ຄູ່​ມື ແລະ ການ​ເອີ້ນ
ການ​ໃຊ້​ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ


“ການ​ໃຊ້ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023)

“ການ​ໃຊ້ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ການ​ໃຊ້ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ ເປັນ​ການ​ຮວບ​ຮວມ​ຄຳ​ແນະ​ນຳ​ທີ່​ສຳ​ຄັນ​ທີ່​ສຸດ​ຈາກ​ສະ​ບັບ​ເຕັມ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ມັນ​ແມ່ນ​ສຳ​ລັບ​ຜູ້​ນຳ​ທີ່:

  • ຍັງ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ຄູ່​ມື​ສະ​ບັບ​ເຕັມ​ໃນ​ພາ​ສາ​ທີ່​ຕ້ອງ​ການ​ໄດ້.

  • ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ລຸ້ນ​ຫຍໍ້​ຂອງ ຄູ່​ມື​ທົ່ວ​ໄປ.

ບົດ, ພາກ, ແລະ ຕົວ​ເລກ​ຍ່ອຍ​ທີ່​ໃຊ້​ໃນ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ ກົງ​ກັບ​ຕົວ​ເລກ​ທີ່​ໃຊ້​ໃນ​ສະ​ບັບ​ເຕັມ​ຂອງ ຄູ່​ມື​ທົ່ວ​ໄປ. ສິ່ງ​ນີ້​ເຮັດ​ໃຫ້​ງ່າຍ​ຂຶ້ນ​ຕໍ່​ການ​ອ້າງ​ອີງ ແລະ ປຽບ​ທຽບ​ໃສ່​ກັນ.

ຕົວ​ເລກ​ໃນ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ ບາງ​ຄັ້ງ​ຈະ​ຂ້າມ​ຕົວ​ເລກ​ຂອງ​ບາງ​ພາກ ຫລື ພາກ​ສ່ວນ​ຍ່ອຍ​ໃນ​ຄູ່​ມື​ສະ​ບັບ​ເຕັມ. ນັ້ນ​ເປັນ​ເພາະ​ຄູ່​ມື​ສະ​ບັບ​ຫຍໍ້​ນີ້​ມີ​ສະ​ເພາະ​ເນື້ອ​ຫາ​ທີ່​ສຳ​ຄັນ​ທີ່​ສຸດ​ຈາກ​ຄູ່​ມື​ສະ​ບັບ​ເຕັມ.

ເຖິງ​ແມ່ນ​ວ່າ ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ ໃຫ້​ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ທີ່​ຖາມ​ເລື້ອຍໆ​ຂອງ​ຜູ້​ນຳ​ຫລາຍໆ​ຂໍ້, ແຕ່​ຜູ້​ນຳ​ມັກ​ຈະ​ມີ​ຄຳ​ຖາມ​ບາງ​ຂໍ້​ທີ່​ຄູ່​ມື​ບໍ່​ໄດ້​ຊີ້​ແຈງ ຫລື ຕອບ​ໄດ້​ຄົບ​ຖ້ວນ. ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ, ຜູ້​ນຳ​ສາ​ມາດ​ໃຊ້ ຄູ່​ມື​ທົ່ວ​ໄປ ສະ​ບັບ​ເຕັມ ຖ້າ​ມັນ​ມີ​ໃຫ້​ໃຊ້​ໃນ​ພາ​ສາ​ທີ່​ເຂົາ​ເຈົ້າ​ສາ​ມາດ​ໃຊ້. ຜູ້​ນຳ​ກໍ​ສາ​ມາດ​ປຶກ​ສາ​ກັບ​ຜູ້​ມີ​ສິດ​ອຳ​ນາດ​ຄວບ​ຄຸມ​ໂດຍ​ກົງ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ນຳ​ພາ​ເຊັ່ນ​ກັນ.

ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ ຂະ​ນະ​ທີ່​ທ່ານ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ

ພິມ