ຄູ່​ມື ແລະ ການ​ເອີ້ນ
22. ການ​ຈັດ​ຫາ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ການ​ສ້າງ​ການ​ກຸ້ມ​ຕົນ​ເອງ


“22. ການ​ຈັດ​ຫາ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ການ​ສ້າງ​ການ​ກຸ້ມ​ຕົນ​ເອງ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“22. ການ​ຈັດ​ຫາ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ການ​ສ້າງ​ການ​ກຸ້ມ​ຕົນ​ເອງ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ເຮັດ​ວຽກ

22.

ການ​ຈັດ​ຫາ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ການ​ສ້າງ​ການ​ກຸ້ມ​ຕົນ​ເອງ

22.0

ຄຳ​ນຳ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮັດ​ພັນ​ທະ​ສັນ​ຍາ “ທີ່​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, … ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ … , ແລະ ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ” (ໂມ​ໄຊ​ຢາ 18:8–9).

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ໄດ້​ຮັບ​ຄຳ​ແນະ​ນຳ​ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ກຸ້ມ​ຕົນ​ເອງ​ຂອງ​ເຂົາ​ເຈົ້າ ຜ່ານ​ທາງ​ການ​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ​ນຳ​ອີກ ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ກຸ້ມ​ຕົນ​ເອງ​ຄື​ຄວາມ​ສາ​ມາດ, ຄວາມ​ຕັ້ງ​ໃຈ, ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ທາງ​ໂລກ ແລະ ທາງ​ວິນ​ຍານ​ໃຫ້​ຕົວ​ເອງ ແລະ ຄອບ​ຄົວ.


ຄວາມ​ພະ​ຍາ​ຍາມ​ຂອງ​ບຸກ​ຄົນ ແລະ ຄອບ​ຄົວ


22.1

ສ້າງ​ການ​ກຸ້ມ​ຕົນ​ເອງ

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ສະ​ມາ​ຊິກ​ສ້າງ​ການ​ກຸ້ມ​ຕົນ​ເອງ​ໃນ​ວິ​ທີ​ດັ່ງ​ຕໍ່​ໄປ​ນີ້:

  • ພັດ​ທະ​ນາ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ຮ່າງ​ກາຍ, ແລະ ອາ​ລົມ.

  • ມີ​ການ​ສຶກ​ສາ ແລະ ການ​ງານ.

  • ປັບ​ປຸງ​ການ​ກຽມ​ພ້ອມ​ທາງ​ໂລກ.

22.1.4

ການ​ກຽມ​ພ້ອມ​ທາງ​ໂລກ

ພຣະ​ຄຳ​ພີ​ສິດ​ສອນ​ຄວາມ​ສຳ​ຄັນ​ຂອງ​ການ​ກຽມ​ພ້ອມ (ເບິ່ງ ເອ​ເຊ​ກຽນ 38:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:30). ສະ​ມາ​ຊິກ​ຖືກ​ແນະ​ນຳ​ໃຫ້​ກຽມ​ພ້ອມ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ດູ​ແລ​ຕົນ​ເອງ, ຄອບ​ຄົວ​ຂອງ​ຕົນ, ແລະ ຄົນ​ອື່ນໆ​ໃນ​ຍາມ​ຂັດ​ສົນ.

ສະ​ມາ​ຊິກ​ເພີ່ມ​ການ​ກຽມ​ພ້ອມ​ທາງ​ການ​ເງິນ​ໂດຍ​ການ:

  • ຈ່າຍ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ (ເບິ່ງ ມາ​ລາ​ກີ 3:8–12).

  • ປົດ​ໜີ້​ສິນ ແລະ ຫລີກ​ລ້ຽງ​ຈາກ​ໜີ້​ສິນ​ເທົ່າ​ທີ່​ເຮັດ​ໄດ້.

  • ກຽມ​ພ້ອມ ແລະ ດຳ​ລົງ​ຊີ​ວິດ​ຕາມ​ງົບ​ປະ​ມານ.

  • ເກັບ​ອອມ​ເພື່ອ​ອະ​ນາ​ຄົດ.

  • ຮັບ​ການ​ສຶກ​ສາ​ທີ່​ເໝາະ​ສົມ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຫາ​ລ້ຽງ​ຕົນ​ເອງ ແລະ ຄອບ​ຄົວ​ໄດ້ (ເບິ່ງ 22.3.3).

