ຄູ່​ມື ແລະ ການ​ເອີ້ນ
30. ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ


“30. ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“30. ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຍົກ​ມື​ຂຶ້ນ

30.

ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ

30.0

ຄຳ​ນຳ

ການ​ເອີ້ນ​ໃຫ້​ໂອ​ກາດ​ສະ​ມາ​ຊິກ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຊື່ນ​ຊົມ​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ ໂດຍ​ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 2:17). ການ​ເອີ້ນ​ກໍ​ຍັງ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຂົາ​ເຈົ້າ ແລະ ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ​ນຳ​ອີກ.

ເປັນ​ການ​ບໍ່​ເໝາະ​ສົມ​ທີ່​ຈະ​ປາດ​ຖະ​ໜາ​ຢາກ​ໄດ້​ການ​ເອີ້ນ​ໃດ​ໜຶ່ງ​ສະ​ເພາະ ໃນ​ສາດ​ສະ​ໜາ​ຈັກ (ເບິ່ງ ມາ​ຣະ​ໂກ 10:42–45; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–37). ທັງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ “ເລື່ອນ​ຕຳ​ແໜ່ງ” ຈາກ​ການ​ເອີ້ນ​ໜຶ່ງ​ໄປ​ຫາ​ອີກ​ການ​ເອີ້ນ​ໜຶ່ງ. ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ​ໃນ​ການ​ເອີ້ນ​ແມ່ນ​ສຳ​ຄັນ​ຫລາຍ​ກວ່າ​ຕຳ​ແໜ່ງ​ຂອງ​ການ​ເອີ້ນ. ພຣະ​ຜູ້​ເປັນ​ເຈົ້າ​ຍົກ​ຍ້ອງ​ການ​ອຸ​ທິດ​ຕົນ​ຂອງ​ທຸກ​ຄົນ​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

30.1

ການ​ຕັດ​ສິນ​ໃຈ​ວ່າ​ຈະ​ເອີ້ນ​ໃຜ

30.1.1

ແນວ​ທາງ​ຊີ້​ນຳ​ທົ່ວ​ໄປ

ຜູ້​ທີ່​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ (ເບິ່ງ ເຮັບ​ເຣີ 5:4; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5). ຜູ້​ນຳ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ໃນ​ການ​ຕັດ​ສິນ​ໃຈ​ວ່າ​ຈະ​ເອີ້ນ​ໃຜ (ເບິ່ງ 4.2.6 ນຳ​ອີກ). ພວກ​ເພິ່ນ​ກໍ​ຍັງ​ພິ​ຈາ​ລະ​ນາ:

  • ຄວາມ​ມີ​ຄ່າ​ຄວນ​ຂອງ​ສະ​ມາ​ຊິກ (ຕາມ​ທີ່​ໄດ້​ພິ​ຈາ​ລະ​ນາ​ໃນ​ການ​ສຳ​ພາດ).

  • ຂອງ​ປະ​ທານ ແລະ ຄວາມ​ສາ​ມາດ​ທີ່​ສະ​ມາ​ຊິກ​ມີ, ຫລື ສາ​ມາດ​ພັດ​ທະ​ນາ, ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

  • ສະ​ຖາ​ນະ​ການ​ສ່ວນ​ຕົວ​ຂອງ​ສະ​ມາ​ຊິກ, ລວມ​ທັງ​ສຸ​ຂະ​ພາບ ແລະ ການ​ງານ​ຂອງ​ເຂົາ​ເຈົ້າ.

  • ຜົນ​ກະ​ທົບ​ທີ່​ການ​ເອີ້ນ​ອາດ​ມີ​ຕໍ່​ຊີ​ວິດ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ຂອງ​ສະ​ມາ​ຊິກ.

ສະ​ມາ​ຊິກ​ໄດ້​ຮັບ​ພອນ​ເພາະ​ການ​ເສຍ​ສະ​ລະ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ເພື່ອ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເອີ້ນ​ບໍ່​ຄວນ​ເປັນ​ພາ​ລະ​ໃຫ້​ກັບ​ບຸກ​ຄົນ ແລະ ຄອບ​ຄົວ​ຫລາຍ​ເກີນ​ໄປ. ທັງ​ບໍ່​ຄວນ​ໃຫ້​ການ​ເອີ້ນ​ເປັນ​ເລື່ອງ​ຍາກ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຈະ​ເຮັດ​ໜ້າ​ທີ່​ການ​ງານ​ຂອງ​ເຂົາ​ເຈົ້າ.

