ຄູ່​ມື ແລະ ການ​ເອີ້ນ
31. ການ​ສຳ​ພາດ ແລະ ການ​ພົບ​ປະ​ອື່ນໆ​ກັບ​ສະ​ມາ​ຊິກ


“31. ການ​ສຳ​ພາດ ແລະ ການ​ພົບ​ປະ​ອື່ນໆ​ກັບ​ສະ​ມາ​ຊິກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“31. ການ​ສຳ​ພາດ ແລະ ການ​ພົບ​ປະ​ອື່ນໆ​ກັບ​ສະ​ມາ​ຊິກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຈັບ​ມື​ທັກ​ທາຍ

31.

ການ​ສຳ​ພາດ ແລະ ການ​ພົບ​ປະ​ອື່ນໆ​ກັບ​ສະ​ມາ​ຊິກ

31.0

ຄຳ​ນຳ

ພຣະ​ເຢ​ຊູ​ຄຣິດ​ມັກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ​ເທື່ອ​ລະ​ຄົນ (ເບິ່ງ, ຍົກ​ຕົວ​ຢ່າງ, ໂຢ​ຮັນ 4:5–26; 3 ນີ​ໄຟ 17:21). ພຣະ​ອົງ​ຮັກ​ລູກ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ. ພຣະ​ອົງ​ຊ່ວຍ​ເຂົາ​ເຈົ້າ​ເປັນ​ສ່ວນ​ບຸກ​ຄົນ.

ບົດ​ນີ້​ສາ​ມາດ​ຊ່ວຍ​ຜູ້​ນຳ​ທຸກ​ຄົນ​ທີ່​ມີ​ໂອ​ກາດ​ເພື່ອ​ພົບ​ກັບ​ສະ​ມາ​ຊິກ​ແຕ່​ລະ​ຄົນ.

31.1

ຫລັກ​ທຳ​ທີ່​ເປັນ​ແນວ​ທາງ

31.1.1

ກຽມ​ພ້ອມ​ທາງ​ວິນ​ຍານ

ກຽມ​ພ້ອມ​ຕົວ​ເອງ​ທາງ​ວິນ​ຍານ​ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ. ຟັງ​ການ​ສື່ມ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

31.1.2

ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ເມື່ອ​ສະ​ມາ​ຊິກ​ມາ​ຫາ​ທ່ານ​ເພື່ອ​ການ​ສຳ​ພາດ ຫລື ເພື່ອ​ຂໍ​ໃຫ້​ຊ່ວຍ​ກັບ​ການ​ທ້າ​ທາຍ​ສ່ວນ​ຕົວ, ສ່ວນ​ຫລາຍ​ແລ້ວ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຄື​ການ​ຮູ້​ຈັກ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ເຂົາ​ເຈົ້າ.

ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ສິດ​ສອນ​ຄຳ​ສອນ​ທີ່​ບໍ​ລິ​ສຸດ. ໃຊ້​ມັນ​ເພື່ອ​ດົນ​ໃຈ ແລະ ຊຸກ​ຍູ້, ບໍ່​ແມ່ນ​ເພື່ອ​ກ່າວ​ໂທດ, ບີບ​ບັງ​ຄັບ, ຫລື ກໍ່​ໃຫ້​ເກີດ​ຄວາມ​ຢ້ານ​ກົວ (ເບິ່ງ ລູ​ກາ 9:56).

31.1.3

ຊ່ວຍ​ສະ​ມາ​ຊິກ​ດຶງ​ເອົາ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ຫັນ​ມາ​ຫາ​ພຣະ​ອົງ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ດຶງ​ເອົາ​ອຳ​ນາດ​ຂອງ​ພຣະ​ອົງ​ເພື່ອ​ຄວາມ​ເຂັ້ມ​ແຂງ, ການ​ປອບ​ໂຍນ, ແລະ ການ​ໄຖ່.

