​Liahona
ແສງ​ສະ​ຫວ່າງ​ຂອງ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ
ເດືອນ​ມັງ​ກອນ 2024


“Our Light in the Wilderness,” Liahona, Jan. 2024.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມັງ​ກອນ 2024

ແສງ​ສະ​ຫວ່າງ​ຂອງ​ເຮົາ​ໃນ ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ຜູ້​ທີ່​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ຈິງ​ໃຈ, ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ມັນ, ແລະ ອະ​ທິ​ຖານ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ມັນ ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເພີ່ມ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ, ແລະ ປະ​ຈັກ​ພະ​ຍານ​ເຖິງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກັບ​ຫີນ​ທີ່​ສ່ອງ​ແສງ

ຮູບ​ພາບ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກັບ​ຫີນ​ທີ່​ສ່ອງ​ແສງ ໂດຍ ນໍ​ແມນ​ດີ ພາວ​ເທີ

ແມ່ນ​ແຕ່​ຕອນ​ທີ່​ຍັງ​ເປັນ​ເດັກ​ນ້ອຍ, ຂ້າ​ພະ​ເຈົ້າ​ກໍ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສົນ​ໃຈ​ເລື່ອງ​ລາວ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ເປັນ​ພິ​ເສດ ແລະ ຜູ້​ຄົນ​ຂອງ​ລາວ ໃນ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ​ໄປ​ຫາ “ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ” (ອີ​ເທີ 2:9).

ເມື່ອ​ປະ​ເຊີນ​ກັບ​ໂອ​ກາດ​ໃນ​ການ​ເດີນ​ທາງ​ໄປ​ໃນ​ເຮືອ​ທີ່​ມືດ​ສະ​ໜິດ, ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຖາມ​ວ່າ, “ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ປ່ອຍ​ໃຫ້​ພວກ​ຂ້າ​ນ້ອຍ​ຂ້າມ​ນ້ຳ​ອັນ​ກວ້າງ​ໃຫຍ່​ດ້ວຍ​ຄວາມ​ມືດ​ບໍ?” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕອບ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ມີ​ແສງ​ສະ​ຫວ່າງ​ຢູ່​ໃນ​ພາ​ຊະ​ນະ​ຂອງ​ເຈົ້າ?” (ອີ​ເທີ 2:22, 23).

ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເດ​ຊາ​ນຸ​ພາບ​ຫລາຍ. ລາວ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ແຫລ່ງ​ຂອງ​ຄວາມ​ສະ​ຫວ່າງ​ທັງ​ໝົດ. ລາວ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ເອີ້ນ​ຫາ​ພຣະ​ອົງ​ໃນ​ເວ​ລາ​ທີ່​ຂັດ​ສົນ. ສະ​ນັ້ນ, ໂດຍ​ໃຊ້​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ຈຶ່ງ​ໄດ້​ກຽມ​ກ້ອນ​ຫີນ​ນ້ອຍ​ໄປ 16 ກ້ອນ. ທ່ານ​ຈື່​ໄດ້​ວ່າ ຫລັງ​ຈາກ​ນັ້ນ ລາວ​ໄດ້​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ແຕະ​ຫີນ​ເຫລົ່າ​ນັ້ນ​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ, “ເພື່ອ​ມັນ​ຈະ​ສ່ອງ​ແສງ​ອອກ​ມາ​ໃນ​ຄວາມ​ມືດ” (ອີ​ເທີ 3:4).

ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກຳ​ລັງ​ແຕະ​ກ້ອນ​ຫີນ​ເຫລົ່າ​ນັ້ນ ໄດ້​ຖືກ​ສະ​ຫລັກ​ໄວ້​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຕັ້ງ​ແຕ່​ຕອນ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເລື່ອງ​ລາວ​ນັ້ນ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ສາກ​ນັ້ນ ຄື​ກັບ​ວ່າ ມັນ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ຕໍ່​ໜ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ. ບາງ​ທີ ນັ້ນ​ເປັນ​ເພາະ​ວ່າ ພາບ​ຂອງ​ຄວາມ​ມືດ​ທີ່​ຖືກ​ກຳ​ຈັດ​ອອກ​ໄປ​ໂດຍ​ຄວາມ​ສະ​ຫວ່າງ ເປັນ​ຈິງ​ສຳ​ລັບ​ຂ້າ​ພະ​ເຈົ້າ.