ໂດຍ​ທົ່ວ​ໄປ​ແລ້ວ, ສະ​ມາ​ຊິກ​ແຕ່​ລະ​ຄົນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ຢ່າງ​ໜຶ່ງ​ເທົ່າ​ນັ້ນ ໃນ​ແຕ່​ລະ​ຄັ້ງ, ທີ່​ນອກ​ເໜືອ​ໄປ​ຈາກ​ການ​ເປັນ​ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ເມື່ອ​ມອບ​ການ​ເອີ້ນ​ໃຫ້​ສະ​ມາ​ຊິກ​ທີ່​ແຕ່ງ​ງານ, ຜູ້​ນຳ​ຕ້ອງ​ແນ່​ໃຈ​ວ່າ​ຄູ່​ຄອງ​ຂອງ​ເຂົາ​ເຈົ້າ​ຮູ້​ຈັກ ແລະ ສະ​ໜັບ​ສະ​ໜູນ​ການ​ເອີ້ນ​ດັ່ງ​ກ່າວ. ກ່ອນ​ມອບ​ການ​ເອີ້ນ​ໃຫ້​ຊາຍ​ໜຸ່ມ ຫລື ຍິງ​ໜຸ່ມ, ຜູ້​ນຳ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ພໍ່ ຫລື ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ເຂົາ​ເສຍ​ກ່ອນ.

ກ່ອນ​ມອບ​ການ​ເອີ້ນ, ອະ​ທິ​ການ​ຈະ​ທົບ​ທວນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຢ່າງ​ລະ​ອຽດ ເພື່ອ​ກວດ​ສອບ​ວ່າ​ມັນ​ບໍ່​ມີ​ໝາຍ​ເຫດ​ປະ​ກອບ ຫລື ມີ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ເປັນ​ທາງ​ການ​ຫລື​ບໍ່.

30.1.2

ການ​ເອີ້ນ​ສຳ​ລັບ​ສະ​ມາ​ຊິກ​ໃໝ່

ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ຊ່ວຍ​ໃຫ້​ສະ​ມາ​ຊິກ​ເຕີບ​ໂຕ​ທາງ​ວິນ​ຍານ.

ຜູ້​ນຳ​ຫວອດ​ໃຫ້​ໂອ​ກາດ​ສະ​ມາ​ຊິກ​ໃໝ່​ເພື່ອ​ຮັບ​ໃຊ້​ທັນ​ທີ​ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

30.1.3

ການ​ເອີ້ນ​ສຳ​ລັບ​ຜູ້​ບໍ່​ໄດ້​ເປັນ​ສະ​ມາ​ຊິກ

ຜູ້​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ຖືກ​ເອີ້ນ​ສູ່​ບາງ​ຕຳ​ແໜ່ງ, ດັ່ງ​ເຊັ່ນ​ຜູ້​ຫລິ້ນ​ປີ​ອາ​ໂນ, ຜູ້​ນຳ​ດົນ​ຕີ, ຫລື ການ​ເອີ້ນ​ໃຫ້​ຊ່ວຍ​ວາງ​ແຜນ​ກິດ​ຈະ​ກຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ບໍ່​ຄວນ​ຖືກ​ເອີ້ນ​ໃຫ້​ເປັນ​ຄູ​ສອນ, ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ ຫລື ໃນ​ຝ່າຍ​ປະ​ທານ​ອົງ​ການ, ຫລື ເປັນ​ຜູ້​ນຳ​ດົນ​ຕີ​ໃນ​ຊັ້ນ​ປະ​ຖົມ​ໄວ.

