​2020
ການ​ປະຕິ​ບັດ​ສາດ​ສະໜາ​ກິດ​ຜ່ານ​ທາງ​ໂຄງການ​ເດັກ ແລະ ຊາວໜຸ່ມ
ເດືອນຕຸລາ 2020


“ການ​ປະຕິ​ບັດ​ສາດ​ສະໜາ​ກິດ​ຜ່ານ​ທາງ​ໂຄງການ​ເດັກ ແລະ ຊາວໜຸ່ມ,” Liahona, ເດືອນ​ຕຸລາ 2020

ຮູບ​ພາບ
ຫຼັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຮູບພາບ​ໂດຍ ທອມ ກາເນີ, ໄອເຊັກ ດາໂກ-ອາແຊມປົງ, ອາເລັກ​ຊານເດີ ເຄ ໂບອາເທັງ, ແລະ ໂຈນັສ ເຣບິກກີ

ຫຼັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດສະ​ໜາ​ກິດ, ເດືອນ​ຕຸລາ 2020

ການ​ປະຕິ​ບັດ​ສາດ​ສະໜາ​ກິດ​ຜ່ານ​ທາງ​ໂຄງການ​ເດັກ ແລະ ຊາວໜຸ່ມ

ການ​ເຊື້ອເຊີນ​ຄົນອື່ນ​ໃຫ້​ເຕີບ​ໂຕ ແລະ ການຊ່ວຍ​ເຫຼືອ​ພວກເຂົາ​ລະຫວ່າງ​ທາງ ເປັນ​ສິ່ງ​ສໍາຄັນ​ຕໍ່ການ​ປະຕິບັດ​ສາດ​ສະໜາ​ກິດ.

ມີຫຼາກຫຼາຍ​ໂອກາດ​ສໍາລັບ​ການ​ປະຕິ​ບັດ​ສາດ​ສະໜາ​ກິດ ຜ່ານທາງ​ໂຄງການ​ເດັກ ແລະ ຊາວໜຸ່ມ. ບາງທີ​ທ່ານອາດ​ມີ​ເດັກນ້ອຍ ຫຼື ຊາວໜຸ່ມ​ຢູ່ໃນບ້ານ​ຂອງ​ທ່ານເອງ. ບາງ​ທີ​ທ່ານ​ອາດເປັນ​ຜູ້ນໍາ​ຢູ່ໃນ​ໂຄງການ ຫຼື ທ່ານ​ອາດ​ປະຕິ​ບັດ​ສາດສະ​ໜາກິດ​ຕໍ່​ຄອບຄົວ​ທີ່ມີ​ເດັກນ້ອຍ ແລະ ຊາວໜຸ່ມ. ຫຼື ບາງ​ທີ​ທ່ານອາດ​ຮູ້ຈັກ​ເດັກນ້ອຍ ແລະ ຊາວໜຸ່ມ​ບາງຄົນ (ນັ້ນອາດ​ລວມທັງ​ພວກເຮົາ​ທຸກຄົນ). ບໍ່ວ່າ​ທ່ານຈະ​ຢູ່ໃນ​ສະຖາ​ນະການ​ໃດກໍ​ຕາມ, ມີຫຼາຍ​ວີທີ​ທີ່​ຈະ​ໃຊ້​ໂຄງການ ຫຼື ຫຼັກທໍາ​ຂອງມັນ​ເພື່ອ​ເປັນ​ພອນໃຫ້​ແກ່ຊີວິດ​ຂອງ​ຄົນອື່ນ.

ການພັດ​ທະນາ​ຕົວ​ພວກ​ເຮົາ​ເອງ​ໄປ​ນໍາກັນ

ໃນ​ຈຸດໃຈ​ກາງ​ຂອງໂຄງ​ການເດັກ ແລະ ຊາວໜຸ່ມ ຄືການ​ເອົາໃຈ​ໃສ່​ຕໍ່​ຄວາມ​ພະຍາ​ຍາມໃນ​ແຕ່ລະ​ມື້ ເພື່ອໃຫ້​ກາຍ​ເປັນ​ເໝືອນດັ່ງ​ພຣະຜູ້​ຊ່ວຍໃຫ້​ລອດ, ຜູ້​ປະຕິ​ບັດ​ສາດສະ​ໜາກິດ​ຢ່າງດີ​ພ້ອມ. ຫຼາຍຄົນ​ທີ່​ໄດ້ເຂົ້າ​ຮ່ວມ​ໂຄງການ​ໄດ້ຮຽນ​ຮູ້ວ່າ ຍິ່ງເຮົາ​ກ້າວໜ້າ​ໃນ​ຫຼາຍໆ​ດ້ານໃນ​ຊີວິດ​ຂອງເຮົາ​ຫຼາຍເທົ່າໃດ, ເຮົາກໍ​ຍິ່ງພ້ອມ​ທີ່ຈະ​ຊ່ວຍເຫຼືອ ຫຼື ປະຕິ​ບັດ​ສາດ​ສະໜາ​ກິດຕໍ່​ຄົນອື່ນ​ຫຼາຍຂຶ້ນ​ເທົ່ານັ້ນ.