31.1.4

ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮູ້​ສຶກ​ສະ​ບາຍ​ໃຈ ແລະ ປອດ​ໄພ

ໃຫ້​ສະ​ມາ​ຊິກ​ເລືອກ​ໄດ້​ສະ​ເໝີ​ທີ່​ຈະ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ນຳ​ລະ​ຫວ່າງ​ການ​ສຳ​ພາດ ຫລື ການ​ພົບ​ປະ. ເມື່ອ​ພົບ​ປະ​ກັບ​ສະ​ມາ​ຊິກ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ, ເດັກ​ນ້ອຍ, ຫລື ຊາວ​ໜຸ່ມ, ໃຫ້​ແນ່​ໃຈ​ວ່າ​ພໍ່​ແມ່ ຫລື ຜູ້​ໃຫຍ່​ຄົນ​ໜຶ່ງ​ຢູ່​ນຳ. ຜູ້​ໃຫຍ່​ສາ​ມາດ​ຢູ່​ນຳ ຫລື ລໍ​ຖ້າ​ຢູ່​ນອກ​ຫ້ອງ, ອີງ​ຕາມ​ການ​ເລືອກ​ຂອງ​ສະ​ມາ​ຊິກ​ຜູ້​ທີ່​ທ່ານ​ພົບ​ປະ.

ຢ່າ​ແບ່ງ​ປັນ​ຂໍ້​ມູນ​ລັບ​ກັບ​ຜູ້​ໃດ—ລວມ​ທັງ​ຄູ່​ຄອງ​ຂອງ​ທ່ານ ຫລື ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ—ຍົກ​ເວັ້ນ​ແຕ່​ສະ​ມາ​ຊິກ​ອະ​ນຸ​ຍາດ.

31.1.5

ຖາມ​ຄຳ​ຖາມ​ທີ່​ດົນ​ໃຈ ແລະ ຟັງ​ຢ່າງ​ລະ​ມັດ​ລະ​ວັງ

ເມື່ອ​ພົບ​ປະ​ກັບ​ສະ​ມາ​ຊິກ, ໃຫ້​ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ.

ຂະ​ນະ​ທີ່​ສະ​ມາ​ຊິກ​ເວົ້າ, ໃຫ້​ຟັງ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຢ່າງ​ຕັ້ງ​ໃຈ.

31.1.6

ຊຸກ​ຍູ້​ການ​ກຸ້ມ​ຕົນ​ເອງ

ເພາະ​ທ່ານ​ຮັກ​ສະ​ມາ​ຊິກ, ທ່ານ​ອາດ​ຢາກ​ສະ​ເໜີ​ວິ​ທີ​ແກ້​ໄຂ​ບັນ​ຫາ​ໃຫ້​ເຂົາ​ເຈົ້າ​ທັນ​ທີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຈະ​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ​ຫລາຍ​ກວ່າ ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຫາ​ທາງ​ແກ້​ໄຂ​ບັນ​ຫາ ແລະ ຕັດ​ສິນ​ໃຈ​ດ້ວຍ​ຕົນ​ເອງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:8).

31.1.7

ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ກັບ​ໃຈ

ພຽງ​ແຕ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຊ່ວຍ​ບຸກ​ຄົນ​ແກ້​ໄຂ​ບັນ​ຫາ​ຮ້າຍ​ແຮງ​ໄດ້. ບາບ​ບາງ​ຢ່າງ​ເຫລົ່າ​ນັ້ນ​ມີ​ລະ​ບຸ​ໄວ້​ໃນ 32.6. ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ກະ​ທຳ​ບາບ​ໃດໆ​ເຫລົ່າ​ນີ້, ເຂົາ​ເຈົ້າ​ຄວນ​ພົບ​ກັບ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ທັນ​ທີ.

31.1.8

ຕອບ​ຮັບ​ການ​ຂົ່ມ​ເຫັງ​ຢ່າງ​ເໝາະ​ສົມ

ການ​ຂົ່ມ​ເຫັງ​ບໍ່​ສາ​ມາດ​ຖືກ​ຍອມ​ຮັບ​ໃນ​ທຸກ​ຮູບ​ແບບ. ໃຫ້​ຮັບ​ເອົາ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ຂົ່ມ​ເຫັງ​ຢ່າງ​ຈິງ​ຈັງ. ຖ້າ​ຫາກ​ທ່ານ​ຮູ້​ຈັກ​ບາງ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ, ໃຫ້​ລາຍ​ງານ​ການ​ຂົ່ມ​ເຫັງ​ຕໍ່​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ ແລະ ປຶກ​ສາ​ກັບ​ອະ​ທິ​ການ. ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ລາຍ​ງານ ແລະ ການ​ຕອບ​ຮັບ​ການ​ຂົ່ມ​ເຫັງ​ມີ​ລະ​ບຸ​ໄວ້​ໃນ 38.6.2.

