“22. ການຈັດຫາໃຫ້ຕາມຄວາມຕ້ອງການທາງໂລກ ແລະ ການສ້າງການກຸ້ມຕົນເອງ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“22. ການຈັດຫາໃຫ້ຕາມຄວາມຕ້ອງການທາງໂລກ ແລະ ການສ້າງການກຸ້ມຕົນເອງ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
22.
ການຈັດຫາໃຫ້ຕາມຄວາມຕ້ອງການທາງໂລກ ແລະ ການສ້າງການກຸ້ມຕົນເອງ
22.0
ຄຳນຳ
ສະມາຊິກຂອງສາດສະໜາຈັກເຮັດພັນທະສັນຍາ “ທີ່ຈະແບກຫາບພາລະຂອງກັນແລະກັນ, … ທີ່ຈະເປັນທຸກກັບຄົນທີ່ເປັນທຸກ … , ແລະ ປອບໃຈຄົນທີ່ຕ້ອງການຄວາມປອບໃຈ” (ໂມໄຊຢາ 18:8–9).
ສະມາຊິກຂອງສາດສະໜາຈັກກໍໄດ້ຮັບຄຳແນະນຳໃຫ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ການກຸ້ມຕົນເອງຂອງເຂົາເຈົ້າ ຜ່ານທາງການເຮັດວຽກງານຢ່າງພາກພຽນນຳອີກ ແລະ ດ້ວຍຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າ. ການກຸ້ມຕົນເອງຄືຄວາມສາມາດ, ຄວາມຕັ້ງໃຈ, ແລະ ຄວາມພະຍາຍາມທີ່ຈະຈັດຫາສິ່ງຈຳເປັນທາງໂລກ ແລະ ທາງວິນຍານໃຫ້ຕົວເອງ ແລະ ຄອບຄົວ.
ຄວາມພະຍາຍາມຂອງບຸກຄົນ ແລະ ຄອບຄົວ
22.1
ສ້າງການກຸ້ມຕົນເອງ
ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ສະມາຊິກສ້າງການກຸ້ມຕົນເອງໃນວິທີດັ່ງຕໍ່ໄປນີ້:
-
ພັດທະນາຄວາມເຂັ້ມແຂງທາງວິນຍານ, ຮ່າງກາຍ, ແລະ ອາລົມ.
-
ມີການສຶກສາ ແລະ ການງານ.
-
ປັບປຸງການກຽມພ້ອມທາງໂລກ.
22.1.4
ການກຽມພ້ອມທາງໂລກ
ພຣະຄຳພີສິດສອນຄວາມສຳຄັນຂອງການກຽມພ້ອມ (ເບິ່ງ ເອເຊກຽນ 38:7; ຄຳສອນ ແລະ ພັນທະສັນຍາ 38:30). ສະມາຊິກຖືກແນະນຳໃຫ້ກຽມພ້ອມ ເພື່ອວ່າເຂົາເຈົ້າຈະສາມາດດູແລຕົນເອງ, ຄອບຄົວຂອງຕົນ, ແລະ ຄົນອື່ນໆໃນຍາມຂັດສົນ.
ສະມາຊິກເພີ່ມການກຽມພ້ອມທາງການເງິນໂດຍການ:
-
ຈ່າຍສ່ວນສິບ ແລະ ເງິນບໍລິຈາກ (ເບິ່ງ ມາລາກີ 3:8–12).
-
ປົດໜີ້ສິນ ແລະ ຫລີກລ້ຽງຈາກໜີ້ສິນເທົ່າທີ່ເຮັດໄດ້.
-
ກຽມພ້ອມ ແລະ ດຳລົງຊີວິດຕາມງົບປະມານ.
-
ເກັບອອມເພື່ອອະນາຄົດ.
-
ຮັບການສຶກສາທີ່ເໝາະສົມ ເພື່ອຊ່ວຍເຂົາເຈົ້າຫາລ້ຽງຕົນເອງ ແລະ ຄອບຄົວໄດ້ (ເບິ່ງ 22.3.3).
ການກຽມພ້ອມກໍຍັງລວມທັງການພັດທະນາແຜນການດູແລຄວາມຕ້ອງການພື້ນຖານໃນພາວະສຸກເສີນນຳອີກ. ສະມາຊິກຖືກຊຸກຍູ້ໃຫ້ເກັບຕຸນສະບຽງອາຫານ, ນ້ຳ, ແລະ ສິ່ງຈຳເປັນອື່ນໆສຳລັບໄລຍະສັ້ນ ແລະ ໄລຍະຍາວ.
