ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ
ເລື່ອງລາວ​ຂອງພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ


ແສງແດດ​ຜ່ານ​ຕົ້ນໄມ້

ເລື່ອງລາວ​ຂອງພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ

ຂໍ້ສະຫລຸບ

ໂຈເຊັບ ສະມິດ ໄດ້​ບັນທຶກ​ໄວ້ວ່າ ພຣະເຈົ້າ​ອົງ​ເປັນ​ພຣະ​ບິດາ ແລະ ພຣະ​ເຢຊູຄ​ຣິດ​ໄດ້ມາ​ປະກົດ​ຕໍ່ເພິ່ນ​ໃນ​ປ່າໄມ້​ໃກ້ບ້ານ​ຂອງ​ພໍ່ແມ່​ຂອງເພິ່ນ ໃນ​ພາກ​ຕາເວັນ​ຕົກ​ຂອງ​ລັດ​ນິວຢອກ ຕອນເພິ່ນ​ມີ​ອາຍຸ​ປະມານ 14 ປີ. ເພາະ​ຄວາມ​ເປັນຫ່ວງ​ເລື່ອງບາບ​ຂອງເພິ່ນ ແລະ ບໍ່​ແນ່ໃຈ​ວ່າ​ຈະ​ຕິດຕາມ​ເສັ້ນທາງ​ໃດທາງ​ວິນຍານ, ໂຈເຊັບ​ຈຶ່ງໄດ້​ສະແຫວງ​ຫາການ​ຊີ້ນຳ​ໂດຍການ​ໄປຮ່ວມ​ກອງ​ປະຊຸມ​ຕ່າງໆ, ອ່ານ​ພຣະຄຳ​ພີ, ແລະ ອະທິ​ຖານ. ໃນ​ການຕອບ​ຄຳ​ອະ​ທິ​ຖານ, ເພິ່ນ​ໄດ້ຮັບ​ການ​ປະກົດ​ໃຫ້ປະ​ຈັກ​ຈາກ​ສະຫວັນ. ໂຈເຊັບ​ໄດ້​ແບ່ງປັນ ແລະ ໄດ້ບັນ​ທຶກ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ, ດັ່ງ​ທີ່ໄດ້​ຖືກ​ຮັບຮູ້, ໃນ​ຫລາຍໆ​ໂອກາດ; ຊຶ່ງເພິ່ນ​ໄດ້ຂຽນ​ເອງ ຫລື ໄດ້​ມອບໝາຍ​ໃຫ້ຄົນ​ອື່ນ​ຂຽນ​ເລື່ອງລາວ​ທີ່​ແຕກຕ່າງ​ກັນ​ສີ່ເທື່ອ​ເຖິງ​ພາບ​ທີ່ມາ​ໃຫ້ເຫັນ.

