“A Pattern for Unity in Jesus Christ,” Liahona, Oct. 2024.
ຂ່າວສານປະຈຳເດືອນ Liahona, ເດືອນຕຸລາ 2024
ແບບແຜນເພື່ອຄວາມເປັນອັນໜຶ່ງດຽວກັນ ໃນພຣະເຢຊູຄຣິດ
ດັ່ງທີ່ເຮົາເປັນອັນໜຶ່ງດຽວກັນໃນພຣະເຢຊູຄຣິດເຊັ່ນດຽວກັບຜູ້ຄົນໃນ 4 ນີໄຟ, ຄວາມປາດຖະໜາຂອງເຮົາທີ່ຈະເປັນອັນໜຶ່ງອັນດຽວກັນ ເຂົ້າມາແທນທີ່ຄວາມແຕກຕ່າງຂອງເຮົາ ແລະ ນຳພາໄປສູ່ຄວາມສຸກ.
ເຮົາຢູ່ໃນຍຸກທີ່ຄື້ນອັນຮຸນແຮງຂອງຄວາມບາດໝາງ ແລະ ການໂຕ້ຖຽງກັນກຳລັງແຜ່ອອກໄປທົ່ວໂລກ. ໂດຍໄດ້ຮັບການຊ່ວຍເຫລືອຈາກເທັກໂນໂລຈີ ແລະ ຍຸຍົງໂດຍຜູ້ຄົນທີ່ມີຫົວໃຈເຢັນຊາ, ແຮງແຫ່ງຄວາມແຕກແຍກເຫລົ່ານີ້ໄດ້ຂົ່ມຂູ່ວ່າຈະເຕີມເຕັມຫົວໃຈຂອງເຮົາດ້ວຍຄວາມດູຖູກ ແລະ ທຳລາຍການສື່ສານຂອງເຮົາດ້ວຍຄວາມຂັດແຍ້ງ. ເຍື່ອໃຍຂອງຊຸມຊົນກຳລັງແຕກສະຫລາຍ. ສົງຄາມກຳລັງດຸເດືອດ.
ໃນສະພາບການນີ້, ຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດໂຫຍຫາສັນຕິສຸກ ແລະ ພະຍາຍາມຢ່າງກະຕືລືລົ້ນທີ່ຈະສ້າງປະເພດສັງຄົມທີ່ແຕກຕ່າງອອກໄປ—ປະເພດທີ່ຖືກຕັ້ງຂຶ້ນເທິງພື້ນຖານຂອງຄຳສອນຂອງພຣະເຢຊູຄຣິດ. ດ້ວຍເຫດນີ້, ພຣະຜູ້ເປັນເຈົ້າຈຶ່ງໄດ້ບັນຊາເຮົາໃຫ້ “ເປັນອັນໜຶ່ງດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ” (ຄຳສອນ ແລະ ພັນທະສັນຍາ 38:27). ແທ້ຈິງແລ້ວ, ຄວາມເປັນອັນໜຶ່ງດຽວກັນ ແມ່ນເຄື່ອງໝາຍຂອງສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ.
ເຮົາຈະສາມາດເຮັດວຽກຕໍ່ຕ້ານພະລັງຂອງຄວາມແຕກແຍກ ແລະ ຄວາມຂັດແຍ້ງໄດ້ແນວໃດ? ເຮົາຈະສາມາດບັນລຸຄວາມເປັນອັນໜຶ່ງດຽວກັນໄດ້ແນວໃດ?
ໂຊກດີທີ່, 4 ນີໄຟ ໃນພຣະຄຳພີມໍມອນໄດ້ໃຫ້ຕົວຢ່າງແກ່ເຮົາ. ບົດນີ້ບັນທຶກໂດຍຫຍໍ້ເຖິງວິທີທີ່ຜູ້ຄົນໄດ້ໃຊ້ຊີວິດຫລັງຈາກທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ມາຢ້ຽມຢາມພວກເຂົາ, ສິດສອນພວກເຂົາ, ແລະ ໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນທ່າມກາງພວກເຂົາ. ເລື່ອງລາວນີ້ສະແດງໃຫ້ເຫັນເຖິງວິທີທີ່ຜູ້ຄົນເຫລົ່ານີ້ໄດ້ບັນລຸຄວາມເປັນອັນໜຶ່ງດຽວກັນທີ່ເຕັມໄປດ້ວຍຄວາມສຸກ ແລະ ຄວາມສະຫງົບ, ແລະ ມັນໃຫ້ແບບແຜນທີ່ເຮົາສາມາດຕິດຕາມເພື່ອບັນລຸຄວາມເປັນອັນໜຶ່ງດຽວກັນຢ່າງດຽວກັນນີ້ດ້ວຍຕົວເຮົາເອງ.