ເມື່ອ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເມື່ອ​ຂ້າ​ພະ​ເຈົ້າ​ບໍ່​ລົງ​ຮອຍ​ກັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໜ້ອຍ​ໜຶ່ງ, ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ມືດ​ມົນ. ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຄວາມ​ສະ​ຫວ່າງ​ກໍ​ກັບ​ຄືນ​ມາ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ເໝືອນ​ດັ່ງ​ກ້ອນ​ຫີນ​ທີ່​ສ່ອງ​ແສງ​ທີ່​ຖືກ​ແຕະ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ມາ. ມັນ​ໄດ້​ສ່ອງ​ແສງ​ການ​ເດີນ​ທາງ​ຂອງ​ຂ້າ​ພະ​ເຈົ້າ​ຜ່ານ​ຊີ​ວິດ.

ຄວາມ​ສະ​ຫວ່າງ​ຕະ​ຫລອດ​ໄປ

ເຊັ່ນ​ດຽວ​ກັບ​ຜູ້​ທີ່​ໄດ້​ຖືກ​ນຳ​ມາ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສູ່​ອາ​ເມ​ຣິ​ກາ​ບູ​ຮານ, ເຮົາ​ທຸກ​ຄົນ​ກໍ​ປະ​ເຊີນ​ກັບ​ພະ​ຍຸ ແລະ ມື້​ທີ່​ມືດ​ມົນ ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ເຮົາ​ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແຫ່ງ​ຄວາມ​ສູງ​ສົ່ງ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ເພື່ອ​ເຮົາ ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຊາວ​ຢາ​ເຣັດ ແລະ ຊາວ​ນີ​ໄຟ. ພຣະ​ອົງ​ຈະ​ນຳ​ພາ​ເຮົາ ແລະ ສ່ອງ​ທາງ​ໃຫ້​ແກ່​ເຮົາ​—ຖ້າ​ເຮົາ​ເຊື່ອ​ຟັງ​ພຣະ​ອົງ, ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ແລະ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນີ​ໄຟ​ວ່າ, “ເຮົາ​ຈະ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ນຳ​ອີກ; ແລະ ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ​ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ; ດັ່ງ​ນັ້ນ, ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ພາ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ນຳ​ເຈົ້າ​ໄປ” (1 ນີ​ໄຟ 17:13).

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຢາ​ໂຄບ​ນ້ອງ​ຊາຍ​ຂອງ​ນີ​ໄຟ​ວ່າ, “ຜູ້​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ເຮົາ, ເຮົາ​ຈະ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ເຂົາ​ຕະ​ຫລອດ​ໄປ” (2 ນີ​ໄຟ 10:14).

ສາດ​ສະ​ດາ ອະ​ບີ​ນາ​ໄດ ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ພຣະ​ອົງ​ເປັນ​ແສງ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ; ແທ້​ຈິງ​ແລ້ວ, ເປັນ​ແສງ​ສະ​ຫວ່າງ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ, ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ” (ໂມ​ໄຊ​ຢາ 16:9).

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ເອງ​ວ່າ, “ເຮົາ​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ.” ພຣະ​ອົງ​ກ່າວ​ຕື່ມ​ວ່າ, “ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ” (3 ນີ​ໄຟ 9:18; 18:16).

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກຳ​ລັງ​ຍ່າງ

ການ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫວ່າງ

ຂ້າ​ພະ​ເຈົ້າ​ຮັກ​ສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ແຫ່ງ​ການ​ຮັບ​ໃຊ້​ຄຽງ​ຂ້າງ​ເພິ່ນ. ເມື່ອ​ເພິ່ນ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ, ຫ້ອງ​ນັ້ນ​ກໍ​ຮູ້​ສຶກ​ສະ​ຫວ່າງ​ຂຶ້ນ​ໂດຍ​ທັນ​ທີ. ເພິ່ນ​ຖື​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໄປ​ກັບ​ເພິ່ນ.

ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ນັ້ນ ມີ​ຈິງ. ມັນ “ແມ່ນ​ພະ​ລັງ​ແຫ່ງ​ສະ​ຫວັນ, ອຳ​ນາດ, ຫລື ອິດ​ທິ​ພົນ​ທີ່​ມາ​ຈາກ​ພຣະ​ເຈົ້າ​ຜ່ານ​ທາງ​ພຣະ​ຄຣິດ ແລະ ໃຫ້​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ແກ່​ທຸກ​ສິ່ງ.” ມັນ​ເປັນ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ທີ່​ໜ້າ​ທະ​ນຸ​ຖະ​ໜອມ ທີ່​ສາ​ມາດ​ນຳ​ລູກໆ​ຂອງ​ພຣະ​ເຈົ້າ​ໄປ​ຫາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.1 ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ເສີມ​ສ້າງ​ຄວາມ​ສະ​ຫວ່າງ​ນັ້ນ.

ບາງ​ເທື່ອ ເຮົາ​ຈຳ​ເປັນ​ຕ້ອງ​ເບິ່ງ​ຊີ​ວິດ​ຂອງ​ເຮົາ​ຄືນ​ຫລັງ​ເພື່ອ​ຈົດ​ຈໍາ​ວິ​ທີ​ທີ່​ເຮົາ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃນ​ການ​ເດີນ​ທາງ​ຂອງ​ເຮົາ. ເມື່ອ​ເຮົາ​ເບິ່ງ​ຄືນ​ຫລັງ, ເຮົາ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອີກ​ຄັ້ງ. ເມື່ອ​ພຣະ​ຄຳ​ພີ​ກ່າວ​ວ່າ, “ຈົ່ງ​ຈື່​ໄວ້, … ຈົ່ງ​ຈື່​ໄວ້” (ຮີ​ລາ​ມັນ 5:12), ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ກຳ​ລັງ​ບອກ​ເຮົາ​ວ່າ, “ຢ່າ​ພຽງ​ແຕ່​ຈື່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຈົ້າ​ເຄີຍ​ຮູ້​ຈັກ ຫລື ຮູ້​ສຶກ; ແທນ​ທີ່, ຈົ່ງ​ຮູ້​ສຶກ​ເຖິງ​ແສງ​ສະ​ຫວ່າງ​ນັ້ນ​ອີກ​ຄັ້ງ.”

ສຳ​ລັບ​ບາງ​ຄົນ​ແລ້ວ, ການ​ຮູ້​ສຶກ​ເຖິງ​ແສງ​ສະ​ຫວ່າງ​ທາງ​ວິນ​ຍານ ກໍ​ມາ​ຢ່າງ​ງ່າຍ​ດາຍ. ສຳ​ລັບ​ຄົນ​ອື່ນໆ, ແສງ​ສະ​ຫວ່າງ​ທາງ​ວິນ​ຍານ​ສາ​ມາດ​ຮູ້​ສຶກ​ໄດ້​ຍາກ ເນື່ອງ​ຈາກ​ການ​ດີ້ນ​ລົນ​ສ່ວນ​ຕົວ ຫລື ສິ່ງ​ລົບ​ກວນ​ທາງ​ໂລກ. ແຕ່​ຖ້າ​ເຮົາ​ຊື່​ສັດ, ຄວາມ​ສະ​ຫວ່າງ​ກໍ​ຈະ​ມາ—ບາງ​ເທື່ອ​ກໍ​ມາ​ໃນ​ວິ​ທີ​ທີ່​ເຮົາ​ບໍ່​ຄາດ​ຄິດ.

ປະ​ທານ​ແນວ​ສັນ, ຜູ້​ທີ່​ໄດ້​ແນະ​ນຳ​ໃຫ້​ເຮົາ​ທຸກ​ຄົນ “ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ,”2 ໄດ້​ແບ່ງ​ປັນ​ຫລາຍໆ​ວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ນຳ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຫລາຍ​ຍິ່ງ​ຂຶ້ນ ແລະ ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ເຖິງ​ແສງ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ.

ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ປະ​ທານ​ແນວ​ສັນ​ໄດ້​ກ່າວ​ວ່າ, ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ, ແລະ ຄວາມ​ຊາບ​ຊຶ້ງ​ຕໍ່, ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຈະ​ເຕີບ​ໂຕ​ຂຶ້ນ.

ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ “ເກີດ​ໃໝ່” (ໂມ​ໄຊ​ຢາ 27:25) ຂະ​ນະ​ທີ່​ພຣະ​ຄຳ​ພີ​ຊ່ວຍ​ເຮົາ​ໃຫ້​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ຂອງ​ໃຈ (ເບິ່ງ ໂມ​ໄຊ​ຢາ 5:2).

