“32. ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ,” ຄູ່ມືທົ່ວໄປ: ການຮັບໃຊ້ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ (2020).
“32. ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ,” ຄູ່ມືທົ່ວໄປ.
32.
ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ
32.0
ຄຳນຳ
ການກັບໃຈສ່ວນໃຫຍ່ເກີດຂຶ້ນລະຫວ່າງບຸກຄົນ, ພຣະເຈົ້າ, ແລະ ຜູ້ໄດ້ຮັບຜົນກະທົບຈາກບາບຂອງບຸກຄົນນັ້ນ. ເຖິງຢ່າງໃດກໍຕາມ, ບາງຄັ້ງອະທິການ ຫລື ປະທານສະເຕກຕ້ອງຊ່ວຍສະມາຊິກຂອງສາດສະໜາຈັກໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະກັບໃຈ.
ເມື່ອຊ່ວຍເຫລືອສະມາຊິກເລື່ອງການກັບໃຈ, ອະທິການ ແລະ ປະທານສະເຕກຈະສະແດງຄວາມຮັກ ແລະ ຄວາມຫ່ວງໃຍ. ພວກເພິ່ນຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ຍົກແຕ່ລະຄົນຂຶ້ນ ແລະ ຊ່ວຍເຂົາເຈົ້າຫັນຫລັງໃຫ້ບາບ ແລະ ຫັນໜ້າມາຫາພຣະເຈົ້າ (ເບິ່ງ ມັດທາຍ 9:10–13; ໂຢຮັນ 8:3–11).
ດັ່ງທີ່ລະບຸໄວ້ຂ້າງລຸ່ມ, ບົດນີ້ຖືກຈັດຂຶ້ນເພື່ອແນະນຳຜູ້ນຳຜ່ານທາງການຕັດສິນໃຈ ແລະ ການດຳເນີນການທີ່ສຳຄັນ ອັນທີ່ຈຳເປັນຕໍ່ການຊ່ວຍໃຫ້ບາງຄົນກັບໃຈຈາກບາບອັນຮ້າຍແຮງ ແລະ ເພື່ອຊ່ວຍປົກປ້ອງຄົນອື່ນ.
-
ບົດບາດຂອງສາດສະໜາຈັກໃນການຊ່ວຍໃຫ້ບຸກຄົນກັບໃຈ. ພາກທີ 32.1–32.4 ອະທິບາຍຄຳສອນແຫ່ງການກັບໃຈ ແລະ ການໃຫ້ອະໄພຂອງພຣະຜູ້ເປັນເຈົ້າ. ພາກເຫລົ່ານີ້ກໍຍັງອະທິບາຍຈຸດປະສົງສາມຢ່າງຂອງການຈຳກັດ ຫລື ການຖອນສະມາຊິກກະພາບໃນສາດສະໜາຈັກນຳອີກ. ນອກຈາກນີ້, ຍັງອະທິບາຍບົດບາດຂອງອະທິການ ແລະ ປະທານສະເຕກໃນການຊ່ວຍເລື່ອງການກັບໃຈນຳອີກ.
-
ການກຳນົດສະພາບແວດລ້ອມສຳລັບການຊ່ວຍໃຫ້ບຸກຄົນກັບໃຈ. ພາກທີ 32.5–32.7 ໃຫ້ແນວທາງຊີ້ນຳສຳລັບການຕັດສິນໃຈ ວ່າສະພາສະມາຊິກກະພາບ ຫລື ການໃຫ້ຄຳປຶກສາສ່ວນຕົວ ເປັນສະພາບແວດລ້ອມທີ່ເໝາະສົມສຳລັບການຊ່ວຍໃຫ້ບາງຄົນກັບໃຈຫລືບໍ່.
-
ການບໍລິຫານໃຫ້ຄຳປຶກສາສ່ວນຕົວ. ພາກທີ 32.8 ໃຫ້ແນວທາງຊີ້ນຳສຳລັບການໃຫ້ຄຳປຶກສາສ່ວນຕົວ ໂດຍອະທິການ ຫລື ປະທານສະເຕກ. ມັນກໍຍັງອະທິບາຍການຈຳກັດສະມາຊິກກະພາບໃນສາດສະໜາຈັກຢ່າງບໍ່ເປັນທາງການນຳອີກ.
-
ການບໍລິຫານສະພາສະມາຊິກກະພາບໃນສາດສະໜາຈັກ. ພາກທີ 32.9–32.14 ອະທິບາຍວ່າ ແມ່ນໃຜມີໜ້າທີ່ຮັບຜິດຊອບສຳລັບສະພາສະມາຊິກກະພາບ, ວິທີດຳເນີນສະພາ, ແລະ ຄຳຕັດສິນທີ່ເປັນໄປໄດ້. ພ້ອມນີ້ກໍຍັງອະທິບາຍຜົນຂອງການຕັດສິນເຫລົ່ານັ້ນດ້ວຍ.
-
ການຄືນສິດທິພິເສດສະມາຊິກກະພາບໃນສາດສະໜາຈັກ. ພາກທີ 32.15–32.17 ອະທິບາຍວິທີທີ່ບຸກຄົນສາມາດໄດ້ຮັບສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຄືນ ຜ່ານທາງການກັບໃຈ.
ຍົກເວັ້ນແຕ່ຖືກລະບຸໄວ້, ການອ້າງເຖິງປະທານສະເຕກກໍໝາຍເຖິງປະທານເຜີຍແຜ່ເຊັ່ນກັນ. ການອ້າງເຖິງອະທິການກໍໝາຍເຖິງປະທານສາຂາເຊັ່ນກັນ.
ຝ່າຍປະທານສູງສຸດເປັນຜູ້ກຳນົດນະໂຍບາຍ ແລະ ຂະບວນການສຳລັບການກັບໃຈຈາກບາບອັນຮ້າຍແຮງ. ຝ່າຍປະທານສູງສຸດໄດ້ຮັບການສະໜັບສະໜູນຈາກຫ້ອງການບັນທຶກທີ່ເປັນຄວາມລັບຂອງສາດສະໜາຈັກ. ປະທານສະເຕກ ຫລື ອະທິການສາມາດຕິດຕໍ່ຫ້ອງການນັ້ນ ຖ້າມີຄຳຖາມເລື່ອງການບໍລິຫານ ຫລື ນະໂຍບາຍ. ຫ້ອງການນັ້ນສາມາດໃຫ້ຄຳແນະນຳເຊັ່ນກັນ ກ່ຽວກັບວິທີສົ່ງຄຳຮ້ອງໄປຫາຫ້ອງການຂອງຝ່າຍປະທານສູງສຸດ. ຂໍ້ມູນຕິດຕໍ່ມີຢູ່ຂ້າງລຸ່ມ:
ເບີໂທ: 1-801-240-2053 ຫລື 1-800-453-3860, ຕໍ່ 2-2053
ໂທຟຣີ (ໂທລະສັບ GSD): 855-537-4357
ບົດບາດຂອງສາດສະໜາຈັກໃນການຊ່ວຍໃຫ້ບຸກຄົນກັບໃຈ
32.1
ການກັບໃຈ ແລະ ການໃຫ້ອະໄພ
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ “ສິ່ງທີ່ບໍ່ສະອາດຈະບໍ່ໄດ້ຮັບອານາຈັກສະຫວັນເປັນມູນມໍລະດົກ” (ແອວມາ 11:37; ເບິ່ງ 3 ນີໄຟ 27:19 ນຳອີກ). ບາບຂອງເຮົາເຮັດໃຫ້ເຮົາບໍ່ສະອາດ—ບໍ່ມີຄ່າຄວນທີ່ຈະຢູ່ໃນທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ. ມັນທັງເຮັດໃຫ້ເຮົາປວດລ້າວໃນຊີວິດນີ້ນຳອີກ.
ກົດແຫ່ງຍຸດຕິທຳຂອງພຣະເຈົ້າຮຽກຮ້ອງໃຫ້ເຮົາຮັບຜົນສະທ້ອນເມື່ອເຮົາເຮັດບາບ (ເບິ່ງ ແອວມາ 42:14, 17–18). ເຖິງຢ່າງໃດກໍຕາມ, ແຜນແຫ່ງຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ “ສາມາດສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້, ແລະ ລ້ອມ [ເຮົາ] ໄວ້ໃນອ້ອມພຣະພາຫາແຫ່ງຄວາມປອດໄພ” (ແອວມາ 34:16; ເບິ່ງ ໂມໄຊຢາ 15:9 ນຳອີກ).
ເພື່ອເຮັດໃຫ້ເກີດແຜນແຫ່ງຄວາມເມດຕາຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ, ມາເພື່ອຊົດໃຊ້ແທນບາບຂອງເຮົາ (ເບິ່ງ ແອວມາ 42:15). ພຣະເຢຊູໄດ້ຮັບໂທດທີ່ກົດແຫ່ງຍຸດຕິທຳຮຽກຮ້ອງສຳລັບບາບຂອງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 19:15–19; ເບິ່ງ ແອວມາ 42:24–25 ນຳອີກ). ຜ່ານທາງການເສຍສະລະຂອງພຣະອົງ, ທັງພຣະບິດາ ແລະ ພຣະບຸດໄດ້ສະແດງຄວາມຮັກອັນບໍ່ມີຂອບເຂດຂອງພວກພຣະອົງຕໍ່ເຮົາ (ເບິ່ງ ໂຢຮັນ 3:16).
ເມື່ອເຮົາໃຊ້ “ສັດທາຈົນເຖິງການກັບໃຈ,” ພຣະບິດາເທິງສະຫວັນຈະໃຫ້ອະໄພແກ່ເຮົາ, ປະທານຄວາມເມດຕາຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ (ແອວມາ 34:15; ເບິ່ງ ແອວມາ 42:13 ນຳອີກ). ເມື່ອເຮົາສະອາດ ແລະ ໄດ້ຮັບການໃຫ້ອະໄພແລ້ວ, ເຮົາຈະສາມາດຮັບເອົາອານາຈັກຂອງພຣະເຈົ້າເປັນມູນມໍລະດົກໃນທີ່ສຸດ (ເບິ່ງ ເອຊາຢາ 1:18; ຄຳສອນ ແລະ ພັນທະສັນຍາ 58:42).
ການກັບໃຈເປັນຫລາຍກວ່າການປ່ຽນພຶດຕິກຳ. ມັນຄືການຫັນຫລັງໃຫ້ບາບ ແລະ ຫັນໜ້າມາຫາພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ມັນນຳໄປສູ່ການປ່ຽນແປງຂອງໃຈ ແລະ ຄວາມຄິດ (ເບິ່ງ ໂມໄຊຢາ 5:2; ແອວມາ 5:12–14; ຮີລາມັນ 15:7). ຜ່ານທາງການກັບໃຈ, ເຮົາກາຍເປັນຄົນໃໝ່, ຄືນດີກັບພຣະເຈົ້າ (ເບິ່ງ 2 ໂກຣິນໂທ 5:17–18; ໂມໄຊຢາ 27:25–26).
ໂອກາດທີ່ຈະກັບໃຈເປັນພອນທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງທີ່ພຣະບິດາເທິງສະຫວັນໄດ້ປະທານໃຫ້ເຮົາ ຜ່ານທາງຂອງປະທານແຫ່ງພຣະບຸດຂອງພຣະອົງ.
32.2
ຈຸດປະສົງຂອງການຈຳກັດ ຫລື ການຖອນສະມາຊິກກະພາບໃນສາດສະໜາຈັກ
ເມື່ອບຸກຄົນຮັບບັບຕິສະມາ, ເຂົາກາຍເປັນສ່ວນໜຶ່ງຂອງ “ຄອບຄົວຂອງພຣະເຈົ້າ” (ເອເຟໂຊ 2:19). ພັນທະສັນຍາແຫ່ງການບັບຕິສະມາແມ່ນລວມທັງຄຳສັນຍາວ່າຈະພະຍາຍາມດຳລົງຊີວິດຕາມຄຳສອນ ແລະ ພຣະບັນຍັດຂອງພຣະຄຣິດ. ເມື່ອບຸກຄົນໄດ້ເຮັດຜິດໄປ, ເຂົາຈະໃຊ້ສັດທາໃນພຣະເຢຊູຄຣິດ ແລະ ກັບໃຈ, ໂດຍການຫວັງເພິ່ງຄວາມເມດຕາຂອງພຣະອົງ ເພື່ອເພີ່ມຄວາມເຂັ້ມແຂງ ແລະ ໃຫ້ອະໄພ.
ຖ້າຫາກສະມາຊິກໄດ້ກະທຳບາບອັນຮ້າຍແຮງ, ອະທິການ ຫລື ປະທານສະເຕກຈະຊ່ວຍໃຫ້ບຸກຄົນນັ້ນກັບໃຈ. ສ່ວນໜຶ່ງຂອງຂັ້ນຕອນນີ້, ເພິ່ນອາດຕ້ອງຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກບາງຢ່າງຊົ່ວໄລຍະໜຶ່ງ. ໃນບາງສະຖານະການ, ເພິ່ນອາດຕ້ອງຖອນສະມາຊິກກະພາບຂອງບຸກຄົນນັ້ນຊົ່ວໄລຍະໜຶ່ງ.
ການຈຳກັດ ຫລື ການຖອນສະມາຊິກກະພາບຂອງບຸກຄົນ ບໍ່ໄດ້ເຈດຕະນາທີ່ຈະລົງໂທດ. ກົງກັນຂ້າມ, ການດຳເນີນການເຫລົ່ານີ້ ບາງຄັ້ງຈຳເປັນຕໍ່ການຊ່ວຍໃຫ້ບຸກຄົນກັບໃຈ ແລະ ປະສົບກັບການປ່ຽນແປງຂອງໃຈ. ພວກເພິ່ນກໍໃຫ້ເວລາບຸກຄົນກະກຽມທາງວິນຍານ ເພື່ອຕໍ່ ແລະ ຮັກສາພັນທະສັນຍາຂອງຕົນນຳອີກ.
ອະທິການ ຫລື ປະທານສະເຕກຈະດູແລການຈຳກັດ ຫລື ການຖອນສະມາຊິກກະພາບ ດັ່ງທີ່ລະບຸໄວ້ໃນ 32.5–32.14. ການດຳເນີນການເຫລົ່ານີ້ມາກັບເງື່ອນໄຂຂອງການກັບໃຈ. ເມື່ອບຸກຄົນກັບໃຈຢ່າງຈິງໃຈ, ເຂົາຈະໄດ້ຮັບສິດທິພິເສດຂອງສະມາຊິກກະພາບໃນສາດສະໜາຈັກຄືນ.
ເມື່ອຈຳເປັນຕ້ອງຈຳກັດ ຫລື ຖອນສະມາຊິກກະພາບ, ອະທິການ ຫລື ປະທານສະເຕກຈະເຮັດຕາມການນຳພາຂອງພຣະວິນຍານບໍລິສຸດ ແລະ ຄຳແນະນຳໃນບົດນີ້. ເພິ່ນຈະດຳເນີນການດ້ວຍວິນຍານແຫ່ງຄວາມຮັກ (ເບິ່ງ 32.3).
ການຈຳກັດສະມາຊິກກະພາບໃນສາດສະໜາຈັກເປັນເລື່ອງສາດສະໜາ, ບໍ່ແມ່ນເລື່ອງຄະດີແພ່ງ ຫລື ຄະດີອາຍາ. ມັນສົ່ງຜົນກະທົບຕໍ່ບຸກຄົນໃນສາດສະໜາຈັກເທົ່ານັ້ນ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 134:10.)
ຈຸດປະສົງສາມຢ່າງຂອງການຈຳກັດ ຫລື ການຖອນສະມາຊິກກະພາບ ມີດັ່ງຕໍ່ໄປນີ້.
32.2.1
ຊ່ວຍປົກປ້ອງຄົນອື່ນ
ຈຸດປະສົງຢ່າງທຳອິດຄືຊ່ວຍປົກປ້ອງຄົນອື່ນ. ບາງຄັ້ງບຸກຄົນເປັນໄພຄຸກຄາມທາງຮ່າງກາຍ ຫລື ທາງວິນຍານ. ພຶດຕິກຳການລ່າເຫຍື່ອ, ການທຳຮ້າຍຮ່າງກາຍ, ການລ່ວງລະເມີດທາງເພດ, ການໃຊ້ສານເສບຕິດ, ການສໍ້ໂກງ, ແລະ ການປະຖິ້ມຄວາມເຊື່ອ ເປັນບາງວິທີທີ່ເຮັດໃຫ້ເກີດສິ່ງນີ້. ດ້ວຍການດົນໃຈ, ອະທິການ ຫລື ປະທານສະເຕກຈະດຳເນີນການເພື່ອປົກປ້ອງຄົນອື່ນ ເມື່ອມີບາງຄົນເປັນໄພຄຸກຄາມຮ້າຍແຮງໃນລັກສະນະນີ້ ແລະ ໃນລັກສະນະອື່ນ (ເບິ່ງ ແອວມາ 5:59–60).
32.2.2
ຊ່ວຍໃຫ້ບຸກຄົນເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດຜ່ານທາງການກັບໃຈ
ຈຸດປະສົງຢ່າງທີສອງຄືຊ່ວຍໃຫ້ບຸກຄົນເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດຜ່ານທາງການກັບໃຈ. ຜ່ານທາງຂັ້ນຕອນນີ້, ເຂົາຈະສະອາດຄືນ ແລະ ມີຄ່າຄວນທີ່ຈະໄດ້ຮັບພອນທຸກປະການຂອງພຣະເຈົ້າ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ “ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” ຄືການເສຍສະລະທີ່ພຣະອົງຮຽກຮ້ອງສຳລັບການໃຫ້ອະໄພບາບ (3 ນີໄຟ 9:20). ສິ່ງນີ້ແມ່ນລວມທັງຄວາມເສຍໃຈຢ່າງຈິງໃຈຕໍ່ບາບ ແລະ ຜົນສະທ້ອນຂອງມັນ (ເບິ່ງ 2 ໂກຣິນໂທ 7:9–10).
ເມື່ອບຸກຄົນກະທຳບາບອັນຮ້າຍແຮງ, ການຈຳກັດ ຫລື ການຖອນສະມາຊິກກະພາບ ສາມາດຊ່ວຍຫລໍ່ລ້ຽງໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ຊຶ່ງຈຳເປັນຕໍ່ການກັບໃຈ, ປະຖິ້ມບາບແທ້ໆ, ແລະ ເຂົ້າໃຈຜົນສະທ້ອນຂອງບາບ. ຄວາມເຂົ້າໃຈນີ້ສາມາດຊ່ວຍຜູ້ຄົນເຫັນຄຸນຄ່າຂອງພັນທະສັນຍາກັບພຣະເຈົ້າຢ່າງເລິກເຊິ່ງ ແລະ ປາດຖະໜາທີ່ຈະຮັກສາພັນທະສັນຍາເຫລົ່ານັ້ນໃນອະນາຄົດ.
32.2.3
ປົກປ້ອງຄຸນນະທຳຂອງສາດສະໜາຈັກ
ຈຸດປະສົງຢ່າງທີສາມຄືປົກປ້ອງຄຸນນະທຳຂອງສາດສະໜາຈັກ. ການຈຳກັດ ຫລື ການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ ອາດຈຳເປັນຖ້າຫາກການປະພຶດຂອງເຂົາເປັນອັນຕະລາຍຫລາຍຕໍ່ສາດສະໜາຈັກ (ເບິ່ງ ແອວມາ 39:11). ຄຸນນະທຳຂອງສາດສະໜາຈັກບໍ່ໄດ້ຖືກປົກປ້ອງ ໂດຍການປົກປິດ ຫລື ລົດບາບອັນຮ້າຍແຮງໃຫ້ໜ້ອຍລົງ—ແຕ່ໂດຍການຈັດການກັບບາບເຫລົ່ານັ້ນ.
32.3
ບົດບາດຂອງຜູ້ຕັດສິນໃນອິດສະຣາເອນ
ອະທິການ ແລະ ປະທານສະເຕກໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການໃຫ້ເປັນຜູ້ຕັດສິນໃນອິດສະຣາເອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:72–74). ພວກເພິ່ນດຳລົງຂໍກະແຈຖານະປະໂລຫິດ ເພື່ອເປັນຕົວແທນຂອງພຣະຜູ້ເປັນເຈົ້າ ໃນການຊ່ວຍໃຫ້ສະມາຊິກຂອງສາດສະໜາຈັກກັບໃຈ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 13:1; 107:16–18).
ສ່ວນຫລາຍອະທິການ ແລະ ປະທານສະເຕກຈະຊ່ວຍໃນການກັບໃຈ ຜ່ານທາງການໃຫ້ຄຳປຶກສາສ່ວນຕົວ. ການຊ່ວຍເຫລືອນີ້ອາດລວມທັງການຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຢ່າງບໍ່ເປັນທາງການຊົ່ວໄລຍະໜຶ່ງ. (ເບິ່ງ 32.8.)
ສຳລັບບາບອັນຮ້າຍແຮງບາງຢ່າງ, ຜູ້ນຳຈະຊ່ວຍໃນການກັບໃຈ ໂດຍການຈັດສະພາສະມາຊິກກະພາບຂຶ້ນ (ເບິ່ງ 32.6 ແລະ 32.9–32.14). ການຊ່ວຍເຫລືອນີ້ອາດລວມທັງການຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຢ່າງເປັນທາງການ ຫລື ການຖອນສະມາຊິກກະພາບຂອງບຸກຄົນຊົ່ວໄລຍະໜຶ່ງ (ເບິ່ງ 32.11.3 ແລະ 32.11.4).
ອະທິການ ແລະ ປະທານສະເຕກຊ່ວຍໃຫ້ສະມາຊິກຂອງສາດສະໜາຈັກເຂົ້າໃຈວ່າ ພຣະເຈົ້າຮັກລູກໆຂອງພຣະອົງ. ເພາະພຣະອົງຢາກໃຫ້ເຂົາເຈົ້າມີຄວາມສຸກ ແລະ ໄດ້ຮັບພອນ, ພຣະອົງຈຶ່ງຫ່ວງໃຍຫລາຍທີ່ສຸດກັບຄວາມເຊື່ອຟັງ ແລະ ການກັບໃຈຂອງເຂົາເຈົ້າ.
ອະທິການ ແລະ ປະທານສະເຕກຈະຮັກ ແລະ ເອົາໃຈໃສ່ ໃນຂະນະທີ່ພວກເພິ່ນຊ່ວຍໃຫ້ສະມາຊິກກັບໃຈ. ການປະຕິສຳພັນຂອງພຣະຜູ້ຊ່ວຍໃຫ້ລອດກັບຜູ້ຍິງຫລິ້ນຊູ້ ເປັນແນວທາງໜຶ່ງ (ເບິ່ງ ໂຢຮັນ 8:3–11). ເຖິງແມ່ນພຣະອົງບໍ່ໄດ້ກ່າວວ່າບາບຂອງນາງໄດ້ຖືກອະໄພໃຫ້ແລ້ວ, ແຕ່ພຣະອົງກໍບໍ່ໄດ້ປະນາມນາງ. ກົງກັນຂ້າມ, ພຣະອົງໄດ້ບອກນາງວ່າ “ຕໍ່ໄປຢ່າເຮັດບາບອີກ”—ເພື່ອກັບໃຈ ແລະ ປ່ຽນຊີວິດຂອງນາງ.
ຜູ້ນຳເຫລົ່ານີ້ສິດສອນວ່າ “ສະຫວັນຈະມີຄວາມຊົມຊື່ນຍິນດີ … ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່” (ລູກາ 15:7). ພວກເພິ່ນອົດທົນ, ສະໜັບສະໜູນ, ແລະ ຄິດບວກ. ພວກເພິ່ນດົນໃຈຄວາມຫວັງ. ພວກເພິ່ນສິດສອນ ແລະ ເປັນພະຍານວ່າ ເພາະການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ທຸກຄົນສາມາດກັບໃຈ ແລະ ສະອາດໄດ້.
ອະທິການ ແລະ ປະທານສະເຕກສະແຫວງຫາການນຳພາຈາກພຣະວິນຍານ ເພື່ອຈະໄດ້ຮູ້ຈັກວິທີຊ່ວຍໃຫ້ແຕ່ລະຄົນກັບໃຈ. ພຽງແຕ່ສຳລັບບາບອັນຮ້າຍແຮງທີ່ສຸດ ທີ່ສາດສະໜາຈັກມີມາດຕະຖານທີ່ກຳນົດໄວ້ກ່ຽວກັບສິ່ງທີ່ຜູ້ນຳຂອງຕົນຄວນປະຕິບັດຕາມ (ເບິ່ງ 32.6 ແລະ 32.11). ບໍ່ມີສະຖານະການໃດທີ່ເໝືອນກັນ. ການໃຫ້ຄຳປຶກສາຈາກຜູ້ນຳ ແລະ ຂັ້ນຕອນຂອງການກັບໃຈທີ່ພວກເພິ່ນໃຊ້ ຕ້ອງໄດ້ຮັບການດົນໃຈ ແລະ ອາດແຕກຕ່າງກັນສຳລັບແຕ່ລະຄົນ.
ພຣະຜູ້ເປັນເຈົ້າຮູ້ຈັກສະຖານະການ, ຄວາມສາມາດ, ແລະ ວຸດທິພາວະທາງວິນຍານຂອງແຕ່ລະຄົນ. ພຣະວິນຍານບໍລິສຸດຈະຊ່ວຍໃຫ້ຜູ້ນຳຫລິງເຫັນວິທີທີ່ຈະຊ່ວຍສະມາຊິກທຳການປ່ຽນແປງທີ່ຈຳເປັນ ເພື່ອວ່າເຂົາເຈົ້າຈະສາມາດປິ່ນປົວ ແລະ ຕໍ່ຕ້ານກັບການລໍ້ລວງໃຫ້ເຮັດບາບຊ້ຳ.
ການຊ່ວຍໃຫ້ບາງຄົນກັບໃຈ, ຫັນມາຫາພຣະເຈົ້າ, ແລະ ຮັບການປິ່ນປົວຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ເປັນປະສົບການອັນໜ້າປິຕິຍິນດີທີ່ສຸດ ທີ່ບຸກຄົນໜຶ່ງສາມາດມີໄດ້. ຄຳສອນ ແລະ ພັນທະສັນຍາ 18:10–13 ອະທິບາຍວ່າ:
“ຈົ່ງຈື່ຈຳໄວ້ວ່າ ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ;
“ເພາະ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງເຈົ້າໄດ້ຮັບຄວາມຕາຍໃນເນື້ອໜັງ; ດັ່ງນັ້ນ ພຣະອົງຈຶ່ງໄດ້ຮັບເອົາຄວາມເຈັບປວດຂອງມະນຸດທັງປວງ, ເພື່ອວ່າມະນຸດທັງປວງຈະໄດ້ກັບໃຈ ແລະ ມາຫາພຣະອົງ.
“ແລະ ພຣະອົງໄດ້ລຸກຂຶ້ນຈາກຄວາມຕາຍອີກ, ເພື່ອວ່າພຣະອົງຈະໄດ້ນຳມະນຸດທັງປວງມາຫາພຣະອົງ, ໂດຍເງື່ອນໄຂແຫ່ງການກັບໃຈ.
“ແລະ ຄວາມຊື່ນຊົມຂອງພຣະອົງນັ້ນຈະຍິ່ງໃຫຍ່ພຽງໃດນຳຈິດວິນຍານທີ່ກັບໃຈ!”
32.4
ການສາລະພາບ, ການຮັກສາຄວາມລັບ, ແລະ ການລາຍງານຕໍ່ເຈົ້າໜ້າທີ່ຝ່າຍລັດຖະບານ
32.4.1
ການສາລະພາບ
ການກັບໃຈຮຽກຮ້ອງໃຫ້ສາລະພາບຕໍ່ພຣະບິດາເທິງສະຫວັນ. ພຣະເຢຊູຄຣິດໄດ້ກ່າວວ່າ, “ໂດຍສິ່ງນີ້ເຈົ້າຈະຮູ້ວ່າ ຄົນໆນັ້ນໄດ້ກັບໃຈຈາກບາບຂອງເຂົາຫລືບໍ່—ຈົ່ງເບິ່ງ, ເຂົາຈະສາລະພາບ ແລະ ປະຖິ້ມມັນ” (ຄຳສອນ ແລະ ພັນທະສັນຍາ 58:43; ເບິ່ງ ໂມໄຊຢາ 26:29 ນຳອີກ).
ເມື່ອສະມາຊິກຂອງສາດສະໜາຈັກກະທຳບາບອັນຮ້າຍແຮງ, ການກັບໃຈຂອງເຂົາເຈົ້າແມ່ນລວມທັງການສາລະພາບຕໍ່ອະທິການ ຫລື ປະທານສະເຕກນຳອີກ. ແລ້ວເພິ່ນຈະສາມາດໃຊ້ຂໍກະແຈຂອງພຣະກິດຕິຄຸນແຫ່ງການກັບໃຈເພື່ອຜົນປະໂຫຍດຂອງເຂົາເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 13:1; 84:26–27; 107:18, 20). ສິ່ງນີ້ຊ່ວຍເຂົາເຈົ້າປິ່ນປົວ ແລະ ກັບສູ່ເສັ້ນທາງພຣະກິດຕິຄຸນ ຜ່ານທາງອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຈຸດປະສົງຂອງການສາລະພາບຄືເພື່ອຊຸກຍູ້ສະມາຊິກໃຫ້ປົດພາລະຂອງຕົນ ເພື່ອວ່າເຂົາເຈົ້າຈະສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການປ່ຽນແປງ ແລະ ການປິ່ນປົວ. ການພັດທະນາ “ຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” ໄດ້ຮັບຄວາມຊ່ວຍເຫລືອຈາກການສາລະພາບ (2 ນີໄຟ 2:7). ການສາລະພາບດ້ວຍຄວາມສະໝັກໃຈສະແດງໃຫ້ເຫັນວ່າ ບຸກຄົນປາດຖະໜາທີ່ຈະກັບໃຈ.
ເມື່ອສະມາຊິກສາລະພາບ, ອະທິການ ຫລື ປະທານສະເຕກຈະເຮັດຕາມແນວທາງຊີ້ນຳສຳລັບການໃຫ້ຄຳປຶກສາໃນ 32.8. ເພິ່ນຈະສະແຫວງຫາການນຳພາດ້ວຍການອະທິຖານ ກ່ຽວກັບສະພາບແວດລ້ອມທີ່ເໝາະສົມ ໃນການຊ່ວຍໃຫ້ສະມາຊິກກັບໃຈ (ເບິ່ງ 32.5). ເພິ່ນຈະພິຈາລະນາວ່າ ສະພາສະມາຊິກກະພາບຈະເປັນປະໂຫຍດຫລືບໍ່. ຖ້າຫາກນະໂຍບາຍຂອງສາດສະໜາຈັກຮຽກຮ້ອງໃຫ້ຈັດສະພາສະມາຊິກກະພາບຂຶ້ນ, ເພິ່ນຈະອະທິບາຍເລື່ອງນີ້ (ເບິ່ງ 32.6 ແລະ 32.10).
ບາງຄັ້ງສະມາຊິກໄດ້ເຮັດຜິດຕໍ່ຄູ່ແຕ່ງງານ ຫລື ຜູ້ໃຫຍ່ຄົນອື່ນ. ສ່ວນໜຶ່ງຂອງການກັບໃຈ, ຕາມປົກກະຕິແລ້ວ ເຂົາຈະສາລະພາບຕໍ່ບຸກຄົນນັ້ນ ແລະ ສະແຫວງຫາການໃຫ້ອະໄພ. ຊາວໜຸ່ມທີ່ໄດ້ກະທຳບາບອັນຮ້າຍແຮງ ຕາມປົກກະຕິແລ້ວ ຈະຖືກຊຸກຍູ້ໃຫ້ປຶກສາກັບພໍ່ແມ່ຂອງເຂົາ.
32.4.2
ບາບອັນຮ້າຍແຮງທີ່ບໍ່ສາລະພາບ ຫລື ໄດ້ປະຕິເສດ
ອະທິການ ຫລື ປະທານສະເຕກ ຕາມປົກກະຕິແລ້ວຈະໄດ້ຍິນກ່ຽວກັບບາບອັນຮ້າຍແຮງຜ່ານທາງການສາລະພາບ ຫລື ຈາກບຸກຄົນອື່ນ. ເພິ່ນອາດໄດ້ຮັບການກະຕຸ້ນກ່ຽວກັບບາບອັນຮ້າຍແຮງທີ່ຈະເກີດຂຶ້ນ ຜ່ານທາງພຣະວິນຍານບໍລິສຸດ. ຖ້າຫາກເພິ່ນຮູ້ສຶກໄດ້ຮັບການກະຕຸ້ນຈາກພຣະວິນຍານ ວ່າບາງຄົນອາດກຳລັງດີ້ນລົນກັບບາບ, ເພິ່ນອາດເຮັດການນັດໝາຍສຳພາດ. ລະຫວ່າງການສຳພາດ, ເພິ່ນຈະບອກເຖິງຄວາມກັງວົນຂອງເພິ່ນດ້ວຍຄວາມອ່ອນໂຍນ ແລະ ດ້ວຍຄວາມເຄົາລົບ. ເພິ່ນຈະຫລີກລ້ຽງຈາກນ້ຳສຽງກ່າວຫາ.