ການປ່ຽນໃຈເຫລື້ອມໃສ
ໃນ 4 ນີໄຟ 1:1, ເຮົາອ່ານວ່າ: “ສານຸສິດຂອງພຣະເຢຊູໄດ້ຈັດຕັ້ງສາດສະໜາຈັກຂອງພຣະຄຣິດຂຶ້ນໃນແຜ່ນດິນທັງໝົດໂດຍຮອບ. ແລະ [ຜູ້ຄົນ] ໄດ້ມາຫາພວກເພິ່ນ, ແລະ ໄດ້ກັບໃຈຈາກບາບຂອງຕົນຢ່າງແທ້ຈິງ.”
ເຮົາເປັນອັນໜຶ່ງດຽວກັນຢູ່ອ້ອມພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ແຕ່ລະຄົນຮຽນຮູ້ກ່ຽວກັບພຣະເຢຊູຄຣິດ, ພຣະກິດຕິຄຸນຂອງພຣະອົງ, ແລະ ສາດສະໜາຈັກຂອງພຣະອົງ, ພຣະວິນຍານບໍລິສຸດເປັນພະຍານເຖິງຄວາມຈິງແກ່ຫົວໃຈຂອງແຕ່ລະຄົນ. ແລ້ວເຮົາແຕ່ລະຄົນສາມາດນ້ອມຮັບຄຳເຊີນຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະມີສັດທາໃນພຣະອົງ ແລະ ຕິດຕາມພຣະອົງໂດຍການກັບໃຈ.
ດັ່ງນັ້ນ ການເດີນທາງແຫ່ງການປ່ຽນໃຈເຫລື້ອມໃສສ່ວນບຸກຄົນກໍເລີ່ມຂຶ້ນ—ຫ່າງຈາກຄວາມປາດຖະໜາທີ່ເຫັນແກ່ຕົວ ແລະ ເປັນບາບ ແລະ ໄປສູ່ພຣະຜູ້ຊ່ວຍໃຫ້ລອດ. ພຣະອົງເປັນຮາກຖານຂອງສັດທາຂອງເຮົາ. ແລະ ເມື່ອເຮົາແຕ່ລະຄົນເບິ່ງທີ່ພຣະອົງໃນຄວາມນຶກຄິດທຸກຢ່າງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 6:36), ພຣະອົງຈະກາຍເປັນພະລັງທີ່ເປັນອັນໜຶ່ງດຽວກັນໃນຊີວິດຂອງເຮົາ.
ພັນທະສັນຍາ
ບັນທຶກໃນ 4 ນີໄຟ ກ່າວຕໍ່ໄປວ່າ ຜູ້ທີ່ມາຫາສາດສະໜາຈັກ ແລະ ກັບໃຈຈາກບາບຂອງຕົນ “ໄດ້ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູ; ແລະ ພວກເຂົາໄດ້ຮັບພຣະວິນຍານບໍລິສຸດນຳອີກ” (4 ນີໄຟ 1:1). ພວກເຂົາໄດ້ເຂົ້າໄປໃນພັນທະສັນຍາ—ຄວາມສຳພັນທີ່ພິເສດ ແລະ ຜູກພັນ—ກັບພຣະເຈົ້າ.
ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາ, ເຮົາກໍຮັບເອົາພຣະນາມຂອງພຣະຜູ້ເປັນເຈົ້າເປັນສ່ວນບຸກຄົນ. ນອກຈາກນີ້, ເຮົາກໍຮັບເອົາພຣະນາມຂອງພຣະອົງເປັນກຸ່ມໃຫຍ່. ທຸກຄົນທີ່ເຮັດພັນທະສັນຍາ ແລະ ພະຍາຍາມທີ່ຈະຮັກສາມັນ ກໍກາຍເປັນຜູ້ຄົນຂອງພຣະຜູ້ເປັນເຈົ້າ, ເປັນຊັບສົມບັດອັນພິເສດຂອງພຣະອົງ (ເບິ່ງ ອົບພະຍົບ 19:5). ດັ່ງນັ້ນ, ເຮົາຈຶ່ງເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ ທັງເປັນການສ່ວນຕົວ ແລະ ເປັນກຸ່ມໃຫຍ່. ຄວາມສຳພັນແຫ່ງພັນທະສັນຍາຂອງເຮົາກັບພຣະເຈົ້າ ມອບອຸດົມການຢ່າງດຽວກັນ ແລະ ເອກະລັກຢ່າງດຽວກັນໃຫ້ແກ່ເຮົາ. ດັ່ງທີ່ເຮົາຜູກມັດຕົວເຮົາກັບພຣະຜູ້ເປັນເຈົ້າ, ພຣະອົງຈະຊ່ວຍໃຫ້ “ໃຈຂອງ [ເຮົາ] ຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ.” (ໂມໄຊຢາ 18:21).
ຄວາມເປັນທຳ, ຄວາມເທົ່າທຽມ, ແລະ ການຊ່ວຍເຫລືອຄົນຍາກຈົນ
ເລື່ອງລາວໃນ 4 ນີໄຟ ມີຕໍ່ໄປວ່າ: “ບໍ່ມີການຂັດແຍ້ງ ແລະ ການໂຕ້ຖຽງກັນໃນບັນດາພວກເຂົາ, ແລະ ທຸກຄົນກໍໄດ້ປະຕິບັດຕໍ່ກັນໂດຍທ່ຽງທຳ.
“ແລະ ພວກເຂົາມີເຂົ້າຂອງທັງໝົດນຳກັນເປັນສ່ວນລວມ; ສະນັ້ນ ຈຶ່ງບໍ່ມີຄົນຮັ່ງມີ ຫລື ຄົນຍາກຈົນ, ຂ້າທາດ ຫລື ຜູ້ເປັນອິດສະລະ, ແຕ່ພວກເຂົາທຸກຄົນເປັນອິດສະລະ, ແລະ ເປັນຜູ້ມີສ່ວນໃນຂອງປະທານຈາກສະຫວັນ” (4 ນີໄຟ 1:2–3).
ໃນການປະຕິບັດຕໍ່ກັນທາງໂລກ, ພຣະຜູ້ເປັນເຈົ້າຕ້ອງການໃຫ້ເຮົາເປັນທຳ ແລະ ທ່ຽງທຳຕໍ່ກັນແລະກັນ ແລະ ບໍ່ສໍ້ໂກງ ຫລື ເອົາປຽບກັນ (ເບິ່ງ 1 ເທສະໂລນິກ 4:6). ເມື່ອເຮົາເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຍິ່ງຂຶ້ນ, ເຮົາ “ຈະບໍ່ມີຈິດໃຈທີ່ຈະເຮັດສິ່ງອັນຕະລາຍໃຫ້ຊຶ່ງກັນແລະກັນ, ແຕ່ຈະຢູ່ນຳກັນຢ່າງສັນຕິ, ແລະ ມອບໃຫ້ທຸກຄົນຕາມທີ່ເຂົາຄວນຈະໄດ້ຮັບ” (ໂມໄຊຢາ 4:13).
ພຣະຜູ້ເປັນເຈົ້າຍັງໄດ້ບັນຊາເຮົາໃຫ້ເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນນຳອີກ. ເຮົາຄວນ “ໃຫ້ເຂົ້າຂອງທີ່ [ເຮົາ] ມີ” ເພື່ອຊ່ວຍເຫລືອພວກເຂົາ, ຕາມຄວາມສາມາດຂອງເຮົາທີ່ຈະເຮັດເຊັ່ນນັ້ນ, ໂດຍທີ່ບໍ່ຕັດສິນພວກເຂົາ (ເບິ່ງ ໂມໄຊຢາ 4:21–27).