ແຕ່ດ້ວຍ​ໂຄງການ​ເດັກ ແລະ ຊາວໜຸ່ມ, ການ​ເປັນ​ພອນໃຫ້​ແກ່ຄົນ​ອື່ນ​ບໍ່​ຈໍາເປັນ​ຕ້ອງ​ຖ້າຈົນ​ກວ່າ​ເຮົາ​ຮຽນຮູ້​ບາງຢ່າງ​ກ່ອນ. ການ​ກະທຳ​ຈາກ​ການ​ຮຽນຮູ້​ນັ້ນເອງ ຈະເປີດ​ໂອກາດ​ໃຫ້​ປະຕິ​ບັດ​ສາດ​ສະ​ໜາກິດ.

ສໍາລັບ​ຊາຍໜຸ່ມ​ທີ່ຊື່ ພຼໍເຟັດ ທີ່​ອາ​ໄສ​ຢູ່​ປະເທດ​ການາ, ການ​ຕັ້ງ​ເປົ້າໝາຍ​ໃນ​ໂຄງການ​ເດັກ ແລະ ຊາວໜຸ່ມ ເພື່ອຮຽນ​ວິທີ​ຫຼິ້ນ​ປີ​ອາໂນ ເປັນ​ພຽງແຕ່​ຈຸດ​ເລີ່ມຕົ້ນ​ເທົ່ານັ້ນ. “ເປົ້າໝາຍ​ຢ່າງໜຶ່ງ​ຂອງ​ຂ້ານ້ອຍ​ແມ່ນ​ການຊ່ວຍ​ໃຫ້​ຄົນອື່ນ​ຮູ້ເຖິງ​ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ຮຽນຢູ່,” ທ້າວ​ພຼໍເຟັດ​ກ່າວ.

ເຖິງແມ່ນ​ວ່າ ລາວຍັງ​ບໍ່ທັນ​ເປັນ​ນາຍຄູ​ເທື່ອ, ແຕ່​ເປົ້າໝາຍ​ຂອງລາວ​ໄດ້ເຕີບ​ໂຕ​ໄປ​ສູ່​ສິ່ງທີ່​ຍິ່ງໃຫຍ່​ກວ່າສິ່ງ​ທີ່ລາວ​ໄດ້​ຈິນຕະ​ນາການ​ໄວ້​ກ່ອນ​ແລ້ວ. ຕອນນີ້​ມີ​ນັກຮຽນ 50 ຄົນ​ທີ່ກຳລັງ​ຮຽນ​ຫຼິ້ນ​ປີ​ອາໂນ​ຄຽງ​ຂ້າງ​ກັບ​ທ້າວ​ພຼໍເຟັດ​ຢູ່ທີ່​ຕຶກ​ໂບດ. ແລະ ໃຜລະ​ທີ່​ກຳລັງ​ສອນ​ທ້າວ​ພຼໍເຟັດ ແລະ ນັກຮຽນ​ທັງ 50 ຄົນ​ເຫຼົ່ານັ້ນ? ອາເລັກ​ຊານເດີ ເອັມ ແລະ ແຄວວິນ ເອັມ, ທັງສອງ​ອາຍຸ 13 ປີ. “ພວກເຮົາ​ຢາກ​ສະແດງ​ການກະທໍາ​ແຫ່ງ​ຄວາມດີ​ຕໍ່ຄົນອື່ນ,”​ແຄວວິນ​ກ່າວ.

ສາມມື້​ຕໍ່ອາທິດ ຊາວໜຸ່ມ​ສອງຄົນ​ນີ້​ສອນ​ບົດ​ຮຽນ​ປີ​ອາ​ໂນ​ຂັ້ນ​ເລີ່ມ​ຕົ້ນ​ໃຫ້​ທຸກຄົນ​ທີ່ເຂົ້າ​ມາຮຽນ​ຟຣີ. ມັນໄດ້​ມີຜົນ​ປະໂຫຍດ​ເພີ່ມເຕີມ​ສໍາລັບ​ການຮຽນ​ປີ​ອາໂນ. ນັກຮຽນ​ບາງຄົນ​ໄດ້ຮັບ​ການ​ແນະນໍາ​ໃຫ້ຮູ້ຈັກ​ກັບ​ສາດສະ​ໜາຈັກ​ຜ່ານທາງ​ການຮຽນ​ປີ​ອາໂນ ຕໍ່ມາ​ໄດ້​ສຶກສາ​ພຣະ​ກິດ​ຕິ​ຄຸນ ແລະ ຕັດ​ສິນໃຈ​ຮັບບັບ​ຕິ​ສະມາ.

