​Liahona
ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໂອ​ກາດ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ
ເດືອນ​ກໍ​ລະ​ກົດ 2024


“The Lord’s Great Work and Our Great Opportunity,” Liahona, July 2024.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກໍ​ລະ​ກົດ 2024

ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໂອ​ກາດ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ

ເມື່ອ​ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ, ເຮົາ​ກໍ​ອອກ​ແຮງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ຊ່ວຍ​ເຫລືອ​ຈິດ​ວິນ​ຍານ​ທີ່​ລໍ້າ​ຄ່າ​ແຕ່​ລະ​ດວງ​ໃຫ້​ມາ​ຫາ​ພຣະ​ອົງ.

ຮູບ​ພາບ
ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ລົມ​ກັນ​ຂະ​ນະ​ທີ່​ຍ່າງ​ໄປ​ຕາມ​ທາງ

ສາດ​ສະ​ດາ​ທຸກ​ຄົນ​ໃນ​ຍຸກ​ສະ​ໄໝ​ສຸດ​ທ້າຍ​ທີ່​ຍິ່ງ​ໃຫຍ່​ນີ້ ໄດ້​ສິດ​ສອນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ຊ່ວງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ມີ​ຫລາຍ​ຕົວ​ຢ່າງ​ທີ່​ເຂົ້າ​ມາ​ໃນ​ຄວາມ​ຄິດ:

ປະ​ທານ ເດ​ວິດ ໂອ ມັກ​ເຄ (1873–1970), ສາດ​ສະ​ດາ​ໃນ​ໄວ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ປະ​ກາດ​ວ່າ, “ສະ​ມາ​ຊິກ​ທຸກ​ຄົນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ.”

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ (1895–1985) ໄດ້​ສິດ​ສອນ​ວ່າ, “ມື້​ແຫ່ງ​ການ​ນຳ​ພຣະ​ກິດ​ຕິ​ຄຸນ​ໄປ​ຍັງ​ສະ​ຖານ​ທີ່​ຕ່າງໆ ແລະ ຄົນ​ທັງ​ຫລາຍ ແມ່ນ​ຕອນ​ນີ້ ແລະ ດຽວ​ນີ້,” ແລະ “ເຮົາ​ຕ້ອງ​ກ້າວ​ໃຫ້​ຍາວ​ຂຶ້ນ” ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ.

ປະ​ທານ​ກໍ​ດອນ ບີ ຮິງ​ລີ (1910–2008) ໄດ້​ກ່າວ​ວ່າ: “ວຽກ​ງານ​ຂອງ​ເຮົາ​ນັ້ນ​ຍິ່ງ​ໃຫຍ່, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ນັ້ນ​ມະ​ຫຶ​ມາ​ໃນ​ການ​ຊ່ວຍ​ຊອກ​ຫາ​ຄົນ​ທີ່​ຈະ​ສອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຮົາ​ໃຫ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ແກ່​ທຸກ​ຄົນ. ນີ້​ຈະ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ [ຂອງ​ເຮົາ].”

ແລະ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ວຽກ​ງານ​ເຜີຍ​ແຜ່​ຈຶ່ງ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ອັນ​ຍິ່ງ​ໃຫຍ່. ການ​ເຕົ້າ​ໂຮມ​ນັ້ນ​ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ທຽບ​ເທົ່າ​ໃນ​ຄວາມ​ໃຫຍ່​ໂຕ. ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ທຽບ​ເທົ່າ​ໃນ​ຄວາມ​ສຳ​ຄັນ. ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ສາ​ນຸ​ສິດ​ຂອງ​ພຣະ​ອົງ—ໄດ້​ຮ່ວມ​ມື​ໃນ​ວຽກ​ງານ​ທີ່​ທ້າ​ທາຍ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ, ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ, ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້.”

