ຄູ່​ມື ແລະ ການ​ເອີ້ນ
32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ


“32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ,” ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ (2020).

“32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ,” ຄູ່​ມື​ທົ່ວ​ໄປ.

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ລົມ​ກັນ

32.

ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

32.0

ຄຳ​ນຳ

ການ​ກັບ​ໃຈ​ສ່ວນ​ໃຫຍ່​ເກີດ​ຂຶ້ນ​ລະ​ຫວ່າງ​ບຸກ​ຄົນ, ພຣະ​ເຈົ້າ, ແລະ ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ບາບ​ຂອງ​ບຸກ​ຄົນ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ຄັ້ງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຕ້ອງ​ຊ່ວຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກັບ​ໃຈ.

ເມື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ເລື່ອງ​ການ​ກັບ​ໃຈ, ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ. ພວກ​ເພິ່ນ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຍົກ​ແຕ່​ລະ​ຄົນ​ຂຶ້ນ ແລະ ຊ່ວຍ​ເຂົາ​ເຈົ້າ​ຫັນ​ຫລັງ​ໃຫ້​ບາບ ແລະ ຫັນ​ໜ້າ​ມາ​ຫາ​ພຣະ​ເຈົ້າ (ເບິ່ງ ມັດ​ທາຍ 9:10–13; ໂຢ​ຮັນ 8:3–11).

ດັ່ງ​ທີ່​ລະ​ບຸ​ໄວ້​ຂ້າງ​ລຸ່ມ, ບົດ​ນີ້​ຖືກ​ຈັດ​ຂຶ້ນ​ເພື່ອ​ແນະ​ນຳ​ຜູ້​ນຳ​ຜ່ານ​ທາງ​ການ​ຕັດ​ສິນ​ໃຈ ແລະ ການ​ດຳ​ເນີນ​ການ​ທີ່​ສຳ​ຄັນ ອັນ​ທີ່​ຈຳ​ເປັນ​ຕໍ່​ການ​ຊ່ວຍ​ໃຫ້​ບາງ​ຄົນ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ ແລະ ເພື່ອ​ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ.

  • ບົດ​ບາດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ພາກ​ທີ 32.1–32.4 ອະ​ທິ​ບາຍ​ຄຳ​ສອນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພາກ​ເຫລົ່າ​ນີ້​ກໍ​ຍັງ​ອະ​ທິ​ບາຍ​ຈຸດ​ປະ​ສົງ​ສາມ​ຢ່າງ​ຂອງ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ນຳ​ອີກ. ນອກ​ຈາກ​ນີ້, ຍັງ​ອະ​ທິ​ບາຍ​ບົດ​ບາດ​ຂອງ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ໃນ​ການ​ຊ່ວຍ​ເລື່ອງ​ການ​ກັບ​ໃຈ​ນຳ​ອີກ.

  • ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ພາກ​ທີ 32.5–32.7 ໃຫ້​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ຕັດ​ສິນ​ໃຈ ວ່າ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ​ການ​ໃຫ້​ຄຳ​ປຶກ​ສາສ່ວນ​ຕົວ ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບາງ​ຄົນ​ກັບ​ໃຈ​ຫລື​ບໍ່.

  • ການ​ບໍ​ລິ​ຫານ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ. ພາກ​ທີ 32.8 ​ໃຫ້​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ. ມັນ​ກໍ​ຍັງ​ອະ​ທິ​ບາຍ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ເປັນ​ທາງ​ການ​ນຳ​ອີກ.

  • ການ​ບໍ​ລິ​ຫານ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ພາກ​ທີ 32.9–32.14 ອະ​ທິ​ບາຍ​ວ່າ ແມ່ນ​ໃຜ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ວິ​ທີ​ດຳ​ເນີນ​ສະ​ພາ, ແລະ ຄຳ​ຕັດ​ສິນ​ທີ່​ເປັນ​ໄປ​ໄດ້. ພ້ອມ​ນີ້​ກໍ​ຍັງ​ອະ​ທິ​ບາຍ​ຜົນ​ຂອງ​ການ​ຕັດ​ສິນ​ເຫລົ່າ​ນັ້ນ​ດ້ວຍ.

  • ການ​ຄືນ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ພາກ​ທີ 32.15–32.17 ອະ​ທິ​ບາຍ​ວິ​ທີ​ທີ່​ບຸກ​ຄົນ​ສາ​ມາດ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຄືນ ຜ່ານ​ທາງ​ການ​ກັບ​ໃຈ.

ຍົກ​ເວັ້ນ​ແຕ່​ຖືກ​ລະ​ບຸ​ໄວ້, ການ​ອ້າງ​ເຖິງ​ປະ​ທານ​ສະ​ເຕກ​ກໍ​ໝາຍ​ເຖິງ​ປະ​ທານ​ເຜີຍ​ແຜ່​ເຊັ່ນ​ກັນ. ການ​ອ້າງ​ເຖິງ​ອະ​ທິ​ການ​ກໍ​ໝາຍ​ເຖິງ​ປະ​ທານ​ສາ​ຂາ​ເຊັ່ນ​ກັນ.

ຝ່າຍ​ປະ​ທານ​ສູງ​ສຸດ​ເປັນ​ຜູ້​ກຳ​ນົດ​ນະ​ໂຍ​ບາຍ ແລະ ຂະ​ບວນ​ການ​ສຳ​ລັບ​ການ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ. ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫ້ອງ​ການ​ບັນ​ທຶກ​ທີ່​ເປັນ​ຄວາມ​ລັບ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ສາ​ມາດ​ຕິດ​ຕໍ່​ຫ້ອງ​ການ​ນັ້ນ ຖ້າ​ມີ​ຄຳ​ຖາມ​ເລື່ອງ​ການ​ບໍ​ລິ​ຫານ ຫລື ນະ​ໂຍ​ບາຍ. ຫ້ອງ​ການ​ນັ້ນ​ສາ​ມາດ​ໃຫ້​ຄຳ​ແນະ​ນຳ​ເຊັ່ນ​ກັນ ກ່ຽວ​ກັບ​ວິ​ທີ​ສົ່ງ​ຄຳ​ຮ້ອງ​ໄປ​ຫາ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ. ຂໍ້​ມູນ​ຕິດ​ຕໍ່​ມີ​ຢູ່​ຂ້າງ​ລຸ່ມ:

ເບີ​ໂທ: 1-801-240-2053 ຫລື 1-800-453-3860, ຕໍ່ 2-2053

ໂທ​ຟຣີ (ໂທ​ລະ​ສັບ GSD): 855-537-4357

ອີ​ເມວ: ConfidentialRecords@ChurchofJesusChrist.org


ບົດ​ບາດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ


32.1

ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ “ສິ່ງ​ທີ່ບໍ່ສະ​ອາດ​ຈະ​ບໍ່​ໄດ້​ຮັບ​ອາ​ນາ​ຈັກ​ສະ​ຫວັນ​ເປັນ​ມູນ​ມໍ​ລະ​ດົກ” (ແອວ​ມາ 11:37; ເບິ່ງ 3 ນີ​ໄຟ 27:19 ນຳ​ອີກ). ບາບ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ບໍ່​ສະ​ອາດ—ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ມັນ​ທັງ​ເຮັດ​ໃຫ້​ເຮົາ​ປວດ​ລ້າວ​ໃນ​ຊີ​ວິດ​ນີ້​ນຳ​ອີກ.

ກົດ​ແຫ່ງ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ເຮົາ​ຮັບ​ຜົນ​ສະ​ທ້ອນ​ເມື່ອ​ເຮົາ​ເຮັດ​ບາບ (ເບິ່ງ ແອວ​ມາ 42:14, 17–18). ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຜນ​ແຫ່ງ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ “ສາ​ມາດ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ໄດ້, ແລະ ລ້ອມ [ເຮົາ] ​ໄວ້​ໃນ​ອ້ອມ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ປອດ​ໄພ” (ແອວ​ມາ 34:16; ເບິ່ງ ໂມ​ໄຊ​ຢາ 15:9 ນຳ​ອີກ).

ເພື່ອ​ເຮັດ​ໃຫ້​ເກີດ​ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ (ເບິ່ງ ແອວ​ມາ 42:15). ພຣະ​ເຢ​ຊູ​ໄດ້​ຮັບ​ໂທດ​ທີ່​ກົດ​ແຫ່ງ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ສຳ​ລັບ​ບາບ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:15–19; ເບິ່ງ ແອວ​ມາ 42:24–25 ນຳ​ອີກ). ຜ່ານ​ທາງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ, ທັງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ໄດ້​ສະ​ແດງ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພວກ​ພຣະ​ອົງ​ຕໍ່​ເຮົາ (ເບິ່ງ ໂຢ​ຮັນ 3:16).

ເມື່ອ​ເຮົາ​ໃຊ້​ “ສັດ​ທາ​ຈົນ​ເຖິງ​ການ​ກັບ​ໃຈ,” ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ, ປະ​ທານ​ຄວາມ​ເມດ​ຕາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ແອວ​ມາ 34:15; ເບິ່ງ ແອວ​ມາ 42:13 ນຳ​ອີກ). ເມື່ອ​ເຮົາ​ສະ​ອາດ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ, ເຮົາ​ຈະ​ສາ​ມາດ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ​ໃນ​ທີ່​ສຸດ (ເບິ່ງ ເອ​ຊາ​ຢາ 1:18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42).

ການ​ກັບ​ໃຈ​ເປັນ​ຫລາຍ​ກວ່າ​ການ​ປ່ຽນ​ພຶດ​ຕິ​ກຳ. ມັນ​ຄື​ການ​ຫັນ​ຫລັງ​ໃຫ້​ບາບ ແລະ ຫັນ​ໜ້າ​ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ມັນ​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ຂອງ​ໃຈ ແລະ ຄວາມ​ຄິດ (ເບິ່ງ ໂມ​ໄຊ​ຢາ 5:2; ແອວ​ມາ 5:12–14; ຮີ​ລາ​ມັນ 15:7). ຜ່ານ​ທາງ​ການ​ກັບ​ໃຈ, ເຮົາ​ກາຍ​ເປັນ​ຄົນ​ໃໝ່, ຄືນ​ດີ​ກັບ​ພຣະ​ເຈົ້າ (ເບິ່ງ 2 ໂກ​ຣິນ​ໂທ 5:17–18; ໂມ​ໄຊ​ຢາ 27:25–26).

ໂອ​ກາດ​ທີ່​ຈະ​ກັບ​ໃຈ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ເຮົາ ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ.

32.2

ຈຸດ​ປະ​ສົງ​ຂອງ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

ເມື່ອ​ບຸກ​ຄົນ​ຮັບ​ບັບ​ຕິ​ສະ​ມາ, ເຂົາ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ “ຄອບ​ຄົວ​ຂອງ​ພຣະ​ເຈົ້າ” (ເອ​ເຟ​ໂຊ 2:19). ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ແມ່ນ​ລວມ​ທັງ​ຄຳ​ສັນ​ຍາ​ວ່າ​ຈະ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ. ເມື່ອ​ບຸກ​ຄົນ​ໄດ້​ເຮັດ​ຜິດ​ໄປ, ເຂົາ​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ​ກັບ​ໃຈ, ໂດຍ​ການ​ຫວັງ​ເພິ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ໃຫ້​ອະ​ໄພ.

ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ນັ້ນ​ກັບ​ໃຈ. ສ່ວນ​ໜຶ່ງ​ຂອງ​ຂັ້ນ​ຕອນ​ນີ້, ເພິ່ນ​ອາດ​ຕ້ອງ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກບາງ​ຢ່າງ​ຊົ່ວ​ໄລ​ຍະ​ໜຶ່ງ. ໃນ​ບາງ​ສະ​ຖາ​ນະ​ການ, ເພິ່ນ​ອາດ​ຕ້ອງ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ນັ້ນ​ຊົ່ວ​ໄລ​ຍະ​ໜຶ່ງ.

ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ ບໍ່​ໄດ້​ເຈດ​ຕະ​ນາ​ທີ່​ຈະ​ລົງ​ໂທດ. ກົງ​ກັນ​ຂ້າມ, ການ​ດຳ​ເນີນ​ການ​ເຫລົ່າ​ນີ້ ບາງ​ຄັ້ງ​ຈຳ​ເປັນ​ຕໍ່​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ ແລະ ປະ​ສົບ​ກັບ​ການ​ປ່ຽນ​ແປງ​ຂອງ​ໃຈ. ພວກ​ເພິ່ນ​ກໍ​ໃຫ້​ເວ​ລາ​ບຸກ​ຄົນ​ກະ​ກຽມ​ທາງວິນ​ຍານ ເພື່ອ​ຕໍ່ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ນຳ​ອີກ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ດູ​ແລ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 32.5–32.14. ການ​ດຳ​ເນີນ​ການ​ເຫລົ່າ​ນີ້​ມາ​ກັບເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ. ເມື່ອ​ບຸກ​ຄົນ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ເຂົາ​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ຂອງ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຄືນ.

ເມື່ອ​ຈຳ​ເປັນ​ຕ້ອງ​ຈຳ​ກັດ ຫລື ຖອນ​ສະ​ມາ​ຊິກ​ກະ​ພາບ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ເຮັດ​ຕາມ​ການ​ນຳ​ພາ​ຂອງພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຄຳ​ແນະ​ນຳ​ໃນ​ບົດ​ນີ້. ເພິ່ນ​ຈະ​ດຳ​ເນີນ​ການ​ດ້ວຍ​ວິນ​ຍານ​ແຫ່ງ​ຄວາມ​ຮັກ (ເບິ່ງ 32.3).

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ເລື່ອງ​ສາດ​ສະ​ໜາ, ບໍ່​ແມ່ນ​ເລື່ອງ​ຄະ​ດີ​ແພ່ງ ຫລື ຄະ​ດີ​ອາ​ຍາ. ມັນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ບຸກ​ຄົນ​ໃນ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134:10.)

ຈຸດ​ປະ​ສົງ​ສາມ​ຢ່າງ​ຂອງ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ ມີ​ດັ່ງ​ຕໍ່​ໄປ​ນີ້.​

32.2.1

ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ

ຈຸດ​ປະ​ສົງ​ຢ່າງ​ທຳ​ອິດ​ຄື​ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ. ບາງ​ຄັ້ງ​ບຸກ​ຄົນ​ເປັນ​ໄພ​ຄຸກ​ຄາມ​ທາງ​ຮ່າງ​ກາຍ ຫລື ທາງ​ວິນ​ຍານ. ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ, ການ​ທຳ​ຮ້າຍ​ຮ່າງ​ກາຍ, ການ​ລ່ວງ​ລະ​ເມີດ​ທາງ​ເພດ, ການ​ໃຊ້​ສານ​ເສບ​ຕິດ, ການ​ສໍ້​ໂກງ, ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ ເປັນ​ບາງ​ວິ​ທີ​ທີ່​ເຮັດ​ໃຫ້​ເກີດ​ສິ່ງ​ນີ້. ດ້ວຍ​ການ​ດົນ​ໃຈ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ດຳ​ເນີນ​ການ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ ເມື່ອ​ມີ​ບາງ​ຄົນ​ເປັນ​ໄພ​ຄຸກ​ຄາມ​ຮ້າຍ​ແຮງ​ໃນ​ລັກ​ສະ​ນະ​ນີ້ ແລະ ໃນ​ລັກ​ສະ​ນະ​ອື່ນ (ເບິ່ງ ​ແອວ​ມາ 5:59–60).

32.2.2

ຊ່ວຍ​ໃຫ້​ບຸກ​ຄົນ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ການ​ກັບ​ໃຈ

ຈຸດ​ປະ​ສົງ​ຢ່າງ​ທີ​ສອງ​ຄື​ຊ່ວຍ​ໃຫ້​ບຸກ​ຄົນ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ການ​ກັບ​ໃຈ. ຜ່ານ​ທາງ​ຂັ້ນ​ຕອນ​ນີ້, ເຂົາ​ຈະ​ສະ​ອາດ​ຄືນ​ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ຂອງ​ພຣະ​ເຈົ້າ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ “ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” ຄື​ການ​ເສຍ​ສະ​ລະ​ທີ່​ພຣະ​ອົງ​ຮຽກ​ຮ້ອງ​ສຳ​ລັບ​ການ​ໃຫ້​ອະ​ໄພ​ບາບ (3 ນີ​ໄຟ 9:20). ສິ່ງ​ນີ້​ແມ່ນ​ລວມ​ທັງ​ຄວາມ​ເສຍ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ບາບ ແລະ ຜົນ​ສະ​ທ້ອນ​ຂອງ​ມັນ (ເບິ່ງ 2 ໂກ​ຣິນ​ໂທ 7:9–10).

ເມື່ອ​ບຸກ​ຄົນ​ກະ​ທຳບາບ​ອັນ​ຮ້າຍ​ແຮງ, ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ ສາ​ມາດ​ຊ່ວຍ​ຫລໍ່​ລ້ຽງ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ ຊຶ່ງ​ຈຳ​ເປັນ​ຕໍ່​ການ​ກັບ​ໃຈ, ປະ​ຖິ້ມ​ບາບ​ແທ້ໆ, ແລະ ເຂົ້າ​ໃຈ​ຜົນ​ສະ​ທ້ອນ​ຂອງ​ບາບ. ຄວາມ​ເຂົ້າ​ໃຈ​ນີ້​ສາ​ມາດ​ຊ່ວຍ​ຜູ້​ຄົນ​ເຫັນ​ຄຸນ​ຄ່າ​ຂອງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຢ່າງ​ເລິກ​ເຊິ່ງ ແລະ ປາດ​ຖະ​ໜາ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ໃນ​ອະ​ນາ​ຄົດ.

32.2.3

​ປົກ​ປ້ອງ​ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ

ຈຸດ​ປະ​ສົງ​ຢ່າງ​ທີ​ສາມ​ຄື​ປົກ​ປ້ອງ​ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ. ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ ອາດ​ຈຳ​ເປັນ​ຖ້າ​ຫາກ​ການ​ປະ​ພຶດ​ຂອງ​ເຂົາ​ເປັນ​ອັນ​ຕະ​ລາຍ​ຫລາຍ​ຕໍ່​ສາດ​ສະ​ໜາ​ຈັກ (ເບິ່ງ ແອວ​ມາ 39:11). ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ຖືກ​ປົກ​ປ້ອງ ໂດຍ​ການ​ປົກ​ປິດ ຫລື ລົດ​ບາບ​ອັນ​ຮ້າຍ​ແຮງ​ໃຫ້​ໜ້ອຍ​ລົງ—ແຕ່​ໂດຍ​ການ​ຈັດ​ການ​ກັບ​ບາບ​ເຫລົ່າ​ນັ້ນ.

32.3

ບົດ​ບາດ​ຂອງ​ຜູ້​ຕັດ​ສິນໃນ​ອິດ​ສະ​ຣາ​ເອນ

ຮູບ​ພາບ
ອະ​ທິ​ການ​ກຳ​ລັງ​ເວົ້າ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ໄດ້​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃຫ້​ເປັນ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:72–74). ພວກ​ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກັບ​ໃຈ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 107:16–18).

ສ່ວນ​ຫລາຍ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ຊ່ວຍ​ໃນ​ການ​ກັບ​ໃຈ ຜ່ານ​ທາງ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ. ການ​ຊ່ວຍ​ເຫລືອ​ນີ້​ອາດ​ລວມ​ທັງ​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ເປັນ​ທາງ​ການ​ຊົ່ວ​ໄລ​ຍະ​ໜຶ່ງ. (ເບິ່ງ 32.8.)

ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ບາງ​ຢ່າງ, ຜູ້​ນຳ​ຈະ​ຊ່ວຍ​ໃນ​ການ​ກັບ​ໃຈ ໂດຍ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ (ເບິ່ງ 32.6 ແລະ 32.9–32.14). ການ​ຊ່ວຍ​ເຫລືອ​ນີ້​ອາດ​ລວມ​ທັງ​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຊົ່ວ​ໄລ​ຍະ​ໜຶ່ງ​ (ເບິ່ງ 32.11.3 ແລະ 32.11.4).

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ. ເພາະ​ພຣະ​ອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ ແລະ ໄດ້​ຮັບ​ພອນ, ພຣະ​ອົງ​ຈຶ່ງ​ຫ່ວງ​ໃຍ​ຫລາຍ​ທີ່​ສຸດ​ກັບ​ຄວາມ​ເຊື່ອ​ຟັງ ແລະ ການ​ກັບ​ໃຈ​ຂອງ​ເຂົາ​ເຈົ້າ.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ຮັກ ແລະ ເອົາ​ໃຈ​ໃສ່ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ. ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບຜູ້​ຍິງ​ຫລິ້ນ​ຊູ້ ເປັນ​ແນວ​ທາງ​ໜຶ່ງ (ເບິ່ງ ໂຢ​ຮັນ 8:3–11). ເຖິງ​ແມ່ນ​ພຣະ​ອົງ​ບໍ່​ໄດ້​ກ່າວ​ວ່າ​ບາບ​ຂອງ​ນາງ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ, ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ປະ​ນາມ​ນາງ. ກົງ​ກັນ​ຂ້າມ, ພຣະ​ອົງ​ໄດ້​ບອກ​ນາ​ງ​ວ່າ “ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ”—ເພື່ອ​ກັບ​ໃຈ ແລະ ປ່ຽນ​ຊີ​ວິດ​ຂອງ​ນາງ.

ຜູ້​ນຳ​ເຫລົ່າ​ນີ້​ສິດ​ສອນ​ວ່າ “ສະ​ຫວັນ​ຈະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ … ທີ່​ຄົນ​ບາບ​ຜູ້​ໜຶ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່” (ລູ​ກາ 15:7). ພວກ​ເພິ່ນ​ອົດ​ທົນ, ສະ​ໜັບ​ສະ​ໜູນ, ແລະ ຄິດ​ບວກ. ພວກ​ເພິ່ນ​ດົນ​ໃຈ​ຄວາມ​ຫວັງ. ພວກ​ເພິ່ນ​ສິດ​ສອນ ແລະ ເປັນ​ພະ​ຍານ​ວ່າ ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທຸກ​ຄົນ​ສາ​ມາດ​ກັບ​ໃຈ ແລະ ສະ​ອາດ​ໄດ້.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ກັບ​ໃຈ. ພຽງ​ແຕ່​ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ສຸດ ​ທີ່​ສາດ​ສະ​ໜາ​ຈັກ​ມີ​ມາດ​ຕະ​ຖານ​ທີ່​ກຳ​ນົດ​ໄວ້​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ນຳ​ຂອງ​ຕົນ​ຄວນ​ປະ​ຕິ​ບັດ​ຕາມ (ເບິ່ງ 32.6 ແລະ 32.11). ບໍ່​ມີ​ສະ​ຖາ​ນະ​ການ​ໃດ​ທີ່​ເໝືອນ​ກັນ. ການ​ໃຫ້​ຄຳ​ປຶກ​ສາ​ຈາກ​ຜູ້​ນຳ ແລະ ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ​ທີ່​ພວກ​ເພິ່ນ​ໃຊ້ ຕ້ອງ​ໄດ້​ຮັບ​ການ​ດົນ​ໃຈ ແລະ ອາດ​ແຕກ​ຕ່າງ​ກັນ​ສຳ​ລັບ​ແຕ່​ລະ​ຄົນ.

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ສະ​ຖາ​ນະ​ການ, ຄວາມ​ສາ​ມາດ, ແລະ ວຸດ​ທິ​ພາ​ວະ​ທາງ​ວິນ​ຍານ​ຂອງ​ແຕ່​ລະ​ຄົນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ໃຫ້​ຜູ້​ນຳ​ຫລິງ​ເຫັນ​ວິ​ທີ​ທີ່​ຈະ​ຊ່ວຍ​ສະ​ມາ​ຊິກ​ທຳ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ປິ່ນ​ປົວ ແລະ ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ​ໃຫ້​ເຮັດ​ບາບ​ຊ້ຳ.

ການ​ຊ່ວຍ​ໃຫ້​ບາງ​ຄົນ​ກັບ​ໃຈ, ຫັນ​ມາ​ຫາ​ພຣະ​ເຈົ້າ, ແລະ ຮັບ​ການ​ປິ່ນ​ປົວ​ຜ່ານ​ທາງ​ການ​ຊົດ​​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ປະ​ສົບ​ການ​ອັນ​ໜ້າ​ປິ​ຕິ​ຍິນ​ດີ​ທີ່​ສຸດ ທີ່​ບຸກ​ຄົນ​ໜຶ່ງ​ສາ​ມາດ​ມີ​ໄດ້. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13 ອະ​ທິ​ບາຍ​ວ່າ:

“ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ແມ່ນ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ;

“ເພາະ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ໄດ້​ຮັບ​ຄວາມ​ຕາຍ​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ເພື່ອ​ວ່າ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.

“ແລະ ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ນຳ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ, ໂດຍ​ເງື່ອນ​ໄຂ​ແຫ່ງ​ການ​ກັບ​ໃຈ.

“ແລະ ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ​ນັ້ນ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ​ນຳ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ!”

32.4

ການ​ສາ​ລະ​ພາບ, ການ​ຮັກ​ສາ​ຄວາມ​ລັບ, ແລະ ການ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ

32.4.1

ການ​ສາ​ລະ​ພາບ

ການ​ກັບ​ໃຈ​ຮຽກ​ຮ້ອງ​ໃຫ້​ສາ​ລະ​ພາບ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ວ່າ, “ໂດຍ​ສິ່ງ​ນີ້​ເຈົ້າ​ຈະ​ຮູ້​ວ່າ ຄົນໆ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລື​ບໍ່—ຈົ່ງ​ເບິ່ງ, ເຂົາ​ຈະ​ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:43; ເບິ່ງ ໂມ​ໄຊ​ຢາ 26:29 ນຳ​ອີກ).

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ການ​ກັບ​ໃຈ​ຂອງ​ເຂົາ​ເຈົ້າ​ແມ່ນ​ລວມ​ທັງ​ການ​ສາ​ລະ​ພາບ​ຕໍ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ນຳ​ອີກ. ແລ້ວ​ເພິ່ນ​ຈະ​ສາ​ມາດ​ໃຊ້​ຂໍ​ກະ​ແຈ​ຂອງ​ພຣະ​ກິດ​ຕິ​ຄຸນ​​ແຫ່ງ​ການ​ກັບ​ໃຈ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 84:26–27; 107:18, 20). ສິ່ງ​ນີ້​ຊ່ວຍ​ເຂົາ​ເຈົ້າ​ປິ່ນ​ປົວ ແລະ ກັບ​ສູ່​ເສັ້ນ​ທາງ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຈຸດ​ປະ​ສົງ​ຂອງ​ການ​ສາ​ລະ​ພາບ​ຄື​ເພື່ອ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ປົດ​ພາ​ລະ​ຂອງ​ຕົນ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ປ່ຽນ​ແປງ ແລະ ການ​ປິ່ນ​ປົວ. ການ​ພັດ​ທະ​ນາ “ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ການ​ສາ​ລະ​ພາບ (2 ນີ​ໄຟ 2:7). ການ​ສາ​ລະ​ພາບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ສະ​ແດງ​ໃຫ້​ເຫັນ​ວ່າ ບຸກ​ຄົນ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ໃຈ.

ເມື່ອ​ສະ​ມາ​ຊິກ​ສາ​ລະ​ພາບ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ໃຫ້​ຄຳ​ປຶກ​ສາ​ໃນ 32.8. ເພິ່ນ​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​ດ້ວຍ​ການ​ອະ​ທິ​ຖານ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ (ເບິ່ງ 32.5). ເພິ່ນ​ຈະ​ພິ​ຈາ​ລະ​ນາ​ວ່າ ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ເປັນ​ປະ​ໂຫຍດ​ຫລື​ບໍ່. ຖ້າ​ຫາກ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ, ເພິ່ນ​ຈະ​ອະ​ທິ​ບາຍ​ເລື່ອງ​ນີ້ (ເບິ່ງ 32.6 ແລະ 32.10).

ບາງ​ຄັ້ງ​ສະ​ມາ​ຊິກ​ໄດ້​ເຮັດ​ຜິດ​ຕໍ່​ຄູ່​ແຕ່ງ​ງານ ຫລື ຜູ້​ໃຫຍ່​ຄົນ​ອື່ນ. ສ່ວນ​ໜຶ່ງ​ຂອງ​ການ​ກັບ​ໃຈ, ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ຈະ​ສາ​ລະ​ພາບ​ຕໍ່​ບຸກ​ຄົນ​ນັ້ນ ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ. ຊາວ​ໜຸ່ມ​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ຖືກ​ຊຸກ​ຍູ້​ໃຫ້​ປຶກ​ສາ​ກັບ​ພໍ່​ແມ່​ຂອງ​ເຂົາ.

32.4.2

ບາບ​ອັນຮ້າຍ​ແຮງ​ທີ່​ບໍ່​ສາ​ລະ​ພາບ ຫລື ໄດ້​ປະ​ຕິ​ເສດ

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ໄດ້​ຍິນ​ກ່ຽວ​ກັບ​ບາບ​ອັນ​ຮ້າຍ​ແຮງ​ຜ່ານ​ທາງ​ການ​ສາ​ລະ​ພາບ ຫລື ຈາກ​ບຸກ​ຄົນ​ອື່ນ. ເພິ່ນ​ອາດ​ໄດ້​ຮັບ​ການ​ກະ​ຕຸ້ນ​ກ່ຽວ​ກັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ຈະ​ເກີດ​ຂຶ້ນ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ ວ່າ​ບາງ​ຄົນ​ອາດ​ກຳ​ລັງ​ດີ້ນ​ລົນ​ກັບ​ບາບ, ເພິ່ນ​ອາດ​ເຮັດ​ການ​ນັດ​ໝາຍ​ສຳ​ພາດ. ລະ​ຫວ່າງ​ການ​ສຳ​ພາດ, ເພິ່ນ​ຈະ​ບອກ​ເຖິງ​ຄວາມ​ກັງ​ວົນ​ຂອງ​ເພິ່ນ​ດ້ວຍ​ຄວາມ​ອ່ອນ​ໂຍນ ແລະ ດ້ວຍ​ຄວາມ​ເຄົາ​ລົບ. ເພິ່ນ​ຈະ​ຫລີກ​ລ້ຽງ​ຈາກ​ນ້ຳ​ສຽງ​ກ່າວ​ຫາ.

ຖ້າ​ຫາກ​ສະ​ມາ​ຊິກ​ປະ​ຕິ​ເສດ​ການ​ກະ​ທຳ​ບາບ​ອັນຮ້າຍ​ແຮງ ທີ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ມີ​ຂໍ້​ມູນ​ສະ​ໜັບ​ສະ​ໜູນ, ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຍັງຈະ​ຖືກ​ຈັດ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ຢ່າງ​ດຽວ ແມ່ນ​ບໍ່​ພຽງ​ພໍ​ທີ່​ຈະ​ຈັດ​ສະ​ພາ​ຂຶ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:37). ຜູ້​ນຳ​ສາ​ມາດ​ຮວບ​ຮວມ​ຂໍ້​ມູນ​ເພີ່ມ​ເຕີມ ຖ້າ​ຈຳ​ເປັນ. ເພິ່ນ​ຈະ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ 32.4.3 ແລະ 32.10.2.

32.4.3

ການ​ຮວບ​ຮວມ​ຂໍ້​ມູນ

ກ່ອນ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຮວບ​ຮວມ​ຂໍ້​ມູນ​ໃຫ້​ຫລາຍ​ເທົ່າ​ທີ່​ເພິ່ນ​ຕ້ອງ​ການ. ສ່ວນ​ຫລາຍ​ ຂໍ້​ມູນ​ຈາກ​ການ​ສາ​ລະ​ພາບ​ຂອງ​ສະ​ມາ​ຊິກ​ກໍ​ພຽງ​ພໍ​ແລ້ວ. ຂໍ້​ມູນ​ອາດ​ໄດ້​ມາ​ຈາກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ອີກ​ຄົນ​ໜຶ່ງ, ຜູ້​ເສຍ​ຫາຍ, ຫລື ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ບາບ​ນັ້ນ.

ເມື່ອ​ຮວບ​ຮວມ​ຂໍ້​ມູນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຄວນ​ໃຊ້​ວິ​ທີ​ທີ່​ເໝາະ​ສົມ​ສຳ​ລັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ເທົ່າ​ນັ້ນ. ເພິ່ນ​ບໍ່​ຄວນ​ສອດ​ແນມ​ເບິ່ງ​ເຮືອນ​ຂອງ​ບຸກ​ຄົນ​ນັ້ນ ຫລື ບັນ​ທຶກ​ພາບ​ໂດຍ​ບໍ່​ໄດ້​ຮັບ​ການ​ຍິນ​ຍອມ​ຈາກ​ເຂົາ. ເພິ່ນ​ທັງ​ບໍ່​ຄວນ​ໃຊ້​ວິ​ທີ​ປະ​ຕິ​ບັດ​ໃດໆ​ທີ່​ຜິດ​ກົດ​ໝາຍ.

ການ​ກ່າວ​ຫາ​ເທັດ​ເກີດ​ຂຶ້ນ​ໜ້ອຍ​ເທື່ອ ແຕ່​ກໍ​ສາ​ມາດ​ເກີດ​ຂຶ້ນ​ໄດ້. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຄວນ​ລະ​ມັດ​ລະ​ວັງ​ເມື່ອ​ມີ​ຂໍ້​ມູນ​ຈຳ​ກັດ ທີ່​ນອກ​ເໜືອ​ໄປ​ຈາກ​ຄຳ​ເວົ້າ​ຂອງ​ບຸກ​ຄົນ​ໜຶ່ງ. ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ທີ່​ຖືກ​ກ່າວ​ຫາ​ວ່າ​ຫລິ້ນ​ຊູ້​ອາດ​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ. ພຣະ​ຄຳ​ພີ​ອະ​ທິ​ບາຍ​ວ່າ “ທຸກ​ຄຳ​ຈະ​ຖືກ​ຕັ້ງ​ໄວ້​ເພື່ອ​ກ່າວ​ຫາ​ເຂົາ​ໂດຍ​ພະ​ຍານ​ຂອງ​ສາດ​ສະ​ໜາ​ຈັກ​ສອງ​ຄົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:80). “ພະ​ຍານ​ສອງ​ຄົນ” ໝາຍ​ເຖິງ​ແຫລ່ງ​ຂໍ້​ມູນ​ສອງ​ແຫລ່ງ. ສິ່ງ​ນີ້​ອາດ​ລວມ​ດ້ວຍ​ຄວາມ​ຮູ້​ຂອງ​ຜູ້​ມີ​ສ່ວນ​ຮ່ວມ ແລະ ແຫລ່ງ​ອື່ນ​ອີກ​ທີ່​ເຊື່ອ​ຖື​ໄດ້. ບາງ​ຄັ້ງ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອາດ​ຕ້ອງ​ລໍ​ດຳ​ເນີນ​ການ ຈົນ​ກວ່າ​ຈະ​ມີ​ຂໍ້​ມູນ​ເພີ່ມ​ເຕີມ.