22.2
ປະຕິບັດສາດສະໜາກິດຕໍ່ຜູ້ມີຄວາມຕ້ອງການທາງໂລກ ແລະ ທາງອາລົມ
ສານຸສິດຂອງພຣະຜູ້ເປັນເຈົ້າໄດ້ຖືກສິດສອນໃຫ້ “ຮັກ … ແລະ ຮັບໃຊ້ຊຶ່ງກັນແລະກັນ” ແລະ ໃຫ້ “ຊ່ວຍເຫລືອຄົນທີ່ຕ້ອງການຄວາມຊ່ວຍເຫລືອ” (ໂມໄຊຢາ 4:15–16). ສະມາຊິກພະຍາຍາມເບິ່ງຄົນອື່ນເຊັ່ນດຽວກັບທີ່ພຣະຜູ້ຊ່ວຍໃຫ້ລອດເບິ່ງເຂົາເຈົ້າ, ເຂົ້າໃຈຄວາມເຂັ້ມແຂງ ແລະ ຄວາມຕ້ອງການຈຳເພາະຂອງເຂົາເຈົ້າ. ຄວາມຕ້ອງການເຫລົ່ານີ້ອາດລວມທັງ ອາຫານ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ, ການສຶກສາ, ການງານ, ສຸຂະພາບຮ່າງກາຍ, ແລະ ຄວາມເປັນຢູ່ທີ່ດີທາງອາລົມ.
22.2.1
ຄັງຂອງພຣະຜູ້ເປັນເຈົ້າ
ແຫລ່ງຊ່ວຍເຫລືອທັງໝົດມີໃຫ້ສາດສະໜາຈັກ ເພື່ອຊ່ວຍຄົນຂັດສົນທາງໂລກເອີ້ນວ່າ ຄັງຂອງພຣະຜູ້ເປັນເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 82:18–19). ສິ່ງເຫລົ່ານີ້ແມ່ນລວມທັງການບໍລິຈາກເວລາ, ພອນສະຫວັນ, ຄວາມເຫັນອົກເຫັນໃຈ, ສິ່ງຂອງ, ແລະ ຊັບສິນ ເພື່ອຊ່ວຍເຫລືອຄົນຂັດສົນ.
ຄັງຂອງພຣະຜູ້ເປັນເຈົ້າມີຢູ່ໃນແຕ່ລະຫວອດ ແລະ ສະເຕກ. ສ່ວນຫລາຍຜູ້ນຳສາມາດຊ່ວຍບຸກຄົນ ແລະ ຄອບຄົວຊອກຫາວິທີຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າ ໂດຍການເພິ່ງອາໄສຄວາມຮູ້, ທັກສະ, ແລະ ການຮັບໃຊ້ ທີ່ໄດ້ຮັບຈາກສະມາຊິກຫວອດ ແລະ ສະເຕກ.
22.2.2
ກົດແຫ່ງການຖືສິນອົດເຂົ້າ ແລະ ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ
ພຣະຜູ້ເປັນເຈົ້າໄດ້ສະຖາປະນາກົດແຫ່ງການຖືສິນອົດເຂົ້າ ແລະ ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ເພື່ອເປັນພອນໃຫ້ແກ່ຜູ້ຄົນຂອງພຣະອົງ ແລະ ເພື່ອຫາວິທີໃຫ້ເຂົາເຈົ້າຮັບໃຊ້ຄົນຂັດສົນ. ສະມາຊິກເຂົ້າໃກ້ຊິດພຣະຜູ້ເປັນເຈົ້າຫລາຍຂຶ້ນ ແລະ ເພີ່ມພູນຄວາມເຂັ້ມແຂງທາງວິນຍານ ເມື່ອເຂົາເຈົ້າດຳລົງຊີວິດຕາມກົດແຫ່ງການຖືສິນອົດເຂົ້າ. (ເບິ່ງ ເອຊາຢາ 58:6–12; ມາລາກີ 3:8–12.)