ການ​ກຽມ​ພ້ອມ​ກໍ​ຍັງ​ລວມ​ທັງ​ການ​ພັດ​ທະ​ນາ​ແຜນ​ການ​ດູ​ແລ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ໃນ​ພາ​ວະ​ສຸກ​ເສີນ​ນຳ​ອີກ. ສະ​ມາ​ຊິກ​ຖືກ​ຊຸກ​ຍູ້​ໃຫ້​ເກັບ​ຕຸນ​ສະ​ບຽງ​ອາ​ຫານ, ນ້ຳ, ແລະ ສິ່ງ​ຈຳ​ເປັນ​ອື່ນໆ​ສຳ​ລັບ​ໄລ​ຍະ​ສັ້ນ ແລະ ໄລ​ຍະ​ຍາວ.

22.2

ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ມີ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ທາງ​ອາ​ລົມ

ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ສິດ​ສອນ​ໃຫ້ “ຮັກ … ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ” ແລະ ໃຫ້ “ຊ່ວຍ​ເຫລືອ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ” (ໂມ​ໄຊ​ຢາ 4:15–16). ສະ​ມາ​ຊິກ​ພະ​ຍາ​ຍາມ​ເບິ່ງ​ຄົນ​ອື່ນ​ເຊັ່ນ​ດຽວ​ກັບ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເບິ່ງ​ເຂົາ​ເຈົ້າ, ເຂົ້າ​ໃຈ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຕ້ອງ​ການ​ຈຳ​ເພາະ​ຂອງ​ເຂົາ​ເຈົ້າ. ຄວາມ​ຕ້ອງ​ການ​ເຫລົ່າ​ນີ້​ອາດ​ລວມ​ທັງ ອາ​ຫານ, ເຄື່ອງ​ນຸ່ງ​ຫົ່ມ, ທີ່​ພັກ​ອາ​ໄສ, ການ​ສຶກ​ສາ, ການ​ງານ, ສຸ​ຂະ​ພາບ​ຮ່າງ​ກາຍ, ແລະ ຄວາມ​ເປັນ​ຢູ່​ທີ່​ດີ​ທາງ​ອາ​ລົມ.

22.2.1

ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ແຫລ່ງ​ຊ່ວຍ​ເຫລືອ​ທັງ​ໝົດ​ມີ​ໃຫ້​ສາດ​ສະ​ໜາ​ຈັກ ເພື່ອ​ຊ່ວຍ​ຄົນ​ຂັດ​ສົນ​ທາງ​ໂລກ​ເອີ້ນ​ວ່າ ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:18–19). ສິ່ງ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ບໍ​ລິ​ຈາກ​ເວ​ລາ, ພອນ​ສະ​ຫວັນ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ສິ່ງ​ຂອງ, ແລະ ຊັບ​ສິນ ເພື່ອ​ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ.

ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ໃນ​ແຕ່​ລະ​ຫວອດ ແລະ ສະ​ເຕກ. ສ່ວນ​ຫລາຍ​ຜູ້​ນຳ​ສາ​ມາດ​ຊ່ວຍ​ບຸກ​ຄົນ ແລະ ຄອບ​ຄົວ​ຊອກ​ຫາ​ວິ​ທີ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ໂດຍ​ການ​ເພິ່ງ​ອາ​ໄສ​ຄວາມ​ຮູ້, ທັກ​ສະ, ແລະ ການ​ຮັບ​ໃຊ້ ທີ່​ໄດ້​ຮັບ​ຈາກ​ສະ​ມາ​ຊິກ​ຫວອດ ແລະ ສະ​ເຕກ.

22.2.2

ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ເພື່ອ​ຫາ​ວິ​ທີ​ໃຫ້​ເຂົາ​ເຈົ້າ​ຮັບ​ໃຊ້​ຄົນ​ຂັດ​ສົນ. ສະ​ມາ​ຊິກ​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ ແລະ ເພີ່ມ​ພູນ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ເມື່ອ​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ. (ເບິ່ງ ເອ​ຊາ​ຢາ 58:6–12; ມາ​ລາ​ກີ 3:8–12.)