ຖ້າຫາກສະມາຊິກປະຕິເສດການກະທຳບາບອັນຮ້າຍແຮງ ທີ່ອະທິການ ຫລື ປະທານສະເຕກມີຂໍ້ມູນສະໜັບສະໜູນ, ສະພາສະມາຊິກກະພາບອາດຍັງຈະຖືກຈັດຂຶ້ນ. ເຖິງຢ່າງໃດກໍຕາມ, ຄວາມຮູ້ສຶກທາງວິນຍານຢ່າງດຽວ ແມ່ນບໍ່ພຽງພໍທີ່ຈະຈັດສະພາຂຶ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 10:37). ຜູ້ນຳສາມາດຮວບຮວມຂໍ້ມູນເພີ່ມເຕີມ ຖ້າຈຳເປັນ. ເພິ່ນຈະເຮັດຕາມແນວທາງຊີ້ນຳໃນ 32.4.3 ແລະ 32.10.2.
32.4.3
ການຮວບຮວມຂໍ້ມູນ
ກ່ອນຈັດສະພາສະມາຊິກກະພາບ, ອະທິການ ຫລື ປະທານສະເຕກຈະຮວບຮວມຂໍ້ມູນໃຫ້ຫລາຍເທົ່າທີ່ເພິ່ນຕ້ອງການ. ສ່ວນຫລາຍ ຂໍ້ມູນຈາກການສາລະພາບຂອງສະມາຊິກກໍພຽງພໍແລ້ວ. ຂໍ້ມູນອາດໄດ້ມາຈາກສະມາຊິກໃນຄອບຄົວ, ຜູ້ນຳໃນສາດສະໜາຈັກອີກຄົນໜຶ່ງ, ຜູ້ເສຍຫາຍ, ຫລື ຜູ້ມີສ່ວນຮ່ວມໃນການບາບນັ້ນ.
ເມື່ອຮວບຮວມຂໍ້ມູນ, ອະທິການ ຫລື ປະທານສະເຕກຄວນໃຊ້ວິທີທີ່ເໝາະສົມສຳລັບຜູ້ນຳຖານະປະໂລຫິດເທົ່ານັ້ນ. ເພິ່ນບໍ່ຄວນສອດແນມເບິ່ງເຮືອນຂອງບຸກຄົນນັ້ນ ຫລື ບັນທຶກພາບໂດຍບໍ່ໄດ້ຮັບການຍິນຍອມຈາກເຂົາ. ເພິ່ນທັງບໍ່ຄວນໃຊ້ວິທີປະຕິບັດໃດໆທີ່ຜິດກົດໝາຍ.
ການກ່າວຫາເທັດເກີດຂຶ້ນໜ້ອຍເທື່ອ ແຕ່ກໍສາມາດເກີດຂຶ້ນໄດ້. ຜູ້ນຳຖານະປະໂລຫິດຄວນລະມັດລະວັງເມື່ອມີຂໍ້ມູນຈຳກັດ ທີ່ນອກເໜືອໄປຈາກຄຳເວົ້າຂອງບຸກຄົນໜຶ່ງ. ຍົກຕົວຢ່າງ, ສະມາຊິກທີ່ຖືກກ່າວຫາວ່າຫລິ້ນຊູ້ອາດປະຕິເສດຂໍ້ກ່າວຫາ. ພຣະຄຳພີອະທິບາຍວ່າ “ທຸກຄຳຈະຖືກຕັ້ງໄວ້ເພື່ອກ່າວຫາເຂົາໂດຍພະຍານຂອງສາດສະໜາຈັກສອງຄົນ” (ຄຳສອນ ແລະ ພັນທະສັນຍາ 42:80). “ພະຍານສອງຄົນ” ໝາຍເຖິງແຫລ່ງຂໍ້ມູນສອງແຫລ່ງ. ສິ່ງນີ້ອາດລວມດ້ວຍຄວາມຮູ້ຂອງຜູ້ມີສ່ວນຮ່ວມ ແລະ ແຫລ່ງອື່ນອີກທີ່ເຊື່ອຖືໄດ້. ບາງຄັ້ງຜູ້ນຳຖານະປະໂລຫິດອາດຕ້ອງລໍດຳເນີນການ ຈົນກວ່າຈະມີຂໍ້ມູນເພີ່ມເຕີມ.
ເມື່ອຜູ້ນຳໃນສາດສະໜາຈັກຮວບຮວມຂໍ້ມູນສຳລັບສະພາສະມາຊິກກະພາບ, ເພິ່ນຄວນຢຸດທັນທີ ຖ້າຫາກເພິ່ນຮຽນຮູ້ວ່າ ເຈົ້າໜ້າທີ່ຕຳຫລວດກຳລັງສອບສວນສະມາຊິກຄົນນັ້ນຢູ່. ການເຮັດເຊັ່ນນີ້ ແມ່ນເພື່ອຫລີກລ້ຽງການກ່າວຫາວ່າຜູ້ນຳຂັດຂວາງຄວາມຍຸດຕິທຳ. ສຳລັບຄຳແນະນຳທາງດ້ານກົດໝາຍກ່ຽວກັບສະຖານະການເຫລົ່ານີ້ໃນສະຫະລັດ ແລະ ການາດາ, ໃຫ້ປະທານສະເຕກຕິດຕໍ່ໄປຍັງ Office of General Counsel ຂອງສາດສະໜາຈັກ:
1-800-453-3860, ຕໍ່ 2-6301
1-801-240-6301
ນອກສະຫະລັດ ແລະ ການາດາ, ໃຫ້ປະທານສະເຕກຕິດຕໍ່ໄປຍັງ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
ຕາມປົກກະຕິແລ້ວຈະບໍ່ຈັດສະພາສະມາຊິກກະພາບຂຶ້ນ ເພື່ອພິຈາລະນາການປະພຶດທີ່ຖືກກວດສອບໂດຍສານພິຈາລະນາຄະດີແພ່ງ ຫລື ຄະດີອາຍາ ຈົນກວ່າສານຈະມີການຕັດສິນຂັ້ນສຸດທ້າຍ. ໃນບາງກໍລະນີ ມັນອາດເໝາະສົມທີ່ຈະເລື່ອນສະພາສະມາຊິກກະພາບຈົນກວ່າໄລຍະເວລາຂອງການອຸທອນທາງກົດໝາຍໝົດອາຍຸ ຫລື ການອຸທອນໄດ້ຖືກປະຕິເສດ.
32.4.4
ການຮັກສາຄວາມລັບ
ອະທິການ, ປະທານສະເຕກ, ແລະ ທີ່ປຶກສາຂອງພວກເພິ່ນມີໜ້າທີ່ສັກສິດ ໃນການປົກປ້ອງຂໍ້ມູນທີ່ເປັນຄວາມລັບທັງໝົດ ທີ່ພວກເພິ່ນໄດ້ຮັບ. ຂໍ້ມູນນີ້ອາດມາຈາກການສຳພາດ, ການໃຫ້ຄຳປຶກສາ, ແລະ ການສາລະພາບ. ໜ້າທີ່ຮັກສາຄວາມລັບແບບດຽວກັນນີ້ຖືກນຳໃຊ້ກັບທຸກຄົນທີ່ມີສ່ວນຮ່ວມໃນສະພາສະມາຊິກກະພາບ. ການຮັກສາຄວາມລັບແມ່ນຈຳເປັນ ເພາະສະມາຊິກຈະບໍ່ສາລະພາບບາບ ຫລື ສະແຫວງຫາການນຳພາຖ້າຫາກບໍ່ຮັກສາຄວາມລັບທີ່ເຂົາເຈົ້າໄດ້ບອກກ່າວ. ການເປີດເຜີຍຄວາມລັບເທົ່າກັບທໍລະຍົດຕໍ່ຄວາມໄວ້ວາງໃຈຂອງສະມາຊິກ ແລະ ເປັນເຫດໃຫ້ເຂົາເຈົ້າສູນເສຍຄວາມເຊື່ອໝັ້ນໃນຜູ້ນຳຂອງເຂົາເຈົ້າ.
ໂດຍອີງຕາມໜ້າທີ່ຮັກສາຄວາມລັບຂອງພວກເພິ່ນ, ອະທິການ, ປະທານສະເຕກ, ຫລື ທີ່ປຶກສາຂອງພວກເພິ່ນອາດແບ່ງປັນຂໍ້ມູນດັ່ງກ່າວໄດ້ສະເພາະໃນກໍລະນີດັ່ງຕໍ່ໄປນີ້:
-
ພວກເພິ່ນຈຳເປັນຕ້ອງປຶກສາກັບປະທານສະເຕກ, ປະທານເຜີຍແຜ່, ຫລື ອະທິການຂອງສະມາຊິກຄົນນັ້ນກ່ຽວກັບການຈັດສະພາສະມາຊິກກະພາບ ຫລື ເລື່ອງທີ່ກ່ຽວຂ້ອງ. ປະທານສະເຕກກໍສາມາດປຶກສາກັບສາວົກເຈັດສິບປະຈຳເຂດທີ່ຖືກມອບໝາຍຂອງເພິ່ນນຳອີກ. ຖ້າຈຳເປັນ, ສາວົກເຈັດສິບປະຈຳເຂດຈະແນະນຳໃຫ້ປະທານສະເຕກປຶກສາກັບຝ່າຍປະທານເຂດ. ພຽງແຕ່ປະທານສະເຕກເທົ່ານັ້ນທີ່ສາມາດຕັດສິນໃຈວ່າ ຈະຈັດສະພາຂຶ້ນຫລືບໍ່ ຫລື ຕັດສິນຜົນຮັບຂອງສະພາ.
-
ບຸກຄົນຍ້າຍໄປຫວອດໃໝ່ (ຫລື ຜູ້ນຳຖານະປະໂລຫິດຖືກປົດ) ຂະນະທີ່ດຳເນີນການເລື່ອງສະມາຊິກກະພາບ ຫລື ມີຂໍ້ກັງວົນຮ້າຍແຮງຍັງຢູ່ໃນລະຫວ່າງຂັ້ນຕອນພິຈາລະນາ. ໃນກໍລະນີເຫລົ່ານີ້, ຜູ້ນຳຈະແຈ້ງໃຫ້ອະທິການ ຫລື ປະທານສະເຕກຄົນໃໝ່ໃຫ້ຊາບເຖິງຂໍ້ກັງວົນ ຫລື ການດຳເນີນການທີ່ຍັງຢູ່ໃນລະຫວ່າງການພິຈາລະນາ (ເບິ່ງ 32.14.7). ເພິ່ນກໍຈະແຈ້ງໃຫ້ຜູ້ນຳຮູ້ເຊັ່ນກັນ ຖ້າຫາກສະມາຊິກຈະເປັນໄພຄຸກຄາມຕໍ່ຄົນອື່ນຫລືບໍ່.
-
ອະທິການ ຫລື ປະທານສະເຕກຮຽນຮູ້ວ່າສະມາຊິກຂອງສາດສະໜາຈັກທີ່ຢູ່ນອກຫວອດ ຫລື ສະເຕກ ອາດມີສ່ວນຮ່ວມໃນບາບອັນຮ້າຍແຮງ. ໃນກໍລະນີນັ້ນ, ເພິ່ນຈະຕິດຕໍ່ຫາອະທິການຂອງສະມາຊິກຄົນນັ້ນຢ່າງລັບໆ.
-
ເປັນສິ່ງຈຳເປັນທີ່ຕ້ອງເປີດເຜີຍຂໍ້ມູນລະຫວ່າງສະພາສະມາຊິກກະພາບ. ຂໍ້ມູນທັງໝົດທີ່ຮວບຮວມມາ ແລະ ໄດ້ແບ່ງປັນກັບສະພາສະມາຊິກກະພາບແມ່ນເປັນຄວາມລັບ.
-
ສະມາຊິກເລືອກອະນຸຍາດໃຫ້ຜູ້ນຳແບ່ງປັນຂໍ້ມູນກັບບຸກຄົນໃດໜຶ່ງໂດຍສະເພາະ. ບຸກຄົນດັ່ງກ່າວອາດລວມທັງພໍ່ແມ່, ຜູ້ນຳໃນສາດສະໜາຈັກ, ຫລື ຄົນອື່ນທີ່ຈະສະໜັບສະໜູນ. ຜູ້ນຳຈະບໍ່ແບ່ງປັນຂໍ້ມູນເກີນກວ່າທີ່ສະມາຊິກອະນຸຍາດ.
-
ອາດຈຳເປັນຕ້ອງແບ່ງປັນຂໍ້ມູນກ່ຽວກັບຄຳຕັດສິນຂອງສະພາສະມາຊິກກະພາບ (ເບິ່ງ 32.12.2).
ໃນສະຖານະການອື່ນທັງໝົດ, ຜູ້ນຳຄວນອ້າງອີງໃສ່ 32.4.5. ກໍລະນີເຫລົ່ານີ້ແມ່ນລວມທັງເມື່ອກົດໝາຍອາດຮຽກຮ້ອງໃຫ້ລາຍງານຄວາມຜິດທາງອາຊະຍາກຳ, ດັ່ງເຊັ່ນ ການຂົ່ມເຫັງເດັກນ້ອຍ, ຕໍ່ເຈົ້າໜ້າທີ່ຝ່າຍລັດຖະບານ.
ເພື່ອຊ່ວຍເຫລືອຜູ້ນຳໃນການປົກປ້ອງຄົນອື່ນ ແລະ ປະຕິບັດຕາມກົດໝາຍ, ສາດສະໜາຈັກໄດ້ຈັດກຽມຄວາມຊ່ວຍເຫລືອຈາກມືອາຊີບທີ່ຜ່ານການຝຶກຝົນມາແລ້ວ. ເພື່ອຮັບການນຳພານີ້, ຜູ້ນຳຈະໂທສາຍດ່ວນຮັບເລື່ອງການຂົ່ມເຫັງເດັກນ້ອຍ ຂອງສາດສະໜາຈັກໂດຍທັນທີ ໃນບ່ອນທີ່ມີໃຫ້ບໍລິການ (ເບິ່ງ 32.4.5 ແລະ 38.6.2.1). ໃນບ່ອນທີ່ບໍ່ມີໃຫ້ບໍລິການ, ປະທານສະເຕກຈະຕິດຕໍ່ຫາ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
ໃນສະຖານະການດຽວທີ່ອະທິການ ຫລື ປະທານສະເຕກຈະເປີດເຜີຍຂໍ້ມູນທີ່ເປັນຄວາມລັບໂດຍທີ່ບໍ່ໄດ້ສະແຫວງຫາການນຳພາເຊັ່ນນັ້ນກ່ອນ. ນັ້ນຄືເມື່ອຈຳເປັນຕ້ອງເປີດເຜີຍເພື່ອປ້ອງກັນອັນຕະລາຍເຖິງຊີວິດ ຫລື ການບາດເຈັບຮ້າຍແຮງ ແລະ ບໍ່ມີເວລາທີ່ຈະສະແຫວງຫາການນຳພາ. ໃນກໍລະນີເຊັ່ນນັ້ນ, ໜ້າທີ່ປົກປ້ອງຄົນອື່ນແມ່ນສຳຄັນກວ່າໜ້າທີ່ຮັກສາຄວາມລັບ. ຜູ້ນຳຄວນຕິດຕໍ່ຫາເຈົ້າໜ້າທີ່ບ້ານເມືອງໂດຍທັນທີ.
ຖ້າຜູ້ນຳຈົດບັນທຶກ ຫລື ສື່ສານກັນທາງອີເລັກໂທຣນິກ, ພວກເພິ່ນຕ້ອງປ້ອງກັນການເຂົ້າເຖິງຂໍ້ມູນນີ້. ພວກເພິ່ນທັງຈະລຶບ ຫລື ທຳລາຍຂໍ້ມູນ ເມື່ອບໍ່ຈຳເປັນຕ້ອງໃຊ້ແລ້ວ. ພວກເພິ່ນບໍ່ຈຳເປັນຕ້ອງແບ່ງປັນຂໍ້ມູນສ່ວນຕົວ.
ເຈົ້າໜ້າທີ່ບ້ານເມືອງອາດຢາກຮູ້ຄວາມລັບທີ່ຮຽກຮ້ອງໃຫ້ຜູ້ນຳຖານະປະໂລຫິດຮັກສາ. ຖ້າຫາກເກີດກໍລະນີນີ້ໃນສະຫະລັດ ແລະ ການາດາ, ປະທານສະເຕກຄວນສະແຫວງຫາຄຳແນະນຳຈາກ Office of General Counsel ຂອງສາດສະໜາຈັກ:
1-800-453-3860, ຕໍ່ 2-6301
1-801-240-6301
ນອກສະຫະລັດ ແລະ ການາດາ, ປະທານສະເຕກຈະຕິດຕໍ່ຫາ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
32.4.5
ການລາຍງານຕໍ່ເຈົ້າໜ້າທີ່ຝ່າຍລັດຖະບານ
ບາງຄົນທີ່ກຳລັງກັບໃຈ ໄດ້ເຮັດຜິດກົດໝາຍແພ່ງ ຫລື ກົດໝາຍອາຍາ. ໃນບາງກໍລະນີ, ເຈົ້າໜ້າທີ່ຝ່າຍລັດຖະບານບໍ່ຮູ້ເລື່ອງນີ້. ອະທິການ ແລະ ປະທານສະເຕກຈະຊຸກຍູ້ສະມາຊິກໃຫ້ເຮັດຕາມກົດໝາຍ ແລະ ລາຍງານເລື່ອງດັ່ງກ່າວເມື່ອຖືກຮຽກຮ້ອງ. ຜູ້ນຳກໍຍັງແນະນຳໃຫ້ສະມາຊິກຮັບຄຳແນະນຳທາງກົດໝາຍທີ່ມີຄວາມສາມາດເມື່ອລາຍງານ. ນະໂຍບາຍຂອງສາດສະໜາຈັກຄືການເຊື່ອຟັງກົດໝາຍ.
ໃນຫລາຍບ່ອນ, ຜູ້ນຳຖານະປະໂລຫິດຖືກຮຽກຮ້ອງໂດຍກົດໝາຍໃຫ້ລາຍງານພຶດຕິກຳທີ່ຜິດກົດໝາຍ ທີ່ພວກເພິ່ນຮູ້ຈັກ. ຍົກຕົວຢ່າງ, ບາງລັດ ຫລື ບາງປະເທດຮຽກຮ້ອງໃຫ້ແຈ້ງການຂົ່ມເຫັງເດັກນ້ອຍ ຕໍ່ເຈົ້າໜ້າທີ່ຕຳຫລວດ.
ໃນບາງປະເທດ, ສາດສະໜາຈັກໄດ້ຈັດຕັ້ງສາຍດ່ວນລັບຊ່ວຍເລື່ອງການຂົ່ມເຫັງ ເພື່ອຊ່ວຍເຫລືອອະທິການ ແລະ ປະທານສະເຕກ. ຜູ້ນຳເຫລົ່ານີ້ຄວນໂທສາຍດ່ວນໂດຍທັນທີກ່ຽວກັບທຸກສະຖານະການ ຊຶ່ງບຸກຄົນອາດຖືກຂົ່ມເຫັງ—ຫລື ອາດຕົກຢູ່ໃນການສ່ຽງທີ່ຈະຖືກຂົ່ມເຫັງ (ເບິ່ງ 38.6.2.1). ມັນມີໃຫ້ບໍລິການຕະຫລອດ 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ.
ໃນປະເທດທີ່ບໍ່ມີສາຍດ່ວນຊ່ວຍເຫລືອ, ອະທິການຜູ້ຮູ້ຈັກເຖິງການຂົ່ມເຫັງ ຈະຕິດຕໍ່ຫາປະທານສະເຕກຂອງເພິ່ນ, ຜູ້ຊຶ່ງຄວນສະແຫວງຫາການນຳພາຈາກ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການລາຍງານການຂົ່ມເຫັງ, ໃຫ້ເບິ່ງ 38.6.2.1 ແລະ 38.6.2.7.
ການກຳນົດສະພາບແວດລ້ອມສຳລັບການຊ່ວຍໃຫ້ບຸກຄົນກັບໃຈ
32.5
ສະພາບແວດລ້ອມສຳລັບການຊ່ວຍໃຫ້ບຸກຄົນກັບໃຈ
ຫລັງຈາກຮູ້ວ່າສະມາຊິກໄດ້ກະທຳບາບອັນຮ້າຍແຮງ, ອະທິການ ຫລື ປະທານສະເຕກຈະດຳເນີນຂັ້ນຕອນຕ່າງໆເພື່ອປົກປ້ອງຄົນອື່ນ. ເພິ່ນຈະສະແຫວງຫາການນຳພາຈາກພຣະວິນຍານບໍລິສຸດໃນການກຳນົດສະພາບແວດລ້ອມສຳລັບການຊ່ວຍໃຫ້ບຸກຄົນກັບໃຈ ແລະ ເຂົ້າໃກ້ຊິດພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.
32.5.1
ພາບລວມສະພາບແວດລ້ອມ
ຕາຕະລາງດັ່ງຕໍ່ໄປນີ້ລະບຸສະພາບແວດລ້ອມສາມຢ່າງ ສຳລັບການຊ່ວຍໃຫ້ບຸກຄົນກັບໃຈ. ມັນຍັງສະຫລຸບການພິຈາລະນາບາງຢ່າງນຳອີກສຳລັບຜູ້ນຳ ເມື່ອຕັດສິນໃຈວ່າຄວນໃຊ້ສະພາບແວດລ້ອມຢ່າງໃດ.
ສະພາບແວດລ້ອມສຳລັບການຊ່ວຍໃຫ້ບຸກຄົນກັບໃຈ
ສະພາບແວດລ້ອມ |
ຂໍ້ຄວນພິຈາລະນາບາງຢ່າງ (ເບິ່ງ 32.7 ນຳອີກ) |
---|---|
ສະພາບແວດລ້ອມ ສະພາສະມາຊິກກະພາບສະເຕກ | ຂໍ້ຄວນພິຈາລະນາບາງຢ່າງ (ເບິ່ງ 32.7 ນຳອີກ)
|
ສະພາບແວດລ້ອມ ສະພາສະມາຊິກກະພາບຫວອດ | ຂໍ້ຄວນພິຈາລະນາບາງຢ່າງ (ເບິ່ງ 32.7 ນຳອີກ)
|
ສະພາບແວດລ້ອມ ການໃຫ້ຄຳປຶກສາສ່ວນຕົວ (ເບິ່ງ 32.8) | ຂໍ້ຄວນພິຈາລະນາບາງຢ່າງ (ເບິ່ງ 32.7 ນຳອີກ)
|
ການໃຫ້ຄຳປຶກສາສ່ວນຕົວ ແລະ ການຈຳກັດຢ່າງບໍ່ເປັນທາງການໂດຍອະທິການ ຫລື ປະທານສະເຕກ ບາງຄັ້ງບໍ່ພຽງພໍທີ່ຈະຊ່ວຍໃຫ້ບຸກຄົນກັບໃຈຈາກບາບອັນຮ້າຍແຮງ. ພຣະຜູ້ເປັນເຈົ້າໄດ້ຈັດກຽມສະພາສະມາຊິກກະພາບໄວ້ ເພື່ອຊ່ວຍຜູ້ຕັດສິນໃນອິດສະຣາເອນໃນສະຖານະການເຫລົ່ານີ້. (ເບິ່ງ ອົບພະຍົບ 18:12–27; ໂມໄຊຢາ 26:29–36; ຄຳສອນ ແລະ ພັນທະສັນຍາ 42:80–83; 102.) ສຳລັບບາບອັນຮ້າຍແຮງ, ສະພາຈະຖືກຮຽກຮ້ອງໃຫ້ຈັດຂຶ້ນຕາມນະໂຍບາຍຂອງສາດສະໜາຈັກ (ເບິ່ງ 32.6.1). ການລ່ວງລະເມີດຕໍ່ພັນທະສັນຍາພຣະວິຫານຈະເພີ່ມຄວາມເປັນໄປໄດ້ທີ່ສະພາສະມາຊິກກະພາບຈຳເປັນຕ້ອງຖືກຈັດຂຶ້ນ (ເບິ່ງ 32.7.4).
ໃນຫວອດ, ທີ່ປຶກສາຂອງອະທິການຈະຊ່ວຍໃນສະພາສະມາຊິກກະພາບ. ໃນສະເຕກ, ທີ່ປຶກສາຂອງປະທານສະເຕກຈະຊ່ວຍເຫລືອ. ໃນສະພາສະມາຊິກກະພາບສະເຕກບາງແຫ່ງ, ສະພາສູງຈະເຂົ້າຮ່ວມດ້ວຍ (ເບິ່ງ 32.9.2). ໃນສະພາສະມາຊິກກະພາບ, ຝ່າຍອະທິການ ຫລື ຝ່າຍປະທານສະເຕກຈະພົບກັບບຸກຄົນດ້ວຍວິນຍານແຫ່ງຄວາມຮັກ.
32.5.2
ການກຳນົດສະພາບແວດລ້ອມ ແລະ ເວລາ
ເມື່ອຕັດສິນໃຈວ່າສະພາບແວດລ້ອມໃດທີ່ດີທີ່ສຸດສຳລັບການຊ່ວຍໃຫ້ບຸກຄົນກັບໃຈ, ຜູ້ນຳຄວນສະແຫວງຫາການນຳພາຈາກພຣະວິນຍານບໍລິສຸດ. ພວກເພິ່ນຄວນພິຈາລະນາປັດໃຈດັ່ງຕໍ່ໄປນີ້:
-
ຄວາມຮຸນແຮງຂອງບາບ ແລະ ນະໂຍບາຍຂອງສາດສະໜາຈັກ ວ່າສະພາຄວນຖືກຮຽກຮ້ອງໃຫ້ຈັດຂຶ້ນຫລືບໍ່ (ເບິ່ງ 32.6)
-
ສະຖານະການຂອງບຸກຄົນ (ເບິ່ງ 32.7)
ອະທິການຈະປຶກສາກັບປະທານສະເຕກກ່ຽວກັບສະຖານະການສະເພາະ. ເພິ່ນຕ້ອງໄດ້ຮັບການອະນຸມັດຈາກປະທານສະເຕກ ກ່ອນທີ່ຈະຈັດສະພາສະມາຊິກກະພາບຂຶ້ນ.
ໃນເລື່ອງຍາກໆ, ປະທານສະເຕກອາດສະແຫວງຫາຄຳແນະນຳຈາກສາວົກເຈັດສິບປະຈຳເຂດທີ່ຖືກມອບໝາຍຂອງເພິ່ນ. ປະທານສະເຕກຕ້ອງປຶກສາກັບຝ່າຍປະທານເຂດກ່ຽວກັບເລື່ອງທີ່ລະບຸໄວ້ໃນ 32.6.3. ເຖິງຢ່າງໃດກໍຕາມ, ພຽງແຕ່ປະທານສະເຕກເທົ່ານັ້ນທີ່ສາມາດຕັດສິນໃຈ ຖ້າຫາກຄວນຈັດສະພາຂຶ້ນ ເພື່ອແກ້ໄຂການປະພຶດ. ຖ້າຫາກຕ້ອງຈັດສະພາຂຶ້ນ, ປະທານສະເຕກ ຫລື ອະທິການຈະຕັດສິນຜົນຮັບຂອງສະພາ.
ຖ້າຫາກອະທິການ ຫລື ປະທານສະເຕກກຳນົດວ່າ ການໃຫ້ຄຳປຶກສາສ່ວນຕົວກໍພຽງພໍແລ້ວ, ເພິ່ນຈະເຮັດຕາມແນວທາງຊີ້ນຳໃນ 32.8. ຖ້າຫາກເພິ່ນກຳນົດວ່າ ຕ້ອງໄດ້ຈັດສະພາສະມາຊິກກະພາບຂຶ້ນ, ຫລື ຖ້າຫາກນະໂຍບາຍຂອງສາດສະໜາຈັກຮຽກຮ້ອງໃຫ້ຈັດສະພາຂຶ້ນ, ຜູ້ດຳເນີນສະພາຈະເຮັດຕາມຂັ້ນຕອນໃນ 32.9–32.14.
ກ່ອນທີ່ຈະຈັດສະພາຂຶ້ນ, ອະທິການ ຫລື ປະທານສະເຕກອາດກຳນົດວ່າ ການຈຳກັດສະມາຊິກກະພາບຢ່່າງບໍ່ເປັນທາງການ ເປັນສິ່ງທີ່ດີທີ່ສຸດຊົ່ວໄລຍະໜຶ່ງຫລືບໍ່. ເພິ່ນຈະຈັດສະພາຂຶ້ນເມື່ອເຫັນວ່າ ມັນຈະຊຸກຍູ້ໃຫ້ສະມາຊິກກັບໃຈຢ່າງຈິງໃຈ. ເຖິງຢ່າງໃດກໍຕາມ, ເພິ່ນບໍ່ຄວນເລື່ອນການຈັດສະພາ ຖ້າຫາກຈຳເປັນຕ້ອງປົກປ້ອງຄົນອື່ນ.
32.6
ຄວາມຮຸນແຮງຂອງບາບ ແລະ ນະໂຍບາຍຂອງສາດສະໜາຈັກ
ຄວາມຮຸນແຮງຂອງບາບເປັນຂໍ້ພິຈາລະນາທີ່ສຳຄັນໃນການກຳນົດສະພາບແວດລ້ອມ ທີ່ຈະ (1) ຊ່ວຍປົກປ້ອງຄົນອື່ນ ແລະ (2) ຊ່ວຍໃຫ້ບຸກຄົນກັບໃຈ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງ “ບໍ່ສາມາດເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ໜ້ອຍທີ່ສຸດ” (ຄຳສອນ ແລະ ພັນທະສັນຍາ 1:31; ເບິ່ງ ໂມໄຊຢາ 26:29 ນຳອີກ). ຜູ້ຮັບໃຊ້ຂອງພຣະອົງບໍ່ຄວນເມີນເສີຍຈາກຫລັກຖານຂອງບາບອັນຮ້າຍແຮງ.
ບາບອັນຮ້າຍແຮງເປັນການເຮັດຄວາມຜິດໂດຍເຈດຕະນາ ແລະ ຮ້າຍແຮງຕໍ່ກົດຂອງພຣະເຈົ້າ. ປະເພດຂອງການບາບອັນຮ້າຍແຮງມີລະບຸໄວ້ຢູ່ຂ້າງລຸ່ມ.
-
ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ (ເບິ່ງ 32.6.1.1 ແລະ 32.6.2.1)
-
ການຜິດສິນທຳທາງເພດ (ເບິ່ງ 32.6.1.2 ແລະ 32.6.2.2)
-
ການກະທຳທີ່ສໍ້ໂກງ (ເບິ່ງ 32.6.1.3 ແລະ 32.6.2.3)
-
ການລະເມີດຄວາມໄວ້ວາງໃຈ (ເບິ່ງ 32.6.1.4 ແລະ 32.6.2.4)
-
ການກະທຳອື່ນໆ (ເບິ່ງ 32.6.1.5 ແລະ 32.6.2.5)
ພາກດັ່ງຕໍ່ໄປນີ້ບັນຍາຍກໍລະນີທີ່ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ, ກໍລະນີທີ່ອາດຈຳເປັນ, ແລະ ກໍລະນີທີ່ບໍ່ຈຳເປັນ.
32.6.1
ກໍລະນີທີ່ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
ອະທິການ ຫລື ປະທານສະເຕກຈະຕ້ອງຈັດສະພາສະມາຊິກກະພາບຂຶ້ນ ເມື່ອຂໍ້ມູນບົ່ງບອກວ່າ ສະມາຊິກອາດກະທຳບາບໃດໜຶ່ງທີ່ບັນຍາຍໄວ້ຢູ່ໃນພາກນີ້. ສຳລັບບາບເຫລົ່ານີ້, ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ ບໍ່ວ່າສະມາຊິກຈະມີລະດັບວຸດທິພາວະທາງວິນຍານ ແລະ ຄວາມເຂົ້າໃຈພຣະກິດຕິຄຸນໜ້ອຍຫລາຍເທົ່າໃດກໍຕາມ.
ເບິ່ງ 32.11 ສຳລັບຜົນຮັບທີ່ເປັນໄປໄດ້ຂອງສະພາ ທີ່ເອີ້ນປະຊຸມສຳລັບບາບໃນພາກນີ້. ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການບໍ່ແມ່ນທາງເລືອກສຳລັບສະພາເຫລົ່ານີ້.
32.6.1.1
ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ
ການຄາດຕະກຳ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກສະມາຊິກທຳການຄາດຕະກຳຄົນອື່ນ. ຕາມທີ່ໃຊ້ໃນນີ້, ການຄາດຕະກຳ ຄືການເອົາຊີວິດມະນຸດໂດຍເຈດຕະນາ ແລະ ບໍ່ຍຸດຕິທຳ. ຮຽກຮ້ອງໃຫ້ມີການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ.
ການຄາດຕະກຳບໍ່ລວມທັງການກະທຳຂອງຕຳຫລວດ ຫລື ທະຫານໃນໜ້າທີ່. ການແທ້ງລູກບໍ່ໄດ້ຖືກນິຍາມວ່າເປັນການຄາດຕະກຳໃນສະພາບການນີ້. ຖ້າຫາກການເສຍຊີວິດເກີດຈາກອຸບັດຕິເຫດ ຫລື ການປ້ອງກັນຕົນເອງ ຫລື ຄົນອື່ນ, ການເອົາຊີວິດຂອງມະນຸດອາດບໍ່ນິຍາມວ່າເປັນການຄາດຕະກຳ. ກໍລະນີນີ້ກໍອາດເປັນຄວາມຈິງໃນສະຖານະການອື່ນ, ເຊັ່ນເມື່ອບຸກຄົນມີຄວາມສາມາດທາງຈິດໃຈທີ່ຈຳກັດ.