ໂຈເຊັບ ສະມິດ ໄດ້​ຈັດພິມ​ສອງ​ເລື່ອງລາວ​ເຖິງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ​ຕອນ​ເພິ່ນຍັງ​ມີ​ຊີວິດ​ຢູ່. ເລື່ອງ​ລາວ​ທຳອິດ​ໃນນັ້ນ, ຊຶ່ງເປັນ​ທີ່​ຮັບຮູ້​ໃນ​ເວລາ​ນີ້ວ່າ ໂຈເຊັບ ສະມິດ—ປະຫວັດ, ຖືກ​ປະ​ກາດ​ເປັນ​ພຣະຄຳ​ພີ​ຢູ່ໃນ ໄຂ່​ມຸກ​ອັນ​ລ້ຳຄ່າ ແລະ ດັ່ງນັ້ນ​ຈຶ່ງໄດ້​ກາຍເປັນ​ເລື່ອງລາວ​ທີ່ຖືກ​ຮັບຮູ້​ກັນດີ. ເລື່ອງລາວ​ສອງເລື່ອງ​ທີ່ບໍ່​ໄດ້​ຈັດພິມ, ທີ່ຖືກ​ບັນທຶກ​ໄວ້ຢູ່​ໃນ​ຊີວະ​ປະຫວັດ​ຂອງ​ໂຈເຊັບ ສະມິດ ໃນ​ຕອນຕົ້ນ ແລະ ຕໍ່ມາ​ໃນ​ບັນ​ທຶກ​ສ່ວນ​ຕົວ, ສ່ວນ​ຫລາຍ​ແລ້ວ​ແມ່ນ​ຖືກ​ຫລົງລືມ​ໄປ​ຈົນ​ກວ່າ​ນັກ​ປະຫວັດ​ສາດ​ທີ່​ທຳງານ​ໃຫ້​ສາດ​ສະ​ໜາຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດທ້າຍ ໄດ້​ພົບ​ເຫັນອີກ ແລະ ໄດ້​ຈັດພິມ​ໃນຊ່ວງ​ໄລ​ຍະ​ຊຸມ​ປີ 1960. ນັບ​ຕັ້ງແຕ່​ເວລາ​ນັ້ນ​ມາ, ເອກະ​ສານ​ເຫລົ່ານີ້​ກໍໄດ້​ຖືກ​ເວົ້າ​ເຖິງ​ເທື່ອແລ້ວ​ເທື່ອອີກ​ໃນ​ວາລະ​ສານຂອງ​ສາດສະ​ໜາຈັກ, ທີ່ຖືກ​ຈັດພິມ​ໂດຍ​ສຳ​ນັກ​ງານ​ທີ່​ສາດ​ສະໜາ​ຈັກ​ເປັນ​ເຈົ້າຂອງ ແລະ ໂດຍ​ສຳ​ນັກ​ງານ​ທີ່ກ່ຽວ​ຂ້ອງ​ກັບ​ສາດສະ​ໜາຈັກ, ແລະ ໂດຍ​ນັກປາດ​ອາ​ຈານ​ໄພ່ພົນ​ຍຸກ​ສຸດທ້າຍ​ໃນ​ສະຖານ​ທີ່​ອື່ນໆ.1 ນອກເໜືອ​ໄປຈາກ​ເລື່ອງລາວ​ໂດຍ​ກົງ​ແລ້ວ, ຍັງມີ​ການ​ບັນຍາຍ​ອີກ​ຫ້າເທື່ອ​ເຖິງ​ພາບທີ່​ມາ​ໃຫ້ເຫັນ​ຂອງ​ໂຈເຊັບ ສະມິດ ທີ່ຄົນ​ໃນຍຸກ​ສະໄໝ​ຂອງເພິ່ນ​ໄດ້​ບັນທຶກ​ໄວ້.<2

ເລື່ອງລາວ​ຕ່າງໆ​ເຖິງພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ​ໄດ້ໃຫ້​ຂໍ້​ມູນ​ທີ່​ກົງ​ກັນ, ແຕ່ຕາມ​ທຳມະ​ຊາດກໍ​ແຕກຕ່າງ​ໃນການ​ເນັ້ນ​ໜັກ ແລະ ລາຍ​ລະອຽດ. ນັກ​ປະຫວັດ​ສາດ​ຮູ້​ດີ​ວ່າ ເມື່ອ​ບຸກຄົນ​ເລົ່າ​ປະສົບ​ການ​ຄືນ​ໃຫ້​ກຸ່ມ​ຜູ້ຄົນ​ຟັງ ໃນ​ຫລາຍໆ​ບ່ອນ​ເປັນ​ເວ​ລາ​ຫລາຍປີ, ແຕ່​ລະ​ເລື່ອງ​ລາວ​ກໍ​ຈະ​ເນັ້ນເຖິງ​ດ້ານ​ຕ່າງໆ​ຂອງ​ປະສົບ​ການນັ້ນ ແລະ ຈະມີ​ລາຍ​ລະ​ອຽດ​ພິເສດ. ແນ່ນອນ, ມັນ​ມີຄວາມ​ແຕກຕ່າງ​ຢູ່​ໃນ​ເລື່ອງ​ລາວ​ແຕ່​ລະ​ເລື່ອງ​ເຖິງພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ ຊຶ່ງ​ຄື​ກັນ​ກັບ​ຄວາມ​ແຕກ​ຕ່າງ​ໃນ​ແຕ່​ລະ​ເລື່ອງລາວ​ຢູ່​ໃນພ​ຣະ​ຄຳ​ພີ​ເຖິງ​ພາບ​ນິ​ມິດ​ຂອງ​ໂປໂລ​ຢູ່ໃນ​ເສັ້ນທາງ​ທີ່​ນຳ​ໄປ​ສູ່​ດາ​ມັສ​ກັດ ແລະ ປະສົບ​ການ​ຂອງ​ອັກຄະ​ສາວົກ​ຢູ່ທີ່​ພູ​ແຫ່ງການ​ປ່ຽນ​ລັກ​ສະນະ​ຮ່າງກາຍ.3 ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ແຕກຕ່າງ, ແຕ່ຂໍ້​ມູນ​ພື້ນ​ຖານ​ຍັງ​ກົງ​ກັນ​ຢູ່​ໃນ​ແຕ່​ລະ​ເລື່ອງລາວ​ເຖິງ​ພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ. ບາງຄົນ​ໄດ້ໂຕ້​ຖຽງ​ຢ່າງ​ຜິດໆ​ວ່າ ຄວາມ​ແຕກຕ່າງ​ໃດໜຶ່ງ​ໃນການ​ບອກ​ເລົ່າຄືນ​ເຖິງ​ເລື່ອງລາວ​ເປັນ​ຫລັກຖານ​ຂອງ​ການ​ປັ້ນແຕ່ງ. ກົງກັນ​ຂ້າມ, ບັນທຶກ​ທາງ​ປະຫວັດ​ສາດ​ຢ່າງ​ຫລວງ​ຫລາຍ ຊ່ວຍໃຫ້​ເຮົາ​ຮຽນຮູ້​ກ່ຽວກັບ​ເຫດການ​ທີ່​ປະເສີດ​ນີ້ ຫລາຍກວ່າ​ທີ່ເຮົາ​ຈະ​ຮຽນຮູ້​ໄດ້​ຖ້າຫາກ​ມີການ​ບັນທຶກ​ໄວ້​ໜ້ອຍ​ກວ່ານີ້.