ການຖືສິນອົດເຂົ້າສາມາດເຮັດໄດ້ທຸກເວລາ. ເຖິງຢ່າງໃດກໍຕາມ, ຕາມປົກກະຕິແລ້ວ ສະມາຊິກຖືປະຕິບັດວັນຊະບາໂຕທຳອິດຂອງເດືອນເປັນວັນຖືສິນອົດເຂົ້າ. ຕາມປົກກະຕິແລ້ວ ວັນຖືສິນອົດເຂົ້າແມ່ນລວມທັງດັ່ງຕໍ່ໄປນີ້:
-
ການອະທິຖານ
-
ການບໍ່ກິນອາຫານ ແລະ ເຄື່ອງດື່ມເປັນເວລາ 24 ຊົ່ວໂມງ (ຖ້າຮ່າງກາຍສາມາດ)
-
ການບໍລິຈາກເງິນດ້ວຍການຖືສິນອົດເຂົ້າຢ່າງເພື່ອແຜ່
ເງິນບໍລິຈາກດ້ວຍການຖືສິນອົດເຂົ້າເປັນເງິນບໍລິຈາກເພື່ອຊ່ວຍຄົນຂັດສົນ. ເມື່ອສະມາຊິກຖືສິນອົດເຂົ້າ, ເຂົາເຈົ້າຖືກເຊື້ອເຊີນໃຫ້ບໍລິຈາກຢ່າງໜ້ອຍເທົ່າກັບຄ່າອາຫານທີ່ເຂົາເຈົ້າບໍ່ໄດ້ກິນ.
ສະມາຊິກສາມາດມອບເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ພ້ອມກັບໃບສ່ວນສິບ ແລະ ເງິນບໍລິຈາກອື່ນໆ ໃຫ້ອະທິການ ຫລື ໃຫ້ທີ່ປຶກສາຄົນໜຶ່ງຂອງເພິ່ນ. ໃນບາງເຂດ, ເຂົາເຈົ້າກໍສາມາດບໍລິຈາກທາງ ການບໍລິຈາກທາງອອນລາຍ.
ຄວາມພະຍາຍາມຂອງຜູ້ນຳ
22.3
ແບບແຜນສຳລັບການສ້າງການກຸ້ມຕົນເອງ ແລະ ການປະຕິບັດສາດສະໜາກິດຕໍ່ຄົນຂັດສົນ
22.3.1
ຊອກຫາຄົນຂັດສົນ
ອະທິການມີໜ້າທີ່ຮັບຜິດຊອບອັນສັກສິດໃນການຊອກຫາ ແລະ ດູແລຄົນຂັດສົນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:112). ຄົນອື່ນທີ່ມີບົດບາດສຳຄັນໃນການຊ່ວຍອະທິການກັບໜ້າທີ່ຮັບຜິດຊອບເຫລົ່ານີ້ແມ່ນລວມທັງ:
-
ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ.
-
ຝ່າຍປະທານສະມາຄົມສະຕີສົງເຄາະ ແລະ ຝ່າຍປະທານກຸ່ມແອວເດີ.
-
ທີ່ປຶກສາຂອງອະທິການ.
-
ສະມາຊິກຄົນອື່ນໆໃນສະພາຫວອດ.
22.3.2
ຊ່ວຍສະມາຊິກປະເມີນ ແລະ ແກ້ໄຂຄວາມຕ້ອງການໄລຍະສັ້ນ
ສະມາຊິກພະຍາຍາມສະໜອງຄວາມຕ້ອງການພື້ນຖານຂອງຕົນຜ່ານທາງຄວາມພະຍາຍາມຂອງຕົນເອງ ແລະ ຄວາມຊ່ວຍເຫລືອຈາກຍາດພີ່ນ້ອງ. ເມື່ອແຫລ່ງຊ່ວຍເຫລືອເຫລົ່ານີ້ບໍ່ພຽງພໍ, ສະມາຊິກອາດຕ້ອງການຄວາມຊ່ວຍເຫລືອຈາກແຫລ່ງອື່ນໆດັ່ງເຊັ່ນ:
-
ແຫລ່ງຊ່ວຍເຫລືອຈາກລັດຖະບານ ແລະ ຊຸມຊົນ (ເບິ່ງ 22.12).
-
ການຊ່ວຍເຫລືອຈາກສາດສະໜາຈັກ.
ການຊ່ວຍເຫລືອຈາກສາດສະໜາຈັກອາດລວມທັງ ການຊ່ວຍເຫລືອຄວາມຕ້ອງການໄລຍະສັ້ນ ດັ່ງເຊັ່ນ ອາຫານ, ເຄື່ອງອະນາໄມ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ, ຫລື ສິ່ງຈຳເປັນອື່ນໆ. ອະທິການຈະໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າເພື່ອສະໜອງຄວາມຕ້ອງການເຫລົ່ານີ້. ໃນບ່ອນທີ່ມີໃບສັ່ງຊື້ຂອງອະທິການ, ໂດຍທົ່ວໄປແລ້ວ ອະທິການຈະໃຊ້ໃບເຫລົ່ານັ້ນ ເພື່ອຊື້ອາຫານ ແລະ ສິ່ງຂອງຈຳເປັນອື່ນໆ (ເບິ່ງ “ໃບສັ່ງຊື້ຂອງອະທິການ ແລະ ຊື່ແນະນຳ” ໃນ ແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ [LCR]).