ການຂົ່ມຂືນ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນສຳລັບການຂົ່ມຂືນ. ຕາມທີ່ໃຊ້ໃນນີ້, ການຂົ່ມຂືນ ແມ່ນການຮ່ວມເພດ ຫລື ການມີເພດສຳພັນແບບບັງຄັບກັບຜູ້ທີ່ບໍ່ສາມາດໃຫ້ການຍິນຍອມທາງກົດໝາຍໄດ້ ເນື່ອງຈາກຄວາມສາມາດທາງກາຍ ຫລື ທາງຈິດໃຈທີ່ລົດລົງ. ຕາມທີ່ໃຊ້ໃນນີ້, ການຂົ່ມຂືນ ບໍ່ໄດ້ລວມທັງການຍິນຍອມມີເພດສຳພັນລະຫວ່າງໄວລຸ້ນສອງຄົນທີ່ມີອາຍຸໄລ່ເລ່ຍກັນ.
ຄວາມຜິດຖານຈູ່ໂຈມທາງເພດ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກສະມາຊິກໄດ້ເຮັດຜິດຖານຈູ່ໂຈມທາງເພດ.
ການຂົ່ມເຫັງເດັກ ຫລື ຊາວໜຸ່ມ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກບຸກຄົນຂົ່ມເຫັງເດັກ ຫລື ຊາວໜຸ່ມ ດັ່ງທີ່ອະທິບາຍໄວ້ໃນ 38.6.2.3.
ການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ. ມີຊ່ວງຄວາມຮຸນແຮງໃນພຶດຕິກຳຂົ່ມເຫັງ. ເບິ່ງ 38.6.2.4 ສຳລັບກໍລະນີທີ່ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ສຳລັບການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ.
ພຶດຕິກຳການລ່າເຫຍື່ອຮຸນແຮງ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກຜູ້ໃຫຍ່ທຳຮ້າຍຮ່າງກາຍຊ້ຳແລ້ວຊ້ຳອີກ ຜ່ານທາງພຶດຕິກຳຮຸນແຮງ ແລະ ເປັນໄພຄຸກຄາມຕໍ່ຄົນອື່ນ.
32.6.1.2
ການຜິດສິນທຳທາງເພດ
ການຮ່ວມເພດກັບສາຍເລືອດດຽວກັນ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນສຳລັບການຮ່ວມເພດກັບສາຍເລືອດດຽວກັນ ດັ່ງທີ່ນິຍາມໃນ 38.6.10. ເກືອບທຸກກໍລະນີຖືກຮຽກຮ້ອງໃຫ້ມີການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ.
ຮູບພາບລາມົກເດັກ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກບຸກຄົນມີສ່ວນຮ່ວມໃນຮູບພາບລາມົກເດັກ ດັ່ງທີ່ລະບຸໄວ້ໃນ 38.6.6.
ການແຕ່ງເມຍຫລາຍຄົນ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກບຸກຄົນໃດໜຶ່ງແຕ່ງເມຍຫລາຍຄົນໂດຍເຈດຕະນາ. ການແຕ່ງເມຍຫລາຍຄົນບາງຈຳນວນອາດເກີດຂຶ້ນຢ່າງລັບໆ, ໂດຍທີ່ຄູ່ຄອງບໍ່ຮູ້ຈັກກ່ຽວກັບຄູ່ຄອງອີກຄົນໜຶ່ງ ຫລື ຫລາຍກວ່ານັ້ນ. ການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນແມ່ນຈຳເປັນ ຖ້າຫາກບຸກຄົນນັ້ນແຕ່ງເມຍຫລາຍຄົນໂດຍເຈດຕະນາ.
ພຶດຕິກຳການລ່າເຫຍື່ອທາງເພດ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກຜູ້ໃຫຍ່ທຳຮ້າຍຄົນທາງເພດຊ້ຳແລ້ວຊ້ຳອີກ ແລະ ເປັນໄພຄຸກຄາມຕໍ່ຄົນອື່ນ.
32.6.1.3
ການກະທຳທີ່ສໍ້ໂກງ
ພຶດຕິກຳການລ່າເຫຍື່ອທາງການເງິນ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກຜູ້ໃຫຍ່ມີປະຫວັດວ່າໄດ້ທຳຮ້າຍຜູ້ຄົນດ້ວຍເຈດຕະນາ ແລະ ຊ້ຳແລ້ວຊ້ຳອີກທາງການເງິນ ແລະ ເປັນໄພຄຸກຄາມຕໍ່ຄົນອື່ນ (ເບິ່ງ 38.6.2.4). ສິ່ງນີ້ລວມທັງການສໍ້ໂກງດ້ານການລົງທຶນ ແລະ ກິດຈະກຳທີ່ຄ້າຍຄືກັນນັ້ນ. ການສູນເສຍເງິນໂດຍບໍ່ໄດ້ຕັ້ງໃຈ ເນື່ອງຈາກສະພາບເສດຖະກິດ ບໍ່ໄດ້ຖືວ່າເປັນການສໍ້ໂກງ. ຖ້າຫາກມີການດຳເນີນຄະດີ, ຜູ້ນຳຖານະປະໂລຫິດອາດຕັດສິນໃຈລໍຖ້າຈົນກວ່າຜົນຄະດີຂັ້ນສຸດທ້າຍ. ເບິ່ງ 32.6.3.3 ຖ້າຫາກສະມາຊິກມີສ່ວນຮ່ວມໃນການຍັກຍອກເງິນທຶນ ຫລື ຊັບສິນຂອງສາດສະໜາຈັກ.
32.6.1.4
ການລະເມີດຄວາມໄວ້ວາງໃຈ
ບາບອັນຮ້າຍແຮງຂະນະທີ່ດຳລົງຕຳແໜ່ງສຳຄັນໃນສາດສະໜາຈັກ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຖ້າຫາກສະມາຊິກໄດ້ກະທຳບາບອັນຮ້າຍແຮງຂະນະທີ່ດຳລົງຕຳແໜ່ງສຳຄັນ. ບຸກຄົນເຫລົ່ານີ້ແມ່ນລວມທັງເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ເຈົ້າໜ້າທີ່ສາມັນຂອງສາດສະໜາຈັກ, ສາວົກເຈັດສິບປະຈຳເຂດ, ປະທານພຣະວິຫານ ຫລື ຫົວໜ້າພະນັກງານພຣະວິຫານຝ່າຍຍິງ, ປະທານເຜີຍແຜ່ ຫລື ພັນລະຍາຂອງເພິ່ນ, ປະທານສະເຕກ, ປິຕຸ, ຫລື ອະທິການ. ບຸກຄົນເຫລົ່ານີ້ບໍ່ໄດ້ລວມທັງປະທານສາຂາ. ເຖິງຢ່າງໃດກໍຕາມ, ສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງປະທານສາຂາ ກໍສາມາດຖືກຈຳກັດ ຫລື ຖືກຖອນໄດ້ ຄືກັນກັບສະມາຊິກຄົນອື່ນໆ.
32.6.1.5
ການກະທຳອື່ນໆບາງຢ່າງ
ການເຮັດຜິດໂທດອາຊະຍາກຳ. ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ໃນກໍລະນີສ່ວນໃຫຍ່ ເມື່ອບຸກຄົນໃດໜຶ່ງເຮັດຜິດໂທດອາຊະຍາກຳ.
32.6.2
ກໍລະນີສະພາສະມາຊິກກະພາບອາດຈຳເປັນ
ສະພາສະມາຊິກກະພາບອາດຈຳເປັນໃນກໍລະນີດັ່ງຕໍ່ໄປນີ້.
32.6.2.1
ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ
ພຣະຜູ້ເປັນເຈົ້າໄດ້ບັນຊາວ່າ, “ຢ່າຂ້າຄົນ, ຫລື ເຮັດສິ່ງໃດໆທີ່ຄ້າຍຄືກັນນັ້ນ” (ຄຳສອນ ແລະ ພັນທະສັນຍາ 59:6; ເນັ້ນຄຳເນີ້ງ). ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ ຊຶ່ງເພາະການນັ້ນ ສະພາສະມາຊິກກະພາບອາດຈຳເປັນຕ້ອງຖືກຈັດຂຶ້ນ ແມ່ນລວມທັງ (ແຕ່ບໍ່ຈຳກັດສະເພາະ) ກໍລະນີທີ່ລະບຸໄວ້ຢູ່ຂ້າງລຸ່ມ.
ການພະຍາຍາມທຳການຄາດຕະກຳ. ການພະຍາຍາມທີ່ຈະຂ້າບາງຄົນໂດຍເຈດຕະນາ.
ການລ່ວງລະເມີດທາງເພດ, ລວມທັງການຈູ່ໂຈມ ແລະ ການຂູ່ເຂັນ. ການລ່ວງລະເມີດທາງເພດແມ່ນຄຸມກວມການກະທຳຕ່າງໆທີ່ຫລາກຫລາຍ (ເບິ່ງ 38.6.18). ສະພາສະມາຊິກກະພາບອາດຈຳເປັນສຳລັບບຸກຄົນໃດໜຶ່ງທີ່ຈູ່ໂຈມທາງເພດ ຫລື ລ່ວງລະເມີດບາງຄົນ. ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ. ເບິ່ງ 38.6.18.3 ສຳລັບກໍລະນີທີ່ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ.
ການຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ. ມີຊ່ວງຄວາມຮຸນແຮງໃນພຶດຕິກຳຂົ່ມເຫັງ (ເບິ່ງ 38.6.2.4). ສະພາສະມາຊິກກະພາບອາດຈຳເປັນສຳລັບຜູ້ທີ່ຂົ່ມເຫັງຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ. ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ. ເບິ່ງ 38.6.2.4 ສຳລັບກໍລະນີທີ່ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ.
32.6.2.2
ການຜິດສິນທຳທາງເພດ
ກົດພົມມະຈັນຂອງພຣະຜູ້ເປັນເຈົ້າຄືການຫລີກເວັ້ນຈາກການຮ່ວມເພດສຳພັນນອກການແຕ່ງງານລະຫວ່າງຊາຍ ແລະ ຍິງ (ເບິ່ງ ອົບພະຍົບ 20:14; ຄຳສອນ ແລະ ພັນທະສັນຍາ 63:16). ສະພາສະມາຊິກກະພາບອາດຈຳເປັນສຳລັບການຜິດສິນທຳທາງເພດ ດັ່ງທີ່ບັນຍາຍໄວ້ໃນ 38.6.5. ໃນສະຖານະການເຫລົ່ານີ້, ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ. ເບິ່ງ 32.6.1.2 ສຳລັບກໍລະນີທີ່ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ.
32.6.2.3
ການກະທຳທີ່ສໍ້ໂກງ
ພຣະບັນຍັດສິບປະການສິດສອນວ່າ, “ຢ່າລັກ” ຫລື “ຢ່າເປັນພະຍານເທັດ” (ອົບພະຍົບ 20:15–16). ສະພາສະມາຊິກກະພາບອາດຈຳເປັນສຳລັບການກະທຳເຊັ່ນ, ການປຸ້ນ, ການຂະໂມຍ, ການລັກ, ການຍັກຍອກ, ການຕົວະສານ, ແລະ ການສໍ້ໂກງ. ເບິ່ງ 38.8.2 ສຳລັບການສໍ້ໂກງຄວາມສຳພັນ. ໃນສະຖານະການເຫລົ່ານີ້, ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ.
ເບິ່ງ 38.8.2 ສຳລັບການສໍ້ໂກງຄວາມສຳພັນ. ເບິ່ງ 32.6.1.3 ສຳລັບກໍລະນີທີ່ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ ສຳລັບການກະທຳທີ່ສໍ້ໂກງ. ເບິ່ງ 32.6.3.3 ຖ້າຫາກສະມາຊິກມີສ່ວນຮ່ວມໃນການຍັກຍອກເງິນທຶນ ຫລື ຊັບສິນຂອງສາດສະໜາຈັກ.
32.6.2.4
ການລະເມີດຄວາມໄວ້ວາງໃຈ
ສະພາສະມາຊິກກະພາບອາດຈຳເປັນຕ້ອງຖືກຈັດຂຶ້ນຖ້າຫາກສະມາຊິກ:
-
ກະທຳບາບອັນຮ້າຍແຮງຂະນະທີ່ດຳລົງຕຳແໜ່ງມີສິດອຳນາດ ຫລື ໄວ້ວາງໃຈ ໃນສາດສະໜາຈັກ ຫລື ໃນຊຸມຊົນ.
-
ກະທຳບາບອັນຮ້າຍແຮງທີ່ຜູ້ຄົນຮູ້ຈັກໄປທົ່ວ.
ໃນສະຖານະການເຫລົ່ານີ້, ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ.
ເບິ່ງ 32.6.1.4 ສຳລັບກໍລະນີທີ່ສະພາຖືກຮຽກຮ້ອງໃຫ້ຈັດຂຶ້ນ. ເບິ່ງ 32.6.3.3 ຖ້າຫາກສະມາຊິກມີສ່ວນຮ່ວມໃນການຍັກຍອກເງິນທຶນ ຫລື ຊັບສິນຂອງສາດສະໜາຈັກ.
32.6.2.5
ການກະທຳອື່ນໆບາງຢ່າງ
ກະສັດເບັນຢາມິນໄດ້ສິດສອນວ່າ, “ຂ້າພະເຈົ້າບອກທ່ານບໍ່ໄດ້ທຸກເລື່ອງ ໂດຍການທີ່ພວກທ່ານຈະກະທຳບາບ; ເພາະມີທາງ ແລະ ວິທີຕ່າງໆຊຶ່ງມີຫລາຍຈົນຂ້າພະເຈົ້ານັບບໍ່ໄດ້” (ໂມໄຊຢາ 4:29). ສະພາອາດຈຳເປັນຖືກຈັດຂຶ້ນ ຖ້າຫາກບຸກຄົນ:
-
ສະແດງຮູບແບບຂອງການກະທຳບາບອັນຮ້າຍແຮງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 82:7).
-
ຈົງໃຈປະຖິ້ມໜ້າທີ່ຮັບຜິດຊອບໃນຄອບຄົວ, ລວມທັງການບໍ່ຈ່າຍຄ່າລ້ຽງລູກ ແລະ ຄ່າລ້ຽງຄູ່ຢ່າຮ້າງ.
-
ຂູ່ຈະທຳຮ້າຍຮ່າງກາຍ, ບໍ່ວ່າຈະເປັນແບບພົບໜ້າ ຫລື ທາງອອນລາຍກໍຕາມ (ເບິ່ງ 32.2.1).
-
ຂາຍຢາຜິດກົດໝາຍ.
-
ກະທຳຜິດທາງອາຊະຍາກຳທີ່ຮ້າຍແຮງອື່ນໆ.
ໃນສະຖານະການເຫລົ່ານີ້, ສະພາຂ້ອນຂ້າງຈຳເປັນໃນການຊ່ວຍໃຫ້ສະມາຊິກກັບໃຈ ຖ້າຫາກເຂົາລ່ວງລະເມີດພັນທະສັນຍາພຣະວິຫານ ຫລື ຖ້າຫາກເຮັດບາບນັ້ນຊ້ຳແລ້ວຊ້ຳອີກ.
ສະພາສະມາຊິກກະພາບອາດຈຳເປັນ ຖ້າຫາກສະມາຊິກຍິນຍອມ, ດຳເນີນການ, ຈັດໃຫ້ມີ, ຈ່າຍເງິນ, ຫລື ສົ່ງເສີມການແທ້ງລູກ. ເບິ່ງ 38.6.1 ສຳລັບແນວທາງຊີ້ນຳ.
ກໍລະນີສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຫລື ອາດຈຳເປັນ
ປະເພດຂອງບາບ |
ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1) |
ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2) |
---|---|---|
ປະເພດຂອງບາບ ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1)
| ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2)
|
ປະເພດຂອງບາບ ການຜິດສິນທຳທາງເພດ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1)
| ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2)
|
ປະເພດຂອງບາບ ການກະທຳທີ່ສໍ້ໂກງ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1)
| ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2)
|
ປະເພດຂອງບາບ ການລະເມີດຄວາມໄວ້ວາງໃຈ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1)
| ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2)
|
ປະເພດຂອງບາບ ການກະທຳອື່ນໆ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ (ເບິ່ງ 32.6.1)
| ສະພາສະມາຊິກກະພາບອາດຈຳເປັນ (ເບິ່ງ 32.6.2)
|
32.6.3
ກໍລະນີທີ່ປະທານສະເຕກປຶກສາກັບຝ່າຍປະທານເຂດວ່າ ສະພາສະມາຊິກກະພາບ ຫລື ການດຳເນີນການຢ່າງອື່ນ ຈຳເປັນຫລືບໍ່
ບາງເລື່ອງຮຽກຮ້ອງຄວາມລະອຽດອ່ອນ ແລະ ການນຳພາ. ເພື່ອຈະຮູ້ວິທີການຊ່ວຍເຫລືອທີ່ດີທີ່ສຸດ, ປະທານສະເຕກຕ້ອງປຶກສາກັບຝ່າຍປະທານເຂດກ່ຽວກັບສະຖານະການໃນພາກນີ້. ເຖິງຢ່າງໃດກໍຕາມ, ພຽງແຕ່ປະທານສະເຕກເທົ່ານັ້ນທີ່ສາມາດຕັດສິນໃຈ ຖ້າຫາກຄວນຈັດສະພາຂຶ້ນ ເພື່ອແກ້ໄຂການປະພຶດ. ຖ້າຫາກຕ້ອງຈັດສະພາຂຶ້ນ, ປະທານສະເຕກ ຫລື ອະທິການຈະຕັດສິນຜົນຮັບຂອງສະພາ.
ຖ້າຫາກສະພາສະມາຊິກກະພາບຖືກຈັດຂຶ້ນສຳລັບເລື່ອງໜຶ່ງທີ່ລະບຸໄວ້ໃນພາກນີ້, ການຕັດສິນຂອງສະພາຈະຕ້ອງ “ຢູ່ໃນສະຖານະທີ່ໜ້າເຊື່ອຖື,” “ການຈຳກັດສະມາຊິກກະພາບຢ່າງເປັນທາງການ,” ຫລື “ການຖອນສະມາຊິກກະພາບ.” ຕ້ອງໄດ້ຮັບການອະນຸມັດຈາກຝ່າຍປະທານສູງສຸດເພື່ອຖອນການຈຳກັດຢ່າງເປັນທາງການ ຫລື ຮັບບຸກຄົນກັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ (ເບິ່ງ 32.16.1, ຂໍ້ 9).
32.6.3.1
ການດຳເນີນການຢ່າງອື່ນ
ຖ້າຫາກສະພາສະມາຊິກກະພາບບໍ່ໄດ້ຖືກຈັດຂຶ້ນ, ການດຳເນີນການຢ່າງອື່ນອາດລວມທັງ:
-
ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ (ເບິ່ງ 32.8.3).
-
ການບັນທຶກໝາຍເຫດປະກອບໃນສະມາຊິກກະພາບ (ເບິ່ງ 32.14.5).
-
ການຈຳກັດພິທີການ, ຊຶ່ງຈຳກັດບຸກຄົນຈາກການໄດ້ຮັບ ຫລື ການໃຊ້ຖານະປະໂລຫິດ ຫລື ການໄດ້ຮັບ ຫລື ການໃຊ້ໃບຮັບຮອງເຂົ້າພຣະວິຫານ.
ປະທານສະເຕກຈະປຶກສາກັບຝ່າຍປະທານເຂດ ກ່ອນການດຳເນີນການໃດໜຶ່ງເຫລົ່ານີ້ເກີດຂຶ້ນ.
32.6.3.2
ການປະຖິ້ມຄວາມເຊື່ອ
ບັນຫາເລື່ອງການປະຖິ້ມຄວາມເຊື່ອ ສ່ວນຫລາຍຈະມີຜົນກະທົບອອກນອກເຂດຂອງຫວອດ ຫລື ສະເຕກ. ມັນຕ້ອງຖືກແກ້ໄຂໂດຍທັນທີເພື່ອປົກປ້ອງຄົນອື່ນ.
ອະທິການຈະປຶກສາກັບປະທານສະເຕກ ຖ້າຫາກເພິ່ນຮູ້ສຶກວ່າ ການກະທຳຂອງສະມາຊິກອາດກໍ່ໃຫ້ເກີດການປະຖິ້ມຄວາມເຊື່ອ. ອະທິການ ຫລື ປະທານສະເຕກອາດຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການກັບສະມາຊິກ (ເບິ່ງ 32.8.3). ປະທານສະເຕກຈະປຶກສາກັບຝ່າຍປະທານເຂດໂດຍທັນທີ. ເຖິງຢ່າງໃດກໍຕາມ, ພຽງແຕ່ປະທານສະເຕກເທົ່ານັ້ນທີ່ສາມາດຕັດສິນໃຈ ຖ້າຫາກວ່າສະພາສະມາຊິກກະພາບ ຫລື ການດຳເນີນການຢ່າງອື່ນ ຈຳເປັນຫລືບໍ່.
ຕາມທີ່ໃຊ້ໃນນີ້, ການປະຖິ້ມຄວາມເຊື່ອ ໝາຍເຖິງສະມາຊິກກຳລັງມີສ່ວນຮ່ວມໃນການກະທຳຢ່າງໃດຢ່າງໜຶ່ງ ດັ່ງຕໍ່ໄປນີ້:
-
ການກະທຳຊ້ຳແລ້ວຊ້ຳອີກໃນສາທາລະນະຕໍ່ຕ້ານສາດສະໜາຈັກ, ຄຳສອນ, ນະໂຍບາຍ, ຫລື ຜູ້ນຳຂອງສາດສະໜາຈັກຢ່າງແຈ້ງຊັດ ແລະ ໂດຍເຈດຕະນາ
-
ຍັງຄົງສິດສອນວ່າເປັນຄຳສອນຂອງສາດສະໜາຈັກໃນສິ່ງທີ່ບໍ່ໄດ້ເປັນຄຳສອນຂອງສາດສະໜາຈັກ ຫລັງຈາກໄດ້ຖືກຕັກເຕືອນໂດຍອະທິການ ຫລື ປະທານສະເຕກແລ້ວ
-
ສະແດງຮູບແບບການທຳງານດ້ວຍເຈດຕະນາ ເພື່ອເຮັດໃຫ້ສັດທາ ແລະ ກິດຈະກຳຂອງສະມາຊິກໃນສາດສະໜາຈັກອ່ອນແອລົງ
-
ສືບຕໍ່ເຮັດຕາມຄຳສອນຂອງກຸ່ມທີ່ປະຖິ້ມຄວາມເຊື່ອ ຫລັງຈາກໄດ້ຖືກຕັກເຕືອນໂດຍອະທິການ ຫລື ປະທານສະເຕກແລ້ວ
-
ເຂົ້າຮ່ວມນິກາຍອື່ນຢ່າງເປັນທາງການ ແລະ ສົ່ງເສີມຄຳສອນຂອງພວກເຂົາ (ການບໍ່ເຂັ້ມແຂງໃນສາດສະໜາຈັກ ຫລື ການໄປໂບດນິກາຍອື່ນ ບໍ່ຖືວ່າເປັນການປະຖິ້ມຄວາມເຊື່ອ. ເຖິງຢ່າງໃດກໍຕາມ, ຖ້າຫາກສະມາຊິກເຂົ້າຮ່ວມນິກາຍອື່ນຢ່າງເປັນທາງການ ແລະ ສະໜັບສະໜູນຄຳສອນຂອງພວກເຂົາ, ແລ້ວການຖອນສະມາຊິກກະພາບຂອງເຂົາອາດຈຳເປັນ.)
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຊາວນີໄຟວ່າ ພວກເຂົາຄວນສືບຕໍ່ປະຕິບັດສາດສະໜາກິດຕໍ່ບຸກຄົນຜູ້ໄດ້ເຮັດບາບ. “ແຕ່ຖ້າຫາກເຂົາບໍ່ກັບໃຈ ເຂົາຈະບໍ່ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງເຮົາ, ເພື່ອວ່າເຂົາຈະບໍ່ໄດ້ທຳລາຍຜູ້ຄົນຂອງເຮົາ” (3 ນີໄຟ 18:31).
32.6.3.3
ການຍັກຍອກເງິນທຶນຂອງສາດສະໜາຈັກ
ຖ້າຫາກສະມາຊິກຍັກຍອກເງິນທຶນຂອງສາດສະໜາຈັກ ຫລື ລັກຊັບສິນຂອງສາດສະໜາຈັກທີ່ມີຄ່າ, ປະທານສະເຕກຈະປຶກສາກັບຝ່າຍປະທານເຂດກ່ຽວກັບວ່າ ສະພາສະມາຊິກກະພາບ ຫລື ການດຳເນີນການອື່ນ ຈຳເປັນຫລືບໍ່. ຜູ້ນຳຈະພິຈາລະນາ:
-
ຈຳນວນທີ່ຖືກຍັກຍອກ ຫລື ລັກ.
-
ຖ້າຫາກວ່າການຍັກຍອກໄດ້ເກີດຂຶ້ນພຽງຄັ້ງດຽວ ຫລື ຊ້ຳແລ້ວຊ້ຳອີກ.
-
ຖ້າຫາກວ່າມີການຊຳລະໜີ້ຄືນຫລືບໍ່.
-
ລະດັບຄວາມສຳນຶກຜິດຂອງບຸກຄົນ.
-
ຕຳແໜ່ງການເອີ້ນຂອງສະມາຊິກ (ເບິ່ງ 32.6.1.4 ສຳລັບສະມາຊິກທີ່ດຳລົງຕຳແໜ່ງສຳຄັນໃນສາດສະໜາຈັກ).
ປະທານສະເຕກຈະລາຍງານໜຶ່ງໃນລາຍການດັ່ງຕໍ່ໄປນີ້ໃນ ແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ:
-
ຜົນຂອງສະພາສະມາຊິກກະພາບ
-
ວ່າເພິ່ນຈະປຶກສາກັບຝ່າຍປະທານເຂດ ແລະ ກຳນົດຖ້າຫາກສະພາສະມາຊິກກະພາບບໍ່ຈຳເປັນ
ຖ້າຫາກວ່າຫ້ອງການກວດສອບບັນຊີຂອງສາດສະໜາຈັກກຳນົດວ່າ ຜູ້ນຳ ຫລື ພະນັກງານຂອງສາດສະໜາຈັກໄດ້ຍັກຍອກເງິນທຶນ ຫລື ຊັບສິນຂອງສາດສະໜາຈັກ, ໂດຍທົ່ວໄປແລ້ວ ຝ່າຍປະທານສູງສຸດຈະຊີ້ນຳໃຫ້ຂຽນໝາຍເຫດປະກອບໄວ້ໃນບັນທຶກສະມາຊິກກະພາບຂອງເຂົາເຈົ້າ. “ຜູ້ນຳ” ໝາຍເຖິງບຸກຄົນທີ່ດຳລົງຕຳແໜ່ງສຳຄັນໃນສາດສະໜາຈັກ, ຕະຫລອດທັງທີ່ປຶກສາ, ສະໝຽນ, ແລະ ຝ່າຍປະທານສາຂາດ້ວຍ. ເມື່ອການກັບໃຈສຳເລັດຮຽບຮ້ອຍແລ້ວ, ປະທານສະເຕກອາດຮຽກຮ້ອງໃຫ້ລຶບໝາຍເຫດປະກອບອອກ (ເບິ່ງ 32.14.5 ແລະ 34.7.5). ໝາຍເຫດປະກອບບໍ່ໄດ້ໝາຍຄວາມວ່າ ສະພາສະມາຊິກກະພາບ ຫລື ການດຳເນີນການຢ່າງອື່ນໄດ້ເກີດຂຶ້ນ.
32.6.3.4
ຄົນຂ້າມເພດ
ອະທິການ ແລະ ປະທານສະເຕກທີ່ເຮັດວຽກກັບບຸກຄົນທີ່ລະບຸວ່າເປັນຄົນຂ້າມເພດ ຄວນເຮັດຕາມແນວທາງຊີ້ນຳໃນ 38.6.23.
32.6.4
ກໍລະນີທີ່ຕາມປົກກະຕິແລ້ວສະພາສະມາຊິກກະພາບບໍ່ຈຳເປັນ
ຕາມປົກກະຕິແລ້ວສະພາສະມາຊິກກະພາບບໍ່ຈຳເປັນໃນກໍລະນີດັ່ງຕໍ່ໄປນີ້.
32.6.4.1
ການບໍ່ປະຕິບັດຕາມມາດຕະຖານບາງຢ່າງຂອງສາດສະໜາຈັກ
ສະພາສະມາຊິກກະພາບຈະບໍ່ຖືກຈັດຂຶ້ນສຳລັບການກະທຳທີ່ລະບຸໄວ້ຢູ່ຂ້າງລຸ່ມ. ເຖິງຢ່າງໃດກໍຕາມ, ໃຫ້ສັງເກດເບິ່ງຂໍ້ຍົກເວັ້ນໃນຂໍ້ສຸດທ້າຍ.
-
ການບໍ່ເຂັ້ມແຂງໃນສາດສະໜາຈັກ
-
ການບໍ່ປະຕິບັດໜ້າທີ່ໃນສາດສະໜາຈັກ
-
ການບໍ່ຈ່າຍເງິນສ່ວນສິບ
-
ບາບຂອງການລະເລີຍ
-
ການສຳເລັດຄວາມໃຄ່ດ້ວຍຕົວເອງ
-
ການບໍ່ປະຕິບັດຕາມພຣະວາຈາແຫ່ງປັນຍາ
-
ການໃຊ້ຮູບພາບລາມົກ, ຍົກເວັ້ນຮູບພາບລາມົກເດັກ (ດັ່ງທີ່ລະບຸໄວ້ໃນ 38.6.6) ຫລື ການໃຊ້ຮູບພາບລາມົກຢ່າງໝົກໝຸ້ນ ຫລື ຂາດຄວາມຢັບຢັ້ງ ທີ່ເປັນເຫດໃຫ້ເກີດໄພໃຫຍ່ຫລວງຕໍ່ຊີວິດການແຕ່ງງານ ຫລື ຄອບຄົວຂອງສະມາຊິກ (ດັ່ງທີ່ລະບຸໄວ້ໃນ 38.6.13).
32.6.4.2
ທຸລະກິດລົ້ມເຫລວ ຫລື ການບໍ່ຊຳລະໜີ້ສິນ
ຜູ້ນຳບໍ່ຄວນໃຊ້ສະພາສະມາຊິກກະພາບເພື່ອແກ້ໄຂຂໍ້ຂັດແຍ້ງທາງທຸລະກິດ. ທຸລະກິດລົ້ມເຫລວ ຫລື ການບໍ່ຊຳລະໜີ້ສິນ ບໍ່ແມ່ນເຫດຜົນທີ່ຈະຈັດສະພາສະມາຊິກກະພາບຂຶ້ນ. ເຖິງຢ່າງໃດກໍຕາມ, ສະພາຈະຕ້ອງຖືກຈັດຂຶ້ນສຳລັບກິດຈະກຳການສໍ້ໂກງທີ່ຮ້າຍແຮງ ຫລື ການປະຕິບັດທາງການເງິນທີ່ເປັນການຫລອກລວງຢ່າງຮ້າຍແຮງ (ເບິ່ງ 32.6.1.3).
32.6.4.3
ຂໍ້ຂັດແຍ້ງທາງແພ່ງ
ສະພາສະມາຊິກກະພາບຈະບໍ່ຖືກຈັດຂຶ້ນເພື່ອແກ້ໄຂຂໍ້ຂັດແຍ້ງທາງແພ່ງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 134:11).
32.7
ສະຖານະການຂອງບຸກຄົນ
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ແຂນແຫ່ງຄວາມເມດຕາສົງສານຂອງເຮົາໄດ້ເດ່ອອກມາຫາພວກເຈົ້າແລ້ວ, ແລະ ຜູ້ໃດກໍຕາມທີ່ຈະເຂົ້າມາຫາເຮົາ, ເຮົາຈະຮັບເອົາໄວ້; ແລະ ຄົນທີ່ມາຫາເຮົາຈະເປັນສຸກ” (3 ນີໄຟ 9:14). ສະຖານະການຂອງບຸກຄົນແມ່ນຂໍ້ພິຈາລະນາທີ່ສຳຄັນໃນການກຳນົດ:
-
ສະພາບແວດລ້ອມທີ່ເໝາະສົມ ໃນການຊ່ວຍໃຫ້ສະມາຊິກກັບໃຈຈາກບາບອັນຮ້າຍແຮງຂອງເຂົາ (ເບິ່ງ 32.5 ແລະ 32.6).
-
ຄຳຕັດສິນໃນການໃຫ້ຄຳປຶກສາສ່ວນຕົວ ຫລື ໃນສະພາສະມາຊິກກະພາບ (ເບິ່ງ 32.8 ແລະ 32.11).
