​2022
ເປັນ​ຫຍັງ​ເຮົາ​ຈຶ່ງ​ຈ່າຍ​ເງິນ​ສ່ວນ​ສິບ
ເດືອນ​ທັນ​ວາ 2022


“Why We Pay Tithing,” Liahona, Dec. 2022.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ທັນ​ວາ 2022

ເປັນ​ຫຍັງ​ເຮົາ​ຈຶ່ງ​ຈ່າຍ​ເງິນ​ສ່ວນ​ສິບ

ຮູບ​ພາບ
ກອງ​ເງິນ​ຫລຽນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມອບ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ໃຫ້​ກັບ​ສາດ​ສະ​ໜາ​ຈັກ. ສິ່ງ​ນີ້​ຖືກ​ເອີ້ນ​ວ່າ ສ່ວນ​ສິບ. ຈຳ​ນວນ​ເງິນ​ດັ່ງ​ກ່າວ​ໄດ້​ຖືກ​ໃຊ້​ເພື່ອ​ດຳ​ເນີນ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ.

ສ່ວນ​ສິບ​ແມ່ນ​ຫຍັງ?

ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ຂອງ​ພຣະ​ເຈົ້າ​ຄື​ການ​ຈ່າຍ​ເງິນ​ສ່ວນ​ສິບ, ຊຶ່ງ​ແມ່ນ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ຮັບ​ຂອງ​ເຮົາ, ໃຫ້​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ຈ່າຍ​ເງິນ​ສ່ວນ​ສິບ, ເຮົາ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ​ສຳ​ລັບ​ພອນ​ຕ່າງໆ​ຂອງ​ເຮົາ. ເຮົາ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ອົງ​ໃນ​ທຸກ​ສິ່ງ.

ຮູບ​ພາບ
ຜູ້​ຄົນ​ນຳ​ເອົາ​ເຄື່ອງ​ຂອງ​ມາ​ໃຫ້​ເມນ​ຄີ​ເສ​ເດັກ​ເພື່ອ​ເປັນ​ການ​ຈ່າຍ​ສ່ວນ​ສິບ

Melchizedek—Keeper of the Storehouse [ເມນ​ຄີ​ເສ​ເດັກ—ຜູ້​ຮັກ​ສາ​ສາງ​ເຄື່ອງ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌

ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ເດີມ

ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໄດ້​ຈ່າຍ​ສ່ວນ​ສິບ​ຕັ້ງ​ແຕ່​ສະ​ໃໝ​ພັນ​ທະ​ສັນ​ຍາ​ເດີມ. ຍົກ​ຕົວ​ຢ່າງ, ອັບ​ຣາ​ຮາມ​ໄດ້​ຈ່າຍ​ສ່ວນ​ສິບ (ເບິ່ງ ປະ​ຖົມ​ມະ​ການ 14:18–20). ກົດ​ສ່ວນ​ສິບ​ຍັງ​ໄດ້​ຖືກ​ສິດ​ສອນ​ໂດຍ​ສາດ​ສະ​ດາ​ໃນ​ສະ​ໃໝ​ບູ​ຮານ, ລວມ​ທັງ​ໂມ​ເຊ ແລະ ມາ​ລາ​ກີ (ເບິ່ງ ລະ​ບຽບ​ພວກ​ເລ​ວີ 27:30–34; ເນ​ເຫ​ມີ​ຢາ 10:35–37; ມາ​ລາ​ກີ 3:10).

ການ​ຟື້ນ​ຟູ​ກົດ​ສ່ວນ​ສິບ

ໃນ​ປີ 1838, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ວິ​ທີ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຈ່າຍ​ສ່ວນ​ສິບ​ແນວ​ໃດ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119, ຊຶ່ງ​ໄດ້​ກ່າວ​ວ່າ ສະ​ມາ​ຊິກ​ຄວນ​ຈ່າຍ​ໜຶ່ງ​ສ່ວນ​ສິບ​ຂອງ​ຜົນ​ປະ​ໂຫຍດ​ທັງ​ໝົດ​ຂອງ​ພວກ​ເຂົາ​ໃຫ້​ກັບ​ສາດ​ສະ​ໜາ​ຈັກ (ເບິ່ງ ຂໍ້​ທີ 4). ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ສິດ​ສອນ​ວ່າ “ຜົນ​ປະ​ໂຫຍດ” ໝາຍ​ເຖິງ ລາຍ​ຮັບ.