ເມື່ອ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ຮວບ​ຮວມ​ຂໍ້​ມູນ​ສຳ​ລັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ເພິ່ນ​ຄວນ​ຢຸດ​ທັນ​ທີ ຖ້າ​ຫາກ​ເພິ່ນ​ຮຽນ​ຮູ້​ວ່າ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ກຳ​ລັງ​ສອບ​ສວນ​ສະ​ມາ​ຊິກ​ຄົນ​ນັ້ນ​ຢູ່. ການ​ເຮັດ​ເຊັ່ນ​ນີ້ ​ແມ່ນ​ເພື່ອ​ຫລີກ​ລ້ຽງ​ການ​ກ່າວ​ຫາ​ວ່າ​ຜູ້​ນຳ​ຂັດ​ຂວາງ​ຄວາມ​ຍຸດ​ຕິ​ທຳ. ສຳ​ລັບ​ຄຳ​ແນະ​ນຳ​ທາງ​ດ້ານ​ກົດ​ໝາຍກ່ຽວ​ກັບ​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ໃຫ້ປະ​ທານ​ສະ​ເຕກ​ຕິດ​ຕໍ່​ໄປ​ຍັງ Office of General Counsel ຂອງ​ສາດ​ສະ​ໜາ​ຈັກ:

1-800-453-3860, ຕໍ່ 2-6301

1-801-240-6301

ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ໃຫ້​ປະ​ທານ​ສະ​ເຕກ​ຕິດ​ຕໍ່​ໄປ​ຍັງ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ບໍ່​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ເພື່ອ​ພິ​ຈາ​ລະ​ນາ​ການ​ປະ​ພຶດ​ທີ່​ຖືກ​ກວດ​ສອບ​ໂດຍ​ສານ​ພິ​ຈາ​ລະ​ນາ​ຄະ​ດີ​ແພ່ງ ຫລື ຄະ​ດີ​ອາ​ຍາ ຈົນ​ກວ່າ​ສານ​ຈະ​ມີ​ການ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ. ໃນ​ບາງ​ກໍ​ລະ​ນີ ມັນ​ອາດ​ເໝາະ​ສົມ​ທີ່​ຈະ​ເລື່ອນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈົນ​ກວ່າ​ໄລ​ຍະ​ເວ​ລາ​ຂອງ​ການ​ອຸ​ທອນ​ທາງ​ກົດ​ໝາຍ​ໝົດ​ອາ​ຍຸ ຫລື ການ​ອຸ​ທອນ​ໄດ້​ຖືກ​ປະ​ຕິ​ເສດ.

32.4.4

ການ​ຮັກ​ສາ​ຄວາມ​ລັບ

ອະ​ທິ​ການ, ປະ​ທານ​ສະ​ເຕກ, ແລະ ທີ່​ປຶກ​ສາ​ຂອງ​ພວກ​ເພິ່ນ​ມີ​ໜ້າ​ທີ່​ສັກ​ສິດ ໃນ​ການ​ປົກ​ປ້ອງ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ​ທັງ​ໝົດ ທີ່​ພວກ​ເພິ່ນ​ໄດ້​ຮັບ. ຂໍ້​ມູນ​ນີ້​ອາດ​ມາ​ຈາກ​ການ​ສຳ​ພາດ, ການ​ໃຫ້​ຄຳ​ປຶກ​ສາ, ແລະ ການ​ສາ​ລະ​ພາບ. ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ​ແບບ​ດຽວ​ກັນ​ນີ້​ຖືກ​ນຳ​ໃຊ້​ກັບ​ທຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ. ການ​ຮັກ​ສາ​ຄວາມ​ລັບ​ແມ່ນ​ຈຳ​ເປັນ ເພາະ​ສະ​ມາ​ຊິກ​ຈະ​ບໍ່​ສາ​ລະ​ພາບ​ບາບ ຫລື ສະ​ແຫວງ​ຫາ​ການ​ນຳ​ພາ​ຖ້າ​ຫາກ​ບໍ່​ຮັກ​ສາ​ຄວາມ​ລັບ​ທີ່​ເຂົາ​ເຈົ້າ​ໄດ້​ບອກ​ກ່າວ. ການ​ເປີດ​ເຜີຍ​ຄວາມ​ລັບ​ເທົ່າ​ກັບ​ທໍ​ລະ​ຍົດ​ຕໍ່​ຄວາມ​ໄວ້​ວາງ​ໃຈ​ຂອງ​ສະ​ມາ​ຊິກ ແລະ ເປັນ​ເຫດ​ໃຫ້​ເຂົາ​ເຈົ້າ​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນ​ໃນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ.

ໂດຍ​ອີງ​ຕາມ​ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ​ຂອງ​ພວກ​ເພິ່ນ, ອະ​ທິ​ການ, ປະ​ທານ​ສະ​ເຕກ, ຫລື ທີ່​ປຶກ​ສາ​ຂອງ​ພວກ​ເພິ່ນ​ອາດ​ແບ່ງ​ປັນ​ຂໍ້​ມູນ​ດັ່ງ​ກ່າວ​ໄດ້​ສະ​ເພາະ​ໃນ​ກໍ​ລະ​ນີ​ດັ່ງ​ຕໍ່​ໄປ​ນີ້:

  • ພວກ​ເພິ່ນ​ຈຳ​ເປັນ​ຕ້ອງ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ, ປະ​ທານ​ເຜີຍ​ແຜ່, ຫລື ອະ​ທິ​ການ​ຂອງ​ສະ​ມາ​ຊິກ​ຄົນ​ນັ້ນ​ກ່ຽວ​ກັບ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ເລື່ອງ​ທີ່​ກ່ຽວ​ຂ້ອງ. ປະ​ທານ​ສະ​ເຕກ​ກໍ​ສາ​ມາດ​ປຶກ​ສາ​ກັບ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ທີ່​ຖືກ​ມອບ​ໝາຍ​ຂອງ​ເພິ່ນ​ນຳ​ອີກ. ຖ້າ​ຈຳ​ເປັນ, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຈະ​ແນະ​ນຳ​ໃຫ້​ປະ​ທານ​ສະ​ເຕກ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ. ພຽງ​ແຕ່​ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ໃຈ​ວ່າ ຈະ​ຈັດ​ສະ​ພາ​ຂຶ້ນ​ຫລື​ບໍ່ ຫລື ຕັດ​ສິນ​ຜົນ​ຮັບ​ຂອງ​ສະ​ພາ.

  • ບຸກ​ຄົນ​ຍ້າຍ​ໄປ​ຫວອດ​ໃໝ່ (ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ປົດ) ຂະ​ນະ​ທີ່​ດຳ​ເນີນ​ການ​ເລື່ອງ​ສະ​ມາ​ຊິກ​ກະ​ພາບ ຫລື ມີ​ຂໍ້​ກັງ​ວົນ​ຮ້າຍ​ແຮງ​ຍັງ​ຢູ່​ໃນ​ລະ​ຫວ່າງ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ຜູ້​ນຳ​ຈະ​ແຈ້ງ​ໃຫ້​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຄົນ​ໃໝ່​ໃຫ້​ຊາບ​ເຖິງ​ຂໍ້​ກັງ​ວົນ ຫລື ການ​ດຳ​ເນີນ​ການ​ທີ່​ຍັງ​ຢູ່​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ (ເບິ່ງ 32.14.7). ເພິ່ນ​ກໍ​ຈະ​ແຈ້ງ​ໃຫ້​ຜູ້​ນຳ​ຮູ້​ເຊັ່ນ​ກັນ ຖ້າ​ຫາກ​ສະ​ມາ​ຊິກ​ຈະ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄົນ​ອື່ນ​ຫລື​ບໍ່.

  • ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຮຽນ​ຮູ້​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຢູ່​ນອກ​ຫວອດ ຫລື ສະ​ເຕກ ອາດ​ມີ​ສ່ວນ​ຮ່ວມ​ໃນ​ບາບ​ອັນ​ຮ້າຍ​ແຮງ. ໃນ​ກໍ​ລະ​​ນີ​ນັ້ນ, ເພິ່ນ​ຈະ​ຕິດ​ຕໍ່​ຫາ​ອະ​ທິ​ການ​ຂອງ​ສະ​ມາ​ຊິກ​ຄົນ​ນັ້ນ​ຢ່າງ​ລັບໆ.

  • ເປັນ​ສິ່ງ​ຈຳ​ເປັນ​ທີ່​ຕ້ອງ​ເປີດ​ເຜີຍ​ຂໍ້​ມູນ​ລະ​ຫວ່າງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ. ຂໍ້​ມູນ​ທັງ​ໝົດ​ທີ່​ຮວບ​ຮວມ​ມາ​ ແລະ ໄດ້​ແບ່ງ​ປັນ​ກັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ແມ່ນ​ເປັນ​ຄວາມ​ລັບ.

  • ສະ​ມາ​ຊິກ​ເລືອກ​ອະ​ນຸ​ຍາດ​ໃຫ້​ຜູ້​ນຳ​ແບ່ງ​ປັນ​ຂໍ້​ມູນ​ກັບ​ບຸກ​ຄົນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ບຸກຄົນ​ດັ່ງ​ກ່າວ​ອາດ​ລວມ​ທັງ​ພໍ່​ແມ່, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ຫລື ຄົນ​ອື່ນ​ທີ່​ຈະ​ສະ​ໜັບ​ສະ​ໜູນ. ຜູ້​ນຳ​ຈະ​ບໍ່​ແບ່ງ​ປັນ​ຂໍ້​ມູນ​ເກີນ​ກວ່າ​ທີ່​ສະ​ມາ​ຊິກ​ອະ​ນຸ​ຍາດ.

  • ອາດ​ຈຳ​ເປັນ​ຕ້ອງ​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.12.2).

ໃນ​ສະ​ຖາ​ນະ​ການ​ອື່ນ​ທັງ​ໝົດ, ຜູ້​ນຳ​ຄວນ​ອ້າງ​ອີງ​ໃສ່ 32.4.5. ກໍ​ລະ​ນີ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ເມື່ອ​ກົດ​ໝາຍ​ອາດ​ຮຽກ​ຮ້ອງ​ໃຫ້​ລາຍ​ງານ​ຄວາມ​ຜິດ​ທາງ​ອາ​ຊະ​ຍາ​ກຳ, ດັ່ງ​ເຊັ່ນ ການ​ຂົ່ມ​ເຫັງ​ເດັກ​ນ້ອຍ, ຕໍ່​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ.

ເພື່ອ​ຊ່ວຍ​ເຫລືອ​ຜູ້​ນຳ​ໃນ​ການ​ປົກ​ປ້ອງ​ຄົນ​ອື່ນ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ກຽມ​ຄວາມ​ຊ່ວຍ​ເຫລືອ​ຈາກ​ມື​ອາ​ຊີບ​ທີ່​ຜ່ານ​ການ​ຝຶກ​ຝົນ​ມາ​ແລ້ວ. ເພື່ອ​ຮັບ​ການ​ນຳ​ພາ​ນີ້, ຜູ້​ນຳ​ຈະ​ໂທ​ສາຍ​ດ່ວນ​ຮັບ​ເລື່ອງ​ການ​ຂົ່ມ​ເຫັງ​ເດັກ​ນ້ອຍ ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ທັນ​ທີ ໃນ​ບ່ອນ​ທີ່​ມີ​ໃຫ້​ບໍ​ລິ​ການ (ເບິ່ງ 32.4.5 ແລະ 38.6.2.1). ໃນ​ບ່ອນ​ທີ່​ບໍ່​ມີ​ໃຫ້​ບໍ​ລິ​ການ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

ໃນ​ສະ​ຖາ​ນະ​ການ​ດຽວ​ທີ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ​ໂດຍ​ທີ່​ບໍ່​ໄດ້​ສະ​ແຫວງ​ຫາ​ການ​ນຳ​ພາ​ເຊັ່ນ​ນັ້ນ​ກ່ອນ. ນັ້ນ​ຄື​ເມື່ອ​ຈຳ​ເປັນ​ຕ້ອງ​ເປີດ​ເຜີຍ​ເພື່ອ​ປ້ອງ​ກັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ ຫລື ການ​ບາດ​ເຈັບ​ຮ້າຍ​ແຮງ ແລະ ບໍ່​ມີ​ເວ​ລາ​ທີ່​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​. ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ, ໜ້າ​ທີ່​ປົກ​ປ້ອງ​ຄົນ​ອື່ນ​ແມ່ນ​ສຳ​ຄັນ​ກວ່າ​ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ. ຜູ້​ນຳ​ຄວນ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ໂດຍ​ທັນ​ທີ.

ຖ້າ​ຜູ້​ນຳ​ຈົດ​ບັນ​ທຶກ ຫລື ສື່​ສານ​ກັນ​ທາງ​ອີ​ເລັກ​ໂທຣ​ນິກ, ພວກ​ເພິ່ນ​ຕ້ອງ​ປ້ອງ​ກັນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ນີ້. ພວກ​ເພິ່ນ​ທັງ​ຈະ​ລຶບ ຫລື ທຳ​ລາຍ​ຂໍ້​ມູນ ເມື່ອ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ແລ້ວ. ພວກ​ເພິ່ນ​ບໍ່​ຈຳ​ເປັນ​ຕ້ອງ​ແບ່ງ​ປັນ​ຂໍ້​ມູນ​ສ່ວນ​ຕົວ.

ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ອາດ​ຢາກ​ຮູ້​ຄວາມ​ລັບ​ທີ່​ຮຽກ​ຮ້ອງ​ໃຫ້​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຮັກ​ສາ. ຖ້າ​ຫາກ​ເກີດ​ກໍ​ລະ​ນີ​ນີ້​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ປະ​ທານ​ສະ​ເຕກ​ຄວນ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ Office of General Counsel ຂອງ​ສາດ​ສະ​ໜາ​ຈັກ:

1-800-453-3860, ຕໍ່ 2-6301

1-801-240-6301

ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

32.4.5

ການ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ

ບາງ​ຄົນ​ທີ່​ກຳ​ລັງ​ກັບ​ໃຈ ໄດ້​ເຮັດ​ຜິດ​ກົດ​ໝາຍ​ແພ່ງ ຫລື ກົດ​ໝາຍ​ອາ​ຍາ. ໃນ​ບາງ​ກໍ​ລະ​ນີ, ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ​ບໍ່​ຮູ້​ເລື່ອງ​ນີ້. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ເຮັດ​ຕາມ​ກົດ​ໝາຍ ແລະ ລາຍ​ງານ​ເລື່ອງ​ດັ່ງ​ກ່າວ​ເມື່ອ​ຖືກ​ຮຽກ​ຮ້ອງ. ຜູ້​ນຳ​ກໍ​ຍັງແນະ​ນຳ​ໃຫ້​ສະ​ມາ​ຊິກ​ຮັບ​ຄຳ​ແນະ​ນຳ​ທາງ​ກົດ​ໝາຍ​ທີ່​ມີ​ຄວາມ​ສາ​ມາດ​ເມື່ອ​ລາຍ​ງານ. ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ຄື​ການ​ເຊື່ອ​ຟັງ​ກົດ​ໝາຍ.

ໃນ​ຫລາຍ​ບ່ອນ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ຮຽກ​ຮ້ອງ​ໂດຍ​ກົດ​ໝາຍ​ໃຫ້​ລາຍ​ງານ​ພຶດ​ຕິ​ກຳ​ທີ່​ຜິດ​ກົດ​ໝາຍ ທີ່​ພວກ​ເພິ່ນ​ຮູ້​ຈັກ. ຍົກ​ຕົວ​ຢ່າງ, ບາງ​ລັດ ຫລື ບາງ​ປະ​ເທດ​ຮຽກ​ຮ້ອງ​ໃຫ້​ແຈ້ງ​ການ​ຂົ່ມ​ເຫັງ​ເດັກ​ນ້ອຍ ຕໍ່​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ.

ໃນ​ບາງ​ປະ​ເທດ, ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ຕັ້ງ​ສາຍ​ດ່ວນ​ລັບ​ຊ່ວຍ​ເລື່ອງ​ການ​ຂົ່ມ​ເຫັງ ເພື່ອ​ຊ່ວຍ​ເຫລືອ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ. ຜູ້​ນຳ​ເຫລົ່າ​ນີ້​ຄວນ​ໂທ​ສາຍ​ດ່ວນ​ໂດຍ​ທັນ​ທີ​ກ່ຽວ​ກັບ​ທຸກ​ສະ​ຖາ​ນະ​ການ ຊຶ່ງ​ບຸກ​ຄົນ​ອາດ​ຖືກ​ຂົ່ມ​ເຫັງ—ຫລື ອາດ​ຕົກ​ຢູ່​ໃນ​ການ​ສ່ຽງ​ທີ່​ຈະ​ຖືກ​ຂົ່ມ​ເຫັງ (ເບິ່ງ 38.6.2.1). ມັນ​ມີ​ໃຫ້​ບໍ​ລິ​ການ​ຕະ​ຫລອດ​ 24 ​ຊົ່ວ​ໂມງ​ຕໍ່​ມື້, 7 ມື້​ຕໍ່​ອາ​ທິດ.

ໃນ​ປະ​ເທດ​ທີ່​ບໍ່​ມີ​ສາຍ​ດ່ວນ​ຊ່ວຍ​ເຫລືອ, ອະ​ທິ​ການ​ຜູ້​ຮູ້​ຈັກ​ເຖິງ​ການ​ຂົ່ມ​ເຫັງ ຈະ​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ເພິ່ນ, ຜູ້​ຊຶ່ງ​ຄວນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ລາຍ​ງານ​ການ​ຂົ່ມ​ເຫັງ, ໃຫ້​ເບິ່ງ 38.6.2.1 ແລະ 38.6.2.7.


ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ


32.5

ສະ​ພາບ​ແວດ​ລ້ອມ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ

ຫລັງ​ຈາກ​ຮູ້​ວ່າ​ສະ​ມາ​ຊິກ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ດຳ​ເນີນ​ຂັ້ນ​ຕອນ​ຕ່າງໆ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ. ເພິ່ນ​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ ແລະ ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.

32.5.1

ພາບ​ລວມ​ສະ​ພາບ​ແວດ​ລ້ອມ

ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ລະ​ບຸ​ສະ​ພາບ​ແວດ​ລ້ອມ​ສາມ​ຢ່າງ ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ມັນ​ຍັງ​ສະ​ຫລຸບ​ການ​ພິ​ຈາ​ລະ​ນາ​ບາງ​ຢ່າງ​ນຳ​ອີກ​ສຳ​ລັບ​ຜູ້​ນຳ ເມື່ອ​ຕັດ​ສິນ​ໃຈ​ວ່າ​ຄວນ​ໃຊ້​ສະ​ພາບ​ແວດ​ລ້ອມ​ຢ່າງ​ໃດ.

ສະ​ພາບ​ແວດ​ລ້ອມ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ

ສະ​ພາບ​ແວດ​ລ້ອມ

ຂໍ້​ຄວນ​ພິ​ຈາ​ລະ​ນາ​ບາງ​ຢ່າງ (ເບິ່ງ 32.7 ນຳ​ອີກ)

ສະ​ພາບ​ແວດ​ລ້ອມ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ

ຂໍ້​ຄວນ​ພິ​ຈາ​ລະ​ນາ​ບາງ​ຢ່າງ (ເບິ່ງ 32.7 ນຳ​ອີກ)

  • ສຳ​ລັບ​ສະ​ມາ​ຊິກ​ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ.

  • ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ຂຶ້ນ​ຖ້າ​ຫາກ​ວ່າ​ຊາຍ ຫລື ຍິງ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ ເນື່ອງ​ຈາກ​ບາບ​ ຫລື ການ​ກະ​ທຳ​ຮ້າຍ​ແຮງ​ໃດໆ ທີ່​ກ່າວ​ໄວ້​ໃນ 32.6.1, 32.6.2, ຫລື 32.6.3.

ສະ​ພາບ​ແວດ​ລ້ອມ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ

ຂໍ້​ຄວນ​ພິ​ຈາ​ລະ​ນາ​ບາງ​ຢ່າງ (ເບິ່ງ 32.7 ນຳ​ອີກ)

  • ສຳ​ລັບ​ສະ​ມາ​ຊິກ​ຄົນ​ໃດ​ກໍ​ຕາມ.

  • ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ຂຶ້ນ​ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ກ່າວ​ໄວ້​ໃນ 32.6.1.

  • ອາດ​ຈຳ​ເປັນ​ສຳ​ລັບ​ບາບ ແລະ ການ​ກະ​ທຳ​ຮ້າຍ​ແຮງ​ທີ່​ກ່າວ​ໄວ້​ໃນ 32.6.2 ແລະ 32.6.3.

  • ບໍ່​ພຽງ​ພໍ​ຖ້າ​ຫາກ​ຊາຍ ຫລື ຍິງ​ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ ເນື່ອງ​ຈາກ​ບາບ ຫລື ການ​ກະ​ທຳ​ຮ້າຍ​ແຮງ​ໃດໆ ທີ່​ກ່າວ​ໄວ້​ໃນ 32.6.1, 32.6.2, ຫລື 32.6.3.

ສະ​ພາບ​ແວດ​ລ້ອມ

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ (ເບິ່ງ 32.8)

ຂໍ້​ຄວນ​ພິ​ຈາ​ລະ​ນາ​ບາງ​ຢ່າງ (ເບິ່ງ 32.7 ນຳ​ອີກ)

  • ສຳ​ລັບ​ສະ​ມາ​ຊິກ​ຄົນ​ໃດກໍ​ຕາມ.

  • ອາດ​ລວມ​ທັງ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ເປັນ​ທາງ​ການ.

  • ອາດ​ບໍ່​ພຽງ​ພໍ​ສຳ​ລັບ​ບາບ ຫລື ການ​ກະ​ທຳ​ຮ້າຍ​ແຮງ ຊຶ່ງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ເປັນ​ປະ​ໂຫຍດ​ໃນ​ຂັ້ນ​ຕອນ​ການ​ກັບ​ໃຈ (ເບິ່ງ 32.6.2 ແລະ 32.6.3).

  • ບໍ່​ພຽງ​ພໍ​ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ (ເບິ່ງ 32.6.1).

  • ບໍ່​ພຽງ​ພໍ​ຖ້າ​ຫາກ​ຊາຍ ຫລື ຍິງ​ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ ເນື່ອງ​ຈາກ​ບາບ​ ຫລື ການ​ກະ​ທຳ​ຮ້າຍ​ແຮງ​ໃດໆ ທີ່​ກ່າວ​ໄວ້​ໃນ 32.6.1, 32.6.2, ຫລື 32.6.3.

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ຈຳ​ກັດ​ຢ່າງບໍ່​ເປັນ​ທາງ​ການ​ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ບາງ​ຄັ້ງ​ບໍ່​ພຽງ​ພໍ​ທີ່​ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ກຽມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໄວ້ ເພື່ອ​ຊ່ວຍ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້. (ເບິ່ງ ອົບ​ພະ​ຍົບ 18:12–27; ໂມ​ໄຊ​ຢາ 26:29–36; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:80–83102.) ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ, ສະ​ພາ​ຈະ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ​ຕາມ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 32.6.1). ການ​ລ່ວງ​ລະ​ເມີດ​ຕໍ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຈະ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຂຶ້ນ (ເບິ່ງ 32.7.4).

ໃນ​ຫວອດ, ທີ່​ປຶກ​ສາ​ຂອງ​ອະ​ທິ​ການ​ຈະ​ຊ່ວຍ​ໃນສະ​ພາ​ສະ​ມາ​ຊິກ​ກະ​ພາບ. ໃນ​ສະ​ເຕກ, ທີ່​ປຶກ​ສາ​ຂອງ​ປະ​ທານ​ສະ​ເຕກ​ຈະ​ຊ່ວຍ​ເຫລືອ. ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາ​ບ​ສະ​ເຕກ​ບາງ​ແຫ່ງ, ສະ​ພາ​ສູງ​ຈະ​ເຂົ້າ​ຮ່ວມ​ດ້ວຍ (ເບິ່ງ 32.9.2). ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ​ຈະ​ພົບ​ກັບ​ບຸກຄົນ​ດ້ວຍ​ວິນ​ຍານ​ແຫ່ງ​ຄວາມ​ຮັກ.

32.5.2

ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ ແລະ ເວ​ລາ

ເມື່ອ​ຕັດ​ສິນ​ໃຈ​ວ່າ​ສະ​ພາບ​ແວດ​ລ້ອມ​ໃດ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ, ຜູ້​ນຳ​ຄວນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພວກ​ເພິ່ນ​ຄວນ​ພິ​ຈາ​ລະ​ນາ​ປັດ​ໃຈ​ດັ່ງ​ຕໍ່​ໄປ​ນີ້:

  • ຄວາມ​ຮຸນ​ແຮງ​ຂອງ​ບາບ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ ວ່າ​ສະ​ພາ​ຄວນ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ​ຫລື​ບໍ່ (ເບິ່ງ 32.6)

  • ສະ​ຖາ​ນະ​ການ​ຂອງ​ບຸກ​ຄົນ (ເບິ່ງ 32.7)

ອະ​ທິ​ການ​ຈະ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສະ​ເພາະ. ເພິ່ນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ ກ່ອນ​ທີ່​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.

ໃນ​ເລື່ອງ​ຍາກໆ, ປະ​ທານ​ສະ​ເຕກ​ອາດ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ທີ່​ຖືກ​ມອບ​ໝາຍ​ຂອງ​ເພິ່ນ. ປະ​ທານ​ສະ​ເຕກ​ຕ້ອງ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ກ່ຽວ​ກັບ​ເລື່ອງ​ທີ່​ລະ​ບຸ​ໄວ້​ໃນ 32.6.3. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ໃຈ ຖ້າ​ຫາກ​ຄວນ​ຈັດ​ສະ​ພາ​ຂຶ້ນ ເພື່ອ​ແກ້​ໄຂ​ການ​ປະ​ພຶດ. ຖ້າ​ຫາກ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ, ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ຈະ​ຕັດ​ສິນ​ຜົນ​ຮັບ​ຂອງ​ສະ​ພາ.

ຖ້າ​ຫາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ກຳ​ນົດ​ວ່າ ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ​ກໍ​ພຽງ​ພໍ​ແລ້ວ, ເພິ່ນ​ຈະ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ 32.8. ຖ້າ​ຫາກ​ເພິ່ນ​ກຳ​ນົດ​ວ່າ ຕ້ອງ​ໄດ້​ຈັດສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ, ຫລື ຖ້າ​ຫາກ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ຂຶ້ນ, ຜູ້​ດຳ​ເນີນ​ສະພາ​ຈະ​ເຮັດ​ຕາມ​ຂັ້ນ​ຕອນ​ໃນ 32.9–32.14.

ກ່ອນ​ທີ່​ຈະ​ຈັດ​ສະ​ພາ​ຂຶ້ນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ກຳ​ນົດ​ວ່າ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່່າງ​ບໍ່​ເປັນ​ທາງ​ການ ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ຊົ່ວ​ໄລ​ຍະ​ໜຶ່ງ​ຫລື​ບໍ່. ເພິ່ນ​ຈະ​ຈັດ​ສະ​ພາ​ຂຶ້ນ​ເມື່ອ​ເຫັນ​ວ່າ​ ມັນ​ຈະ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ກັບ​ໃຈ​ຢ່າງ​ຈິງ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ບໍ່​ຄວນ​ເລື່ອນ​ການ​ຈັດ​ສະ​ພາ ຖ້າ​ຫາກ​ຈຳ​ເປັນ​ຕ້ອງ​ປົກ​ປ້ອງ​ຄົນ​ອື່ນ.

32.6

ຄວາມ​ຮຸນ​ແຮງ​ຂອງ​ບາບ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ

ຄວາມ​ຮຸນ​ແຮງ​ຂອງ​ບາບ​ເປັນ​ຂໍ້​ພິ​ຈາ​ລະ​ນາ​ທີ່​ສຳ​ຄັນ​ໃນ​ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ ທີ່​ຈະ (1) ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ ແລະ (2) ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ “ບໍ່​ສາ​ມາດ​ເບິ່ງ​ບາບ​ດ້ວຍ​ລະ​ດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ທີ່​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:31; ເບິ່ງ ໂມ​ໄຊ​ຢາ 26:29 ນຳ​ອີກ). ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ່​ຄວນ​ເມີນ​ເສີຍ​ຈາກ​ຫລັກ​ຖານ​ຂອງ​ບາບ​ອັນ​ຮ້າຍ​ແຮງ.

ບາບ​ອັນ​ຮ້າຍ​ແຮງ​ເປັນ​ການ​ເຮັດ​ຄວາມ​ຜິດ​ໂດຍ​ເຈດ​ຕະ​ນາ ແລະ ຮ້າຍ​ແຮງ​ຕໍ່​ກົດ​ຂອງ​ພຣະ​ເຈົ້າ. ປະ​ເພດ​ຂອງ​ການ​ບາບ​ອັນ​ຮ້າຍ​ແຮງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  • ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ (ເບິ່ງ 32.6.1.1 ແລະ 32.6.2.1)

  • ການ​ຜິດ​ສິນ​ທຳ​ທາງ​ເພດ (ເບິ່ງ 32.6.1.2 ແລະ 32.6.2.2)

  • ການ​ກະ​ທຳ​ທີ່​ສໍ້​ໂກງ (ເບິ່ງ 32.6.1.3 ແລະ 32.6.2.3)

  • ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ (ເບິ່ງ 32.6.1.4 ແລະ 32.6.2.4)

  • ການ​ກະ​ທຳ​ອື່ນໆ (ເບິ່ງ 32.6.1.5 ແລະ 32.6.2.5)

ພາກ​ດັ່ງ​ຕໍ່​ໄປ​ນີ້​ບັນ​ຍາຍ​ກໍ​ລະ​ນີ​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ, ກໍ​ລະ​ນີ​ທີ່​ອາດ​ຈຳ​ເປັນ, ແລະ ກໍ​ລະ​ນີ​ທີ່​ບໍ່​ຈຳ​ເປັນ.

32.6.1

ກໍ​ລະ​ນີ​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຕ້ອງ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ເມື່ອ​ຂໍ້​ມູນ​ບົ່ງ​ບອກ​ວ່າ ສະ​ມາ​ຊິກ​ອາດ​ກະ​ທຳ​ບາບ​ໃດ​ໜຶ່​ງ​ທີ່​ບັນ​ຍາຍ​ໄວ້​ຢູ່​ໃນ​ພາກ​ນີ້. ສຳ​ລັບ​ບາບ​ເຫລົ່າ​ນີ້, ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ບໍ່​ວ່າ​ສະ​ມາ​ຊິກ​ຈະ​ມີ​ລະ​ດັບ​ວຸດ​ທິ​ພາ​ວະ​ທາງ​ວິນ​ຍານ ແລະ ຄວາມ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ໜ້ອຍ​ຫລາຍ​ເທົ່າ​ໃດ​ກໍ​ຕາມ.

ເບິ່ງ 32.11 ສຳ​ລັບ​ຜົນ​ຮັບ​ທີ່​ເປັນ​ໄປ​ໄດ້​ຂອງ​ສະ​ພາ ທີ່​ເອີ້ນ​ປະ​ຊຸມ​ສຳ​ລັບ​ບາບ​ໃນ​ພາກ​ນີ້. ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ​ບໍ່​ແມ່ນ​ທາງ​ເລືອກ​ສຳ​ລັບ​ສະ​ພາ​ເຫລົ່າ​ນີ້.

32.6.1.1

ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ

ການ​ຄາດ​ຕະ​ກຳ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​ທຳ​ການ​ຄາດ​ຕະ​ກຳ​ຄົນ​ອື່ນ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ຄາດ​ຕະ​ກຳ ຄື​ການ​ເອົາ​ຊີ​ວິດ​ມະ​ນຸດ​ໂດຍ​ເຈດ​ຕະ​ນາ ແລະ ບໍ່​ຍຸດ​ຕິ​ທຳ. ຮຽກ​ຮ້ອງ​ໃຫ້​ມີ​ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ.

ການ​ຄາດ​ຕະ​ກຳ​ບໍ່​ລວມ​ທັງ​ການ​ກະ​ທຳ​ຂອງ​ຕຳ​ຫລວດ ຫລື​ ທະ​ຫານ​ໃນ​ໜ້າ​ທີ່. ການ​ແທ້ງ​ລູກ​ບໍ່​ໄດ້​ຖືກ​ນິ​ຍາມ​ວ່າ​ເປັນ​ການ​ຄາດ​ຕະ​ກຳ​ໃນ​ສະ​ພາບ​ການ​ນີ້. ຖ້າ​ຫາກ​ການ​ເສຍ​ຊີ​ວິດ​ເກີດ​ຈາກ​ອຸ​ບັດ​ຕິ​ເຫດ ຫລື ການ​ປ້ອງ​ກັນ​ຕົນ​ເອງ ຫລື ຄົນ​ອື່ນ, ການ​ເອົາ​ຊີ​ວິດ​ຂອງ​ມະ​ນຸດ​ອາດ​ບໍ່​ນິ​ຍາມ​ວ່າ​ເປັນ​ການ​ຄາດ​ຕະ​ກຳ. ກໍ​ລະ​ນີ​ນີ້​ກໍ​ອາດ​ເປັນ​ຄວາມ​ຈິງ​ໃນ​ສະ​ຖາ​ນະ​ການ​ອື່ນ​, ເຊັ່ນ​ເມື່ອ​ບຸກ​ຄົນ​ມີ​ຄວາມ​ສາ​ມາດ​ທາງ​ຈິດ​ໃຈ​ທີ່​ຈຳ​ກັດ.

ການ​ຂົ່ມ​ຂືນ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ​ສຳ​ລັບ​ການ​ຂົ່ມ​ຂືນ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ຂົ່ມ​ຂືນ ແມ່ນ​ການ​ຮ່ວມ​ເພດ ຫລື ການ​ມີ​ເພດ​ສຳ​ພັນ​ແບບ​ບັງ​ຄັບ​ກັບ​ຜູ້​ທີ່​ບໍ່​ສາ​ມາດ​ໃຫ້​ການ​ຍິນ​ຍອມ​ທາງ​ກົດ​ໝາຍ​ໄດ້ ເນື່ອງ​ຈາກ​ຄວາມ​ສາ​ມາດ​ທາງ​ກາຍ ຫລື ທາງ​ຈິດ​ໃຈ​ທີ່​ລົດ​ລົງ. ຕາມ​ທີ່​ໃຊ້​ໃນ​ນີ້, ການ​ຂົ່ມ​ຂືນ ບໍ່​ໄດ້​ລວມ​ທັງ​ການ​ຍິນ​ຍອມ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ໄວ​ລຸ້ນ​ສອງ​ຄົນ​ທີ່​ມີ​ອາ​ຍຸ​ໄລ່​ເລ່ຍ​ກັນ.