ອະທິການ ແລະ ປະທານສະເຕກຈະສະແຫວງຫາພຣະດຳລັດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າສຳລັບສະຖານະການແຕ່ລະຢ່າງ. ພວກເພິ່ນຈະພິຈາລະນາປັດໃຈດັ່ງຕໍ່ໄປນີ້ ໃນການກຳນົດສະພາບແວດລ້ອມເພື່ອນຳໃຊ້ ແລະ ຜົນຮັບຈະເປັນຢ່າງໃດ. ປັດໃຈເຫລົ່ານີ້ບໍ່ໄດ້ຊີ້ນຳການຕັດສິນໃດໜຶ່ງໂດຍສະເພາະ. ກົງກັນຂ້າມ, ປັດໃຈເຫລົ່ານີ້ຊ່ວຍໃນການຕັດສິນທີ່ຜູ້ນຳຈະຕ້ອງເຮັດດ້ວຍການອະທິຖານ ແລະ ໄດ້ຮັບການນຳພາໂດຍພຣະວິນຍານ.
32.7.1
ຂະໜາດຂອງບາບ
ຄວາມຮ້າຍແຮງຂອງບາບແມ່ນຖືກວັດແທກໂດຍຂະໜາດຂອງມັນ. ສິ່ງນີ້ອາດລວມທັງຈຳນວນ ແລະ ຄວາມຖີ່ຂອງບາບທີ່ເຮັດ, ຄວາມຮຸນແຮງຂອງຄວາມເສຍຫາຍທີ່ເປັນຜົນມາຈາກບາບ, ແລະ ຈຳນວນຜູ້ຄົນທີ່ເຈັບປວດເພາະການນັ້ນ.
32.7.2
ຜົນກະທົບຕໍ່ຜູ້ເສຍຫາຍ
ຜູ້ນຳຈະພິຈາລະນາຜົນກະທົບຕໍ່ຜູ້ເສຍຫາຍ ແລະ ຄົນອື່ນ. ສິ່ງເຫລົ່ານີ້ອາດລວມທັງຄູ່ຄອງຂອງບຸກຄົນ ແລະ ສະມາຊິກຄົນອື່ນໆໃນຄອບຄົວ. ຜູ້ນຳກໍຈະພິຈາລະນາຄວາມຮຸນແຮງຂອງຄວາມເສຍຫາຍນຳອີກ.
32.7.3
ຫລັກຖານຢືນຢັນການກັບໃຈ
ການນຳພາທາງວິນຍານແມ່ນຈຳເປັນເພື່ອຈຳແນກວ່າ ບຸກຄົນໄດ້ກັບໃຈຢ່າງຈິງໃຈຫລືບໍ່. ການກັບໃຈເຊັ່ນນັ້ນໄດ້ຖືກສະແດງໃຫ້ເຫັນຫລາຍຂຶ້ນ ໂດຍພຶດຕິກຳທີ່ຊອບທຳຕະຫລອດມາທີ່ໜ້າເຊື່ອຖື ຫລາຍກວ່າການສະແດງຄວາມເສຍໃຈຢ່າງຫລວງຫລາຍລະຫວ່າງການສຳພາດເທື່ອດຽວ. ປັດໃຈທີ່ຄວນພິຈາລະນາລວມທັງ:
-
ຄວາມເຂັ້ມແຂງຂອງສັດທາໃນພຣະເຢຊູຄຣິດ.
-
ລັກສະນະຂອງການສາລະພາບ.
-
ຄວາມໂສກເສົ້າຢ່າງເລິກເຊິ່ງຕໍ່ບາບ.
-
ການຊົດເຊີຍໃຫ້ຜູ້ໄດ້ຮັບບາດເຈັບ.
-
ການປະຕິບັດຕາມກົດໝາຍຮຽກຮ້ອງ.
-
ຄວາມສຳເລັດໃນການປະຖິ້ມບາບ.
-
ຄວາມຊື່ສັດໃນການເຊື່ອຟັງພຣະບັນຍັດນັບຕັ້ງແຕ່ໄດ້ເຮັດບາບ.
-
ຄວາມຊື່ສັດກັບຜູ້ນຳໃນສາດສະໜາຈັກ ແລະ ຄົນອື່ນໆ.
-
ຄວາມເຕັມໃຈທີ່ຈະເຮັດຕາມຄຳແນະນຳຂອງຜູ້ນຳໃນສາດສະໜາຈັກ.
32.7.4
ການລະເມີດພັນທະສັນຍາພຣະວິຫານ
ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ເພາະຄົນໃດທີ່ຖືກປະທານໃຫ້ຫລາຍ ກໍຈະຖືກຮຽກຮ້ອງຫລາຍ” (ຄຳສອນ ແລະ ພັນທະສັນຍາ 82:3). ບຸກຄົນທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານ ໄດ້ເຮັດພັນທະສັນຍາທີ່ຈະດຳລົງຊີວິດຕາມມາດຕະຖານທີ່ສູງກວ່າ. ການລະເມີດພັນທະສັນຍາເຫລົ່ານີ້ຈະຂະຫຍາຍຄວາມຮ້າຍແຮງຂອງບາບ. ມັມເພີ່ມຄວາມເປັນໄປໄດ້ທີ່ສະພາສະມາຊິກກະພາບຈຳເປັນຕ້ອງຖືກຈັດຂຶ້ນ.
32.7.5
ຕຳແໜ່ງທີ່ໄວ້ວາງໃຈ ຫລື ມີສິດອຳນາດ
ຄວາມຮ້າຍແຮງຂອງບາບຖືກຂະຫຍາຍຖ້າຫາກບຸກຄົນໄດ້ກະທຳມັນຂະນະທີ່ຢູ່ໃນຕຳແໜ່ງທີ່ໄວ້ວາງໃຈ ຫລື ມີສິດອຳນາດ, ດັ່ງເຊັ່ນ ພໍ່ແມ່, ຜູ້ນຳ, ຫລື ຄູສອນ.
32.7.6
ການເຮັດຊ້ຳແລ້ວຊ້ຳອີກ
ຮູບແບບຂອງການກະທຳບາບອັນຮ້າຍແຮງຊ້ຳແລ້ວຊ້ຳອີກ ອາດບົ່ງບອກເຖິງພຶດຕິກຳທີ່ຝັງເລິກ ຫລື ການຕິດແສດທີ່ຂັດຂວາງຄວາມກ້າວໜ້າໄປສູ່ການກັບໃຈຢ່າງແທ້ຈິງ. ນອກເໜືອໄປຈາກຂໍ້ຈຳກັດສະມາຊິກກະພາບທີ່ອາດຈຳເປັນ, ໂຄງການຟື້ນຟູຈາກການຕິດແສດ ແລະ ການໃຫ້ຄຳປຶກສາຈາກມືອາຊີບອາດເປັນປະໂຫຍດ (ເບິ່ງ 32.8.2).
32.7.7
ອາຍຸ, ວຸດທິພາວະ, ແລະ ປະສົບການ
ຜູ້ນຳຄວນພິຈາລະນາອາຍຸ, ວຸດທິພາວະ, ແລະ ປະສົບການ ເມື່ອໃຫ້ຄຳປຶກສາແກ່ສະມາຊິກ ຫລື ຕັດສິນໃຈຜົນຮັບຂອງສະພາສະມາຊິກກະພາບ. ສ່ວນຫລາຍການຜ່ອນຜັນຈະເໝາະສົມສຳລັບຜູ້ທີ່ອ່ອນແອໃນພຣະກິດຕິຄຸນ. ຍົກຕົວຢ່າງ, ການຜ່ອນຜັນອາດເໝາະສົມກັບສະມາຊິກໄວໜຸ່ມ ຜູ້ທີ່ປະພຶດຜິດສິນທຳ ຖ້າຫາກພວກເຂົາປະຖິ້ມບາບ ແລະ ສະແດງການກັບໃຈຢ່າງຈິງໃຈ. ເຖິງຢ່າງໃດກໍຕາມ, ອາດຈຳເປັນຕ້ອງມີການດຳເນີນການທີ່ຈິງຈັງຫລາຍກວ່ານີ້ ຖ້າຫາກພວກເຂົາຍັງມີພຶດຕິກຳເຊັ່ນນີ້ຢູ່.
32.7.8
ຄວາມສາມາດທາງຈິດໃຈ
ຄວາມເຈັບປ່ວຍທາງຈິດໃຈ, ການຕິດແສດ, ຫລື ຄວາມສາມາດທາງຈິດໃຈທີ່ຈຳກັດ ບໍ່ໄດ້ເປັນຂໍ້ແກ້ຕົວໃຫ້ບຸກຄົນທີ່ໄດ້ກະທຳບາບອັນຮ້າຍແຮງ. ເຖິງຢ່າງໃດກໍຕາມ, ຕໍ່ໄປນີ້ຄືປັດໃຈທີ່ຄວນພິຈາລະນາ. ໃນສ່ວນໜຶ່ງຂອງການຊ່ວຍໃຫ້ບຸກຄົນກັບໃຈ, ຜູ້ນຳຈະສະແຫວງຫາການນຳພາຈາກພຣະຜູ້ເປັນເຈົ້າກ່ຽວກັບຄວາມເຂົ້າໃຈເລື່ອງຫລັກທຳພຣະກິດຕິຄຸນ ແລະ ລະດັບຄວາມຮັບຜິດຊອບຂອງບຸກຄົນ.
32.7.9
ການສາລະພາບດ້ວຍຄວາມສະໝັກໃຈ
ການສາລະພາບດ້ວຍຄວາມສະໝັກໃຈ ແລະ ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າກັບການກະທຳຂອງບຸກຄົນ ສະແດງໃຫ້ເຫັນຄວາມປາດຖະໜາທີ່ຈະກັບໃຈ.
32.7.10
ຊ່ວງເວລາລະຫວ່າງການເຮັດບາບ ແລະ ການສາລະພາບ
ການສາລະພາບເປັນສ່ວນໜຶ່ງຂອງການກັບໃຈ ແລະ ບໍ່ຄວນເລື່ອນເວລາອອກໄປ. ບາງຄັ້ງຄວາມຜິດບາບຕິດຕາມມາດ້ວຍໄລຍະເວລາອັນຍາວນານຂອງການຊົດເຊີຍ ແລະ ການດຳລົງຊີວິດຢ່າງຊື່ສັດ. ຖ້າຫາກສະມາຊິກສາລະພາບບາບ ແລະ ບໍ່ກະທຳບາບຊ້ຳອີກ, ນັ້ນກໍສະແດງວ່າເຂົາໄດ້ປະຖິ້ມບາບນັ້ນແລ້ວ. ໃນກໍລະນີນັ້ນ, ການສາລະພາບຈະສິ້ນສຸດ ແທນທີ່ຈະເລີ່ມຕົ້ນຂັ້ນຕອນການກັບໃຈ.
32.7.11
ບາບທີ່ກ່ຽວຂ້ອງກັບສະມາຊິກທີ່ອາໄສຢູ່ໃນຫວອດ ຫລື ສະເຕກທີ່ແຕກຕ່າງກັນ
ບາງຄັ້ງສະມາຊິກຜູ້ທີ່ໄດ້ກະທຳບາບອັນຮ້າຍແຮງນຳກັນອາໄສຢູ່ໃນຫວອດ ຫລື ສະເຕກທີ່ແຕກຕ່າງກັນ. ໃນສະຖານະການນີ້, ປະທານສະເຕກຈະປຶກສານຳກັນກ່ຽວກັບຄວາມຈຳເປັນທີ່ຈະຈຳກັດສະມາຊິກກະພາບ ຫລື ຈັດສະພາຂຶ້ນຫລືບໍ່. ພວກເພິ່ນຍັງຈະສົນທະນາຖ້າຫາກສົມຄວນທີ່ຈະຈຳກັດ ຫລື ການຕັດສິນຂອງສະພາຄືກັນຫລືບໍ່ ຫລື ມີເລື່ອງອື່ນທີ່ອາດບົ່ງບອກວ່າ ຕ້ອງມີຜົນຮັບທີ່ແຕກຕ່າງຈາກນີ້.
ການບໍລິຫານໃຫ້ຄຳປຶກສາສ່ວນຕົວ
32.8
ການໃຫ້ຄຳປຶກສາສ່ວນຕົວ ແລະ ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ
ສ່ວນຫລາຍແລ້ວການໃຫ້ຄຳປຶກສາສ່ວນຕົວຈະພຽງພໍທີ່ຈະຊ່ວຍປົກປ້ອງຄົນອື່ນ ແລະ ຊ່ວຍບຸກຄົນໃຫ້ເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດຜ່ານທາງການກັບໃຈ. ການໃຫ້ຄຳປຶກສາເຊັ່ນນັ້ນກໍສາມາດຊ່ວຍໃຫ້ສະມາຊິກປ້ອງກັນຕ້ານທານກັບບາບອັນຮ້າຍແຮງໄດ້. ໃນການໃຫ້ຄຳປຶກສາສ່ວນຕົວ, ຜູ້ນຳສາມາດຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການນຳອີກ ເພື່ອຊ່ວຍໃຫ້ສະມາຊິກກັບໃຈຈາກບາບອັນຮ້າຍແຮງບາງຢ່າງ (ເບິ່ງ 32.8.3).
ບາບອັນຮ້າຍແຮງບໍ່ຄວນຖືກປະຕິບັດຕໍ່ຢ່າງເບົາໆ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 1:31). ການລະເມີດພັນທະສັນຍາພຣະວິຫານເພີ່ມຄວາມເປັນໄປໄດ້ທີ່ສະພາສະມາຊິກກະພາບຈຳເປັນຕ້ອງຖືກຈັດຂຶ້ນ (ເບິ່ງ 32.7.4).
ແນວທາງຊີ້ນຳເພື່ອຊ່ວຍໃຫ້ຜູ້ນຳຮູ້ຈັກເວລາໃດທີ່ການໃຫ້ຄຳປຶກສາ ແລະ ການຈຳກັດຢ່າງບໍ່ເປັນທາງການອາດພຽງພໍ ມີລະບຸໄວ້ຢູ່ຂ້າງລຸ່ມ (ເບິ່ງ 32.7 ນຳອີກ):
-
ບຸກຄົນທີ່ບໍ່ໄດ້ກະທຳບາບທີ່ຈະຮຽກຮ້ອງໃຫ້ຈັດສະພາສະມາຊິກກະພາບຂຶ້ນ (ເບິ່ງ 32.6.1).
-
ບຸກຄົນທີ່ໄດ້ສາລະພາບດ້ວຍຄວາມສະໝັກໃຈ ແລະ ໄດ້ກັບໃຈຢ່າງແທ້ຈິງ.
-
ບຸກຄົນທີ່ກຳລັງກັບໃຈຈາກບາບອັນຮ້າຍແຮງ ທີ່ເຂົາບໍ່ເຄີຍກະທຳມາກ່ອນ.
-
ບາບຂອງບຸກຄົນບໍ່ໄດ້ລະເມີດພັນທະສັນຍາພຣະວິຫານ.
-
ບຸກຄົນມີເຫດຜົນທີ່ສາມາດຫລຸດຜ່ອນໂທດໜັກໃຫ້ເປັນເບົາ.
32.8.1
ການໃຫ້ຄຳປຶກສາສ່ວນຕົວ
ແນວທາງຊີ້ນຳດັ່ງຕໍ່ໄປນີ້ຖືກນຳມາໃຊ້ເມື່ອອະທິການ ຫລື ປະທານສະເຕກໃຫ້ຄຳປຶກສາແກ່ສະມາຊິກ ເພື່ອຊ່ວຍໃຫ້ເຂົາກັບໃຈ.
-
ຂໍເອົາຂໍ້ມູນພຽງໃຫ້ພໍເພື່ອພິຈາລະນາ (1) ທັດສະນະຄະຕິຂອງສະມາຊິກຕໍ່ພຶດຕິກຳທີ່ເປັນບາບ ແລະ (2) ລັກສະນະ, ຄວາມຖີ່, ແລະ ໄລຍະເວລາຂອງພຶດຕິກຳ. ຢ່າຖາມລາຍລະອຽດເກີນກວ່າສິ່ງທີ່ຈຳເປັນເພື່ອຈະໄດ້ເຂົ້າໃຈສະຖານະການ. ຢ່າຖາມຄຳຖາມທີ່ເກີດຈາກຄວາມຢາກຮູ້ຢາກເຫັນສ່ວນຕົວ.
-
ຖາມວ່າການປະພຶດໄດ້ສົ່ງຜົນກະທົບຕໍ່ຄົນອື່ນແນວໃດ.
-
ສຸມໃຈໃສ່ເງື່ອນໄຂທາງບວກ ທີ່ເຮັດໃຫ້ການປ່ຽນໃຈເຫລື້ອມໃສ ແລະ ຄຳໝັ້ນສັນຍາຂອງສະມາຊິກຕໍ່ພຣະຜູ້ເປັນເຈົ້າເລິກເຊິ່ງແນວໃດ. ຊຸກຍູ້ໃຫ້ສະມາຊິກປະຕິບັດຢ່າງໃດໜຶ່ງໂດຍສະເພາະ ເພື່ອໃຫ້ເກີດການປ່ຽນແປງພຶດຕິກຳ ແລະ ປ່ຽນໃຈເຫລື້ອມໃສໃນການກັບໃຈ. ເຊື້ອເຊີນເຂົາໃຫ້ຫຍັບເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ, ສະແຫວງຫາຄວາມເຂັ້ມແຂງຂອງພຣະອົງ ແລະ ໃຫ້ຮູ້ສຶກເຖິງຄວາມຮັກທີ່ໄຖ່ຂອງພຣະອົງ.
-
ຊຸກຍູ້ກິດຈະກຳຍົກລະດັບ ດັ່ງເຊັ່ນການອະທິຖານ, ການສຶກສາພຣະຄຳພີ, ແລະ ການໄປຮ່ວມປະຊຸມຂອງສາດສະໜາຈັກ. ສິດສອນວ່າປະຫວັດຄອບຄົວ ແລະ ວຽກງານພຣະວິຫານສາມາດຫລຸດຜ່ອນອິດທິພົນຂອງຜູ້ປໍລະປັກໄດ້. ຊຸກຍູ້ການຮັບໃຊ້ຄົນອື່ນ ແລະ ແບ່ງປັນພຣະກິດຕິຄຸນ.
-
ຊຸກຍູ້ການຊົດເຊີຍໃຫ້ກັບຜູ້ທີ່ໄດ້ຮັບອັນຕະລາຍຈາກບາບ ແລະ ຂໍການໃຫ້ອະໄພ
-
ຊຸກຍູ້ໃຫ້ຫັນໜີຈາກອິດທິພົນທີ່ບໍ່ດີ. ຊ່ວຍສະມາຊິກໃຫ້ທຳການປ້ອງກັນ ເພື່ອຕໍ່ຕ້ານການລໍ້ລວງໃດໜຶ່ງໂດຍສະເພາະ.
-
ຮັບຮູ້ວ່າທ່ານເປັນຜູ້ນຳຝ່າຍສາດສະໜາ, ບໍ່ແມ່ນຜູ້ໃຫ້ຄຳປຶກສາມືອາຊີບ. ນອກເໜືອໄປຈາກການໃຫ້ຄຳປຶກສາທີ່ທ່ານມອບໃຫ້, ສະມາຊິກບາງຄົນຈະໄດ້ຮັບຜົນປະໂຫຍດຈາກການໃຫ້ຄຳປຶກສາດ້ານພຶດຕິກຳ. ບາງຄົນປ່ວຍທາງຈິດ. ຕາມຄວາມຈຳເປັນ, ແນະນຳສະມາຊິກໃຫ້ຊອກຫາການຊ່ວຍເຫລືອຈາກມືອາຊີບດ້ານການແພດ ແລະ ສຸຂະພາບຈິດທີ່ມີຄຸນວຸດທິ (ເບິ່ງ 31.3.6).
-
ໃຫ້ອະທິຖານ ແລະ ສະແຫວງຫາການນຳພາຈາກພຣະວິນຍານ ກ່ອນຈະຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ. ສະມາຊິກບາງຄົນອາດໄດ້ຮັບຜົນປະໂຫຍດຈາກການໃຊ້ສິດທິພິເສດຂອງສະມາຊິກກະພາບໃນສາດສະໜາຈັກຢ່າງແຂງຂັນ ຫລາຍກວ່າການຈຳກັດເຂົາ.
-
ຕິດຕາມໃຫ້ກຳລັງໃຈ, ເສີມຄວາມເຂັ້ມແຂງທາງວິນຍານ, ແລະ ຕິດຕາມເບິ່ງຄວາມຄືບໜ້າ.
ຫລັງຈາກສະມາຊິກໄດ້ສາລະພາບກັບອະທິການ ຫລື ປະທານສະເຕກແລ້ວ, ການໃຫ້ຄຳປຶກສາຕິດຕາມຜົນອາດເກີດຂຶ້ນໃນຫລາຍວິທີ. ຜູ້ນຳເອງສາມາດກະທຳໄດ້. ຫລື, ໂດຍໄດ້ຮັບອະນຸຍາດຈາກສະມາຊິກ, ເພິ່ນສາມາດມອບໝາຍໃຫ້ທີ່ປຶກສາຄົນໃດຄົນໜຶ່ງກະທຳແທນກໍໄດ້.
ດ້ວຍການຍິນຍອມຂອງສະມາຊິກ, ອະທິການ ຫລື ປະທານສະເຕກອາດມອບໝາຍໃຫ້ສະມາຊິກໃນກຸ່ມແອວເດີ ຫລື ສະມາຄົມສະຕີສົງເຄາະຊ່ວຍເຫລືອໃນດ້ານໃດດ້ານໜຶ່ງ. ສຳລັບຊາວໜຸ່ມ, ເພິ່ນອາດມອບໝາຍໃຫ້ຝ່າຍປະທານອົງການຍິງໜຸ່ມ ຫລື ຜູ້ໃຫ້ຄຳແນະນຳກຸ່ມຖານະປະໂລຫິດແຫ່ງອາໂຣນຊ່ວຍເຫລືອ. ຜູ້ທີ່ໄດ້ຮັບມອບໝາຍໃຫ້ຊ່ວຍເຫລືອມີສິດທີ່ຈະໄດ້ຮັບການດົນໃຈ ເພື່ອປະຕິບັດວຽກງານມອບໝາຍນັ້ນ (ເບິ່ງ 4.2.6).
ເມື່ອມອບໝາຍໃຫ້ບາງຄົນຊ່ວຍເຫລືອໃຫ້ຄຳປຶກສາຕິດຕາມຜົນ, ຜູ້ນຳຈະໃຫ້ຂໍ້ມູນທີ່ຈຳເປັນພໍທີ່ຈະຊ່ວຍສະມາຊິກເທົ່ານັ້ນ. ຜູ້ໄດ້ຮັບມອບໝາຍຕ້ອງຮັກສາຄວາມລັບໄວ້. ເຂົາຈະລາຍງານອະທິການໃຫ້ຊາບເຖິງຄວາມກ້າວໜ້າ ແລະ ຄວາມຕ້ອງການຂອງສະມາຊິກ.
32.8.2
ການຊ່ວຍຜູ້ຄົນທີ່ຕິດແສດ
ການໃຫ້ຄຳປຶກສາສ່ວນຕົວບາງຄັ້ງຈະກ່ຽວຂ້ອງກັບການຊ່ວຍໃຫ້ສະມາຊິກກັບໃຈຈາກບາບ ທີ່ກ່ຽວພັນກັບ ຫລື ເກີດຈາກການຕິດແສດ. ການຕິດແສດເຫລົ່ານີ້ອາດລວມທັງສານເສບຕິດ ຫລື ພຶດຕິກຳຕ່າງໆ. ການຕິດແສດເປັນໄພຕໍ່ບຸກຄົນ, ການແຕ່ງງານ, ແລະ ຄອບຄົວ. ອະທິການອາດແນະນຳໃຫ້ສະມາຊິກສະແຫວງຫາການຊ່ວຍເຫລືອຈາກໂຄງການບຳບັດການຕິດແສດ ແລະ ຈາກມືອາຊີບດ້ານການແພດ ແລະ ສຸຂະພາບຈິດທີ່ມີຄຸນວຸດທິ.
ການໃຊ້ຮູບພາບລາມົກກາຍເປັນເລື່ອງປົກກະຕິຫລາຍຂຶ້ນ. ການໃຊ້ຢ່າງໝົກໝຸ້ນສາມາດກາຍເປັນການຕິດຈົນອອກບໍ່ໄດ້ ຫລື, ໃນໜ້ອຍກໍລະນີທີ່ສຸດ, ກາຍເປັນການຕິດແສດ. ບໍ່ວ່າການໃຊ້ຮູບພາບລາມົກຢ່າງໝົກໝຸ້ນ ຫລື ເປັນບາງຄັ້ງ, ມັນກໍເປັນໄພ. ມັນຂັບໄລ່ພຣະວິນຍານໃຫ້ໜີໄປ. ມັນເຮັດໃຫ້ຄວາມສາມາດໃນການດຶງເອົາພະລັງທີ່ມາຈາກການຮັກສາພັນທະສັນຍາອ່ອນແອລົງ. ມັນກໍຍັງທຳລາຍຄວາມສຳພັນອັນມີຄ່ານຳອີກ.
ການໃຫ້ຄຳປຶກສາສ່ວນຕົວ ແລະ ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ ຕາມປົກກະຕິແລ້ວຈະພຽງພໍສຳລັບການຊ່ວຍໃຫ້ບຸກຄົນກັບໃຈ ຈາກການໃຊ້ຮູບພາບລາມົກ. ສະພາສະມາຊິກກະພາບທີ່ຕາມປົກກະຕິແລ້ວບໍ່ໄດ້ຖືກຈັດຂຶ້ນ. ສຳລັບຂໍ້ຍົກເວັ້ນ, ໃຫ້ເບິ່ງ 38.6.6 ແລະ 38.6.13. ການໃຫ້ຄຳປຶກສາຈາກມືອາຊີບອາດເປັນປະໂຫຍດ.
ປະທານສະເຕກ ແລະ ອະທິການຈະສະໜັບສະໜູນສະມາຊິກໃນຄອບຄົວຖ້າຈຳເປັນ. ພໍ່ແມ່ສາມາດເຂົ້າຮ່ວມເມື່ອໃຫ້ຄຳປຶກສາແກ່ຊາວໜຸ່ມກ່ຽວກັບການໃຊ້ຮູບພາບລາມົກ. ຄູ່ຄອງສາມາດເຂົ້າຮ່ວມເມື່ອໃຫ້ຄຳປຶກສາແກ່ບຸກຄົນທີ່ແຕ່ງງານ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການໃຫ້ຄຳປຶກສາສະມາຊິກທີ່ພົວພັນກັບຮູບພາບລາມົກ, ໃຫ້ເບິ່ງ 38.6.13.
32.8.3
ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ
ນອກຈາກການຊຸກຍູ້ໃຫ້ກະທຳໃນທາງບວກເມື່ອໃຫ້ຄຳປຶກສາ, ອະທິການ ຫລື ປະທານສະເຕກອາດຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກບາງຢ່າງຊົ່ວໄລຍະໜຶ່ງ. ເມື່ອບໍລິຫານຢ່າງສະຫລາດ, ການຈຳກັດເຫລົ່ານີ້ສາມາດຊ່ວຍໃນການກັບໃຈ ແລະ ຄວາມກ້າວໜ້າທາງວິນຍານໄດ້. ການຈຳກັດເຫລົ່ານີ້ ຖືວ່າ ບໍ່ເປັນທາງການ ເພາະວ່າມັນບໍ່ໄດ້ຖືກໝາຍເຫດໄວ້ໃນບັນທຶກສະມາຊິກກະພາບ.
ການຈຳກັດຢ່າງບໍ່ເປັນທາງການອາດຍືດຍາວເຖິງສອງສາມອາທິດ, ຫລາຍເດືອນ, ຫລື ດົນກວ່ານັ້ນ ຖ້າຈຳເປັນເພື່ອໃຫ້ຜູ້ຄົນກັບໃຈຢ່າງສົມບູນ. ໃນສະຖານະການທີ່ບໍ່ປົກກະຕິ, ເວລາອາດຍືດຍາວກວ່າໜຶ່ງປີ.
ຜູ້ນຳຈະສະແຫວງຫາການນຳພາຈາກພຣະວິນຍານກ່ຽວກັບການຈຳກັດເລື່ອງໃດທີ່ດີທີ່ສຸດ ເພື່ອຊ່ວຍໃຫ້ບຸກຄົນກັບໃຈ. ສິ່ງເຫລົ່ານີ້ອາດລວມທັງ (ແຕ່ບໍ່ຈຳກັດສະເພາະ) ການງົດສິດທິພິເສດໃນການຮັບໃຊ້ໃນການເອີ້ນໃນສາດສະໜາຈັກ, ການໃຊ້ຖານະປະໂລຫິດ, ຫລື ການເຂົ້າພຣະວິຫານ. ຜູ້ນຳຍັງສາມາດຈຳກັດບຸກຄົນຈາກການກ່າວຄຳປາໄສ, ສິດສອນບົດຮຽນ, ຫລື ອະທິຖານໃນສະຖານທີ່ຂອງສາດສະໜາຈັກນຳອີກ. ຖ້າຫາກຜູ້ນຳງົດສິດໃນການເຂົ້າພຣະວິຫານ, ເພິ່ນຈະຍົກເລີກໃບຮັບຮອງເຂົ້າພຣະວິຫານໃນ ແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ (LCR).
ການຮັບສ່ວນສິນລະລຶກເປັນພາກສ່ວນສຳຄັນຂອງການກັບໃຈ. ມັນບໍ່ຄວນເປັນການຈຳກັດຢ່າງທຳອິດກັບບຸກຄົນທີ່ກັບໃຈ ຜູ້ມີໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ. ເຖິງຢ່າງໃດກໍຕາມ, ຖ້າຫາກບຸກຄົນໄດ້ກະທຳບາບອັນຮ້າຍແຮງ, ຜູ້ນຳຄວນງົດສິດທິພິເສດນີ້ຊົ່ວໄລຍະໜຶ່ງ.
ຕາມປົກກະຕິແລ້ວຜູ້ນຳຈະບໍ່ບອກຄົນອື່ນກ່ຽວກັບການຈຳກັດຢ່າງບໍ່ເປັນທາງການ ຍົກເວັ້ນແຕ່ມີຄວາມຈຳເປັນຕ້ອງຮູ້ (ເບິ່ງ 32.12.2).
ອະທິການ ຫລື ປະທານສະເຕກອາດຖອນການຈຳກັດຢ່າງບໍ່ເປັນທາງການ ຕາມທີ່ໄດ້ຮັບການນຳພາຈາກພຣະວິນຍານ ເມື່ອບຸກຄົນນັ້ນມີຄວາມກ້າວໜ້າທີ່ລະບຸໃນການກັບໃຈຢ່າງແທ້ຈິງ. ຖ້າຫາກສະມາຊິກສືບຕໍ່ກະທຳບາບນັ້ນຢູ່, ມັນອາດຈະເປັນປະໂຫຍດ ຫລື ຈຳເປັນທີ່ຈະຈັດສະພາສະມາຊິກກະພາບຂຶ້ນ.
ການບໍລິຫານສະພາສະມາຊິກກະພາບໃນສາດສະໜາຈັກ
ສະພາສະມາຊິກກະພາບໃນສາດສະໜາຈັກຈະຖືກຈັດຂຶ້ນ ເມື່ອອະທິການ ຫລື ປະທານສະເຕກພິຈາລະນາວ່າ ມັນຈະເປັນປະໂຫຍດ ຫລື ມັນຖືກຮຽກຮ້ອງໃຫ້ຈັດຂຶ້ນໂດຍນະໂຍບາຍຂອງສາດສະໜາຈັກ (ເບິ່ງ 32.6). ມັນຖືກຈັດຂຶ້ນໃນລະດັບຫວອດ, ສະເຕກ, ສາຂາ, ທ້ອງຖິ່ນ, ຫລື ເຂດເຜີຍແຜ່. ພາກນີ້ຈະໃຫ້ຂໍ້ມູນກ່ຽວກັບວິທີບໍລິຫານສະພາ.
32.9
ການເຂົ້າຮ່ວມ ແລະ ໜ້າທີ່ຮັບຜິດຊອບ
ຕາຕະລາງດັ່ງຕໍ່ໄປນີ້ສະແດງໃຫ້ເຫັນວ່າ ຕາມປົກກະຕິແລ້ວໃຜເຂົ້າຮ່ວມສະພາສະມາຊິກກະພາບ.
ຜູ້ເຂົ້າຮ່ວມສະພາສະມາຊິກກະພາບ | |
---|---|
ສະພາສະມາຊິກກະພາບຫວອດ | ຜູ້ເຂົ້າຮ່ວມສະພາສະມາຊິກກະພາບ
|
ສະພາສະມາຊິກກະພາບສະເຕກ | ຜູ້ເຂົ້າຮ່ວມສະພາສະມາຊິກກະພາບ
|
32.9.1
ປະທານສະເຕກ
ປະທານສະເຕກ:
-
ມີສິດອຳນາດເໜືອສະພາສະມາຊິກກະພາບໃນສະເຕກ; ເຖິງຢ່າງໃດກໍຕາມ, ສະພາສ່ວນໃຫຍ່ເຫລົ່ານີ້ຈະຖືກຈັດຂຶ້ນໂດຍອະທິການ.
-
ຕ້ອງອະນຸມັດກ່ອນທີ່ອະທິການຈະຈັດສະພາສະມາຊິກກະພາບຂຶ້ນ.