22.3.3
ຊ່ວຍສະມາຊິກສ້າງການກຸ້ມຕົນເອງໄລຍະຍາວ
ສະມາຊິກອາດຕ້ອງການຄວາມຊ່ວຍເຫລືອເພື່ອແກ້ໄຂການທ້າທາຍໄລຍະຍາວ. ການສຶກສາ, ການຝຶກອາຊີບ, ຫລື ແຫລ່ງຊ່ວຍເຫລືອອື່ນໆ ສາມາດຊ່ວຍເຂົາເຈົ້າສ້າງການກຸ້ມຕົນເອງ ແລະ ຈັດຫາໃຫ້ຕົນຕາມຄວາມຕ້ອງການໄລຍະຍາວຂອງຕົນໄດ້.
ແຜນການກຸ້ມຕົນເອງ ຊ່ວຍສະມາຊິກໃຫ້ຮູ້ຈັກຄວາມເຂັ້ມແຂງ ແລະ ຄວາມຕ້ອງການຂອງຕົນ. ມັນກໍຊ່ວຍເຂົາເຈົ້າພົບເຫັນແຫລ່ງຊ່ວຍເຫລືອທີ່ເປັນປະໂຫຍດນຳອີກ. ແຜນນີ້ຄວນຖືກໃຊ້ທຸກເທື່ອເມື່ອພິຈາລະນາໃຫ້ການຊ່ວຍເຫລືອຈາກສາດສະໜາຈັກ.
22.3.4
ປະຕິບັດສາດສະໜາກິດຕໍ່ຜູ້ມີຄວາມຕ້ອງການທາງອາລົມ
ສະມາຊິກຈຳນວນຫລວງຫລາຍປະສົບກັບການທ້າທາຍທາງອາລົມ. ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ແລະ ຜູ້ນຳໃນຫວອດສາມາດເປັນເຄື່ອງມືໃນການຊ່ວຍສະມາຊິກກັບການທ້າທາຍເຫລົ່ານີ້.
22.4
ຫລັກທຳສຳລັບການໃຫ້ຄວາມຊ່ວຍເຫລືອຈາກສາດສະໜາຈັກ
ດ້ວຍການຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ສະມາຊິກສະແຫວງຫາທີ່ຈະຈັດຫາໃຫ້ຕົວເອງ ແລະ ຄອບຄົວຂອງຕົນ.
ການຊ່ວຍເຫລືອຈາກສາດສະໜາຈັກມີເຈດຕະນາເພື່ອຊ່ວຍໃຫ້ສະມາຊິກພັດທະນາການເພິ່ງພາອາໄສຕົນເອງ, ບໍ່ແມ່ນການເພິ່ງພາອາໄສຄົນອື່ນ. ການຊ່ວຍເຫລືອໃດໆທີ່ໄດ້ຮັບ ຄວນເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະກຸ້ມຕົນເອງ.
22.4.1
ສົ່ງເສີມໜ້າທີ່ຮັບຜິດຊອບສ່ວນບຸກຄົນ ແລະ ຄອບຄົວ
ຜູ້ນຳສິດສອນວ່າ ບຸກຄົນ ແລະ ຄອບຄົວມີໜ້າທີ່ຮັບຜິດຊອບຕົ້ນຕໍສຳລັບຄວາມຜາສຸກທາງໂລກ, ທາງອາລົມ, ແລະ ທາງວິນຍານຂອງຕົນເອງ.
ກ່ອນໃຫ້ການຊ່ວຍເຫລືອຈາກສາດສະໜາຈັກ, ອະທິການ (ຫລື ຜູ້ນຳ ຫລື ສະມາຊິກອີກຄົນໜຶ່ງທີ່ເພິ່ນມອບໝາຍ) ຈະສຳພາດສະມາຊິກວ່າ ເຂົາເຈົ້າໃຊ້ແຫລ່ງຊ່ວຍເຫລືອໃດແດ່ ເພື່ອຊ່ວຍສະໜອງຄວາມຕ້ອງການຂອງເຂົາເຈົ້າ.