ຄວາມ​ຜິດ​ຖານ​ຈູ່​ໂຈມ​ທາງ​ເພດ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ເຮັດ​ຜິດ​ຖານຈູ່​ໂຈມ​ທາງ​ເພດ.

ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ບຸກ​ຄົນ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ 38.6.2.3.

ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ. ມີ​ຊ່ວງ​ຄວາມ​ຮຸນ​ແຮງ​ໃນ​ພຶດ​ຕິ​ກຳ​ຂົ່ມ​ເຫັງ. ເບິ່ງ 38.6.2.4 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ສຳ​ລັບ​ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ.

ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ຮຸນ​ແຮງ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ຜູ້​ໃຫຍ່​ທຳ​ຮ້າຍ​ຮ່າງ​ກາຍ​ຊ້ຳ​ແລ້ວ​ຊ້ຳ​ອີກ ຜ່ານ​ທາງ​ພຶດ​ຕິ​ກຳ​ຮຸນ​ແຮງ ແລະ ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄົນ​ອື່ນ.

32.6.1.2

ການ​ຜິດ​ສິນ​ທຳ​ທາງ​ເພດ

ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ​ສຳ​ລັບ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ ດັ່ງ​ທີ່​ນິ​ຍາມ​ໃນ 38.6.10. ເກືອບ​ທຸກ​ກໍ​ລະ​ນີ​ຖືກ​ຮຽກ​ຮ້ອງ​ໃຫ້​​ມີ​ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ.

ຮູບ​ພາບ​ລາ​ມົກ​ເດັກ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ບຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ຮູບ​ພາບ​ລາ​ມົກ​ເດັກ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 38.6.6.

ການ​ແຕ່ງ​ເມຍ​ຫລາຍ​ຄົນ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ບຸກ​ຄົນ​ໃດ​ໜຶ່ງ​ແຕ່ງ​ເມຍ​ຫລາຍ​ຄົນ​ໂດຍ​ເຈດ​ຕະ​ນາ. ການ​ແຕ່ງ​ເມຍ​ຫລາຍ​ຄົນ​ບາງ​ຈຳ​ນວນ​ອາດ​ເກີດ​ຂຶ້ນ​ຢ່າງ​ລັບໆ, ໂດຍ​ທີ່​ຄູ່​ຄອງບໍ່​ຮູ້​ຈັກ​ກ່ຽວ​ກັບ​ຄູ່​ຄອງ​ອີກ​ຄົນ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ. ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ແມ່ນ​ຈຳ​ເປັນ ຖ້າ​ຫາກ​ບຸກ​ຄົນ​ນັ້ນ​ແຕ່ງ​ເມຍ​ຫລາຍ​ຄົນ​ໂດຍ​ເຈດ​ຕະ​ນາ.

ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ເພດ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ຜູ້​ໃຫຍ່​ທຳ​ຮ້າຍ​ຄົນ​ທາງ​ເພດ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄົນ​ອື່ນ.

32.6.1.3

ການ​ກະ​ທຳ​ທີ່​ສໍ້​ໂກງ

ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ການ​ເງິນ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ຜູ້​ໃຫຍ່​ມີ​ປະ​ຫວັດ​ວ່າ​ໄດ້​ທຳ​ຮ້າຍ​ຜູ້​ຄົນ​ດ້ວຍ​ເຈດ​ຕະ​ນາ ແລະ ​ຊ້ຳ​ແລ້ວ​ຊ້ຳ​ອີກ​ທາງ​ການ​ເງິນ ແລະ ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄົນ​ອື່ນ (ເບິ່ງ 38.6.2.4). ສິ່ງ​ນີ້​ລວມ​ທັງ​ການ​ສໍ້​ໂກງ​ດ້ານ​ການ​ລົງ​ທຶນ ແລະ ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ນັ້ນ. ການ​ສູນ​ເສຍ​ເງິນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ເນື່ອງ​ຈາກ​ສະ​ພາບ​ເສດ​ຖະ​ກິດ ບໍ່​ໄດ້​ຖື​ວ່າ​ເປັນ​ການ​ສໍ້​ໂກງ. ຖ້າ​ຫາກ​ມີ​ການ​ດຳ​ເນີນ​ຄະ​ດີ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອາດ​ຕັດ​ສິນ​ໃຈ​ລໍ​ຖ້າ​ຈົນ​ກວ່າ​ຜົນ​ຄະ​ດີ​ຂັ້ນ​ສຸດ​ທ້າຍ. ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ.

32.6.1.4

ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ

ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ. ບຸກ​ຄົນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ເຈົ້າ​ໜ້າ​ທີ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ປະ​ທານ​ພຣະ​ວິ​ຫານ ຫລື ຫົວ​ໜ້າ​ພະ​ນັກ​ງານ​ພຣະ​ວິ​ຫານ​ຝ່າຍ​ຍິງ, ປະ​ທານ​ເຜີຍ​ແຜ່ ຫລື ພັນ​ລະ​ຍາ​ຂອງ​ເພິ່ນ, ປະ​ທານ​ສະ​ເຕກ, ປິ​ຕຸ, ຫລື ອະ​ທິ​ການ. ບຸກ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້​ລວມ​ທັງ​ປະ​ທານ​ສາ​ຂາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ປະ​ທານ​ສາ​ຂາ ກໍ​ສາ​ມາດ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ໄດ້ ຄື​ກັນ​ກັບ​ສະ​ມາ​ຊິກ​ຄົນ​ອື່ນໆ.

32.6.1.5

ການ​ກະ​ທຳ​ອື່ນໆ​ບາງ​ຢ່າງ

ການ​ເຮັດ​ຜິດ​ໂທດ​ອາ​ຊະ​ຍາ​ກຳ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ໃນ​ກໍ​ລະ​ນີ​ສ່ວນ​ໃຫຍ່ ເມື່ອ​ບຸກ​ຄົນ​ໃດ​ໜຶ່ງ​ເຮັດ​ຜິດ​ໂທດ​ອາ​ຊະ​ຍາ​ກຳ.

32.6.2

ກໍ​ລະ​ນີສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ໃນ​ກໍ​ລະ​ນີ​ດັ່ງ​ຕໍ່​ໄປ​ນີ້.

32.6.2.1

ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ, “ຢ່າ​ຂ້າ​ຄົນ, ຫລື ເຮັດ​ສິ່ງ​ໃດໆ​ທີ່​ຄ້າຍ​ຄື​ກັນ​ນັ້ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:6; ເນັ້ນ​ຄຳ​ເນີ້ງ).​ ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ ຊຶ່ງ​ເພາະ​ການ​ນັ້ນ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຂຶ້ນ ແມ່ນ​ລວມ​ທັງ (ແຕ່​ບໍ່​ຈຳ​ກັດ​ສະ​ເພາະ) ກໍ​ລະ​ນີ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

ການ​ພະ​ຍາ​ຍາມ​ທຳ​ການ​ຄາດ​ຕະ​ກຳ. ການ​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ບາງ​ຄົນ​ໂດຍ​ເຈດ​ຕະ​ນາ.

ການ​ລ່ວງ​ລະ​ເມີດ​ທາງ​ເພດ, ລວມ​ທັງ​ການ​ຈູ່​ໂຈມ ແລະ ການ​ຂູ່​ເຂັນ. ການ​ລ່ວງ​ລະ​ເມີດ​ທາງ​ເພດ​ແມ່ນ​ຄຸມ​ກວມ​ການ​ກະ​ທຳ​ຕ່າງໆ​ທີ່​ຫລາກ​ຫລາຍ (ເບິ່ງ 38.6.18). ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ສຳ​ລັບ​ບຸກ​ຄົນ​ໃດ​ໜຶ່ງ​ທີ່​ຈູ່​ໂຈມ​ທາງ​ເພດ ຫລື ລ່ວງ​ລະ​ເມີດ​ບາງ​ຄົນ. ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັນ​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເບິ່ງ 38.6.18.3 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ.

ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ. ມີ​ຊ່ວງ​ຄວາມ​ຮຸນ​ແຮງ​ໃນ​ພຶດ​ຕິ​ກຳ​ຂົ່ມ​ເຫັງ (ເບິ່ງ 38.6.2.4). ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ສຳ​ລັບ​ຜູ້​ທີ່​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ. ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັນ​​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເບິ່ງ 38.6.2.4 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ.

32.6.2.2

ການ​ຜິດ​ສິນ​ທຳ​ທາງ​ເພດ

ກົດ​ພົມ​ມະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຄື​ການ​ຫລີກ​ເວັ້ນ​ຈາກ​ການ​ຮ່ວມ​ເພດ​ສຳ​ພັນ​ນອກ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ (ເບິ່ງ ອົບ​ພະ​ຍົບ 20:14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:16). ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ສຳ​ລັບ​ການ​ຜິດ​ສິນ​ທຳ​ທາງ​ເພດ ດັ່ງ​ທີ່​ບັນ​ຍາຍ​ໄວ້​ໃນ 38.6.5. ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັນ​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ. ເບິ່ງ 32.6.1.2 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ.

32.6.2.3

ການ​ກະ​ທຳ​ທີ່​ສໍ້​ໂກງ

ພຣະ​ບັນ​ຍັດ​ສິບ​ປະ​ການ​ສິດ​ສອນ​ວ່າ, “ຢ່າ​ລັກ” ຫລື “ຢ່າ​ເປັນ​ພະ​ຍານ​ເທັດ” (ອົບ​ພະ​ຍົບ 20:15–16). ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ສຳ​ລັບ​ການ​ກະ​ທຳ​ເຊັ່ນ, ການ​ປຸ້ນ, ການ​ຂະ​ໂມຍ, ການ​ລັກ, ການ​ຍັກ​ຍອກ, ການ​ຕົວະ​ສານ, ແລະ ການ​ສໍ້​ໂກງ. ເບິ່ງ 38.8.2 ສຳ​ລັບ​ການ​ສໍ້​ໂກງ​ຄວາມ​ສຳ​ພັນ. ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັນ​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ເບິ່ງ 38.8.2 ສຳ​ລັບ​ການ​ສໍ້​ໂກງ​ຄວາມ​ສຳ​ພັນ. ເບິ່ງ 32.6.1.3 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ສຳ​ລັບ​ການ​ກະ​ທຳ​ທີ່​ສໍ້​ໂກງ. ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ.

32.6.2.4

ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຂຶ້ນ​ຖ້າ​ຫາກ​ສະ​ມາ​ຊິກ:

  • ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ມີ​ສິດ​ອຳ​ນາດ ຫລື ໄວ້​ວາງ​ໃຈ ໃນ​ສາດ​ສະ​ໜາ​ຈັກ ຫລື ໃນ​ຊຸມ​ຊົນ.

  • ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ທີ່​ຜູ້​ຄົນ​ຮູ້​ຈັກ​ໄປ​ທົ່ວ.

ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັນ​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ເບິ່ງ 32.6.1.4 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ. ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ.

32.6.2.5

ການ​ກະ​ທຳ​ອື່ນໆ​ບາງ​ຢ່າງ

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ, “ຂ້າ​ພະ​ເຈົ້າ​ບອກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະ​ທຳ​ບາບ; ເພາະ​ມີ​ທາງ ແລະ ວິ​ທີ​ຕ່າງໆ​ຊຶ່ງ​ມີ​ຫລາຍ​ຈົນ​ຂ້າ​ພະ​ເຈົ້າ​ນັບ​ບໍ່​ໄດ້” (ໂມ​ໄຊ​ຢາ 4:29). ສະ​ພາ​ອາດ​ຈຳ​ເປັນ​ຖືກ​ຈັດ​ຂຶ້ນ ຖ້າ​ຫາກ​ບຸກ​ຄົນ:

  • ສະ​ແດງ​ຮູບ​ແບບ​ຂອງ​ການ​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:7).

  • ຈົງ​ໃຈ​ປະ​ຖິ້ມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບ​ຄົວ, ລວມ​ທັງ​ການ​ບໍ່​ຈ່າຍ​ຄ່າ​ລ້ຽງ​ລູກ ແລະ ຄ່າ​ລ້ຽງ​ຄູ່​ຢ່າ​ຮ້າງ.

  • ຂູ່​ຈະ​ທຳ​ຮ້າຍ​ຮ່າງ​ກາຍ, ບໍ່​ວ່າ​ຈະ​ເປັນ​ແບບ​ພົບ​ໜ້າ ຫລື ທາງ​ອອນ​ລາຍ​ກໍ​ຕາມ (ເບິ່ງ 32.2.1).

  • ຂາຍ​ຢາ​ຜິດ​ກົດ​ໝາຍ.

  • ກະ​ທຳ​ຜິດ​ທາງ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ອື່ນໆ.

ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ສະ​ພາ​ຂ້ອນ​ຂ້າງ​ຈຳ​ເປັ​ນ​ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ ຖ້າ​ຫາກ​ເຂົາ​ລ່ວງ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ຫລື ຖ້າ​ຫາກ​ເຮັດ​ບາບ​ນັ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ ຖ້າ​ຫາກ​ສະ​ມາ​ຊິກ​ຍິນ​ຍອມ​, ດຳ​ເນີນ​ການ, ຈັດ​ໃຫ້​ມີ, ຈ່າຍ​ເງິນ, ຫລື ສົ່ງ​ເສີມ​ການ​ແທ້ງ​ລູກ. ເບິ່ງ 38.6.1 ສຳ​ລັບ​ແນວ​ທາງ​ຊີ້​ນຳ.

ກໍ​ລະ​ນີ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຫລື ອາດ​ຈຳ​ເປັນ

ປະ​ເພດ​ຂອງ​ບາບ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

ປະ​ເພດ​ຂອງ​ບາບ

ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

  • ການ​ຄາດ​ຕະ​ກຳ

  • ການ​ຂົ່ມ​ຂືນ

  • ຄວາມ​ຜິດ​ຖານ​ການ​ຈູ່​ໂຈມ​ທາງ​ເພດ

  • ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ຮຸນ​ແຮງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

  • ການ​ພະ​ຍາ​ຍາມ​ທຳ​ການ​ຄາດ​ຕະ​ກຳ

  • ການ​ລ່ວງ​ລະ​ເມີດ​ທາງ​ເພດ, ລວມ​ທັງ​ການ​ຈູ່​ໂຈມ ແລະ ການ​ຂູ່​ເຂັນ (ເບິ່ງ 38.6.18 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ)

  • ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ (ເບິ່ງ 38.6.2.4 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ)

ປະ​ເພດ​ຂອງ​ບາບ

ການ​ຜິດ​ສິນ​ທຳ​ທາງ​ເພດ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

  • ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ

  • ຮູບ​ພາບ​ລາ​ມົກ​ເດັກ

  • ການ​ແຕ່ງ​ເມຍ​ຫລາຍ​ຄົນ

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ເພດ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

  • ການ​ຫລິ້ນ​ຊູ້, ການ​ລ່ວງ​ປະ​ເວ​ນີ, ຄວາມ​ສຳ​ພັນ​ລະ​ຫວ່າງ​ເພດ​ດຽວ​ກັນ, ແລະ ຄວາມ​ສຳ​ພັນ​ທາງ​ເພດ​ອື່ນໆ​ທັງ​ໝົດ ນອກ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ, ລວມ​ທັງ​ການ​ຜະ​ເຊີນ​ໜ້າ​ທາງ​ເພດ​ທາງ​ອອນ​ລາຍ ຫລື ທາງ​ໂທ​ລະ​ສັບ

  • ການ​ຢູ່​ກິນ​ດ້ວຍ​ກັນ, ການ​ໃຊ້​ຊີ​ວິດ​ດ້ວຍ​ກັນ​ ແລະ ເປັນ​ຫຸ້ນ​ສ່ວນ, ແລະ ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ

  • ການ​ໃຊ້​ຮູບ​ພາບ​ລາ​ມົກ​ຢ່າງ​ໝົກ​ໝຸ້ນ ຫລື ຂາດ​ຄວາມ​ຢັບ​ຢັ້ງ ທີ່​ເປັນ​ເຫດ​ໃຫ້​ເກີດ​ໄພ​ໃຫຍ່​ຫລວງ​ຕໍ່​ຊີ​ວິດ​ການ​ແຕ່ງ​ງານ ຫລື ຄອບ​ຄົວ​ຂອງ​ສະ​ມາ​ຊິກ

ປະ​ເພດ​ຂອງ​ບາບ

ການ​ກະ​ທຳ​ທີ່​ສໍ້​ໂກງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ການ​ເງິນ, ດັ່ງ​ເຊັ່ນ ການ​ສໍ້​ໂກງ ແລະ ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ນັ້ນ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

  • ການ​ປຸ້ນ, ການ​ຂະ​ໂມຍ, ການ​ລັກ, ຫລື ການ​ຍັກ​ຍອກ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

  • ການ​ຕົວະ​ສານ

ປະ​ເພດ​ຂອງ​ບາບ

ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

  • ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

  • ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ມີ​ສິດ​ອຳ​ນາດ ຫລື ໄວ້​ວາງ​ໃຈ ໃນ​ສາດ​ສະ​ໜາ​ຈັກ ຫລື ໃນ​ຊຸມ​ຊົນ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

  • ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ທີ່​ຜູ້​ຄົນ​ຮູ້​ຈັກ​ໄປ​ທົ່ວ

ປະ​ເພດ​ຂອງ​ບາບ

ການ​ກະ​ທຳ​ອື່ນໆ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ (ເບິ່ງ 32.6.1)

  • ການ​ເຮັດ​ຜິດ​ໂທດ​ອາ​ຊະ​ຍາ​ກຳ​ສ່ວນ​ໃຫຍ່

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ (ເບິ່ງ 32.6.2)

  • ການ​ແທ້ງ​ລູກ (ເວັ້ນ​ເສຍ​ແຕ່​ຖືກ​ຍົກ​ເວັ້ນ​ໃນ 38.6.1)

  • ຮູບ​ແບບ​ຂອງ​ບາບ​ອັນ​ຮ້າຍ​ແຮງ

  • ຈົງ​ໃຈ​ປະ​ຖິ້ມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບ​ຄົວ, ລວມ​ທັງ​ການ​ບໍ່​ຈ່າຍ​ຄ່າ​ລ້ຽງ​ລູກ ແລະ ຄ່າ​ລ້ຽງ​ຄູ່​ຢ່າ​ຮ້າງ

  • ຂາຍ​ຢາ​ທີ່​ຜິດ​ກົດ​ໝາຍ

  • ກະ​ທຳຜິດ​ທາງ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ອື່ນໆ

32.6.3

ກໍ​ລະ​ນີ​ທີ່​ປະ​ທານ​ສະ​ເຕກ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ຢ່າງ​ອື່ນ ຈຳ​ເປັນ​ຫລື​ບໍ່

ບາງ​ເລື່ອງ​ຮຽກ​ຮ້ອງ​ຄວາມ​ລະ​ອຽດ​ອ່ອນ ແລະ ການ​ນຳ​ພາ. ເພື່ອ​ຈະ​ຮູ້​ວິ​ທີ​ການ​ຊ່ວຍ​ເຫລືອ​ທີ່​ດີ​ທີ່​ສຸດ, ​ປະ​ທານ​ສະ​ເຕກ​ຕ້ອງ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ພາກ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ໃຈ ຖ້າ​ຫາກ​ຄວນ​ຈັດ​ສະ​ພາ​ຂຶ້ນ ເພື່ອ​ແກ້​ໄຂ​ການ​ປະ​ພຶດ. ຖ້າ​ຫາກ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ, ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ຈະ​ຕັດ​ສິນ​ຜົນ​ຮັບ​ຂອງ​ສະ​ພາ.

ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ເລື່ອງ​ໜຶ່ງ​ທີ່​ລະ​ບຸ​ໄວ້​ໃນ​ພາກ​ນີ້, ການ​ຕັດ​ສິນ​ຂອງ​ສະ​ພາ​ຈະ​ຕ້ອງ “ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື,” “ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ,” ຫລື “ການ​ຖອນ​ສະ​ມາ​ຊິກ​ກະ​ພາບ.” ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ເພື່ອ​ຖອນ​ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຫລື ຮັບ​ບຸກ​ຄົນ​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ (ເບິ່ງ 32.16.1, ຂໍ້ 9).

32.6.3.1

ການ​ດຳ​ເນີນ​ການ​ຢ່າງ​ອື່ນ

ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບໍ່​ໄດ້​ຖືກ​ຈັດ​ຂຶ້ນ, ​ການ​ດຳ​ເນີນ​ການ​ຢ່າງ​ອື່ນ​ອາດ​ລວມ​ທັງ:

  • ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ (ເບິ່ງ 32.8.3).

  • ການ​ບັນ​ທຶກ​ໝາຍ​ເຫດ​ປະ​ກອບ​ໃນ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.14.5).

  • ການ​ຈຳ​ກັດ​ພິ​ທີ​ການ, ຊຶ່ງ​ຈຳ​ກັດ​ບຸກ​ຄົນ​ຈາກ​ການ​ໄດ້​ຮັບ ຫລື ​ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ຫລື ການ​ໄດ້​ຮັບ ຫລື ​ການ​ໃຊ້​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ ກ່ອນ​ການ​ດຳ​ເນີນ​ການ​ໃດ​ໜຶ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ.

32.6.3.2

ການ​ປະ​ຖິ້ມ​ຄວາມ​ເຊື່ອ

ບັນ​ຫາ​ເລື່ອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ສ່ວນ​ຫລາຍ​ຈະ​ມີ​ຜົນ​ກະ​ທົບ​ອອກ​ນອກ​ເຂດ​ຂອງ​ຫວອດ ຫລື ສະ​ເຕກ. ມັນ​ຕ້ອງ​ຖືກ​ແກ້​ໄຂ​ໂດຍ​ທັນ​ທີ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ.

ອະ​ທິ​ການ​ຈະ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ວ່າ ການ​ກະ​ທຳ​ຂອງ​ສະ​ມາ​ຊິກ​ອາດ​ກໍ່​ໃຫ້​ເກີດ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ​ກັບ​ສະ​ມາ​ຊິກ (ເບິ່ງ 32.8.3). ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ໂດຍ​ທັນ​ທີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ໃຈ ຖ້າ​ຫາກ​ວ່າ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ຢ່າງ​ອື່ນ ​ຈຳ​ເປັນ​ຫລື​ບໍ່.

ຕາມ​ທີ່​ໃຊ້​ໃນ​ນີ້, ການ​ປະ​ຖິ້ມ​ຄວາມ​ເຊື່ອ ໝາຍ​ເຖິງ​ສະ​ມາ​ຊິກ​ກຳ​ລັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ກະ​ທຳ​ຢ່າງ​ໃດ​ຢ່າງ​ໜຶ່ງ ດັ່ງ​ຕໍ່​ໄປ​ນີ້:

  • ການ​ກະ​ທຳ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ສາ​ທາ​ລະ​ນະ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ, ຄຳ​ສອນ, ນະ​ໂຍ​ບາຍ, ຫລື ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ແຈ້ງ​ຊັດ ແລະ ໂດຍ​ເຈດ​ຕະ​ນາ

  • ຍັງ​ຄົງ​ສິດ​ສອນວ່າ​ເປັນ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສິ່ງ​ທີ່​ບໍ່​ໄດ້​ເປັນ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ ຫລັງ​ຈາກ​ໄດ້​ຖືກ​ຕັກ​ເຕືອນ​ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ແລ້ວ

  • ສະ​ແດງ​ຮູບ​ແບບ​ການ​ທຳ​ງານ​ດ້ວຍ​ເຈດ​ຕະ​ນາ ເພື່ອ​ເຮັດ​ໃຫ້​ສັດ​ທາ ແລະ ກິດ​ຈະ​ກຳ​ຂອງ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ອ່ອນ​ແອ​ລົງ

  • ສືບ​ຕໍ່​ເຮັດ​ຕາມ​ຄຳ​ສອນ​ຂອງ​ກຸ່ມ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ ຫລັງ​ຈາກ​ໄດ້​ຖືກ​ຕັກ​ເຕືອນ​ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ແລ້ວ

  • ເຂົ້າ​ຮ່ວມ​ນິ​ກາຍ​ອື່ນ​ຢ່າງ​ເປັນ​ທາງ​ການ ແລະ ສົ່ງ​ເສີມ​ຄຳ​ສອນ​ຂອງ​ພວກ​ເຂົາ (ການ​ບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ ຫລື ການ​ໄປ​ໂບດ​ນິ​ກາຍ​ອື່ນ ບໍ່​ຖື​ວ່າ​ເປັນ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ນິ​ກາຍ​ອື່ນ​ຢ່າງ​ເປັນ​ທາງ​ການ ແລະ ສະ​ໜັບ​ສະ​ໜູນ​ຄຳ​ສອນ​ຂອງ​ພວກ​ເຂົາ, ແລ້ວ​ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ອາດ​ຈຳ​ເປັນ.)

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຊາວ​ນີ​ໄຟ​ວ່າ ພວກ​ເຂົາ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ​ຜູ້​ໄດ້​ເຮັດ​ບາບ. “ແຕ່​ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ, ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ທຳ​ລາຍ​ຜູ້​ຄົນ​ຂອງ​ເຮົາ” (3 ນີ​ໄຟ 18:31).

32.6.3.3

ການ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ

ຖ້າ​ຫາກ​ສະ​ມາ​ຊິກ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ຫລື ລັກ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ, ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ກ່ຽວ​ກັບ​ວ່າ​ ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ອື່ນ ຈຳ​ເປັນ​ຫລື​ບໍ່. ຜູ້ນຳ​ຈະ​ພິ​ຈາ​ລະ​ນາ:

  • ຈຳ​ນວນ​ທີ່​ຖືກ​ຍັກ​ຍອກ ຫລື ລັກ.

  • ຖ້າ​ຫາກ​ວ່າ​ການ​ຍັກ​ຍອກ​ໄດ້​ເກີດ​ຂຶ້ນ​ພຽງ​ຄັ້ງ​ດຽວ ຫລື ຊ້ຳ​ແລ້ວ​ຊ້ຳ​ອີກ.

  • ຖ້າ​ຫາກ​ວ່າ​ມີ​ການ​ຊຳ​ລະ​ໜີ້​ຄືນ​ຫລື​ບໍ່.

  • ລະ​ດັບ​ຄວາມ​ສຳ​ນຶກ​ຜິດ​ຂອງ​ບຸກ​ຄົນ.

  • ຕຳ​ແໜ່ງ​ການ​ເອີ້ນ​ຂອງ​ສະ​ມາ​ຊິກ (ເບິ່ງ 32.6.1.4 ສຳ​ລັບ​ສະ​ມາ​ຊິກ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ).

ປະ​ທານ​ສະ​ເຕກ​ຈະ​ລາຍ​ງານ​ໜຶ່ງ​ໃນ​ລາຍ​ການ​ດັ່ງ​ຕໍ່​ໄປ​ນີ້​ໃນ ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ:

  • ຜົນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

  • ວ່າ​ເພິ່ນ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ ແລະ ​ກຳ​ນົດ​ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບໍ່​ຈຳ​ເປັນ​

ຖ້າ​ຫາກ​ວ່າ​ຫ້ອງ​ການ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ​ກຳ​ນົດ​ວ່າ ຜູ້​ນຳ ຫລື ພະ​ນັກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ, ​ໂດຍ​ທົ່ວ​ໄປ​ແລ້ວ ຝ່າຍ​ປະ​ທານ​ສູງ​ສຸດ​ຈະ​ຊີ້​ນຳ​ໃຫ້​ຂຽນ​ໝາຍ​ເຫດ​ປະ​ກອບ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ. “ຜູ້​ນຳ” ໝາຍ​ເຖິງ​ບຸກ​ຄົນ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ, ຕະ​ຫລອດ​ທັງ​ທີ່​ປຶກ​ສາ, ສະ​ໝຽນ, ແລະ ຝ່າຍ​ປະ​ທານ​ສາ​ຂາ​ດ້ວຍ. ເມື່ອ​ການ​ກັບ​ໃຈ​ສຳ​ເລັດ​ຮຽບ​ຮ້ອຍ​ແລ້ວ, ປະ​ທານ​ສະ​ເຕກ​ອາດ​ຮຽກ​ຮ້ອງ​ໃຫ້​ລຶບ​ໝາຍ​ເຫດ​ປະ​ກອບ​ອອກ (ເບິ່ງ 32.14.5 ແລະ 34.7.5). ໝາຍ​ເຫດ​ປະ​ກອບ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ຢ່າງ​ອື່ນ​ໄດ້​ເກີດ​ຂຶ້ນ.

32.6.3.4

ຄົນ​ຂ້າມ​ເພດ

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ທີ່​ເຮັດ​ວຽກ​ກັບ​ບຸກ​ຄົນ​ທີ່​ລະ​ບຸ​ວ່າ​ເປັນ​ຄົນ​ຂ້າມ​ເພດ ຄວນ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ 38.6.23.

32.6.4

ກໍ​ລະ​ນີ​ທີ່​ຕາມ​ປົກ​ກະ​ຕິ​ແລ້ວ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບໍ່​ຈຳ​ເປັນ

ຕາມ​ປົກ​ກະ​ຕິ​ແລ້ວສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບໍ່​ຈຳ​ເປັນໃນ​ກໍ​ລະ​ນີ​ດັ່ງ​ຕໍ່​ໄປ​ນີ້.

32.6.4.1

ການ​ບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ບາງ​ຢ່າງ​ຂອງ​ສາດ​ສະ​ໜາ​ຈັກ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ບໍ່​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ການ​ກະ​ທຳ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ສັງ​ເກດ​ເບິ່ງ​ຂໍ້​ຍົກ​ເວັ້ນ​ໃນ​ຂໍ້​ສຸດ​ທ້າຍ.

  • ການ​ບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ

  • ການ​ບໍ່​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສາດ​ສະ​ໜາ​ຈັກ

  • ການບໍ່​ຈ່າຍ​ເງິນ​ສ່ວນ​ສິບ

  • ບາບ​ຂອງ​ການ​ລະ​ເລີຍ

  • ການ​ສຳ​ເລັດ​ຄວາມ​ໃຄ່​ດ້ວຍ​ຕົວ​ເອງ

  • ການ​ບໍ່​ປະ​ຕິ​ບັດ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

  • ການ​ໃຊ້​ຮູບ​ພາບ​ລາ​ມົກ, ຍົກ​ເວັ້ນ​ຮູບ​ພາບ​ລາ​ມົກ​ເດັກ (ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 38.6.6) ຫລື ການ​ໃຊ້​ຮູບ​ພາບ​ລາ​ມົກ​ຢ່າງ​ໝົກ​ໝຸ້ນ ຫລື ຂາດ​ຄວາມ​ຢັບ​ຢັ້ງ ທີ່​ເປັນ​ເຫດ​ໃຫ້​ເກີດ​ໄພ​ໃຫຍ່​ຫລວງ​ຕໍ່​ຊີ​ວິດ​ການ​ແຕ່ງ​ງານ ຫລື ຄອບ​ຄົວ​ຂອງ​ສະ​ມາ​ຊິກ (ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 38.6.13).

32.6.4.2

ທຸ​ລະ​ກິດ​ລົ້ມ​ເຫລວ ຫລື ການ​ບໍ່​ຊຳ​ລະ​ໜີ້​ສິນ

ຜູ້​ນຳ​ບໍ່​ຄວນ​ໃຊ້​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທາງ​ທຸ​ລະ​ກິດ. ທຸ​ລະ​ກິດ​ລົ້ມ​ເຫລວ ຫລື ການ​ບໍ່​ຊຳ​ລະ​ໜີ້​ສິນ ບໍ່​ແມ່ນ​ເຫດ​ຜົນ​ທີ່​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາ​ຈະ​ຕ້ອງ​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ກິດ​ຈະ​ກຳ​ການ​ສໍ້​ໂກງ​ທີ່​ຮ້າຍ​ແຮງ ຫລື ​ການ​ປະ​ຕິ​ບັດ​ທາງ​ການ​ເງິນ​ທີ່​ເປັນ​ການ​ຫລອກ​ລວງ​ຢ່າງ​ຮ້າຍ​ແຮງ (ເບິ່ງ 32.6.1.3).

32.6.4.3

ຂໍ້​ຂັດ​ແຍ້ງ​ທາງ​ແພ່ງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ບໍ່​ຖືກ​ຈັດ​ຂຶ້ນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ທາງ​ແພ່ງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 134:11).

32.7

ສະ​ຖາ​ນະ​ການ​ຂອງ​ບຸກ​ຄົນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ເຮົາ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ຫາ​ເຮົາ, ເຮົາ​ຈະ​ຮັບ​ເອົາ​ໄວ້; ແລະ ຄົນ​ທີ່​ມາ​ຫາ​ເຮົາ​ຈະ​ເປັນ​ສຸກ” (3 ນີ​ໄຟ 9:14). ສະ​ຖາ​ນະ​ການ​ຂອງ​ບຸກ​ຄົນ​ແມ່ນ​ຂໍ້​ພິ​ຈາ​ລະ​ນາ​ທີ່​ສຳ​ຄັນ​ໃນ​ການ​ກຳ​ນົດ:

  • ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ​ຂອງ​ເຂົາ (ເບິ່ງ 32.5 ແລະ 32.6).

  • ຄຳ​ຕັດ​ສິນ​ໃນ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ຫລື ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.8 ແລະ 32.11).

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ສະ​ແຫວງ​ຫາ​ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ສະ​ຖາ​ນະ​ການ​ແຕ່​ລະ​ຢ່າງ. ພວກ​ເພິ່ນ​ຈະ​ພິ​ຈາ​ລະ​ນາ​ປັດ​ໃຈ​ດັ່ງ​ຕໍ່​ໄປ​ນີ້ ໃນ​ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ​ເພື່ອ​ນຳ​ໃຊ້ ແລະ ຜົນ​ຮັບ​ຈະ​ເປັນ​ຢ່າງ​ໃດ. ປັດ​ໃຈ​ເຫລົ່າ​ນີ້​ບໍ່​ໄດ້​ຊີ້​ນຳ​ການ​ຕັດ​ສິນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ກົງ​ກັນ​ຂ້າມ, ປັດ​ໃຈ​ເຫລົ່າ​ນີ້​ຊ່ວຍ​ໃນ​ການ​ຕັດ​ສິນ​ທີ່​ຜູ້​ນຳ​ຈະ​ຕ້ອງ​ເຮັດ​ດ້ວຍ​ການ​ອະ​ທິ​ຖານ ແລະ ໄດ້​ຮັບ​ການ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ.