-
ຈັດສະພາສະມາຊິກກະພາບສະເຕກຂຶ້ນ ຖ້າຫາກຊາຍ ຫລື ຍິງທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ ມີແນວໂນ້ມວ່າສະມາຊິກກະພາບໃນສາດສະໜາຈັກຂອງເຂົາຈະຖືກຖອນ.
-
ອາດຈັດສະພາຂຶ້ນ ຖ້າຫາກສະມາຊິກອຸທອນຄຳຕັດສິນຂອງສະພາສະມາຊິກກະພາບຫວອດ.
-
ຕ້ອງອະນຸມັດກ່ອນສະພາສະມາຊິກກະພາບຫວອດແນະນຳຂັ້ນສຸດທ້າຍໃຫ້ຖອນສະມາຊິກກະພາບຂອງບຸກຄົນທີ່ບໍ່ໄດ້ຮັບຂອງປະທານສັກສິດ.
32.9.2
ສະພາສູງ
ສະມາຊິກຂອງສະພາສູງ ຕາມປົກກະຕິແລ້ວຈະບໍ່ເຂົ້າຮ່ວມສະພາສະມາຊິກກະພາບສະເຕກ. ເຖິງຢ່າງໃດກໍຕາມ, ສະພາສູງອາດເຂົ້າຮ່ວມໃນສະຖານະການທີ່ຍາກໆ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 102:2). ຍົກຕົວຢ່າງ, ຝ່າຍປະທານສະເຕກອາດເຊື້ອເຊີນສະພາສູງໃຫ້ເຂົ້າຮ່ວມເມື່ອ:
-
ມີຂໍ້ເທັດຈິງທີ່ຖືກຄັດຄ້ານ.
-
ພວກເພິ່ນຈະເພີ່ມຄຸນຄ່າ ແລະ ຄວາມສົມດູນ.
-
ສະມາຊິກຂໍໃຫ້ພວກເພິ່ນເຂົ້າຮ່ວມ.
-
ສະມາຊິກໃນຝ່າຍປະທານສະເຕກ ຫລື ຄອບຄົວຂອງເພິ່ນກ່ຽວຂ້ອງ (ເບິ່ງ 32.9.7).
32.9.3
ອະທິການ (ຫລື ປະທານສາຂາໃນສະເຕກ)
ອະທິການ:
-
ມີສິດອຳນາດເໜືອສະພາສະມາຊິກກະພາບຫວອດ.
-
ປຶກສາກັບປະທານສະເຕກ ແລະ ຮັບການອະນຸມັດກ່ອນທີ່ຈະຈັດສະພາຂຶ້ນ.
-
ອາດບໍ່ຈັດສະພາສະມາຊິກກະພາບຂຶ້ນ ຖ້າຫາກຊາຍ ຫລື ຍິງທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ ມີແນວໂນ້ມວ່າສະມາຊິກກະພາບໃນສາດສະໜາຈັກຂອງເຂົາຈະຖືກຖອນ. ສະພາສະມາຊິກກະພາບສະເຕກຈະຕ້ອງຖືກຈັດຂຶ້ນໃນສະຖານະການເຫລົ່ານັ້ນ.
-
ອາດຖືກເຊື້ອເຊີນໃຫ້ເຂົ້າຮ່ວມສະພາສະມາຊິກກະພາບສະເຕກ ສຳລັບສະມາຊິກຫວອດທີ່ສະມາຊິກກະພາບກຳລັງຖືກທົບທວນ. ການເຂົ້າຮ່ວມຂອງເພິ່ນຈະຕ້ອງໄດ້ຮັບການອະນຸມັດໂດຍປະທານສະເຕກ ແລະ ບຸກຄົນ.
ສະພາສະມາຊິກກະພາບຫວອດ ຫລື ສາຂາອາດແນະນຳໃຫ້ຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ ຖ້າຫາກເຂົາຍັງບໍ່ໄດ້ຮັບຂອງປະທານສັກສິດ. ເຖິງຢ່າງໃດກໍຕາມ, ຕ້ອງໄດ້ຮັບການອະນຸມັດຈາກປະທານສະເຕກ ກ່ອນການຕັດສິນຂັ້ນສຸດທ້າຍ.
ບາງຄັ້ງຕ້ອງຈັດສະພາສະມາຊິກກະພາບຫວອດຂຶ້ນສຳລັບສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ ແລະ ການດຳເນີນການຜ່ານມາເປີດເຜີຍວ່າ ສະມາຊິກກະພາບໃນສາດສະໜາຈັກຂອງສະມາຊິກ ມີແນວໂນ້ມທີ່ຈະຖືກຖອນ. ໃນສະຖານະການເຫລົ່ານີ້, ອະທິການຈະສົ່ງເລື່ອງດັ່ງກ່າວໄປໃຫ້ປະທານສະເຕກ.
32.9.4
ປະທານເຜີຍແຜ່
ປະທານເຜີຍແຜ່:
-
ມີສິດອຳນາດເໜືອສະພາສະມາຊິກກະພາບໃນສາຂາ ແລະ ທ້ອງຖິ່ນຂອງເຂດເຜີຍແຜ່.
-
ຕ້ອງອະນຸມັດກ່ອນປະທານທ້ອງຖິ່ນ ຫລື ປະທານສາຂາຈະຈັດສະພາສະມາຊິກກະພາບຂຶ້ນ.
-
ຈັດສະພາສະມາຊິກກະພາບຂຶ້ນ ຖ້າຫາກຊາຍ ຫລື ຍິງທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ ມີແນວໂນ້ມວ່າສະມາຊິກກະພາບໃນສາດສະໜາຈັກຂອງເຂົາຈະຖືກຖອນ. ຖ້າຫາກເວລາ ຫລື ໄລຍະທາງກີດກັນສິ່ງນີ້, ເພິ່ນອາດມອບໝາຍໃຫ້ທີ່ປຶກສາຄົນໜຶ່ງຂອງເພິ່ນເປັນປະທານຄວບຄຸມສະພາແທນ. ເພິ່ນຈະກຳນົດໃຫ້ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສອງຄົນອື່ນອີກເຂົ້າຮ່ວມ.
-
ໃນບ່ອນທີ່ເປັນໄປໄດ້, ໃຫ້ຈັດສະພາສະມາຊິກກະພາບຂຶ້ນສຳລັບຜູ້ທີ່ບໍ່ໄດ້ຮັບຂອງປະທານສັກສິດ. ຖ້າຫາກເວລາ ຫລື ໄລຍະທາງກີດກັນສິ່ງນີ້, ເພິ່ນອາດອະນຸຍາດໃຫ້ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມຄົນຈັດສະພາຂຶ້ນ. ໃນກໍລະນີນີ້, ປະທານທ້ອງຖິ່ນ ຫລື ປະທານສາຂາຂອງສະມາຊິກ ຕາມປົກກະຕິແລ້ວຈະດຳເນີນສະພາ.
-
ອາດຈັດສະພາຂຶ້ນ ຖ້າຫາກສະມາຊິກອຸທອນຄຳຕັດສິນຂອງສະພາສະມາຊິກກະພາບທ້ອງຖິ່ນ ຫລື ສາຂາ.
-
ດ້ວຍການອະນຸມັດຂອງເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຈາກຫ້ອງການເຜີຍແຜ່, ຈັດສະພາສະມາຊິກກະພາບຂຶ້ນ ຖ້າຫາກຜູ້ສອນສາດສະໜາໄດ້ກະທຳບາບອັນຮ້າຍແຮງໃນສະໜາມເຜີຍແຜ່ (ເບິ່ງ 32.9.8). ເພິ່ນກໍຈະທົບທວນເລື່ອງລາວກັບຜູ້ໜຶ່ງໃນຝ່າຍປະທານເຂດ ແລະ ປຶກສາກັບປະທານສະເຕກຂອງສະເຕກບ້ານຂອງຜູ້ສອນສາດສະໜາ.
-
ຕ້ອງອະນຸມັດກ່ອນສະພາສະມາຊິກກະພາບສາຂາ ຫລື ທ້ອງຖິ່ນແນະນຳຂັ້ນສຸດທ້າຍໃຫ້ຖອນສະມາຊິກກະພາບຂອງບຸກຄົນທີ່ບໍ່ໄດ້ຮັບຂອງປະທານສັກສິດ.
ຖ້າຫາກຜູ້ສອນສາດສະໜາສາລະພາບບາບອັນຮ້າຍແຮງທີ່ເຂົາໄດ້ເຮັດກ່ອນຮັບໃຊ້ເຜີຍແຜ່, ປະທານເຜີຍແຜ່ຈະຕິດຕໍ່ຫາຕົວແທນໃນສະໜາມຂອງເພິ່ນ ໃນພະແນກເຜີຍແຜ່ສຳລັບການຊີ້ນຳ.
ເມື່ອປະທານເຜີຍແຜ່ຈັດສະພາສະມາຊິກກະພາບຂຶ້ນ, ເພິ່ນຈະກຳນົດໃຫ້ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສອງຄົນຊ່ວຍເຫລືອເພິ່ນ. ພຽງແຕ່ໃນສະຖານະການທີ່ບໍ່ປົກກະຕິເທົ່ານັ້ນທີ່ເພິ່ນຈະກຳນົດໃຫ້ຜູ້ສອນສາດສະໜາໜຸ່ມຊ່ວຍເຫລືອ. ເພິ່ນຈະເຮັດຕາມຂັ້ນຕອນດຽວກັນ ດັ່ງໃນສະພາສະມາຊິກກະພາບສະເຕກ (ເບິ່ງ 32.10). ເຖິງຢ່າງໃດກໍຕາມ, ສະພາສູງ ຫລື ສະພາທ້ອງຖິ່ນຈະບໍ່ເຂົ້າຮ່ວມ.
32.9.5
ປະທານທ້ອງຖິ່ນ ຫລື ປະທານສາຂາໃນເຂດເຜີຍແຜ່
ປະທານທ້ອງຖິ່ນ ຫລື ປະທານສາຂາໃນເຂດເຜີຍແຜ່ອາດຈັດສະພາສະມາຊິກກະພາບຂຶ້ນ ເມື່ອໄດ້ຮັບອະນຸຍາດຈາກປະທານເຜີຍແຜ່. ສະພາທ້ອງຖິ່ນບໍ່ເຂົ້າຮ່ວມ.
ສະພາສະມາຊິກກະພາບທ້ອງຖິ່ນ ຫລື ສາຂາອາດແນະນຳໃຫ້ຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ ຖ້າຫາກເຂົາຍັງບໍ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານເທື່ອ. ເຖິງຢ່າງໃດກໍຕາມ, ຕ້ອງໄດ້ຮັບການອະນຸມັດຈາກປະທານເຜີຍແຜ່ ກ່ອນການຕັດສິນຂັ້ນສຸດທ້າຍ.
32.9.6
ສະໝຽນສະເຕກ ຫລື ສະໝຽນຫວອດ
ສະໝຽນສະເຕກ ຫລື ສະໝຽນຫວອດ:
-
ຮັກສາບັນທຶກທີ່ເປັນລາຍລັກອັກສອນຂອງສະພາໄວ້ ສະເພາະທີ່ຈຳເປັນເທົ່ານັ້ນ ເພື່ອສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ.
-
ກະກຽມຟອມທີ່ຖືກຂໍໃຫ້ເຮັດໂດຍຜູ້ນຳທີ່ດຳເນີນສະພາ.
-
ບໍ່ເຂົ້າຮ່ວມໃນການສົນທະນາ ຫລື ຕັດສິນໃນສະພາ.
32.9.7
ການເຂົ້າຮ່ວມໃນສະຖານະການທີ່ບໍ່ປົກກະຕິ
ຖ້າຫາກທີ່ປຶກສາຄົນໜຶ່ງໃນຝ່າຍປະທານສະເຕກບໍ່ສາມາດເຂົ້າຮ່ວມສະພາສະມາຊິກກະພາບ, ປະທານສະເຕກຈະຂໍໃຫ້ສະມາຊິກສະພາສູງຄົນໜຶ່ງ ຫລື ມະຫາປະໂລຫິດອີກຄົນໜຶ່ງເຂົ້າຮ່ວມແທນທີ່ປຶກສາຄົນນັ້ນ. ຖ້າຫາກປະທານສະເຕກບໍ່ສາມາດເຂົ້າຮ່ວມ, ຝ່າຍປະທານສູງສຸດອາດອະນຸຍາດໃຫ້ທີ່ປຶກສາຄົນໜຶ່ງຂອງປະທານສະເຕກຄວບຄຸມແທນເພິ່ນ.
ຖ້າຫາກທີ່ປຶກສາຄົນໜຶ່ງໃນຝ່າຍອະທິການບໍ່ສາມາດເຂົ້າຮ່ວມສະພາສະມາຊິກກະພາບ, ອະທິການອາດຂໍໃຫ້ມະຫາປະໂລຫິດຄົນໜຶ່ງໃນຫວອດເຂົ້າຮ່ວມແທນທີ່ປຶກສາຄົນນັ້ນ. ຖ້າຫາກອະທິການບໍ່ສາມາດເຂົ້າຮ່ວມ, ເພິ່ນຈະສົ່ງເລື່ອງນີ້ໄປໃຫ້ປະທານສະເຕກ, ຜູ້ຈະເອີ້ນປະຊຸມສະພາສະມາຊິກກະພາບສະເຕກ. ອະທິການຈະບໍ່ມອບໝາຍໃຫ້ທີ່ປຶກສາຂອງເພິ່ນເອີ້ນປະຊຸມສະພາສະມາຊິກກະພາບ.
ຖ້າຫາກສະພາສະມາຊິກກະພາບຖືກຈັດຂຶ້ນສຳລັບສະມາຊິກຄົນໃດຄົນໜຶ່ງໃນຄອບຄົວຂອງອະທິການ ຫລື ທີ່ປຶກສາຄົນໃດຄົນໜຶ່ງຂອງເພິ່ນ, ມັນຈະຖືກຈັດຂຶ້ນໃນລະດັບສະເຕກ. ຖ້າຫາກມັນຖືກຈັດຂຶ້ນສຳລັບສະມາຊິກຄົນໃດຄົນໜຶ່ງໃນຄອບຄົວຂອງທີ່ປຶກສາຂອງປະທານສະເຕກ, ປະທານສະເຕກຈະມອບໝາຍໃຫ້ມະຫາປະໂລຫິດຄົນໜຶ່ງເຂົ້າຮ່ວມແທນທີ່ປຶກສາຄົນນັ້ນ. ຖ້າຫາກສະພາຖືກຈັດຂຶ້ນສຳລັບສະມາຊິກຄົນໃດຄົນໜຶ່ງໃນຄອບຄົວຂອງປະທານສະເຕກ, ເພິ່ນຈະປຶກສາກັບຫ້ອງການຂອງຝ່າຍປະທານສູງສຸດ.
ຖ້າຫາກສະມາຊິກຄັດຄ້ານການເຂົ້າຮ່ວມຂອງອະທິການ ຫລື ທີ່ປຶກສາຂອງເພິ່ນ, ສະພາສະມາຊິກກະພາບຈະຖືກຈັດຂຶ້ນໃນລະດັບສະເຕກ. ຖ້າຫາກສະມາຊິກຄັດຄ້ານການເຂົ້າຮ່ວມຂອງທີ່ປຶກສາຄົນໃດຄົນໜຶ່ງຂອງປະທານສະເຕກ, ປະທານສະເຕກຈະມອບໝາຍໃຫ້ມະຫາປະໂລຫິດອີກຄົນໜຶ່ງເຂົ້າຮ່ວມແທນທີ່ປຶກສາຄົນນັ້ນ. ຖ້າຫາກສະມາຊິກຄັດຄ້ານການເຂົ້າຮ່ວມຂອງປະທານສະເຕກ, ຫລື ຖ້າຫາກປະທານສະເຕກຮູ້ສຶກວ່າ ເພິ່ນບໍ່ສາມາດເປັນກາງໄດ້, ເພິ່ນຈະປຶກສາກັບຫ້ອງການຂອງຝ່າຍປະທານສູງສຸດ.
32.9.8
ການພິຈາລະນາວ່າຜູ້ນຳຄົນໃດຄວນຈັດສະພາໃນສະຖານະການພິເສດ
ເກືອບທຸກຄັ້ງທີ່ສະພາສະມາຊິກກະພາບຈະຖືກຈັດຂຶ້ນໃນໜ່ວຍສາດສະໜາຈັກພູມີພາກ ທີ່ມີບັນທຶກສະມາຊິກກະພາບຂອງບຸກຄົນ.
ບາງຄັ້ງສະພາສະມາຊິກກະພາບຈຳເປັນສຳລັບບຸກຄົນທີ່ຍ້າຍ. ຖ້າຫາກຍ້າຍພາຍໃນສະເຕກດຽວກັນ, ປະທານສະເຕກຈະປຶກສາກັບອະທິການຂອງທັງສອງຫວອດ ແລະ ຕັດສິນໃຈວ່າຄວນຈັດສະພາຂຶ້ນຢູ່ໃສ.
ຖ້າຫາກສະມາຊິກຍ້າຍອອກນອກສະເຕກ, ປະທານສະເຕກຂອງທັງສອງສະເຕກຈະປຶກສາ ແລະ ຕັດສິນໃຈວ່າຄວນຈັດສະພາຂຶ້ນຢູ່ໃສ. ຖ້າຫາກພວກເພິ່ນຕັດສິນໃຈວ່າ ຄວນຈັດສະພາຂຶ້ນໃນຫວອດ ຫລື ໃນສະເຕກເກົ່າ, ບັນທຶກສະມາຊິກກະພາບຈະຖືກເກັບໄວ້ຢູ່ໃນຫວອດນັ້ນ ຈົນກວ່າສະພາຈົບຮຽບຮ້ອຍ. ຖ້າບໍ່ດັ່ງນັ້ນ, ບັນທຶກຈະຖືກສົ່ງໄປໃຫ້ຫວອດໃໝ່. ອະທິການ ຫລື ປະທານສະເຕກຈະແຈ້ງອະທິການ ຫລື ປະທານສະເຕກປະຈຸບັນຂອງສະມາຊິກຢ່າງລັບໆ ກ່ຽວກັບເຫດຜົນທີ່ຕ້ອງຈັດສະພາຂຶ້ນ.
ບາງຄັ້ງສະພາສະມາຊິກກະພາບແມ່ນຈຳເປັນສຳລັບສະມາຊິກຜູ້ອາໄສຢູ່ໄກບ້ານຊົ່ວຄາວ. ຍົກຕົວຢ່າງ, ສະພາອາດຈຳເປັນສຳລັບນັກຮຽນ ຫລື ທະຫານ. ອະທິການບ່ອນທີ່ສະມາຊິກອາໄສຢູ່ຊົ່ວຄາວ ສາມາດໃຫ້ຄຳແນະນຳ ແລະ ໃຫ້ການສະໜັບສະໜູນໄດ້. ເຖິງຢ່າງໃດກໍຕາມ, ເພິ່ນບໍ່ສາມາດຈັດສະພາສະມາຊິກກະພາບຂຶ້ນ ຍົກເວັ້ນແຕ່ບັນທຶກສະມາຊິກກະພາບຢູ່ໃນໜ່ວຍຂອງເພິ່ນ ແລະ ເພິ່ນໄດ້ປຶກສາກັບອະທິການຂອງຫວອດບ້ານແລ້ວ.
ບາງຄັ້ງຜູ້ສອນສາດສະໜາໄດ້ກະທຳບາບອັນຮ້າຍແຮງຢູ່ໃນສະໜາມເຜີຍແຜ່ ທີ່ບໍ່ໄດ້ຖືກເປີດເຜີຍຈົນກວ່າຫລັງຈາກເຂົາໄດ້ຖືກປົດຈາກການສອນແລ້ວ. ອະທິການ ແລະ ປະທານສະເຕກຈະປຶກສາກ່ຽວກັບວ່າ ຄົນໃດໃນພວກເພິ່ນຄວນຈັດສະພາສະມາຊິກກະພາບຂຶ້ນ. ຜູ້ໜຶ່ງໃນພວກເພິ່ນຈະປຶກສາກັບປະທານເຜີຍແຜ່ຄົນເກົ່າຂອງຜູ້ສອນສາດສະໜາ ກ່ອນຈະຈັດສະພາຂຶ້ນ.
32.10
ລະບຽບສຳລັບສະພາສະມາຊິກກະພາບ
32.10.1
ແຈ້ງລ່ວງໜ້າ ແລະ ກະກຽມສຳລັບສະພາ
ອະທິການ ຫລື ປະທານສະເຕກຈະແຈ້ງສະມາຊິກລ່ວງໜ້າເປັນລາຍລັກອັກສອນກ່ຽວກັບສະພາສະມາຊິກກະພາບ ທີ່ຈະຖືກຈັດຂຶ້ນໃຫ້ເຂົາ. ເພິ່ນຈະເຊັນຊື່ລົງໃນຈົດໝາຍ. ມັນຈະລວມທັງຂໍ້ມູນດັ່ງຕໍ່ໄປນີ້:
“[ຝ່າຍອະທິການ ຫລື ຝ່າຍປະທານສະເຕກ] ຈະຈັດສະພາສະມາຊິກກະພາບຂຶ້ນໃຫ້ທ່ານ. ສະພາຈະຖືກຈັດຂຶ້ນໃນ [ວັນທີ ແລະ ເວລາ] ທີ່ [ສະຖານທີ່].
“ສະພານີ້ຈະພິຈາລະນາ [ສະຫລຸບຄວາມຜິດໂດຍທົ່ວໄປ, ແຕ່ບໍ່ລົງລາຍລະອຽດ ຫລື ຫລັກຖານ].
“ທ່ານຖືກເຊື້ອເຊີນໃຫ້ເຂົ້າຮ່ວມສະພາ ເພື່ອໃຫ້ຄຳຕອບຂອງທ່ານ. ທ່ານສາມາດຈັດກຽມຄຳໃຫ້ການເປັນລາຍລັກອັກສອນຈາກບຸກຄົນທີ່ສາມາດໃຫ້ຂໍ້ມູນທີ່ກ່ຽວຂ້ອງ. ທ່ານສາມາດເຊື້ອເຊີນບຸກຄົນດັ່ງກ່າວມາກ່າວຕໍ່ສະພາແທນທ່ານ ຖ້າຫາກໄດ້ຮັບການອະນຸມັດລ່ວງໜ້າໂດຍປະທານສະເຕກ ຫລື ອະທິການ. ທ່ານສາມາດເຊື້ອເຊີນ [ປະທານສະມາຄົມສະຕີສົງເຄາະ ຫລື ປະທານກຸ່ມແອວເດີຂອງຫວອດ] ເພື່ອເຂົ້າຮ່ວມ ແລະ ສະໜັບສະໜູນໄດ້ເຊັ່ນກັນ.
“ຄົນໃດກໍຕາມທີ່ເຂົ້າຮ່ວມຈະຕ້ອງເຕັມໃຈຮ່ວມມື ແລະ ເຄົາລົບລັກສະນະຂອງສະພາ, ລວມທັງລະບຽບການປະຕິບັດສະພາ ແລະ ການຮັກສາຄວາມລັບ. ຜູ້ປຶກສາ ແລະ ຜູ້ສະໜັບສະໜູນດ້ານກົດໝາຍທີ່ນອກເໜືອຈາກທີ່ກ່າວມາຂ້າງເທິງ ຈະບໍ່ສາມາດເຂົ້າຮ່ວມ.”
ວັກສຸດທ້າຍອາດລວມດ້ວຍການສະແດງຄວາມຮັກ, ຄວາມຫວັງ, ແລະ ຄວາມຫ່ວງໃຍ.
ແນວທາງຊີ້ນຳກ່ຽວກັບຜູ້ທີ່ບຸກຄົນສາມາດເຊື້ອເຊີນໃຫ້ມາກ່າວຕໍ່ສະພາ ມີລະບຸໄວ້ໃນ 32.10.3, ຂໍ້ 4.
ຖ້າຫາກຈົດໝາຍດັ່ງກ່າວບໍ່ສາມາດສົ່ງໃຫ້ເຖິງມືບຸກຄົນນັ້ນດ້ວຍຕົວເອງ, ກໍສາມາດສົ່ງທາງໄປສະນີແບບລົງທະບຽນ ຫລື ແບບຢັ້ງຢືນ, ໂດຍມີການຂໍໃບຮັບ.
ອະທິການ ຫລື ປະທານສະເຕກຈະກຳນົດວັນຈັດສະພາສະມາຊິກກະພາບ ໃນເວລາທີ່ບຸກຄົນນັ້ນສະດວກ. ເພິ່ນກໍຍັງຈະໃຫ້ແນ່ໃຈວ່າມີເວລາຂໍຄຳໃຫ້ການຈາກຜູ້ເສຍຫາຍ ເນື່ອງຈາກການປະພຶດຜິດ ຖ້າຫາກເຂົາເຈົ້າປາດຖະໜາທີ່ຈະໃຫ້ການ (ເບິ່ງ 32.10.2).
ອະທິການ ຫລື ປະທານສະເຕກຈະກະກຽມສະມາຊິກສຳລັບສະພາ ໂດຍການອະທິບາຍຈຸດປະສົງ ແລະ ລະບຽບການປະຕິບັດສະພາ. ເພິ່ນກໍຍັງຈະອະທິບາຍການຕັດສິນທີ່ສະພາອາດລົງມະຕິ ແລະ ຜົນຮັບນຳອີກ. ຖ້າຫາກສະມາຊິກໄດ້ສາລະພາບ, ຜູ້ນຳຈະອະທິບາຍວ່າ ຄຳສາລະພາບຈະຖືກໃຊ້ຢູ່ໃນສະພາສະມາຊິກກະພາບ.
32.10.2
ຮັບຄຳໃຫ້ການຈາກຜູ້ເສຍຫາຍ
ເມື່ອສະມາຊິກຂອງສາດສະໜາຈັກເປັນຜູ້ເສຍຫາຍ (ດັ່ງເຊັ່ນ ການຮ່ວມເພດກັບສາຍເລືອດດຽວກັນ, ການຂົ່ມເຫັງເດັກ, ການຂົ່ມເຫັງຄູ່ຄອງ, ຫລື ການສໍ້ໂກງ), ອະທິການ ຫລື ປະທານສະເຕກຈະຕິດຕໍ່ຫາອະທິການ ຫລື ປະທານສະເຕກປະຈຸບັນຂອງບຸກຄົນນັ້ນ. ຜູ້ນຳເຫລົ່ານີ້ຈະພິຈາລະນາວ່າ ມັນຈະເປັນປະໂຫຍດຫລືບໍ່ທີ່ຈະໃຫ້ຜູ້ເສຍຫາຍມີໂອກາດຈັດກຽມຄຳໃຫ້ການເປັນລາຍລັກອັກສອນກ່ຽວກັບການປະພຶດຜິດ ແລະ ຜົນກະທົບຂອງມັນ. ຄຳໃຫ້ການເຫລົ່ານີ້ອາດຖືກອ່ານຢູ່ໃນສະພາສະມາຊິກກະພາບ (ເບິ່ງ 32.10.3, ຂໍ້ 3). ຜູ້ນຳໃນສາດສະໜາຈັກບໍ່ມີສິດອຳນາດໃນການເລີ່ມຕິດຕໍ່ຫາຜູ້ເສຍຫາຍກ່ອນ ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ.
ການສື່ສານໃດໆກັບຜູ້ເສຍຫາຍສຳລັບຈຸດປະສົງນີ້ ຈະຕ້ອງເຮັດຜ່ານທາງອະທິການ ຫລື ປະທານສະເຕກປະຈຸບັນຂອງເຂົາ. ຖ້າຫາກຜູ້ເສຍຫາຍໄດ້ກຽມຄຳໃຫ້ການ, ຜູ້ນຳຄົນນີ້ຈະມອບມັນໃຫ້ອະທິການ ຫລື ປະທານສະເຕກຜູ້ຈັດສະພາສະມາຊິກກະພາບຂຶ້ນ. ຜູ້ນຳຈະຕ້ອງລະມັດລະວັງໃຫ້ຫລາຍທີ່ສຸດ ເພື່ອຫລີກລ້ຽງຈາກການສ້າງຄວາມເຈັບປວດຫລາຍກວ່າເກົ່າ. ເບິ່ງ 32.4.3 ສຳລັບຂໍ້ຄວນລະວັງອື່ນໆ.
ການສອບຖາມກ່ຽວກັບຜູ້ເສຍຫາຍທີ່ອາຍຸນ້ອຍກວ່າ 18 ປີ ຈະຕ້ອງເຮັດຜ່ານທາງພໍ່ແມ່ ຫລື ຜູ້ປົກຄອງຂອງເດັກ, ຍົກເວັ້ນແຕ່ການເຮັດເຊັ່ນນັ້ນຈະເຮັດໃຫ້ຜູ້ເສຍຫາຍຕົກຢູ່ໃນອັນຕະລາຍ.
ສຳລັບຂໍ້ມູນກ່ຽວກັບອະທິການ ແລະ ປະທານສະເຕກໄດ້ຮັບການນຳພາ ໃນກໍລະນີການຂົ່ມເຫັງ, ໃຫ້ເບິ່ງ 32.4.5 ແລະ 38.6.2.1.
32.10.3
ດຳເນີນສະພາ
ທັນທີກ່ອນສະພາເລີ່ມຕົ້ນ, ອະທິການ ຫລື ປະທານສະເຕກຈະບອກຜູ້ເຂົ້າຮ່ວມວ່າ ສະພາຖືກຈັດຂຶ້ນໃຫ້ໃຜ ແລະ ການປະພຶດຜິດທີ່ຖືກລາຍງານແມ່ນກ່ຽວກັບຫຍັງ. ຖ້າຈຳເປັນ, ເພິ່ນຈະອະທິບາຍລະບຽບການປະຕິບັດສະພາ.
ແລ້ວບຸກຄົນດັ່ງກ່າວ, ຖ້າມີໜ້າຢູ່ທີ່ນັ້ນ, ຈະຖືກຕ້ອນຮັບເຂົ້າມາໃນຫ້ອງ. ຖ້າຫາກອະທິການໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມສະພາສະມາຊິກກະພາບສະເຕກ, ເພິ່ນກໍຈະຖືກເຊື້ອເຊີນໃຫ້ເຂົ້າມາໃນຫ້ອງໃນເວລານີ້ເຊັ່ນກັນ. ຖ້າຫາກບຸກຄົນນັ້ນໄດ້ເຊື້ອເຊີນປະທານສະມາຄົມສະຕີສົງເຄາະ ຫລື ປະທານກຸ່ມແອວເດີໃຫ້ມາຮ່ວມ ແລະ ສະໜັບສະໜູນ, ລາວຈະຖືກຕ້ອນຮັບເຂົ້າມາໃນຫ້ອງເຊັ່ນກັນ.
ອະທິການ ຫລື ປະທານສະເຕກຈະດຳເນີນສະພາໃນວິນຍານແຫ່ງຄວາມຮັກ, ດັ່ງທີ່ລະບຸໄວ້ຢູ່ຂ້າງລຸ່ມ.
-
ເພິ່ນຈະເຊື້ອເຊີນບາງຄົນໃຫ້ກ່າວອະທິຖານເປີດ.
-
ເພິ່ນຈະກ່າວເຖິງການປະພຶດຜິດທີ່ຖືກລາຍງານ. ເພິ່ນຈະໃຫ້ບຸກຄົນ (ຖ້າມີໜ້າຢູ່ທີ່ນັ້ນ) ມີໂອກາດຢືນຢັນ, ປະຕິເສດ, ຫລື ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄຳລາຍງານນີ້.
-
ຖ້າຫາກສະມາຊິກຢືນຢັນການປະພຶດຜິດ, ອະທິການ ຫລື ປະທານສະເຕກຈະດຳເນີນການຈົນເຖິງຂໍ້ 5 ຂ້າງລຸ່ມ. ຖ້າຫາກສະມາຊິກປະຕິເສດຄຳລາຍງານ, ອະທິການ ຫລື ປະທານສະເຕກຈະນຳສະເໜີຂໍ້ມູນກ່ຽວກັບມັນ. ສິ່ງນີ້ອາດລວມທັງການນຳສະເໜີເອກະສານທີ່ເຊື່ອຖືໄດ້ ແລະ ການອ່ານຄຳໃຫ້ການທີ່ເປັນລາຍລັກອັກສອນອອກສຽງຈາກຜູ້ເສຍຫາຍ (ເບິ່ງ 32.10.2). ຖ້າຫາກເພິ່ນອ່ານຄຳໃຫ້ການນັ້ນ, ເພິ່ນຈະປົກປ້ອງຕົວຕົນຂອງຜູ້ເສຍຫາຍ.