ເຮົາແຕ່ລະຄົນຄວນ “ນັບຖືອ້າຍນ້ອງຂອງຕົນເໝືອນດັ່ງຕົນເອງ” (ຄຳສອນ ແລະ ພັນທະສັນຍາ 38:24). ຖ້າເຮົາເປັນຜູ້ຄົນຂອງພຣະຜູ້ເປັນເຈົ້າ ແລະ ເປັນອັນໜຶ່ງດຽວກັນ, ເຮົາບໍ່ພຽງແຕ່ຕ້ອງປະຕິບັດຕໍ່ກັນຢ່າງເທົ່າທຽມເທົ່ານັ້ນ, ແຕ່ເຮົາຍັງຕ້ອງເບິ່ງກັນແລະກັນວ່າເທົ່າທຽມຢ່າງແທ້ຈິງ ແລະ ຮູ້ສຶກໃນໃຈຂອງເຮົາວ່າເຮົາເທົ່າທຽມກັນນຳອີກ—ເທົ່າທຽມກັນຕໍ່ພຣະພັກຂອງພຣະເຈົ້າ, ໂດຍມີຄ່າເທົ່າທຽມກັນ ແລະ ສັກກະຍະພາບເທົ່າທຽມກັນ.
ການເຊື່ອຟັງ
ບົດຮຽນຕໍ່ໄປຈາກ 4 ນີໄຟ ມາໃນສຳນວນທີ່ລຽບງ່າຍນີ້: “ພວກເຂົາໄດ້ເດີນໄປຕາມພຣະບັນຍັດ ຊຶ່ງພວກເຂົາໄດ້ຮັບຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ” (4 ນີໄຟ 1:12).
ພຣະຜູ້ເປັນເຈົ້າໄດ້ສິດສອນຄຳສອນຂອງພຣະອົງແກ່ຜູ້ຄົນເຫລົ່ານີ້, ໂດຍໄດ້ມອບພຣະບັນຍັດໃຫ້ກັບພວກເຂົາ, ແລະ ໄດ້ເອີ້ນຜູ້ຮັບໃຊ້ຂອງພຣະອົງໃຫ້ມາປະຕິບັດຕໍ່ພວກເຂົາ. ໜຶ່ງໃນພຣະປະສົງຂອງພຣະອົງໃນການເຮັດສິ່ງນີ້ ກໍເພື່ອໃຫ້ແນ່ໃຈວ່າ ຈະບໍ່ມີການໂຕ້ຖຽງກັນໃນທ່າມກາງພວກເຂົາ (ເບິ່ງ 3 ນີໄຟ 11:28–29; 18:34).
ການເຊື່ອຟັງຂອງເຮົາຕໍ່ຄຳສອນຂອງພຣະຜູ້ເປັນເຈົ້າ ແລະ ຜູ້ຮັບໃຊ້ຂອງພຣະອົງ ແມ່ນຈຳເປັນຕໍ່ການກາຍເປັນອັນໜຶ່ງດຽວກັນ. ນີ້ລວມທັງຄຳໝັ້ນສັນຍາຂອງເຮົາທີ່ຈະເຊື່ອຟັງພຣະບັນຍັດເພື່ອກັບໃຈເມື່ອໃດກໍຕາມທີ່ເຮົາຂາດຕົກບົກພ່ອງ ແລະ ເພື່ອຊ່ວຍເຫລືອຊຶ່ງກັນແລະກັນ ຂະນະທີ່ເຮົາພະຍາຍາມທີ່ຈະເຮັດໃຫ້ດີກວ່າເກົ່າ ແລະ ເປັນຄົນທີ່ດີກວ່າເກົ່າໃນທຸກໆມື້.
ຊຸມນຸມກັນ
ຕໍ່ໄປ, ເຮົາຮຽນຮູ້ວ່າ ຜູ້ຄົນໃນ 4 ນີໄຟ “[ສືບຕໍ່] ໃນການຖືສິນອົດເຂົ້າ ແລະ ການອະທິຖານ, ແລະ ການຊຸມນຸມກັນເລື້ອຍໆເພື່ອອະທິຖານ ແລະ ເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ” (4 ນີໄຟ 1:12).