ການ​ຖື​ສິນ​ອົດ​ເຂົ້າ​ສາ​ມາດ​ເຮັດ​ໄດ້​ທຸກ​ເວ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ປົກ​ກະ​ຕິ​ແລ້ວ ສະ​ມາ​ຊິກ​ຖື​ປະ​ຕິ​ບັດ​ວັນ​ຊະ​ບາ​ໂຕ​ທຳ​ອິດ​ຂອງ​ເດືອນ​ເປັນ​ວັນ​ຖື​ສິນ​ອົດ​ເຂົ້າ. ຕາມ​ປົກ​ກະ​ຕິ​ແລ້ວ ວັນ​ຖື​ສິນ​ອົດ​ເຂົ້າ​ແມ່ນ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ອະ​ທິ​ຖານ

  • ການ​ບໍ່​ກິນ​ອາ​ຫານ ແລະ ເຄື່ອງ​ດື່ມ​ເປັນ​ເວ​ລາ 24 ຊົ່ວ​ໂມງ (ຖ້າ​ຮ່າງ​ກາຍ​ສາ​ມາດ)

  • ການ​ບໍ​ລິ​ຈາກ​ເງິນ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ຢ່າງ​ເພື່ອ​ແຜ່

ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ເງິນ​ບໍ​ລິ​ຈາກ​ເພື່ອ​ຊ່ວຍ​ຄົນ​ຂັດ​ສົນ. ເມື່ອ​ສະ​ມາ​ຊິກ​ຖື​ສິນ​ອົດ​ເຂົ້າ, ເຂົາ​ເຈົ້າ​ຖືກ​ເຊື້ອ​ເຊີນ​ໃຫ້​ບໍ​ລິ​ຈາກ​ຢ່າງ​ໜ້ອຍ​ເທົ່າ​ກັບ​ຄ່າ​ອາ​ຫານ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ກິນ.

ສະ​ມາ​ຊິກ​ສາ​ມາດ​ມອບ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ພ້ອມ​ກັບ​ໃບ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ ໃຫ້​ອະ​ທິ​ການ ຫລື ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ. ໃນ​ບາງ​ເຂດ, ເຂົາ​ເຈົ້າ​ກໍ​ສາ​ມາດ​ບໍ​ລິ​ຈາກ​ທາງ ການ​ບໍ​ລິ​ຈາກ​ທາງ​ອອນ​ລາຍ.


ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ນຳ


22.3

ແບບ​ແຜນ​ສຳ​ລັບ​ການ​ສ້າງ​ການ​ກຸ້ມ​ຕົນ​ເອງ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ຂັດ​ສົນ

22.3.1

ຊອກ​ຫາ​ຄົນ​ຂັດ​ສົນ

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ໃນ​ການ​ຊອກ​ຫາ ແລະ ດູ​ແລ​ຄົນ​ຂັດ​ສົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:112). ຄົນ​ອື່ນ​ທີ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊ່ວຍ​ອະ​ທິ​ການ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ.

  • ທີ່​ປຶກ​ສາ​ຂອງ​ອະ​ທິ​ການ.

  • ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ສະ​ພາ​ຫວອດ.

22.3.2

ຊ່ວຍ​ສະ​ມາ​ຊິກ​ປະ​ເມີນ ແລະ ແກ້​ໄຂ​ຄວາມ​ຕ້ອງ​ການ​ໄລ​ຍະ​ສັ້ນ

ສະ​ມາ​ຊິກ​ພະ​ຍາ​ຍາມ​ສະ​ໜອງ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ຂອງ​ຕົນ​ຜ່ານ​ທາງ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ເອງ ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ຍາດ​ພີ່​ນ້ອງ. ເມື່ອ​ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້​ບໍ່​ພຽງ​ພໍ, ສະ​ມາ​ຊິກ​ອາດ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ແຫລ່ງ​ອື່ນໆ​ດັ່ງ​ເຊັ່ນ:

  • ແຫລ່ງ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ ແລະ ຊຸມ​ຊົນ (ເບິ່ງ 22.12).

  • ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ.

ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ​ອາດ​ລວມ​ທັງ ການ​ຊ່ວຍ​ເຫລືອ​ຄວາມ​ຕ້ອງ​ການ​ໄລ​ຍະ​ສັ້ນ ດັ່ງ​ເຊັ່ນ ອາ​ຫານ, ເຄື່ອງ​ອະ​ນາ​ໄມ, ເຄື່ອງ​ນຸ່ງ​ຫົ່ມ, ທີ່​ພັກ​ອາ​ໄສ, ຫລື ສິ່ງ​ຈຳ​ເປັນ​ອື່ນໆ. ອະ​ທິ​ການ​ຈະ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນີ້. ໃນ​ບ່ອນ​ທີ່​ມີ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ, ໂດຍ​ທົ່ວ​ໄປ​ແລ້ວ ອະ​ທິ​ການ​ຈະ​ໃຊ້​ໃບ​ເຫລົ່າ​ນັ້ນ ເພື່ອ​ຊື້​ອາ​ຫານ ແລະ ສິ່ງ​ຂອງ​ຈຳ​ເປັນ​ອື່ນໆ (ເບິ່ງ “ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ ແລະ ຊື່​ແນະ​ນຳ” ໃນ ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ [LCR]).