30.1.4

ການ​ຮັກ​ສາ​ຄວາມ​ລັບ

ການ​ເອີ້ນ ແລະ ການ​ປົດ​ເປັນ​ເລື່ອງ​ສັກ​ສິດ. ເພາະ​ດ້ວຍ​ເຫດ​ນີ້, ຜູ້​ນຳ​ຈຶ່ງ​ຕ້ອງ​ຮັກ​ສາ​ຂໍ້​ມູນ​ກ່ຽວ​ກັບ​ຕຳ​ແໜ່ງ ແລະ ເວ​ລາ​ການ​ເອີ້ນ ແລະ ການ​ປົດ​ໄວ້​ເປັນ​ຄວາມ​ລັບ.

30.1.5

ການ​ແນະ​ນຳ​ຊື່ ແລະ ການ​ອະ​ນຸ​ມັດ​ການ​ເອີ້ນ

ຕາ​ຕະ​ລາງ​ການ​ເອີ້ນ​ລະ​ບຸ​ຜູ້​ທີ່​ແນະ​ນຳ​ຊື່​ສຳ​ລັບ​ການ​ເອີ້ນ​ແຕ່​ລະ​ຢ່າງ ແລະ ໃຜ​ເປັນ​ຜູ້​ອະ​ນຸ​ມັດ (ເບິ່ງ 30.8).

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ພິ​ຈາ​ລະ​ນາ​ການ​ແນະ​ນຳ​ຊື່​ແຕ່​ລະ​ຄັ້ງ​ຢ່າງ​ຮອບ​ຄອບ, ໂດຍ​ທີ່​ຮັບ​ຮູ້​ວ່າ ຜູ້​ນຳ​ໄດ້​ອະ​ທິ​ຖານ​ກ່ອນ​ທີ່​ຈະ​ແນະ​ນຳ​ຊື່​ເຫລົ່າ​ນັ້ນ. ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂັ້ນ​ສຸດ​ທ້າຍ ໃນ​ການ​ໄດ້​ຮັບ​ການ​ດົນ​ໃຈ​ວ່າ​ຈະ​ເອີ້ນ​ໃຜ.

30.2

ການ​ມອບ​ການ​ເອີ້ນ

ການ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ຄວນ​ເປັນ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ສະ​ມາ​ຊິກ.

ເມື່ອ​ຜູ້​ນຳ​ມອບ​ການ​ເອີ້ນ, ເພິ່ນ​ຈະ​ອະ​ທິ​ບາຍ​ວ່າ​ມັນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ຜູ້​ນຳ​ກໍ​ຍັງ:

  • ອະ​ທິ​ບາຍ​ຈຸດ​ປະ​ສົງ, ຄວາມ​ສຳ​ຄັນ, ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ການ​ເອີ້ນ​ນັ້ນ.

  • ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ສະ​ແຫວງ​ຫາ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປະ​ຕິ​ບັດ​ການ​ເອີ້ນ.

  • ເປັນ​ພະ​ຍານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ສະ​ມາ​ຊິກ ແລະ ຈະ​ໃຫ້​ພອນ​ແກ່​ເຂົາ​ເຈົ້າ​ສຳ​ລັບ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ​ຂອງ​ເຂົາ​ເຈົ້າ.

  • ບອກ​ສະ​ມາ​ຊິກ​ຜູ້​ທີ່​ຈະ​ໃຫ້​ການ​ອົບ​ຮົມ ແລະ ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ການ​ເອີ້ນ​ນັ້ນ.

  • ແຈ້ງ​ສະ​ມາ​ຊິກ​ເຖິງ​ການ​ປະ​ຊຸມ​ໃດໆ​ທີ່​ເຂົາ​ເຈົ້າ​ຄວນ​ເຂົ້າ​ຮ່ວມ ແລະ ແຫລ່ງ​ຊ່ວຍ​ເຫລືອ​ໃດໆ​ທີ່​ມີ​ໃຫ້.

30.3

ການ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ການ​ເອີ້ນ

ຜູ້​ທີ່​ຖືກ​ເອີ້ນ​ສູ່​ຕຳ​ແໜ່ງ​ສ່ວນ​ໃຫຍ່​ໃນ​ສາດ​ສະ​ໜາ​ຈັກ ຄວນ​ຖືກ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ກ່ອນ​ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:13; 42:11).