ຂະ​ນະ​ທີ່​ເຮົາ​ອ່ານ ແລະ ສຶກ​ສາ​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ເພີ່ມ​ຂຶ້ນ ເພື່ອ​ທີ່​ຈະ​ສະ​ແຫວງ​ຫາ​ຄົນ​ຂອງ​ເຮົາ​ທີ່​ໄດ້​ຕາຍ​ໄປ ແລະ ປະ​ຕິ​ບັດ​ພິ​ທີ​ການ​ຕ່າງໆ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ເພື່ອ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ.

ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫວ່າງ ຂະ​ນະ​ທີ່​ເຮົາ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ເຮົາ, ການ​ຊີ້​ນຳ​ໃນ​ການ​ຕັດ​ສິນ​ໃຈ, ແລະ ຄວາມ​ເຂັ້ມ​ແຂງ​ເພື່ອ​ທີ່​ຈະ​ກັບ​ໃຈ ແລະ ຕ້ານ​ທານ​ຄວາມ​ຊົ່ວ​ຮ້າຍ.

ແລະ ເມື່ອ​ເຮົາ​ອ່ານ​ຄວາມ​ຈິງ​ທີ່​ພົບ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ການ​ປິ່ນ​ປົວ, ການ​ປອບ​ໂຍນ, ການ​ຟື້ນ​ຟູ, ການ​ເລົ້າ​ໂລມ, ຄວາມ​ເຂັ້ມ​ແຂງ, ການ​ປອບ​ໃຈ, ແລະ ການ​ໃຫ້​ກຳ​ລັງ​ໃຈ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ.3

“ໂອ້ ດັ່ງ​ນັ້ນ​ແລ້ວ, ນີ້​ບໍ່​ແມ່ນ​ຄວາມ​ຈິງ​ບໍ?” ແອວ​ມາ​ໄດ້​ຖາມ​ກ່ຽວ​ກັບ​ຄວາມ​ພອງ ແລະ ຄວາມ​ງອກ​ງາມ​ຂອງ​ເມັດ​ພືດ​ແຫ່ງ​ຄວາມ​ຈິງ, ຄວາມ​ຮູ້, ແລະ ປະ​ຈັກ​ພະ​ຍານ. “ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖືກ​ແລ້ວ, ເພາະ​ມັນ​ຄື ຄວາມ​ສະ​ຫວ່າງ; ແລະ ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ສະ​ຫວ່າງ​ຍ່ອມ​ດີ, ເພາະ​ຫລິງ​ເຫັນ​ໄດ້, ສະ​ນັ້ນ ພວກ​ທ່ານ​ຕ້ອງ​ຮູ້​ວ່າ​ມັນ​ດີ” (ແອວ​ມາ 32:35).

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

Christ’s Image [ຮູບ​ພາບ​ຂອງ​ພຣະ​ຄຣິດ], ໂດຍ ຮາຍ​ຣິຈ ຮ໊ອຟ​ແມນ

ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄວາມ​ມືດ

ເມື່ອ​ໝູ່​ຂອງ​ຂ້າ​ພະ​ເຈົ້າ ແຄມ​ຣິນ ອາ​ຍຸ​ໄດ້ 10 ປີ, ນາງ​ໄດ້​ເປັນ​ພະ​ຍາດ​ຕາ​ຖາ​ວອນ​ທີ່​ຫາ​ຍາກ ທີ່​ໄດ້​ຕິດ​ເຊື້ອ​ຢູ່​ກະ​ຈົກ​ຕາ​ເບື້ອງ​ຂວາ​ຂອງ​ນາງ.4 ບາງ​ເທື່ອ, ເມື່ອ​ຄວາມ​ເຈັບ​ປວດ​ທີ່​ກ່ຽວ​ຂ້ອງ​ນັ້ນ​ມີ​ຢູ່​ຢ່າງ​ຕໍ່​ເນື່ອງ ແລະ ທົນ​ບໍ່​ໄຫວ, ແຄມ​ຣິນ​ກໍ​ບໍ່​ສາ​ມາດ​ທົນ​ຕໍ່​ແສງ​ໃດໆ​ໄດ້. ພໍ່​ແມ່​ຂອງ​ນາງ, ໂດຍ​ທີ່​ເປັນ​ຫ່ວງ​ວ່່າ​ນາງ​ຈະ​ຕາ​ບອດ, ໄດ້​ປິດ​ປ່ອງ​ຢ້ຽມ​ຫ້ອງ​ນອນ​ຂອງ​ນາງ​ໃຫ້​ມືດ ເພື່ອ​ພະ​ຍາ​ຍາມ​ເຮັດ​ໃຫ້​ນາງ​ສະ​ບາຍ. ແມ່​ຂອງ​ແຄມ​ຣິນ, ແຈນ​ນາ, ໄດ້​ເລົ່າ​ວ່າ:

“ປະ​ມານ​ສີ່​ເດືອນ​ຫລັງ​ຈາກ​ການ​ກວດ​ພະ​ຍາດ​ຂອງ​ນາງ, ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ມືດ​ມິດ​ຂອງ​ນາງ. ເມື່ອ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ປັບ​ຕົວ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ແຄມ​ຣິນ​ຂົດ​ຕົວ​ຢູ່​ໃນ​ທ່າ​ຂອງ​ເດັກ​ອ່ອນ​ຢູ່​ເທິງ​ຕຽງ​ຂອງ​ນາງ. ນາງ​ເຈັບ​ປວດ​ຫລາຍ ຈົນ​ວ່າ​ນາງ​ບໍ່​ໄດ້​ເໜັງ​ຕີງ ຫລື ແມ່ນ​ແຕ່​ຮ້ອງ​ໄຫ້ ເມື່ອ​ນາງ​ໄດ້​ຍິນ​ຂ້າ​ພະ​ເຈົ້າ​ເຂົ້າ​ມາ. ນາງ​ພຽງ​ແຕ່​ນອນ​ຢູ່​ທີ່​ນັ້ນ​ກັບ​ຕາ​ທັງ​ສອງ​ຂ້າງ​ທີ່​ບວມ​ຈົນ​ປິດ.

“ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ຂ້າງ​ຕຽງ​ຂອງ​ນາງ, ຈັບ​ມື​ນາງ, ແລະ ບີບ​ມັນ​ສາມ​ເທື່ອ—ລະ​ຫັດ​ລັບ​ຂອງ​ພວກ​ເຮົາ​ສຳ​ລັບ ‘ແມ່​ຮັກ​ລູກ.’ ປົກ​ກະ​ຕິ​ແລ້ວ ນາງ​ຈະ​ບີບ​ກັບ​ມາ​ສີ່​ເທື່ອ​ສຳ​ລັບ ‘ລູກ​ຮັກ​ແມ່​ຫລາຍ​ກວ່າ,’ ແຕ່​ນາງ​ບໍ່​ຕອບ. ນາງ​ເຈັບ​ປວດ​ຫລາຍ​ເກີນ​ໄປ. ດ້ວຍ​ນໍ້າ​ຕາ​ທີ່​ຫລັ່ງ​ໄຫລ​ລົງ​ແກ້ມ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ລູກ​ສາວ​ອາ​ຍຸ 10 ປີ ທີ່​ຄັ້ງ​ໜຶ່ງ​ເຄີຍ​ສົດ​ໃສ​ຂອງ​ຂ້າ​ພະ​ເຈົ້າ ຫຍໍ່​ເຂົ້າ​ເປັນ​ໝາກ​ບານ. ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແຕກ​ສະ​ຫລາຍ.”

ແຈນ​ນາ​ໄດ້​ກ່າວ​ອະ​ທິ​ຖານ​ງຽບໆ ແລະ ຈິງ​ໃຈ.

“ຂ້າ​ພະ​ເຈົ້າ​ໄດ້​ບອກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ຮູ້​ດີ​ທີ່​ສຸດ, ແຕ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ, ‘ຂໍ​ຊົງ​ໂຜດ​ຊ່ວຍ​ນາງ​ແນ່.’ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ​ອະ​ທິ​ຖານ​ຢູ່​ທີ່​ນັ້ນ, ຄື້ນ​ແຫ່ງ​ຄວາມ​ອົບ​ອຸ່ນ​ກໍ​ໄດ້​ພັດ​ຖ້ວມ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສະ​ຫງົບ ຂະ​ນະ​ທີ່​ຄວາມ​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ເຢ​ຊູ​ຄຣິດ ໄດ້​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ‘ພຣະ​ອົງ​ຊົງ​ເປັນ​ຄວາມ​ສະ​ຫວ່າງ. ຈົ່ງ​ຊອກ​ຫາ​ພຣະ​ອົງ​ໃນ​ຄວາມ​ມືດ.’”