ຂ້າ​ພະ​ເຈົ້າ​ໄດ້​ມາ​ຮູ້​ຈັກ​ເລື່ອງ​ນີ້​ດ້ວຍ​ຕົວ​ເອງ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄົນ​ໜຶ່ງ​ໃນ​ເຂດ​ເຜີຍ​ແຜ່​ອັງ​ກິດ. ຂ້າ​ພະ​ເຈົ້າ​ຍິ່ງ​ແນ່​ໃຈ​ຂຶ້ນ​ກວ່າ​ເກົ່າ​ໃນ​ທຸກ​ມື້​ນີ້. ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂອ​ກາດ​ນັ້ນ​ມີ​ຢູ່ ທຸກ​ແຫ່ງ​ຫົນ ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ, ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເຮົາ, ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ຮ່ວມ​ກັບ​ເຮົາ ໃນ​ການ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ວຽກ​ງານ​ດຳ​ເນີນ​ໄປ​ໜ້າ

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ຮັບ​ວຽກ​ງານ​ມອບ​ໝາຍ​ໃນ​ພະ​ແນກ​ເຜີຍ​ແຜ່​ຂອງ​ສາດ​ສະ​ໜາ​ຈັກ ຕອນ​ທີ່ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສະ​ບັບ​ພິມ​ຄັ້ງ​ທຳ​ອິດ ໄດ້​ຖືກ​ເປີດ​ຕົວ​ໃນ​ປີ 2004, ແລະ ອີກ​ຄັ້ງ​ໜຶ່ງ ຕອນ​ທີ່​ສະ​ບັບ​ພິມ​ຄັ້ງ​ທີ​ສອງ​ໄດ້​ຖືກ​ປ່ອຍ​ອອກ​ໃນ​ປີ 2023. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໄດ້​ເປັນ​ພອນ​ໃຫ້​ວຽກ​ງານ​ເຜີຍ​ແຜ່​ໃນ​ວິ​ທີ​ທີ່​ເລິກ​ເຊິ່ງ.

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ສະ​ບັບ​ໃໝ່​ນີ້ ລວມ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ຕັ້ງ​ແຕ່​ປີ 2004, ການ​ຊີ້​ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ການ​ປ່ຽນ​ແປງ​ຕ່າງໆ​ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ຍຸກ​ດິ​ຈິ​ຕັນ. ການ​ປ່ຽນ​ແປງ​ບາງ​ຢ່າງ​ເຫລົ່າ​ນີ້ ໄດ້​ສົ່ງ​ຜົນ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ.

ເຮົາ​ໄດ້​ພົບ​ວ່າ ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທີ່​ລຽບ​ງ່າຍ, ປົກ​ກະ​ຕິ, ແລະ ທຳ​ມະ​ຊາດ ຜ່ານ​ທາງ​ຫລັກ​ທຳ​ແຫ່ງ​ການ “ຮັກ, ແບ່ງ​ປັນ, ເຊື້ອ​ເຊີນ” ເປັນ​ພອນ​ຢ່າງ​ຍິ່ງ​ໃຫ້​ແກ່​ອາ​ນາ​ຈັກ. ພຣະ​ເຢ​ຊູ​ຄຣິດ​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ວິ​ທີ​ນີ້ ຕອນ​ທີ່​ພຣະ​ອົງ​ໃຊ້​ຊີ​ວິດ​ເທິງ​ແຜ່ນ​ດິນ​ໂລກ. ພຣະ​ອົງ​ໄດ້​ແບ່ງ​ປັນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ (ເບິ່ງ ມັດ​ທາຍ 11:28). ການ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ ເປັນ​ພອນ​ທີ່​ພິ​ເສດ ແລະ ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ.

ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຮັກ

ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄວ້​ກັບ​ພຣະ​ອົງ​ເອງ ແລະ ທົນ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ໂສກ​ເສົ້າ​ທັງ​ໝົດ ແລະ “ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ​ທຸກ​ຢ່າງ” (ແອວ​ມາ 7:11). ນີ້​ໄດ້ “ເຮັດ​ໃຫ້ [ພຣະ​ອົງ], … ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18). ຜ່ານ​ທາງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ໃຫ້​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ເປັນ​ໄປ​ໄດ້​ສຳ​ລັບ​ທຸກ​ຄົນ.