ບຸກ​ຄົນ​ທີ່​ດຳ​ເນີນ​ການ​ສະ​ໜັບ​ສະ​ໜູນ ທຳ​ອິດ​ປະ​ກາດ​ຜູ້​ທີ່​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່ງ (ຖ້າ​ກ່ຽວ​ຂ້ອງ). ເພິ່ນ​ເຊື້ອ​ເຊີນ​ໃຫ້​ສະ​ມາ​ຊິກ​ສະ​ແດງ​ຄວາມ​ຂອບ​ໃຈ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ບຸກ​ຄົນ (ເບິ່ງ 30.6).

ເມື່ອ​ສະ​ເໜີ​ບຸກ​ຄົນ​ເພື່ອ​ການ​ສະ​ໜັບ​ສະ​ໜູນ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ທີ່​ຖືກ​ອະ​ນຸ​ຍາດ​ຈະ​ເຊື້ອ​ເຊີນ​ໃຫ້​ລາວ​ຢືນ​ຂຶ້ນ. ຜູ້​ນຳ​ອາດ​ໃຊ້​ຄຳ​ເວົ້າ​ດັ່ງ​ຕໍ່​ໄປ​ນີ້:

“[ຊື່] ໄດ້​ຖືກ​ເອີ້ນ​ສູ່ [ຕຳ​ແໜ່ງ]. ຜູ້​ທີ່​ເຫັນ​ດ້ວຍ​ກັບ​ການ​ສະ​ໜັບ​ສະ​ໜູນ [ລາວ] ຂໍ​ໃຫ້​ຍົກ​ມື​ຂຶ້ນ. [ຢຸດ​ບຶດ​ໜຶ່ງ.] ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ. [ຢຸດ​ບຶດ​ໜຶ່ງ.]”

ຖ້າ​ຫາກ​ສະ​ມາ​ຊິກ​ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື​ຄັດ​ຄ້ານ​ຕໍ່​ການ​ເອີ້ນ​ດັ່ງ​ກ່າວ, ຜູ້​ນຳ​ຄວບ​ຄຸມ ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຈະ​ພົບ​ກັບ​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ​ຫລັງ​ຈາກ​ກອງ​ປະ​ຊຸມ.

30.4

ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ຢ່າງ​ເປັນ​ທາງ​ການ

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 18.11.

30.6

ການ​ປົດ​ສະ​ມາ​ຊິກ​ຈາກ​ການ​ເອີ້ນ

ເມື່ອ​ປະ​ທານ ຫລື ອະ​ທິ​ການ​ຖືກ​ປົດ, ທີ່​ປຶກ​ສາ​ຂອງ​ເພິ່ນ​ກໍ​ຈະ​ຖືກ​ປົດ​ຢ່າງ​ອັດ​ຕະ​ໂນ​ມັດ.

ການ​ປົດ​ເປັນ​ໂອ​ກາດ​ສຳ​ຄັນ​ສຳ​ລັບ​ຜູ້​ນຳ​ທີ່​ຈະ​ສະ​ແດງ​ຄວາມ​ກະ​ຕັນ​ຍູ ແລະ ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ຮັບ​ໃຊ້​ຂອງ​ສະ​ມາ​ຊິກ. ຜູ້​ນຳ​ພົບ​ກັບ​ສະ​ມາ​ຊິກ​ເປັນ​ການ​ສ່ວນ​ຕົວ​ເພື່ອ​ແຈ້ງ​ການ​ປົດ​ຂອງ​ລາວ ກ່ອນ​ທີ່​ຈະ​ປະ​ກາດ​ເປັນ​ທາງ​ການ. ພຽງ​ແຕ່​ບຸກ​ຄົນ​ທີ່​ຕ້ອງ​ຮູ້​ຈັກ​ເທົ່າ​ນັ້ນ​ທີ່​ຈະ​ຖືກ​ແຈ້ງ​ໃຫ້​ຊາບ​ເຖິງ​ການ​ປົດ​ກ່ອນ​ຈະ​ປະ​ກາດ.