32.7.1

ຂະ​ໜາດ​ຂອງ​ບາບ

ຄວາມ​ຮ້າຍ​ແຮງ​ຂອງ​ບາບ​ແມ່ນ​ຖືກ​ວັດ​ແທກ​ໂດຍ​ຂະ​ໜາດ​ຂອງ​ມັນ. ສິ່ງ​ນີ້​ອາດ​ລວມ​ທັງ​ຈຳ​ນວນ ແລະ ຄວາມ​ຖີ່​ຂອງ​ບາບ​ທີ່​ເຮັດ, ຄວາມ​ຮຸນ​ແຮງ​ຂອງ​ຄວາມ​ເສຍ​ຫາຍ​ທີ່​ເປັນ​ຜົນ​ມາ​ຈາກ​ບາບ, ແລະ ຈຳ​ນວນ​ຜູ້​ຄົນ​ທີ່​ເຈັບ​ປວດ​ເພາະ​ການ​ນັ້ນ.

32.7.2

ຜົນ​ກະ​ທົບ​ຕໍ່​ຜູ້​ເສຍ​ຫາຍ

ຜູ້​ນຳ​ຈະ​ພິ​ຈາ​ລະ​ນາ​ຜົນ​ກະ​ທົບ​ຕໍ່​ຜູ້​ເສຍ​ຫາຍ ແລະ ຄົນ​ອື່ນ. ສິ່ງ​ເຫລົ່າ​ນີ້​ອາດ​ລວມ​ທັງ​ຄູ່​ຄອງ​ຂອງ​ບຸກ​ຄົນ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ. ຜູ້​ນຳ​ກໍ​ຈະ​ພິ​ຈາ​ລະ​ນາ​ຄວາມ​ຮຸນ​ແຮງ​ຂອງ​ຄວາມ​ເສຍ​ຫາຍ​ນຳ​ອີກ.

32.7.3

ຫລັກ​ຖານ​ຢືນ​ຢັນ​ການ​ກັບ​ໃຈ

ການ​ນຳ​ພາ​ທາງ​ວິນ​ຍານ​ແມ່ນ​ຈຳ​ເປັນ​ເພື່ອ​ຈຳ​ແນກ​ວ່າ ບຸກ​ຄົນ​ໄດ້​ກັບ​ໃຈ​ຢ່າງ​ຈິງ​ໃຈ​ຫລື​ບໍ່. ການ​ກັບ​ໃຈ​ເຊັ່ນ​ນັ້ນ​ໄດ້​ຖືກ​ສະ​ແດງ​ໃຫ້​ເຫັນ​ຫລາຍ​ຂຶ້ນ ໂດຍ​ພຶດ​ຕິ​ກຳ​ທີ່​ຊອບ​ທຳ​ຕະ​ຫລອດ​ມາ​ທີ່​ໜ້າ​ເຊື່ອ​ຖື ຫລາຍ​ກວ່າ​ການ​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ຫລວງ​ຫລາຍ​ລະ​ຫວ່າງ​ການ​ສຳ​ພາດ​ເທື່ອ​ດຽວ. ປັດ​ໃຈ​ທີ່​ຄວນ​ພິ​ຈາ​ລະ​ນາ​ລວມ​ທັງ:

  • ຄວາມ​ເຂັ້ມ​ແຂງ​ຂອງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ລັກ​ສະ​ນະ​ຂອງ​ການ​ສາ​ລະ​ພາບ.

  • ຄວາມ​ໂສກ​ເສົ້າ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບາບ.

  • ການ​ຊົດ​ເຊີຍ​ໃຫ້​ຜູ້​ໄດ້​ຮັບ​ບາດ​ເຈັບ.

  • ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຮຽກ​ຮ້ອງ.

  • ຄວາມ​ສຳ​ເລັດ​ໃນ​ການ​ປະ​ຖິ້ມ​ບາບ.

  • ຄວາມ​ຊື່​ສັດ​ໃນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ນັບ​ຕັ້ງ​ແຕ່​ໄດ້​ເຮັດ​ບາບ.

  • ຄວາມ​ຊື່​ສັດ​ກັບ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ແລະ ຄົນ​ອື່ນໆ.

  • ຄວາມ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

32.7.4

ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ເພາະ​ຄົນ​ໃດ​ທີ່​ຖືກ​ປະ​ທານ​ໃຫ້​ຫລາຍ ກໍ​ຈະ​ຖືກ​ຮຽກ​ຮ້ອງ​ຫລາຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:3). ບຸກ​ຄົນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ທີ່​ສູງ​ກວ່າ. ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ຈະ​ຂະ​ຫຍາຍ​ຄວາມ​ຮ້າຍ​ແຮງ​ຂອງ​ບາບ. ມັມ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ທີ່ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຂຶ້ນ.

32.7.5

ຕຳ​ແໜ່ງ​ທີ່​ໄວ້​ວາງ​ໃຈ ຫລື ມີ​ສິດ​ອຳ​ນາດ

ຄວາມ​ຮ້າຍ​ແຮງ​ຂອງ​ບາບ​ຖືກ​ຂະ​ຫຍາຍ​ຖ້າ​ຫາກ​ບຸກ​ຄົນ​ໄດ້​ກະ​ທຳ​ມັນ​ຂະ​ນະ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ທີ່​ໄວ້​ວາງ​ໃຈ ຫລື ມີ​ສິດ​ອຳ​ນາດ, ດັ່ງ​ເຊັ່ນ ພໍ່​ແມ່, ຜູ້​ນຳ, ຫລື ຄູ​ສອນ.

32.7.6

ການ​ເຮັດ​ຊ້ຳ​ແລ້ວ​ຊ້ຳ​ອີກ

ຮູບ​ແບບ​ຂອງ​ການ​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ຊ້ຳ​ແລ້ວ​ຊ້ຳ​ອີກ ອາດ​ບົ່ງ​ບອກ​ເຖິງ​ພຶດ​ຕິ​ກຳ​ທີ່​ຝັງ​ເລິກ ຫລື ການ​ຕິດ​ແສດ​ທີ່​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ໄປ​ສູ່​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ. ນອກ​ເໜືອ​ໄປ​ຈາກ​ຂໍ້​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ທີ່​ອາດ​ຈຳ​ເປັນ, ໂຄງ​ການ​ຟື້ນ​ຟູ​ຈາກ​ການ​ຕິດ​ແສດ ແລະ ການ​ໃຫ້​ຄຳ​ປຶກ​ສາ​ຈາກ​ມື​ອາ​ຊີບ​ອາດ​ເປັນ​ປະ​ໂຫຍດ (ເບິ່ງ 32.8.2).

32.7.7

ອາ​ຍຸ, ວຸດ​ທິ​ພາ​ວະ, ແລະ ປະ​ສົບ​ການ

ຜູ້​ນຳ​ຄວນ​ພິ​ຈາ​ລະ​ນາ​ອາ​ຍຸ, ວຸດ​ທິ​ພາ​ວະ, ແລະ ປະ​ສົບ​ການ ເມື່ອ​ໃຫ້​ຄຳ​ປຶກ​ສາ​ແກ່​ສະ​ມາ​ຊິກ ຫລື ຕັດ​ສິນ​ໃຈ​ຜົນ​ຮັບ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ. ສ່ວນ​ຫລາຍ​ການ​ຜ່ອນ​ຜັນ​ຈະ​ເໝາະ​ສົມ​ສຳ​ລັບ​ຜູ້​ທີ່​ອ່ອນ​ແອ​ໃນ​ພຣະ​ກິດ​ຕິ​ຄຸນ. ຍົກ​ຕົວ​ຢ່າງ, ການ​ຜ່ອນ​ຜັນ​ອາດ​ເໝາະ​ສົມ​ກັບ​ສະ​ມາ​ຊິກ​ໄວ​ໜຸ່ມ ຜູ້​ທີ່​ປະ​ພຶດ​ຜິດ​ສິນ​ທຳ ຖ້າ​ຫາກ​ພວກ​ເຂົາ​ປະ​ຖິ້ມ​ບາບ ແລະ ສະ​ແດງ​ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາດ​ຈຳ​ເປັນ​ຕ້ອງ​ມີ​ການ​ດຳ​ເນີນ​ການ​ທີ່​ຈິງ​ຈັງ​ຫລາຍ​ກວ່າ​ນີ້ ຖ້າ​ຫາກ​ພວກ​ເຂົາ​ຍັງ​ມີ​ພຶດ​ຕິ​ກຳ​ເຊັ່ນ​ນີ້​ຢູ່.

32.7.8

ຄວາມ​ສາ​ມາດ​ທາງ​ຈິດ​ໃຈ

ຄວາມ​ເຈັບ​ປ່ວຍ​ທາງ​ຈິດ​ໃຈ, ການ​ຕິດ​ແສດ, ຫລື ຄວາມ​ສາ​ມາດ​ທາງ​ຈິດ​ໃຈ​ທີ່​ຈຳ​ກັດ ບໍ່​ໄດ້​ເປັນ​ຂໍ້​ແກ້​ຕົວ​ໃຫ້​ບຸກ​ຄົນ​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕໍ່​ໄປ​ນີ້​ຄື​ປັດ​ໃຈ​ທີ່​ຄວນ​ພິ​ຈາ​ລະ​ນາ. ໃນ​ສ່ວນ​ໜຶ່ງ​ຂອງ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ, ຜູ້​ນຳ​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ​ເລື່ອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ແລະ ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບຸກ​ຄົນ.

32.7.9

ການ​ສາ​ລະ​ພາບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ

ການ​ສາ​ລະ​ພາບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ໄທ​ພຣະ​ເຈົ້າ​ກັບ​ການ​ກະ​ທຳ​ຂອງ​ບຸກ​ຄົນ ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ໃຈ.

32.7.10

ຊ່ວງ​ເວ​ລາ​ລະ​ຫວ່າງ​ການ​ເຮັດ​ບາບ ແລະ ການ​ສາ​ລະ​ພາບ

ການ​ສາ​ລະ​ພາບ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ກັບ​ໃຈ ແລະ ບໍ່​ຄວນ​ເລື່ອນ​ເວ​ລາ​ອອກ​ໄປ. ບາງ​ຄັ້ງ​ຄວາມ​ຜິດ​ບາບ​ຕິດ​ຕາມ​ມາ​ດ້ວຍ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ​ຂອງ​ການ​ຊົດ​ເຊີຍ ແລະ ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ. ຖ້າ​ຫາກ​ສະ​ມາ​ຊິກ​ສາ​ລະ​ພາບ​ບາບ ແລະ ບໍ່​ກະ​ທຳ​ບາບ​ຊ້ຳ​ອີກ, ນັ້ນ​ກໍ​ສະ​ແດງ​ວ່າ​ເຂົາ​ໄດ້​ປະ​ຖິ້ມ​ບາບ​ນັ້ນ​ແລ້ວ. ໃນ​ກໍ​ລະ​ນີ​ນັ້ນ, ການ​ສາ​ລະ​ພາບ​ຈະ​ສິ້ນ​ສຸດ​ ແທນ​ທີ່​ຈະ​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ການ​ກັບ​ໃຈ.

32.7.11

ບາບ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ທີ່​ອາ​ໄສ​ຢູ່​ໃນ​ຫວອດ ຫລື ສະ​ເຕກ​ທີ່​ແຕກ​ຕ່າງ​ກັນ

ບາງ​ຄັ້ງ​ສະ​ມາ​ຊິກ​ຜູ້​ທີ່​ໄດ້ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ນຳ​ກັນ​ອາ​ໄສ​ຢູ່​ໃນ​ຫວອດ ຫລື ສະ​ເຕກ​ທີ່​ແຕກ​ຕ່າງ​ກັນ. ໃນ​ສະ​ຖາ​ນະ​ການ​ນີ້, ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ ຫລື ຈັດ​ສະ​ພາ​ຂຶ້ນ​ຫລື​ບໍ່. ພວກ​ເພິ່ນ​ຍັງ​ຈະ​ສົນ​ທະ​ນາ​ຖ້າ​ຫາກ​ສົມ​ຄວນ​ທີ່​ຈະ​ຈຳ​ກັດ ຫລື ການ​ຕັດ​ສິນ​ຂອງ​ສະ​ພາ​ຄື​ກັນ​ຫລື​ບໍ່ ຫລື ມີ​ເລື່ອງ​ອື່ນ​ທີ່​ອາດ​ບົ່ງ​ບອກ​ວ່າ ຕ້ອງ​ມີ​ຜົນ​ຮັບ​ທີ່​ແຕກ​ຕ່າງ​ຈາກ​ນີ້.


ການ​ບໍ​ລິ​ຫານ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ


32.8

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ

ສ່ວນ​ຫລາຍ​ແລ້ວ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ​ຈະ​ພຽງ​ພໍ​ທີ່​ຈະ​ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ ແລະ ຊ່ວຍ​ບຸກ​ຄົນ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ການ​ກັບ​ໃຈ. ການ​ໃຫ້​ຄຳ​ປຶກ​ສາ​ເຊັ່ນ​ນັ້ນ​ກໍ​ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ປ້ອງ​ກັນ​ຕ້ານ​ທານ​ກັບ​ບາບ​ອັນ​ຮ້າຍ​ແຮງ​ໄດ້. ໃນ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ, ຜູ້​ນຳ​ສາ​ມາດ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ​ນຳ​ອີກ ເພື່ອ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ​ບາງ​ຢ່າງ (ເບິ່ງ 32.8.3).

ບາບ​ອັນ​ຮ້າຍ​ແຮງ​ບໍ່​ຄວນ​ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງ​ເບົາໆ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:31). ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຂຶ້ນ (ເບິ່ງ 32.7.4).

ແນວ​ທາງ​ຊີ້​ນຳ​ເພື່ອ​ຊ່ວຍ​ໃຫ້​ຜູ້​ນຳ​ຮູ້​ຈັກ​ເວ​ລາ​ໃດ​ທີ່​ການ​ໃຫ້​ຄຳ​ປຶກ​ສາ ແລະ ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ​ອາດ​ພຽງ​ພໍ ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ (ເບິ່ງ 32.7 ນຳ​ອີກ):

  • ບຸກ​ຄົນ​ທີ່​ບໍ່​ໄດ້​ກະ​ທຳ​ບາບທີ່​ຈະ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ (ເບິ່ງ 32.6.1).

  • ບຸກ​ຄົນ​ທີ່​ໄດ້​ສາ​ລະ​ພາບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ.

  • ບຸກ​ຄົນ​ທີ່​ກຳ​ລັງ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ ທີ່​ເຂົາ​ບໍ່​ເຄີຍ​ກະ​ທຳ​ມາ​ກ່ອນ.

  • ບາບ​ຂອງ​ບຸກ​ຄົນ​ບໍ່​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.

  • ບຸກ​ຄົນ​ມີ​ເຫດ​ຜົນ​ທີ່​ສາ​ມາດ​ຫລຸດ​ຜ່ອນ​ໂທດ​ໜັກ​ໃຫ້​ເປັນ​ເບົາ.

32.8.1

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ຖືກ​ນຳ​ມາ​ໃຊ້​ເມື່ອ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ໃຫ້​ຄຳ​ປຶກ​ສາ​ແກ່​ສະ​ມາ​ຊິກ ເພື່ອ​ຊ່ວຍ​ໃຫ້​ເຂົາ​ກັບ​ໃຈ.

  • ຂໍ​ເອົາ​ຂໍ້​ມູນ​ພຽງ​ໃຫ້​ພໍ​ເພື່ອ​ພິ​ຈາ​ລະ​ນາ (1) ທັດ​ສະ​ນະ​ຄະ​ຕິ​ຂອງ​ສະ​ມາ​ຊິກ​ຕໍ່​ພຶດ​ຕິ​ກຳ​ທີ່​ເປັນ​ບາບ ແລະ (2) ລັກ​ສະ​ນະ, ຄວາມ​ຖີ່, ແລະ ໄລ​ຍະ​ເວ​ລາ​ຂອງ​ພຶດ​ຕິ​ກຳ. ຢ່າ​ຖາມ​ລາຍ​ລະ​ອຽດ​ເກີນ​ກວ່າ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ສະ​ຖາ​ນະ​ການ. ຢ່າ​ຖາມ​ຄຳ​ຖາມ​ທີ່​ເກີດ​ຈາກ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ສ່ວນ​ຕົວ.

  • ຖາມ​ວ່າ​ການ​ປະ​ພຶດ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄົນ​ອື່ນ​ແນວ​ໃດ.

  • ສຸມ​ໃຈ​ໃສ່​ເງື່ອນ​ໄຂ​ທາງ​ບວກ ທີ່​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ສະ​ມາ​ຊິກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເລິກ​ເຊິ່ງ​ແນວ​ໃດ. ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ປະ​ຕິ​ບັດ​ຢ່າງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ເພື່ອ​ໃຫ້​ເກີດ​ການ​ປ່ຽນ​ແປງ​ພຶດ​ຕິ​ກຳ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ການ​ກັບ​ໃຈ. ເຊື້ອ​ເຊີນ​ເຂົາ​ໃຫ້​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ສະ​ແຫວງ​ຫາ​ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ອົງ ແລະ ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ໄຖ່​ຂອງ​ພຣະ​ອົງ.

  • ຊຸກ​ຍູ້​ກິດ​ຈະ​ກຳ​ຍົກ​ລະ​ດັບ ດັ່ງ​ເຊັ່ນ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ໄປ​ຮ່ວມ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ. ສິດ​ສອນ​ວ່າ​ປະ​ຫວັດ​ຄອບ​ຄົວ ແລະ ​ວຽກ​ງານ​ພຣະ​ວິ​ຫານ​ສາ​ມາດ​ຫລຸດ​ຜ່ອນ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ​ໄດ້. ຊຸກ​ຍູ້​ການ​ຮັບ​ໃຊ້​ຄົນ​ອື່ນ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

  • ຊຸກ​ຍູ້​ການ​ຊົດ​ເຊີຍ​ໃຫ້​ກັບ​ຜູ້​ທີ່​ໄດ້​ຮັບ​ອັນ​ຕະ​ລາຍ​ຈາກ​ບາບ ແລະ ຂໍ​ການ​ໃຫ້​ອະ​ໄພ

  • ຊຸກ​ຍູ້​ໃຫ້​ຫັນ​ໜີ​ຈາກ​ອິດ​ທິ​ພົນ​ທີ່​ບໍ່​ດີ. ຊ່ວຍ​ສະ​ມາ​ຊິກ​ໃຫ້​ທຳ​ການ​ປ້ອງ​ກັນ ເພື່ອ​ຕໍ່​ຕ້ານ​ການ​ລໍ້​ລວງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.

  • ຮັບ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ, ບໍ່​ແມ່ນ​ຜູ້​ໃຫ້​ຄຳ​ປຶກ​ສາ​ມື​ອາ​ຊີບ. ນອກ​ເໜືອ​ໄປ​ຈາກ​ການ​ໃຫ້​ຄຳ​ປຶກ​ສາ​ທີ່​ທ່ານ​ມອບ​ໃຫ້, ສະ​ມາ​ຊິກ​ບາງ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ພຶດ​ຕິ​ກຳ. ບາງ​ຄົນ​ປ່ວຍ​ທາງ​ຈິດ. ຕາມ​ຄວາມ​ຈຳ​ເປັນ, ແນະ​ນຳ​ສະ​ມາ​ຊິກ​ໃຫ້​ຊອກ​ຫາ​ການ​ຊ່ວຍ​ເຫລືອ​ຈາກ​ມື​ອາ​ຊີບ​ດ້ານ​ການ​ແພດ ແລະ ສຸ​ຂະ​ພາບ​ຈິດ​ທີ່​ມີ​ຄຸນ​ວຸດ​ທິ (ເບິ່ງ 31.3.6).

  • ໃຫ້​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ກ່ອນ​ຈະ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ. ສະ​ມາ​ຊິກ​ບາງ​ຄົນ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໃຊ້​ສິດ​ທິ​ພິ​ເສດ​ຂອງ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ແຂງ​ຂັນ ຫລາຍ​ກວ່າ​ການ​ຈຳ​ກັດ​ເຂົາ.

  • ຕິດ​ຕາມ​ໃຫ້​ກຳ​ລັງ​ໃຈ, ເສີມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ແລະ ຕິດ​ຕາມ​ເບິ່ງ​ຄວາມ​ຄືບ​ໜ້າ.

ຫລັງ​ຈາກ​ສະ​ມາ​ຊິກ​ໄດ້​ສາ​ລະ​ພາບ​ກັບ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ແລ້ວ, ການ​ໃຫ້​ຄຳ​ປຶກ​ສາ​ຕິດ​ຕາມ​ຜົນ​ອາດ​ເກີດ​ຂຶ້ນ​ໃນ​ຫລາຍ​ວິ​ທີ. ຜູ້​ນຳ​ເອງ​ສາ​ມາດ​ກະ​ທຳ​ໄດ້. ຫລື, ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ສະ​ມາ​ຊິກ, ເພິ່ນ​ສາ​ມາດ​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຄົນ​ໃດ​ຄົນ​ໜຶ່ງ​ກະ​ທຳ​ແທນ​ກໍ​ໄດ້.

ດ້ວຍ​ການ​ຍິນ​ຍອມ​ຂອງ​ສະ​ມາ​ຊິກ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ໃນ​ກຸ່ມ​ແອວ​ເດີ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຊ່ວຍ​ເຫລືອ​ໃນ​ດ້ານ​ໃດ​ດ້ານ​ໜຶ່ງ. ສຳ​ລັບ​ຊາວ​ໜຸ່ມ, ເພິ່ນ​ອາດ​ມອບ​ໝາຍ​ໃຫ້​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ ຫລື ຜູ້​ໃຫ້​ຄຳ​ແນະ​ນຳ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຊ່ວຍ​ເຫລືອ. ຜູ້​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຊ່ວຍ​ເຫລືອ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ດົນ​ໃຈ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ມອບ​ໝາຍ​ນັ້ນ (ເບິ່ງ 4.2.6).

ເມື່ອ​ມອບ​ໝາຍ​ໃຫ້​ບາງ​ຄົນ​ຊ່ວຍ​ເຫລືອ​ໃຫ້​ຄຳ​ປຶກ​ສາ​ຕິດ​ຕາມ​ຜົນ, ຜູ້​ນຳ​ຈະ​ໃຫ້​ຂໍ້​ມູນ​ທີ່​ຈຳ​ເປັນ​ພໍ​ທີ່​ຈະ​ຊ່ວຍ​ສະ​ມາ​ຊິກ​ເທົ່າ​ນັ້ນ. ຜູ້​ໄດ້​ຮັບ​ມອບ​ໝາຍ​ຕ້ອງ​ຮັກ​ສາ​ຄວາມ​ລັບ​ໄວ້. ເຂົາ​ຈະ​ລາຍ​ງານ​ອະ​ທິ​ການ​ໃຫ້​ຊາບ​ເຖິງ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

32.8.2

ການ​ຊ່ວຍ​ຜູ້​ຄົນ​ທີ່​ຕິດ​ແສດ

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ​ບາງ​ຄັ້ງ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ​ຈາກ​ບາບ ທີ່​ກ່ຽວ​ພັນ​ກັບ ຫລື ເກີດ​ຈາກ​ການ​ຕິດ​ແສດ. ການ​ຕິດ​ແສດ​ເຫລົ່າ​ນີ້​ອາດ​ລວມ​ທັງ​ສານ​ເສບ​ຕິດ ຫລື ພຶດ​ຕິ​ກຳ​ຕ່າງໆ. ການ​ຕິດ​ແສດ​ເປັນ​ໄພ​ຕໍ່​ບຸກ​ຄົນ, ການ​ແຕ່ງ​ງານ, ແລະ ຄອບ​ຄົວ. ອະ​ທິ​ການ​ອາດ​ແນະ​ນຳ​ໃຫ້​ສະ​ມາ​ຊິກ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫລືອ​ຈາກ​ໂຄງ​ການ​ບຳ​ບັດ​ການ​ຕິດ​ແສດ ແລະ​ ຈາກ​ມື​ອາ​ຊີບ​ດ້ານ​ການ​ແພດ ແລະ ສຸ​ຂະ​ພາບ​ຈິດ​ທີ່​ມີ​ຄຸນ​ວຸດ​ທິ.

ການ​ໃຊ້​ຮູບ​ພາບ​ລາ​ມົກ​ກາຍ​ເປັນ​ເລື່ອງ​ປົກ​ກະ​ຕິ​ຫລາຍ​ຂຶ້ນ. ການ​ໃຊ້​ຢ່າງ​ໝົກ​ໝຸ້ນ​ສາ​ມາດ​ກາຍ​ເປັນ​ການ​ຕິດ​ຈົນ​ອອກ​ບໍ່​ໄດ້ ຫລື, ໃນ​ໜ້ອຍ​ກໍ​ລະ​ນີ​ທີ່​ສຸດ, ກາຍ​ເປັນ​ການ​ຕິດ​ແສດ. ບໍ່​ວ່າ​ການ​ໃຊ້​ຮູບ​ພາບ​ລາ​ມົກ​ຢ່າງ​ໝົກ​ໝຸ້ນ ຫລື ເປັນ​ບາງ​ຄັ້ງ, ມັນ​ກໍ​ເປັນ​ໄພ. ມັນ​ຂັບ​ໄລ່​ພຣະ​ວິນ​ຍານ​ໃຫ້​ໜີ​ໄປ. ມັນ​ເຮັດ​ໃຫ້​ຄວາມ​ສາ​ມາດ​ໃນ​ການ​ດຶງ​ເອົາ​ພະ​ລັງ​ທີ່​ມາ​ຈາກ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ອ່ອນ​ແອ​ລົງ. ມັນ​ກໍ​ຍັງ​ທຳ​ລາຍ​ຄວາມ​ສຳ​ພັນ​ອັນ​ມີ​ຄ່າ​ນຳ​ອີກ.

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ພຽງ​ພໍ​ສຳ​ລັບ​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ ຈາກ​ການ​ໃຊ້​ຮູບ​ພາບ​ລາ​ມົກ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ທີ່​ຕາມ​ປົກ​ກະ​ຕິ​ແລ້ວ​ບໍ່​ໄດ້​ຖືກ​ຈັດ​ຂຶ້ນ. ສຳ​ລັບ​ຂໍ້​ຍົກ​ເວັ້ນ, ໃຫ້​ເບິ່ງ 38.6.6 ແລະ 38.6.13. ການ​ໃຫ້​ຄຳ​ປຶກ​ສາ​ຈາກ​ມື​ອາ​ຊີບ​ອາດ​ເປັນ​ປະ​ໂຫຍດ.

ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ຈະ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຖ້າ​ຈຳ​ເປັນ. ພໍ່​ແມ່​ສາ​ມາດ​ເຂົ້າ​ຮ່ວມ​ເມື່ອ​ໃຫ້​ຄຳ​ປຶກ​ສາ​ແກ່​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ໃຊ້​ຮູບ​ພາບ​ລາ​ມົກ. ຄູ່​ຄອງ​ສາ​ມາດ​ເຂົ້າ​ຮ່ວມ​ເມື່ອ​ໃຫ້​ຄຳ​ປຶກ​ສາ​ແກ່​ບຸກ​ຄົນ​ທີ່​ແຕ່ງ​ງານ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກ​ສາ​ສະ​ມາ​ຊິກ​ທີ່​ພົວ​ພັນ​ກັບ​ຮູບ​ພາບ​ລາ​ມົກ, ໃຫ້​ເບິ່ງ 38.6.13.

32.8.3

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ

ນອກ​ຈາກ​ການ​ຊຸກ​ຍູ້​ໃຫ້​ກະ​ທຳ​ໃນ​ທາງ​ບວກ​ເມື່ອ​ໃຫ້​ຄຳ​ປຶກ​ສາ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ບາງ​ຢ່າງ​ຊົ່ວ​ໄລ​ຍະ​ໜຶ່ງ. ເມື່ອ​ບໍ​ລິ​ຫານ​ຢ່າງ​ສະ​ຫລາດ, ​ການ​ຈຳ​ກັດ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃນ​ການ​ກັບ​ໃຈ ແລະ ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ໄດ້. ການ​ຈຳ​ກັດ​ເຫລົ່າ​ນີ້ ຖື​ວ່າ​ ບໍ່​ເປັນ​ທາງ​ການ ເພາະ​ວ່າ​ມັນ​ບໍ່​ໄດ້​ຖືກ​ໝາຍ​ເຫດ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ​ອາດ​ຍືດ​ຍາວ​ເຖິງ​ສອງ​ສາມ​ອາ​ທິດ, ຫລາຍ​ເດືອນ, ຫລື ດົນ​ກວ່າ​ນັ້ນ ຖ້າ​ຈຳ​ເປັນ​ເພື່ອ​ໃຫ້​ຜູ້​ຄົນ​ກັບ​ໃຈ​ຢ່າງ​ສົມ​ບູນ. ໃນ​ສະ​ຖາ​ນະ​ການ​ທີ່​ບໍ່​ປົກ​ກະ​ຕິ, ເວ​ລາ​ອາດ​ຍືດ​ຍາວ​ກວ່າ​ໜຶ່ງ​ປີ.

ຜູ້​ນຳ​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ກ່ຽວ​ກັບ​ການ​ຈຳ​ກັດ​ເລື່ອງ​ໃດ​ທີ່​ດີ​ທີ່​ສຸດ ເພື່ອ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ສິ່ງ​ເຫລົ່າ​ນີ້​ອາດ​ລວມ​ທັງ (ແຕ່​ບໍ່​ຈຳ​ກັດ​ສະ​ເພາະ) ການ​ງົດ​ສິດ​ທິ​ພິ​ເສດ​ໃນ​ການ​ຮັບ​ໃຊ້​ໃນ​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ການ​ໃຊ້​ຖາ​ນະ​ປະ​ໂລ​ຫິດ, ຫລື ການ​ເຂົ້າ​ພຣະ​ວິ​ຫານ. ຜູ້​ນຳ​ຍັງ​ສາ​ມາດ​ຈຳ​ກັດ​ບຸກ​ຄົນ​ຈາກ​ການ​ກ່າວ​ຄຳ​ປາ​ໄສ, ​ສິດ​ສອນ​ບົດ​ຮຽນ, ຫລື ອະ​ທິ​ຖານ​ໃນ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ນຳ​ອີກ. ຖ້າ​ຫາກ​ຜູ້​ນຳ​ງົດ​ສິດ​ໃນ​ການ​ເຂົ້າ​ພຣະ​ວິ​ຫານ​, ເພິ່ນ​ຈະ​ຍົກ​ເລີກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ (LCR).

ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ກັບ​ໃຈ. ມັນ​ບໍ່​ຄວນ​ເປັນ​ການ​ຈຳ​ກັດ​ຢ່າງ​ທຳ​ອິດ​ກັບ​ບຸກ​ຄົນ​ທີ່​ກັບ​ໃຈ ຜູ້​ມີ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ບຸກ​ຄົນ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ຜູ້​ນຳ​ຄວນ​ງົດ​ສິດ​ທິ​ພິ​ເສດນີ້​ຊົ່ວ​ໄລ​ຍະ​ໜຶ່ງ.

ຕາມ​ປົກ​ກະ​ຕິ​ແລ້ວ​ຜູ້​ນຳ​ຈະ​ບໍ່​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ ຍົກ​ເວັ້ນ​ແຕ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ຮູ້ (ເບິ່ງ 32.12.2).

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຖອນ​ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ ຕາມ​ທີ່​ໄດ້​ຮັບ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ເມື່ອ​ບຸກ​ຄົນ​ນັ້ນ​ມີ​ຄວາມ​ກ້າວ​ໜ້າ​ທີ່​ລະ​ບຸ​ໃນ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ. ຖ້າ​ຫາກ​ສະ​ມາ​ຊິກ​ສືບ​ຕໍ່​ກະ​ທຳ​ບາບ​ນັ້ນ​ຢູ່, ມັນ​ອາດ​ຈະ​ເປັນ​ປະ​ໂຫຍດ ຫລື ຈຳ​ເປັນ​ທີ່​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.


ການ​ບໍ​ລິ​ຫານ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ


ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ຈັດ​ຂຶ້ນ ເມື່ອ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ພິ​ຈາ​ລະ​ນາ​ວ່າ ມັນ​ຈະ​ເປັນ​ປະ​ໂຫຍດ ຫລື ມັນ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ​ໂດຍ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 32.6). ມັນ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ດັບ​ຫວອດ, ສະ​ເຕກ, ສາ​ຂາ, ທ້ອງ​ຖິ່ນ, ຫລື ເຂດ​ເຜີຍ​ແຜ່. ພາກ​ນີ້​ຈະ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ບໍ​ລິ​ຫານ​ສະ​ພາ.

32.9

ການ​ເຂົ້າ​ຮ່ວມ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ

ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ​ໃຜ​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ.

ຜູ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ

ຜູ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

  • ບຸກ​ຄົນ​ທີ່​ຈັດ​ສະ​ພາ​ໃຫ້

  • ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ

  • ສະ​ໝຽນ​ຫວອດ

  • ປະ​ທານ​ກຸ່ມ​ແອວ​ເດີ ຫລື ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ (ເລືອກ​ເຮັດ​ໄດ້; ເບິ່ງ 32.10.1)

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ

ຜູ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

  • ບຸກ​ຄົນ​ທີ່​ຈັດ​ສະ​ພາ​ໃຫ້

  • ປະ​ທານ​ສະ​ເຕກ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ

  • ສະ​ໝຽນ​ສະ​ເຕກ

  • ສະ​ມາ​ຊິກ​ສະ​ພາ​ສູງ (ໃນ​ສະ​ຖາ​ນະ​ການ​ຈຳ​ກັດ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ 32.9.2)

  • ອະ​ທິ​ການ​ຂອງ​ບຸກ​ຄົນ​ທີ່​ຈັດ​ສະ​ພາ​ໃຫ້ (ເລືອກ​ເຮັດ​ໄດ້; ເບິ່ງ 32.9.3)

  • ປະ​ທານ​ກຸ່ມ​ແອວ​ເດີ ຫລື ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ (ເລືອກ​ເຮັດ​ໄດ້; ເບິ່ງ 32.10.1)

32.9.1

ປະ​ທານ​ສະ​ເຕກ

ປະ​ທານ​ສະ​ເຕກ:

  • ມີ​ສິດ​ອຳ​ນາດ​ເໜືອ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສະ​ເຕກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາ​ສ່ວນ​ໃຫຍ່​ເຫລົ່າ​ນີ້​ຈະ​ຖືກ​ຈັດ​ຂຶ້ນ​ໂດຍ​ອະ​ທິ​ການ.

  • ຕ້ອງ​ອະ​ນຸ​ມັດ​ກ່ອນ​ທີ່​ອະ​ທິ​ການ​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.

  • ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ​ຂຶ້ນ ຖ້າ​ຫາກ​ຊາຍ ຫລື ຍິງທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ.

  • ອາດ​ຈັດ​ສະ​ພາ​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​ອຸ​ທອນ​ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ.

  • ຕ້ອງ​ອະ​ນຸ​ມັດ​ກ່ອນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ​ແນະ​ນຳ​ຂັ້ນ​ສຸດ​ທ້າຍ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​.

