ຄູ່​ມື ແລະ ການ​ເອີ້ນ
21. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ


“21. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“21. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ຍົກ​ກ້ອນ​ຫີນ

21.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

21.0

ຄຳ​ນຳ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໝາຍ​ເຖິງ​ການ​ຮັບ​ໃຊ້​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ (ເບິ່ງ ມັດ​ທາຍ 20:26–28).

ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຮັບ​ການ​ດູ​ແລ​ເຊັ່ນ​ນັ້ນ. ດ້ວຍ​ເຫດ​ຜົນ​ນີ້, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈຶ່ງ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄົວ​ເຮືອນ. ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຖືກ​ມອບ​ໝາຍ​ໃຫ້​ກັບ​ເອື້ອຍ​ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ແຕ່​ລະ​ຄົນ.

21.1

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເອື້ອຍ​ນ້ອງ ແລະ ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ເອື້ອຍ​ນ້ອງ ແລະ ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ມອບ​ໝາຍ​ໃຫ້​ເຂົາ​ເຈົ້າ:

  • ຊ່ວຍ​ເຂົາ​ເຈົ້າ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

  • ຊ່ວຍ​ເຂົາ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ​ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ.

  • ຫລິງ​ເຫັນ​ຄວາມ​ຕ້ອງ​ການ ແລະ ໃຫ້​ຄວາມ​ຮັກ, ການ​ດູ​ແລ, ແລະ ການ​ຮັບ​ໃຊ້​ເໝືອນ​ດັ່ງ​ພຣະ​ຄຣິດ.

  • ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ແລະ ທາງ​ໂລກ.

21.2

ການ​ຈັດ​ລະ​ບຽບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

21.2.1

ການ​ມອບ​ໝາຍ​ວຽກ​ງານ

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ພິ​ຈາ​ລະ​ນາ​ວຽກ​ງານ​ມອບ​ໝາຍ​ດ້ວຍ​ການ​ອະ​ທິ​ຖານ​ສຳ​ລັບ​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ເຈົ້າ​ມອບ​ໝາຍ​ອ້າຍ​ນ້ອງ​ສອງ​ຄົນ ຫລື ເອື້ອຍ​ນ້ອງ​ສອງ​ຄົນ​ໃຫ້​ເປັນ​ຄູ່​ກັນ. ເຂົາ​ເຈົ້າ​ສະ​ແຫວງ​ຫາ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ​ສຳ​ລັບ​ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໜ້າ​ທີ່​ມອບ​ໝາຍ.

ຄູ່​ແຕ່ງ​ງານ​ອາດ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ ຫລື ຄອບ​ຄົວ​ນຳ​ກັນ.

ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ບໍ່​ຖືກ​ເອີ້ນ, ສະ​ໜັບ​ສະ​ໜູນ, ຫລື ແຕ່ງ​ຕັ້ງ​ເປັນ​ທາງ​ການ.

21.2.2

ການ​ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສຳ​ລັບ​ຊາວ​ໜຸ່ມ

ຍິງ​ໜຸ່ມ​ອາດ​ຮັບ​ໃຊ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄູ່​ກັບ​ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເມື່ອ​ຍິງ​ໜຸ່ມ​ເຕັມ​ໃຈ ແລະ ສາ​ມາດ. ເຂົາ​ເລີ່ມ​ຕົ້ນ​ຮັບ​ໃຊ້​ໃນ​ປີ​ທີ່​ເຂົາ​ອາ​ຍຸ​ຄົບ 14 ປີ.

ຊາຍ​ໜຸ່ມ​ຮັບ​ໃຊ້​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄູ່​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເມື່ອ​ເຂົາ​ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຂອງ​ຄູ​ສອນ ຫລື ປະ​ໂລ​ຫິດ.

21.3

ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ປະ​ທານ​ກຸ່ມ​ແອວ​ເດີ ແລະ ທີ່​ປຶກ​ສາ​ຂອງ​ລາວ​ສຳ​ພາດ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ທີ່​ປຶກ​ສາ​ຂອງ​ລາວ​ສຳ​ພາດ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ການ​ສຳ​ພາດ​ເຫລົ່າ​ນີ້​ຖືກ​ຈັດ​ຂຶ້ນ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ​ຕໍ່​ໄຕ​ມາດ.

ຈຸດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ແມ່ນ​ເພື່ອ:

  • ປຶກ​ສາ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ, ຄວາມ​ຕ້ອງ​ການ, ແລະ ການ​ທ້າ​ທາຍ​ຂອງ​ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ມອບ​ໝາຍ​ໃຫ້.

  • ສົນ​ທະ​ນາ​ວິ​ທີ​ຊ່ວຍ​ເຫລືອ​ບຸກ​ຄົນ​ກຽມ​ພ້ອມ​ທີ່​ຈະ​ຮັບ​ພິ​ທີ​ການ​ຖ້າ​ຈຳ​ເປັນ.

  • ພິ​ຈາ​ລະ​ນາ​ວິ​ທີ​ທີ່​ກຸ່ມ​ແອວ​ເດີ, ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ສະ​ພາ​ຫວອດ, ແລະ ຄົນ​ອື່ນໆ​ສາ​ມາດ​ຊ່ວຍ​ເຫລືອ.

  • ສິດ​ສອນ ແລະ ຊຸກ​ຍູ້​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

21.4

ການ​ປະ​ສານ​ວຽກ​ງານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ພົບ​ກັນ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ​ຕໍ່​ໄຕ​ມາດ. ເຂົາ​ເຈົ້າ​ທົບ​ທວນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ເບິ່ງ 21.3). ເຂົາ​ເຈົ້າ​ປະ​ສານ​ວຽກ​ງານ​ການ​ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ໃນ​ໜ່ວຍ​ທີ່​ມີ​ສະ​ມາ​ຊິກ​ເຂັ້ມ​ແຂງ​ໜ້ອຍ​ຄົນ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ປະ​ທານ​ກຸ່ມ​ແອວ​ເດີ​ອາດ​ຕັດ​ສິນ​ໃຈ​ບໍ່​ມອບ​ໝາຍ​ທັງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃຫ້​ກັບ​ສະ​ມາ​ຊິກ​ບາງ​ຄົນ.

ພິມ