22.3.3

ຊ່ວຍ​ສະ​ມາ​ຊິກ​ສ້າງ​ການ​ກຸ້ມ​ຕົນ​ເອງ​ໄລ​ຍະ​ຍາວ

ສະ​ມາ​ຊິກ​ອາດ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ໄລ​ຍະ​ຍາວ. ການ​ສຶກ​ສາ, ການ​ຝຶກ​ອາ​ຊີບ, ຫລື ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ສ້າງ​ການ​ກຸ້ມ​ຕົນ​ເອງ ແລະ ຈັດ​ຫາ​ໃຫ້​ຕົນ​ຕາມ​ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ​ຂອງ​ຕົນ​ໄດ້.

ແຜນ​ການ​ກຸ້ມ​ຕົນ​ເອງ ຊ່ວຍ​ສະ​ມາ​ຊິກ​ໃຫ້​ຮູ້​ຈັກ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຕ້ອງ​ການ​ຂອງ​ຕົນ. ມັນ​ກໍ​ຊ່ວຍ​ເຂົາ​ເຈົ້າ​ພົບ​ເຫັນ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ເປັນ​ປະ​ໂຫຍດ​ນຳ​ອີກ. ແຜນ​ນີ້​ຄວນ​ຖືກ​ໃຊ້​ທຸກ​ເທື່ອ​ເມື່ອ​ພິ​ຈາ​ລະ​ນາ​ໃຫ້​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ.

22.3.4

ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ມີ​ຄວາມ​ຕ້ອງ​ການ​ທາງ​ອາ​ລົມ

ສະ​ມາ​ຊິກ​ຈຳ​ນວນ​ຫລວງ​ຫລາຍ​ປະ​ສົບ​ກັບ​ການ​ທ້າ​ທາຍ​ທາງ​ອາ​ລົມ. ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຜູ້​ນຳ​ໃນ​ຫວອດ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ກັບ​ການ​ທ້າ​ທາຍ​ເຫລົ່າ​ນີ້.

22.4

ຫລັກ​ທຳ​ສຳ​ລັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ

ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ສະ​ມາ​ຊິກ​ສະ​ແຫວງ​ຫາ​ທີ່​ຈະ​ຈັດ​ຫາ​ໃຫ້​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ຕົນ.

ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ​ມີ​ເຈດ​ຕະ​ນາ​ເພື່ອ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ພັດ​ທະ​ນາ​ການ​ເພິ່ງ​ພາ​ອາ​ໄສ​ຕົນ​ເອງ, ບໍ່​ແມ່ນ​ການ​ເພິ່ງ​ພາ​ອາ​ໄສ​ຄົນ​ອື່ນ. ການ​ຊ່ວຍ​ເຫລືອ​ໃດໆ​ທີ່​ໄດ້​ຮັບ ຄວນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກຸ້ມ​ຕົນ​ເອງ.

22.4.1

ສົ່ງ​ເສີມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ

ຜູ້​ນຳ​ສິດ​ສອນ​ວ່າ ບຸກ​ຄົນ ແລະ ຄອບ​ຄົວ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ສຳ​ລັບ​ຄວາມ​ຜາ​ສຸກ​ທາງ​ໂລກ, ທາງ​ອາ​ລົມ, ແລະ ທາງ​ວິນ​ຍານ​ຂອງ​ຕົນ​ເອງ.

ກ່ອນ​ໃຫ້​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ, ອະ​ທິ​ການ (ຫລື ຜູ້​ນຳ ຫລື ສະ​ມາ​ຊິກ​ອີກ​ຄົນ​ໜຶ່ງ​ທີ່​ເພິ່ນ​ມອບ​ໝາຍ) ຈະ​ສຳ​ພາດ​ສະ​ມາ​ຊິກ​ວ່າ ເຂົາ​ເຈົ້າ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ໃດ​ແດ່ ເພື່ອ​ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ.