32.9.2

ສະ​ພາ​ສູງ

ສະ​ມາ​ຊິກ​ຂອງ​ສະ​ພາ​ສູງ ​ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ບໍ່​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ສະ​ພາ​ສູງ​ອາດ​ເຂົ້າ​ຮ່ວມ​ໃນ​ສະ​ຖາ​ນະ​ການ​ທີ່​ຍາກໆ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102:2). ຍົກ​ຕົວ​ຢ່າງ, ຝ່າຍ​ປະ​ທານ​ສະ​ເຕກ​ອາດ​ເຊື້ອ​ເຊີນ​ສະ​ພາ​ສູງ​ໃຫ້​ເຂົ້າ​ຮ່ວມ​ເມື່ອ:

  • ມີ​ຂໍ້​ເທັດ​ຈິງ​ທີ່​ຖືກ​ຄັດ​ຄ້ານ.

  • ພວກ​ເພິ່ນ​ຈະ​ເພີ່ມ​ຄຸນ​ຄ່າ ແລະ ຄວາມ​ສົມ​ດູນ.

  • ສະ​ມາ​ຊິກ​ຂໍ​ໃຫ້​ພວກ​ເພິ່ນ​ເຂົ້າ​ຮ່ວມ.

  • ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ຄອບ​ຄົວ​ຂອງ​ເພິ່ນ​ກ່ຽວ​ຂ້ອງ (ເບິ່ງ 32.9.7).

32.9.3

ອະ​ທິ​ການ (ຫລື ປະ​ທານ​ສາ​ຂາ​ໃນ​ສະ​ເຕກ)

ອະ​ທິ​ການ:

  • ມີ​ສິດ​ອຳ​ນາດ​ເໜືອ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ.

  • ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ ແລະ ຮັບ​ການ​ອະ​ນຸ​ມັດ​ກ່ອນ​ທີ່​ຈະ​ຈັດ​ສະ​ພາ​ຂຶ້ນ.

  • ອາດ​ບໍ່​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ຖ້າ​ຫາກ​ຊາຍ ຫລື ຍິງ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ. ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ​ຈະ​ຕ້ອງ​ຖືກ​ຈັດ​ຂຶ້ນ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນັ້ນ.

  • ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ ສຳ​ລັບ​ສະ​ມາ​ຊິກ​ຫວອດ​ທີ່​ສະ​ມາ​ຊິກ​ກະ​ພາບ​ກຳ​ລັງ​ຖືກ​ທົບ​ທວນ. ການ​ເຂົ້າ​ຮ່ວມ​ຂອງ​ເພິ່ນ​ຈະ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ປະ​ທານ​ສະ​ເຕກ ແລະ ບຸກ​ຄົນ.

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ ຫລື ສາ​ຂາ​ອາດ​ແນະ​ນຳ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ ຖ້າ​ຫາກ​ເຂົາ​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ ກ່ອນ​ການ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ.

ບາງ​ຄັ້ງ​ຕ້ອງ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ແລະ ການ​ດຳ​ເນີນ​ການ​ຜ່ານ​ມາ​ເປີດ​ເຜີຍ​ວ່າ ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ສະ​ມາ​ຊິກ ມີ​ແນວ​ໂນ້ມ​ທີ່​ຈະ​ຖືກ​ຖອນ. ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້, ອະ​ທິ​ການ​ຈະ​ສົ່ງ​ເລື່ອງ​ດັ່ງ​ກ່າວ​ໄປ​ໃຫ້​ປະ​ທານ​ສະ​ເຕກ.

32.9.4

ປະ​ທານ​ເຜີຍ​ແຜ່

ປະ​ທານ​ເຜີຍ​ແຜ່:

  • ມີ​ສິດ​ອຳ​ນາດ​ເໜືອ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາ​ຂາ ແລະ ທ້ອງ​ຖິ່ນ​ຂອງ​ເຂດ​ເຜີຍ​ແຜ່.

  • ຕ້ອງ​ອະ​ນຸ​ມັດ​ກ່ອນ​ປະ​ທານ​ທ້ອງ​ຖິ່ນ ຫລື ປະ​ທານ​ສາ​ຂາ​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.

  • ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ຖ້າ​ຫາກ​ຊາຍ ຫລື ຍິງທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ ມີ​ແນວ​ໂນ້ມ​ວ່າ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຈະ​ຖືກ​ຖອນ. ຖ້າ​ຫາກ​ເວ​ລາ ຫລື ໄລ​ຍະ​ທາງ​ກີດ​ກັນ​ສິ່ງ​ນີ້, ເພິ່ນ​ອາດ​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ເປັນ​ປະ​ທານ​ຄວບ​ຄຸມ​ສະ​ພາ​ແທນ. ເພິ່ນ​ຈະ​ກຳ​ນົດ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສອງ​ຄົນ​ອື່ນ​ອີກ​ເຂົ້າ​ຮ່ວມ.

  • ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້, ໃຫ້​ຈັດສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ​ສຳ​ລັບ​ຜູ້​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ. ຖ້າ​ຫາກ​ເວ​ລາ ຫລື ໄລ​ຍະ​ທາງ​ກີດ​ກັນ​ສິ່ງ​ນີ້, ເພິ່ນ​ອາດ​ອະ​ນຸ​ຍາດ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາມ​ຄົນ​ຈັດ​ສະ​ພາ​ຂຶ້ນ. ໃນ​ກໍ​ລະ​ນີ​ນີ້, ປະ​ທານ​ທ້ອງ​ຖິ່ນ ຫລື ປະ​ທານ​ສາ​ຂາ​ຂອງ​ສະ​ມາ​ຊິກ ​ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ດຳ​ເນີນ​ສະ​ພາ.

  • ອາດ​ຈັດ​ສະ​ພາ​​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​​ອຸ​ທອນ​ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ທ້ອງ​ຖິ່ນ ຫລື ​ສາ​ຂາ.

  • ດ້ວຍ​ການ​ອະ​ນຸ​ມັດ​ຂອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫ​ຍ່​ຈາກ​ຫ້ອງ​ການ​ເຜີຍ​ແຜ່, ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ໃນ​ສະ​ໜາມ​ເຜີຍ​ແຜ່ (ເບິ່ງ 32.9.8). ເພິ່ນ​ກໍ​ຈະ​ທົບ​ທວນ​ເລື່ອງ​ລາວ​ກັບ​ຜູ້​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ເຂດ ແລະ ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ​ຂອງ​ສະ​ເຕກ​ບ້ານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

  • ຕ້ອງ​ອະ​ນຸ​ມັດ​ກ່ອນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສາ​ຂາ ຫລື ທ້ອງ​ຖິ່ນ​ແນະ​ນຳ​ຂັ້ນ​ສຸດ​ທ້າຍ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ.

ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ສາ​ລະ​ພາບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ເຂົາ​ໄດ້​ເຮັດ​ກ່ອນ​ຮັບ​ໃຊ້​ເຜີຍ​ແຜ່, ປະ​ທານ​ເຜີຍ​ແຜ່​ຈະ​ຕິດ​ຕໍ່​ຫາ​ຕົວ​ແທນ​ໃນ​ສະ​ໜາມ​ຂອງ​ເພິ່ນ ໃນ​ພະ​ແນກ​ເຜີຍ​ແຜ່​ສຳ​ລັບ​ການ​ຊີ້​ນຳ.

ເມື່ອ​ປະ​ທານ​ເຜີຍ​ແຜ່​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ, ເພິ່ນ​ຈະ​ກຳ​ນົດ​ໃຫ້​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສອງ​ຄົນ​ຊ່ວຍ​ເຫລືອ​ເພິ່ນ. ພຽງ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ບໍ່​ປົກ​ກະ​ຕິ​ເທົ່າ​ນັ້ນ​ທີ່​ເພິ່ນ​ຈະ​ກຳ​ນົດ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຊ່ວຍ​ເຫລືອ. ເພິ່ນ​ຈະ​ເຮັດ​ຕາມ​ຂັ້ນ​ຕອນ​ດຽ​ວ​ກັນ ດັ່ງ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ (ເບິ່ງ 32.10). ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ພາ​ສູງ ຫລື ສະ​ພາ​ທ້ອງ​ຖິ່ນ​ຈະ​ບໍ່​ເຂົ້າ​ຮ່ວມ.

32.9.5

ປະ​ທານ​ທ້ອງ​ຖິ່ນ ຫລື ປະ​ທານ​ສາ​ຂາ​ໃນ​ເຂດ​ເຜີຍ​ແຜ່

ປະ​ທານ​ທ້ອງ​ຖິ່ນ ຫລື ປະ​ທານ​ສາ​ຂາ​ໃນ​ເຂດ​ເຜີຍ​ແຜ່​ອາດ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ເມື່ອ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ປະ​ທານ​ເຜີຍ​ແຜ່. ສະ​ພາ​ທ້ອງ​ຖິ່ນ​ບໍ່​ເຂົ້າ​ຮ່ວມ.

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ທ້ອງ​ຖິ່ນ ຫລື ສາ​ຂາ​ອາດ​ແນະ​ນຳ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ ຖ້າ​ຫາກ​ເຂົາ​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່ ກ່ອນ​ການ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ.

32.9.6

ສະ​ໝຽນ​ສະ​ເຕກ ຫລື ສະ​ໝຽນ​ຫວອດ

ສະ​ໝຽນ​ສະ​ເຕກ ຫລື ​ສະ​ໝຽນ​ຫວອດ:

  • ຮັກ​ສາ​ບັນ​ທຶກ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຂອງ​ສະ​ພາ​ໄວ້ ສະ​ເພາະ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ເພື່ອ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

  • ກະ​ກຽມ​ຟອມ​ທີ່​ຖືກ​ຂໍ​ໃຫ້​ເຮັດ​ໂດຍ​ຜູ້​ນຳ​ທີ່​ດຳ​ເນີນ​ສະ​ພາ.

  • ບໍ່​ເຂົ້າ​ຮ່ວມ​ໃນ​ການ​ສົນ​ທະ​ນາ ຫລື ຕັດ​ສິນ​ໃນ​ສະ​ພາ.

32.9.7

ການ​ເຂົ້າ​ຮ່ວມ​ໃນ​ສະ​ຖາ​ນະ​ການ​ທີ່​ບໍ່​ປົກ​ກະ​ຕິ

ຖ້າ​ຫາກ​ທີ່​ປຶກ​ສາ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ປະ​ທານ​ສະ​ເຕກ​ຈະ​ຂໍ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ ຫລື ມະ​ຫາ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ແທນ​ທີ່​ປຶກ​ສາ​ຄົນ​ນັ້ນ. ຖ້າ​ຫາກ​ປະ​ທານ​ສະ​ເຕກ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ, ຝ່າຍ​ປະ​ທານ​ສູງ​ສຸດ​ອາດ​ອະ​ນຸ​ຍາດ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ປະ​ທານ​ສະ​ເຕກ​ຄວບ​ຄຸມ​ແທນ​ເພິ່ນ.

ຖ້າ​ຫາກ​ທີ່​ປຶກ​ສາ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ອະ​ທິ​ການ​ອາດ​ຂໍ​ໃຫ້​ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ໃນ​ຫວອດ​ເຂົ້າ​ຮ່ວມ​ແທນ​ທີ່​ປຶກ​ສາ​ຄົນ​ນັ້ນ. ຖ້າ​ຫາກ​ອະ​ທິ​ການ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ, ເພິ່ນ​ຈະ​ສົ່ງ​ເລື່ອງ​ນີ້​ໄປ​ໃຫ້​ປະ​ທານ​ສະ​ເຕກ, ຜູ້​ຈະ​ເອີ້ນ​ປະ​ຊຸມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ. ອະ​ທິ​ການ​ຈະ​ບໍ່​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຂອງ​ເພິ່ນ​ເອີ້ນ​ປະ​ຊຸມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ.

ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ເພິ່ນ, ມັນ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ດັບ​ສະ​ເຕກ. ຖ້າ​ຫາກ​ມັນ​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ທີ່​ປຶກ​ສາ​ຂອງ​ປະ​ທານ​ສະ​ເຕກ, ປະ​ທານ​ສະ​ເຕກ​ຈະ​ມອບ​ໝາຍ​ໃຫ້​ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ແທນ​ທີ່​ປຶກ​ສາ​ຄົນ​ນັ້ນ. ຖ້າ​ຫາກ​ສະ​ພາ​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ປະ​ທານ​ສະ​ເຕກ, ເພິ່ນ​ຈະ​ປຶກ​ສາ​ກັບ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ.

ຖ້າ​ຫາກ​ສະ​ມາ​ຊິກ​ຄັດ​ຄ້ານ​ການ​ເຂົ້າ​ຮ່ວມ​ຂອງ​ອະ​ທິ​ການ ຫລື ທີ່​ປຶກ​ສາ​ຂອງ​ເພິ່ນ, ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ລະ​ດັບ​ສະ​ເຕກ. ຖ້າ​ຫາກ​ສະ​ມາ​ຊິກ​ຄັດ​ຄ້ານ​ການ​ເຂົ້າ​ຮ່ວມ​ຂອງ​ທີ່​ປຶກ​ສາ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ປະ​ທານ​ສະ​ເຕກ, ປະ​ທານ​ສະ​ເຕກ​ຈະ​ມອບ​ໝາຍ​ໃຫ້​ມະ​ຫາ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ແທນ​ທີ່​ປຶກ​ສາ​ຄົນ​ນັ້ນ. ຖ້າ​ຫາກ​ສະ​ມາ​ຊິກ​ຄັດ​ຄ້ານ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທານ​ສະ​ເຕກ, ຫລື ຖ້າ​ຫາກ​ປະ​ທານ​ສະ​ເຕກ​ຮູ້​ສຶກ​ວ່າ ເພິ່ນ​ບໍ່​ສາ​ມາດ​ເປັນ​ກາງ​ໄດ້, ເພິ່ນ​ຈະ​ປຶກ​ສາ​ກັບ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ.

32.9.8

ການ​ພິ​ຈາ​ລະ​ນາ​ວ່າ​ຜູ້​ນຳ​ຄົນ​ໃດ​ຄວນ​ຈັດ​ສະ​ພາ​ໃນ​ສະ​ຖາ​ນະ​ການ​ພິ​ເສດ

ເກືອບ​ທຸກ​ຄັ້ງ​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ໜ່ວຍ​ສາດ​ສະ​ໜາ​ຈັກ​ພູ​ມີ​ພາກ ທີ່​ມີ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ.

ບາງ​ຄັ້ງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈຳ​ເປັນ​ສຳ​ລັບ​ບຸກ​ຄົນ​ທີ່​ຍ້າຍ. ຖ້າ​ຫາກ​ຍ້າຍ​ພາຍ​ໃນ​ສະ​ເຕກ​ດຽວ​ກັນ, ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກັບ​ອະ​ທິ​ການ​ຂອງ​ທັງ​ສອງ​ຫວອດ ແລະ ຕັດ​ສິນ​ໃຈ​ວ່າ​ຄວນ​ຈັດ​ສະ​ພາ​ຂຶ້ນ​ຢູ່​ໃສ.

ຖ້າ​ຫາກ​ສະ​ມາ​ຊິກ​ຍ້າຍ​ອອກ​ນອກ​ສະ​ເຕກ, ປະ​ທານ​ສະ​ເຕກ​ຂອງ​ທັງ​ສອງ​ສະ​ເຕກ​ຈະ​ປຶກ​ສາ ແລະ ຕັດ​ສິນ​ໃຈ​ວ່າ​ຄວນ​ຈັດ​ສະ​ພາ​ຂຶ້ນ​ຢູ່​ໃສ. ຖ້າ​ຫາກ​ພວກ​ເພິ່ນ​ຕັດ​ສິນ​ໃຈ​ວ່າ ຄວນ​ຈັດ​ສະ​ພາ​ຂຶ້ນ​ໃນ​ຫວອດ ຫລື ໃນ​ສະ​ເຕກ​ເກົ່າ, ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ເກັບ​ໄວ້​ຢູ່​ໃນ​ຫວອດ​ນັ້ນ ຈົນ​ກວ່າ​ສະ​ພາ​ຈົບ​ຮຽບ​ຮ້ອຍ. ຖ້າບໍ່​ດັ່ງ​ນັ້ນ, ບັນ​ທຶກ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ຫວອດ​ໃໝ່. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ແຈ້ງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ປະ​ຈຸ​ບັນ​ຂອງ​ສະ​ມາ​ຊິກ​ຢ່າງ​ລັບໆ ກ່ຽວ​ກັບ​ເຫດ​ຜົນ​ທີ່​ຕ້ອງ​ຈັດ​ສະ​ພາ​ຂຶ້ນ.

ບາງ​ຄັ້ງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ແມ່ນ​ຈຳ​ເປັນ​ສຳ​ລັບ​ສະ​ມາ​ຊິກ​ຜູ້​ອາ​ໄສ​ຢູ່​ໄກ​ບ້ານ​ຊົ່ວ​ຄາວ. ຍົກ​ຕົວ​ຢ່າງ, ສະ​ພາ​ອາດ​ຈຳ​ເປັນ​ສຳ​ລັບ​ນັກ​ຮຽນ ຫລື ທະ​ຫານ. ອະ​ທິ​ການ​ບ່ອນ​ທີ່​ສະ​ມາ​ຊິກ​ອາ​ໄສ​ຢູ່​ຊົ່ວ​ຄາວ ສາ​ມາດ​ໃຫ້​ຄຳ​ແນະ​ນຳ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ບໍ່​ສາ​ມາດ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ຍົກ​ເວັ້ນ​ແຕ່​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຢູ່​ໃນ​ໜ່ວຍ​ຂອງ​ເພິ່ນ ແລະ ເພິ່ນ​ໄດ້​ປຶກ​ສາ​ກັບ​ອະ​ທິ​ການ​ຂອງ​ຫວອດ​ບ້ານ​ແລ້ວ.

ບາງ​ຄັ້ງ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ຢູ່​ໃນ​ສະ​ໜາມ​ເຜີຍ​ແຜ່ ທີ່​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ຈົນ​ກວ່າ​ຫລັງ​ຈາກ​ເຂົາ​ໄດ້​ຖືກ​ປົດ​ຈາກ​ການ​ສອນ​ແລ້ວ. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກ່ຽວ​ກັບ​ວ່າ ຄົນ​ໃດ​ໃນ​ພວກ​ເພິ່ນ​ຄວນ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ. ຜູ້​ໜຶ່ງ​ໃນ​ພວກ​ເພິ່ນ​ຈະ​ປຶກ​ສາ​ກັບ​ປະ​ທານ​ເຜີຍ​ແຜ່​ຄົນ​ເກົ່າ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ ກ່ອນ​ຈະ​ຈັດ​ສະ​ພາ​ຂຶ້ນ.

32.10

ລະ​ບຽບ​ສຳ​ລັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

32.10.1

ແຈ້ງ​ລ່ວງ​ໜ້າ ແລະ ກະ​ກຽມ​ສຳ​ລັບ​ສະ​ພາ

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ແຈ້ງ​ສະ​ມາ​ຊິກ​ລ່ວງ​ໜ້າ​ເປັນ​ລາຍ​ລັກ​ອັກ​ສອນ​ກ່ຽວ​ກັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ທີ່​ຈະ​ຖືກ​ຈັດ​ຂຶ້ນ​ໃຫ້​ເຂົາ. ເພິ່ນ​ຈະ​ເຊັນ​ຊື່​ລົງ​ໃນ​ຈົດ​ໝາຍ. ມັນ​ຈະ​ລວມ​ທັງ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້:

“[ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ] ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ​ໃຫ້​ທ່ານ. ສະ​ພາ​ຈະ​ຖືກ​ຈັດ​ຂຶ້ນ​ໃນ [ວັນ​ທີ ແລະ ເວ​ລາ] ທີ່ [ສະ​ຖານ​ທີ່].

“ສະ​ພາ​ນີ້​ຈະ​ພິ​ຈາ​ລະ​ນາ [ສະ​ຫລຸບ​ຄວາມ​ຜິດ​ໂດຍ​ທົ່ວ​ໄປ, ແຕ່ບໍ່​ລົງ​ລາຍ​ລະ​ອຽດ ຫລື ຫລັກ​ຖານ].

“ທ່ານ​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ສະ​ພາ ເພື່ອ​ໃຫ້​ຄຳ​ຕອບ​ຂອງ​ທ່ານ. ທ່ານ​ສາ​ມາດ​ຈັດ​ກຽມ​ຄຳ​ໃຫ້​ການ​ເປັນ​ລາຍ​ລັກ​ອັກ​ສອນ​ຈາກ​ບຸກ​ຄົນ​ທີ່​ສາ​ມາດ​ໃຫ້​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ບຸກ​ຄົນ​ດັ່ງ​ກ່າວ​ມາ​ກ່າວຕໍ່​ສະ​ພາ​ແທນ​ທ່ານ ຖ້າ​ຫາກ​ໄດ້​ຮັບ​ການ​ອະ​ນຸ​ມັດ​ລ່ວງ​ໜ້າ​ໂດຍ​ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ. ທ່ານ​ສາ​ມາດ​ເຊື້ອ​ເຊີນ [ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຫລື ປະ​ທານ​ກຸ່ມ​ແອວ​ເດີ​ຂອງ​ຫວອດ] ​ເພື່ອ​ເຂົ້າ​ຮ່ວມ ແລະ ສະ​ໜັບ​ສະ​ໜູນ​ໄດ້​ເຊັ່ນ​ກັນ.

“ຄົນ​ໃດ​ກໍ​ຕາມ​ທີ່​ເຂົ້າ​ຮ່ວມ​ຈະ​ຕ້ອງ​ເຕັມ​ໃຈ​ຮ່ວມມື ແລະ ເຄົາ​ລົບ​ລັກ​ສະ​ນະ​ຂອງ​ສະ​ພາ, ລວມ​ທັງ​ລະ​ບຽບ​ການ​ປະ​ຕິ​ບັດ​ສະ​ພາ ແລະ ການ​ຮັກ​ສາ​ຄວາມ​ລັບ. ຜູ້​ປຶກ​ສາ ​ແລະ ຜູ້​ສະ​ໜັບ​ສະ​ໜູນ​ດ້ານ​ກົດ​ໝາຍ​ທີ່​ນອກ​ເໜືອ​ຈາກ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ.”

ວັກ​ສຸດ​ທ້າຍ​ອາດ​ລວມ​ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ​, ຄວາມ​ຫວັງ, ແລະ ຄວາມ​ຫ່ວງ​ໃຍ.

ແນວ​ທາງ​ຊີ້​ນຳ​ກ່ຽວ​ກັບ​ຜູ້​ທີ່​ບຸກ​ຄົນ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ມາ​ກ່າວ​ຕໍ່​ສະ​ພາ ມີ​ລະ​ບຸ​ໄວ້​ໃນ 32.10.3, ຂໍ້ 4.

ຖ້າ​ຫາກ​ຈົດ​ໝາຍ​ດັ່ງ​ກ່າວ​ບໍ່​ສາ​ມາດ​ສົ່ງ​ໃຫ້​ເຖິງ​ມື​ບຸກ​ຄົນ​ນັ້ນ​ດ້ວຍ​ຕົວ​ເອງ, ກໍ​ສາ​ມາດ​ສົ່ງ​ທາງ​ໄປ​ສະ​ນີ​ແບບ​ລົງ​ທະ​ບຽນ ຫລື ​ແບບ​ຢັ້ງ​ຢືນ, ໂດຍ​ມີ​ການ​ຂໍ​ໃບ​ຮັບ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ກຳ​ນົດ​ວັນ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ໃນ​ເວ​ລາ​ທີ່​ບຸກ​ຄົນ​ນັ້ນ​ສະ​ດວກ. ເພິ່ນ​ກໍ​ຍັງ​ຈະ​ໃຫ້​ແນ່​ໃຈ​ວ່າ​ມີ​ເວ​ລາ​ຂໍ​ຄຳ​ໃຫ້​ການ​ຈາກ​ຜູ້​ເສຍ​ຫາຍ ເນື່ອງ​ຈາກ​ການ​ປະ​ພຶດ​ຜິດ ຖ້າ​ຫາກ​ເຂົາ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ການ (ເບິ່ງ 32.10.2).

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ກະ​ກຽມ​ສະ​ມາ​ຊິກ​ສຳ​ລັບ​ສະ​ພາ ໂດຍ​ການ​ອະ​ທິ​ບາຍ​ຈຸດ​ປະ​ສົງ ແລະ ລະ​ບຽບ​ການ​ປະ​ຕິ​ບັດ​ສະ​ພາ. ເພິ່ນ​ກໍ​ຍັງ​ຈະ​ອະ​ທິ​ບາຍ​ການ​ຕັດ​ສິນ​ທີ່​ສະ​ພາ​ອາດ​ລົງ​ມະ​ຕິ ແລະ ຜົນ​ຮັບ​ນຳ​ອີກ. ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ສາ​ລະ​ພາບ, ຜູ້​ນຳ​ຈະ​ອະ​ທິ​ບາຍ​ວ່າ ຄຳສາ​ລະ​ພາບ​ຈະ​ຖືກ​ໃຊ້​ຢູ່​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ.

32.10.2

ຮັບ​ຄຳ​ໃຫ້​ການ​ຈາກ​ຜູ້​ເສຍ​ຫາຍ

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ຜູ້​ເສຍ​ຫາຍ (ດັ່ງ​ເຊັ່ນ ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ, ການ​ຂົ່ມ​ເຫັງ​ເດັກ, ການ​ຂົ່ມ​ເຫັງ​ຄູ່​ຄອງ, ຫລື ການ​ສໍ້​ໂກງ), ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ປະ​ຈຸ​ບັນ​ຂອງ​ບຸກ​ຄົນ​ນັ້ນ. ຜູ້​ນຳ​ເຫລົ່າ​ນີ້​ຈະ​ພິ​ຈາ​ລະ​ນາ​ວ່າ ມັນ​ຈະ​ເປັນ​ປະ​ໂຫຍດ​ຫລື​ບໍ່​ທີ່​ຈະ​ໃຫ້​ຜູ້​ເສຍ​ຫາຍ​ມີ​ໂອ​ກາດ​ຈັດ​ກຽມ​ຄຳ​ໃຫ້​ການ​ເປັນ​ລາຍ​ລັກ​ອັກ​ສອນ​ກ່ຽວ​ກັບ​ການ​ປະ​ພຶດ​ຜິດ ແລະ ຜົນ​ກະ​ທົບ​ຂອງ​ມັນ. ຄຳ​ໃຫ້​ການ​ເຫລົ່າ​ນີ້​ອາດ​ຖືກ​ອ່ານ​ຢູ່​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.10.3, ຂໍ້ 3). ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ບໍ່​ມີ​ສິດ​ອຳ​ນາດ​ໃນ​ການ​ເລີ່ມ​ຕິດ​ຕໍ່​ຫາ​ຜູ້​ເສຍ​ຫາຍ​ກ່ອນ ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ການ​ສື່​ສານ​ໃດໆ​ກັບ​ຜູ້​ເສຍ​ຫາຍ​ສຳ​ລັບ​ຈຸດ​ປະ​ສົງ​ນີ້ ຈະ​ຕ້ອງ​ເຮັ​ດ​ຜ່ານ​ທາງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ປະ​ຈຸ​ບັນ​ຂອງ​ເຂົາ. ຖ້າ​ຫາກ​ຜູ້​ເສຍ​ຫາຍ​ໄດ້​ກຽມ​ຄຳ​ໃຫ້​ການ, ຜູ້​ນຳ​ຄົນ​ນີ້​ຈະ​ມອບ​ມັນ​ໃຫ້​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຜູ້​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ. ຜູ້​ນຳ​ຈະ​ຕ້ອງ​ລະ​ມັດ​ລະ​ວັງ​ໃຫ້​ຫລາຍ​ທີ່​ສຸດ ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ສ້າງ​ຄວາມ​ເຈັບ​ປວດ​ຫລາຍ​ກວ່າ​ເກົ່າ. ເບິ່ງ 32.4.3 ສຳ​ລັບ​ຂໍ້​ຄວນ​ລະ​ວັງ​ອື່ນໆ.

ການ​ສອບ​ຖາມ​ກ່ຽວ​ກັບ​ຜູ້​ເສຍ​ຫາຍ​ທີ່​ອາ​ຍຸ​ນ້ອຍ​ກວ່າ 18 ປີ ຈະ​ຕ້ອງ​ເຮັດ​ຜ່ານ​ທາງ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ເດັກ, ຍົກ​ເວັ້ນ​ແຕ່​ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ເຮັດ​ໃຫ້​ຜູ້​ເສຍ​ຫາຍ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ໄດ້​ຮັບ​ການ​ນຳ​ພາ ໃນ​ກໍ​ລະ​ນີ​ການ​ຂົ່ມ​ເຫັງ, ໃຫ້​ເບິ່ງ 32.4.5 ແລະ 38.6.2.1.

32.10.3

ດຳ​ເນີນ​ສະ​ພາ

ທັນ​ທີ​ກ່ອນ​ສະ​ພາ​ເລີ່ມ​ຕົ້ນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ຜູ້​ເຂົ້າ​ຮ່ວມ​ວ່າ ສະ​ພາ​ຖືກ​ຈັດ​ຂຶ້ນ​ໃຫ້​ໃຜ ແລະ ການ​ປະ​ພຶດ​ຜິດ​ທີ່​ຖືກ​ລາຍ​ງານ​ແມ່ນ​ກ່ຽວ​ກັບ​ຫຍັງ. ຖ້າ​ຈຳ​ເປັນ, ເພິ່ນ​ຈະ​ອະ​ທິ​ບາຍ​ລະ​ບຽບ​ການ​ປະ​ຕິ​ບັດ​ສະ​ພາ.

ແລ້ວ​ບຸກ​ຄົນ​ດັ່ງ​ກ່າວ, ຖ້າ​ມີ​ໜ້າ​ຢູ່​ທີ່​ນັ້ນ, ຈະ​ຖືກ​ຕ້ອນ​ຮັບ​ເຂົ້າ​ມາ​ໃນ​ຫ້ອງ. ຖ້າ​ຫາກ​ອະ​ທິ​ການ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ, ເພິ່ນ​ກໍ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ມາ​ໃນ​ຫ້ອງ​ໃນ​ເວ​ລາ​ນີ້​ເຊັ່ນ​ກັນ. ຖ້າ​ຫາກ​ບຸກ​ຄົນ​ນັ້ນ​ໄດ້​ເຊື້ອ​ເຊີນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຫລື ປະ​ທານ​ກຸ່ມ​ແອວ​ເດີ​ໃຫ້​ມາ​ຮ່ວມ ແລະ ສະ​ໜັບ​ສະ​ໜູນ, ລາວ​ຈະ​ຖືກ​ຕ້ອນ​ຮັບ​ເຂົ້າ​ມາ​ໃນ​ຫ້ອງ​ເຊັ່ນ​ກັນ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ດຳ​ເນີນ​ສະ​ພາ​ໃນ​ວິນ​ຍານ​ແຫ່ງ​ຄວາມ​ຮັກ, ດັ່ງ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  1. ເພິ່ນ​ຈະ​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ກ່າວ​ອະ​ທິ​ຖານ​ເປີດ.

  2. ເພິ່ນ​ຈະ​ກ່າວ​ເຖິງ​ການ​ປະ​ພຶດ​ຜິດ​ທີ່​ຖືກ​ລາຍ​ງານ. ເພິ່ນ​ຈະ​ໃຫ້​ບຸກ​ຄົນ (ຖ້າ​ມີ​ໜ້າ​ຢູ່​ທີ່​ນັ້ນ) ມີ​ໂອ​ກາດ​ຢືນ​ຢັນ, ປະ​ຕິ​ເສດ, ຫລື ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ຄຳ​ລາຍ​ງານ​ນີ້.

  3. ຖ້າ​ຫາກ​ສະ​ມາ​ຊິກ​ຢືນ​ຢັນ​ການ​ປະ​ພຶດ​ຜິດ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​​ຈະ​ດຳ​ເນີນ​ການ​ຈົນ​ເຖິງ​ຂໍ້ 5 ຂ້າງ​ລຸ່ມ. ຖ້າ​ຫາກ​ສະ​ມາ​ຊິກ​ປະ​ຕິ​ເສດ​ຄຳ​ລາຍ​ງານ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກຈະ​ນຳ​ສະ​ເໜີ​ຂໍ້​ມູນ​ກ່ຽວ​ກັບ​ມັນ. ສິ່ງ​ນີ້​ອາດ​ລວມ​ທັງ​ການ​ນຳ​ສະ​ເໜີ​ເອ​ກະ​ສານ​ທີ່​ເຊື່ອ​ຖື​ໄດ້ ແລະ ການ​ອ່ານ​ຄຳ​ໃຫ້​ການ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ອອກ​ສຽງ​ຈາກ​ຜູ້​ເສຍ​ຫາຍ (ເບິ່ງ 32.10.2). ຖ້າ​ຫາກ​ເພິ່ນ​ອ່ານ​ຄຳ​ໃຫ້​ການ​ນັ້ນ, ເພິ່ນ​ຈະ​ປົກ​ປ້ອງ​ຕົວ​ຕົນ​ຂອງ​ຜູ້​ເສຍ​ຫາຍ.

  4. ຖ້າ​ຫາກ​ສະ​ມາ​ຊິກ​ປະ​ຕິ​ເສດ​ການ​ປະ​ພຶດ​ຜິດ, ລາວ​ຈະ​ຕ້ອງ​ນຳ​ສະ​ເໜີ​ຂໍ້​ມູນ​ຕໍ່​ສະ​ພາ. ສິ່ງ​ນີ້​ສາ​ມາດ​ເປັນ​ລາຍ​ລັກ​ອັກ​ສອນ. ຫລື ສະ​ມາ​ຊິກ​ອາດ​ຂໍ​ໃຫ້​ບຸກ​ຄົນ​ຜູ້​ສາ​ມາດ​ໃຫ້​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ກ່າວ​ຕໍ່​ສະ​ພາ, ເທື່ອ​ລະ​ຄົນ. ບຸກ​ຄົນ​ເຫລົ່າ​ນັ້ນ​ຕ້ອງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຍົກ​ເວັ້ນ​ແຕ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ໄດ້​ພິ​ຈາ​ລະ​ນາ​ລ່ວງ​ໜ້າ​ວ່າ ບຸກ​ຄົນ​ທີ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ສາ​ມາດ​ເຂົ້າ​ຮ່ວມ. ເຂົາ​ເຈົ້າ​ຈະ​ລໍ​ຖ້າ​ຢູ່​ອີກ​ຫ້ອງ​ໜຶ່ງ​ຕ່າງ​ຫາກ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຖືກ​ຂໍ​ໃຫ້​ກ່າວ. ແຕ່​ລະ​ຄົນ​ຈະ​ອອກ​ຈາກ​ຫ້ອງ​ສະ​ພາ ເມື່ອ​ເຂົາ​ເຈົ້າ​ກ່າວ​ຈົບ​ແລ້ວ. ເຂົາ​ເຈົ້າ​ຈະ​ຕ້ອງ​ເຕັມ​ໃຈ​ຮ່ວມ​ມື ແລະ ເຄົາ​ລົບ​ລັກ​ສະ​ນະ​ຂອງ​ສະ​ພາ, ລວມ​ທັງ​ລະ​ບຽບ​ການ​ປະ​ຕິ​ບັດ​ສະ​ພາ ແລະ ການ​ຮັກ​ສາ​ຄວາມ​ລັບ. ສະ​ມາ​ຊິກ​ບໍ່​ສາ​ມາດ​ໃຫ້​ຜູ້​ແນະ​ນຳ​ດ້ານ​ກົດ​ໝາຍ​ມີ​ໜ້າ​ຢູ່​ນຳ. ທັງ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ໃຫ້​ຄົນ​ອື່ນ​ມາ​ສະ​ໜັບ​ສະ​ໜູນ ທີ່​ນອກ​ເໜືອ​ໄປ​ຈາກ​ທີ່​ກ່າວ​ໄວ້​ຢູ່​ໃນ​ວັກ​ທີ​ສອງ​ໃນ​ພາກ​ນີ້.