22.4.2
ໃຫ້ການຊ່ວຍເຫລືອຊົ່ວຄາວສຳລັບສິ່ງຈຳເປັນ
ເປົ້າໝາຍຂອງການຊ່ວຍເຫລືອຈາກສາດສະໜາຈັກແມ່ນເພື່ອສະໜອງຄວາມຕ້ອງການພື້ນຖານພຽງຊົ່ວຄາວ ຂະນະທີ່ສະມາຊິກພະຍາຍາມກຸ້ມຕົນເອງ.
ອະທິການຄວນໃຊ້ການຕັດສິນໃຈທີ່ດີ ແລະ ສະແຫວງຫາການຊີ້ນຳທາງວິນຍານ ເມື່ອພິຈາລະນາຈຳນວນ ແລະ ຄວາມຍາວນານຂອງການຊ່ວຍເຫລືອ. ພວກເພິ່ນຄວນເຫັນອົກເຫັນໃຈ ແລະ ເພື່ອແຜ່ ຂະນະດຽວກັນ ກໍບໍ່ໃຫ້ເກີດການເພິ່ງພາອາໄສຄົນອື່ນ.
22.4.3
ຈັດຫາແຫລ່ງຊ່ວຍເຫລືອ ຫລື ໜ່ວຍບໍລິການແທນທີ່ຈະໃຫ້ເງິນສົດ
ຖ້າເປັນໄປໄດ້, ອະທິການຄວນຫລີກລ້ຽງຈາກການໃຫ້ເງິນສົດ. ແທນນັ້ນ, ເພິ່ນຄວນໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ຫລື ໃຊ້ໃບສັ່ງຊື້ຂອງອະທິການ ເພື່ອຈັດຫາອາຫານ ຫລື ໜ່ວຍບໍລິການໃຫ້ສະມາຊິກ. ແລ້ວສະມາຊິກສາມາດໃຊ້ເງິນຂອງຕົນເອງໃຊ້ຈ່າຍກັບສິ່ງອື່ນທີ່ຈຳເປັນ.
ເມື່ອສິ່ງເຫລົ່ານີ້ຍັງບໍ່ພຽງພໍ, ອະທິການອາດໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າເພື່ອຊຳລະຄ່າໃຊ້ຈ່າຍທີ່ຈຳເປັນໃຫ້ຊົ່ວຄາວ (ເບິ່ງ 22.5.2).
22.4.4
ສະເໜີໂອກາດໃຫ້ເຮັດວຽກ ຫລື ຮັບໃຊ້
ອະທິການເຊື້ອເຊີນຜູ້ທີ່ໄດ້ຮັບການຊ່ວຍເຫລືອໃຫ້ເຮັດວຽກ ຫລື ຮັບໃຊ້ຕາມທີ່ເຂົາເຈົ້າສາມາດ. ສິ່ງນີ້ຊ່ວຍໃຫ້ສະມາຊິກຮູ້ສຶກວ່າຕົນຍັງມີສັກສີ. ມັນກໍຍັງເພີ່ມຄວາມສາມາດຂອງເຂົາເຈົ້າທີ່ຈະກຸ້ມຕົນເອງຫລາຍຂຶ້ນ.
22.4.5
ຮັກສາຂໍ້ມູນກ່ຽວກັບການຊ່ວຍເຫລືອຈາກສາດສະໜາຈັກໄວ້ເປັນຄວາມລັບ
ອະທິການ ແລະ ຜູ້ນຳຄົນອື່ນໆໃນຫວອດຮັກສາຂໍ້ມູນໃດໆກ່ຽວກັບສະມາຊິກຜູ້ອາດຕ້ອງການຄວາມຊ່ວຍເຫລືອຈາກສາດສະໜາຈັກໄວ້ເປັນຄວາມລັບ. ສິ່ງນີ້ປົກປ້ອງຄວາມເປັນສ່ວນຕົວ ແລະ ສັກສິດຂອງສະມາຊິກ.
22.5
ນະໂຍບາຍສຳລັບການໃຫ້ຄວາມຊ່ວຍເຫລືອຈາກສາດສະໜາຈັກ
ຜູ້ນຳໃນສາດສະໜາຈັກຄວນເຮັດຕາມນະໂຍບາຍທີ່ລະບຸໄວ້ ໃນພາກນີ້ ເມື່ອໃຫ້ການຊ່ວຍເຫລືອຜ່ານທາງເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ຫລື ໃບສັ່ງຊື້ຂອງອະທິການສຳລັບອາຫານ ແລະ ສິ່ງຂອງຈຳເປັນອື່ນໆ.