22.4.2

ໃຫ້​ການ​ຊ່ວຍ​ເຫລືອ​ຊົ່ວ​ຄາວ​ສຳ​ລັບ​ສິ່ງ​ຈຳ​ເປັນ

ເປົ້າ​ໝາຍ​ຂອງ​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ​ແມ່ນ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ພື້ນ​ຖານ​ພຽງ​ຊົ່ວ​ຄາວ ຂະ​ນະ​ທີ່​ສະ​ມາ​ຊິກ​ພະ​ຍາ​ຍາມ​ກຸ້ມ​ຕົນ​ເອງ.

ອະ​ທິ​ການ​ຄວນ​ໃຊ້​ການ​ຕັດ​ສິນ​ໃຈ​ທີ່​ດີ ແລະ ສະ​ແຫວງ​ຫາ​ການ​ຊີ້​ນຳ​ທາງ​ວິນ​ຍານ ເມື່ອ​ພິ​ຈາ​ລະ​ນາ​ຈຳ​ນວນ ແລະ ຄວາມ​ຍາວ​ນານ​ຂອງ​ການ​ຊ່ວຍ​ເຫລືອ. ພວກ​ເພິ່ນ​ຄວນ​ເຫັນ​ອົກ​ເຫັນ​ໃຈ ແລະ ເພື່ອ​ແຜ່ ຂະ​ນະ​ດຽວ​ກັນ ກໍ​ບໍ່​ໃຫ້​ເກີດ​ການ​ເພິ່ງ​ພາ​ອາ​ໄສ​ຄົນ​ອື່ນ.

22.4.3

ຈັດ​ຫາ​ແຫລ່ງ​ຊ່ວຍ​ເຫລືອ ຫລື ໜ່ວຍ​ບໍ​ລິ​ການ​ແທນ​ທີ່​ຈະ​ໃຫ້​ເງິນ​ສົດ

ຖ້າ​ເປັນ​ໄປ​ໄດ້, ອະ​ທິ​ການ​ຄວນ​ຫລີກ​ລ້ຽງ​ຈາກ​ການ​ໃຫ້​ເງິນ​ສົດ. ແທນ​ນັ້ນ, ເພິ່ນ​ຄວນ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຫລື ໃຊ້​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ ເພື່ອ​ຈັດ​ຫາ​ອາ​ຫານ ຫລື ໜ່ວຍ​ບໍ​ລິ​ການ​ໃຫ້​ສະ​ມາ​ຊິກ. ແລ້ວ​ສະ​ມາ​ຊິກ​ສາ​ມາດ​ໃຊ້​ເງິນ​ຂອງ​ຕົນ​ເອງ​ໃຊ້​ຈ່າຍ​ກັບ​ສິ່ງ​ອື່ນ​ທີ່​ຈຳ​ເປັນ.

ເມື່ອ​ສິ່ງ​ເຫລົ່າ​ນີ້​ຍັງ​ບໍ່​ພຽງ​ພໍ, ອະ​ທິ​ການ​ອາດ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ເພື່ອ​ຊຳ​ລະ​ຄ່າ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ໃຫ້​ຊົ່ວ​ຄາວ (ເບິ່ງ 22.5.2).

22.4.4

ສະ​ເໜີ​ໂອ​ກາດ​ໃຫ້​ເຮັດ​ວຽກ ຫລື ຮັບ​ໃຊ້

ອະ​ທິ​ການ​ເຊື້ອ​ເຊີນ​ຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃຫ້​ເຮັດ​ວຽກ ຫລື ຮັບ​ໃຊ້​ຕາມ​ທີ່​ເຂົາ​ເຈົ້າ​ສາ​ມາດ. ສິ່ງ​ນີ້​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮູ້​ສຶກ​ວ່າ​ຕົນ​ຍັງ​ມີ​ສັກ​ສີ. ມັນ​ກໍ​ຍັງ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກຸ້ມ​ຕົນ​ເອງ​ຫລາຍ​ຂຶ້ນ.

22.4.5

ຮັກ​ສາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ​ໄວ້​ເປັນ​ຄວາມ​ລັບ

ອະ​ທິ​ການ ແລະ ຜູ້​ນຳ​ຄົນ​ອື່ນໆ​ໃນ​ຫວອດ​ຮັກ​ສາ​ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ສະ​ມາ​ຊິກ​ຜູ້​ອາດ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ​ໄວ້​ເປັນ​ຄວາມ​ລັບ. ສິ່ງ​ນີ້​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ ແລະ ສັກ​ສິດ​ຂອງ​ສະ​ມາ​ຊິກ.