ຮູບ​ພາບ
ຜູ້​ຄົນ​ຈັບ​ມື​ກັນ​ໃນ​ຂະ​ນະ​ທີ່​ຄົນ​ໜຶ່ງ​ຍື່ນ​ຊອງ​ໃຫ້​ອີກ​ຄົນ​ໜຶ່ງ

ຮູບ​ຖ່າຍ ໂດຍ ເຈ​ມີ ແດວ ຈອນ​ສັນ

ວິ​ທີ​ຈ່າຍ​ເງິນ​ສ່ວນ​ສິບ

ເຮົາ​ສາ​ມາດ​ຈ່າຍ​ເງິນ​ສ່ວນ​ສິບ​ໄດ້​ໂດຍ​ການ​ປະ​ກອບ​ໃບ​ຟອມ​ການ​ບໍ​ລິ​ຈາກ​ທາງ​ອອນ​ລາຍ​ທີ່ donations.ChurchofJesusChrist.org. ຫລື ເຮົາ​ສາ​ມາດ​ປະ​ກອບ​ໃບ​ຟອມ ແລະ ມອບ​ເງິນ​ໃຫ້​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສາ​ຂາ. ເງິນ​ທັງ​ໝົດ​ແມ່ນ​ຖືກ​ສົ່ງ​ໃຫ້​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ, ບ່ອນ​ທີ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ (ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ) ຕັດ​ສິນ​ໃຈ​ດ້ວຍ​ການ​ອະ​ທິ​ຖານ​ວ່າ​ຈະ​ໃຊ້​ມັນ​ແນວ​ໃດ.

ພອນ​ຕ່າງ​ໆ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຜູ້​ທີ່​ຈ່າຍ​ເງິນ​ສ່ວນ​ສິບ​ຈະ​ໄດ້​ຮັບ​ພອນ​ທາງ​ໂລກ ແລະ ທາງ​ວິນ​ຍານ. ເງິນ​ສ່ວນ​ສິບ​ຍັງ​ຊ່ວຍ​ເປັນ​ພອນ​ໃຫ້​ກັບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ດ້ວຍ​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້​ເຖິງ​ພຣະ​ອົງ ແລະ ເຕີບ​ໂຕ​ໃນ​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ເລັກ

ວິ​ທີ​ທີ່​ເງິນ​ສ່ວນ​ສິບ​ຖືກ​ນຳ​ໃຊ້

ເງິນ​ສ່ວນ​ສິບ​ແມ່ນ​ໄດ້​ຖືກ​ໃຊ້​ໃນ​ການ​ສ້າງ​ສາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທົ່ວ​ໂລກ. ໃນ​ນີ້​ລວມ​ທັງ​ການ​ສ້າງ​ພຣະ​ວິ​ຫານ ແລະ ໂຄງ​ສ້າງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ, ການ​ພິມ​ປຶ້ມ​ພຣະ​ຄຳ​ພີ ແລະ ອຸ​ປະ​ກອນ​ຕ່າງໆ, ໃຫ້​ທຶນ​ແກ່​ໂຮງ​ຮຽນ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຊ່ວຍ​ເຫລືອ​ໃນ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ເຜີຍ​ແຜ່.

ການ​ແຈ້ງ​ເງິນ​ສ່ວນ​ສິບ

ປີ​ລະ​ຄັ້ງ​ທີ່, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພົບ​ກັບ​ອະ​ທິ​ການ (ຫລື ປະ​ທານ​ສາ​ຂາ) ເພື່ອ​ບອກ​ກັບ​ເພິ່ນ​ວ່າ​ເຂົາ​ເຈົ້າ​ໄດ້​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ​ຫລື​ບໍ່.

ເງິນ​ສ່ວນ​ສິບ​ໃຊ້​ເພື່ອ​ຫຍັງ

ຮູບ​ພາບ
ພຣະ​ວິ​ຫານ​ໂອກ​ແລນ ຄາ​ລິ​ຟໍ​ເນຍ

ຮູບ​ຖ່າຍ​ຂອງ​ພຣະ​ວິ​ຫານ​ໂອກ​ແລນ ຄາ​ລິ​ຟໍ​ເນຍ ໂດຍ ລອງ​ງິນ ລອນ​ຊີ​ນາ ຜູ້​ລູກ

ຮູບ​ພາບ
ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ຫລາຍ​ພາ​ສາ
ຮູບ​ພາບ
ຕຶກ​ໂບດ

ພິມ