ເມື່ອ​ພວກເຮົາ​ພະຍາຍາມ​ທີ່ຈະ​ພັດທະນາ​ຕົວເອງ, ພວກເຮົາ​ສາມາດ​ປະຕິບັດ​ສາດສະ​ໜາກິດ​ຕໍ່​ຄົນອື່ນ ໂດຍການ​ເຊື້ອເຊີນ​ພວກເຂົາ​ໃຫ້ເຂົ້າ​ຮ່ວມກັບ​ພວກເຮົາ.

ສູດທີ່​ດີ​ທີ່​ສຸດ​ສໍາລັບ​ການ​ປະຕິ​ບັດ​ສາດສະ​ໜາກິດ

ໃນຖານະ​ປະທານ​ອົງ​ການ​ປະຖົມໄວ​ຂອງ​ສະເຕກ, ຊາບຣີນາ ຊີໂມເອສ ດີອຸສ ອໍກຸສໂຕ ຈາກ​ເມືອງ​ກູຣິ​ຕິບາ, ປະເທດ​ບຣາຊິນ, ໄດ້ເຫັນ​ວ່າ ການ​ພັດທະນາ​ຕົວເອງ​ໃນ​ດ້ານ​ຕ່າງໆ​ຂອງ​ໂຄງການ ໄດ້​ເປັນພອນໃຫ້​ແກ່​ບັນດາ​ເດັກນ້ອຍ ແລະ ຊາວໜຸ່ມ​ໃນສະເຕກ​ຂອງລາວ​ແນວໃດ. ແຕ່ລາວ​ກໍ​ຍັງ​ໄດ້ເຫັນ​ຫຼາຍໆ​ວິທີ​ທີ່​ຈະໃຊ້​ສິ່ງທີ່​ລາວ​ໄດ້ຮຽນຮູ້​ກ່ຽວກັບ​ການ​ພັດທະນາ​ຕົວເອງ​ໃນ​ການ​ມອບ​ໝາຍ​ຂອງ​ລາວ ໃນ​ຖາ​ນະ​ເອື້ອຍນ້ອງ​ຜູ້ປະຕິ​ບັດ​ສາດສະ​ໜາກິດ.

“ເມື່ອ​ຂ້າພະເຈົ້າ​ພັດທະນາ​ພອນ​ສະຫວັນ,” ຊິດສະເຕີ ອໍກຸສໂຕ ກ່າວ, “ຂ້າພະເຈົ້າ​ສາມາດ​ໃຊ້ພອນ​ສະຫວັນ​ນັ້ນເພື່ອ​ເປັນ​ພອນໃຫ້​ແກ່​ຄົນທີ່​ຂ້າພະເຈົ້າ​ປະຕິບັດ​ສາດສະ​ໜາກິດ​ຕໍ່.”

ຊິດສະເຕີ ອໍກຸສໂຕ ໄດ້ສອນ​ຄົນໜຶ່ງ​ໃນບັນດາ​ເອື້ອຍ​ນ້ອງ​ທີ່ລາວ​ໄດ້ຮັບ​ມອບໝາຍ ໃຫ້ເຮັດ​ເຂົ້າ​ໜົມ​ຊ໊ອກໂກແລັດ​ທຣັບໂຟ. ດຽວນີ້ ເອື້ອຍ​ນ້ອງ​ຜູ້ນັ້ນ​ກໍເຮັດ​ເຂົ້າ​ໜົມ​ທຣັບໂຟ​ຂາຍ ເພື່ອເປັນ​ການເສີມ​ລາຍໄດ້​ໃຫ້ຄອບຄົວ​ຂອງລາວ. “ຫຼາຍເດືອນ​ຕໍ່ມາ, ຂ້າພະເຈົ້າ​ໄດ້ຮັບ​ພອນ ເມື່ອ​ເອື້ອຍນ້ອງ​ຄົນໜຶ່ງ​ໄດ້ສອນ​ຂ້າພະເຈົ້າ​ວິທີ​ເຮັດເຂົ້າຈີ່​ນໍ້າເຜິ້ງ​ທີ່ຂ້າພະເຈົ້າ​ສາມາດ​ຂາຍໄດ້,” ຊິດສະເຕີ ອໍກຸສໂຕ​ໄດ້ກ່າວ. “ການ​ພັດທະນາ ແລະ ການແບ່ງປັນ​ພອນ​ສະຫວັນ​ຂອງ​ພວກເຮົາ ສາມາດ​ເປັນພອນ​ໃຫ້​ແກ່ຊີວິດ​ຂອງ​ກັນແລະກັນ ແລະ ເຮັດໃຫ້​ຄວາມສໍາພັນ​ຂອງ​ພວກເຮົາ​ໃນຖານະ​ເອື້ອຍນ້ອງ​ຜູ້ປະຕິບັດ​ສາດສະ​ໜາກິດ​ເລິກເຊິ່ງ​ຂຶ້ນໄດ້.”

ພິມ