22.5

ນະ​ໂຍ​ບາຍ​ສຳ​ລັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຄວນ​ເຮັດ​ຕາມ​ນະ​ໂຍ​ບາຍ​ທີ່​ລະ​ບຸ​ໄວ້ ໃນ​ພາກ​ນີ້ ເມື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ຜ່ານ​ທາງ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຫລື ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ​ສຳ​ລັບ​ອາ​ຫານ ແລະ ສິ່ງ​ຂອງ​ຈຳ​ເປັນ​ອື່ນໆ.

22.5.1

ນະ​ໂຍ​ບາຍ​ກ່ຽວ​ກັບ​ຜູ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ

22.5.1.1

ການ​ຊ່ວຍ​ເຫລືອ​ແກ່​ສະ​ມາ​ຊິກ​ຫວອດ

ໂດຍ​ທົ່ວ​ໄປ​ແລ້ວ, ສະ​ມາ​ຊິກ​ຜູ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ໜາ​ຈັກ ຄວນ​ອາ​ໄສ​ຢູ່​ໃນ​ເຂດ​ຂອງ​ຫວອດ ແລະ ມີ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ຫວອດ. ການ​ຊ່ວຍ​ເຫລືອ​ສາ​ມາດ​ຖືກ​ມອບ​ໃຫ້​ບໍ່​ວ່າ​ສະ​ມາ​ຊິກ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ປະ​ຈຳ​ຫລື​ບໍ່ ຫລື ເຮັດ​ຕາມ​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ຫລື​ບໍ່​ກໍ​ຕາມ.

22.5.1.2

ການ​ຊ່ວຍ​ເຫລືອ​ແກ່​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ

ປະ​ທານ​ສະ​ເຕກ​ຕ້ອງ​ໄດ້​ອະ​ນຸ​ມັດ​ເປັນ​ລາຍ​ລັກ​ອັກ​ສອນ ກ່ອນ​ທີ່​ອະ​ທິ​ການ​ຈະ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຫລື ເພິ່ນ​ຕ້ອງ​ໄດ້​ອະ​ນຸ​ມັດ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ​ໃຫ້​ອະ​ທິ​ການ ຫລື ຄອບ​ຄົວ​ຂອງ​ເພິ່ນ.

22.5.1.4

ການ​ຊ່ວຍ​ເຫລືອ​ແກ່​ບຸກ​ຄົນ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ

ຕາມ​ປົກ​ກະ​ຕິ​ແລ້ວ ບຸກ​ຄົນ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ແຫລ່ງ​ຊ່ວຍ​ເຫລືອ​ຊຸມ​ຊົນ​ໃນ​ທ້ອງ​ຖິ່ນ​ເພື່ອ​ຮັບ​ການ​ຊ່ວຍ​ເຫລືອ. ດົນໆ​ຈະ​ມີ​ເທື່ອ​ໜຶ່ງ​ທີ່, ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ, ອະ​ທິ​ການ​ຈະ​ຊ່ວຍ​ເຂົາ​ເຈົ້າ​ດ້ວຍ​ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ ຫລື ດ້ວຍ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ.

22.5.2

ນະ​ໂຍ​ບາຍ​ເລື່ອງ​ການ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ

22.5.2.1

ການ​ແພດ ຫລື ການ​ດູ​ແລ​ສຸ​ຂະ​ພາບ​ອື່ນໆ

ແຕ່​ລະ​ເຂດ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຕັ້ງ​ການ​ກຳ​ນົດ​ທີ່​ຖືກ​ອະ​ນຸ​ມັດ​ໃຫ້​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ເພື່ອ​ຈ່າຍ​ຄ່າ​ການ​ແພດ, ຄ່າ​ປົວ​ແຂ້ວ, ຫລື ຄ່າ​ສຸ​ຂະ​ພາບ​ຈິດ.

ສຳ​ລັບ​ຈຳ​ນວນ​ທີ່​ອະ​ນຸ​ມັດ ແລະ ແນວ​ທາງ​ຊີ້​ນຳ, ໃຫ້​ເບິ່ງ “ການ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ສຳ​ລັບ​ຄ່າ​ການ​ແພດ.”

22.5.2.3

ການ​ຄືນ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ

ສະ​ມາ​ຊິກ​ບໍ່​ຕ້ອງ​ຄືນ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ສາດ​ສະ​ໜາ​ຈັກ.