ການ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄຕ່​ຕອງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ເຮົາ ສ້າງ​ຫົວ​ໃຈ​ທີ່​ປ່ຽມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ອົງ. ແລ້ວ​ພຣະ​ອົງ​ກໍ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ມາ​ຫາ​ຄົນ​ອື່ນ ແລະ ບັນ​ຊາ​ໃຫ້​ເຮົາ​ຮັກ​ພວກ​ເຂົາ (ເບິ່ງ ໂຢ​ຮັນ 13:34–35) ແລະ ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ກັບ​ພວກ​ເຂົາ (ເບິ່ງ ມັດ​ທາຍ 28:19; ມາ​ຣະ​ໂກ 16:15). ຖ້າ​ຄົນ​ທີ່​ຢູ່​ອ້ອມ​ຕົວ​ເຮົາ​ສາ​ມາດ​ຮູ້​ສຶກ​ໄດ້​ວ່າ ເຮົາ​ຮັກ ແລະ ຫ່ວງ​ໃຍ​ພວກ​ເຂົາ​ຢ່າງ​ຈິງ​ໃຈ, ພວກ​ເຂົາ​ກໍ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ເປີດ​ໃຈ​ຮັບ​ຂ່າວ​ສານ​ຂອງ​ເຮົາ​ໄດ້, ດັ່ງ​ທີ່​ກະ​ສັດ​ລາ​ໂມ​ໄນ​ໄດ້​ເປີດ​ໃຈ​ຂອງ​ເພິ່ນ​ເພື່ອ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ຍ້ອນ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ຂອງ​ອຳ​ໂມນ (ເບິ່ງ ແອວ​ມາ 17–19).

ເມື່ອ​ເຮົາ​ແບ່່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ຂໍ​ໃຫ້​ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຮັກ. ຂະ​ນະ​ທີ່​ເຮົາ​ຍື່ນ​ມື​ອອກ​ໄປ​ຫາ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ—ໂດຍ​ຈື່​ວ່າ ພວກ​ເຂົາ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ແລະ ລູກໆ​ທີ່​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ—ໂອ​ກາດ​ກໍ​ຈະ​ເປີດ​ອອກ​ສຳ​ລັບ​ເຮົາ​ໃນ​ການ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນ​ຄວາມ​ຈິງ.

ມີ​ສ່ວນ​ຮ່ວມ ແລະ ແບ່ງ​ປັນ​ຢ່າງ​ໃຈ​ຈົດ​ຈໍ່

ບໍ່​ມີ​ໃຜ​ທີ່​ອຸ​ທິດ​ຕົນ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ໄປ​ກວ່າ​ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ (1928–2023). ໃນ​ການ​ປາ​ໄສ​ຢູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ສຸດ​ທ້າຍ​ຂອງ​ເພິ່ນ, ເພິ່ນ​ໄດ້​ເປັນ​ພະ​ຍານ​ວ່າ, “ນີ້​ເປັນ​ໜຶ່ງ​ໃນ​ເລື່ອງ​ທີ່​ສະ​ຫງ່າ​ລາ​ສີ ແລະ ໜ້າ​ອັດ​ສະ​ຈັນ​ທີ່​ສຸດ​ທີ່​ໃຜ​ຜູ້​ໜຶ່ງ​ກໍ​ຕາມ​ໃນ​ໂລກ​ນີ້​ສາ​ມາດ​ຮູ້ [ກໍ​ຄື] ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ເປີດ​ເຜີຍ​ພວກ​ພຣະ​ອົງ​ເອງ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ແລະ ວ່າ​ໂຈ​ເຊັບ​ໄດ້​ຖືກ​ຍົກ​ຂຶ້ນ​ເພື່ອ​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.”

ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເພິ່ນ, ແລະ ຕະ​ຫລອດ​ທົ່ວ​ສ່ວນ​ຫລາຍ​ຂອງ​ໂລກ, ປະ​ທານ​ບາ​ເລີດ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ໃຈ​ຈົດ​ຈໍ່​ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ອັນ​ມີ​ຄ່າ​ນີ້​ກັບ​ທຸກ​ຄົນ. ເພິ່ນ​ຊຸກ​ຍູ້​ໃຫ້​ເຮົາ​ເຮັດ​ຢ່າງ​ດຽວ​ກັນ. ເພິ່ນ​ໄດ້​ສິດ​ສອນ​ວ່າ ເຮົາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ “ໂດຍ​ການ​ເປັນ​ເພື່ອນ​ບ້ານ​ທີ່​ດີ ແລະ ໂດຍ​ການ​ເປັນ​ຫ່ວງ​ເປັນ​ໃຍ ແລະ ສະ​ແດງ​ຄວາມ​ຮັກ.” ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ເຮົາ “ສາຍ​ແສງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ, ແລະ … ສາຍ​ແສງ​ພອນ​ຕ່າງໆ​ທີ່​ພຣະ​ກິດ​ຕິ​ຄຸນ​ມີ​ໃຫ້​ແກ່ [ຄົນ​ອື່ນ].” ເຮົາ​ຍັງ “ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ທີ່ [ເຮົາ] ຮູ້ ແລະ ເຊື່ອ ແລະ ສິ່ງ​ທີ່ [ເຮົາ] ຮູ້​ສຶກ” ນຳ​ອີກ. ປະ​ທານ​ບາ​ເລີດ​ໄດ້​ສິດ​ສອນ​ວ່າ, “ປະ​ຈັກ​ພະ​ຍານ​ທີ່​ບໍ​ລິ​ສຸດ … ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ມັນ ເຂົ້າ​ໄປ​ສູ່​ຫົວ​ໃຈ​ຂອງ​ຄົນ​ອື່ນ ຜູ້​ທີ່​ເປີດ​ໃຈ​ຮັບ​ເອົາ​ມັນ.”

ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຂຶ້ນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ຄວາມ​ປາດ​ຖະ​ໜາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ປະ​ທານ​ບາ​ເລີດ. ເຮົາ​ສາ​ມາດ​ມີ​ສ່ວນ​ຮ່ວມ​ຢ່າງ​ໃຈ​ຈົດ​ຈໍ່—ດັ່ງ​ທີ່​ເພິ່ນ​ໄດ້​ເປັນ—ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທັງ​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ. ເຮົາ​ບໍ່​ມີ​ວັນ​ຮູ້​ວ່າ ແມ່ນ​ໃຜ​ຢູ່​ທ່າມ​ກາງ​ເຮົາ​ທີ່​ອາດ​ກຳ​ລັງ​ຄົ້ນ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ ແຕ່​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ຢູ່​ໃສ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12).

ຮູບ​ພາບ
ຊາຍ​ສອງ​ຄົນ​ກຳ​ລັງ​ຍ່າງ​ຂຶ້ນ​ຂັ້ນ​ໄດ

ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ຈິງ​ໃຈ

ໃນ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ຄຣິດ, ເຮົາ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ນຳ​ມາ​ໃຫ້. ເຮົາ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ໂດຍ​ການ​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ມາ​ຮ່ວມ​ກິດ​ຈະ​ກຳ, ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຫລື ໃຫ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ເຮົາ​ຍັງ​ສາ​ມາດ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ຈິງ​ໃຈ ເພື່ອ​ໃຫ້​ພວກ​ເຂົາ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ກັບ​ເຮົາ​ນຳ​ອີກ.

ເຮົາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ແຕ່​ລະ​ອາ​ທິດ ເພື່ອ “ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.” ນີ້​ເປັນ​ເວ​ລາ​ອັນ​ສົມ​ຄວນ​ທີ່​ຄົນ​ທັງ​ຫລາຍ​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ, ເຂົ້າ​ມາ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຍິ່ງ​ຂຶ້ນ, ແລະ ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ​ໃນ​ພຣະ​ອົງ.

ຂະ​ນະ​ທີ່​ເຮົາ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ, ການ​ວາງ​ແຜນ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ຄວນ​ລວມ​ການ​ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ຖ້າ​ພວກ​ເຂົາ​ຈະ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ເຮົາ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ພວກ​ເຂົາ​ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ເດີນ​ໜ້າ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ສູ່​ການ​ບັບ​ຕິ​ສະ​ມາ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ຂ້າ​ພະ​ເຈົ້າ​ເຊື່ອ​ຢ່າງ​ໝົດ​ໃຈ​ວ່າ ຄວາມ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ຈະ​ມາ​ເຖິງ ເມື່ອ​ເຮົາ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພອນ​ຕ່າງໆ​ທີ່​ພວກ​ເຂົາ​ສາ​ມາດ​ຮັບ​ໄດ້​ຈາກ​ການ​ເຮັດ​ເຊັ່ນ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ

ເຮົາ​ບໍ່​ມີ​ວັນ​ຮູ້​ວ່າ ເຮົາ​ຈະ​ມີ​ຄວາມ​ສຳ​ເລັດ ແລະ ຄວາມ​ທ້າ​ທາຍ​ໃດ​ແດ່ ເມື່ອ​ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ. ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ “ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ, ແລະ ຈາກ​ບ່ອນ​ນະ​ມັດ​ສະ​ການ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ, … ໃນ​ບັນ​ດາ​ຊາວ​ເລ​ມັນ, ເພື່ອ​ສັ່ງ​ສອນ ແລະ ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ເຂົາ​ເຈົ້າ​ເລີ່ມ​ມີ​ຄວາມ​ສຳ​ເລັດ​ຢ່າງ​ໃຫຍ່​ຫລວງ​ດັ່ງ​ນີ້.” ຜ່ານ​ທາງ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຂົາ, “ຄົນ​ນັບ​ເປັນ​ພັນໆ​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ,” ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້ “ປ່ຽນ​ໃຈ​ເຫລື້ອມ​ໃສ … [ແລະ] ບໍ່​ເຄີຍ​ຕົກ​ໄປ” (ແອວ​ມາ 23:4–6).

ຂະ​ນະ​ທີ່​ສິ່ງ​ນີ້​ຈະ​ບໍ່​ເປັນ​ປະ​ສົບ​ການ​ຂອງ​ເຮົາ​ສະ​ເໝີ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້​ວ່າ ພຣະ​ອົງ​ຈະ​ເຮັດ​ວຽກ​ຄຽງ​ຂ້າງ​ເຮົາ ເພາະ​ຈິດ​ວິນ​ຍານ​ແຕ່​ລະ​ດວງ​ນັ້ນ ມີ​ຄ່າ​ສຳ​ລັບ​ພຣະ​ອົງ. ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ນຳ​ພາ​ເຮົາ​ໃນ​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ກັບ​ຄົນ​ອື່ນ ໂດຍ​ການ​ຮັກ​ພວກ​ເຂົາ, ແບ່ງ​ປັນ​ຊີ​ວິດ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກັບ​ພວກ​ເຂົາ, ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ມາ​ຮ່ວມ​ກັບ​ເຮົາ​ໃນ​ການ​ຕິດ​ຕາມ​ພຣະ​ອົງ.

“ຄວາມ​ຊື່ນ​ຊົມ​ຂອງ [ພວກ​ເຮົາ] ຈະ​ຍິ່ງ​ໃຫຍ່​ພຽງ​ໃດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:15) ເມື່ອ​ເຮົາ​ຄວ້າ​ໂອ​ກາດ​ທີ່​ຢູ່​ອ້ອມ​ຕົວ​ເຮົາ ເພື່ອ​ຊ່ວຍ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ໃນ​ການ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ອົງ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: David O. McKay (2003), xxii.

  2. Teachings of Presidents of the Church: Spencer W. Kimball (2006), 261, 262.

  3. Gordon B. Hinckley, “Find the Lambs, Feed the Sheep,” Liahona, July 1999, 121. ການ​ປາ​ໄສ​ນີ້​ໄດ້​ຖືກ​ກ່າວ​ໃນ​ວັນ​ທີ 21 ເດືອນ​ກຸມ​ພາ, 1999, ລະ​ຫວ່າງ​ການ​ຖ່າຍ​ທອດ​ທາງ​ດາວ​ທຽມ​ຈາກ​ແທັບ​ເບິ​ແນັກ​ໂກ​ເຊົາ​ເລັກ.

  4. Russell M. Nelson, “The Everlasting Covenant,” Liahona, Oct. 2022, 9.

  5. M. Russell Ballard, “Praise to the Man,” Liahona, Nov. 2023, 74.

  6. M. Russell Ballard, “The Essential Role of Member Missionary Work,” Liahona, May 2003, 40.

  7. M. Russell Ballard, “Remember What Matters Most,” Liahona, May 2023, 107.

  8. ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023), 88.

  9. ເບິ່ງ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 172.

ພິມ