ແຈນ​ນາ​ໄດ້​ເງີຍ​ຫົວ​ຂຶ້ນ ແລະ ສື່ມ​ໃສ່​ຫູ​ຂອງ​ແຄມ​ຣິນ​ວ່າ: “ລູກ​ຕ້ອງ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄວາມ​ມືດ.”

ຫລັງ​ຈາກ​ນັ້ນ, ແຄມ​ຣິນ​ກໍ​ໄດ້​ນອນ​ຫລັບ​ໄປ ຂະ​ນະ​ທີ່​ກຳ​ລັງ​ຟັງ​ເພງ​ສວດ ແລະ ພຣະ​ຄຳ​ພີ​ຢູ່​ແອັບ​ຫ້ອງ​ສະ​ໝຸດ​ຂອງ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ເດັກ​ຍິງ​ໃສ່​ແນວ​ປິດ​ຕາ

ເມື່ອ​ການ​ຕິດ​ເຊື້ອ​ຢູ່​ຕາ​ຂອງ​ນາງ​ກຳ​ເລີບ​ຂຶ້ນ, ແຄມ​ຣິນ​ກໍ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄວາມ​ມືດ.

ຮູບ​ຖ່າຍ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຄອບ​ຄົວ​ຂອງ​ແຄມ​ຣິນ

ພະ​ຍາດ​ຂອງ​ແຄມ​ຣິນ​ຈະ​ສະ​ຫງົບ​ງຽບ​ເປັນ​ເວ​ລາ​ສ່ວນ​ໃຫຍ່, ແຕ່​ເມື່ອ​ນາງ​ທົນ​ທຸກ​ກັບ​ອາ​ການ​ທີ່​ກຳ​ເລີບ, ແຈນ​ນາ ແລະ ສາ​ມີ​ຂອງ​ນາງ, ດາ​ຣິນ, ກໍ​ປອບ​ໂຍນ​ນາງ ແລະ ເອົາ​ຜ້າ​ຫົ່ມ​ປົກ​ປ່ອງ​ຢ້ຽມ​ຫ້ອງ​ນອນ​ຂອງ​ນາງ​ອີກ​ຄັ້ງ. ໃນ​ຊ່ວງ​ເວ​ລາ​ທີ່​ເຈັບ​ປວດ​ເຫລົ່າ​ນັ້ນ, ແຄມ​ຣິນ​ໄດ້​ເວົ້າ​ວ່າ, “ຂ້ອຍ​ພຽງ​ແຕ່​ກຳ​ລັງ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄວາມ​ມືດ.”5

ເມື່ອ​ຊີ​ວິດ​ເບິ່ງ​ຄື​ວ່າ​ເປັນ​ເໝືອນ​ດັ່ງ “ຄວາມ​ມືດ, ແລະ ຄວາມ​ເສົ້າ​ໝອງ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ” (1 ນີ​ໄຟ 8:4), ເຮົາ​ອາດ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄວາມ​ມືດ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ, ພ້ອມ​ດ້ວຍ​ຄຳ​ພະ​ຍານ​ຂອງ​ມັນ “ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ,”6 ຈະ​ນຳ​ເຮົາ​ໄປ​ຫາ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ຜູ້​ທີ່​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ຈິງ​ໃຈ, ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ມັນ, ແລະ ອະ​ທິ​ຖານ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ມັນ ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເພີ່ມ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ, ແລະ ປະ​ຈັກ​ພະ​ຍານ​ເຖິງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂໍ​ໃຫ້​ເຮົາ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ປຶ້ມ​ທີ່ “ຖືກ​ຕ້ອງ​ທີ່​ສຸດ” ນີ້7 ໂດຍ​ການ​ອ່ານ​ມັນ, ເກັບ​ຮັກ​ສາ​ມັນ, ແລະ ໃຊ້​ມັນ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ແລະ ສັດ​ທາ​ຂອງ​ຄົນ​ອື່ນ​ໃນ​ແສງ​ສະ​ຫວ່າງ​ຂອງ​ໂລກ.

ພິມ