-
ຖ້າຫາກສະມາຊິກປະຕິເສດການປະພຶດຜິດ, ລາວຈະຕ້ອງນຳສະເໜີຂໍ້ມູນຕໍ່ສະພາ. ສິ່ງນີ້ສາມາດເປັນລາຍລັກອັກສອນ. ຫລື ສະມາຊິກອາດຂໍໃຫ້ບຸກຄົນຜູ້ສາມາດໃຫ້ຂໍ້ມູນທີ່ກ່ຽວຂ້ອງກ່າວຕໍ່ສະພາ, ເທື່ອລະຄົນ. ບຸກຄົນເຫລົ່ານັ້ນຕ້ອງເປັນສະມາຊິກຂອງສາດສະໜາຈັກ ຍົກເວັ້ນແຕ່ອະທິການ ຫລື ປະທານສະເຕກໄດ້ພິຈາລະນາລ່ວງໜ້າວ່າ ບຸກຄົນທີ່ບໍ່ໄດ້ເປັນສະມາຊິກສາມາດເຂົ້າຮ່ວມ. ເຂົາເຈົ້າຈະລໍຖ້າຢູ່ອີກຫ້ອງໜຶ່ງຕ່າງຫາກ ຈົນກວ່າເຂົາເຈົ້າຈະຖືກຂໍໃຫ້ກ່າວ. ແຕ່ລະຄົນຈະອອກຈາກຫ້ອງສະພາ ເມື່ອເຂົາເຈົ້າກ່າວຈົບແລ້ວ. ເຂົາເຈົ້າຈະຕ້ອງເຕັມໃຈຮ່ວມມື ແລະ ເຄົາລົບລັກສະນະຂອງສະພາ, ລວມທັງລະບຽບການປະຕິບັດສະພາ ແລະ ການຮັກສາຄວາມລັບ. ສະມາຊິກບໍ່ສາມາດໃຫ້ຜູ້ແນະນຳດ້ານກົດໝາຍມີໜ້າຢູ່ນຳ. ທັງເຂົາເຈົ້າບໍ່ສາມາດໃຫ້ຄົນອື່ນມາສະໜັບສະໜູນ ທີ່ນອກເໜືອໄປຈາກທີ່ກ່າວໄວ້ຢູ່ໃນວັກທີສອງໃນພາກນີ້.
-
ອະທິການ ຫລື ປະທານສະເຕກອາດຖາມສະມາຊິກໃນທາງທີ່ສຸພາບ ແລະ ດ້ວຍຄວາມເຄົາລົບ. ເພິ່ນອາດຈະຖາມບຸກຄົນອື່ນນຳອີກ ທີ່ສະມາຊິກໄດ້ຂໍມາໃຫ້ຂໍ້ມູນ. ທີ່ປຶກສາໃນຝ່າຍອະທິການ ຫລື ຝ່າຍປະທານສະເຕກກໍສາມາດຖາມໄດ້. ຄຳຖາມໃດໆຄວນໃຫ້ສັ້ນ ແລະ ຈຳກັດສະເພາະຂໍ້ເທັດຈິງທີ່ຈຳເປັນເທົ່ານັ້ນ.
-
ຫລັງຈາກຂໍ້ມູນທັງໝົດທີ່ກ່ຽວຂ້ອງໄດ້ຖືກນຳສະເໜີແລ້ວ, ອະທິການ ຫລື ປະທານສະເຕກຈະຂໍໃຫ້ສະມາຊິກອອກຈາກຫ້ອງ. ສະໝຽນກໍຈະຖືກຂໍໃຫ້ອອກຈາກຫ້ອງ, ຍົກເວັ້ນແຕ່ສະພາສູງໄດ້ເຂົ້າຮ່ວມໃນສະພາສະມາຊິກກະພາບສະເຕກ. ຖ້າຫາກອະທິການຂອງສະມາຊິກຄົນນັ້ນມີໜ້າຢູ່ທີ່ສະພາສະມາຊິກກະພາບສະເຕກ, ເພິ່ນກໍຈະຖືກຂໍໃຫ້ອອກໄປເຊັ່ນກັນ. ຖ້າຫາກປະທານສະມາຄົມສະຕີສົງເຄາະ ຫລື ປະທານກຸ່ມແອວເດີໄດ້ໄປຮ່ວມເພື່ອສະໜັບສະໜູນ, ລາວກໍຈະຖືກຂໍໃຫ້ອອກໄປເຊັ່ນກັນ.
-
ອະທິການ ຫລື ປະທານສະເຕກຈະຂໍຄວາມຄິດເຫັນ ຫລື ຄວາມຮູ້ແຈ້ງຈາກທີ່ປຶກສາຂອງເພິ່ນ. ຖ້າຫາກສະພາສູງໄດ້ເຂົ້າຮ່ວມໃນສະພາສະມາຊິກກະພາບສະເຕກ, ເພິ່ນຈະຂໍໃຫ້ພວກເພິ່ນໃຫ້ຄວາມຄິດເຫັນ ແລະ ຄວາມຮູ້ແຈ້ງ.
-
ພ້ອມດ້ວຍທີ່ປຶກສາຂອງເພິ່ນ, ອະທິການ ຫລື ປະທານສະເຕກຈະສະແຫວງຫາພຣະປະສົງຂອງພຣະຜູ້ເປັນເຈົ້າດ້ວຍການອະທິຖານກ່ຽວກັບເລື່ອງນີ້. ພຽງແຕ່ປະທານສະເຕກ ແລະ ທີ່ປຶກສາຂອງເພິ່ນ ຫລື ອະທິການ ແລະ ທີ່ປຶກສາຂອງເພິ່ນເທົ່ານັ້ນທີ່ຄວນຢູ່ໃນຫ້ອງລະຫວ່າງເວລານີ້. ຖ້າຫາກສະພາສະມາຊິກກະພາບສະເຕກມີສະພາສູງເຂົ້າຮ່ວມນຳ, ຕາມປົກກະຕິແລ້ວຝ່າຍປະທານສະເຕກຈະໄປຫາຫ້ອງການປະທານສະເຕກ.
-
ອະທິການ ຫລື ປະທານສະເຕກຈະບອກທີ່ປຶກສາຂອງເພິ່ນເຖິງຄຳຕັດສິນຂອງເພິ່ນ ແລະ ຂໍໃຫ້ພວກເພິ່ນສະໜັບສະໜູນຄຳຕັດສິນນັ້ນ. ຖ້າຫາກສະພາສະມາຊິກກະພາບສະເຕກມີສະພາສູງເຂົ້າຮ່ວມນຳ, ຝ່າຍປະທານສະເຕກຈະກັບຄືນໄປຫາຫ້ອງສະພາ ແລະ ຂໍໃຫ້ສະພາສູງສະໜັບສະໜູນຄຳຕັດສິນ. ຖ້າຫາກທີ່ປຶກສາ ຫລື ສະມາຊິກສະພາສູງມີຄວາມຄິດເຫັນທີ່ແຕກຕ່າງ, ອະທິການ ຫລື ປະທານສະເຕກຈະຮັບຟັງ ແລະ ພະຍາຍາມແກ້ໄຂຄວາມແຕກຕ່າງ. ໜ້າທີ່ຮັບຜິດຊອບສຳລັບຄຳຕັດສິນຕົກຢູ່ທີ່ເຈົ້າໜ້າທີ່ຜູ້ຄວບຄຸມ.
-
ເພິ່ນຈະເຊື້ອເຊີນບຸກຄົນໃຫ້ກັບຄືນມາໃນຫ້ອງ. ຖ້າຫາກສະໝຽນຖືກຂໍໃຫ້ອອກໄປຈາກຫ້ອງ, ລາວກໍຈະຖືກເຊື້ອເຊີນໃຫ້ກັບເຂົ້າມາໃນຫ້ອງເຊັ່ນກັນ. ຖ້າຫາກອະທິການຂອງສະມາຊິກມີໜ້າຢູ່ທີ່ສະພາສະມາຊິກກະພາບສະເຕກ, ເພິ່ນກໍຈະຖືກເຊື້ອເຊີນໃຫ້ກັບເຂົ້າມາໃນຫ້ອງເຊັ່ນກັນ. ຖ້າຫາກປະທານສະມາຄົມສະຕີສົງເຄາະ ຫລື ປະທານກຸ່ມແອວເດີໄດ້ໄປຮ່ວມເພື່ອສະໜັບສະໜູນ, ລາວກໍຈະຖືກຕ້ອນຮັບໃຫ້ກັບເຂົ້າມາໃນຫ້ອງເຊັ່ນກັນ.
-
ອະທິການ ຫລື ປະທານສະເຕກຈະບອກຄຳຕັດສິນຂອງສະພາ ໃນວິນຍານແຫ່ງຄວາມຮັກ. ຖ້າຫາກຄຳຕັດສິນແມ່ນການຈຳກັດສິດທິພິເສດ ຫລື ຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຢ່າງເປັນທາງການ, ເພິ່ນຈະອະທິບາຍເງື່ອນໄຂ (ເບິ່ງ 32.11.3 ແລະ 32.11.4). ເພິ່ນກໍຈະອະທິບາຍເຖິງວິທີທີ່ຈະເອົາຊະນະການຈຳກັດ ແລະ ໃຫ້ຄຳແນະນຳ ແລະ ຄຳປຶກສາອື່ນໆ. ອະທິການ ຫລື ປະທານສະເຕກອາດຢຸດພັກສະພາຊົ່ວໄລຍະໜຶ່ງ ເພື່ອຂໍການນຳພາ ຫລື ຂໍ້ມູນກ່ອນຈະໃຫ້ຄຳຕັດສິນ. ໃນກໍລະນີນັ້ນ, ເພິ່ນຈະອະທິບາຍສິ່ງນີ້.
-
ເພິ່ນຈະອະທິບາຍສິດທິຂອງບຸກຄົນໃນການອຸທອນ (ເບິ່ງ 32.13).
-
ເພິ່ນຈະເຊື້ອເຊີນບາງຄົນໃຫ້ກ່າວຄຳອະທິຖານປິດ.
ບໍ່ວ່າບຸກຄົນມີໜ້າຢູ່ທີ່ນັ້ນຫລືບໍ່ກໍຕາມ, ອະທິການ ຫລື ປະທານສະເຕກຈະແຈ້ງໃຫ້ຜູ້ກ່ຽວຊາບກ່ຽວກັບຄຳຕັດສິນ ດັ່ງທີ່ອະທິບາຍໄວ້ໃນ 32.12.1.
ຜູ້ເຂົ້າຮ່ວມສະພາສະມາຊິກກະພາບຖືກສັ່ງຫ້າມບໍ່ໃຫ້ອັດສຽງ, ອັດວິດີໂອ, ຫລື ຂຽນຂໍ້ຄວາມ. ສະໝຽນສາມາດຂຽນບາງຂໍ້ຄວາມ ເພື່ອກະກຽມໃບລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຂໍ້ຄວາມເຫລົ່ານັ້ນບໍ່ແມ່ນໃຫ້ຂຽນແບບຄຳຕໍ່ຄຳ ຫລື ແບບຖອດຄວາມ. ຫລັງຈາກໄດ້ຈັດກຽມໃບລາຍງານແລ້ວ, ລາວຈະທຳລາຍການບັນທຶກເກົ່າໃດໆໂດຍທັນທີ.
32.11
ຄຳຕັດສິນຈາກສະພາສະມາຊິກກະພາບ
ຄຳຕັດສິນຈາກສະພາສະມາຊິກກະພາບຄວນໄດ້ຮັບການຊີ້ນຳຈາກພຣະວິນຍານ. ຄຳຕັດສິນຄວນສະທ້ອນເຖິງຄວາມຮັກ ແລະ ຄວາມຫວັງ ທີ່ສະເໜີມອບໃຫ້ໂດຍພຣະຜູ້ຊ່ວຍໃຫ້ລອດ ຕໍ່ຜູ້ທີ່ກັບໃຈ. ຄຳຕັດສິນທີ່ເປັນໄປໄດ້ ຖືກບັນຍາຍຢູ່ຂ້າງລຸ່ມ. ເມື່ອທຳການຕັດສິນເຫລົ່ານີ້, ຜູ້ນຳຈະພິຈາລະນາສະຖານະການທີ່ລະບຸໄວ້ໃນ 32.7.
ຫລັງຈາກສະພາສະມາຊິກກະພາບແຕ່ລະຄັ້ງ, ອະທິການ ຫລື ປະທານສະເຕກຈະສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກໂດຍທັນທີ ຜ່ານທາງ LCR (ເບິ່ງ 32.14.1).
ຄຳຕັດສິນທີ່ເປັນໄປໄດ້ຈາກສະພາສະມາຊິກກະພາບມີລະບຸໄວ້ໃນພາກດັ່ງຕໍ່ໄປນີ້.
32.11.1
ຢູ່ໃນສະຖານະທີ່ໜ້າເຊື່ອຖື
ໃນບາງກໍລະນີ, ບຸກຄົນອາດບໍ່ມີຄວາມຜິດ ແລະ ຢູ່ໃນສະຖານະທີ່ໜ້າເຊື່ອຖື. ໃນບາງກໍລະນີ, ບຸກຄົນອາດໄດ້ກະທຳບາບ, ໄດ້ກັບໃຈຢ່າງຈິງໃຈ, ແລະ ຢູ່ໃນສະຖານະທີ່ໜ້າເຊື່ອຖື. ອະທິການ ຫລື ປະທານສະເຕກອາດໃຫ້ຄຳປຶກສາ ແລະ ຕັກເຕືອນກ່ຽວກັບການປະພຶດຕົນໃນພາຍໜ້າ. ຫລັງຈາກສະພາ, ເພິ່ນຈະສືບຕໍ່ໃຫ້ການສະໜັບສະໜູນຖ້າຈຳເປັນ.
32.11.2
ການຮັບຄຳປຶກສາສ່ວນຕົວຈາກອະທິການ ຫລື ປະທານສະເຕກ
ໃນສະພາສະມາຊິກກະພາບບາງຄັ້ງ, ຜູ້ນຳອາດພິຈາລະນາວ່າ ສະມາຊິກບໍ່ໄດ້ຢູ່ໃນສະຖານະທີ່ໜ້າເຊື່ອຖື—ແຕ່ການຈຳກັດສະມາຊິກກະພາບຢ່າງເປັນທາງການນັ້ນແມ່ນບໍ່ສົມຄວນ. ໃນກໍລະນີເຫລົ່ານີ້, ສະພາອາດຕັດສິນໃຈວ່າບຸກຄົນຄວນໄດ້ຮັບຄຳປຶກສາສ່ວນຕົວ ແລະ ການແກ້ໄຂຈາກອະທິການ ຫລື ປະທານສະເຕກ. ການໃຫ້ຄຳປຶກສານີ້ອາດລວມທັງການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ ດັ່ງທີ່ລະບຸໄວ້ໃນ 32.8.3.
ການໃຫ້ຄຳປຶກສາສ່ວນຕົວ ແລະ ການຈຳກັດສະມາຊິກກະພາບຢ່າງບໍ່ເປັນທາງການ ບໍ່ໄດ້ເປັນທາງເລືອກເມື່ອສະພາໄດ້ຖືກຈັດຂຶ້ນສຳລັບບາບທີ່ລະບຸໄວ້ໃນ 32.6.1.
32.11.3
ການຈຳກັດສະມາຊິກກະພາບຢ່າງເປັນທາງການ
ໃນສະພາສະມາຊິກກະພາບບາງຄັ້ງ, ຜູ້ນຳອາດພິຈາລະນາວ່າ ສິ່ງທີ່ດີທີ່ສຸດຄືການຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຢ່າງເປັນທາງການຊົ່ວໄລຍະໜຶ່ງ. ການຈຳກັດຢ່າງເປັນທາງການອາດພຽງພໍສຳລັບທຸກຢ່າງ ຍົກເວັ້ນແຕ່ບາບອັນຮ້າຍແຮງທີ່ສຸດ ຫລື ສະຖານະການທີ່ຮ້າຍແຮງທີ່ສຸດ, ຊຶ່ງສະມາຊິກກະພາບຕ້ອງຖືກຖອນ (ເບິ່ງ 32.11.4).
ຜູ້ທີ່ຖືກຈຳກັດສະມາຊິກກະພາບຢ່າງເປັນທາງການ ຍັງຄົງເປັນສະມາຊິກຂອງສາດສະໜາຈັກຢູ່. ເຖິງຢ່າງໃດກໍຕາມ, ສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງເຂົາເຈົ້າຈະຖືກຈຳກັດ ດັ່ງຕໍ່ໄປນີ້:
-
ເຂົາເຈົ້າບໍ່ສາມາດເຂົ້າໄປໃນພຣະວິຫານ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າສາມາດສືບຕໍ່ນຸ່ງເສື້ອຜ້າສັກສິດພຣະວິຫານ ຖ້າຫາກໄດ້ຮັບຂອງປະທານສັກສິດແລ້ວ. ຖ້າຫາກສະມາຊິກມີໃບຮັບຮອງເຂົ້າພຣະວິຫານ, ຜູ້ນຳຈະຍົກເລີກມັນຢູ່ໃນ LCR.
-
ເຂົາເຈົ້າບໍ່ຄວນໃຊ້ຖານະປະໂລຫິດ.
-
ເຂົາເຈົ້າບໍ່ຄວນຮັບສ່ວນສິນລະລຶກ ຫລື ເຂົ້າຮ່ວມໃນການສະໜັບສະໜູນເຈົ້າໜ້າທີ່ຂອງສາດສະໜາຈັກ.
-
ເຂົາເຈົ້າບໍ່ຄວນກ່າວຄຳປາໄສ, ສິດສອນບົດຮຽນ, ຫລື ອະທິຖານໃນສະຖານທີ່ຂອງສາດສະໜາຈັກ. ເຂົາເຈົ້າທັງບໍ່ຄວນຮັບໃຊ້ໃນການເອີ້ນຂອງສາດສະໜາຈັກເຊັ່ນກັນ.
ເຂົາເຈົ້າຖືກຊຸກຍູ້ໃຫ້ໄປຮ່ວມການປະຊຸມ ແລະ ກິດຈະກຳຂອງສາດສະໜາຈັກ ຖ້າຫາກການປະພຶດຂອງເຂົາເຈົ້າຮຽບຮ້ອຍດີ. ເຂົາເຈົ້າກໍຖືກຊຸກຍູ້ໃຫ້ຈ່າຍເງິນສ່ວນສິບ ແລະ ເງິນບໍລິຈາກເຊັ່ນກັນ.
ອະທິການ ຫລື ປະທານສະເຕກອາດເພີ່ມເງື່ອນໄຂຢ່າງອື່ນ, ດັ່ງເຊັ່ນ ການໃຫ້ຢູ່ຫ່າງໆຈາກສື່ລາມົກ ແລະ ອິດທິພົນຊົ່ວຮ້າຍອື່ນໆ. ຕາມປົກກະຕິແລ້ວເພິ່ນຈະເພີ່ມເງື່ອນໄຂໃນທາງບວກ. ສິ່ງເຫລົ່ານີ້ອາດລວມທັງການໄປໂບດເປັນປະຈຳ, ການອະທິຖານເປັນປະຈຳ, ແລະ ການອ່ານພຣະຄຳພີ ແລະ ວາລະສານອື່ນໆຂອງສາດສະໜາຈັກ.
ຖ້າຫາກສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຈຳກັດຢ່າງເປັນທາງການ, ມັນຈະຖືກໝາຍເຫດໄວ້ໃນບັນທຶກສະມາຊິກກະພາບ.
ໄລຍະເວລາຂອງການຈຳກັດຢ່າງເປັນທາງການ ຕາມປົກກະຕິແລ້ວຈະເປັນຢ່າງໜ້ອຍໜຶ່ງປີ ແລະ ອາດດົນກວ່ານັ້ນ. ເມື່ອສະມາຊິກມີຄວາມກ້າວໜ້າທີ່ລະບຸໃນການກັບໃຈຢ່າງແທ້ຈິງ, ອະທິການ ຫລື ປະທານສະເຕກຈະຈັດສະພາຂຶ້ນອີກ ເພື່ອພິຈາລະນາຖອນການຈຳກັດ (ເບິ່ງ 32.16.1). ຖ້າຫາກສະມາຊິກສືບຕໍ່ກະທຳບາບນັ້ນຢູ່, ຜູ້ນຳສາມາດຈັດສະພາຂຶ້ນອີກຄັ້ງ ເພື່ອພິຈາລະນາມາດຕະການອື່ນ.
32.11.4
ການຖອນສະມາຊິກກະພາບ
ໃນສະພາສະມາຊິກກະພາບບາງຄັ້ງ, ຜູ້ນຳອາດພິຈາລະນາວ່າ ສິ່ງທີ່ດີທີ່ສຸດຄືການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຊົ່ວໄລຍະໜຶ່ງ (ເບິ່ງ ໂມໄຊຢາ 26:36; ແອວມາ 6:3; ໂມໂຣໄນ 6:7; ຄຳສອນ ແລະ ພັນທະສັນຍາ 20:83).
ຈະຕ້ອງຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ ສຳລັບການຄາດຕະກຳ (ດັ່ງທີ່ນິຍາມໄວ້ໃນ 32.6.1.1) ແລະ ການແຕ່ງເມຍຫລາຍຄົນ (ດັ່ງທີ່ອະທິບາຍໄວ້ໃນ 32.6.1.2). ເກືອບທຸກກໍລະນີ ຈະຕ້ອງຖອນສະມາຊິກກະພາບສຳລັບການຮ່ວມເພດກັບສາຍເລືອດດຽວກັນ ດັ່ງທີ່ອະທິບາຍໄວ້ໃນ 32.6.1.2 ແລະ 38.6.10.
ຕາມການຊີ້ນຳຈາກພຣະວິນຍານ, ການຖອນສະມາຊິກກະພາບຂອງບຸກຄົນອາດຈຳເປັນສຳລັບດັ່ງຕໍ່ໄປນີ້:
-
ສຳລັບຜູ້ທີ່ການປະພຶດຂອງເຂົາເຈົ້າເປັນໄພຄຸກຄາມຮ້າຍແຮງຕໍ່ຄົນອື່ນ.
-
ສຳລັບຜູ້ທີ່ໄດ້ກະທຳບາບອັນຮ້າຍແຮງທີ່ສຸດໂດຍສະເພາະ.
-
ສຳລັບຜູ້ທີ່ບໍ່ໄດ້ສະແດງການກັບໃຈຈາກບາບອັນຮ້າຍແຮງ (ເບິ່ງການພິຈາລະນາໃນ 32.7).
-
ສຳລັບຜູ້ທີ່ໄດ້ກະທຳບາບອັນຮ້າຍແຮງທີ່ເປັນໄພຕໍ່ສາດສະໜາຈັກ.
ສະພາສະມາຊິກກະພາບຫວອດ, ສາຂາ, ຫລື ທ້ອງຖິ່ນອາດແນະນຳໃຫ້ຖອນສະມາຊິກກະພາບໃນສາດສະໜາຈັກຈາກບຸກຄົນທີ່ຍັງບໍ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານເທື່ອ. ເຖິງຢ່າງໃດກໍຕາມ, ການອະນຸມັດຈາກປະທານສະເຕກ ຫລື ປະທານເຜີຍແຜ່ແມ່ນຈຳເປັນ ກ່ອນການຕັດສິນຂັ້ນສຸດທ້າຍ.
ຜູ້ທີ່ສະມາຊິກກະພາບໃນສາດສະໜາຈັກໄດ້ຖືກຖອນ ບໍ່ຄວນໄດ້ຮັບສິດທິພິເສດໃດໆຂອງສະມາຊິກກະພາບ.
-
ເຂົາເຈົ້າບໍ່ຄວນເຂົ້າໄປໃນພຣະວິຫານ ຫລື ນຸ່ງເສື້ອຜ້າສັກສິດພຣະວິຫານ. ຖ້າຫາກບຸກຄົນນັ້ນມີໃບຮັບຮອງເຂົ້າພຣະວິຫານ, ຜູ້ນຳຈະຍົກເລີກມັນຢູ່ໃນ LCR.
-
ເຂົາເຈົ້າບໍ່ຄວນໃຊ້ຖານະປະໂລຫິດ.
-
ເຂົາເຈົ້າບໍ່ຄວນຮັບສ່ວນສິນລະລຶກ ຫລື ເຂົ້າຮ່ວມໃນການສະໜັບສະໜູນເຈົ້າໜ້າທີ່ຂອງສາດສະໜາຈັກ.
-
ເຂົາເຈົ້າບໍ່ຄວນກ່າວຄຳປາໄສ, ສິດສອນບົດຮຽນ, ຫລື ອະທິຖານໃນສະຖານທີ່ຂອງສາດສະໜາຈັກ ຫລື ນຳພາກິດຈະກຳໃນໂບດ. ເຂົາເຈົ້າທັງບໍ່ຄວນຮັບໃຊ້ໃນການເອີ້ນຂອງສາດສະໜາຈັກເຊັ່ນກັນ.
-
ເຂົາເຈົ້າບໍ່ຄວນຈ່າຍເງິນສ່ວນສິບ ແລະ ເງິນບໍລິຈາກ.
ເຂົາເຈົ້າຖືກຊຸກຍູ້ໃຫ້ໄປຮ່ວມການປະຊຸມ ແລະ ກິດຈະກຳຂອງສາດສະໜາຈັກ ຖ້າຫາກການປະພຶດຂອງເຂົາເຈົ້າຮຽບຮ້ອຍດີ.
ຜູ້ທີ່ສະມາຊິກກະພາບໃນສາດສະໜາຈັກໄດ້ຖືກຖອນ ສາມາດໄດ້ຮັບການພິຈາລະນາໃຫ້ກັບເຂົ້າເປັນສະມາຊິກຄືນອີກ ໂດຍການຮັບບັບຕິສະມາ ແລະ ການຢືນຢັນ. ຕາມປົກກະຕິແລ້ວ, ກ່ອນອື່ນໝົດເຂົາເຈົ້າຕ້ອງສະແດງການກັບໃຈຢ່າງແທ້ຈິງ ຢ່າງໜ້ອຍໜຶ່ງປີ. ອະທິການ ຫລື ປະທານສະເຕກຈະຈັດສະພາສະມາຊິກກະພາບຂຶ້ນອີກ ເພື່ອພິຈາລະນາການໃຫ້ກັບເຂົ້າເປັນສະມາຊິກຄືນອີກ (ເບິ່ງ 32.16.1).
ຄຳຕັດສິນ ແລະ ຜົນຮັບຂອງສະພາສະມາຊິກກະພາບ
ຄຳຕັດສິນ |
ຜົນຮັບ |
---|---|
ຄຳຕັດສິນ ຢູ່ໃນສະຖານະທີ່ໜ້າເຊື່ອຖື (ເບິ່ງ 32.11.1) | ຜົນຮັບ
|
ຄຳຕັດສິນ ການຮັບຄຳປຶກສາສ່ວນຕົວຈາກອະທິການ ຫລື ປະທານສະເຕກ (ເບິ່ງ 32.11.2) | ຜົນຮັບ
|
ຄຳຕັດສິນ ການຈຳກັດສະມາຊິກກະພາບຢ່າງເປັນທາງການ (ເບິ່ງ 32.11.3) | ຜົນຮັບ
|
ຄຳຕັດສິນ ການຖອນສະມາຊິກກະພາບ (ເບິ່ງ 32.11.4) | ຜົນຮັບ
|
32.11.5
ຄຳຖາມກ່ຽວກັບການຕັດສິນໃຈໃນເລື່ອງຍາກໆ
ອະທິການຈະສົ່ງຄຳຖາມກ່ຽວກັບແນວທາງຊີ້ນຳໃນຄູ່ມືສຳລັບສະພາສະມາຊິກກະພາບໄປໃຫ້ປະທານສະເຕກ.
ໃນເລື່ອງຍາກໆ, ປະທານສະເຕກອາດສະແຫວງຫາຄຳແນະນຳຈາກສາວົກເຈັດສິບປະຈຳເຂດທີ່ຖືກມອບໝາຍຂອງເພິ່ນ. ປະທານສະເຕກຕ້ອງປຶກສາກັບຝ່າຍປະທານເຂດໃນເລື່ອງທີ່ລະບຸໄວ້ໃນ 32.6.3. ເຖິງຢ່າງໃດກໍຕາມ, ປະທານສະເຕກບໍ່ຄວນຖາມສາວົກເຈັດສິບ ຫລື ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ວ່າຈະຕັດສິນເລື່ອງຍາກໆແນວໃດ. ປະທານສະເຕກຕັດສິນໃຈວ່າຄວນຈັດສະພາຂຶ້ນຫລືບໍ່ ເພື່ອແກ້ໄຂການປະພຶດ. ຖ້າຫາກຕ້ອງຈັດສະພາຂຶ້ນ, ປະທານສະເຕກ ຫລື ອະທິການຈະຕັດສິນຜົນຂອງສະພາ.
32.11.6
ສິດອຳນາດຂອງຝ່າຍປະທານສູງສຸດ
ຝ່າຍປະທານສູງສຸດມີສິດອຳນາດຂັ້ນສຸດທ້າຍເໜືອການຈຳກັດ ແລະ ການຖອນສະມາຊິກກະພາບໃນສາດສະໜາຈັກ.
32.12
ການແຈ້ງ ແລະ ການປະກາດ
ຄຳຕັດສິນຂອງສະພາສະມາຊິກກະພາບຖືກສື່ສານກັບບຸກຄົນ—ແລະ ຄົນອື່ນເມື່ອຈຳເປັນ—ດັ່ງທີ່ອະທິບາຍໄວ້ຢູ່ຂ້າງລຸ່ມ.
32.12.1
ການແຈ້ງບຸກຄົນເລື່ອງຄຳຕັດສິນ
ຕາມປົກກະຕິແລ້ວອະທິການ ຫລື ປະທານສະເຕກຈະບອກບຸກຄົນເລື່ອງຜົນຮັບຂອງສະພາເມື່ອສິ້ນສຸດລົງ. ເຖິງຢ່າງໃດກໍຕາມ, ເພິ່ນອາດຢຸດພັກສະພາຊົ່ວໄລຍະໜຶ່ງ ເພື່ອຂໍການນຳພາ ຫລື ຂໍ້ມູນກ່ອນຈະໃຫ້ຄຳຕັດສິນ.
ສະພາສະມາຊິກກະພາບຫວອດ, ສາຂາ, ຫລື ທ້ອງຖິ່ນອາດແນະນຳໃຫ້ຖອນສະມາຊິກກະພາບໃນສາດສະໜາຈັກຈາກບຸກຄົນທີ່ຍັງບໍ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານເທື່ອ. ເຖິງຢ່າງໃດກໍຕາມ, ການອະນຸມັດຈາກປະທານສະເຕກ ຫລື ປະທານເຜີຍແຜ່ແມ່ນຈຳເປັນ ກ່ອນການຕັດສິນຂັ້ນສຸດທ້າຍ.
ອະທິການ ຫລື ປະທານສະເຕກຈະອະທິບາຍຜົນກະທົບຂອງການຕັດສິນ ດັ່ງທີ່ລະບຸໄວ້ໃນ 32.11. ຕາມປົກກະຕິແລ້ວເພິ່ນຈະໃຫ້ຄຳແນະນຳກ່ຽວກັບເງື່ອນໄຂຂອງການກັບໃຈນຳອີກ ເພື່ອການຈຳກັດຈະຖືກຖອນ ຫລື ບຸກຄົນຈະສາມາດຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກໄດ້ແນວໃດ.
ອະທິການ ຫລື ປະທານສະເຕກຈະມອບໃບແຈ້ງຄຳຕັດສິນ ແລະ ຜົນກະທົບຂອງການຕັດສິນເປັນລາຍລັກອັກສອນ ໃຫ້ບຸກຄົນນັ້ນຢ່າງໄວ. ໃບແຈ້ງດັ່ງກ່າວປະກອບດ້ວຍຄຳຖະແຫລງທົ່ວໄປ ວ່າໄດ້ດຳເນີນການກັບການປະພຶດທີ່ຂັດກັບກົດ ແລະ ລະບຽບຂອງສາດສະໜາຈັກແນວໃດ. ໃບແຈ້ງກໍຍັງລວມທັງຄຳແນະນຳກ່ຽວກັບການຖອນການຈຳກັດສະມາຊິກກະພາບ ຫລື ການກັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກເຊັ່ນກັນ. ມັນຄວນແຈ້ງໃຫ້ບຸກຄົນຊາບວ່າ ເຂົາສາມາດອຸທອນຄຳຕັດສິນນັ້ນ (ເບິ່ງ 32.13).
ຖ້າຫາກບຸກຄົນບໍ່ໄດ້ເຂົ້າຮ່ວມສະພາ, ໃບແຈ້ງຄຳຕັດສິນທີ່ເປັນລາຍລັກອັກສອນອາດພຽງພໍໃນການແຈ້ງໃຫ້ເຂົາຊາບກ່ຽວກັບຄຳຕັດສິນ. ອະທິການ ຫລື ປະທານສະເຕກກໍສາມາດພົບກັບບຸກຄົນນັ້ນໄດ້.
ອະທິການ ຫລື ປະທານສະເຕກຈະບໍ່ມອບໃບສຳເນົາຂອງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ ໃຫ້ແກ່ບຸກຄົນນັ້ນ.
32.12.2
ການແຈ້ງຄົນອື່ນກ່ຽວກັບຄຳຕັດສິນ
ຖ້າຫາກອະທິການ ຫລື ປະທານສະເຕກຈຳກັດສິດທິພິເສດສະມາຊິກກະພາບຂອງບຸກຄົນຢ່າງບໍ່ເປັນທາງການ ໃນການໃຫ້ຄຳປຶກສາສ່ວນຕົວ, ຕາມປົກກະຕິແລ້ວເພິ່ນຈະບໍ່ແຈ້ງໃຫ້ຜູ້ໃດຊາບ (ເບິ່ງ 32.8.3). ເຖິງຢ່າງໃດກໍຕາມ, ຜູ້ນຳຈະສື່ສານກັນກ່ຽວກັບການຈຳກັດຢ່າງບໍ່ເປັນທາງການ ຂະນະທີ່ພວກເພິ່ນຊ່ວຍເຫລືອສະມາຊິກ.