22.5.1
ນະໂຍບາຍກ່ຽວກັບຜູ້ຮັບການຊ່ວຍເຫລືອຈາກສາດສະໜາຈັກ
22.5.1.1
ການຊ່ວຍເຫລືອແກ່ສະມາຊິກຫວອດ
ໂດຍທົ່ວໄປແລ້ວ, ສະມາຊິກຜູ້ຮັບການຊ່ວຍເຫລືອຈາກສາດສະໜາຈັກ ຄວນອາໄສຢູ່ໃນເຂດຂອງຫວອດ ແລະ ມີບັນທຶກສະມາຊິກກະພາບຂອງເຂົາເຈົ້າຢູ່ໃນຫວອດ. ການຊ່ວຍເຫລືອສາມາດຖືກມອບໃຫ້ບໍ່ວ່າສະມາຊິກໄດ້ເຂົ້າຮ່ວມການປະຊຸມຂອງສາດສະໜາຈັກເປັນປະຈຳຫລືບໍ່ ຫລື ເຮັດຕາມມາດຕະຖານຂອງສາດສະໜາຈັກຫລືບໍ່ກໍຕາມ.
22.5.1.2
ການຊ່ວຍເຫລືອແກ່ອະທິການ ແລະ ປະທານສະເຕກ
ປະທານສະເຕກຕ້ອງໄດ້ອະນຸມັດເປັນລາຍລັກອັກສອນ ກ່ອນທີ່ອະທິການຈະໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ຫລື ເພິ່ນຕ້ອງໄດ້ອະນຸມັດໃບສັ່ງຊື້ຂອງອະທິການໃຫ້ອະທິການ ຫລື ຄອບຄົວຂອງເພິ່ນ.
22.5.1.4
ການຊ່ວຍເຫລືອແກ່ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ
ຕາມປົກກະຕິແລ້ວ ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຈະຖືກສົ່ງໄປໃຫ້ແຫລ່ງຊ່ວຍເຫລືອຊຸມຊົນໃນທ້ອງຖິ່ນເພື່ອຮັບການຊ່ວຍເຫລືອ. ດົນໆຈະມີເທື່ອໜຶ່ງທີ່, ຕາມທີ່ພຣະວິນຍານຊົງນຳ, ອະທິການຈະຊ່ວຍເຂົາເຈົ້າດ້ວຍເງິນບໍລິຈາກຖືສິນອົດເຂົ້າ ຫລື ດ້ວຍໃບສັ່ງຊື້ຂອງອະທິການ.
22.5.2
ນະໂຍບາຍເລື່ອງການໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ
22.5.2.1
ການແພດ ຫລື ການດູແລສຸຂະພາບອື່ນໆ
ແຕ່ລະເຂດຂອງສາດສະໜາຈັກໄດ້ຕັ້ງການກຳນົດທີ່ຖືກອະນຸມັດໃຫ້ໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ເພື່ອຈ່າຍຄ່າການແພດ, ຄ່າປົວແຂ້ວ, ຫລື ຄ່າສຸຂະພາບຈິດ.
ສຳລັບຈຳນວນທີ່ອະນຸມັດ ແລະ ແນວທາງຊີ້ນຳ, ໃຫ້ເບິ່ງ “ການໃຊ້ເງິນບໍລິຈາກດ້ວຍການຖືສິນອົດເຂົ້າສຳລັບຄ່າການແພດ.”
22.5.2.3
ການຄືນເງິນບໍລິຈາກດ້ວຍການຖືສິນອົດເຂົ້າ
ສະມາຊິກບໍ່ຕ້ອງຄືນເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ທີ່ເຂົາເຈົ້າໄດ້ຮັບຈາກສາດສະໜາຈັກ.
22.5.2.4
ຈຳນວນການໃຊ້ຈ່າຍເງິນບໍລິຈາກດ້ວຍການຖືສິນອົດເຂົ້າຂອງຫວອດ
ອະທິການບໍ່ຖືກຮຽກຮ້ອງໃຫ້ຈຳກັດການຊ່ວຍເຫລືອດ້ວຍເງິນບໍລິຈາກດ້ວຍການຖືສິນອົດເຂົ້າສຳລັບສະມາຊິກຫວອດ ຕໍ່ຈຳນວນເງິນບໍລິຈາກທີ່ໄດ້ເກັບມາພາຍໃນຫວອດ.
