ້ເຮືອນມາເຮັດເປັນຟືນ ເພື່ອໃຫ້ຄວາມອົບອຸ່ນ. ເມື່ອພວກເຮົາໄດ້ຍິນກ່ຽວກັບບັນຫາຂອງລາວ, ພວກເຮົາໄດ້ເອົາໃຈໃສ່ເບິ່ງວ່າ ລາວມີຟືນພຽງພໍສຳລັບລະດູໜາວ. ລາວດີໃຈຫລາຍຈົນເວົ້າບໍ່ອອກ.”
ໂຄງການປະຕິບັດສາດສະໜາກິດຢູ່ໃນເມືອງຟະຣີໂດເນຍ ແມ່ນການເອົາໃຈໃສ່ເບິ່ງວ່າ ທຸກຄົນປອດໄພ ແລະ ອົບອຸ່ນຕະຫລອດລະດູໜາວ.
ການເອື້ອມອອກໄປຫາຄົນອື່ນ
ຂະນະທີ່ຮັບໃຊ້ເຜີຍແຜ່ຢູ່ປະເທດຣູມານີ, ນາງເມກ ໂຢດທ໌ ແລະ ຄູ່ສອນຂອງນາງໄດ້ໄປຢ້ຽມຢາມຄອບຄົວໜຶ່ງເປັນປະຈຳ ທີ່ບໍ່ໄດ້ໄປໂບດເປັນເວລາດົນນານ. “ຄອບຄົວສະຕານິກາໄດ້ເປັນສະມາຊິກລຸ້ນທຳອິດຂອງສາດສະໜາຈັກ ຢູ່ປະເທດຣູມານີ,” ນາງເມກເວົ້າ, “ແລະ ພວກເຮົາກໍຮັກເຂົາເຈົ້າ.”
ເມື່ອເຖິງເວລາວາງແຜນເຮັດກິດຈະກຳຂອງສາຂາ, ຜູ້ນຳໄດ້ຕັດສິນໃຈວ່າ ສາຂາຈະຈັດ “ຄ່ຳຄືນຂອງຜູ້ບຸກເບີກ” ຂຶ້ນ. ມັນຈະເປັນຄ່ຳຄືນສະເຫລີມສະຫລອງຄວາມກ້າຫານຂອງຜູ້ບຸກເບີກ ທີ່ໄດ້ເດີນທາງຂ້າມສະຫະລັດອາເມຣິກາ ເພື່ອໄປຫາຫ່ອມພູເຊົາເລັກ. ມັນກໍຈະເປັນໂອກາດທີ່ຈະໃຫ້ກຽດແກ່ຜູ້ບຸກເບີກຂອງສາດສະໜາຈັກຢູ່ໃນປະເທດຣູມານີນຳອີກ.
“ພວກເຮົາຄິດວ່າ ມັນຈະເປັນໂອກາດທີ່ດີທີ່ສຸດ ສຳລັບສະມາຊິກບາງຄົນ ທີ່ຈະກ່າວປະຈັກພະຍານເຖິງການປ່ຽນໃຈເຫລື້ອມໃສຂອງເຂົາເຈົ້າ ແລະ ເຖິງວິທີທີ່ເຂົາເຈົ້າໄດ້ເຫັນສາດສະໜາຈັກເຕີບໂຕຂຶ້ນຢູ່ໃນປະເທດຣູມານີ,” ນາງເມກເວົ້າ. “ທັນໃດນັ້ນ ພວກເຮົາກໍໄດ້ຄິດວ່າ ຄອບຄົວສະຕານິກາຄວນມີພາກສ່ວນດ້ວຍ. ພວກເຮົາໄດ້ເຊື້ອເຊີນເຂົາເຈົ້າໃຫ້ມີສ່ວນຮ່ວມ, ແລະ ເຂົາເຈົ້າກໍຕື່ນເຕັ້ນຄືກັນ!”
ໃນຄ່ຳຄືນທີ່ເຮັດກິດຈະກຳ, ຄອບຄົວສະຕານິກາຍັງບໍ່ມາຮອດເທື່ອ ຕອນພວກເຮົາເລີ່ມຕົ້ນ.
“ພວກເຮົາໄດ້ເປັນຫ່ວງວ່າ ເຂົາເຈົ້າຊິບໍ່ມາ,” ນາງເມກເວົ້າ. “ແຕ່ແລ້ວເຂົາເຈົ້າກໍໄດ້ມາຮອດພໍດີເລີຍ. ຄອບຄົວສະຕານິກາໄດ້ສະແດງປະຈັກພະຍານທີ່ປະທັບໃຈເຖິງພຣະກິດຕິຄຸນ ແລະ ສາດສະໜາຈັກ. ເຂົາເຈົ້າຍັງໄດ້ຢູ່ສັງສັນກັບສະມາຊິກຄົນອື່ນໆ ທີ່ເຂົາເຈົ້າບໍ່ໄດ້ພົບປະມາເປັນເວລາດົນນານນຳອີກ.”
ສະມາຊິກຂອງສາຂາໄດ້ເປີດອ້ອມແຂນ ແລະ ຕ້ອນຮັບຄອບຄົວສະຕານິກາ. ວັນອາທິດຕໍ່ມາ, ນາງເມກໄດ້ປະຫລາດໃຈດ້ວຍຄວາມສຸກ ທີ່ໄດ້ເຫັນຊິດສະເຕີ ສະຕານິກາ ມາໂບດ.