ຖ້າຫາກສິດທິພິເສດສະມາຊິກກະພາບຂອງບຸກຄົນໄດ້ຖືກຈຳກັດຢ່າງເປັນທາງການ ຫລື ຖືກຖອນໃນສະພາສະມາຊິກກະພາບ, ອະທິການ ຫລື ປະທານສະເຕກຈະບອກຄຳຕັດສິນກັບຜູ້ທີ່ຈຳເປັນຕ້ອງຮູ້ເທົ່ານັ້ນ. ແນວທາງຊີ້ນຳດັ່ງຕໍ່ໄປນີ້ກ່ຽວຂ້ອງ.
-
ເພິ່ນພິຈາລະນາຄວາມຕ້ອງການຂອງຜູ້ເສຍຫາຍ ແລະ ຜູ້ມີແນວໂນ້ມຈະເປັນຜູ້ເສຍຫາຍ ແລະ ຄວາມຮູ້ສຶກຂອງຄອບຄົວຂອງບຸກຄົນ.
-
ເພິ່ນຈະບໍ່ບອກຄຳຕັດສິນ ຖ້າຫາກບຸກຄົນກຳລັງອຸທອນຄຳຕັດສິນນັ້ນ. ເຖິງຢ່າງໃດກໍຕາມ, ເພິ່ນອາດບອກວ່າ ຄຳຕັດສິນກຳລັງຖືກອຸທອນ ຖ້າຫາກເພິ່ນຮູ້ສຶກວ່າຈຳເປັນທີ່ຈະປົກປ້ອງຜູ້ມີແນວໂນ້ມຈະເປັນຜູ້ເສຍຫາຍ. ເພິ່ນອາດບອກຄຳຕັດສິນ ເພື່ອສະໜັບສະໜູນການປິ່ນປົວຜູ້ເສຍຫາຍ (ເຖິງແມ່ນເພິ່ນບໍ່ລະບຸຊື່ຂອງຜູ້ເສຍຫາຍກໍຕາມ) ຫລື ເພື່ອປົກປ້ອງຄຸນນະທຳຂອງສາດສະໜາຈັກ.
-
ຖ້າຈຳເປັນ, ອະທິການຈະບອກຄຳຕັດສິນເປັນການລັບກັບສະມາຊິກສະພາຫວອດ. ການນີ້ເພື່ອແຈ້ງໃຫ້ຜູ້ນຳທີ່ອາດຄິດວ່າບຸກຄົນນັ້ນພ້ອມສຳລັບການເອີ້ນ, ສິດສອນບົດຮຽນ, ຫລື ອະທິຖານ ຫລື ກ່າວຄຳປາໄສ. ທັງຊຸກຍູ້ຜູ້ນຳໃຫ້ດູແລ ແລະ ສະໜັບສະໜູນສະມາຊິກ ແລະ ຄອບຄົວຂອງລາວ.
-
ດ້ວຍການອະນຸມັດຈາກປະທານສະເຕກ, ອະທິການອາດບອກຄຳຕັດສິນໃນການປະຊຸມກຸ່ມແອວເດີ ແລະ ສະມາຄົມສະຕີສົງເຄາະຂອງຫວອດເພິ່ນ ຖ້າຫາກສະຖານະການກ່ຽວຂ້ອງກັບ:
-
ພຶດຕິກຳການລ່າເຫຍື່ອທີ່ອາດເປັນໄພຄຸກຄາມຕໍ່ຄົນອື່ນ.
-
ການສິດສອນຄຳສອນເທັດ ຫລື ການປະຖິ້ມຄວາມເຊື່ອໃນຮູບແບບອື່ນ.
-
ບາບທີ່ແຈ້ງຊັດດັ່ງເຊັ່ນ ການແຕ່ງເມຍຫລາຍຄົນ ຫລື ການໃຊ້ຄຳສອນຂອງລັດທິບ້າຄັ່ງ ເພື່ອດຶງດູດຜູ້ຕິດຕາມ.
-
ການກ່າວຂັດແຍ້ງການກະທຳ ຫລື ຄຳສອນຂອງຜູ້ນຳຂອງສາດສະໜາຈັກລະດັບສາມັນ ຫລື ລະດັບທ້ອງຖິ່ນໃນສາທາລະນະ.
-
-
ໃນກໍລະນີເຊັ່ນນັ້ນ, ປະທານສະເຕກອາດຕ້ອງອະນຸຍາດໃຫ້ບອກສະມາຊິກຂອງຫວອດອື່ນໃນສະເຕກນຳອີກ.
-
ໃນບາງກໍລະນີ, ອະທິການ ຫລື ປະທານສະເຕກອາດຮູ້ສຶກວ່າ ມັນເປັນປະໂຫຍດທີ່ຈະແຈ້ງໃຫ້ຜູ້ເສຍຫາຍບາງຄົນ ຫລື ທຸກຄົນ ແລະ ຄອບຄົວຂອງເຂົາເຈົ້ຳຊາບວ່າ ສະພາສະມາຊິກກະພາບໄດ້ຖືກຈັດຂຶ້ນສຳລັບບຸກຄົນນັ້ນແລ້ວ. ເພິ່ນເຮັດສິ່ງນີ້ຜ່ານທາງອະທິການ ຫລື ປະທານສະເຕກຂອງເຂົາເຈົ້າ.
-
ຖ້າຫາກແນວໂນ້ມການລ່າເຫຍື່ອຂອງບຸກຄົນເຮັດໃຫ້ຄົນອື່ນຕົກຢູ່ໃນອັນຕະລາຍ, ອະທິການ ຫລື ປະທານສະເຕກອາດໃຫ້ຄຳເຕືອນເພື່ອປົກປ້ອງຄົນອື່ນ. ເພິ່ນຈະບໍ່ເປີດເຜີຍຂໍ້ມູນທີ່ເປັນຄວາມລັບ ແລະ ຈະບໍ່ຄາດເດົາ.
-
ໃນກໍລະນີອື່ນທັງໝົດ, ອະທິການ ຫລື ປະທານສະເຕກຈະບອກສະເພາະຄຳຖະແຫລງທົ່ວໄປເທົ່ານັ້ນ. ເພິ່ນພຽງແຕ່ຈະກ່າວວ່າ ສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຈຳກັດ ຫລື ຖືກຖອນເນື່ອງຈາກການປະພຶດທີ່ຂັດກັບກົດ ແລະ ລະບຽບຂອງສາດສະໜາຈັກ. ເພິ່ນຈະຂໍໃຫ້ຜູ້ທີ່ຢູ່ທີ່ນັ້ນບໍ່ສົນທະນາເລື່ອງນີ້. ເພິ່ນຈະບໍ່ຂໍສຽງສະໜັບສະໜູນ ຫລື ຄຳຄັດຄ້ານກັບຄຳຕັດສິນ.
-
ຖ້າຫາກສະມາຊິກຢູ່ໃນສະຖານະທີ່ໜ້າເຊື່ອຖືຫລັງຈາກສະພາສະມາຊິກກະພາບ (ເບິ່ງ 32.11.1), ອະທິການ ຫລື ປະທານສະເຕກອາດບອກໃຫ້ຊາບ ເພື່ອກຳຈັດຂ່າວເລົ່າລື.
32.12.3
ການບອກເລື່ອງການລາອອກຈາກສະມາຊິກກະພາບ
ໃນບາງກໍລະນີ, ອະທິການອາດຕ້ອງໄດ້ບອກວ່າ ບຸກຄົນໄດ້ລາອອກຈາກສະມາຊິກກະພາບໃນສາດສະໜາຈັກແລ້ວ (ເບິ່ງ 32.14.9). ອະທິການຈະບໍ່ໃຫ້ລາຍລະອຽດອື່ນ.
32.13
ການອຸທອນຄຳຕັດສິນ
ສະມາຊິກສາມາດອຸທອນຄຳຕັດສິນຂອງສະພາສະມາຊິກກະພາບຫວອດ ຕໍ່ປະທານສະເຕກພາຍໃນ 30 ວັນ. ປະທານສະເຕກຈະຈັດສະພາສະມາຊິກກະພາບສະເຕກຂຶ້ນ ເພື່ອພິຈາລະນາການອຸທອນ. ເພິ່ນກໍອາດຂໍໃຫ້ອະທິການເອີ້ນປະຊຸມສະພາ ແລະ ພິຈາລະນາຄຳຕັດສິນຄືນອີກ, ໂດຍສະເພາະຖ້າຫາກມີຂໍ້ມູນໃໝ່.
ສະມາຊິກສາມາດອຸທອນການຕັດສິນຂອງສະພາສະມາຊິກກະພາບສະເຕກ ໂດຍການຂຽນຈົດໝາຍເປັນລາຍລັກອັກສອນໄປຫາຝ່າຍປະທານສູງສຸດພາຍໃນ 30 ວັນ. ສະມາຊິກຈະມອບຈົດໝາຍໃຫ້ປະທານສະເຕກ ເພື່ອສົ່ງໄປໃຫ້ຝ່າຍປະທານສູງສຸດ.
ຢູ່ໃນເຂດເຜີຍແຜ່, ສະມາຊິກສາມາດອຸທອນການຕັດສິນຂອງສະພາສະມາຊິກກະພາບສາຂາ ຫລື ທ້ອງຖິ່ນ ຕໍ່ປະທານເຜີຍແຜ່ພາຍໃນ 30 ວັນ. ປະທານເຜີຍແຜ່ຈະຈັດສະພາສະມາຊິກກະພາບຂຶ້ນ ເພື່ອພິຈາລະນາການອຸທອນ. ຖ້າຫາກເວລາ ຫລື ໄລຍະທາງກີດກັນເພິ່ນຈາກການເຮັດສິ່ງນີ້, ເພິ່ນຈະເຮັດຕາມຄຳແນະນຳດັ່ງຕໍ່ໄປນີ້ໃນ 32.9.4.
ຖ້າຫາກປະທານເຜີຍແຜ່ດຳເນີນສະພາ, ສະມາຊິກສາມາດອຸທອນຄຳຕັດສິນ ໂດຍການຂຽນຈົດໝາຍຫາຝ່າຍປະທານສູງສຸດເປັນລາຍລັກອັກສອນພາຍໃນ 30 ວັນ. ສະມາຊິກຈະມອບຈົດໝາຍໃຫ້ປະທານເຜີຍແຜ່ ເພື່ອສົ່ງໄປໃຫ້ຝ່າຍປະທານສູງສຸດ.
ບຸກຄົນທີ່ອຸທອນຄຳຕັດສິນ ຈະລະບຸເປັນລາຍລັກອັກສອນເຖິງຂໍ້ຜິດພາດ ຫລື ຄວາມບໍ່ຍຸດຕິທຳໃນການດຳເນີນການ ຫລື ຄຳຕັດສິນ.
ຖ້າຫາກສະພາສະມາຊິກກະພາບຖືກຈັດຂຶ້ນເພື່ອພິຈາລະນາການອຸທອນ, ຄຳຕັດສິນໜຶ່ງ ຫລື ສອງຢ່າງຕໍ່ໄປນີ້ ອາດຈະເກີດຂຶ້ນ:
-
ຢືນຢັດກັບຄຳຕັດສິນຄັ້ງທຳອິດ.
-
ປັບປ່ຽນຄຳຕັດສິນຄັ້ງທຳອິດ.
ຄຳຕັດສິນຈາກຝ່າຍປະທານສູງສຸດຖືເປັນຂັ້ນສຸດທ້າຍ ແລະ ບໍ່ສາມາດອຸທອນໄດ້ອີກ.
32.14
ລາຍງານ ແລະ ບັນທຶກສະມາຊິກກະພາບ
32.14.1
ລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ
ຫລັງຈາກສະພາສະມາຊິກກະພາບແຕ່ລະຄັ້ງ, ອະທິການ ຫລື ປະທານສະເຕກຈະສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກໂດຍທັນທີ ຜ່ານທາງ LCR. ເພິ່ນອາດຂໍໃຫ້ສະໝຽນຈັດກຽມໃບລາຍງານ. ເພິ່ນຈະໃຫ້ແນ່ໃຈວ່າ ບໍ່ມີສຳເນົາຟອມເປັນເຈ້ຍ ຫລື ອີເລັກໂທຣນິກຖືກເກັບໄວ້ໃນທ້ອງຖິ່ນ. ເພິ່ນກໍຍັງຈະໃຫ້ແນ່ໃຈວ່າ ບັນທຶກໃດໆກໍຕາມທີ່ໄດ້ໃຊ້ເພື່ອຈັດກຽມໃບລາຍງານຖືກທຳລາຍໂດຍທັນທີ.
32.14.2
ການຈຳກັດສະມາຊິກກະພາບໃນສາດສະໜາຈັກຢ່າງເປັນທາງການ
ການຈຳກັດສະມາຊິກກະພາບໃນສາດສະໜາຈັກຢ່າງເປັນທາງການໄດ້ຖືກໝາຍເຫດໄວ້ຢູ່ໃນບັນທຶກສະມາຊິກກະພາບຂອງບຸກຄົນ. ສຳນັກງານໃຫຍ່ຂອງສາດສະໜາຈັກຈະຂຽນໝາຍເຫດເລື່ອງນີ້ ຫລັງຈາກໄດ້ຮັບໃບລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ. ເມື່ອສະມາຊິກໄດ້ກັບໃຈແລ້ວ, ຜູ້ນຳຕ້ອງຈັດສະພາຂຶ້ນອີກຄັ້ງ ເພື່ອພິຈາລະນາການຖອນການຈຳກັດເຫລົ່ານີ້ (ເບິ່ງ 32.16.1).
32.14.3
ບັນທຶກຫລັງຈາກສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຖອນ
ຖ້າຫາກສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຖອນ, ສຳນັກງານໃຫຍ່ຂອງສາດສະໜາຈັກຈະລຶບບັນທຶກສະມາຊິກກະພາບ ຫລັງຈາກໄດ້ຮັບໃບລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ. ຖ້າຫາກບຸກຄົນປາດຖະໜາ, ຜູ້ນຳສາມາດຊ່ວຍໃຫ້ເຂົາກະກຽມສຳລັບການຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ ໂດຍການຮັບບັບຕິສະມາ ແລະ ການຢືນຢັນ (ເບິ່ງ 32.16.1).
32.14.4
ບັນທຶກຫລັງຈາກການຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ
ຫລັງຈາກບຸກຄົນຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ, ອະທິການຈະສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ. ໃບຢັ້ງຢືນການບັບຕິສະມາ ແລະ ການຢືນຢັນຈະບໍ່ຖືກສ້າງ. ແທນນັ້ນ, ການບັບຕິສະມາ ແລະ ການຢືນຢັນຈະຖືກບັນທຶກໄວ້ຢູ່ໃນຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ.
ຖ້າຫາກສະມາຊິກບໍ່ໄດ້ຮັບຂອງປະທານສັກສິດ, ສຳນັກງານໃຫຍ່ຂອງສາດສະໜາຈັກຈະຈັດບັນທຶກສະມາຊິກກະພາບທີ່ສະແດງວັນເດືອນປີຂອງການຮັບບັບຕິສະມາຄັ້ງທຳອິດ ແລະ ພິທີການອື່ນໆ. ບັນທຶກຈະບໍ່ມີການອ້າງເຖິງການສູນເສຍສະມາຊິກກະພາບໃນສາດສະໜາຈັກ.
ຖ້າຫາກສະມາຊິກໄດ້ຮັບຂອງປະທານສັກສິດແລ້ວ, ສຳນັກງານໃຫຍ່ຂອງສາດສະໜາຈັກຈະອັບເດດບັນທຶກສະມາຊິກກະພາບ ທີ່ສະແດງວັນເດືອນປີຂອງການຮັບບັບຕິສະມາ ແລະ ການຢືນຢັນໃໝ່. ບັນທຶກນີ້ກໍຍັງລວມທັງຂໍ້ຄວາມ “ຕ້ອງໄດ້ຮັບການຟື້ນຟູພອນ.” ຫລັງຈາກພອນຂອງສະມາຊິກໄດ້ຖືກຟື້ນຟູຄືນໃຫ້ (ເບິ່ງ 32.17.2), ບັນທຶກສະມາຊິກກະພາບຈະຖືກອັບເດດ ເພື່ອສະແດງວັນເດືອນປີຂອງການຮັບບັບຕິສະມາຄັ້ງທຳອິດ ແລະ ພິທີການອື່ນໆ. ມັນຈະບໍ່ມີການອ້າງເຖິງການສູນເສຍສະມາຊິກກະພາບໃນສາດສະໜາຈັກ.
32.14.5
ບັນທຶກສະມາຊິກກະພາບພ້ອມດ້ວຍໝາຍເຫດປະກອບ
ເມື່ອໄດ້ຮັບອະນຸມັດຈາກຝ່າຍປະທານສູງສຸດ, ສຳນັກງານໃຫຍ່ຂອງສາດສະໜາຈັກຈະໝາຍເຫດປະກອບບັນທຶກສະມາຊິກກະພາບຂອງບຸກຄົນ ໃນສະຖານະການຢ່າງໃດໜຶ່ງຢູ່ຂ້າງລຸ່ມນີ້.
-
ອະທິການ ຫລື ປະທານສະເຕກຈະສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກໄປ ໂດຍລະບຸວ່າ ສະມາຊິກກະພາບຂອງບຸກຄົນຖືກຈຳກັດ ຫລື ຖືກຖອນເປັນທາງການ ເພາະການປະພຶດຢ່າງໃດຢ່າງໜຶ່ງດັ່ງຕໍ່ໄປນີ້:
-
ການຮ່ວມເພດກັບສາຍເລືອດດຽວກັນ
-
ການຂົ່ມຂືນເດັກ ຫລື ຊາວໜຸ່ມ, ການສະແຫວງຫາຜົນປະໂຫຍດທາງເພດຈາກເດັກ ຫລື ຊາວໜຸ່ມ, ຫລື ການຂົ່ມເຫັງເດັກ ຫລື ຊາວໜຸ່ມທາງຮ່າງກາຍ ຫລື ທາງອາລົມຢ່າງຮ້າຍແຮງ
-
ການພົວພັນກັບຮູບພາບລາມົກເດັກ ດັ່ງທີ່ລະບຸໄວ້ໃນ 38.6.6
-
ການແຕ່ງເມຍຫລາຍຄົນ
-
ພຶດຕິກຳການລ່າເຫຍື່ອທາງເພດຂອງຜູ້ໃຫຍ່
-
ຂ້າມເພດ—ການກະທຳທີ່ປ່ຽນເພດກົງກັນຂ້າມກັບເພດຊີວະພາບໃນເວລາເກີດ (ເບິ່ງ 38.6.23)
-
ການຍັກຍອກເງິນທຶນຂອງສາດສະໜາຈັກ ຫລື ການລັກຊັບສິນຂອງສາດສະໜາຈັກ (ເບິ່ງ 32.6.3.3)
-
ການໃຊ້ສະຫວັດດີການຂອງສາດສະໜາຈັກຢ່າງບໍ່ເໝາະສົມ
-
ພຶດຕິກຳທີ່ເປັນໄພຄຸກຄາມ (ດັ່ງເຊັ່ນ ທາງເພດ, ຄວາມຮຸນແຮງ, ຫລື ທາງການເງິນ) ຫລື ການປະພຶດທີ່ເປັນໄພຕໍ່ສາດສະໜາຈັກ.
-
-
ອະທິການ ແລະ ປະທານສະເຕກຈະສົ່ງໃບແຈ້ງເປັນລາຍລັກອັກສອນວ່າບຸກຄົນ:
-
ໄດ້ຍອມຮັບ ຫລື ຖືກຕັດສິນວ່າ ມີຄວາມຜິດທາງອາຊະຍາກຳທີ່ກ່ຽວຂ້ອງກັບຢ່າງໜຶ່ງທີ່ລະບຸໄວ້ຢູ່ຂ້າງເທິງ.
-
ຖືກພົບວ່າຕ້ອງຮັບຜິດຊອບໃນຄະດີແພ່ງຖານສໍ້ໂກງ ຫລື ການກະທຳຜິດກົດໝາຍອື່ນໆ ທີ່ກ່ຽວຂ້ອງກັບການກະທຳຢ່າງໜຶ່ງທີ່ລະບຸໄວ້ຢູ່ຂ້າງເທິງ.
-
ເມື່ອອະທິການໄດ້ຮັບບັນທຶກສະມາຊິກກະພາບທີ່ມີໝາຍເຫດປະກອບ, ເພິ່ນຈະເຮັດຕາມຄຳແນະນຳໃນໝາຍເຫດປະກອບ.
ພຽງແຕ່ຝ່າຍປະທານສູງສຸດເທົ່ານັ້ນທີ່ສາມາດອະນຸມັດການລຶບໝາຍເຫດປະກອບຈາກບັນທຶກສະມາຊິກກະພາບ. ຖ້າຫາກປະທານສະເຕກແນະນຳການລຶບໝາຍເຫດປະກອບ, ເພິ່ນຈະໃຊ້ LCR (ເບິ່ງ 6.2.3). ຫ້ອງການຂອງຝ່າຍປະທານສູງສຸດຈະແຈ້ງໃຫ້ເພິ່ນຊາບ ຖ້າຫາກຄຳແນະນຳຂອງເພິ່ນໄດ້ຮັບການອະນຸມັດຫລືບໍ່ກໍຕາມ.
32.14.6
ການລາຍງານການລັກເງິນທຶນຂອງສາດສະໜາຈັກ
ຖ້າຫາກສະມາຊິກກະພາບຂອງບຸກຄົນຖືກຈຳກັດ ຫລື ຖືກຖອນ ເພາະການຍັກຍອກເງິນທຶນຂອງສາດສະໜາຈັກ, ອະທິການ ຫລື ປະທານສະເຕກຈະລາຍງານເລື່ອງນີ້ ດັ່ງທີ່ລະບຸໄວ້ໃນ 34.7.5.
32.14.7
ຂໍ້ຈຳກັດການຍ້າຍບັນທຶກສະມາຊິກກະພາບ
ບາງຄັ້ງສະມາຊິກຂອງສາດສະໜາຈັກໄດ້ຍ້າຍໄປຢູ່ບ່ອນໃໝ່ ຂະນະທີ່ດຳເນີນການເລື່ອງສະມາຊິກກະພາບ ຫລື ບັນຫາຮ້າຍແຮງອື່ນຍັງຄ້າງຄາຢູ່. ບາງຄັ້ງອະທິການຕ້ອງໄດ້ແບ່ງປັນຂໍ້ມູນກັບອະທິການຄົນໃໝ່ ກ່ອນທີ່ຈະສົ່ງບັນທຶກສະມາຊິກກະພາບໄປໃຫ້ໜ່ວຍສາດສະໜາຈັກບ່ອນໃໝ່. ໃນກໍລະນີເຫລົ່ານີ້, ອະທິການ (ຫລື ສະໝຽນ ຖ້າໄດ້ຮັບອະນຸຍາດ) ອາດໝາຍຂໍ້ຈຳກັດການຍ້າຍໃສ່ໃນບັນທຶກສະມາຊິກກະພາບ. ບັນທຶກຈະຖືກຮັກສາໄວ້ຢູ່ໃນໜ່ວຍສາດສະໜາຈັກບ່ອນເກົ່າ ຈົນກວ່າອະທິການ (ຫລື ສະໝຽນ ຖ້າໄດ້ຮັບອະນຸຍາດ) ຈະລຶບຂໍ້ຈຳກັດອອກ. ການເຮັດສິ່ງນີ້ ຈະໃຫ້ໂອກາດອະທິການໄດ້ບອກເຖິງຄວາມກັງວົນ ແລະ ຂໍ້ມູນ.
32.14.8
ບັນທຶກຂອງຜູ້ຖືກຈຳຄຸກ
ສະມາຊິກບາງຄົນໄດ້ຖືກຕັດສິນວ່າມີຄວາມຜິດທາງອາຊະຍາກຳ ແລະ ຖືກຈຳຄຸກ. ອະທິການ ຫລື ປະທານສະເຕກຂອງໜ່ວຍສາດສະໜາຈັກບ່ອນທີ່ບຸກຄົນໄດ້ອາໄສຢູ່ ເມື່ອການກະທຳຄວາມຜິດທາງອາຊະຍາກຳໄດ້ເກີດຂຶ້ນ ຈະດຳເນີນການທີ່ຈຳເປັນ ເພື່ອຈຳກັດ ຫລື ຖອນສະມາຊິກກະພາບຢ່າງເປັນທາງການ. ຖ້າຫາກສິດທິພິເສດສະມາຊິກກະພາບຖືກຈຳກັດ, ຜູ້ນຳ (ຫລື ສະໝຽນ ຖ້າໄດ້ຮັບອະນຸຍາດ) ຈະສົ່ງບັນທຶກສະມາຊິກກະພາບໄປໃຫ້ໜ່ວຍສາດສະໜາຈັກບ່ອນທີ່ຮັບຜິດຊອບດູແລສະຖານທີ່ ທີ່ບຸກຄົນຖືກຈຳຄຸກ. ຖ້າຫາກສະມາຊິກກະພາບຖືກຖອນ, ອະທິການ ຫລື ປະທານສະເຕກຈະຕິດຕໍ່ຫາຜູ້ນຳຂອງໜ່ວຍສາດສະໜາຈັກບ່ອນນັ້ນ. (ເບິ່ງ 32.15.)
32.14.9
ການຂໍລາອອກຈາກສະມາຊິກກະພາບ
ຖ້າຫາກສະມາຊິກຂໍລາອອກຈາກສະມາຊິກກະພາບໃນສາດສະໜາຈັກຂອງເຂົາ, ອະທິການຈະຕິດຕໍ່ຫາບຸກຄົນນັ້ນ ຖ້າຫາກວ່າເຂົາເຕັມໃຈທີ່ຈະສົນທະນາກ່ຽວກັບຂໍ້ກັງວົນ ແລະ ພະຍາຍາມແກ້ໄຂບັນຫາ. ອະທິການ ແລະ ສະມາຊິກອາດປຶກສາກັບປະທານສະເຕກນຳອີກ. ຜູ້ນຳຈະໃຫ້ແນ່ໃຈວ່າ ສະມາຊິກເຂົ້າໃຈຜົນຮັບດັ່ງຕໍ່ໄປນີ້ ຂອງການລາອອກຈາກສະມາຊິກກະພາບໃນສາດສະໜາຈັກ:
-
ມັນຈະຖອນພິທີການທັງໝົດ.
-
ມັນຈະລຶບສິດທິພິເສດສະມາຊິກກະພາບທັງໝົດ.
-
ການຖືກຮັບເຂົ້າເປັນສະມາຊິກຄືນອີກໂດຍການຮັບບັບຕິສະມາ ແລະ ການຢືນຢັນສາມາດເຮັດໄດ້ພຽງແຕ່ເມື່ອ ຫລັງຈາກການສຳພາດທີ່ລະອຽດເທົ່ານັ້ນ ແລະ, ໃນຫລາຍກໍລະນີ, ຫລັງຈາກສະພາສະມາຊິກກະພາບ (ເບິ່ງ 32.16.2).
-
ບຸກຄົນທີ່ເຄີຍໄດ້ຮັບຂອງປະທານສັກສິດແລ້ວ ສາມາດໄດ້ຮັບການຟື້ນຟູພອນຂອງຖານະປະໂລຫິດ ແລະ ພອນຂອງພຣະວິຫານຄືນໃຫ້ ພຽງແຕ່ເມື່ອຝ່າຍປະທານສູງສຸດອະນຸມັດເທົ່ານັ້ນ ແລະ ຫລັງຈາກຢ່າງໜ້ອຍຄົບໜຶ່ງປີຈາກການຖືກຮັບເຂົ້າເປັນສະມາຊິກຄືນອີກ (ເບິ່ງ 32.17.2).
ຖ້າຫາກສະມາຊິກຍັງຕ້ອງການຈະລາອອກຈາກສະມາຊິກກະພາບໃນສາດສະໜາຈັກຢູ່, ເຂົາຕ້ອງມອບຄຳຂໍຮ້ອງເປັນລາຍລັກອັກສອນ, ພ້ອມດ້ວຍລາຍເຊັນທີ່ຈຳເປັນໃຫ້ອະທິການ. ອະທິການຈະສົ່ງຄຳຂໍຮ້ອງນັ້ນໄປໃຫ້ປະທານສະເຕກ ຜ່ານທາງ LCR. ແລ້ວປະທານສະເຕກຈະທົບທວນ ແລະ ສົ່ງຄຳຂໍຮ້ອງຜ່ານທາງລະບົບນັ້ນ. ຜູ້ນຳຄວນປະຕິບັດຕາມຄຳຂໍຮ້ອງໂດຍທັນທີ.
ບຸກຄົນກໍສາມາດລາອອກຈາກສະມາຊິກກະພາບ ໂດຍການສົ່ງຄຳຂໍຮ້ອງທີ່ໄດ້ເຊັນ, ຖືກຮັບຮອງ ໄປຫາສຳນັກງານໃຫຍ່ຂອງສາດສະໜາຈັກໄດ້.
ໄວລຸ້ນຜູ້ປາດຖະໜາທີ່ຈະລາອອກຈາກສະມາຊິກກະພາບໃນສາດສະໜາຈັກຂອງເຂົາ ຕ້ອງເຮັດຕາມຂັ້ນຕອນດຽວກັນ ຄືກັບຜູ້ໃຫຍ່, ຍົກເວັ້ນຢ່າງໜຶ່ງ: ຄຳຂໍຮ້ອງຄວນເຊັນໂດຍໄວ້ລຸ້ນຄົນນັ້ນ (ຖ້າອາຍຸເກີນ 8 ປີ) ແລະ ໂດຍພໍ່ແມ່ ຫລື ຜູ້ປົກຄອງ ທີ່ມີສິດດູແລໄວລຸ້ນຄົນນັ້ນຕາມກົດໝາຍ.
ຖ້າຫາກສະມາຊິກທີ່ກຳລັງລາອອກຈາກສະມາຊິກກະພາບຂູ່ວ່າຈະດຳເນີນການທາງກົດໝາຍຟ້ອງສາດສະໜາຈັກ ຫລື ຜູ້ນຳຂອງສາດສະໜາຈັກ, ປະທານສະເຕກຈະເຮັດຕາມຄຳແນະນຳໃນ 38.8.23.
ຄວນດຳເນີນການຕາມຄຳຂໍລາອອກຈາກສະມາຊິກກະພາບ ເຖິງແມ່ນວ່າຜູ້ນຳຖານະປະໂລຫິດມີຂໍ້ມູນກ່ຽວກັບບາບອັນຮ້າຍແຮງກໍຕາມ. ຂໍ້ມູນໃດໆກ່ຽວກັບບາບທີ່ຍັງບໍ່ໄດ້ແກ້ໄຂເທື່ອ ຈະຖືກບັນທຶກໄວ້ ເມື່ອຄຳຂໍຮ້ອງຖືກສົ່ງໄປ ຜ່ານທາງ LCR. ການເຮັດສິ່ງນີ້ແມ່ນເພື່ອໃຫ້ຜູ້ນຳຖານະປະໂລຫິດໄດ້ແກ້ໄຂບັນຫາດັ່ງກ່າວໃນອະນາຄົດ ຖ້າຫາກບຸກຄົນນັ້ນຂໍເຂົ້າເປັນສະມາຊິກໃນສາດສະໜາຈັກຄືນອີກ (ເບິ່ງ 32.16.2).
ຜູ້ນຳຖານະປະໂລຫິດບໍ່ຄວນແນະນຳໃຫ້ລາອອກຈາກສະມາຊິກກະພາບໃນສາດສະໜາຈັກ ເພື່ອຫລີກລ້ຽງຈາກການຈັດສະພາສະມາຊິກກະພາບຂຶ້ນ.
ຜູ້ນຳຈະສືບຕໍ່ປະຕິບັດສາດສະໜາກິດຕໍ່ຜູ້ທີ່ລາອອກຈາກສະມາຊິກກະພາບ ຍົກເວັ້ນແຕ່ເຂົາເຈົ້າຂໍບໍ່ໃຫ້ຕິດຕໍ່ຫາ.
ການຄືນສິດທິພິເສດສະມາຊິກກະພາບໃນສາດສະໜາຈັກ
ຖ້າຫາກສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຈຳກັດ ຫລື ຖືກຖອນ, ຜູ້ນຳຈະຜູກມິດ, ໃຫ້ຄຳປຶກສາ, ແລະ ສະໜັບສະໜູນບຸກຄົນ ຕາມທີ່ເຂົາຍິນຍອມ. ພາກນີ້ອະທິບາຍວິທີທີ່ສິດທິພິເສດເຫລົ່ານັ້ນສາມາດຖືກສົ່ງຄືນໃຫ້.