ເຮົາຕ້ອງຊຸມນຸມກັນ. ການຊຸມນຸມກັນເພື່ອນະມັດສະການທຸກອາທິດ ເປັນໂອກາດທີ່ສຳຄັນສຳລັບເຮົາທີ່ຈະພົບຄວາມເຂັ້ມແຂງ, ທັງເປັນສ່ວນບຸກຄົນ ແລະ ເປັນກຸ່ມ. ເຮົາຮັບສ່ວນສິນລະລຶກ, ຮຽນຮູ້, ອະທິຖານ, ຮ້ອງເພງນຳກັນ, ແລະ ສະໜັບສະໜູນຊຶ່ງກັນແລະກັນ. ການເຕົ້າໂຮມອື່ນໆ ຊ່ວຍເສີມສ້າງຄວາມຮູ້ສຶກຂອງການເປັນພາກສ່ວນ, ມິດຕະພາບ, ແລະ ຈຸດປະສົງທີ່ມີຮ່ວມກັນນຳອີກ.
ຄວາມຮັກ
ຈາກນັ້ນ ບັນທຶກໃນ 4 ນີໄຟ ໄດ້ມອບສິ່ງທີ່ອາດເປັນກະແຈສຳຄັນຕໍ່ສິ່ງທັງໝົດນີ້—ສິ່ງທີ່ຫາກປາດສະຈາກມັນ ກໍຈະບໍ່ສາມາດບັນລຸຄວາມເປັນອັນໜຶ່ງດຽວກັນທີ່ແທ້ຈິງໄດ້: “ມັນບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ” (4 ນີໄຟ 1:15).
ສັນຕິສຸກສ່ວນຕົວຈະສາມາດເອື້ອມເຖິງໄດ້ ເມື່ອເຮົາ, ໃນຄວາມອ່ອນນ້ອມຖ່ອມຕົນ, ຮັກພຣະເຈົ້າຢ່າງແທ້ຈິງ. ນັ້ນແຫລະ ແມ່ນກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ. ການຮັກພຣະເຈົ້າຫລາຍກວ່າຄົນອື່ນໆ ຫລື ສິ່ງອື່ນໆ ແມ່ນເງື່ອນໄຂທີ່ນຳສັນຕິສຸກ, ການປອບໂຍນ, ຄວາມໝັ້ນໃຈ, ແລະ ຄວາມຊື່ນຊົມທີ່ແທ້ຈິງມາໃຫ້. ເມື່ອເຮົາພັດທະນາຄວາມຮັກຂອງພຣະເຈົ້າ ແລະ ພຣະເຢຊູຄຣິດ, ຄວາມຮັກຂອງຄອບຄົວ ແລະ ເພື່ອນບ້ານກໍຈະຕາມມາຢ່າງເປັນທຳມະຊາດ.
ຄວາມຊື່ນຊົມອັນຍິ່ງໃຫຍ່ທີ່ສຸດ ທີ່ເຮົາຈະເຄີຍປະສົບເກີດຂຶ້ນເມື່ອເຮົາຫລົງໄຫລໃນຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ຕໍ່ລູກໆທຸກຄົນຂອງພຣະອົງ.
ຄວາມໃຈບຸນ, ຄວາມຮັກອັນບໍລິສຸດຂອງພຣະຄຣິດ, ເປັນຢາຕ້ານຄວາມຂັດແຍ້ງ. ມັນແມ່ນບຸກຄະລິກລັກສະນະຕົ້ນຕໍຂອງຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ. ເມື່ອເຮົາຖ່ອມໃຈລົງຕໍ່ພຣະພັກຂອງພຣະເຈົ້າ ແລະ ອະທິຖານດ້ວຍສຸດກຳລັງແຫ່ງໃຈຂອງເຮົາ, ພຣະອົງຈະປະທານຄວາມໃຈບຸນໃຫ້ເຮົາ (ເບິ່ງ ໂມໂຣໄນ 7:48).
ເມື່ອເຮົາທຸກຄົນພະຍາຍາມທີ່ຈະໃຫ້ຄວາມຮັກຂອງພຣະເຈົ້າສະຖິດຢູ່ໃນໃຈຂອງເຮົາ, ອັດສະຈັນແຫ່ງຄວາມເປັນອັນໜຶ່ງດຽວກັນຈະເບິ່ງຄືວ່າເປັນທຳມະຊາດສຳລັບເຮົາຢ່າງສິ້ນເຊີງ.