  5. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຖາມ​ສະ​ມາ​ຊິກ​ໃນ​ທາງ​ທີ່​ສຸ​ພາບ ແລະ ດ້ວຍ​ຄວາມ​ເຄົາ​ລົບ. ເພິ່ນ​ອາດ​ຈະ​ຖາມ​ບຸກ​ຄົນ​ອື່ນ​ນຳ​ອີກ ທີ່​ສະ​ມາ​ຊິກ​ໄດ້​ຂໍ​ມາ​ໃຫ້​ຂໍ້​ມູນ. ທີ່​ປຶກ​ສາ​ໃນ​ຝ່າຍ​ອະ​ທິ​ການ ຫລື ຝ່າຍ​ປະ​ທານ​ສະ​ເຕກ​ກໍ​ສາ​ມາດ​ຖາມ​ໄດ້. ຄຳ​ຖາມ​ໃດໆ​ຄວນ​ໃຫ້​ສັ້ນ ແລະ ຈຳ​ກັດ​ສະ​ເພາະ​ຂໍ້​ເທັດ​ຈິງ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ.

  6. ຫລັງ​ຈາກ​ຂໍ້​ມູນ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ໄດ້​ຖືກ​ນຳ​ສະ​ເໜີ​ແລ້ວ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຂໍ​ໃຫ້​ສະ​ມາ​ຊິກ​ອອກ​ຈາກ​ຫ້ອງ. ສະ​ໝຽນ​ກໍ​ຈະ​ຖືກ​ຂໍ​ໃຫ້​ອອກ​ຈາກ​ຫ້ອງ, ຍົກ​ເວັ້ນ​ແຕ່​ສະ​ພາ​ສູງ​ໄດ້​ເຂົ້າ​ຮ່ວມ​ໃນສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ. ຖ້າ​ຫາກ​ອະ​ທິ​ການ​ຂອງ​ສະ​ມາ​ຊິກ​ຄົນ​ນັ້ນ​ມີ​ໜ້າ​ຢູ່​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ, ເພິ່ນ​ກໍ​ຈະ​ຖືກ​ຂໍ​ໃຫ້​ອອກ​ໄປ​ເຊັ່ນ​ກັນ. ຖ້າ​ຫາກ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຫລື ປະ​ທານ​ກຸ່ມ​ແອວ​ເດີ​ໄດ້​ໄປ​ຮ່ວມ​ເພື່ອ​ສະ​ໜັບ​ສະ​ໜູນ, ລາວ​ກໍ​ຈະ​ຖືກ​ຂໍ​ໃຫ້​ອອກ​ໄປ​ເຊັ່ນ​ກັນ.

  7. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຂໍ​ຄວາມ​ຄິດ​ເຫັນ ຫລື ຄວາມ​ຮູ້​ແຈ້ງ​ຈາກ​ທີ່​ປຶກ​ສາ​ຂອງ​ເພິ່ນ. ຖ້າ​ຫາກ​ສະ​ພາ​ສູງ​ໄດ້​ເຂົ້າ​ຮ່ວມ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ, ເພິ່ນ​ຈະ​ຂໍ​ໃຫ້​ພວກ​ເພິ່ນ​ໃຫ້​ຄວາມ​ຄິດ​ເຫັນ ແລະ ຄວາມ​ຮູ້​ແຈ້ງ.

  8. ພ້ອມ​ດ້ວຍ​ທີ່​ປຶກ​ສາ​ຂອງ​ເພິ່ນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສະ​ແຫວງ​ຫາ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ເລື່ອງ​ນີ້. ພຽງ​ແຕ່​ປະ​ທານ​ສະ​ເຕກ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ ຫລື ອະ​ທິ​ການ​ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ຄວນ​ຢູ່​ໃນ​ຫ້ອງ​ລະ​ຫວ່າງ​ເວ​ລາ​ນີ້. ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ​ມີ​ສະ​ພາ​ສູງ​ເຂົ້າ​ຮ່ວມ​ນຳ, ຕາມ​ປົກ​ກະ​ຕິ​ແລ້ວຝ່າຍ​ປະ​ທານ​ສະ​ເຕກ​ຈະ​ໄປ​ຫາ​ຫ້ອງ​ການ​ປະ​ທານ​ສະ​ເຕກ.

  9. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ທີ່​ປຶກ​ສາ​ຂອງ​ເພິ່ນ​ເຖິງ​ຄຳ​ຕັດ​ສິນ​ຂອງ​ເພິ່ນ ແລະ ຂໍ​ໃຫ້​ພວກ​ເພິ່ນ​ສະ​ໜັບ​ສະ​ໜູນ​ຄຳ​ຕັດ​ສິນ​ນັ້ນ. ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ​ມີ​ສະ​ພາ​ສູງ​ເຂົ້າ​ຮ່ວມ​ນຳ, ​ຝ່າຍ​ປະ​ທານ​ສະ​ເຕກ​ຈະ​ກັບ​ຄືນ​ໄປ​ຫາ​ຫ້ອງ​ສະ​ພາ ແລະ ຂໍ​ໃຫ້​ສະ​ພາ​ສູງ​ສະ​ໜັບ​ສະ​ໜູນ​ຄຳ​ຕັດ​ສິນ. ຖ້າ​ຫາກ​ທີ່​ປຶກ​ສາ ຫລື ສະ​ມາ​ຊິກ​ສະ​ພາ​ສູງ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຮັບ​ຟັງ ແລະ ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ແຕກ​ຕ່າງ. ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຄຳ​ຕັດ​ສິນ​ຕົກ​ຢູ່​ທີ່​ເຈົ້າ​ໜ້າ​ທີ່​ຜູ້​ຄວບ​ຄຸມ.

  10. ເພິ່ນ​ຈະ​ເຊື້ອ​ເຊີນ​ບຸກ​ຄົນ​ໃຫ້​ກັບ​ຄືນ​ມາ​ໃນ​ຫ້ອງ. ຖ້າ​ຫາກ​ສະ​ໝຽນ​ຖືກ​ຂໍ​ໃຫ້​ອອກ​ໄປ​ຈາກ​ຫ້ອງ, ລາວ​ກໍ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ເຂົ້າ​ມາ​ໃນ​ຫ້ອງ​ເຊັ່ນ​ກັນ. ຖ້າ​ຫາກ​ອະ​ທິ​ການ​ຂອງ​ສະ​ມາ​ຊິກ​ມີ​ໜ້າ​ຢູ່​ທີ່​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ, ເພິ່ນ​ກໍ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ເຂົ້າ​ມາ​ໃນ​ຫ້ອງ​ເຊັ່ນ​ກັນ. ຖ້າ​ຫາກ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຫລື ປະ​ທານ​ກຸ່ມ​ແອວ​ເດີ​ໄດ້​ໄປ​ຮ່ວມ​ເພື່ອ​ສະ​ໜັບ​ສະ​ໜູນ, ລາວ​ກໍ​ຈະ​ຖືກ​ຕ້ອນ​ຮັບ​ໃຫ້​ກັບ​ເຂົ້າ​ມາ​ໃນ​ຫ້ອງ​ເຊັ່ນ​ກັນ.

  11. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ຄຳ​ຕັດ​ສິນ​ຂອງ​ສະ​ພາ ໃນ​ວິນ​ຍານ​ແຫ່ງ​ຄວາມ​ຮັກ. ຖ້າ​ຫາກ​ຄຳ​ຕັດ​ສິນ​ແມ່ນ​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ ຫລື ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຢ່າງ​ເປັນ​ທາງ​ການ, ເພິ່ນ​ຈະ​ອະ​ທິ​ບາຍ​ເງື່ອນ​ໄຂ (ເບິ່ງ 32.11.3 ແລະ 32.11.4). ເພິ່ນ​ກໍ​ຈະ​ອະ​ທິ​ບາຍ​ເຖິງ​ວິ​ທີ​ທີ່​ຈະ​ເອົາ​ຊະ​ນະ​ການ​ຈຳ​ກັດ ແລະ ໃຫ້​ຄຳ​ແນະ​ນຳ ແລະ ຄຳ​ປຶກ​ສາ​ອື່ນໆ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຢຸດ​ພັກ​ສະ​ພາ​ຊົ່ວ​ໄລ​ຍະ​ໜຶ່ງ​ ເພື່ອ​ຂໍ​ການ​ນຳ​ພາ ຫລື ຂໍ້​ມູນ​ກ່ອນ​ຈະ​ໃຫ້​ຄຳ​ຕັດ​ສິນ. ໃນ​ກໍ​ລະ​ນີ​ນັ້ນ, ເພິ່ນ​ຈະ​ອະ​ທິ​ບາຍ​ສິ່ງ​ນີ້.

  12. ເພິ່ນ​ຈະ​ອະ​ທິ​ບາຍ​ສິດ​ທິ​ຂອງ​ບຸກ​ຄົນ​ໃນ​ການ​ອຸ​ທອນ (ເບິ່ງ 32.13).

  13. ເພິ່ນ​ຈະ​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ກ່າວ​ຄຳ​ອະ​ທິ​ຖານ​ປິດ.

ບໍ່​ວ່າ​ບຸກ​ຄົນ​ມີ​ໜ້າ​ຢູ່​ທີ່​ນັ້ນ​ຫລື​ບໍ່​ກໍ​ຕາມ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ແຈ້ງ​ໃຫ້​ຜູ້​ກ່ຽວ​ຊາບ​ກ່ຽວ​ກັບ​ຄຳ​ຕັດ​ສິນ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ 32.12.1.

ຜູ້​ເຂົ້າ​ຮ່ວມ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ອັດ​ສຽງ, ອັດ​ວິ​ດີ​ໂອ, ຫລື ຂຽນ​ຂໍ້​ຄວາມ. ສະ​ໝຽນ​ສາ​ມາດ​ຂຽນ​ບາງ​ຂໍ້​ຄວາມ ເພື່ອ​ກະ​ກຽມ​ໃບ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຄວາມ​ເຫລົ່າ​ນັ້ນ​ບໍ່​ແມ່ນ​ໃຫ້​ຂຽນ​ແບບ​ຄຳ​ຕໍ່​ຄຳ ຫລື ແບບ​ຖອດ​ຄວາມ. ຫລັງ​ຈາກ​ໄດ້​ຈັດ​ກຽມ​ໃບ​ລາຍ​ງານ​ແລ້ວ, ລາວ​ຈະ​ທຳ​ລາຍ​ການ​ບັນ​ທຶກ​ເກົ່າ​ໃດໆ​ໂດຍ​ທັນ​ທີ.

32.11

ຄຳ​ຕັດ​ສິນ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

ຄຳ​ຕັດ​ສິນ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຄວນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ. ຄຳ​ຕັດ​ສິນ​ຄວນ​ສະ​ທ້ອນ​ເຖິງ​ຄວາມ​ຮັກ ແລະ ຄວາມ​ຫວັງ ທີ່​ສະ​ເໜີ​ມອບ​ໃຫ້​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕໍ່​ຜູ້​ທີ່​ກັບ​ໃຈ. ຄຳ​ຕັດ​ສິນ​ທີ່​ເປັນ​ໄປ​ໄດ້ ຖືກ​ບັນ​ຍາຍ​ຢູ່​ຂ້າງ​ລຸ່ມ. ເມື່ອ​ທຳ​ການ​ຕັດ​ສິນ​ເຫລົ່າ​ນີ້, ຜູ້​ນຳ​ຈະ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ທີ່​ລະ​ບຸ​ໄວ້​ໃນ 32.7.

ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ແຕ່​ລະ​ຄັ້ງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໂດຍ​ທັນ​ທີ ຜ່ານ​ທາງ LCR (ເບິ່ງ 32.14.1).

ຄຳ​ຕັດ​ສິນ​ທີ່​ເປັນ​ໄປ​ໄດ້​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ມີ​ລະ​ບຸ​ໄວ້​ໃນ​ພາກ​ດັ່ງ​ຕໍ່​ໄປ​ນີ້.

32.11.1

ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື

ໃນ​ບາງ​ກໍ​ລະ​ນີ, ບຸກ​ຄົນ​ອາດ​ບໍ່​ມີ​ຄວາມ​ຜິດ ແລະ ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື. ໃນ​ບາງ​ກໍ​ລະ​ນີ, ບຸກ​ຄົນ​ອາດ​ໄດ້​ກະ​ທຳ​ບາບ, ໄດ້​ກັບ​ໃຈ​ຢ່າງ​ຈິງ​ໃຈ, ແລະ ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ໃຫ້​ຄຳ​ປຶກ​ສາ ແລະ ຕັກ​ເຕືອນ​ກ່ຽວ​ກັບ​ການ​ປະ​ພຶດ​ຕົນ​ໃນ​ພາຍ​ໜ້າ. ຫລັງ​ຈາກ​ສະ​ພາ, ເພິ່ນ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຖ້າ​ຈຳ​ເປັນ.

ຮູບ​ພາບ
ຄູ່​ແຕ່ງ​ງານ​ກຳ​ລັງ​ນັ່ງ​ຢູ່​ນຳ​ກັນ

32.11.2

ການ​ຮັບ​ຄຳ​ປຶກ​ສາ​ສ່ວນ​ຕົວ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ

ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບາງ​ຄັ້ງ, ຜູ້​ນຳ​ອາດ​ພິ​ຈາ​ລະ​ນາ​ວ່າ ສະ​ມາ​ຊິກ​ບໍ່​ໄດ້​ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື—ແຕ່​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ​ນັ້ນ​ແມ່ນ​ບໍ່​ສົມ​ຄວນ. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ສະ​ພາ​ອາດ​ຕັດ​ສິນ​ໃຈ​ວ່າ​ບຸກ​ຄົນ​ຄວນ​ໄດ້​ຮັບ​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ແກ້​ໄຂ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ. ການ​ໃຫ້​ຄຳ​ປຶກ​ສາ​ນີ້​ອາດ​ລວມ​ທັງ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 32.8.3.

ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ ແລະ ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ ບໍ່​ໄດ້​ເປັນ​ທາງ​ເລືອກ​ເມື່ອ​ສະ​ພາ​ໄດ້​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ບາບ​ທີ່​ລະ​ບຸ​ໄວ້​ໃນ 32.6.1.

32.11.3

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ

ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບາງ​ຄັ້ງ, ຜູ້​ນຳ​ອາດ​ພິ​ຈາ​ລະ​ນາ​ວ່າ ສິ່ງ​ທີ່​ດີ​ທີ່​ສຸດ​ຄື​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຢ່າງ​ເປັນ​ທາງ​ການ​ຊົ່ວ​ໄລ​ຍະ​ໜຶ່ງ. ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ​ອາດ​ພຽງ​ພໍ​ສຳ​ລັບ​ທຸກ​ຢ່າງ ຍົກ​ເວັ້ນ​ແຕ່​ບາບ​ອັນ​ຮ້າຍ​ແຮງ​ທີ່​ສຸດ​ ຫລື ສະ​ຖາ​ນະ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ, ​ຊຶ່ງ​ສະ​ມາ​ຊິກ​ກະ​ພາບ​ຕ້ອງ​ຖືກ​ຖອນ (ເບິ່ງ 32.11.4).

ຜູ້​ທີ່​ຖືກ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ ຍັງ​ຄົງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ຈຳ​ກັດ ດັ່ງ​ຕໍ່​ໄປ​ນີ້:

  • ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ສາ​ມາດ​ສືບ​ຕໍ່​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ ຖ້າ​ຫາກ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ. ຖ້າ​ຫາກ​ສະ​ມາ​ຊິກ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ຜູ້​ນຳ​ຈະ​ຍົກ​ເລີກ​ມັນ​ຢູ່​ໃນ LCR.

  • ເຂົາ​ເຈົ້າ​ບໍ່​ຄວນ​ໃຊ້​ຖາ​ນະ​ປະ​ໂລ​ຫິດ.

  • ເຂົາ​ເຈົ້າ​ບໍ່​ຄວນ​ຮັບ​ສ່ວນ​ສິນ​ລະ​ລຶກ ຫລື ເຂົ້າ​ຮ່ວມ​ໃນ​ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ.

  • ເຂົາ​ເຈົ້າ​ບໍ່​ຄວນ​ກ່າວ​ຄຳ​ປາ​ໄສ, ​ສິດ​ສອນ​ບົດ​ຮຽນ, ຫລື ອະ​ທິ​ຖານ​ໃນ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ທັງ​ບໍ່​ຄວນ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ​ກັນ.

ເຂົາ​ເຈົ້າ​ຖືກ​ຊຸກ​ຍູ້​ໃຫ້​ໄປ​ຮ່ວມ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ຖ້າ​ຫາກ​ການ​ປະ​ພຶດ​ຂອງ​ເຂົາ​ເຈົ້າ​ຮຽບ​ຮ້ອຍ​ດີ. ເຂົາ​ເຈົ້າ​ກໍ​ຖືກ​ຊຸກ​ຍູ້​ໃຫ້​ຈ່າຍ​ເງິນ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ເຊັ່ນ​ກັນ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ເພີ່ມ​ເງື່ອນ​ໄຂ​ຢ່າງ​ອື່ນ, ດັ່ງ​ເຊັ່ນ ການ​ໃຫ້​ຢູ່​ຫ່າງໆ​ຈາກ​ສື່​ລາ​ມົກ ແລະ ອິດ​ທິ​ພົນ​ຊົ່ວ​ຮ້າຍ​ອື່ນໆ. ຕາມ​ປົກ​ກະ​ຕິ​ແລ້ວ​ເພິ່ນ​ຈະ​ເພີ່ມ​ເງື່ອນ​ໄຂ​ໃນ​ທາງ​ບວກ. ສິ່ງ​ເຫລົ່າ​ນີ້​ອາດ​ລວມ​ທັງ​ການ​ໄປ​ໂບດ​ເປັນ​ປະ​ຈຳ, ການ​ອະ​ທິ​ຖານ​ເປັນ​ປະ​ຈຳ, ແລະ ການ​ອ່ານ​ພຣະ​ຄຳ​ພີ ແລະ ວາ​ລະ​ສານ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ.

ຖ້າ​ຫາກ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ, ມັນ​ຈະ​ຖືກ​ໝາຍ​ເຫດ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ໄລ​ຍະ​ເວ​ລາ​ຂອງ​ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ເປັນ​ຢ່າງ​ໜ້ອຍ​ໜຶ່ງ​ປີ ແລະ ອາດ​ດົນ​ກວ່າ​ນັ້ນ. ເມື່ອ​ສະ​ມາ​ຊິກ​ມີ​ຄວາມ​ກ້າວ​ໜ້າ​ທີ່​ລະ​ບຸ​ໃນ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຈັດ​ສະ​ພາ​ຂຶ້ນ​ອີກ ເພື່ອ​ພິ​ຈາ​ລະ​ນາ​ຖອນ​ການ​ຈຳ​ກັດ (ເບິ່ງ 32.16.1). ຖ້າ​ຫາກ​ສະ​ມາ​ຊິກ​ສືບ​ຕໍ່​ກະ​ທຳ​ບາບ​ນັ້ນ​ຢູ່, ຜູ້​ນຳ​ສາ​ມາດ​ຈັດ​ສະ​ພາ​ຂຶ້ນ​ອີກ​ຄັ້ງ ເພື່ອ​ພິ​ຈາ​ລະ​ນາ​ມາດ​ຕະ​ການ​ອື່ນ.

32.11.4

ການ​ຖອນ​ສະ​ມາ​ຊິກ​ກະ​ພາບ

ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ບາງ​ຄັ້ງ, ຜູ້​ນຳ​ອາດ​ພິ​ຈາ​ລະ​ນາ​ວ່າ ​ສິ່ງ​ທີ່​ດີ​ທີ່​ສຸດ​ຄື​ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຊົ່ວ​ໄລ​ຍະ​ໜຶ່ງ (ເບິ່ງ ໂມ​ໄຊ​ຢາ 26:36; ແອວ​ມາ 6:3; ໂມ​ໂຣ​ໄນ 6:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:83).

ຈະ​ຕ້ອງ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ ສຳ​ລັບ​ການ​ຄາດ​ຕະ​ກຳ (ດັ່ງ​ທີ່​ນິ​ຍາມ​ໄວ້​ໃນ 32.6.1.1) ແລະ ການ​ແຕ່ງ​ເມຍ​ຫລາຍ​ຄົນ (ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ 32.6.1.2). ເກືອບ​ທຸກ​ກໍ​ລະ​ນີ ຈະ​ຕ້ອງ​ຖອນ​ສະ​ມາ​ຊິກ​ກະ​ພາບ​ສຳ​ລັບ​ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ 32.6.1.2 ແລະ 38.6.10.

ຕາມ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ, ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ອາດ​ຈຳ​ເປັນ​ສຳ​ລັບ​ດັ່ງ​ຕໍ່​ໄປ​ນີ້:

  • ສຳ​ລັບ​ຜູ້​ທີ່​ການ​ປະ​ພຶດ​ຂອງ​ເຂົາ​ເຈົ້າ​ເປັນ​ໄພ​ຄຸກ​ຄາມ​ຮ້າຍ​ແຮງ​ຕໍ່​ຄົນ​ອື່ນ.

  • ສຳ​ລັບ​ຜູ້​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ທີ່​ສຸດ​ໂດຍ​ສະ​ເພາະ.

  • ສຳ​ລັບ​ຜູ້​ທີ່​ບໍ່​ໄດ້​ສະ​ແດງ​ການ​ກັບ​ໃຈ​ຈາກ​ບາບ​ອັນ​ຮ້າຍ​ແຮງ (ເບິ່ງ​ການ​ພິ​ຈາ​ລະ​ນາ​ໃນ 32.7).

  • ສຳ​ລັບ​ຜູ້​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ທີ່​ເປັນ​ໄພ​ຕໍ່​ສາດ​ສະ​ໜາ​ຈັກ.

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ, ສາ​ຂາ, ຫລື ​ທ້ອງ​ຖິ່ນ​ອາດ​ແນະ​ນຳ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຈາກ​ບຸກ​ຄົນ​ທີ່​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່​ແມ່ນ​ຈຳ​ເປັນ ກ່ອນ​ການ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ.

ຜູ້​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຖອນ ບໍ່​ຄວນ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃດໆ​ຂອງ​ສະ​ມາ​ຊິກ​ກະ​ພາບ.

  • ເຂົາ​ເຈົ້າ​ບໍ່​ຄວນ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ຫລື ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ. ຖ້າ​ຫາກ​ບຸກ​ຄົນ​ນັ້ນ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ຜູ້​ນຳ​ຈະ​ຍົກ​ເລີກ​ມັນ​ຢູ່​ໃນ LCR.

  • ເຂົາ​ເຈົ້າ​ບໍ່​ຄວນ​ໃຊ້​ຖາ​ນະ​ປະ​ໂລ​ຫິດ.

  • ເຂົາ​ເຈົ້າ​ບໍ່​ຄວນ​ຮັບ​ສ່ວນ​ສິນ​ລະ​ລຶກ ຫລື ເຂົ້າ​ຮ່ວມ​ໃນ​ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ.

  • ເຂົາ​ເຈົ້າ​ບໍ່​ຄວນ​ກ່າວ​ຄຳ​ປາ​ໄສ, ສິດ​ສອນ​ບົດ​ຮຽນ, ຫລື ອະ​ທິ​ຖານ​ໃນ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ນຳ​ພາ​ກິດ​ຈະ​ກຳ​ໃນ​ໂບດ. ເຂົາ​ເຈົ້າ​ທັງ​ບໍ່​ຄວນ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ​ກັນ.

  • ເຂົາ​ເຈົ້າ​ບໍ່​ຄວນ​ຈ່າຍ​ເງິນ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​.

ເຂົາ​ເຈົ້າ​ຖືກ​ຊຸກ​ຍູ້​ໃຫ້​ໄປ​ຮ່ວມ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ຖ້າ​ຫາກ​ການ​ປະ​ພຶດ​ຂອງ​ເຂົາ​ເຈົ້າ​ຮຽບ​ຮ້ອຍ​ດີ.

ຜູ້​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຖອນ ສາ​ມາດ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ໃຫ້​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.​ ຕາມ​ປົກ​ກະ​ຕິ​ແລ້ວ, ກ່ອນ​ອື່ນ​ໝົດ​ເຂົາ​ເຈົ້າ​ຕ້ອງ​ສະ​ແດງ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ ຢ່າງ​ໜ້ອຍ​ໜຶ່ງ​ປີ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ​ອີກ ເພື່ອ​ພິ​ຈາ​ລະ​ນາ​ການ​ໃຫ້​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ (ເບິ່ງ 32.16.1).

ຄຳ​ຕັດ​ສິນ ແລະ ຜົນ​ຮັບ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ

ຄຳ​ຕັດ​ສິນ

ຜົນ​ຮັບ

ຄຳ​ຕັດ​ສິນ

ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື (ເບິ່ງ 32.11.1)

ຜົນ​ຮັບ

  • ບໍ່​ມີ

ຄຳ​ຕັດ​ສິນ

ການ​ຮັບ​ຄຳ​ປຶກ​ສາ​ສ່ວນ​ຕົວ​ຈາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ (ເບິ່ງ 32.11.2)

ຜົນ​ຮັບ

  • ອາດ​ຖືກ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ບາງ​ຈຳ​ນວນ​ຢ່າງ​ບໍ່​ເປັນ​ທາງ​ການ.

  • ຕາມ​ປົກ​ກະ​ຕິ​ແລ້ວ ການ​ຈຳ​ກັດ​ຈະ​ໜ້ອຍ​ກວ່າ​ໜຶ່ງ​ປີ; ໃນ​ສະ​ຖາ​ນະ​ການ​ທີ່​ບໍ່​ປົກ​ກະ​ຕິ, ມັນ​ອາດ​ຈະ​ດົນ​ກວ່າ.

  • ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ​ຈະ​ຖືກ​ຖອນ​ຫລັງ​ຈາກ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ.

  • ການ​ດຳ​ເນີນ​ການ​ຈະ​ບໍ່​ຖືກ​ບັນ​ທຶກ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ຄຳ​ຕັດ​ສິນ

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ (ເບິ່ງ 32.11.3)

ຜົນ​ຮັບ

  • ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ.

  • ຕາມ​ປົກ​ກະ​ຕິ​ແລ້ວ​ການ​ຈຳ​ກັດ​ຈະ​ເປັນ​ຢ່າງ​ໜ້ອຍ​ໜຶ່ງ​ປີ ແລະ ອາດ​ດົນ​ກວ່າ​ນັ້ນ.

  • ການ​ດຳ​ເນີນ​ການ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

  • ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ​ຈະ​ຖືກ​ຖອນ​ຫລັງ​ຈາກ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ, ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ແລະ, ຖ້າ​ຈຳ​ເປັນ, ຫລັງ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ.

  • ຕົວ​ຊີ້​ບອກ​ການ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ລຶບ​ອອກ ຖ້າ​ຫາກ​ການ​ຈຳ​ກັດ​ຖືກ​ລຶບ​ອອກ​ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ (ຍົກ​ເວັ້ນ​ຕ້ອງ​ມີ​ໝາຍ​ເຫດ​ປະ​ກອບ; ເບິ່ງ 32.14.5).

ຄຳ​ຕັດ​ສິນ

ການ​ຖອນ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.11.4)

ຜົນ​ຮັບ

  • ພິ​ທີ​ການ​ທັງ​ໝົດ​ຖືກ​ຍົກ​ເລີກ.

  • ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ທັງ​ໝົດ​ຖືກ​ຖອນ, ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ເປັນ​ຢ່າງ​ໜ້ອຍ​ໜຶ່ງ​ປີ.

  • ບຸກ​ຄົນ​ມີ​ສິດ​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ຫລັງ​ຈາກ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ, ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ແລະ, ຖ້າ​ຈຳ​ເປັນ, ຫລັງ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ (ເບິ່ງ 32.16).

  • ບຸກ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ພອນ ພຽງ​ແຕ່​ເມື່ອ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ​ເທົ່າ​ນັ້ນ ແລະ ຫລັງ​ຈາກ​ໄດ້​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ​ຄົບ​ໜຶ່ງ​ປີ​ຢ່າງ​ໜ້ອຍ (ເບິ່ງ 32.17.2).

  • ສຳ​ລັບ​ບຸກ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ຕົວ​ຊີ້​ບອກ​ “ຕ້ອງ​ໄດ້​ຮັບ​ການ​ຟື້ນ​ຟູ​ພອນ” ຈະ​ຖືກ​ລຶບ​ອອກ​ຈາກ​ບັນ​ທຶກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ ພຽງ​ແຕ່​ເມື່ອ​ຫລັງ​ຈາກ​ພິ​ທີ​ການ​ໄດ້​ຖືກ​ກະ​ທຳ​ຮຽບ​ຮ້ອຍ (ໝາຍ​ເຫດ​ປະ​ກອບ​ຕ້ອງ​ຢູ່​ເໝືອນ​ເດີມ; ເບິ່ງ 32.14.5).

32.11.5

ຄຳ​ຖາມ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຍາກໆ

ອະ​ທິ​ການ​ຈະ​ສົ່ງ​ຄຳ​ຖາມ​ກ່ຽວ​ກັບ​ແນວ​ທາງ​ຊີ້​ນຳ​ໃນ​ຄູ່​ມື​ສຳ​ລັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໄປ​ໃຫ້​ປະ​ທານ​ສະ​ເຕກ.

ໃນ​ເລື່ອງ​ຍາກໆ, ປະ​ທານ​ສະ​ເຕກ​ອາດ​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ທີ່​ຖືກ​ມອບ​ໝາຍ​ຂອງ​ເພິ່ນ. ປະ​ທານ​ສະ​ເຕກ​ຕ້ອງ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ໃນ​ເລື່ອງ​ທີ່​ລະ​ບຸ​ໄວ້​ໃນ 32.6.3. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ສະ​ເຕກ​ບໍ່​ຄວນ​ຖາມ​ສາ​ວົກ​ເຈັດ​ສິບ ຫລື ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ວ່າ​ຈະ​ຕັດ​ສິນ​ເລື່ອງ​ຍາກໆ​ແນວ​ໃດ. ປະ​ທານ​ສະ​ເຕກ​ຕັດ​ສິນ​ໃຈ​ວ່າ​ຄວນ​ຈັດ​ສະ​ພາ​ຂຶ້ນ​ຫລື​ບໍ່ ເພື່ອ​ແກ້​ໄຂ​ການ​ປະ​ພຶດ. ຖ້າ​ຫາກ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ, ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ຈະ​ຕັດ​ສິນ​ຜົນ​ຂອງ​ສະ​ພາ.

32.11.6

ສິດ​ອຳ​ນາດ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ

ຝ່າຍ​ປະ​ທານ​ສູງ​ສຸດ​ມີ​ສິດ​ອຳ​ນາດ​ຂັ້ນ​ສຸດ​ທ້າຍ​ເໜືອ​ການ​ຈຳ​ກັດ ແລະ ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

32.12

ການ​ແຈ້ງ ແລະ ​ການ​ປະ​ກາດ

ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ສື່​ສານ​ກັບ​ບຸກ​ຄົນ—ແລະ ຄົນ​ອື່ນ​ເມື່ອ​ຈຳ​ເປັນ—ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ຢູ່​ຂ້າງ​ລຸ່ມ.

32.12.1

ການ​ແຈ້ງ​ບຸກ​ຄົນ​ເລື່ອງ​ຄຳ​ຕັດ​ສິນ

ຕາມ​ປົກ​ກະ​ຕິ​ແລ້ວ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ບຸກ​ຄົນ​ເລື່ອງ​ຜົນ​ຮັບ​ຂອງ​ສະ​ພາ​ເມື່ອ​ສິ້ນ​ສຸດ​ລົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ອາດ​ຢຸດ​ພັກ​ສະ​ພາ​ຊົ່ວ​ໄລ​ຍະ​ໜຶ່ງ ເພື່ອ​ຂໍ​ການ​ນຳ​ພາ ຫລື ຂໍ້​ມູນ​ກ່ອນ​ຈະ​ໃຫ້​ຄຳ​ຕັດ​ສິນ.

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ, ສາ​ຂາ, ຫລື ​ທ້ອງ​ຖິ່ນ​ອາດ​ແນະ​ນຳ​ໃຫ້​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຈາກ​ບຸກ​ຄົນ​ທີ່​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່​ແມ່ນ​ຈຳ​ເປັນ ກ່ອນ​ການ​ຕັດ​ສິນ​ຂັ້ນ​ສຸດ​ທ້າຍ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ອະ​ທິ​ບາຍ​ຜົນ​ກະ​ທົບ​ຂອງ​ການ​ຕັດ​ສິນ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 32.11. ຕາມ​ປົກ​ກະ​ຕິ​ແລ້ວ​ເພິ່ນ​ຈະ​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ​ນຳ​ອີກ ເພື່ອ​ການ​ຈຳ​ກັດ​ຈະ​ຖືກ​ຖອນ ຫລື ບຸກ​ຄົນ​ຈະ​ສາ​ມາດ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ​ໄດ້​ແນວ​ໃດ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ມອບ​ໃບ​ແຈ້ງ​ຄຳ​ຕັດ​ສິນ​ ແລະ ຜົນ​ກະ​ທົບ​ຂອງ​ການ​ຕັດ​ສິນ​ເປັນ​ລາຍ​ລັກ​ອັກ​ສອນ ໃຫ້​ບຸກ​ຄົນ​ນັ້ນ​ຢ່າງ​ໄວ. ໃບ​ແຈ້ງ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ຄຳ​ຖະ​ແຫລງ​ທົ່ວ​ໄປ ວ່າ​ໄດ້​ດຳ​ເນີນ​ການ​ກັບ​ການ​ປະ​ພຶດ​ທີ່​ຂັດ​ກັບ​ກົດ ແລະ ລະ​ບຽບ​ຂອງ​ສາດ​ສະ​ໜາ​ຈັກ​ແນວ​ໃດ. ໃບ​ແຈ້ງ​ກໍ​ຍັງ​ລວມ​ທັງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ຖອນ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ​ເຊັ່ນ​ກັນ. ມັນ​ຄວນ​ແຈ້ງ​ໃຫ້​ບຸກ​ຄົນ​ຊາບ​ວ່າ ເຂົາ​ສາ​ມາດ​ອຸ​ທອນ​ຄຳ​ຕັດ​ສິນ​ນັ້ນ (ເບິ່ງ 32.13).