22.5.2.4

ຈຳ​ນວນ​ການ​ໃຊ້​ຈ່າຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ຫວອດ

ອະ​ທິ​ການ​ບໍ່​ຖືກ​ຮຽກ​ຮ້ອງ​ໃຫ້​ຈຳ​ກັດ​ການ​ຊ່ວຍ​ເຫລືອ​ດ້ວຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ສຳ​ລັບ​ສະ​ມາ​ຊິກ​ຫວອດ ຕໍ່​ຈຳ​ນວນ​ເງິນ​ບໍ​ລິ​ຈາກ​ທີ່​ໄດ້​ເກັບ​ມາ​ພາຍ​ໃນ​ຫວອດ.

22.5.3

ນະ​ໂຍ​ບາຍ​ເລື່ອງ​ການ​ຊຳ​ລະ​ໜີ້

ຖ້າ​ເປັນ​ໄປ​ໄດ້, ການ​ຊຳ​ລະ​ໜີ້ ຄວນ​ຈ່າຍ​ໃຫ້​ທຸ​ລະ​ກິດ​ບ່ອນ​ທີ່​ຈຳ​ໜ່າຍ​ສິນ​ຄ້າ ຫລື ບໍ​ລິ​ການ​ໂດຍ​ກົງ.

22.5.4

ນະ​ໂຍ​ບາຍ​ເລື່ອງ​ການ​ຊຳ​ລະ​ໜີ້​ທີ່​ໃຫ້​ຜົນ​ປະ​ໂຫຍດ​ແກ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ

ເມື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ດ້ວຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ, ອະ​ທິ​ການ​ຈະ​ບໍ່​ໃຊ້​ເງິນ​ທຶນ​ເພື່ອ​ຈ່າຍ​ຄ່າ​ສິນ​ຄ້າ ຫລື ຈ່າຍ​ຄ່າ​ບໍ​ລິ​ການ ໃນ​ທາງ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ເພິ່ນ​ເປັນ​ສ່ວນ​ຕົວ.

ຖ້າ​ການ​ຊຳ​ລະ​ໜີ້​ໃຫ້​ສະ​ມາ​ຊິກ​ດ້ວຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ປະ​ທານ​ສະ​ເຕກ ຫລື ທຸ​ລະ​ກິດ​ທີ່​ເພິ່ນ​ເປັນ​ເຈົ້າ​ຂອງ; ຝ່າຍ​ປະ​ທານ​ເຂດ​ຈະ​ຕ້ອງ​ໄດ້​ອະ​ນຸ​ມັດ​ກ່ອນ.

22.6

ບົດ​ບາດ​ຂອງ​ຜູ້​ນຳ​ໃນ​ຫວອດ

22.6.1

ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ

ອະ​ທິ​ການ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ສະ​ຫວັນ​ໃຫ້​ຊອກ​ຫາ ແລະ ດູ​ແລ​ຜູ້​ມີ​ຄວາມ​ຕ້ອງ​ການ​ທາງ​ໂລກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:112). ເພິ່ນ​ມອບ​ໝາຍ​ວຽກ​ງານ​ສ່ວນ​ໃຫຍ່​ນີ້​ໃຫ້​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ້າ​ທີ່​ບາງ​ຢ່າງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ຈະ​ຖືກ​ປະ​ຕິ​ບັດ​ໂດຍ​ອະ​ທິ​ການ​ເທົ່າ​ນັ້ນ. ຍົກ​ຕົວ​ຢ່າງ, ອະ​ທິ​ການ:

  • ພິ​ຈາ​ລະ​ນາ​ປະ​ເພດ, ຈຳ​ນວນ, ແລະ ຄວາມ​ຍາວ​ນານ​ຂອງ​ການ​ຊ່ວຍ​ເຫລືອ​ທາງ​ໂລກ.

  • ອະ​ນຸ​ມັດ​ການ​ຊ່ວຍ​ເຫລືອ​ດ້ວຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ (ເບິ່ງ 22.4 ແລະ 22.5) ແລະ ອະ​ນຸ​ມັດ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ​ສຳ​ລັບ​ອາ​ຫານ ແລະ ສິ່ງ​ຂອງ​ຈຳ​ເປັນ​ອື່ນໆ (ເບິ່ງ 22.13).