ເລື່ອງລາວ​ຂອງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ

ແຕ່​ລະ​ເລື່ອງລາວ​ເຖິງ​ພາບທີ່​ມາໃຫ້​ເຫັນ​ຄັ້ງ​ທຳອິດ​ຂອງ​ໂຈເຊັບ ສະມິດ ແລະ ຜູ້ຄົນ​ໃນຍຸກ​ສະໄໝ​ຂອງເພິ່ນ ກໍມີ​ປະຫວັດ ແລະ ສະຖາ​ນະການ​ຂອງ​ມັນເອງ​ທີ່ມີ​ອິດທິ​ພົນ​ຕໍ່​ວິ​ທີ​ທີ່​ເຫດການ​ນັ້ນ​ຖືກ​ຈື່ຈຳ, ສື່ສານ, ແລະ ຖືກ​ບັນທຶກ​ໄວ້​ແນວໃດ. ເລື່ອງລາວ​ເຫລົ່ານີ້​ຖືກ​ກ່າວ​ເຖິງ​ຢູ່ຂ້າງ​ລຸ່ມນີ້.

ເລື່ອງລາວ​ຂອງປີ 1832. ເລື່ອງລາວ​ຕົ້ນຕໍ​ທີ່​ຮັບຮູ້​ກັນ​ເຖິງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ, ຊຶ່ງ​ເປັນ​ເລື່ອງລາວ​ດຽວທີ່​ໂຈເຊັບ ສະມິດ ໄດ້​ຂຽນ​ເອງ, ມີຢູ່​ໃນ​ຊີວະ​ປະຫວັດ​ສັ້ນໆ​ທີ່​ບໍ່ໄດ້​ຈັດພິມ ທີ່​ໂຈຊັບ ສະມິດ ໄດ້ຂຽນ​ໃນ​ກາງ​ປີ 1832. ຢູ່ໃນ​ເລື່ອງລາວ​ນີ້, ໂຈເຊັບ ສະມິດ ໄດ້​ບັນຍາຍ​ຄວາມ​ຮູ້ສຶກ​ຜິດຊອບ​ຊົ່ວດີ​ເຖິງບາບ ແລະ ຄວາມ​ອຸກອັ່ງ​ຂອງ​ເພິ່ນເອງ ທີ່ບໍ່​ສາມາດ​ພົບເຫັນ​ສາດ​ສະໜາ​ທີ່ເປັນ​ດັ່ງທີ່​ເພິ່ນໄດ້​ອ່ານເຖິງ​ຢູ່ໃນ​ພຣະ​ຄຳພີ​ໃໝ່ ແລະ ທີ່ຈະ​ນຳພາ​ເພິ່ນໄປ​ສູ່ການ​ໄຖ່. ເພິ່ນໄດ້​ເນັ້ນໜັກ​ເຖິງການ​ຊົດໃຊ້​ຂອງ​ພຣະເຢ​ຊູຄຣິດ ແລະ ການໄຖ່​ສ່ວນຕົວ​ທີ່​ສະເໜີ​ມອບ​ໃຫ້. ເພິ່ນໄດ້​ຂຽນວ່າ “ພຣະຜູ້​ເປັນເຈົ້າ” ໄດ້ມາ​ປະກົດ ແລະ ໄດ້​ໃຫ້​ອະໄພ​ບາບ​ຂອງເພິ່ນ. ເປັນ​ເພາະ​ຜົນ​ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ​ນັ້ນ, ໂຈເຊັບ​ໄດ້​ປະ​ສົບ​ກັບ​ຄວາມ​ຊື່ນຊົມ ແລະ ຄວາມຮັກ, ແຕ່, ດັ່ງທີ່​ເພິ່ນໄດ້​ບັນທຶກ​ໄວ້ວ່າ, ເພິ່ນ​ບໍ່ໄດ້​ພົບເຫັນ​ຄົນໃດ​ທີ່ເຊື່ອ​ເລື່ອງລາວ​ຂອງເພິ່ນ​ເລີຍ. ອ່ານ​ເລື່ອງລາວ​ຂອງປີ 1832 ຢູ່​ບ່ອນນີ້.