31.2

ການ​ສຳ​ພາດ

31.2.1

ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ

ໂດຍ​ທົ່ວ​ໄປ​ແລ້ວ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ສຳ​ພາດ​ສະ​ມາ​ຊິກ​ເພື່ອ​ພິ​ຈາ​ລະ​ນາ​ວ່າ ເຂົາ​ເຈົ້າ:

  • ກຽມ​ພ້ອມ​ທີ່​ຈະ​ຮັບ ຫລື ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຫລື​ບໍ່.

  • ຄວນ​ຖືກ​ເອີ້ນ​ສູ່​ຕຳ​ແໜ່ງ​ໃນ​ສາດ​ສະ​ໜາ​ຈັກ​ຫລື​ບໍ່.

31.2.2

ການ​ສຳ​ພາດ​ແບບ​ຕ່າງໆ

ໃຜ​ສາ​ມາດ​ດຳ​ເນີນ​ການ​ສຳ​ພາດ

ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ

ໃຜ​ສາ​ມາດ​ດຳ​ເນີນ​ການ​ສຳ​ພາດ

ອະ​ທິ​ການ​ເທົ່າ​ນັ້ນ

ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ

  • ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ສະ​ມາ​ຊິກ​ຜູ້​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົວ​ເອງ ຫລື ຈະ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ (ເບິ່ງ 26.3.1).

  • ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ (ເບິ່ງ 26.4.2).

  • ແຕ່ງ​ຕັ້ງ​ຜູ້​ຊາຍ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

  • ແຕ່ງ​ຕັ້ງ​ຊາຍ​ໜຸ່ມ ຫລື ຜູ້​ຊາຍ​ທີ່​ເປັນ​ຜູ້​ໃຫຍ່​ສູ່​ຕຳ​ແໜ່ງ​ປະ​ໂລ​ຫິດ (ເບິ່ງ 18.10.2).

  • ແນະ​ນຳ​ຊື່​ຜູ້​ຊາຍ​ທີ່​ເປັນ​ຜູ້​ໃຫຍ່​ໃຫ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ ຫລື ມະ​ຫາ​ປະ​ໂລ​ຫິດ (ເບິ່ງ 31.2.6). ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ​ແມ່ນ​ຈຳ​ເປັນ​ສຳ​ລັບ​ການ​ດຳ​ເນີນ​ການ​ສຳ​ພາດ​ນີ້.

  • ແນະ​ນຳ​ຊື່​ສະ​ມາ​ຊິກ​ເພື່ອ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ (ເບິ່ງ 24.4.2).

  • ເອີ້ນ​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ອົງ​ການ​ໃນ​ຫວອດ.

  • ເອີ້ນ​ປະ​ໂລ​ຫິດ​ໃຫ້​ຮັບ​ໃຊ້​ເປັນ​ຜູ້​ຊ່ວຍ​ໃນ​ກຸ່ມ​ປະ​ໂລ​ຫິດ.

  • ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ (ເບິ່ງ ບົດ​ທີ 32).

  • ລົງ​ຊື່​ສະ​ມາ​ຊິກ​ເພື່ອ​ຮັບ ເງິນ​ກູ້​ຢືມ​ຈາກ​ກອງ​ທຶນ​ຕໍ່​ເນື່ອງ​ເພື່ອ​ການ​ສຶກ​ສາ, ເມື່ອ​ມີ​ໃຫ້.

  • ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ປະ​ກາດ​ສະ​ຖາ​ນະ ການ​ຈ່າຍ​ສ່ວນ​ສິບ​ຂອງ​ເຂົາ​ເຈົ້າ (ເບິ່ງ 34.3.1.2).

  • ອະ​ນຸ​ຍາດ​ໃຫ້​ໃຊ້​ເງິນ​ທຶນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ (ເບິ່ງ 22.6.1).

ໃຜ​ສາ​ມາດ​ດຳ​ເນີນ​ການ​ສຳ​ພາດ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ເພິ່ນ​ມອບ​ໝາຍ

ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ

  • ຕໍ່​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ (ເບິ່ງ 26.3.1).

  • ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ (ເບິ່ງ 26.4.3).

  • ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ເພື່ອ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່ ຫລື ໄປ​ເບິ່ງ​ການ​ຜະ​ນຶກ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ເຂົ້າ​ກັບ​ພໍ່​ແມ່ (ເບິ່ງ 26.4.4).

  • ເອີ້ນ​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ໃນ​ຫວອດ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 30.8.

  • ອະ​ນຸ​ຍາດ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 8 ປີ ບໍ່​ວ່າ​ຈະ​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ ຫລື ມີ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 31.2.3.1).