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ທີ່​ຖືກ​ອະ​ນຸ​ຍາດ​ຈະ​ປະ​ກາດ​ການ​ປົດ​ໃນ​ສະ​ຖານ​ທີ່​ບ່ອນ​ດຽວ​ກັນ​ກັບ​ເວ​ລາ​ທີ່​ຖືກ​ສະ​ໜັບ​ສະ​ໜູນ. ຜູ້​ນຳ​ອາດ​ໃຊ້​ຖ້ອຍ​ຄຳ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

“[ຊື່] ໄດ້​ຖືກ​ປົດ​ຈາກ [ຕຳ​ແໜ່ງ]. ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ [ລາວ] ຂໍ​ໃຫ້​ຍົກ​ມື​ຂຶ້ນ.”

ຜູ້​ນຳ​ບໍ່​ຂໍ​ສຽງ​ຄັດ​ຄ້ານ.

30.8

ຕາ​ຕະ​ລາງ​ການ​ເອີ້ນ

30.8.1

ການ​ເອີ້ນ​ໃນ​ຫວອດ

ການ​ເອີ້ນ

ແນະ​ນຳ​ໂດຍ

ອະ​ນຸ​ມັດ​ໂດຍ

ສະ​ໜັບ​ສະ​ໜູນ​ໂດຍ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ການ​ເອີ້ນ

ອະ​ທິ​ການ2

ແນະ​ນຳ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ, ໃຊ້ LCR

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລັງ​ຈາກ​ຖືກ​ອະ​ນຸ​ມັດ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ອະ​ທິ​ການ2

ແນະ​ນຳ​ໂດຍ

ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ສະ​ໝຽນ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຫລື ສະ​ມາ​ຊິກ​ສະ​ພາ​ສູງ

ການ​ເອີ້ນ

ເລ​ຂາ​ນຸ​ການ​ສູງ​ສຸດ​ປະ​ຈຳ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຫລື ສະ​ມາ​ຊິກ​ສະ​ພາ​ສູງ

ການ​ເອີ້ນ

ປະ​ທານ​ກຸ່ມ​ແອວ​ເດີ

ແນະ​ນຳ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ອະ​ທິ​ການ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

ແນະ​ນຳ​ໂດຍ

ປະ​ທານ​ກຸ່ມ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ອະ​ທິ​ການ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຫລື ສະ​ມາ​ຊິກ​ສະ​ພາ​ສູງ

ການ​ເອີ້ນ

ການ​ເອີ້ນ​ອື່ນໆ​ໃນ​ກຸ່ມ​ແອວ​ເດີ

ແນະ​ນຳ​ໂດຍ

ຝ່າຍ​ປະ​ທານ​ກຸ່ມ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ກຸ່ມ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ກຸ່ມ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ປະ​ທານ​ອົງ​ການ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ຫວອດ

ແນະ​ນຳ​ໂດຍ

ປະ​ທານ​ອົງ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ການ​ເອີ້ນ​ອື່ນໆ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ການ​ເອີ້ນ​ອື່ນໆ​ໃນ​ອົງ​ການ​ຍິງ​ໜຸ່ມ, ຊັ້ນ​ປະ​ຖົມ​ໄວ, ແລະ ໂຮງ​ຮຽນ​ວັນ​ອາ​ທິດ

ແນະ​ນຳ​ໂດຍ

ຝ່າຍ​ປະ​ທານ​ອົງ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ອາດ​ຮັບ​ບົດ​ບາດ​ນີ້, ຖ້າ​ເປັນ​ເຊັ່ນ​ນັ້ນ, ລາວ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ເອີ້ນ, ຖືກ​ສະ​ໜັບ​ສະ​ໜູນ, ຫລື ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ອີກ​ຕ່າງ​ຫາກ)

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ປະ​ຈຳ​ຫວອດ (ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ອາດ​ຮັບ​ບົດ​ບາດ​ນີ້, ຖ້າ​ເປັນ​ເຊັ່ນ​ນັ້ນ, ລາວ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ເອີ້ນ, ຖືກ​ສະ​ໜັບ​ສະ​ໜູນ, ຫລື ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ອີກ​ຕ່າງ​ຫາກ)

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ຜູ້​ຊ່ວຍ​ປະ​ທານ​ກຸ່ມ​ປະ​ໂລ​ຫິດ