22.5.3
ນະໂຍບາຍເລື່ອງການຊຳລະໜີ້
ຖ້າເປັນໄປໄດ້, ການຊຳລະໜີ້ ຄວນຈ່າຍໃຫ້ທຸລະກິດບ່ອນທີ່ຈຳໜ່າຍສິນຄ້າ ຫລື ບໍລິການໂດຍກົງ.
22.5.4
ນະໂຍບາຍເລື່ອງການຊຳລະໜີ້ທີ່ໃຫ້ຜົນປະໂຫຍດແກ່ອະທິການ ຫລື ປະທານສະເຕກ
ເມື່ອໃຫ້ການຊ່ວຍເຫລືອສະມາຊິກດ້ວຍເງິນບໍລິຈາກດ້ວຍການຖືສິນອົດເຂົ້າ, ອະທິການຈະບໍ່ໃຊ້ເງິນທຶນເພື່ອຈ່າຍຄ່າສິນຄ້າ ຫລື ຈ່າຍຄ່າບໍລິການ ໃນທາງທີ່ເປັນປະໂຫຍດຕໍ່ເພິ່ນເປັນສ່ວນຕົວ.
ຖ້າການຊຳລະໜີ້ໃຫ້ສະມາຊິກດ້ວຍເງິນບໍລິຈາກດ້ວຍການຖືສິນອົດເຂົ້າ ຈະເປັນປະໂຫຍດໃຫ້ແກ່ປະທານສະເຕກ ຫລື ທຸລະກິດທີ່ເພິ່ນເປັນເຈົ້າຂອງ; ຝ່າຍປະທານເຂດຈະຕ້ອງໄດ້ອະນຸມັດກ່ອນ.
22.6
ບົດບາດຂອງຜູ້ນຳໃນຫວອດ
22.6.1
ອະທິການ ແລະ ທີ່ປຶກສາຂອງເພິ່ນ
ອະທິການໄດ້ຮັບຄຳສັ່ງຈາກສະຫວັນໃຫ້ຊອກຫາ ແລະ ດູແລຜູ້ມີຄວາມຕ້ອງການທາງໂລກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:112). ເພິ່ນມອບໝາຍວຽກງານສ່ວນໃຫຍ່ນີ້ໃຫ້ຝ່າຍປະທານສະມາຄົມສະຕີສົງເຄາະ ແລະ ຝ່າຍປະທານກຸ່ມແອວເດີ. ເຖິງຢ່າງໃດກໍຕາມ, ໜ້າທີ່ບາງຢ່າງໃດໜຶ່ງໂດຍສະເພາະ ຈະຖືກປະຕິບັດໂດຍອະທິການເທົ່ານັ້ນ. ຍົກຕົວຢ່າງ, ອະທິການ:
-
ພິຈາລະນາປະເພດ, ຈຳນວນ, ແລະ ຄວາມຍາວນານຂອງການຊ່ວຍເຫລືອທາງໂລກ.
-
ອະນຸມັດການຊ່ວຍເຫລືອດ້ວຍເງິນບໍລິຈາກດ້ວຍການຖືສິນອົດເຂົ້າ (ເບິ່ງ 22.4 ແລະ 22.5) ແລະ ອະນຸມັດໃບສັ່ງຊື້ຂອງອະທິການສຳລັບອາຫານ ແລະ ສິ່ງຂອງຈຳເປັນອື່ນໆ (ເບິ່ງ 22.13).
-
ທົບທວນແຜນການກຸ້ມຕົນເອງຂອງສະມາຊິກດ້ວຍຕົວເອງ. ເພິ່ນມອບໝາຍໃຫ້ຜູ້ນຳຄົນອື່ນຕິດຕາມເບິ່ງແຜນການເຫລົ່ານັ້ນຖ້າຈຳເປັນ.
ອະທິການ ແລະ ທີ່ປຶກສາຂອງເພິ່ນມີໜ້າທີ່ຮັບຜິດຊອບດັ່ງຕໍ່ໄປນີ້:
-
ສິດສອນຫລັກທຳ ແລະ ພອນກ່ຽວກັບ (1) ການດູແລຜູ້ມີຄວາມຕ້ອງການທາງໂລກ ແລະ ທາງອາລົມ ແລະ (2) ສ້າງການກຸ້ມຕົນເອງ (ເບິ່ງ 22.1).