32.15
ສືບຕໍ່ປະຕິບັດສາດສະໜາກິດ
ບົດບາດຂອງອະທິການ ຫລື ປະທານສະເຕກ ໃນຖານະຜູ້ຕັດສິນທົ່ວໄປ ບໍ່ໄດ້ສິ້ນສຸດລົງເມື່ອສະມາຊິກຖືກຈຳກັດສະມາຊິກກະພາບ ຫລື ສະມາຊິກກະພາບໃນສາດສະໜາຈັກຂອງເຂົາຖືກຖອນ. ເພິ່ນຈະສືບຕໍ່ປະຕິບັດສາດສະໜາກິດ, ຕາມທີ່ບຸກຄົນຍິນຍອມ, ເພື່ອວ່າເຂົາຈະໄດ້ຊື່ນຊົມກັບພອນຂອງສະມາຊິກກະພາບໃນສາດສະໜາຈັກອີກຄັ້ງ. ອະທິການຈະພົບກັບບຸກຄົນນັ້ນເປັນປະຈຳ ແລະ, ເມື່ອເປັນປະໂຫຍດ ແລະ ເໝາະສົມ, ຈະພົບກັບຄູ່ຄອງຂອງເຂົາ. ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຊາວນີໄຟວ່າ:
“ເຈົ້າຈະບໍ່ຂັບໄລ່ເຂົາອອກຈາກ … ສະຖານທີ່ນະມັດສະການຂອງພວກເຈົ້າ, ແຕ່ຈົ່ງປະຕິບັດສາດສະໜາກິດແກ່ຄົນນັ້ນສະເໝີໄປ; ເພາະເຈົ້າບໍ່ສາມາດຈະຮູ້ໄດ້ວ່າ ເຂົາອາດຈະກັບມາ ແລະ ກັບໃຈຫລືບໍ່, ແລະ ມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລະ ເຮົາຈະປິ່ນປົວເຂົາ; ແລະ ເຈົ້າຈະເປັນທາງນຳຄວາມລອດມາສູ່ເຂົາ” (3 ນີໄຟ 18:32).
ຊ່ວງເວລາຫລັງຈາກທີ່ສະມາຊິກກະພາບຂອງບຸກຄົນໄດ້ຖືກຈຳກັດ ຫລື ຖືກຖອນແມ່ນຊ່ວງເວລາທີ່ຍາກ ແລະ ສຳຄັນສຳລັບເຂົາ ແລະ ຄອບຄົວຂອງເຂົາ. ຜູ້ນຳຄວນຮູ້ສຶກໄວຕໍ່ຄວາມຕ້ອງການເຫລົ່ານີ້ ແລະ ໃຫ້ກຳລັງໃຈ ແລະ ຊ່ວຍເຫລືອສະມາຊິກຄອບຄົວ.
ອະທິການຈະໃຫ້ແນ່ໃຈວ່າມີການມອບໝາຍສະມາຊິກທີ່ຫ່ວງໃຍໃຫ້ປະຕິບັດສາດສະໜາກິດຕໍ່ບຸກຄົນທີ່ສະມາຊິກກະພາບໃນສາດສະໜາຈັກຖືກຈຳກັດ ຫລື ຖືກຖອນ, ຕາມທີ່ບຸກຄົນຍິນຍອມ. ເຂົາເຈົ້າກໍຈະປະຕິບັດສາດສະໜາກິດຕໍ່ສະມາຊິກຄອບຄົວຄົນອື່ນໆເຊັ່ນກັນ. ບຸກຄົນທີ່ຢູ່ພາຍໃຕ້ການຈຳກັດສະມາຊິກກະພາບ ອາດໄດ້ຮັບຜົນປະໂຫຍດຈາກການມີສ່ວນຮ່ວມໃນການເຮັດດັດຊະນີ (ເບິ່ງ 25.4.3).
ຖ້າຫາກບຸກຄົນຍ້າຍອອກຈາກຫວອດ, ອະທິການຈະແຈ້ງໃຫ້ອະທິການຄົນໃໝ່ຊາບ ແລະ ອະທິບາຍສິ່ງທີ່ຕ້ອງເກີດຂຶ້ນກ່ອນການຈຳກັດສະມາຊິກກະພາບໃນສາດສະໜາຈັກຈະຖືກຖອນ. ຖ້າຫາກສະມາຊິກກະພາບຂອງບຸກຄົນຖືກຖອນຈາກສາດສະໜາຈັກ ຫລື ບຸກຄົນຂໍລາອອກຈາກສະມາຊິກກະພາບ, ອະທິການຈະທຳການຕິດຕໍ່ແບບດຽວກັນ ຖ້າຫາກບຸກຄົນໄດ້ຍອມຮັບຄວາມຊ່ວຍເຫລືອຈາກຜູ້ນຳໃນສາດສະໜາຈັກ.
32.16
ການຖອນການຈຳກັດຢ່າງເປັນທາງການ ຫລື ການຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ
32.16.1
ສະພາສະມາຊິກກະພາບເພື່ອຖອນການຈຳກັດຢ່າງເປັນທາງການ ຫລື ຮັບບຸກຄົນເຂົ້າເປັນສະມາຊິກຄືນອີກ
ເມື່ອສິດທິພິເສດສະມາຊິກກະພາບຖືກຈຳກັດ ຫລື ຖືກຖອນໃນສະພາສະມາຊິກກະພາບ, ຈະຕ້ອງຈັດສະພາຂຶ້ນອີກເພື່ອພິຈາລະນາການຖອນການຈຳກັດ ຫລື ການຮັບບຸກຄົນເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ. ສະພານີ້ກໍຄວນມີສິດອຳນາດໃນລະດັບດຽວກັນ (ຫລື ສູງກວ່າ) ຕາມທີ່ໄດ້ຈັດສະພາຂຶ້ນຄັ້ງທຳອິດ. ຍົກຕົວຢ່າງ, ຖ້າຫາກປະທານສະເຕກ ຫລື ປະທານເຜີຍແຜ່ໄດ້ຄວບຄຸມສະພາຄັ້ງທຳອິດ, ປະທານສະເຕກ ຫລື ປະທານເຜີຍແຜ່ຕ້ອງຄວບຄຸມສະພາທີ່ຈະພິຈາລະນາການຖອນການຈຳກັດ ຫລື ການຮັບບຸກຄົນເຂົ້າເປັນສະມາຊິກຄືນອີກ.
ອະທິການ ຫລື ປະທານສະເຕກປະຈຸບັນຈັດສະພາ. ກ່ອນອື່ນໝົດເພິ່ນຈະໃຫ້ແນ່ໃຈວ່າບຸກຄົນໄດ້ກັບໃຈ ແລະ ພ້ອມແລ້ວ ແລະ ມີຄ່າຄວນທີ່ຈະຊື່ນຊົມກັບພອນຂອງສະມາຊິກກະພາບໃນສາດສະໜາຈັກ.
ຜູ້ທີ່ສະມາຊິກກະພາບໃນສາດສະໜາຈັກຂອງເຂົາຖືກຈຳກັດຢ່າງເປັນທາງການ ຕາມປົກກະຕິແລ້ວຕ້ອງສະແດງການກັບໃຈຢ່າງແທ້ຈິງ ຢ່າງໜ້ອຍໜຶ່ງປີ ກ່ອນທີ່ຈະມີການພິຈາລະນາເພື່ອຖອນການຈຳກັດ. ຄົນທີ່ສະມາຊິກກະພາບໃນສາດສະໜາຈັກຂອງເຂົາເຈົ້າຖືກຈຳກັດ ເກືອບທຸກກໍລະນີຈະຕ້ອງສະແດງການກັບໃຈຢ່າງແທ້ຈິງສະເໝີ ຢ່າງໜ້ອຍໜຶ່ງປີ ກ່ອນທີ່ເຂົາເຈົ້າຈະໄດ້ຮັບການພິຈາລະນາຖືກຮັບເຂົ້າເປັນສະມາຊິກຄືນອີກ. ສຳລັບສະມາຊິກຜູ້ດຳລົງຕຳແໜ່ງສຳຄັນໃນສາດສະໜາຈັກ ຕອນໄດ້ເຮັດບາບອັນຮ້າຍແຮງ, ໂດຍທົ່ວໄປແລ້ວ ໄລຍະເວລາຈະດົນກວ່າ (ເບິ່ງ 32.6.1.4).
ສະພາທີ່ຖືກຈັດຂຶ້ນເພື່ອຖອນການຈຳກັດ ຫລື ເພື່ອຮັບບຸກຄົນເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ ຈະເຮັດຕາມແນວທາງຊີ້ນຳເໝືອນດັ່ງສະພາສະມາຊິກກະພາບອື່ນໆ. ອະທິການຕ້ອງໄດ້ຮັບການອະນຸມັດຈາກປະທານສະເຕກ ກ່ອນຈະຈັດສະພາຂຶ້ນ. ໃນເຂດເຜີຍແຜ່, ປະທານສາຂາ ຫລື ປະທານທ້ອງຖິ່ນຕ້ອງໄດ້ຮັບການອະນຸມັດຈາກປະທານເຜີຍແຜ່ເສຍກ່ອນ.
ແນວທາງຊີ້ນຳດັ່ງຕໍ່ໄປນີ້ຖືກນຳໃຊ້ເມື່ອຈັດສະພາສະມາຊິກກະພາບຂຶ້ນ ເພື່ອພິຈາລະນາການຖອນການຈຳກັດສະມາຊິກກະພາບໃນສາດສະໜາຈັກ ຫລື ການຮັບບຸກຄົນເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ. ບໍ່ແມ່ນທຸກຂໍ້ໃນແນວທາງຊີ້ນຳເຫລົ່ານີ້ທີ່ສາມາດນຳໃຊ້ກັບທຸກກໍລະນີ.
-
ທົບທວນສະພາສະມາຊິກກະພາບຄັ້ງທຳອິດ. ອະທິການ ຫລື ປະທານສະເຕກຈະທົບທວນຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກ. ເພິ່ນຈະຂໍເອົາສຳເນົາຜ່ານທາງ LCR. ຫລັງຈາກໄດ້ທົບທວນຟອມແລ້ວ, ເພິ່ນອາດຕິດຕໍ່ຫາອະທິການ ຫລື ປະທານສະເຕກ ບ່ອນທີ່ສະພາໄດ້ຖືກຈັດຂຶ້ນຄັ້ງທຳອິດ ໃນການສະແຫວງຫາຄວາມກະຈ່າງແຈ້ງ.
-
ສຳພາດບຸກຄົນ. ອະທິການ ຫລື ປະທານສະເຕກຈະສຳພາດບຸກຄົນຢ່າງຖີ່ຖ້ວນ ເພື່ອຈະໄດ້ຮູ້ເຖິງຄວາມເຂັ້ມແຂງຂອງສັດທາຂອງເຂົາໃນພຣະເຢຊູຄຣິດ ແລະ ຂອບເຂດການກັບໃຈ. ເພິ່ນກໍຍັງຈະພິຈາລະນາວ່າບຸກຄົນໄດ້ເຮັດຕາມເງື່ອນໄຂທີ່ລະບຸໄວ້ໃນການດຳເນີນການຄັ້ງທຳອິດຫລືບໍ່.
-
ພິຈາລະນາສະຖານະຂອງການດຳເນີນຄະດີຂອງສານອາຍາ ຫລື ສານແພ່ງ. ບາງຄັ້ງບຸກຄົນໄດ້ຍອມຮັບ ຫລື ເຄີຍຖືກຕັດສິນວ່າມີຄວາມຜິດທາງອາຊະຍາກຳ. ບາງຄັ້ງບຸກຄົນໄດ້ຖືກພົບວ່າຕ້ອງຮັບຜິດຊອບໃນຄະດີແພ່ງຖານສໍ້ໂກງ ຫລື ການກະທຳຜິດກົດໝາຍອື່ນໆ. ໃນກໍລະນີເຫລົ່ານີ້, ໂດຍທົ່ວໄປແລ້ວຜູ້ນຳຈະບໍ່ຈັດສະພາຂຶ້ນ ຈົນກວ່າບຸກຄົນໄດ້ປະຕິບັດຕາມເງື່ອນໄຂຂອງການຕັດສິນ, ຄຳສັ່ງ, ຫລື ການພິພາກສາໂດຍເຈົ້າໜ້າທີ່ຝ່າຍກົດໝາຍຢ່າງຄົບຖ້ວນເສຍກ່ອນ. ເງື່ອນໄຂເຫລົ່ານີ້ອາດລວມທັງການຖືກຈຳຄຸກ, ການຖືກອະນຸໂລມ, ການຖືກປົດປ່ອຍ, ແລະ ການຖືກປັບໄໝ ຫລື ການຊົດເຊີຍ. ຂໍ້ຍົກເວັ້ນດັ່ງກ່າວຕ້ອງໄດ້ຮັບການອະນຸມັດຈາກຝ່າຍປະທານສູງສຸດ ກ່ອນຈະຈັດສະພາສະມາຊິກກະພາບຂຶ້ນໄດ້. ຂໍ້ຍົກເວັ້ນເຫລົ່ານີ້ອາດລວມທັງບາງຄົນຜູ້ໄດ້ເຮັດຕາມຂໍ້ກຳນົດທາງກົດໝາຍຄົບຖ້ວນແລ້ວ ແລະ ໄດ້ສະແດງໃຫ້ເຫັນການກັບໃຈຢ່າງແທ້ຈິງ ແຕ່ຖືກອະນຸໂລມຕະຫລອດຊີວິດ ຫລື ຖືກປັບໄໝຢ່າງຫລວງຫລາຍ.
-
ຕິດຕໍ່ຫາຜູ້ນຳຖານະປະໂລຫິດຂອງຜູ້ເສຍຫາຍ. ອະທິການ ຫລື ປະທານສະເຕກຈະຕິດຕໍ່ຫາອະທິການ ຫລື ປະທານສະເຕກປະຈຸບັນຂອງຜູ້ເສຍຫາຍໃດໆ (ເບິ່ງ 32.10.2).
-
ສົ່ງໃບແຈ້ງເລື່ອງສະພາ. ເພິ່ນຈະແຈ້ງໃຫ້ບຸກຄົນຊາບເຖິງວັນທີ, ເວລາ, ແລະ ສະຖານທີ່ຂອງສະພາ.
-
ດຳເນີນສະພາ. ເພິ່ນຈະດຳເນີນສະພາຕາມແນວທາງຊີ້ນຳໃນ 32.10.3. ເພິ່ນຈະຖາມບຸກຄົນວ່າ ເຂົາໄດ້ເຮັດຫຍັງໃນການກັບໃຈ. ເພິ່ນກໍຈະຖາມກ່ຽວກັບຄຳໝັ້ນສັນຍາຂອງເຂົານຳອີກ ຕໍ່ພຣະເຢຊູຄຣິດ ແລະ ສາດສະໜາຈັກ. ເມື່ອທຸກເລື່ອງທີ່ກ່ຽວຂ້ອງຖືກນຳສະເໜີແລ້ວ, ເພິ່ນຈະຂໍໃຫ້ສະມາຊິກອອກໄປຈາກຫ້ອງ. ພ້ອມດ້ວຍທີ່ປຶກສາຂອງເພິ່ນ, ເພິ່ນຈະອະທິຖານເພື່ອພິຈາລະນາວ່າ ຈະດຳເນີນການແນວໃດ. ຄຳຕັດສິນສາມຢ່າງທີ່ເປັນໄປໄດ້ຄື:
-
ສືບຕໍ່ການຈຳກັດ ຫລື ການຖອນສະມາຊິກກະພາບ.
-
ຖອນການຈຳກັດ ຫລື ອະນຸຍາດໃຫ້ຖືກຮັບເຂົ້າເປັນສະມາຊິກຄືນອີກ.
-
ສະເໜີຕໍ່ຝ່າຍປະທານສູງສຸດໃຫ້ຖອນການຈຳກັດ ຫລື ອະນຸຍາດໃຫ້ຖືກຮັບເຂົ້າເປັນສະມາຊິກຄືນອີກ (ຖ້າຈຳເປັນອີງຕາມ “ສະເໜີຂໍໃຫ້ຝ່າຍປະທານສູງສຸດອະນຸມັດ” ຂ້າງລຸ່ມ).
-
-
ບອກເຖິງຄຳຕັດສິນ. ຫລັງຈາກສະພາໄດ້ຕັດສິນແລ້ວ, ເຈົ້າໜ້າທີ່ຄວບຄຸມຈະບອກໃຫ້ບຸກຄົນຊາບ. ຖ້າຫາກຈຳເປັນຕ້ອງໄດ້ຮັບການອະນຸມັດຈາກຝ່າຍປະທານສູງສຸດ, ເພິ່ນຈະອະທິບາຍວ່າ ຄຳຕັດສິນໄດ້ຖືກສະເໜີຕໍ່ຝ່າຍປະທານສູງສຸດແລ້ວ.
-
ສົ່ງໃບລາຍງານ. ອະທິການ ຫລື ປະທານສະເຕກຈະສົ່ງຟອມລາຍງານຂອງສະພາສະມາຊິກກະພາບໃນສາດສະໜາຈັກໄປ ຜ່ານທາງ LCR. ເພິ່ນຈະຂໍໃຫ້ສະໝຽນຈັດກຽມໃບລາຍງານນີ້. ເພິ່ນຈະໃຫ້ແນ່ໃຈວ່າ ບໍ່ມີສຳເນົາຟອມເປັນເຈ້ຍ ຫລື ອີເລັກໂທຣນິກຖືກເກັບໄວ້ໃນທ້ອງຖິ່ນ. ເພິ່ນກໍຍັງຈະໃຫ້ແນ່ໃຈວ່າ ບັນທຶກໃດໆກໍຕາມທີ່ໄດ້ໃຊ້ເພື່ອຈັດກຽມໃບລາຍງານຖືກທຳລາຍໂດຍທັນທີ.
-
ສະເໜີຂໍໃຫ້ຝ່າຍປະທານສູງສຸດອະນຸມັດ (ຖ້າຈຳເປັນ). ໃນສະຖານະການດັ່ງຕໍ່ໄປນີ້, ການອະນຸມັດຈາກຝ່າຍປະທານສູງສຸດແມ່ນຈຳເປັນ ເພື່ອຖອນການຈຳກັດສະມາຊິກກະພາບຢ່າງເປັນທາງການ ຫລື ຮັບບຸກຄົນເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ. ການອະນຸມັດນີ້ຈຳເປັນ ແມ່ນແຕ່ຖ້າຫາກການປະພຶດໄດ້ເກີດຂຶ້ນ ຫລັງຈາກ ສະມາຊິກກະພາບໃນສາດສະໜາຈັກໄດ້ຖືກຈຳກັດ ຫລື ຖືກຖອນຢ່າງເປັນທາງການແລ້ວກໍຕາມ.
ປະທານສະເຕກຈະສົ່ງໃບຄຳຮ້ອງໄປໃຫ້ຝ່າຍປະທານສູງສຸດພຽງແຕ່ເມື່ອຖ້າຫາກເພິ່ນສະເໜີຂໍການອະນຸມັດເທົ່ານັ້ນ (ເບິ່ງ 6.2.3).
-
ການຄາດຕະກຳ
-
ການຮ່ວມເພດກັບສາຍເລືອດດຽວກັນ
-
ການຂົ່ມຂືນເດັກ ຫລື ຊາວໜຸ່ມ, ການສະແຫວງຫາຜົນປະໂຫຍດທາງເພດຈາກເດັກ ຫລື ຊາວໜຸ່ມ, ຫລື ການຂົ່ມເຫັງເດັກ ຫລື ຊາວໜຸ່ມທາງຮ່າງກາຍ ຫລື ທາງອາລົມຢ່າງຮ້າຍແຮງ ໂດຍຜູ້ໃຫຍ່ ຫລື ໂດຍຊາວໜຸ່ມຜູ້ມີອາຍຸແກ່ກວ່າຫລາຍປີ
-
ການພົວພັນກັບຮູບພາບລາມົກເດັກ ເມື່ອມີການຕັດສິນໂທດຕາມກົດໝາຍ
-
ການປະຖິ້ມຄວາມເຊື່ອ
-
ການແຕ່ງເມຍຫລາຍຄົນ
-
ການກະທຳບາບອັນຮ້າຍແຮງຂະນະທີ່ດຳລົງຕຳແໜ່ງສຳຄັນໃນສາດສະໜາຈັກ
-
ຂ້າມເພດ—ການກະທຳທີ່ປ່ຽນເພດກົງກັນຂ້າມກັບເພດຊີວະພາບໃນເວລາເກີດ (ເບິ່ງ 38.6.23)
-
ການຍັກຍອກເງິນທຶນ ຫລື ຊັບສິນຂອງສາດສະໜາຈັກ
-
-
ມອບໃບແຈ້ງຄຳຕັດສິນເປັນລາຍລັກອັກສອນ. ອະທິການ ຫລື ປະທານສະເຕກຈະໃຫ້ແນ່ໃຈວ່າ ບຸກຄົນໄດ້ຮັບໃບແຈ້ງການຕັດສິນ ແລະ ຜົນກະທົບຂອງການຕັດສິນເປັນລາຍລັກອັກສອນທັນທີ.
-
ບັບຕິສະມາ ແລະ ຢືນຢັນ. ຖ້າຫາກສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນຖືກຖອນ ໃນສະພາຄັ້ງທຳອິດ, ເຂົາຈະຕ້ອງໄດ້ຮັບການບັບຕິສະມາ ແລະ ການຢືນຢັນອີກຄັ້ງ. ຖ້າຫາກຈຳເປັນຕ້ອງໄດ້ຮັບການອະນຸມັດຈາກຝ່າຍປະທານສູງສຸດ, ພິທີການເຫລົ່ານີ້ອາດຖືກກະທຳພຽງແຕ່ຫລັງຈາກໄດ້ຮັບການອະນຸມັດນີ້ແລ້ວເທົ່ານັ້ນ. ໃບຢັ້ງຢືນການບັບຕິສະມາ ແລະ ການຢືນຢັນບໍ່ຖືກສ້າງ (ເບິ່ງ 32.14.4).
32.16.2
ການຖືກຮັບເຂົ້າເປັນສະມາຊິກຄືນອີກຫລັງຈາກການລາອອກຈາກສະມາຊິກກະພາບໃນສາດສະໜາຈັກ
ຖ້າຫາກບຸກຄົນລາອອກຈາກສະມາຊິກກະພາບໃນສາດສະໜາຈັກຢ່າງເປັນທາງການ, ເຂົາຈະຕ້ອງໄດ້ຮັບບັບຕິສະມາ ແລະ ການຢືນຢັນກ່ອນຈະຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ. ສຳລັບຜູ້ໃຫຍ່, ການຮັບເຂົ້າເປັນສະມາຊິກຄືນອີກ ຕາມປົກກະຕິແລ້ວຈະບໍ່ຖືກພິຈາລະນາຈົນກວ່າຢ່າງໜ້ອຍໜຶ່ງປີ ຫລັງຈາກການລາອອກຈາກສະມາຊິກກະພາບ.
ເມື່ອບຸກຄົນຂໍກັບເຂົ້າເປັນສະມາຊິກຄືນອີກ, ອະທິການ ຫລື ປະທານສະເຕກຈະຂໍເອົາສຳເນົາຂອງໃບລາຍງານການດຳເນີນການບໍລິຫານ ທີ່ມາກັບຄຳຂໍລາອອກ. ເພິ່ນສາມາດຂໍເອົາສິ່ງນີ້ຜ່ານທາງ LCR.
ແລ້ວອະທິການ ຫລື ປະທານສະເຕກຈະສຳພາດບຸກຄົນຢ່າງຖີ່ຖ້ວນ. ເພິ່ນຈະຖາມກ່ຽວກັບເຫດຜົນຂອງການລາອອກຄັ້ງທຳອິດ ແລະ ຄວາມປາດຖະໜາທີ່ຈະກັບມາເປັນສະມາຊິກຄືນອີກ. ໃນວິນຍານແຫ່ງຄວາມຮັກ, ເພິ່ນຈະຖາມກ່ຽວກັບບາບອັນຮ້າຍແຮງທີ່ບຸກຄົນອາດໄດ້ເຮັດ ບໍ່ວ່າຈະເປັນກ່ອນ ຫລື ຫລັງຈາກໄດ້ລາອອກຈາກສະມາຊິກກະພາບແລ້ວ. ຜູ້ນຳຈະບໍ່ດຳເນີນການເລື່ອງການຮັບເຂົ້າເປັນສະມາຊິກຄືນອີກຈົນກວ່າເພິ່ນຈະເພິ່ງພໍໃຈວ່າ ບຸກຄົນນັ້ນໄດ້ກັບໃຈ ແລະ ພ້ອມແລ້ວ ແລະ ມີຄ່າຄວນທີ່ຈະຊື່ນຊົມກັບພອນຂອງສະມາຊິກກະພາບໃນສາດສະໜາຈັກ.
ແນວທາງຊີ້ນຳສຳລັບການຮັບເຂົ້າເປັນສະມາຊິກຄືນອີກຫລັງຈາກການລາອອກ ມີດັ່ງຕໍ່ໄປນີ້:
-
ສະພາສະມາຊິກກະພາບຈະຖືກຈັດຂຶ້ນ ຖ້າຫາກສະມາຊິກກະພາບຂອງບຸກຄົນໄດ້ຖືກຈຳກັດເປັນທາງການ ໃນເວລາທີ່ລາອອກ.
-
ສະພາສະມາຊິກກະພາບຈະຖືກຈັດຂຶ້ນ ຖ້າຫາກບຸກຄົນໄດ້ກະທຳບາບອັນຮ້າຍແຮງ, ລວມທັງການປະຖິ້ມຄວາມເຊື່ອ, ກ່ອນການລາອອກຈາກສະມາຊິກກະພາບ.
ໃນສະຖານະການອື່ນໆ, ສະພາສະມາຊິກກະພາບຈະບໍ່ຖືກຈັດຂຶ້ນ ຍົກເວັ້ນແຕ່ອະທິການ ຫລື ປະທານສະເຕກພິຈາລະນາວ່າ ມັນຈຳເປັນ.
ເມື່ອສະພາສະມາຊິກກະພາບຈຳເປັນຕ້ອງຈັດຂຶ້ນສຳລັບບຸກຄົນທີ່ໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ, ປະທານສະເຕກຈະເປັນຄົນຈັດມັນຂຶ້ນ. ເມື່ອຈຳເປັນຕ້ອງຈັດສະພາຂຶ້ນສຳລັບບຸກຄົນທີ່ບໍ່ໄດ້ຮັບຂອງປະທານສັກສິດ, ອະທິການຈະຈັດມັນຂຶ້ນ, ດ້ວຍການອະນຸມັດຈາກປະທານສະເຕກ.
ຖ້າຫາກບຸກຄົນມີສ່ວນຮ່ວມໃນການປະພຶດໃດໆໃນ 32.16.1, ຂໍ້ 9, ບໍ່ວ່າຈະເປັນກ່ອນ ຫລື ຫລັງຈາກການລາອອກຈາກສະມາຊິກກະພາບໃນສາດສະໜາຈັກ, ການອະນຸມັດຈາກຝ່າຍປະທານສູງສຸດແມ່ນຈຳເປັນສຳລັບການຮັບເຂົ້າເປັນສະມາຊິກຄືນອີກ. ຖ້າຫາກບຸກຄົນມີສ່ວນຮ່ວມໃນການປະພຶດໃດໆໃນ 32.14.5, ຂໍ້ 1, ບໍ່ວ່າຈະເປັນກ່ອນ ຫລື ຫລັງຈາກການລາອອກຈາກສະມາຊິກກະພາບ, ໝາຍເຫດປະກອບຈະຖືກບັນທຶກໄວ້ຢູ່ໃນບັນທຶກສະມາຊິກກະພາບ.
ບຸກຄົນທີ່ຂໍກັບເຂົ້າເປັນສະມາຊິກຄືນອີກ ຈະຕ້ອງມີຄຸນສົມບັດດຽວກັນກັບຄົນທີ່ຮັບບັບຕິສະມາ. ເມື່ອອະທິການ ຫລື ປະທານສະເຕກເພິ່ງພໍໃຈວ່າ ບຸກຄົນນັ້ນມີຄ່າຄວນ ແລະ ຈິງໃຈໃນການຢາກຖືກຮັບເຂົ້າເປັນສະມາຊິກຄືນອີກ, ບຸກຄົນສາມາດຮັບບັບຕິສະມາ ແລະ ການຢືນຢັນໄດ້. ໃບຢັ້ງຢືນການບັບຕິສະມາ ແລະ ການຢືນຢັນບໍ່ຖືກສ້າງ (ເບິ່ງ 32.14.4).
32.17
ກິດຈະກຳຂອງສາດສະໜາຈັກ, ການແຕ່ງຕັ້ງ, ແລະ ການຟື້ນຟູພອນຫລັງຈາກການຮັບເຂົ້າເປັນສະມາຊິກຄືນອີກ
32.17.1
ກິດຈະກຳຂອງສາດສະໜາຈັກ ແລະ ການແຕ່ງຕັ້ງ
ແຜນພາບດັ່ງຕໍ່ໄປນີ້ລະບຸລະດັບກິດຈະກຳຂອງສາດສະໜາຈັກທີ່ເໝາະສົມສຳລັບບຸກຄົນທີ່ໄດ້ຖືກຮັບເຂົ້າເປັນສະມາຊິກຄືນອີກ ໂດຍການຮັບບັບຕິສະມາ ແລະ ການຢືນຢັນ.
ບໍ່ເຄີຍໄດ້ຮັບຂອງປະທານສັກສິດ |
ເຄີຍໄດ້ຮັບຂອງປະທານສັກສິດ | |
---|---|---|
ຜູ້ເຄີຍດຳລົງຖານະປະໂລຫິດ | ບໍ່ເຄີຍໄດ້ຮັບຂອງປະທານສັກສິດ
| ເຄີຍໄດ້ຮັບຂອງປະທານສັກສິດ
|
ສະມາຊິກຄົນອື່ນໆ | ບໍ່ເຄີຍໄດ້ຮັບຂອງປະທານສັກສິດ
| ເຄີຍໄດ້ຮັບຂອງປະທານສັກສິດ
|
32.17.2
ການຟື້ນຟູພອນ
ບຸກຄົນທີ່ເຄີຍໄດ້ຮັບຂອງປະທານສັກສິດໃນພຣະວິຫານ ແລະ ໄດ້ຖືກຮັບເຂົ້າເປັນສະມາຊິກຄືນອີກ ໂດຍການຮັບບັບຕິສະມາ ແລະ ການຢືນຢັນ ສາມາດຮັບພອນຂອງຖານະປະໂລຫິດ ແລະ ພອນຂອງພຣະວິຫານຂອງເຂົາເຈົ້າ ພຽງແຕ່ຜ່ານທາງພິທີການແຫ່ງການຟື້ນຟູພອນເທົ່ານັ້ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 109:21). ເຂົາເຈົ້າຈະບໍ່ໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດ ຫລື ຮັບຂອງປະທານສັກສິດຄືນໃໝ່ອີກຄັ້ງ. ພອນເຫລົ່ານີ້ໄດ້ຖືກຟື້ນຟູຄືນໃຫ້ຜ່ານທາງພິທີການ. ຜູ້ຊາຍຈະຖືກຟື້ນຟູຄືນສູ່ຕຳແໜ່ງຖານະປະໂລຫິດເດີມ, ຍົກເວັ້ນແຕ່ຕຳແໜ່ງສາວົກເຈັດສິບ, ອະທິການ, ຫລື ປິຕຸ.
ພຽງແຕ່ຝ່າຍປະທານສູງສຸດເທົ່ານັ້ນທີ່ສາມາດອະນຸມັດການປະຕິບັດພິທີການແຫ່ງການຟື້ນຟູພອນໄດ້. ພວກເພິ່ນຈະບໍ່ພິຈາລະນາໃບຄຳຮ້ອງສຳລັບພິທີການນີ້ກ່ອນໜຶ່ງປີ ຫລັງຈາກບຸກຄົນໄດ້ຖືກຮັບເຂົ້າເປັນສະມາຊິກຄືນອີກ ໂດຍການຮັບບັບຕິສະມາ ແລະ ການຢືນຢັນ.
ອະທິການ ແລະ ປະທານສະເຕກຈະສຳພາດບຸກຄົນເພື່ອພິຈາລະນາການມີຄ່າຄວນ ແລະ ຄວາມພ້ອມຂອງເຂົາ. ເມື່ອປະທານສະເຕກຮູ້ສຶກວ່າບຸກຄົນພ້ອມແລ້ວ, ເພິ່ນຈະຂໍການຟື້ນຟູພອນ ໂດຍການໃຊ້ LCR. ເບິ່ງ 6.2.3 ກ່ຽວກັບໜ້າທີ່ຮັບຜິດຊອບຂອງປະທານສະເຕກ ເມື່ອສົ່ງໃບຄຳຮ້ອງໄປຍັງຝ່າຍປະທານສູງສຸດ.
ຖ້າຫາກຝ່າຍປະທານສູງສຸດອະນຸມັດການຟື້ນຟູພອນ, ພວກເພິ່ນຈະມອບໝາຍໃຫ້ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນໜຶ່ງ ຫລື ປະທານສະເຕກສຳພາດບຸກຄົນ. ຖ້າຫາກບຸກຄົນມີຄ່າຄວນ, ຜູ້ນຳຄົນນີ້ຈະປະຕິບັດພິທີການ ເພື່ອຟື້ນຟູພອນຂອງບຸກຄົນນັ້ນ.
ສຳລັບຂໍ້ມູນກ່ຽວກັບບັນທຶກສະມາຊິກກະພາບ ແລະ ການຟື້ນຟູພອນ, ໃຫ້ເບິ່ງ 32.14.4.