ແນະ​ນຳ​ໂດຍ

ອະ​ທິ​ການ (ເປັນ​ປະ​ທານ​ກຸ່ມ​ປະ​ໂລ​ຫິດ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ກຸ່ມ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ

ການ​ເອີ້ນ

ປະ​ທານ​ກຸ່ມ​ຄູ​ສອນ ແລະ ມັກ​ຄະ​ນາ​ຍົກ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ກຸ່ມ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ຖືກ​ເອີ້ນ​ໂດຍ​ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ; ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ອະ​ທິ​ການ

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ຄູ​ສອນ ແລະ ມັກ​ຄະ​ນາ​ຍົກ ແລະ ເລ​ຂາ​ນຸ​ການ​ກຸ່ມ

ແນະ​ນຳ​ໂດຍ

ປະ​ທານ​ກຸ່ມ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ກຸ່ມ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ປະ​ທານ​ຫ້ອງ​ຍິງ​ໜຸ່ມ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫ້ອງ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ຫ້ອງ​ຍິງ​ໜຸ່ມ ແລະ ເລ​ຂາ​ນຸ​ການ​ຫ້ອງ

ແນະ​ນຳ​ໂດຍ

ປະ​ທານ​ຫ້ອງ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫ້ອງ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ການ​ເອີ້ນ​ອື່ນໆ​ໃນ​ຫວອດ

ແນະ​ນຳ​ໂດຍ

ຝ່າຍ​ອະ​ທິ​ການ

ອະ​ນຸ​ມັດ​ໂດຍ

ຝ່າຍ​ອະ​ທິ​ການ

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ຫວອດ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

  1. ຜູ້​ຜະ​ນຶກ​ປະ​ຈຳ​ໃນ​ພຣະ​ວິ​ຫານ​ບໍ່​ຄວນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຝ່າຍ​ອະ​ທິ​ການ. ຜູ້​ຜະ​ນຶກ​ຖືກ​ເອີ້ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ.

30.8.2

ການ​ເອີ້ນ​ໃນ​ສາ​ຂາ

ການ​ເອີ້ນ

ຖືກ​ແນະ​ນຳ​ຊື່​ໂດຍ

ອະ​ນຸ​ມັດ​ໂດຍ

ສະ​ໜັບ​ສະ​ໜູນ​ໂດຍ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ການ​ເອີ້ນ

ປະ​ທານ​ສາ​ຂາ1

ຖືກ​ແນະ​ນຳ​ຊື່​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ, ຝ່າຍ​ປະ​ທານ​ເຜີຍ​ແຜ່, ຫລື ຝ່າຍ​ປະ​ທານ​ທ້ອງ​ຖິ່ນ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສາ​ຂາ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່ (ຫລື ປະ​ທານ​ທ້ອງ​ຖິ່ນ​ຖ້າ​ຖືກ​ມອບ​ໝາຍ)

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສາ​ຂາ1

ຖືກ​ແນະ​ນຳ​ຊື່​ໂດຍ

ປະ​ທານ​ສາ​ຂາ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່ (ຫລື, ເມື່ອ​ຖືກ​ອະ​ນຸ​ຍາດ​ໂດຍ​ປະ​ທານ​ເຜີຍ​ແຜ່, ຝ່າຍ​ປະ​ທານ​ທ້ອງ​ຖິ່ນ)

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສາ​ຂາ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ, ປະ​ທານ​ເຜີຍ​ແຜ່, ຫລື ປະ​ທານ​ທ້ອງ​ຖິ່ນ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ

ການ​ເອີ້ນ

ສະ​ໝຽນ​ສາ​ຂາ, ຜູ້​ຊ່ວຍ​ສະ​ໝຽນ​ສາ​ຂາ, ແລະ ເລ​ຂາ​ນຸ​ການ​ສູງ​ສຸດ

ຖືກ​ແນະ​ນຳ​ຊື່​ໂດຍ

ຝ່າຍ​ປະ​ທານ​ສາ​ຂາ

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່ (ຫລື, ເມື່ອ​ຖືກ​ອະ​ນຸ​ຍາດ​ໂດຍ​ປະ​ທານ​ເຜີຍ​ແຜ່, ຝ່າຍ​ປະ​ທານ​ທ້ອງ​ຖິ່ນ)