-
ສິດສອນກົດແຫ່ງການຖືສິນອົດເຂົ້າ ແລະ ຊຸກຍູ້ໃຫ້ສະມາຊິກມອບເງິນບໍລິຈາກດ້ວຍການຖືສິນອົດເຂົ້າຢ່າງເພື່ອແຜ່ (ເບິ່ງ 22.2.2).
-
ດູແລການຮວບຮວມ ແລະ ບັນຊີເງິນບໍລິຈາກດ້ວຍການຖືສິນອົດເຂົ້າ (ເບິ່ງ 34.3.2).
22.6.2
ຝ່າຍປະທານສະມາຄົມສະຕີສົງເຄາະ ແລະ ຝ່າຍປະທານກຸ່ມແອວເດີ
ພາຍໃຕ້ການຊີ້ນຳຂອງອະທິການ, ຝ່າຍປະທານສະມາຄົມສະຕີສົງເຄາະ ແລະ ຝ່າຍປະທານກຸ່ມແອວເດີ ມີບົດບາດສຳຄັນໃນການດູແລຄົນຂັດສົນໃນຫວອດ (ເບິ່ງ 8.2.2 ແລະ 9.2.2). ຜູ້ນຳເຫລົ່ານີ້ສິດສອນສະມາຊິກຫວອດໃຫ້:
-
ປະຕິບັດສາດສະໜາກິດຕໍ່ຄົນຂັດສົນ.
-
ດຳລົງຊີວິດຕາມກົດແຫ່ງການຖືສິນອົດເຂົ້າ.
-
ສ້າງການກຸ້ມຕົນເອງ.
-
ເພີ່ມການກຽມພ້ອມສ່ວນບຸກຄົນ ແລະ ຄອບຄົວ.
22.6.3
ອ້າຍນ້ອງ ຫລື ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ
ການຊ່ວຍເຫລືອຕາມຄວາມຕ້ອງການທາງວິນຍານ ແລະ ທາງໂລກ ສ່ວນໃຫຍ່ເລີ່ມຕົ້ນດ້ວຍອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ (ເບິ່ງ 21.1). ເຂົາເຈົ້າລາຍງານຄວາມຕ້ອງການຂອງຜູ້ທີ່ເຂົາເຈົ້າຮັບໃຊ້ ຕໍ່ຝ່າຍປະທານກຸ່ມແອວເດີ ຫລື ຝ່າຍປະທານສະມາຄົມສະຕີສົງເຄາະ ໃນການສຳພາດຜູ້ປະຕິບັດສາດສະໜາກິດ ແລະ ໃນເວລາອື່ນໆ. ເຂົາເຈົ້າອາດບອກເຖິງຄວາມຕ້ອງການທີ່ເປັນຄວາມລັບ ກັບອະທິການໂດຍກົງ.
22.7
ບົດບາດຂອງສະພາຫວອດ
ບົດບາດສຳຄັນຂອງສະພາຫວອດຄື ວາງແຜນວິທີດູແລຄົນຂັດສົນ ແລະ ຊ່ວຍໃຫ້ເຂົາເຈົ້າກຸ້ມຕົນເອງ (ເບິ່ງ 4.4). ສະມາຊິກສະພາຍຶດຖືແຜນການນີ້ອີງຕາມຂໍ້ມູນຈາກການສຳພາດຜູ້ປະຕິບັດສາດສະໜາກິດ ແລະ ຈາກການຕິດຕໍ່ກັບຄົນຂັດສົນດ້ວຍຕົນເອງ. ໃນການສົນທະນາກ່ຽວກັບຄວາມຕ້ອງການຂອງສະມາຊິກ, ສະພາຈະເຄົາລົບຄວາມປາດຖະໜາຂອງບຸກຄົນທີ່ຂໍໃຫ້ຮັກສາຄວາມລັບ.
22.8
ບົດບາດຂອງສະພາຊາວໜຸ່ມຫວອດ
ຈຸດປະສົງໜຶ່ງຂອງສະພາຊາວໜຸ່ມຫວອດແມ່ນເພື່ອຊ່ວຍໃຫ້ຊາວໜຸ່ມເປັນຜູ້ຕິດຕາມທີ່ອຸທິດຕົນຂອງພຣະເຢຊູຄຣິດ (ເບິ່ງ 29.2.6).
ພາຍໃຕ້ການນຳພາຂອງອະທິການ, ສະພາຊາວໜຸ່ມຫວອດວາງແຜນວິທີຮັບໃຊ້ຄົນຂັດສົນໃນຫວອດ ແລະ ໃນຊຸມຊົນຂອງເຂົາເຈົ້າ.