ເລື່ອງລາວ​ຂອງປີ 1835. ໃນ​ລະດູ​ໃບໄມ້​ຫລົ່ນ​ຂອງປີ 1835, ໂຈເຊັບ ສະມິດ ໄດ້​ເລົ່າ​ເລື່ອງ​ລາວ​ເຖິງພາບ​ທີ່ມາ​ໃຫ້​ເຫັນ​ຄັ້ງ​ທຳອິດ​ຂອງເພິ່ນ​ໃຫ້ ຣໍເບິດ ແມດທິວສ໌ ຟັງ, ຜູ້ທີ່​ມາ​ຢ້ຽມຢາມ​ເມືອງ​ເຄີດແລນ, ລັດ​ໂອໄຮ​ໂອ. ການບອກ​ເລົ່າຄືນ, ທີ່ ວໍເຣັນ ພາຣິສ໌ ຜູ້ຂຽນ​ຂອງເພິ່ນ​ໄດ້​ບັນທຶກ​ໄວ້ຢູ່​ໃນ​ບັນທຶກ​ສ່ວນຕົວ​ຂອງ​ໂຈເຊັບ, ເນັ້ນໜັກ​ເຖິງ​ຄວາມ​ພະຍາ​ຍາມ​ຂອງເພິ່ນ​ທີ່ຈະ​ຄົ້ນພົບ​ວ່າ​ສາດ​ສະ​ໜາ​ຈັກ​ໃດ​ຖືກ​ຕ້ອງ, ການ​ຕໍ່ຕ້ານ​ທີ່ເພິ່ນ​ໄດ້​ຮູ້ສຶກ​ຂະນະ​ທີ່ເພິ່ນ​ອະທິ​ຖານ, ແລະ ການມາ​ປະກົດ​ຂອງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ອົງໜຶ່ງ ທີ່ຖືກ​ຕິດຕາມ​ດ້ວຍ​ອີກ​ອົງໜຶ່ງ​ບໍ່ດົນ​ຈາກນັ້ນ. ເລື່ອງລາວ​ນີ້ກໍ​ກ່າວ​ເຖິງ​ການ​ມາ​ປະກົດ​ຂອງ​ເຫລົ່າທູດ​ຢູ່ໃນ​ພາບ​ທີ່​ມາ​ໃຫ້​ເຫັນ​ນຳອີກ. ອ່ານ​ເລື່ອງລາວ​ຂອງປີ 1835 ຢູ່​ບ່ອນນີ້.