ເອກະລັກແຫ່ງສະຫວັນ
ທ້າຍທີ່ສຸດ, ຜູ້ຄົນໃນ 4 ນີໄຟ ໄດ້ສະແດງເຄື່ອງໝາຍຂອງຄວາມເປັນອັນໜຶ່ງດຽວກັນທີ່ສົມຄວນໄດ້ຮັບຄວາມສົນໃຈຈາກເຮົາ: “ມັນບໍ່ມີໂຈນ, ຫລື ຄາດຕະກອນ, ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ” (4 ນີໄຟ 1:17).
ການຈຳແນກທີ່ໄດ້ແບ່ງແຍກຜູ້ຄົນມາເປັນເວລາຫລາຍຮ້ອຍປີ ໄດ້ຖອຍຫ່າງໃຫ້ເອກະລັກທີ່ຍືນຍົງ ແລະ ສູງສົ່ງກວ່າ. ພວກເຂົາເບິ່ງຕົນເອງ—ແລະ ຄົນອື່ນໆທຸກຄົນ—ອີງຕາມຄວາມສຳພັນຂອງພວກເຂົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ.
ຄວາມຫລາກຫລາຍ ແລະ ຄວາມແຕກຕ່າງ ສາມາດເປັນສິ່ງທີ່ດີ ແລະ ສຳຄັນແກ່ເຮົາ. ແຕ່ເອກະລັກທີ່ສຳຄັນທີ່ສຸດຂອງເຮົາ ແມ່ນເອກະລັກທີ່ກ່ຽວຂ້ອງກັບຕົ້ນກຳເນີດ ແລະ ຈຸດປະສົງແຫ່ງສະຫວັນຂອງເຮົາ.
ກ່ອນອື່ນໝົດ, ເຮົາແຕ່ລະຄົນເປັນລູກຂອງພຣະເຈົ້າ. ສອງ, ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາແຕ່ລະຄົນເປັນລູກແຫ່ງພັນທະສັນຍາ. ແລະ ສາມ, ເຮົາແຕ່ລະຄົນເປັນສານຸສິດຂອງພຣະເຢຊູຄຣິດ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ເຮົາທຸກຄົນຢ່າປ່ອຍໃຫ້ຕົວລະບຸອື່ນ “ເຂົ້າແທນ, ແທນທີ່, ຫລື ມີລຳດັບຄວາມສຳຄັນເໜືອຕຳແໜ່ງທັງສາມທີ່ຍືນຍົງເຫລົ່ານີ້.”
ເປັນອັນໜຶ່ງອັນດຽວກັນ
ພຣະເຈົ້າໄດ້ເຊື້ອເຊີນທຸກຄົນໃຫ້ມາຫາພຣະອົງ. ຍັງມີບ່ອນວ່າງສຳລັບທຸກຄົນ. ເຮົາອາດແຕກຕ່າງກັນດ້ານວັດທະນະທຳ, ການເມືອງ, ຊົນເຜົ່າ, ລົດສະນິຍົມ, ແລະ ດ້ານອື່ນໆອີກຫລາຍດ້ານ. ແຕ່ເມື່ອເຮົາເປັນອັນໜຶ່ງດຽວກັນໃນພຣະເຢຊູຄຣິດ, ຄວາມສຳຄັນຂອງຄວາມແຕກຕ່າງກັນດັ່ງກ່າວກໍຈະຈາງຫາຍໄປ ແລະ ຈະຖືກແທນທີ່ດ້ວຍຄວາມປາດຖະໜາອັນແຮງກ້າທີ່ຈະເປັນອັນໜຶ່ງອັນດຽວກັນ—ເພື່ອວ່າເຮົາຈະເປັນຂອງພຣະອົງ.
ຈົ່ງເກັບເອົາບົດຮຽນທີ່ສິດສອນໃນ 4 ນີໄຟມາໃສ່ໄວ້ໃນໃຈ. ເມື່ອເຮົາແຕ່ລະຄົນພະຍາຍາມທີ່ຈະຮວມອົງປະກອບທີ່ຈຳເປັນຂອງຄວາມເປັນອັນໜຶ່ງດຽວກັນເຫລົ່ານີ້ໃສ່ໃນຊີວິດຂອງເຮົາ, ອາດມີການກ່າວເຖິງເຮົາ, ດັ່ງທີ່ໄດ້ມີການກ່າວເຖິງພວກເຂົາວ່າ, “ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ” (4 ນີໄຟ 1:16).
© 2024 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, October 2024. Laotian. 19359 331