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສາ​ຂາ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຫລື ສະ​ມາ​ຊິກ​ສະ​ພາ​ສູງ (ສຳ​ລັບ​ສາ​ຂາ​ໃນ​ສະ​ເຕກ); ປະ​ທານ​ທ້ອງ​ຖິ່ນ ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເພິ່ນ​ມອບ​ໝາຍ (ສຳ​ລັບ​ສາ​ຂາ​ໃນ​ເຂດ​ເຜີຍ​ແຜ່)

ການ​ເອີ້ນ

ປະ​ທານ​ກຸ່ມ​ແອວ​ເດີ

ຖືກ​ແນະ​ນຳ​ຊື່​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ, ຝ່າຍ​ປະ​ທານ​ທ້ອງ​ຖິ່ນ, ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ທານ​ສາ​ຂາ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່ (ຫລື, ເມື່ອ​ຖືກ​ອະ​ນຸ​ຍາດ​ໂດຍ​ປະ​ທານ​ເຜີຍ​ແຜ່, ຝ່າຍ​ປະ​ທານ​ທ້ອງ​ຖິ່ນ)

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສາ​ຂາ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່ (ຫລື ປະ​ທານ​ທ້ອງ​ຖິ່ນ​ຖ້າ​ຖືກ​ມອບ​ໝາຍ)

ການ​ເອີ້ນ

ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ

ຖືກ​ແນະ​ນຳ​ຊື່​ໂດຍ

ປະ​ທານ​ກຸ່ມ (ໃນ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ທານ​ສາ​ຂາ)

ອະ​ນຸ​ມັດ​ໂດຍ

ຝ່າຍ​ປະ​ທານ​ສະ​ເຕກ ແລະ ສະ​ພາ​ສູງ ຫລື ຝ່າຍ​ປະ​ທານ​ເຜີຍ​ແຜ່ (ຫລື, ເມື່ອ​ຖືກ​ອະ​ນຸ​ຍາດ​ໂດຍ​ປະ​ທານ​ເຜີຍ​ແຜ່, ຝ່າຍ​ປະ​ທານ​ທ້ອງ​ຖິ່ນ)

ສະ​ໜັບ​ສະ​ໜູນ​ໂດຍ

ສະ​ມາ​ຊິກ​ສາ​ຂາ

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຫລື ສະ​ມາ​ຊິກ​ສະ​ພາ​ສູງ (ຫລື ປະ​ທານ​ທ້ອງ​ຖິ່ນ ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ ຖ້າ​ຖືກ​ມອບ​ໝາຍ)

ການ​ເອີ້ນ

ການ​ເອີ້ນ​ອື່ນໆ​ໃນ​ສາ​ຂາ

ຖືກ​ແນະ​ນຳ​ຊື່​ໂດຍ

ເບິ່ງ 30.8.1, ໃຊ້ ປະ​ທານ​ສາ​ຂາ ແທນ ອະ​ທິ​ການ ແລະ ສາ​ຂາ ແທນ ຫວອດ.

ອະ​ນຸ​ມັດ​ໂດຍ

ເບິ່ງ 30.8.1, ໃຊ້ ປະ​ທານ​ສາ​ຂາ ແທນ ອະ​ທິ​ການ ແລະ ສາ​ຂາ ແທນ ຫວອດ.

ສະ​ໜັບ​ສະ​ໜູນ​ໂດຍ

ເບິ່ງ 30.8.1, ໃຊ້ ປະ​ທານ​ສາ​ຂາ ແທນ ອະ​ທິ​ການ ແລະ ສາ​ຂາ ແທນ ຫວອດ.

ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ

ເບິ່ງ 30.8.1, ໃຊ້ ປະ​ທານ​ສາ​ຂາ ແທນ ອະ​ທິ​ການ ແລະ ສາ​ຂາ ແທນ ຫວອດ.

  1. ຜູ້​ຜະ​ນຶກ​ປະ​ຈຳ​ໃນ​ພຣະ​ວິ​ຫານ​ບໍ່​ຄວນ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສາ​ຂາ. ຜູ້​ຜະ​ນຶກ​ຖືກ​ເອີ້ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ.

ພິມ