  • ອະ​ນຸ​ຍາດ​ການ​ແຕ່ງ​ຕັ້ງ​ຊາຍ​ໜຸ່ມ​ສູ່​ຕຳ​ແໜ່ງ​ມັກ​ຄະ​ນາ​ຍົກ ຫລື ຄູ​ສອນ (ເບິ່ງ 18.10.2).

  • ອອກ​ໃບ​ແນະ​ນຳ​ສຳ​ລັບ​ປິ​ຕຸ​ພອນ (ເບິ່ງ 18.17).

  • ອະ​ນຸ​ຍາດ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຫວອດ​ອື່ນ, ຖ້າ​ຫາກ​ລາວ​ບໍ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. (ເບິ່ງ ຟອມ​ໃບ​ຮັບ​ຮອງ​ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ.)

31.2.3

ການ​ສຳ​ພາດ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

31.2.3.1

ເດັກ​ນ້ອຍ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ

ອະ​ທິ​ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 8 ປີ ຢູ່​ໃນ​ຫວອດ​ຂອງ​ເພິ່ນ. ເພາະ​ດ້ວຍ​ເຫດ​ນີ້, ເພິ່ນ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ຈະ​ສຳ​ພາດ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ບັບ​ຕິ​ສະ​ມາ:

  • ເດັກ​ນ້ອຍ​ອາ​ຍຸ 8 ປີ ທີ່​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ.

  • ເດັກ​ນ້ອຍ​ອາ​ຍຸ 8 ປີ ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ ແຕ່​ມີ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ທີ່​ເປັນ​ສະ​ມາ​ຊິກ.

  • ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 9 ປີ​ຂຶ້ນ​ໄປ ທີ່​ບັບ​ຕິ​ສະ​ມາ​ຊັກ​ຊ້າ ເນື່ອງ​ຈາກ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ.

ໃນ​ການ​ສຳ​ພາດ, ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ ເດັກ​ນ້ອຍ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ການ​ບັບ​ຕິ​ສະ​ມາ (ເບິ່ງ 2 ນີ​ໄຟ 31:5–20). ເພິ່ນ​ກໍ​ຍັງ​ຕ້ອງ​ແນ່​ໃຈ​ວ່າ ເດັກ​ນ້ອຍ​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ (ເບິ່ງ ໂມ​ໄຊ​ຢາ 18:8–10). ເພິ່ນ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄຳ​ຖາມ​ທີ່​ລະ​ບຸ​ໄວ້. ນີ້​ບໍ່​ແມ່ນ​ການ​ສຳ​ພາດ​ເພື່ອ​ພິ​ຈາ​ລະ​ນາ​ຄວາມ​ມີ​ຄ່າ​ຄວນ, ເນື່ອງ​ຈາກ​ວ່າ “[ເດັກ] ນ້ອຍໆ​ບໍ່​ຕ້ອງ​ການ​ການ​ກັບ​ໃຈ” (ໂມ​ໂຣ​ໄນ 8:11).

31.2.3.2

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ

ປະ​ທານ​ເຜີຍ​ແຜ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ໃຫ້​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ເພາະ​ດ້ວຍ​ເຫດ​ນີ້, ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຈຶ່ງ​ສຳ​ພາດ:

  • ບຸກ​ຄົນ​ທີ່​ອາ​ຍຸ 9 ປີ​ຂຶ້ນ​ໄປ ທີ່​ບໍ່​ເຄີຍ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ເບິ່ງ 31.2.3.1 ສຳ​ລັບ​ຂໍ້​ຍົກ​ເວັ້ນ​ສຳ​ລັບ​ຜູ້​ທີ່​ພິ​ການ​ທາງ​ສະ​ຕິ​ປັນ​ຍາ.

  • ເດັກ​ນ້ອຍ​ອາ​ຍຸ 8 ປີ​ຂຶ້ນ​ໄປ ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

  • ເດັກ​ນ້ອຍ​ອາ​ຍຸ 8 ປີ​ຂຶ້ນ​ໄປ ທີ່​ມີ​ພໍ່​ແມ່​ທີ່​ກຳ​ລັງ​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ນຳ​ເຊັ່ນ​ກັນ.

31.2.4

ການ​ສຳ​ພາດ​ເພື່ອ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 18.10.2.

31.2.5

ການ​ສຳ​ພາດ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ເຂົ້າ​ໄປ​ພຣະ​ວິ​ຫານ ແລະ ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຢູ່​ທີ່​ນັ້ນ​ແມ່ນ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ. ສິດ​ທິ​ພິ​ເສດ​ນີ້​ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ຜູ້​ທີ່​ກຽມ​ພ້ອມ​ທາງ​ວິນ​ຍານ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ທີ່​ພິ​ຈາ​ລະ​ນາ​ໂດຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ສິດ​ອຳ​ນາດ.