ຖ້າ​ຫາກ​ບຸກ​ຄົນ​ບໍ່​ໄດ້​ເຂົ້າ​ຮ່ວມ​ສະ​ພາ, ໃບ​ແຈ້ງ​ຄຳ​ຕັດ​ສິນ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ອາດ​ພຽງ​ພໍ​ໃນ​ການ​ແຈ້ງ​ໃຫ້​ເຂົາ​ຊາບ​ກ່ຽວ​ກັບ​ຄຳ​ຕັດ​ສິນ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ກໍ​ສາ​ມາດ​ພົບ​ກັບ​ບຸກ​ຄົນ​ນັ້ນ​ໄດ້.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບໍ່​ມອບ​ໃບ​ສຳ​ເນົາ​ຂອງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ ໃຫ້​ແກ່​ບຸກ​ຄົນ​ນັ້ນ.

32.12.2

ການ​ແຈ້ງ​ຄົນ​ອື່ນ​ກ່ຽວ​ກັບ​ຄຳ​ຕັດ​ສິນ

ຖ້າ​ຫາກ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຢ່າງ​ບໍ່​ເປັນ​ທາງ​ການ ໃນ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ, ຕາມ​ປົກ​ກະ​ຕິ​ແລ້ວ​ເພິ່ນ​ຈະ​ບໍ່​ແຈ້ງ​ໃຫ້​ຜູ້​ໃດ​ຊາບ (ເບິ່ງ 32.8.3). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ນຳ​ຈະ​ສື່​ສານ​ກັນ​ກ່ຽວ​ກັບ​ການ​ຈຳ​ກັດ​ຢ່າງ​ບໍ່​ເປັນ​ທາງ​ການ ຂະ​ນະ​ທີ່​ພວກ​ເພິ່ນ​ຊ່ວຍ​ເຫລືອ​ສະ​ມາ​ຊິກ.

ຖ້າ​ຫາກ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ໄດ້​ຖືກ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຫລື ຖືກ​ຖອນ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ຄຳ​ຕັດ​ສິນ​ກັບ​ຜູ້​ທີ່​ຈຳ​ເປັນ​ຕ້ອງ​ຮູ້​ເທົ່າ​ນັ້ນ. ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ຂ້ອງ.

  • ເພິ່ນ​ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ເສຍ​ຫາຍ ແລະ ຜູ້​ມີ​ແນວ​ໂນ້ມ​ຈະ​ເປັນ​ຜູ້​ເສຍ​ຫາຍ ແລະ ຄວາມ​ຮູ້​ສຶກ​ຂອງ​ຄອບ​ຄົວ​ຂອງ​ບຸກ​ຄົນ.

  • ເພິ່ນ​ຈະ​ບໍ່​ບອກ​ຄຳ​ຕັດ​ສິນ ຖ້າ​ຫາກ​ບຸກ​ຄົນ​ກຳ​ລັງ​ອຸ​ທອນ​ຄຳ​ຕັດ​ສິນ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ອາດ​ບອກ​ວ່າ ຄຳ​ຕັດ​ສິນ​ກຳ​ລັງ​ຖືກ​ອຸ​ທອນ ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ວ່າ​ຈຳ​ເປັນ​ທີ່​ຈະ​ປົກ​ປ້ອງ​ຜູ້​ມີ​ແນວ​ໂນ້ມ​ຈະ​ເປັນ​ຜູ້​ເສຍ​ຫາຍ. ເພິ່ນ​ອາດ​ບອກ​ຄຳ​ຕັດ​ສິນ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປິ່ນ​ປົວ​ຜູ້​ເສຍ​ຫາຍ (ເຖິງ​ແມ່ນ​ເພິ່ນ​ບໍ່​ລະ​ບຸ​ຊື່​ຂອງ​ຜູ້​ເສຍ​ຫາຍ​ກໍ​ຕາມ) ຫລື ເພື່ອ​ປົກ​ປ້ອງ​ຄຸນ​ນະ​ທຳຂອງ​ສາດ​ສະ​ໜາ​ຈັກ.

  • ຖ້າ​ຈຳ​ເປັນ, ອະ​ທິ​ການ​ຈະ​ບອກ​ຄຳ​ຕັດ​ສິນ​ເປັນ​ການ​ລັບ​ກັບ​ສະ​ມາ​ຊິກ​ສະ​ພາ​ຫວອດ. ການ​ນີ້​ເພື່ອ​ແຈ້ງ​ໃຫ້​ຜູ້​ນຳ​ທີ່​ອາດ​ຄິດ​ວ່າ​ບຸກ​ຄົນ​ນັ້ນ​ພ້ອມ​ສຳ​ລັບ​ການ​ເອີ້ນ, ສິດ​ສອນ​ບົດ​ຮຽນ, ຫລື ອະ​ທິ​ຖານ ຫລື ກ່າວ​ຄຳ​ປາ​ໄສ. ທັງ​ຊຸກ​ຍູ້​ຜູ້​ນຳ​ໃຫ້​ດູ​ແລ ແລະ ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ ແລະ ຄອບ​ຄົວ​ຂອງ​ລາວ.

  • ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ, ອະ​ທິ​ການ​ອາດ​ບອກ​ຄຳ​ຕັດ​ສິນ​ໃນ​ການ​ປະ​ຊຸມ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ຫວອດ​ເພິ່ນ ຖ້າ​ຫາກ​ສະ​ຖາ​ນະ​ການ​ກ່ຽວ​ຂ້ອງ​ກັບ:

    • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທີ່​ອາດ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄົນ​ອື່ນ.

    • ການ​ສິດ​ສອນ​ຄຳ​ສອນ​ເທັດ ຫລື ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໃນ​ຮູບ​ແບບ​ອື່ນ.

    • ບາບ​ທີ່​ແຈ້ງ​ຊັດ​ດັ່ງ​ເຊັ່ນ ​ການ​ແຕ່ງ​ເມຍ​ຫລາຍ​ຄົນ ຫລື ການ​ໃຊ້​ຄຳ​ສອນ​ຂອງ​ລັດ​ທິ​ບ້າ​ຄັ່ງ ເພື່ອ​ດຶງ​ດູດ​ຜູ້​ຕິດ​ຕາມ.

    • ການ​ກ່າວ​ຂັດ​ແຍ້ງ​ການ​ກະ​ທຳ ຫລື ​ຄຳ​ສອນ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ລະ​ດັບ​ສາ​ມັນ ຫລື ລະ​ດັບ​ທ້ອງ​ຖິ່ນ​ໃນ​ສາ​ທາ​ລະ​ນະ.

  • ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ, ປະ​ທານ​ສະ​ເຕກ​ອາດ​ຕ້ອງ​ອະ​ນຸ​ຍາດ​ໃຫ້​ບອກ​ສະ​ມາ​ຊິກ​ຂອງ​ຫວອດ​ອື່ນ​ໃນ​ສະ​ເຕກ​ນຳ​ອີກ.

  • ໃນ​ບາງ​ກໍ​ລະ​ນີ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ຮູ້​ສຶກວ່າ ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ແຈ້ງ​ໃຫ້​ຜູ້​ເສຍ​ຫາຍ​ບາງ​ຄົນ ຫລື ທຸກ​ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້ຳ​ຊາບ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໄດ້​ຖືກ​ຈັດ​ຂຶ້ນ​ສຳ​ລັບ​ບຸກ​ຄົນ​ນັ້ນ​ແລ້ວ. ເພິ່ນ​ເຮັດ​ສິ່ງ​ນີ້​ຜ່ານ​ທາງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຂອງ​ເຂົາ​ເຈົ້າ.

  • ຖ້າ​ຫາກ​ແນວ​ໂນ້ມ​ການ​ລ່າ​ເຫຍື່ອ​ຂອງ​ບຸກ​ຄົນ​ເຮັດ​ໃຫ້​ຄົນ​ອື່ນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ໃຫ້​ຄຳ​ເຕືອນ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ. ເພິ່ນ​ຈະ​ບໍ່​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ ແລະ ຈະ​ບໍ່​ຄາດ​ເດົາ.

  • ໃນ​ກໍ​ລະ​ນີ​ອື່ນ​ທັງ​ໝົດ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ບອກ​ສະ​ເພາະ​ຄຳ​ຖະ​ແຫລງ​ທົ່ວ​ໄປ​ເທົ່າ​ນັ້ນ. ເພິ່ນ​ພຽງ​ແຕ່​ຈະ​ກ່າວ​ວ່າ ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ເນື່ອງ​ຈາກ​ການ​ປະ​ພຶດ​ທີ່​ຂັດ​ກັບ​ກົດ ແລະ ລະ​ບຽບ​ຂອງ​ສາດ​ສະ​ໜາ​ຈັກ. ເພິ່ນ​ຈະ​ຂໍ​ໃຫ້​ຜູ້​ທີ່​ຢູ່​ທີ່​ນັ້ນ​ບໍ່​ສົນ​ທະ​ນາ​ເລື່ອງ​ນີ້. ເພິ່ນ​ຈະ​ບໍ່​ຂໍ​ສຽງ​ສະ​ໜັບ​ສະ​ໜູນ ຫລື ຄຳ​ຄັດ​ຄ້ານ​ກັບ​ຄຳ​ຕັດ​ສິນ.

  • ຖ້າ​ຫາກ​ສະ​ມາ​ຊິກຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື​ຫລັງ​ຈາກສະ​ພາ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.11.1), ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ອາດ​ບອກ​ໃຫ້​ຊາບ ເພື່ອ​ກຳ​ຈັດ​ຂ່າວ​ເລົ່າ​ລື.

32.12.3

ການ​ບອກ​ເລື່ອງ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ

ໃນ​ບາງ​ກໍ​ລະ​ນີ, ອະ​ທິ​ການ​ອາດ​ຕ້ອງ​ໄດ້​ບອກ​ວ່າ ບຸກ​ຄົນ​ໄດ້​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ແລ້ວ (ເບິ່ງ 32.14.9). ອະ​ທິ​ການ​ຈະ​ບໍ່​ໃຫ້​ລາຍ​ລະ​ອຽດ​ອື່ນ.

32.13

ການ​ອຸ​ທອນ​ຄຳ​ຕັດ​ສິນ

ສະ​ມາ​ຊິກ​ສາ​ມາດ​ອຸ​ທອນ​ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ ຕໍ່​ປະ​ທານ​ສະ​ເຕກ​ພາຍ​ໃນ 30 ວັນ. ປະ​ທານ​ສະ​ເຕກ​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ​ຂຶ້ນ ເພື່ອ​ພິ​ຈາ​ລະ​ນາ​ການ​ອຸ​ທອນ. ເພິ່ນ​ກໍ​ອາດ​ຂໍ​ໃຫ້​ອະ​ທິ​ການ​ເອີ້ນ​ປະ​ຊຸມ​ສະ​ພາ ແລະ ພິ​ຈາ​ລະ​ນາ​ຄຳ​ຕັດ​ສິນ​ຄືນ​ອີກ, ໂດຍ​ສະ​ເພາະ​ຖ້າ​ຫາກ​ມີ​ຂໍ້​ມູນ​ໃໝ່.

ສະ​ມາ​ຊິກ​ສາ​ມາດ​ອຸ​ທອນ​ການ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສະ​ເຕກ ໂດຍ​ການ​ຂຽນ​ຈົດ​ໝາຍ​ເປັນ​ລາຍ​ລັກ​ອັກ​ສອນໄປ​ຫາ​ຝ່າຍ​ປະ​ທານ​ສູງ​ສຸດ​ພາຍ​ໃນ 30 ວັນ. ສະ​ມາ​ຊິກ​ຈະ​ມອບ​ຈົດ​ໝາຍ​ໃຫ້​ປະ​ທານ​ສະ​ເຕກ ເພື່ອ​ສົ່ງ​ໄປ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ.

ຢູ່​ໃນ​ເຂດ​ເຜີຍ​ແຜ່, ສະ​ມາ​ຊິກ​ສາ​ມາດ​ອຸ​ທອນ​ການ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ສາ​ຂາ ຫລື ທ້ອງ​ຖິ່ນ ຕໍ່​ປະ​ທານ​ເຜີຍ​ແຜ່​ພາຍ​ໃນ 30 ວັນ. ປະ​ທານ​ເຜີຍ​ແຜ່​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ເພື່ອ​ພິ​ຈາ​ລະ​ນາ​ການ​ອຸ​ທອນ. ຖ້າ​ຫາກ​ເວ​ລາ ຫລື ໄລ​ຍະ​ທາງ​ກີດ​ກັນ​ເພິ່ນ​ຈາກ​ການ​ເຮັດ​ສິ່ງ​ນີ້, ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ໃນ 32.9.4.

ຖ້າ​ຫາກ​ປະ​ທານ​ເຜີຍ​ແຜ່​ດຳ​ເນີນ​ສະ​ພາ, ສະ​ມາ​ຊິກ​ສາ​ມາດ​ອຸ​ທອນ​ຄຳ​ຕັດ​ສິນ ໂດຍ​ການ​ຂຽນ​ຈົດ​ໝາຍ​ຫາ​ຝ່າຍ​ປະ​ທານ​ສູງ​ສຸດ​ເປັນ​ລາຍ​ລັກ​ອັກ​ສອນ​ພາຍ​ໃນ 30 ​ວັນ. ສະ​ມາ​ຊິກ​ຈະ​ມອບ​ຈົດ​ໝາຍ​ໃຫ້​ປະ​ທານ​ເຜີຍ​ແຜ່ ເພື່ອ​ສົ່ງ​ໄປ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ.

ບຸກ​ຄົນ​ທີ່ອຸ​ທອນ​ຄຳ​ຕັດ​ສິນ ຈະ​ລະ​ບຸ​ເປັນ​ລາຍ​ລັກ​ອັກ​ສອນ​ເຖິງ​ຂໍ້​ຜິດ​ພາດ ຫລື ຄວາມ​ບໍ່​ຍຸດ​ຕິ​ທຳ​ໃນ​ການ​ດຳ​ເນີນ​ການ ຫລື ຄຳ​ຕັດ​ສິນ.

ຖ້າ​ຫາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈັດ​ຂຶ້ນ​ເພື່ອ​ພິ​ຈາ​ລະ​ນາ​ການ​ອຸ​ທອນ, ຄຳ​ຕັດ​ສິນ​ໜຶ່ງ ຫລື ສອງ​ຢ່າງ​ຕໍ່​ໄປ​ນີ້ ອາດ​ຈະ​ເກີດ​ຂຶ້ນ:

  • ຢືນ​ຢັດ​ກັບ​ຄຳ​ຕັດ​ສິນ​ຄັ້ງ​ທຳ​ອິດ.

  • ປັບ​ປ່ຽນ​ຄຳ​ຕັດ​ສິນ​ຄັ້ງ​ທຳ​ອິດ.

ຄຳ​ຕັດ​ສິນ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ຖື​ເປັນ​ຂັ້ນ​ສຸດ​ທ້າຍ ແລະ ບໍ່​ສາ​ມາດ​ອຸ​ທອນ​ໄດ້​ອີກ.

32.14

ລາຍ​ງານ ແລະ ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

32.14.1

ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ແຕ່​ລະ​ຄັ້ງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໂດຍ​ທັນ​ທີ​ ຜ່ານ​ທາງ LCR. ເພິ່ນ​ອາດ​ຂໍ​ໃຫ້​ສະ​ໝຽນ​ຈັດ​ກຽມ​ໃບ​ລາຍ​ງານ. ເພິ່ນ​ຈະ​ໃຫ້​ແນ່​ໃຈ​ວ່າ ບໍ່​ມີ​ສຳ​ເນົາ​ຟອມ​ເປັນ​ເຈ້ຍ ຫລື ອີ​ເລັກ​ໂທຣ​ນິກ​ຖືກ​ເກັບ​ໄວ້​ໃນ​ທ້ອງ​ຖິ່ນ. ເພິ່ນ​ກໍ​ຍັງ​ຈະ​ໃຫ້​ແນ່​ໃຈ​ວ່າ ບັນ​ທຶກ​ໃດໆ​ກໍ​ຕາມ​ທີ່​ໄດ້​ໃຊ້​ເພື່ອ​ຈັດ​ກຽມ​ໃບ​ລາຍ​ງານ​ຖືກ​ທຳ​ລາຍ​ໂດຍ​ທັນ​ທີ.

32.14.2

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ

ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ​ໄດ້​ຖືກ​ໝາຍ​ເຫດ​ໄວ້​ຢູ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ. ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຂຽນ​ໝາຍ​ເຫດ​ເລື່ອງ​ນີ້ ຫລັງ​ຈາກ​ໄດ້​ຮັບ​ໃບ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ເມື່ອ​ສະ​ມາ​ຊິກ​ໄດ້​ກັບ​ໃຈ​ແລ້ວ, ຜູ້​ນຳ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ​ອີກ​ຄັ້ງ ເພື່ອ​ພິ​ຈາ​ລະ​ນາ​ການ​ຖອນ​ການ​ຈຳ​ກັດ​ເຫລົ່າ​ນີ້ (ເບິ່ງ 32.16.1).

32.14.3

ບັນ​ທຶກ​ຫລັງ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຖອນ

ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຖອນ, ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ລຶບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ຫລັງ​ຈາກ​ໄດ້​ຮັບ​ໃບ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ຖ້າ​ຫາກ​ບຸກ​ຄົນ​ປາດ​ຖະ​ໜາ, ຜູ້​ນຳ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ກະ​ກຽມ​ສຳ​ລັບ​ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ (ເບິ່ງ 32.16.1).

32.14.4

ບັນ​ທຶກ​ຫລັງ​ຈາກ​ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ

ຫລັງ​ຈາກ​ບຸກ​ຄົນ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ, ອະ​ທິ​ການ​ຈະ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ໃບ​ຢັ້ງ​ຢືນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຈະ​ບໍ່​ຖືກ​ສ້າງ. ແທນ​ນັ້ນ, ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຈະ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

ຖ້າ​ຫາກ​ສະ​ມາ​ຊິກ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຈັດ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ທີ່​ສະ​ແດງ​ວັນ​ເດືອນ​ປີ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ຄັ້ງ​ທຳ​ອິດ ແລະ ພິ​ທີ​ການ​ອື່ນໆ. ບັນ​ທຶກ​ຈະ​ບໍ່​ມີ​ການ​ອ້າງ​ເຖິງ​ການ​ສູນ​ເສຍ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ອັບ​ເດດ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ທີ່​ສະ​ແດງ​ວັນ​ເດືອນ​ປີ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ ແລະ ການ​ຢືນ​ຢັນ​ໃໝ່. ບັນ​ທຶກ​ນີ້​ກໍ​ຍັງ​ລວມ​ທັງ​ຂໍ້​ຄວາມ “ຕ້ອງ​ໄດ້​ຮັບ​ການ​ຟື້ນ​ຟູ​ພອນ.” ຫລັງ​ຈາກ​ພອນ​ຂອງ​ສະ​ມາ​ຊິກ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້ (ເບິ່ງ 32.17.2), ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ອັບ​ເດດ ເພື່ອ​ສະ​ແດງ​ວັນ​ເດືອນ​ປີ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ຄັ້ງ​ທຳ​ອິດ ແລະ ພິ​ທີ​ການ​ອື່ນໆ. ມັນ​ຈະ​ບໍ່​ມີ​ການ​ອ້າງ​ເຖິງ​ການ​ສູນ​ເສຍ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

32.14.5

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ພ້ອມ​ດ້ວຍ​ໝາຍ​ເຫດ​ປະ​ກອບ

ເມື່ອ​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ໝາຍ​ເຫດ​ປະ​ກອບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ ໃນ​ສະ​ຖາ​ນະ​ການ​ຢ່າງ​ໃດ​ໜຶ່ງ​ຢູ່​ຂ້າງ​ລຸ່ມ​ນີ້.

  1. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໄປ ໂດຍ​ລະ​ບຸ​ວ່າ ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ເປັນ​ທາງ​ການ ເພາະ​ການ​ປະ​ພຶດ​ຢ່າງ​ໃດ​ຢ່າງ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

    1. ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ

    2. ການ​ຂົ່ມ​ຂືນ​ເດັກ ຫລື ຊາວ​ໜຸ່ມ, ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທາງ​ເພດ​ຈາກ​ເດັກ ຫລື ຊາວ​ໜຸ່ມ, ຫລື ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ​ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ​ຢ່າງ​ຮ້າຍ​ແຮງ

    3. ການ​ພົວ​ພັນ​ກັບ​ຮູບ​ພາບ​ລາ​ມົກ​ເດັກ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 38.6.6

    4. ການ​ແຕ່ງ​ເມຍ​ຫລາຍ​ຄົນ

    5. ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ເພດ​ຂອງ​ຜູ້​ໃຫຍ່

    6. ຂ້າມ​ເພດ—ການ​ກະ​ທຳ​ທີ່​ປ່ຽນ​ເພດ​ກົງ​ກັນ​ຂ້າມ​ກັບ​ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ (ເບິ່ງ 38.6.23)

    7. ການ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ຫລື ການ​ລັກ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 32.6.3.3)

    8. ການ​ໃຊ້​ສະ​ຫວັດ​ດີ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ເໝາະ​ສົມ

    9. ພຶດ​ຕິ​ກຳ​ທີ່​ເປັນ​ໄພ​ຄຸກ​ຄາມ (ດັ່ງ​ເຊັ່ນ ທາງ​ເພດ, ຄວາມ​ຮຸນ​ແຮງ, ຫລື ທາງ​ການ​ເງິນ) ຫລື ການ​ປະ​ພຶດ​ທີ່​ເປັນ​ໄພ​ຕໍ່​ສາດ​ສະ​ໜາ​ຈັກ.

  2. ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ສົ່ງ​ໃບແຈ້ງ​ເປັນ​ລາຍ​ລັກ​ອັກ​ສອນ​ວ່າ​ບຸກ​ຄົນ:

    1. ໄດ້​ຍອມ​ຮັບ ຫລື ຖືກ​ຕັດ​ສິນ​ວ່າ ມີ​ຄວາມ​ຜິດ​ທາງ​ອາ​ຊະ​ຍາ​ກຳ​ທີ່​ກ່ຽວ​ຂ້ອງ​ກັບ​ຢ່າງ​ໜຶ່ງ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ເທິງ.

    2. ຖືກ​ພົບ​ວ່າ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ຄະ​ດີ​ແພ່ງ​ຖານ​ສໍ້​ໂກງ ຫລື ການ​ກະ​ທຳ​ຜິດ​ກົດ​ໝາຍ​ອື່ນໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ກະ​ທຳ​ຢ່າງ​ໜຶ່ງ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ເທິງ.

ເມື່ອ​ອະ​ທິ​ການ​ໄດ້​ຮັບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ທີ່​ມີ​ໝາຍ​ເຫດ​ປະ​ກອບ, ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ​ໝາຍ​ເຫດ​ປະ​ກອບ.

ພຽງ​ແຕ່​ຝ່າຍ​ປະ​ທານ​ສູງ​ສຸດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ອະ​ນຸ​ມັດ​ການ​ລຶບ​ໝາຍ​ເຫດ​ປະ​ກອບ​ຈາກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ຖ້າ​ຫາກ​ປະ​ທານ​ສະ​ເຕກ​ແນະ​ນຳ​ການ​ລຶບ​ໝາຍ​ເຫດ​ປະ​ກອບ, ເພິ່ນ​ຈະ​ໃຊ້ LCR (ເບິ່ງ 6.2.3). ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ຈະ​ແຈ້ງ​ໃຫ້​ເພິ່ນ​ຊາບ ຖ້າ​ຫາກ​ຄຳ​ແນະ​ນຳ​ຂອງ​ເພິ່ນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຫລື​ບໍ່​ກໍ​ຕາມ.

32.14.6

ການ​ລາຍ​ງານ​ການ​ລັກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ

ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ ເພາະ​ການ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ລາຍ​ງານ​ເລື່ອງ​ນີ້ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 34.7.5.

32.14.7

ຂໍ້​ຈຳ​ກັດ​ການ​ຍ້າຍ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

ບາງ​ຄັ້ງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່ ຂະ​ນະ​ທີ່​ດຳ​ເນີນ​ການ​ເລື່ອງ​ສະ​ມາ​ຊິກ​ກະ​ພາບ ຫລື ບັນ​ຫາ​ຮ້າຍ​ແຮງ​ອື່ນ​ຍັງ​ຄ້າງ​ຄາ​ຢູ່. ບາງ​ຄັ້ງ​ອະ​ທິ​ການ​ຕ້ອງ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ກັບ​ອະ​ທິ​ການ​ຄົນ​ໃໝ່ ກ່ອນ​ທີ່​ຈະ​ສົ່ງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໄປ​ໃຫ້​ໜ່ວຍ​ສາດ​ສະ​ໜາ​ຈັກ​ບ່ອນ​ໃໝ່. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ອະ​ທິ​ການ (ຫລື ສະ​ໝຽນ ຖ້າ​ໄດ້​ຮັບ​ອະ​ນຸ​ຍາດ) ອາດ​ໝາຍ​ຂໍ້​ຈຳ​ກັດ​ການ​ຍ້າຍ​ໃສ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ບັນ​ທຶກ​ຈະ​ຖືກ​ຮັກ​ສາ​ໄວ້​ຢູ່​ໃນ​ໜ່ວຍ​ສາດ​ສະ​ໜາ​ຈັກ​ບ່ອນ​ເກົ່າ ຈົນ​ກວ່າ​ອະ​ທິ​ການ (ຫລື ສະ​ໝຽນ ຖ້າ​ໄດ້​ຮັບ​ອະ​ນຸ​ຍາດ) ຈະ​ລຶບ​ຂໍ້​ຈຳ​ກັດ​ອອກ. ການ​ເຮັດ​ສິ່ງ​ນີ້ ຈະ​ໃຫ້​ໂອ​ກາດ​ອະ​ທິ​ການ​ໄດ້​ບອກ​ເຖິງ​ຄວາມ​ກັງ​ວົນ ແລະ ຂໍ້​ມູນ.

32.14.8

ບັນ​ທຶກ​ຂອງ​ຜູ້​ຖືກ​ຈຳ​ຄຸກ

ສະ​ມາ​ຊິກ​ບາງ​ຄົນ​ໄດ້​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ທາງ​ອາ​ຊະ​ຍາ​ກຳ ແລະ ຖືກ​ຈຳ​ຄຸກ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຂອງ​ໜ່ວຍ​ສາດ​ສະ​ໜາ​ຈັກ​ບ່ອນ​ທີ່​ບຸກ​ຄົນ​ໄດ້​ອາ​ໄສ​ຢູ່ ເມື່ອ​ການ​ກະ​ທຳ​ຄວາມ​ຜິດ​ທາງ​ອາ​ຊະ​ຍາ​ກຳ​ໄດ້​ເກີດ​ຂຶ້ນ ຈະ​ດຳ​ເນີນ​ການ​ທີ່​ຈຳ​ເປັນ ເພື່ອ​ຈຳ​ກັດ ຫລື ຖອນ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ. ຖ້າ​ຫາກ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈຳ​ກັດ, ຜູ້​ນຳ (ຫລື ສະ​ໝຽນ ຖ້າ​ໄດ້​ຮັບ​ອະ​ນຸ​ຍາດ) ຈະ​ສົ່ງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໄປ​ໃຫ້​ໜ່ວຍ​ສາດ​ສະ​ໜາ​ຈັກ​ບ່ອນ​ທີ່​ຮັບ​ຜິດ​ຊອບ​ດູ​ແລ​ສະ​ຖານ​ທີ່ ທີ່​ບຸກ​ຄົນ​ຖືກ​ຈຳ​ຄຸກ. ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຖອນ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ​ຜູ້​ນຳ​ຂອງ​ໜ່ວຍ​ສາດ​ສະ​ໜາ​ຈັກ​ບ່ອນ​ນັ້ນ. (ເບິ່ງ 32.15.)

32.14.9

ການ​ຂໍ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ

ຖ້າ​ຫາກ​ສະ​ມາ​ຊິກ​ຂໍ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ, ອະ​ທິ​ການ​ຈະ​ຕິດ​ຕໍ່​ຫາ​ບຸກ​ຄົນ​ນັ້ນ ຖ້າ​ຫາກ​ວ່າ​ເຂົາ​ເຕັມ​ໃຈ​ທີ່​ຈະ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​ກັງ​ວົນ ແລະ ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ. ອະ​ທິ​ການ ແລະ ສະ​ມາ​ຊິກ​ອາດ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ​ນຳ​ອີກ. ຜູ້​ນຳ​ຈະ​ໃຫ້ແນ່​ໃຈ​ວ່າ ສະ​ມາ​ຊິກ​ເຂົ້າ​ໃຈ​ຜົນ​ຮັບ​ດັ່ງ​ຕໍ່​ໄປ​ນີ້ ຂອງ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ:

  • ມັນ​ຈະ​ຖອນ​ພິ​ທີ​ການ​ທັງ​ໝົດ.

  • ມັນ​ຈະ​ລຶບ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ທັງ​ໝົດ.

  • ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ສາ​ມາດ​ເຮັດ​ໄດ້​ພຽງ​ແຕ່​ເມື່ອ​ ຫລັງ​ຈາກ​ການ​ສຳ​ພາດ​ທີ່​ລະ​ອຽດ​ເທົ່າ​ນັ້ນ ແລະ, ໃນ​ຫລາຍ​ກໍ​ລະ​ນີ, ຫລັງ​ຈາກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 32.16.2).

  • ບຸກ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ສາ​ມາດ​ໄດ້​ຮັບ​ການ​ຟື້ນ​ຟູ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ​ຄືນ​ໃຫ້ ພຽງ​ແຕ່​ເມື່ອ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ​ເທົ່າ​ນັ້ນ ແລະ ຫລັງ​ຈາກ​ຢ່າງ​ໜ້ອຍ​ຄົບ​ໜຶ່ງ​ປີ​ຈາກ​ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ (ເບິ່ງ 32.17.2).

ຖ້າ​ຫາກ​ສະ​ມາ​ຊິກ​ຍັງ​ຕ້ອງ​ການ​ຈະ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢູ່, ເຂົາ​ຕ້ອງ​ມອບ​ຄຳ​ຂໍ​ຮ້ອງ​ເປັນ​ລາຍ​ລັກ​ອັກ​ສອນ, ພ້ອມ​ດ້ວຍ​ລາຍ​ເຊັນ​ທີ່​ຈຳ​ເປັນ​ໃຫ້​ອະ​ທິ​ການ. ອະ​ທິ​ການ​ຈະ​ສົ່ງ​ຄຳ​ຂໍ​ຮ້ອງ​ນັ້ນ​ໄປ​ໃຫ້​ປະ​ທານ​ສະ​ເຕກ ຜ່ານ​ທາງ LCR. ແລ້ວ​ປະ​ທານ​ສະ​ເຕກ​ຈະ​ທົບ​ທວນ ແລະ ສົ່ງ​ຄຳ​ຂໍ​ຮ້ອງ​ຜ່ານ​ທາງ​ລະ​ບົບ​ນັ້ນ. ຜູ້​ນຳ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ຂໍ​ຮ້ອງ​ໂດຍ​ທັນ​ທີ.

ບຸກ​ຄົນ​ກໍ​ສາ​ມາດ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ ໂດຍ​ການ​ສົ່ງ​ຄຳ​ຂໍ​ຮ້ອງທີ່​ໄດ້​ເຊັນ, ຖືກ​ຮັບ​ຮອງ ໄປ​ຫາ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ໄດ້.

ໄວ​ລຸ້ນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ ຕ້ອງ​ເຮັດ​ຕາມ​ຂັ້ນ​ຕອນ​ດຽວ​ກັນ​ ຄື​ກັບ​ຜູ້​ໃຫຍ່, ຍົກ​ເວັ້ນ​ຢ່າງ​ໜຶ່ງ: ຄຳ​ຂໍ​ຮ້ອງ​ຄວນ​ເຊັນ​ໂດຍ​ໄວ້​ລຸ້ນ​ຄົນ​ນັ້ນ (ຖ້າ​ອາ​ຍຸ​ເກີນ 8 ປີ) ແລະ ໂດຍ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ ທີ່​ມີ​ສິດ​ດູ​ແລ​ໄວ​ລຸ້ນ​ຄົນ​ນັ້ນ​ຕາມ​ກົດ​ໝາຍ.

ຖ້າ​ຫາກ​ສະ​ມາ​ຊິກ​ທີ່​ກຳ​ລັງ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ຂູ່​ວ່າ​ຈະ​ດຳ​ເນີນ​ການ​ທາງ​ກົດ​ໝາຍ​ຟ້ອງ​ສາດ​ສະ​ໜາ​ຈັກ ຫລື ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ​ສະ​ເຕກ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ໃນ 38.8.23.

ຄວນ​ດຳ​ເນີນ​ການ​ຕາມ​ຄຳ​​ຂໍ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ ເຖິງ​ແມ່ນ​ວ່າ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ມີ​ຂໍ້​ມູນ​ກ່ຽວ​ກັບ​ບາບ​ອັນ​ຮ້າຍ​ແຮງ​ກໍ​ຕາມ. ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ບາບ​ທີ່​ຍັງ​ບໍ່​ໄດ້​ແກ້​ໄຂ​ເທື່ອ ຈະ​ຖືກ​ບັນ​ທຶກ​ໄວ້ ເມື່ອ​ຄຳ​ຂໍ​ຮ້ອງ​ຖືກ​ສົ່ງ​ໄປ ຜ່ານ​ທາງ LCR. ການ​ເຮັດ​ສິ່ງ​ນີ້​ແມ່ນ​ເພື່ອ​ໃຫ້​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ໃນ​ອະ​ນາ​ຄົດ ຖ້າ​ຫາກ​ບຸກ​ຄົນ​ນັ້ນ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຄືນ​ອີກ (ເບິ່ງ 32.16.2).

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ຄວນ​ແນະ​ນຳ​ໃຫ້​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ.