  • ທົບ​ທວນ​ແຜນ​ການ​ກຸ້ມ​ຕົນ​ເອງ​ຂອງ​ສະ​ມາ​ຊິກ​ດ້ວຍ​ຕົວ​ເອງ. ເພິ່ນ​ມອບ​ໝາຍ​ໃຫ້​ຜູ້​ນຳ​ຄົນ​ອື່ນ​ຕິດ​ຕາມ​ເບິ່ງ​ແຜນ​ການ​ເຫລົ່າ​ນັ້ນ​ຖ້າ​ຈຳ​ເປັນ.

ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ສິດ​ສອນ​ຫລັກ​ທຳ ແລະ ພອນ​ກ່ຽວ​ກັບ (1) ການ​ດູ​ແລ​ຜູ້​ມີ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ທາງ​ອາ​ລົມ ແລະ (2) ສ້າງ​ການ​ກຸ້ມ​ຕົນ​ເອງ (ເບິ່ງ 22.1).

  • ສິດ​ສອນ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ມອບ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ​ຢ່າງ​ເພື່ອ​ແຜ່ (ເບິ່ງ 22.2.2).

  • ດູ​ແລ​ການ​ຮວບ​ຮວມ ແລະ ບັນ​ຊີ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ (ເບິ່ງ 34.3.2).

22.6.2

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ, ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ດູ​ແລ​ຄົນ​ຂັດ​ສົນ​ໃນ​ຫວອດ (ເບິ່ງ 8.2.2 ແລະ 9.2.2). ຜູ້​ນຳ​ເຫລົ່າ​ນີ້​ສິດ​ສອນ​ສະ​ມາ​ຊິກ​ຫວອດ​ໃຫ້:

  • ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ຂັດ​ສົນ.

  • ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ.

  • ສ້າງ​ການ​ກຸ້ມ​ຕົນ​ເອງ.

  • ເພີ່ມ​ການ​ກຽມ​ພ້ອມ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ.

22.6.3

ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ການ​ຊ່ວຍ​ເຫລືອ​ຕາມ​ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ ສ່ວນ​ໃຫຍ່​ເລີ່ມ​ຕົ້ນ​ດ້ວຍ​ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ເບິ່ງ 21.1). ເຂົາ​ເຈົ້າ​ລາຍ​ງານ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້ ຕໍ່​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຫລື ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໃນ​ເວ​ລາ​ອື່ນໆ. ເຂົາ​ເຈົ້າ​ອາດ​ບອກ​ເຖິງ​ຄວາມ​ຕ້ອງ​ການ​ທີ່​ເປັນ​ຄວາມ​ລັບ ກັບ​ອະ​ທິ​ການ​ໂດຍ​ກົງ.

22.7

ບົດ​ບາດ​ຂອງ​ສະ​ພາ​ຫວອດ

ບົດ​ບາດ​ສຳ​ຄັນ​ຂອງ​ສະ​ພາ​ຫວອດ​ຄື ວາງ​ແຜນ​ວິ​ທີ​ດູ​ແລ​ຄົນ​ຂັດ​ສົນ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກຸ້ມ​ຕົນ​ເອງ (ເບິ່ງ 4.4). ສະ​ມາ​ຊິກ​ສະ​ພາ​ຍຶດ​ຖື​ແຜນ​ການ​ນີ້​ອີງ​ຕາມ​ຂໍ້​ມູນ​ຈາກ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຈາກ​ການ​ຕິດ​ຕໍ່​ກັບ​ຄົນ​ຂັດ​ສົນ​ດ້ວຍ​ຕົນ​ເອງ. ໃນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ, ສະ​ພາ​ຈະ​ເຄົາ​ລົບ​ຄວາມ​ປາດ​ຖະ​ໜາ​ຂອງ​ບຸກ​ຄົນ​ທີ່​ຂໍ​ໃຫ້​ຮັກ​ສາ​ຄວາມ​ລັບ.

22.8

ບົດ​ບາດ​ຂອງ​ສະ​ພາ​ຊາວ​ໜຸ່ມ​ຫວອດ

ຈຸດ​ປະ​ສົງ​ໜຶ່ງ​ຂອງ​ສະ​ພາ​ຊາວ​ໜຸ່ມ​ຫວອດ​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ເປັນ​ຜູ້​ຕິດ​ຕາມ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ 29.2.6).

ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ, ສະ​ພາ​ຊາວ​ໜຸ່ມ​ຫວອດ​ວາງ​ແຜນ​ວິ​ທີ​ຮັບ​ໃຊ້​ຄົນ​ຂັດ​ສົນ​ໃນ​ຫວອດ ແລະ ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ພິມ