ໃນ​ການ​ພິ​ຈາ​ລະ​ນາ​ນີ້, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຈະ​ສຳ​ພາດ​ສະ​ມາ​ຊິກ​ໂດຍ​ການ​ໃຊ້​ຄຳ​ຖາມ​ໃນ LCR (ເບິ່ງ​ແນວ​ທາງ​ຊີ້​ນຳ​ໃນ 26.3 ນຳ​ອີກ).

31.2.6

ການ​ສຳ​ພາດ​ເພື່ອ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ປະ​ທານ​ສະ​ເຕກ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ເພິ່ນ​ກໍ​ຍັງ​ດຳ​ລົງ​ຂໍ​ກະ​ແຈ​ສຳ​ລັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ແອວ​ເດີ ແລະ ມະ​ຫາ​ປະ​ໂລ​ຫິດ​ນຳ​ອີກ.

ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ, ອະ​ທິ​ການ​ຈະ​ສຳ​ພາດ​ສະ​ມາ​ຊິກ ໂດຍ​ການ​ໃຊ້​ຄຳ​ຖາມ​ທີ່​ໃຫ້​ໄວ້​ໃນ ບັນ​ທຶກ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

31.3

ໂອ​ກາດ​ອື່ນໆ​ສຳ​ລັບ​ຜູ້​ນຳ​ທີ່​ຈະ​ພົບ​ປະ​ກັບ​ສະ​ມາ​ຊິກ

  • ສະ​ມາ​ຊິກ​ອາດ​ຂໍ​ພົບ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ເມື່ອ​ເຂົາ​ເຈົ້າ​ຕ້ອງ​ການ​ການ​ຊີ້​ນຳ​ທາງ​ວິນ​ຍານ ຫລື ມີ​ບັນ​ຫາ​ໜັກ​ເລື່ອງ​ສ່ວນ​ຕົວ.

  • ອະ​ທິ​ການ ຫລື ບາງ​ຄົນ​ທີ່​ເພິ່ນ​ມອບ​ໝາຍ​ພົບ​ກັບ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຕ້ອງ​ການ​ທາງ​ໂລກ (ເບິ່ງ 22.6).

  • ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ພົບ​ກັບ​ເດັກ​ນ້ອຍ​ອາ​ຍຸ 11 ປີ ແຕ່​ລະ​ຄົນ ເມື່ອ​ເຂົາ​ຍ້າຍ​ຈາກ​ປະ​ຖົມ​ໄວ​ໄປ​ຫາ​ກຸ່ມ​ມັກ​ຄະ​ນາ​ຍົກ ຫລື ຫ້ອງ​ຮຽນ​ຍິງ​ໜຸ່ມ.

31.3.1

ການ​ພົບ​ປະ​ກັບ​ຊາວ​ໜຸ່ມ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ພົບ​ກັບ​ຊາວ​ໜຸ່ມ​ແຕ່​ລະ​ຄົນ​ປີ​ລະ​ສອງ​ເທື່ອ. ຢ່າງ​ໜ້ອຍ​ໜຶ່ງ​ເທື່ອ​ຂອງ​ການ​ພົບ​ປະ​ເຫລົ່າ​ນີ້​ແຕ່​ລະ​ປີ ຄວນ​ເປັນ​ການ​ພົບ​ກັບ​ອະ​ທິ​ການ. ເລີ່ມ​ຕົ້ນ​ຂອງ​ປີ​ທີ່​ຊາວ​ໜຸ່ມ​ອາ​ຍຸ​ຄົບ 16 ປີ, ການ​ພົບ​ປະ​ທັງ​ສອງ​ເທື່ອ​ລະ​ຫວ່າງ​ປີ​ຄວນ​ເປັນ​ການ​ພົບ​ກັບ​ອະ​ທິ​ການ ຖ້າ​ເປັນ​ໄປ​ໄດ້.

ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ກໍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຍິງ​ໜຸ່ມ​ແຕ່​ລະ​ຄົນ​ເຊັ່ນ​ກັນ. ລາວ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ໂດຍ​ການ​ພົບ​ກັບ​ຍິງ​ໜຸ່ມ​ເປັນ​ການ​ສ່ວນ​ຕົວ (ຫລື ມີ​ຜູ້​ໃຫຍ່​ອີກ​ຄົນ​ໜຶ່ງ​ຢູ່​ນຳ).