ຜູ້​ນຳ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ທີ່​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ ຍົກ​ເວັ້ນ​ແຕ່​ເຂົາ​ເຈົ້າ​ຂໍ​ບໍ່​ໃຫ້​ຕິດ​ຕໍ່​ຫາ.


ການ​ຄືນ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ


ຖ້າ​ຫາກ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ, ຜູ້​ນຳ​ຈະ​ຜູກ​ມິດ, ໃຫ້​ຄຳ​ປຶກ​ສາ, ແລະ ສະ​ໜັບ​ສະ​ໜູນ​ບຸກ​ຄົນ ຕາມ​ທີ່​ເຂົາ​ຍິນ​ຍອມ. ພາກ​ນີ້​ອະ​ທິ​ບາຍ​ວິ​ທີ​ທີ່​ສິດ​ທິ​ພິ​ເສດ​ເຫລົ່າ​ນັ້ນ​ສາ​ມາດ​ຖືກ​ສົ່ງ​ຄືນ​ໃຫ້.

32.15

ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ບົດ​ບາດ​ຂອງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ໃນ​ຖາ​ນະ​ຜູ້​ຕັດ​ສິນ​ທົ່ວ​ໄປ ບໍ່​ໄດ້​ສິ້ນ​ສຸດ​ລົງ​ເມື່ອ​ສະ​ມາ​ຊິກ​ຖືກ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ ຫລື ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຖືກ​ຖອນ. ເພິ່ນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຕາມ​ທີ່​ບຸກ​ຄົນ​ຍິນ​ຍອມ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຊື່ນ​ຊົມ​ກັບ​ພອນ​ຂອງ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ອີກ​ຄັ້ງ. ອະ​ທິ​ການ​ຈະ​ພົບ​ກັບ​ບຸກ​ຄົນ​ນັ້ນ​ເປັນ​ປະ​ຈຳ ແລະ, ເມື່ອ​ເປັນ​ປະ​ໂຫຍດ ແລະ ເໝາະ​ສົມ, ຈະ​ພົບ​ກັບ​ຄູ່​ຄອງ​ຂອງ​ເຂົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຊາວ​ນີ​ໄຟ​ວ່າ:

“ເຈົ້າ​ຈະ​ບໍ່​ຂັບ​ໄລ່​ເຂົາ​ອອກ​ຈາກ … ສະ​ຖານ​ທີ່​ນະ​ມັດ​ສະ​ການ​ຂອງ​ພວກ​ເຈົ້າ, ແຕ່​ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຄົນ​ນັ້ນ​ສະ​ເໝີ​ໄປ; ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ” (3 ນີ​ໄຟ 18:32).

ຊ່ວງ​ເວ​ລາ​ຫລັງ​ຈາກ​ທີ່​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ໄດ້​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ຍາກ​ ແລະ ​ສຳ​ຄັນ​ສຳ​ລັບ​ເຂົາ ແລະ ຄອບ​ຄົວ​ຂອງ​ເຂົາ. ຜູ້​ນຳ​ຄວນ​ຮູ້​ສຶກ​ໄວ​ຕໍ່​ຄວາມ​ຕ້ອງ​ການ​ເຫລົ່າ​ນີ້ ແລະ ໃຫ້​ກຳ​ລັງ​ໃຈ ແລະ ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຄອບ​ຄົວ.

ອະ​ທິ​ການ​ຈະ​ໃຫ້​ແນ່​ໃຈ​ວ່າ​ມີ​ການ​ມອບ​ໝາຍ​ສະ​ມາ​ຊິກ​ທີ່​ຫ່ວງ​ໃຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ, ຕາມ​ທີ່​ບຸກ​ຄົນ​ຍິນ​ຍອມ. ເຂົາ​ເຈົ້າ​ກໍ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ສະ​ມາ​ຊິກ​ຄອບ​ຄົວ​ຄົນ​ອື່ນໆ​ເຊັ່ນ​ກັນ. ບຸກ​ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ດັດ​ຊະ​ນີ (ເບິ່ງ 25.4.3).

ຖ້າ​ຫາກ​ບຸກ​ຄົນ​ຍ້າຍ​ອອກ​ຈາກ​ຫວອດ, ອະ​ທິ​ການ​ຈະ​ແຈ້ງ​ໃຫ້​ອະ​ທິ​ການ​ຄົນ​ໃໝ່​ຊາບ ແລະ ອະ​ທິ​ບາຍ​ສິ່ງ​ທີ່​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຈະ​ຖືກ​ຖອນ. ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຖືກ​ຖອນ​ຈາກ​ສາດ​ສະ​ໜາ​ຈັກ ຫລື ບຸກ​ຄົນ​ຂໍ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ, ອະ​ທິ​ການ​ຈະ​ທຳ​ການ​ຕິດ​ຕໍ່​ແບບ​ດຽວ​ກັນ ຖ້າ​ຫາກ​ບຸກ​ຄົນ​ໄດ້​ຍອມ​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ.

32.16

ການ​ຖອນ​ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຫລື ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ

32.16.1

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ເພື່ອ​ຖອນ​ການ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຫລື ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ

ເມື່ອ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ, ຈະ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ​ອີກ​ເພື່ອ​ພິ​ຈາ​ລະ​ນາ​ການ​ຖອນ​ການ​ຈຳ​ກັດ ​ຫລື ການ​ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ. ສະ​ພາ​ນີ້​ກໍ​ຄວນ​ມີ​ສິດ​ອຳ​ນາດ​ໃນ​ລະ​ດັບ​ດຽວ​ກັນ (ຫລື ສູງ​ກວ່າ) ຕາມ​ທີ່​ໄດ້​ຈັດ​ສະ​ພາ​ຂຶ້ນ​ຄັ້ງ​ທຳ​ອິດ. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ປະ​ທານ​ສະ​ເຕກ ຫລື ​ປະ​ທານ​ເຜີຍ​ແຜ່​ໄດ້​ຄວບ​ຄຸມ​ສະ​​ພາ​ຄັ້ງ​ທຳ​ອິດ, ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່​ຕ້ອງ​ຄວບ​ຄຸມ​ສະ​ພາ​ທີ່​ຈະ​ພິ​ຈາ​ລະ​ນາ​ການ​ຖອນ​ການ​ຈຳ​ກັດ ຫລື ການ​ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ປະ​ຈຸ​ບັນ​ຈັດ​ສະ​ພາ. ກ່ອນ​ອື່ນ​ໝົດ​ເພິ່ນ​ຈະ​ໃຫ້​ແນ່​ໃຈ​ວ່າບຸກ​ຄົນ​ໄດ້​ກັບ​ໃຈ ແລະ ພ້ອມ​ແລ້ວ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຊື່ນ​ຊົມ​ກັບ​ພອນ​ຂອງ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

ຜູ້​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ຖືກ​ຈຳ​ກັດ​ຢ່າງ​ເປັນ​ທາງ​ການ ຕາມ​ປົກ​ກະ​ຕິ​ແລ້ວ​ຕ້ອງ​ສະ​ແດງ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ ຢ່າງ​ໜ້ອຍ​ໜຶ່ງ​ປີ ກ່ອນ​ທີ່​ຈະ​ມີ​ການ​ພິ​ຈາ​ລະ​ນາ​ເພື່ອ​ຖອນ​ການ​ຈຳ​ກັດ. ຄົນ​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ເຈົ້າ​ຖືກ​ຈຳ​ກັດ ເກືອບ​ທຸກ​ກໍ​ລະ​ນີ​ຈະ​ຕ້ອງ​ສະ​ແດງ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ​ສະ​ເໝີ ຢ່າງ​ໜ້ອຍ​ໜຶ່ງ​ປີ ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ. ສຳ​ລັບ​ສະ​ມາ​ຊິກ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ ຕອນ​ໄດ້​ເຮັດ​ບາບ​ອັນ​ຮ້າຍ​ແຮງ, ໂດຍ​ທົ່ວ​ໄປ​ແລ້ວ ໄລ​ຍະ​ເວ​ລາ​ຈະ​ດົນ​ກວ່າ (ເບິ່ງ 32.6.1.4).

ສະ​ພາ​ທີ່​ຖືກ​ຈັດ​ຂຶ້ນ​ເພື່ອ​ຖອນ​ການ​ຈຳ​ກັດ ຫລື ເພື່ອ​ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ ຈະ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ເໝືອນ​ດັ່ງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອື່ນໆ. ອະ​ທິ​ການ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ ກ່ອນ​ຈະ​ຈັດ​ສະ​ພາ​ຂຶ້ນ. ໃນ​ເຂດ​ເຜີຍ​ແຜ່, ປະ​ທານ​ສາ​ຂາ ຫລື ປະ​ທານ​ທ້ອງ​ຖິ່ນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່​ເສຍ​ກ່ອນ.

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ຖືກ​ນຳ​ໃຊ້​ເມື່ອ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ ເພື່ອ​ພິ​ຈາ​ລະ​ນາ​ການ​ຖອນ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ ຫລື ການ​ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ. ບໍ່​ແມ່ນ​ທຸກ​ຂໍ້​ໃນ​ແນວ​ທາງ​ຊີ້​ນຳ​ເຫລົ່າ​ນີ້​ທີ່​ສາ​ມາດ​ນຳ​ໃຊ້​ກັບ​ທຸກ​ກໍ​ລະ​ນີ.

  1. ທົບ​ທວນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຄັ້ງ​ທຳ​ອິດ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ທົບ​ທວນ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ. ເພິ່ນ​ຈະ​ຂໍ​ເອົາ​ສຳ​ເນົາ​ຜ່ານ​ທາງ LCR. ຫລັງ​ຈາກ​ໄດ້​ທົບ​ທວນ​ຟອມ​ແລ້ວ, ເພິ່ນ​ອາດ​ຕິດ​ຕໍ່​ຫາ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ບ່ອນ​ທີ່​ສະ​ພາ​ໄດ້​ຖືກ​ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ ໃນ​ການ​ສະ​ແຫວງ​ຫາ​ຄວາມ​ກະ​ຈ່າງ​ແຈ້ງ.

  2. ສຳ​ພາດ​ບຸກ​ຄົນ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສຳ​ພາດ​ບຸກ​ຄົນ​ຢ່າງ​ຖີ່​ຖ້ວນ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ສັດ​ທາ​ຂອງ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຂອບ​ເຂດ​ການ​ກັບ​ໃຈ. ເພິ່ນ​ກໍ​ຍັງ​ຈະ​ພິ​ຈາ​ລະ​ນາ​ວ່າ​ບຸກ​ຄົນ​ໄດ້​ເຮັດ​ຕາມ​ເງື່ອນ​ໄຂ​ທີ່​ລະ​ບຸ​ໄວ້​ໃນ​ການ​ດຳ​ເນີນ​ການ​ຄັ້ງ​ທຳ​ອິດ​ຫລື​ບໍ່.

  3. ພິ​ຈາ​ລະ​ນາ​ສະ​ຖາ​ນະ​ຂອງ​ການ​ດຳ​ເນີນ​ຄະ​ດີ​ຂອງ​ສານ​ອາ​ຍາ ຫລື ສານ​ແພ່ງ. ບາງ​ຄັ້ງ​ບຸກ​ຄົນ​ໄດ້​ຍອມ​ຮັບ ຫລື ເຄີຍ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ທາງ​ອາ​ຊະ​ຍາ​ກຳ. ບາງ​ຄັ້ງ​ບຸກ​ຄົນ​ໄດ້​ຖືກ​ພົບ​ວ່າ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ຄະ​ດີ​ແພ່ງ​ຖານ​ສໍ້​ໂກງ ຫລື ການ​ກະ​ທຳ​ຜິດ​ກົດ​ໝາຍ​ອື່ນໆ. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ໂດຍ​ທົ່ວ​ໄປ​ແລ້ວ​ຜູ້​ນຳ​ຈະ​ບໍ່​ຈັດ​ສະ​ພາ​ຂຶ້ນ ຈົນ​ກວ່າ​ບຸກ​ຄົນ​ໄດ້​​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ຂອງ​ການ​ຕັດ​ສິນ, ຄຳ​ສັ່ງ, ຫລື ການ​ພິ​ພາກ​ສາ​ໂດຍ​ເຈົ້າ​ໜ້າ​ທີ່​ຝ່າຍ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ​ເສຍ​ກ່ອນ. ເງື່ອນ​ໄຂ​ເຫລົ່າ​ນີ້​ອາດ​ລວມ​ທັງ​ການ​ຖືກ​ຈຳ​ຄຸກ, ການ​ຖືກ​ອະ​ນຸ​ໂລມ, ການ​ຖືກ​ປົດ​ປ່ອຍ, ແລະ ການ​ຖືກ​ປັບ​ໄໝ ຫລື ການ​ຊົດ​ເຊີຍ. ຂໍ້​ຍົກ​ເວັ້ນ​ດັ່ງ​ກ່າວ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ກ່ອນ​ຈະ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ​ໄດ້. ຂໍ້​ຍົກ​ເວັ້ນ​ເຫລົ່າ​ນີ້​ອາດ​ລວມ​ທັງ​ບາງ​ຄົນ​ຜູ້​ໄດ້​ເຮັດ​ຕາມ​ຂໍ້​ກຳ​ນົດ​ທາງ​ກົດ​ໝາຍ​ຄົບ​ຖ້ວນ​ແລ້ວ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ ແຕ່​ຖືກ​ອະ​ນຸ​ໂລມ​ຕະ​ຫລອດ​ຊີ​ວິດ ຫລື ຖືກ​ປັບ​ໄໝ​ຢ່າງ​ຫລວງ​ຫລາຍ.

  4. ຕິດ​ຕໍ່​ຫາ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຜູ້​ເສຍ​ຫາຍ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ປະ​ຈຸ​ບັນ​ຂອງ​ຜູ້​ເສຍ​ຫາຍ​ໃດໆ (ເບິ່ງ 32.10.2).

  5. ສົ່ງ​ໃບ​ແຈ້ງ​ເລື່ອງ​ສະ​ພາ. ເພິ່ນ​ຈະ​ແຈ້ງ​ໃຫ້​ບຸກ​ຄົນ​ຊາບ​ເຖິງ​ວັນ​ທີ, ເວ​ລາ, ແລະ ສະ​ຖານ​ທີ່​ຂອງ​ສະ​ພາ.

  6. ດຳ​ເນີນ​ສະ​ພາ. ເພິ່ນ​ຈະ​ດຳ​ເນີນ​ສະ​ພາ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ 32.10.3. ເພິ່ນ​ຈະ​ຖາມ​ບຸກ​ຄົນ​ວ່າ ເຂົາ​ໄດ້​ເຮັດ​ຫຍັງ​ໃນ​ການ​ກັບ​ໃຈ. ເພິ່ນ​ກໍ​ຈະ​ຖາມ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ນຳ​ອີກ ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ. ເມື່ອ​ທຸກ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ຖືກ​ນຳ​ສະ​ເໜີ​ແລ້ວ, ເພິ່ນ​ຈະ​ຂໍ​ໃຫ້​ສະ​ມາ​ຊິກ​ອອກ​ໄປ​ຈາກ​ຫ້ອງ. ພ້ອມ​ດ້ວຍ​ທີ່​ປຶກ​ສາ​ຂອງ​ເພິ່ນ, ເພິ່ນ​ຈະ​ອະ​ທິ​ຖານ​ເພື່ອ​ພິ​ຈາ​ລະ​ນາ​ວ່າ ຈະ​ດຳ​ເນີນ​ການ​ແນວ​ໃດ. ຄຳ​ຕັດ​ສິນ​ສາມ​ຢ່າງ​ທີ່​ເປັນ​ໄປ​ໄດ້​ຄື:

    1. ສືບ​ຕໍ່​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ.

    2. ຖອນ​ການ​ຈຳ​ກັດ ຫລື ອະ​ນຸ​ຍາດ​ໃຫ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ.

    3. ສະ​ເໜີ​ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ​ໃຫ້​ຖອນ​ການ​ຈຳ​ກັດ ຫລື ອະ​ນຸ​ຍາດ​ໃຫ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ (ຖ້າ​ຈຳ​ເປັນ​ອີງ​ຕາມ “ສະ​ເໜີ​ຂໍ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ” ຂ້າງ​ລຸ່ມ).

  7. ບອກ​ເຖິງ​ຄຳ​ຕັດ​ສິນ. ຫລັງ​ຈາກ​ສະ​ພາ​ໄດ້​ຕັດ​ສິນ​ແລ້ວ, ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຈະ​ບອກ​ໃຫ້​ບຸກ​ຄົນ​ຊາບ. ຖ້າ​ຫາກ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ເພິ່ນ​ຈະ​ອະ​ທິ​ບາຍ​ວ່າ ຄຳ​ຕັດ​ສິນ​ໄດ້​ຖືກ​ສະ​ເໜີ​ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ​ແລ້ວ.

  8. ສົ່ງ​ໃບ​ລາຍ​ງານ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສົ່ງ​ຟອມ​ລາຍ​ງານ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໄປ ຜ່ານ​ທາງ LCR. ເພິ່ນ​ຈະ​ຂໍ​ໃຫ້​ສະ​ໝຽນ​ຈັດ​ກຽມ​ໃບ​ລາຍ​ງານ​ນີ້. ເພິ່ນ​ຈະ​ໃຫ້​ແນ່​ໃຈ​ວ່າ ບໍ່​ມີ​ສຳ​ເນົາ​ຟອມ​ເປັນ​ເຈ້ຍ ຫລື ​ອີ​ເລັກ​ໂທຣ​ນິກ​ຖືກ​ເກັບ​ໄວ້​ໃນ​ທ້ອງ​ຖິ່ນ. ເພິ່ນ​ກໍ​ຍັງ​ຈະ​ໃຫ້​ແນ່​ໃຈ​ວ່າ ບັນ​ທຶກ​ໃດໆ​ກໍ​ຕາມ​ທີ່​ໄດ້​ໃຊ້​ເພື່ອ​ຈັດ​ກຽມ​ໃບ​ລາຍ​ງານ​ຖືກ​ທຳ​ລາຍ​ໂດຍ​ທັນ​ທີ.

  9. ສະ​ເໜີ​ຂໍ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ (ຖ້າ​ຈຳ​ເປັນ). ໃນ​ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້, ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ແມ່ນ​ຈຳ​ເປັນ ເພື່ອ​ຖອນ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ ຫລື ຮັບ​ບຸກ​ຄົນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ. ການ​ອະ​ນຸ​ມັດ​ນີ້​ຈຳ​ເປັນ ແມ່ນ​ແຕ່​ຖ້າ​ຫາກ​ການ​ປະ​ພຶດ​ໄດ້​ເກີດ​ຂຶ້ນ ຫລັງ​ຈາກ ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈຳ​ກັດ ຫລື ຖືກ​ຖອນ​ຢ່າງ​ເປັນ​ທາງ​ການ​ແລ້ວ​ກໍ​ຕາມ.

    ປະ​ທານ​ສະ​ເຕກ​ຈະ​ສົ່ງ​ໃບ​ຄຳ​ຮ້ອງ​ໄປ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ​ພຽງ​ແຕ່​ເມື່ອ​ຖ້າ​ຫາກ​ເພິ່ນ​ສະ​ເໜີ​ຂໍ​ການ​ອະ​ນຸ​ມັດ​ເທົ່າ​ນັ້ນ (ເບິ່ງ 6.2.3).

    1. ການ​ຄາດ​ຕະ​ກຳ

    2. ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ

    3. ການ​ຂົ່ມ​ຂືນ​ເດັກ ຫລື ຊາວ​ໜຸ່ມ, ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທາງ​ເພດ​ຈາກ​ເດັກ ຫລື ຊາວ​ໜຸ່ມ, ຫລື ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ​ທາງ​ຮ່າງ​ກາຍ ຫລື ທາງ​ອາ​ລົມ​ຢ່າງ​ຮ້າຍ​ແຮງ ໂດຍ​ຜູ້​ໃຫຍ່ ຫລື ໂດຍ​ຊາວ​ໜຸ່ມ​ຜູ້​ມີ​ອາ​ຍຸ​ແກ່​ກວ່າ​ຫລາຍ​ປີ

    4. ການ​ພົວ​ພັນ​ກັບ​ຮູບ​ພາບ​ລາ​ມົກ​ເດັກ ເມື່ອ​ມີ​ການ​ຕັດ​ສິນ​ໂທດ​ຕາມ​ກົດ​ໝາຍ

    5. ການ​ປະ​ຖິ້ມ​ຄວາມ​ເຊື່ອ

    6. ການ​ແຕ່ງ​ເມຍ​ຫລາຍ​ຄົນ

    7. ການ​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ

    8. ຂ້າມ​ເພດ—ການ​ກະ​ທຳ​ທີ່​ປ່ຽນ​ເພດ​ກົງ​ກັນ​ຂ້າມ​ກັບ​ເພດ​ຊີ​ວະ​ພາບ​ໃນ​ເວ​ລາ​ເກີດ (ເບິ່ງ 38.6.23)

    9. ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ

  10. ມອບ​ໃບ​ແຈ້ງ​ຄຳ​ຕັດ​ສິນ​ເປັນ​ລາຍ​ລັກ​ອັກ​ສອນ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ໃຫ້​ແນ່​ໃຈ​ວ່າ ບຸກ​ຄົນ​ໄດ້​ຮັບ​ໃບ​ແຈ້ງ​ການ​ຕັດ​ສິນ​ ແລະ ຜົນ​ກະ​ທົບ​ຂອງ​ການ​ຕັດ​ສິນ​ເປັນ​ລາຍ​ລັກ​ອັກ​ສອນ​ທັນ​ທີ.

  11. ບັບ​ຕິ​ສະ​ມາ ແລະ ຢືນ​ຢັນ. ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ​ຖືກ​ຖອນ ໃນ​ສະ​ພາ​ຄັ້ງ​ທຳ​ອິດ, ເຂົາ​ຈະ​ຕ້ອງ​ໄດ້​ຮັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ອີກ​ຄັ້ງ. ຖ້າ​ຫາກ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ພິ​ທີ​ການ​ເຫລົ່າ​ນີ້​ອາດ​ຖືກ​ກະ​ທຳ​ພຽງ​ແຕ່​ຫລັງ​ຈາກ​ໄດ້​ຮັບ​ການ​ອະ​ນຸ​ມັດ​ນີ້​ແລ້ວ​ເທົ່າ​ນັ້ນ. ໃບ​ຢັ້ງ​ຢືນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ບໍ່​ຖືກ​ສ້າງ (ເບິ່ງ 32.14.4).

32.16.2

ການ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ​ຫລັງ​ຈາກ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

ຖ້າ​ຫາກ​ບຸກ​ຄົນ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ, ເຂົາ​ຈະ​ຕ້ອງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ກ່ອນ​ຈະ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄືນ​ອີກ. ສຳ​ລັບ​ຜູ້​ໃຫຍ່, ການ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ບໍ່​ຖືກ​ພິ​ຈາ​ລະ​ນາ​ຈົນ​ກວ່າ​ຢ່າງ​ໜ້ອຍ​ໜຶ່ງ​ປີ ຫລັງ​ຈາກ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ.

ເມື່ອ​ບຸກ​ຄົນ​ຂໍ​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຂໍ​ເອົາ​ສຳ​ເນົາ​ຂອງ​ໃບ​ລາຍ​ງານ​ການ​ດຳ​ເນີນ​ການ​ບໍ​ລິ​ຫານ ທີ່​ມາ​ກັບ​ຄຳ​ຂໍ​ລາ​ອອກ. ເພິ່ນ​ສາ​ມາດ​ຂໍ​ເອົາ​ສິ່ງ​ນີ້​ຜ່ານ​ທາງ LCR.

ແລ້ວ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ສຳ​ພາດ​ບຸກ​ຄົນ​ຢ່າງ​ຖີ່​ຖ້ວນ. ເພິ່ນ​ຈະ​ຖາມ​ກ່ຽວ​ກັບ​ເຫດ​ຜົນ​ຂອງ​ການ​ລາ​ອອກ​ຄັ້ງ​ທຳ​ອິດ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ມາ​ເປັນ​ສະ​ມາ​ຊິກ​ຄືນ​ອີກ. ໃນ​ວິນ​ຍານ​ແຫ່ງ​ຄວາມ​ຮັກ, ເພິ່ນ​ຈະ​ຖາມ​ກ່ຽວ​ກັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ບຸກ​ຄົນ​ອາດ​ໄດ້​ເຮັດ ບໍ່​ວ່າ​ຈະ​ເປັນ​ກ່ອນ ຫລື ຫລັງ​ຈາກ​ໄດ້​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ແລ້ວ. ຜູ້​ນຳ​ຈະ​ບໍ່​ດຳ​ເນີນ​ການ​ເລື່ອງ​ການ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ​ຈົນ​ກວ່າ​ເພິ່ນ​ຈະ​ເພິ່ງ​ພໍ​ໃຈ​ວ່າ ບຸກ​ຄົນ​ນັ້ນ​ໄດ້​ກັບ​ໃຈ ແລະ ພ້ອມ​ແລ້ວ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຊື່ນ​ຊົມ​ກັບ​ພອນ​ຂອງ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ.

ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ​ຫລັງ​ຈາກ​ການ​ລາ​ອອກ ມີ​ດັ່ງ​ຕໍ່​ໄປ​ນີ້:

  • ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ຈັດ​ຂຶ້ນ ຖ້າ​ຫາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ໄດ້​ຖືກ​ຈຳ​ກັດ​ເປັນ​ທາງ​ການ ໃນ​ເວ​ລາ​ທີ່​ລາ​ອອກ.

  • ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ຖືກ​ຈັດ​ຂຶ້ນ ຖ້າ​ຫາກ​ບຸກ​ຄົນ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ລວມ​ທັງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ກ່ອນ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ.

ໃນ​ສະ​ຖາ​ນະ​ການ​ອື່ນໆ, ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ບໍ່​ຖືກ​ຈັດ​ຂຶ້ນ ຍົກ​ເວັ້ນ​ແຕ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ພິ​ຈາ​ລະ​ນາ​ວ່າ ມັນ​ຈຳ​ເປັນ.

ເມື່ອ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈຳ​ເປັນ​ຕ້ອງ​ຈັດ​ຂຶ້ນ​ສຳ​ລັບ​ບຸກ​ຄົນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ, ປະ​ທານ​ສະ​ເຕກ​ຈະ​ເປັນ​ຄົນ​ຈັດ​ມັນ​ຂຶ້ນ. ເມື່ອ​ຈຳ​ເປັນ​ຕ້ອງ​ຈັດ​ສະ​ພາ​ຂຶ້ນ​ສຳ​ລັບ​ບຸກ​ຄົນ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ອະ​ທິ​ການ​ຈະ​ຈັດ​ມັນ​ຂຶ້ນ, ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ສະ​ເຕກ.

ຖ້າ​ຫາກ​ບຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ພຶດ​ໃດໆ​ໃນ 32.16.1, ຂໍ້ 9, ບໍ່​ວ່າ​ຈະ​ເປັນ​ກ່ອນ ຫລື ຫລັງ​ຈາກ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ, ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ແມ່ນ​ຈຳ​ເປັນ​ສຳ​ລັບ​ການ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ. ຖ້າ​ຫາກ​ບຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ພຶດ​ໃດໆ​ໃນ 32.14.5, ຂໍ້ 1, ບໍ່​ວ່າ​ຈະ​ເປັນ​ກ່ອນ ຫລື ຫລັງ​ຈາກ​ການ​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ, ໝາຍ​ເຫດ​ປະ​ກອບ​ຈະ​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ບຸກ​ຄົນ​ທີ່​ຂໍ​ກັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ຈະ​ຕ້ອງ​ມີ​ຄຸນ​ສົມ​ບັດ​ດຽວ​ກັນ​ກັບ​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ. ເມື່ອ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ເພິ່ງ​ພໍ​ໃຈ​ວ່າ ບຸກ​ຄົນ​ນັ້ນ​ມີ​ຄ່າ​ຄວນ ແລະ ​ຈິງ​ໃຈ​ໃນ​ການ​ຢາກ​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ, ບຸກ​ຄົນ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໄດ້. ໃບ​ຢັ້ງ​ຢືນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ບໍ່​ຖືກ​ສ້າງ (ເບິ່ງ 32.14.4).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຮັບ​ສ່ວນ​ສິນ​ລະ​ລຶກ

32.17

ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ, ການ​ແຕ່ງ​ຕັ້ງ, ແລະ ການ​ຟື້ນ​ຟູ​ພອນ​ຫລັງ​ຈາກ​ການ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ

32.17.1

ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ການ​ແຕ່ງ​ຕັ້ງ

ແຜນ​ພາບ​ດັ່ງ​ຕໍ່​ໄປ​ນີ້​ລະ​ບຸ​ລະ​ດັບ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເໝາະ​ສົມ​ສຳ​ລັບ​ບຸກ​ຄົນ​ທີ່​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

ບໍ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

ຜູ້​ເຄີຍ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ

ບໍ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

  • ທັນ​ທີ​ຫລັງ​ຈາ​ກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ສາ​ມາດ​ມອບ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ເຂົາ​ເຈົ້າ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເຂົາ​ເຈົ້າ​ເຄີຍ​ດຳ​ລົງ ໃນ​ເວ​ລາ​ທີ່​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ເຈົ້າ​ຖືກ​ຖອນ ຫລື ລາ​ອອກ. ເຂົາ​ເຈົ້າ​ຈະ​ບໍ່​ຖືກ​ນຳ​ສະ​ເໜີ​ເພື່ອ​ການ​ສະ​ໜັບ​ສະ​ໜູນ.

  • ອາດ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ.

ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

  • ບໍ່​ສາ​ມາດ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ໃດໆ. ເມື່ອ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້, ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຜ່ານ​ມາ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ຟື້ນ​ຟູ​ຄືນ​ໃຫ້ ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 32.17.2. ເຂົາ​ເຈົ້າ​ບໍ່​ຄວນ​ປະ​ຕິ​ບັດ​ພິ​ທີ​ການ​ຈົນ​ກວ່າ​ເຖິງ​ເວ​ລາ​ນັ້ນ.

  • ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ອະ​ນຸ​ຍາດ​ສຳ​ລັບ​ສະ​ມາ​ຊິກ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ຜູ້​ທີ່​ບໍ່​ໄດ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ.

  • ບໍ່​ສາ​ມາດ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ ຫລື ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຊະ​ນິດ​ໃດໆ ຈົນ​ກວ່າ​ພອນ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້.

ສະ​ມາ​ຊິກ​ຄົນ​ອື່ນໆ

ບໍ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

  • ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ເໝືອນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່.

  • ອາດ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແທນ​ຄົນ​ຕາຍ.

ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

  • ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ອະ​ນຸ​ຍາດ​ສຳ​ລັບ​ສະ​ມາ​ຊິກ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ຜູ້​ທີ່​ບໍ່​ໄດ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ.

  • ບໍ່​ສາ​ມາດ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ ຫລື ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຊະ​ນິດ​ໃດໆ ຈົນ​ກວ່າ​ພອນ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້​ (ເບິ່ງ 32.17.2).

32.17.2

ການ​ຟື້ນ​ຟູ​ພອນ

ບຸກ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ ແລະ ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ສາ​ມາດ​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ ພຽງ​ແຕ່​ຜ່ານ​ທາງ​ພິ​ທີ​ການ​ແຫ່ງ​ການ​ຟື້ນ​ຟູ​ພອນ​ເທົ່າ​ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:21). ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ ຫລື ຮັບ​ຂອງ​ປະ​ທານ​ສັກ​ສິດ​ຄືນ​ໃໝ່​ອີກ​ຄັ້ງ. ພອນ​ເຫລົ່າ​ນີ້​ໄດ້​ຖືກ​ຟື້ນ​ຟູ​ຄືນ​ໃຫ້​ຜ່ານ​ທາງ​ພິ​ທີ​ການ. ຜູ້​ຊາຍ​ຈະ​ຖືກ​ຟື້ນ​ຟູ​ຄືນ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ເດີມ, ຍົກ​ເວັ້ນ​ແຕ່​ຕຳ​ແໜ່ງ​ສາ​ວົກ​ເຈັດ​ສິບ, ອະ​ທິ​ການ, ຫລື ປິ​ຕຸ.

ພຽງ​ແຕ່​ຝ່າຍ​ປະ​ທານ​ສູງ​ສຸດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ອະ​ນຸ​ມັດ​ການ​ປະ​ຕິ​ບັດ​ພິ​ທີ​ການ​ແຫ່ງ​ການ​ຟື້ນ​ຟູ​ພອນ​ໄດ້. ພວກ​ເພິ່ນ​ຈະ​ບໍ່​ພິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ສຳ​ລັບ​ພິ​ທີ​ການ​ນີ້​ກ່ອນ​ໜຶ່ງ​ປີ ຫລັງ​ຈາກ​ບຸກ​ຄົນ​ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ຄືນ​ອີກ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ສຳ​ພາດ​ບຸກ​ຄົນ​ເພື່ອ​ພິ​ຈາ​ລະ​ນາ​ການ​ມີ​ຄ່າ​ຄວນ​ ແລະ ຄວາມ​ພ້ອມ​ຂອງ​ເຂົາ. ເມື່ອ​ປະ​ທານ​ສະ​ເຕກ​ຮູ້​ສຶກ​ວ່າ​ບຸກ​ຄົນ​ພ້ອມ​ແລ້ວ, ເພິ່ນ​ຈະ​ຂໍ​ການ​ຟື້ນ​ຟູ​ພອນ ໂດຍ​ການ​ໃຊ້ LCR. ເບິ່ງ 6.2.3 ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ທານ​ສະ​ເຕກ ເມື່ອ​ສົ່ງ​ໃບ​ຄຳ​ຮ້ອງ​ໄປ​ຍັງ​ຝ່າຍ​ປະ​ທານ​ສູງ​ສຸດ.

ຖ້າ​ຫາກ​ຝ່າຍ​ປະ​ທານ​ສູງ​ສຸດ​ອະ​ນຸ​ມັດ​ການ​ຟື້ນ​ຟູ​ພອນ, ພວກ​ເພິ່ນ​ຈະ​ມອບ​ໝາຍ​ໃຫ້​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ໜຶ່ງ ຫລື ປະ​ທານ​ສະ​ເຕກ​ສຳ​ພາດ​ບຸກ​ຄົນ. ຖ້າ​ຫາກ​ບຸກ​ຄົນ​ມີ​ຄ່າ​ຄວນ, ຜູ້​ນຳ​ຄົນ​ນີ້​ຈະ​ປະ​ຕິ​ບັດ​ພິ​ທີ​ການ ເພື່ອ​ຟື້ນ​ຟູ​ພອນ​ຂອງ​ບຸກ​ຄົນ​ນັ້ນ.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ການ​ຟື້ນ​ຟູ​ພອນ, ໃຫ້​ເບິ່ງ 32.14.4.

ພິມ