ເລື່ອງລາວ​ຂອງປີ 1838. ການ​ບັນຍາຍ​ເຖິງພາບ​ທີ່ມາ​ໃຫ້ເຫັນ​ຄັ້ງ​ທຳອິດ​ທີ່​ຮູ້ກັນ​ດີ​ທີ່ສຸດ​ຕໍ່​ໄພ່ພົນ​ຍຸກ​ສຸດ​ທ້າຍໃນ​ວັນ​ເວລາ​ນີ້​ແມ່ນ​ເລື່ອງລາວ​ຂອງປີ 1838. ມັນໄດ້​ຖືກ​ຈັດພິມ​ໃນປີ 1842 ຢູ່ໃນ Times and Seasons, ໜັງສື​ພິມ​ຂອງ​ສາດສະ​ໜາຈັກ ຢູ່ເມືອງ​ນາວູ, ລັດ​ອິ​ລິ​ນອຍ, ເລື່ອງລາວ​ນັ້ນ​ໄດ້ເປັນ​ພາກສ່ວນ​ຂອງ​ປະຫວັດ​ທີ່ຍາວ​ກວ່າ​ທີ່​ໂຈເຊັບ ສະມິດ ໄດ້ບອກ​ໃຫ້ຂຽນ​ຕາມ​ລະຫວ່າງ​ທີ່ມີ​ການ​ຕໍ່ຕ້ານ​ຢ່າງ​ໜັກ. ໃນ​ຂະນະ​ທີ່​ເລື່ອງ​ລາວ​ຂອງປີ 1832 ເນັ້ນໜັກ​ຫລາຍ​ກວ່າ​ເຖິງ​ເລື່ອງ​ສ່ວນຕົວ​ຂອງ​ໂຈເຊັບ ສະມິດ ຕອນເປັນ​ຊາຍໜຸ່ມ​ທີ່​ສະແຫວງ​ຫາ​ການ​ໃຫ້ອະໄພ, ແຕ່​ເລື່ອງລາວ​ຂອງ​ປີ 1838 ເຈາະຈົງ​ໃສ່ພາບ​ທີ່ມາ​ໃຫ້ເຫັນ​ວ່າເປັນ​ການ​ເລີ່ມຕົ້ນ​ຂອງ “ການ​ເປັນ​ມາ ແລະ ຄວາມ​ກ້າວໜ້າ​ຂອງ​ສາດສະ​ໜາຈັກ.” ຄື​ກັນ​ກັບ​ເລື່ອງລາວ​ຂອງປີ 1835, ຄຳຖາມ​ທີ່​ສຳຄັນ​ຂອງ​ເລື່ອງລາວ​ກໍແມ່ນ​ວ່າ​ສາດສ​ະໜາຈັກ​ໃດ​ຖືກ​ຕ້ອງ. ອ່ານ​ເລື່ອງລາວ​ຂອງປີ 1838 ຢູ່​ບ່ອນນີ້.

ເລື່ອງລາວ​ຂອງປີ 1842. ໃນ​ການ​ຂຽນ​ຕອບ ຈອນ ເວັນເວີດ ບັນ​ນາ​ທິການ​ຂອງ​ໜັງສື​ພິມ Chicago Democrat ຜູ້ໄດ້​ຂໍ​ເອົາ​ຂໍ້ມູນ​ກ່ຽວກັບ​ໄພ່ພົນ​ຍຸກສຸດ​ທ້າຍ, ເລື່ອງລາວ​ນີ້ໄດ້​ຖືກຈັດ​ພິມຢູ່​ໃນໜັງ​ສືພິມ Times and Seasons ໃນປີ 1842. (“Wentworth letter/ຈົດໝາຍເວັນເວີດ,” ດັ່ງທີ່​ຖືກ​ຮັບຮູ້​ໂດຍ​ທົ່ວໄປ, ມັນ​ກໍຍັງ​ເປັນແຫລ່ງ​ສຳລັບ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ນຳອີກ.)4 ເລື່ອງລາວ​ນີ້, ຊຶ່ງມີ​ຈຸດ​ປະສົງ​ທີ່ຈະ​ຈັດພິມ​ສຳລັບ​ກຸ່ມ​ຜູ້ຄົນ​ທີ່ບໍ່​ຄຸ້ນເຄີຍ​ກັບ​ຄວາມ​ເຊື່ອຖື​ຂອງຊາວ​ມໍມອນ, ແມ່ນ​ສັ້ນໆ ແລະ ກົງໄປ​ກົງມາ. ສ່ວນ​ເລື່ອງລາວ​ກ່ອນ​ໜ້ານັ້ນ, ໂຈເຊັບ ສະມິດ ໄດ້​ບັນທຶກ​ຄວາມ​ສັບສົນ​ຂອງເພິ່ນ ແລະ ການມາ​ປະກົດ​ຂອງ​ສອງ​ພຣະອົງ​ເປັນການ​ຕອບຕໍ່​ຄຳ​ອະທິ​ຖານ​ຂອງເພິ່ນ. ປີ​ຕໍ່ມາ, ໂຈເຊັບ ສະມິດ ໄດ້ສົ່ງ​ເລື່ອງລາວ​ນີ້​ພ້ອມດ້ວຍ​ການ​ດັດແປງ​ເລັກນ້ອຍ​ໄປໃຫ້​ນັກ​ປະຫວັດ​ສາດ​ຊື່ ອິດສະ​ຣາແອວ ແດນໂຍ ຣັບ, ຜູ້ທີ່​ໄດ້ຈັດ​ພິມມັນ​ເປັນບົດ​ໜຶ່ງ​ຢູ່ໃນ​ປຶ້ມຂອງ​ເພິ່ນ ຊື່, He Pasa Ekklesia [The Whole Church]: An Original History of the Religious Denominations at Present Existing in the United States.5 ອ່ານ​ເລື່ອງລາວ​ຂອງປີ 1842 ຢູ່​ບ່ອນນີ້.