31.3.1.2

ຫົວ​ຂໍ້​ທີ່​ຈະ​ສົນ​ທະ​ນາ

ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ພົບ​ປະ​ກັບ​ຊາວ​ໜຸ່ມ​ຄື​ການ​ສ້າງ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ຊາວ​ໜຸ່ມ​ຕິດ​ຕາມ​ພວກ​ພຣະ​ອົງ. ການ​ພົບ​ປະ​ເຫລົ່າ​ນີ້​ຄວນ​ເປັນ​ປະ​ສົບ​ການ​ຍົກ​ລະ​ດັບ​ທາງ​ວິນ​ຍານ.

31.3.2

ການ​ພົບ​ປະ​ກັບ​ຜູ້​ໃຫຍ່​ໜຸ່ມ​ໂສດ

ອະ​ທິ​ການ​ໃຫ້​ຄວາມ​ສຳ​ຄັນ​ຫລາຍ​ກັບ​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ຂອງ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຢູ່​ໃນ​ຫວອດ​ຂອງ​ເພິ່ນ. ເພິ່ນ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ພົບ​ກັບ​ຜູ້​ໃຫຍ່​ໜຸ່ມ​ໂສດ​ແຕ່​ລະ​ຄົນ ຢ່າງ​ໜ້ອຍ​ປີ​ລະ​ເທື່ອ.

31.3.3

ການ​ພົບ​ປະ​ກັບ​ສະ​ມາ​ຊິກ​ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ເອີ້ນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ

ຝ່າຍ​ປະ​ທານ​ສະ​ເຕກ, ຝ່າຍ​ອະ​ທິ​ການ, ຜູ້​ນຳ​ຄົນ​ອື່ນ​ພົບ​ກັບ​ສະ​ມາ​ຊິກ​ເປັນ​ການ​ສ່ວນ​ຕົວ ຜູ້​ທີ່​ລາຍ​ງານ​ຕໍ່​ພວກ​ເພິ່ນ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຮັບ​ໃຊ້​ຂອງ​ສະ​ມາ​ຊິກ ແລະ ໃຫ້​ກຳ​ລັງ​ໃຈ.

31.3.6

ການ​ໃຫ້​ຄຳ​ປຶກ​ສາ ແລະ ການ​ບຳ​ບັດ​ຈາກ​ມື​ອາ​ຊີບ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ໃຫ້​ຄຳ​ປຶກ​ສາ​ມື​ອາ​ຊີບ ຫລື ໃຫ້​ການ​ບຳ​ບັດ. ຄວາມ​ຊ່ວຍ​ເຫລືອ​ທີ່​ພວກ​ເພິ່ນ​ໃຫ້​ແມ່ນ​ທາງ​ວິນ​ຍານ, ສຸມ​ໃຈ​ໃສ່​ຄວາມ​ເຂັ້ມ​ແຂງ, ການ​ປອບ​ໂຍນ, ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ. ນອກ​ເໜືອ​ໄປ​ຈາກ​ຄວາມ​ຊ່ວຍ​ເຫລືອ​ທີ່​ສຳ​ຄັນ ແລະ ທາງ​ວິນ​ຍານ​ນີ້​ແລ້ວ, ສະ​ມາ​ຊິກ​ບາງ​ຄົນ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປຶກ​ສາ​ກັບ​ມື​ອາ​ຊີບ​ນຳ​ອີກ​ຖ້າ​ມີ.

31.4

ການ​ພົບ​ປະ​ກັບ​ສະ​ມາ​ຊິກ​ທາງ​ອອນ​ລາຍ

ຕາມ​ປົກ​ກະ​ຕິ​ແລ້ວ, ຜູ້​ນຳ​ພົບ​ກັບ​ສະ​ມາ​ຊິກ​ດ້ວຍ​ຕົວ​ເອງ​ສຳ​ລັບ​ການ​ສຳ​ພາດ ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ທາງ​ວິນ​ຍານ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຍົກ​ເວັ້ນ​ຄື, ເຂົາ​ເຈົ້າ​ສາ​ມາດ​ພົບ​ປະ​ກັນ​ທາງ​ອອນ​ລາຍ​ເມື່ອ​ບໍ່​ສາ​ມາດ​ພົບ​ກັນ​ດ້ວຍ​ຕົວ​ເອງ.

ພິມ