“ຕອນຂ້ອຍໄປຢ້ຽມຢາມສາຂາໃນສອງສາມເດືອນຫລັງຈາກນັ້ນ, ລາວກໍຍັງມາໂບດຢູ່!” ນາງເມກເວົ້າ. “ຂ້ອຍຄິດວ່າ ໂອກາດທີ່ໄດ້ສະແດງປະຈັກພະຍານຂອງລາວ ແລະ ທີ່ໄດ້ຮູ້ສຶກເປັນພາກສ່ວນ ແລະ ຮູ້ສຶກເປັນຜູ້ທີ່ຕ້ອງການຢູ່ໃນສາຂາ ໄດ້ຊ່ວຍລາວຫລາຍ.”
ແນວຄິດ 4 ຢ່າງສຳລັບການປະຕິບັດສາດສະໜາກິດຜ່ານທາງກິດຈະກຳຂອງສາດສະໜາຈັກ
-
ວາງແຜນເຮັດກິດຈະກຳທີ່ຕອບສະໜອງຄວາມຕ້ອງການ: ກິດຈະກຳເປັນວິທີທີ່ດີທີ່ສຸດ ໃນການຕອບສະໜອງຄວາມຕ້ອງການຫລາຍໆຢ່າງທີ່ແຕກຕ່າງກັນ. ກິດຈະກຳອາດຖືກວາງແຜນເພື່ອຕອບສະໜອງຄວາມຕ້ອງການໃດໜຶ່ງໂດຍສະເພາະເປັນສ່ວນຕົວ ຫລື ເປັນກຸ່ມ. ກິດຈະກຳກໍຄວນຕອບສະໜອງຄວາມຕ້ອງການຂອງຜູ້ທີ່ມາຮ່ວມນຳອີກ, ບໍ່ວ່າຄວາມຕ້ອງການນັ້ນຈະເປັນການຮູ້ຈັກກັນດີຂຶ້ນກວ່າເກົ່າ, ການຮຽນຮູ້ພຣະກິດຕິຄຸນຕື່ມອີກ, ຫລື ການຮູ້ສຶກເຖິງພຣະວິນຍານກໍຕາມ.
-
ເຊື້ອເຊີນທຸກຄົນ: ຂະນະທີ່ທ່ານວາງແຜນ, ໃຫ້ໃຊ້ຄວາມພະຍາຍາມເປັນພິເສດ ທີ່ຈະເຊື້ອເຊີນຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກການມີສ່ວນຮ່ວມ. ຈົ່ງຄິດສະເໝີກ່ຽວກັບ ສະມາຊິກໃໝ່, ສະມາຊິກທີ່ບໍ່ເຂັ້ມແຂງ, ຊາວໜຸ່ມ, ຜູ້ໃຫຍ່ໂສດ, ຜູ້ຄົນພິການ, ແລະ ຜູ້ຄົນທີ່ນັບຖືສາດສະໜາອື່ນ. ເມື່ອເຊື້ອເຊີນເຂົາເຈົ້າ ໃຫ້ຄິດເບິ່ງວ່າ ເຂົາເຈົ້າສົນໃຈສິ່ງໃດຫລາຍກວ່າໝູ່, ແລະ ສະແດງໃຫ້ເຂົາເຈົ້າຮູ້ວ່າ ທ່ານຢາກໃຫ້ເຂົາເຈົ້າໄປຮ່ວມຫລາຍຂະໜາດໃດ.
-
ຊຸກຍູ້ການມີສ່ວນຮ່ວມ: ຜູ້ທີ່ທ່ານເຊື້ອເຊີນ ຈະໄດ້ຮັບຜົນປະໂຫຍດຫລາຍຈາກກິດຈະກຳ ຖ້າຫາກເຂົາເຈົ້າໄດ້ຮັບໂອກາດໃຫ້ມີສ່ວນຮ່ວມ. ວິທີໜຶ່ງທີ່ຈະຊຸກຍູ້ການມີສ່ວນຮ່ວມ ແມ່ນໃຫ້ແຕ່ລະຄົນໃຊ້ຂອງປະທານ, ທັກສະ, ແລະ ພອນສະຫວັນຂອງເຂົາເຈົ້າ ລະຫວ່າງການເຮັດກິດຈະກຳ.
-
ຕ້ອນຮັບທຸກຄົນ: ຖ້າຫາກໝູ່ເພື່ອນຂອງທ່ານໄປຮ່ວມກິດຈະກຳ, ຈົ່ງເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອໃຫ້ເຂົາເຈົ້າຮູ້ສຶກຖືກຮັບຕ້ອນ. ເຊັ່ນດຽວກັນນັ້ນ, ຖ້າຫາກທ່ານເຫັນຜູ້ຄົນທີ່ທ່ານບໍ່ຮູ້ຈັກ, ກໍໃຫ້ຜູກມິດ ແລະ ຕ້ອນຮັບເຂົາເຈົ້າຄືກັນ!
© 2020 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Ministering Principles, July 2020. Laotian. 16989 331