ເລື່ອງລາວ​ທີ່ບອກ​ເລົ່າຕໍ່. ນອກເໜືອ​ໄປຈາກ​ເລື່ອງລາວ​ເຫລົ່ານີ້​ຈາກ​ໂຈເຊັບ ສະມິດ ເອງ​ແລ້ວ, ຍັງມີ​ເລື່ອງລາວ​ອີກ​ຫ້າ​ເລື່ອງ​ທີ່​ຜູ້ຄົນ​ໃນ​ຍຸກ​ສະໄໝ​ຂອງເພິ່ນ​ໄດ້ຂຽນ ຜູ້ທີ່​ໄດ້ຍິນ​ໂຈເຊັບ ສະມິດ ກ່າວ​ກ່ຽວກັບ​ພາບ​ທີ່ມາ​ໃຫ້ເຫັນ. ອ່ານ​ເລື່ອງລາວ​ເຫລົ່ານີ້​ຢູ່​ບ່ອນນີ້.

ການໂຕ້​ຖຽງ​ກ່ຽວກັບ​ເລື່ອງລາວ​ຂອງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ​ຂອງ​ໂຈເຊັບ ສະມິດ

ຄວາມ​ແຕກຕ່າງ ແລະ ຈຳນວນ​ຂອງ​ເລື່ອງລາວ​ເຖິງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ​ໄດ້ເຮັດ​ໃຫ້​ນັກ​ວິຈານ​ບາງຄົນ​ສົງ​ໄສ​ຖ້າຫາກ​ວ່າ​ການ​ບັນຍາຍ​ຂອງ​ໂຈເຊັບ ສະມິດ ກົງກັບ​ຄວາມ​ເປັນຈິງ​ຂອງ​ປະສົບ​ການຂອງ​ເພິ່ນ​ຫລືບໍ່. ມີການ​ໂຕ້ຖຽງ​ສອງຂໍ້​ທີ່​ຕໍ່ຕ້ານ​ຄວາມ​ເຊື່ອຖື​ຂອງເພິ່ນ​ເລື້ອຍໆ: ຂໍ້ທີ​ໜຶ່ງ​ສົງ​ໄສ​ຄວາມ​ຊົງຈຳ​ຂອງ​ໂຈເຊັບ ສະມິດ ເຖິງ​ເຫດການ​ຕ່າງໆ; ຂໍ້ທີ​ສອງ​ສົງໄສ​ຖ້າຫາກ​ວ່າເພິ່ນ​ໄດ້ເສີມ​ແຕ່ງ​ພາກສ່ວນ​ຂອງ​ເລື່ອງລາວ​ເມື່ອ​ເວລາ​ຜ່ານໄປ​ຫລືບໍ່.

ຄວາມ​ຊົງຈຳ. ການໂຕ້​ຖຽງ​ຂໍ້ໜຶ່ງ​ກ່ຽວກັບ​ເລື່ອງລາວ​ຂອງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ​ຂອງ​ໂຈເຊັບ ສະມິດ​ກ່າວຫາ​ວ່າ ຫລັກຖານ​ທາງ​ປະຫວັດ​ສາດ​ບໍ່​ສະໜັບ​ສະໜູນ​ການ​ບັນຍາຍ​ຂອງ​ໂຈເຊັບ ສະມິດ ເຖິງການ​ຟື້ນຟູ​ສາດສະ​ໜາໃນ​ເມືອງ​ພາໄມ​ຣາ, ລັດ​ນິວຢອກ, ແລະ ບໍລິ​ເວນ​ໃກ້ຄຽງ​ໃນປີ 1820. ບາງຄົນ​ກໍໂຕ້​ຖຽງວ່າ​ສິ່ງນີ້​ທຳລາຍ​ທັງ​ການ​ປະກາດ​ຂອງ​ໂຈເຊັບ ເຖິງຄວາມ​ຈິງໃຈ​ທີ່​ແປກ​ປະຫລາດ​ເລື່ອງ​ສາດສະ​ໜາ ແລະ ທຳ​ລາຍ​ເລື່ອງລາວ​ຂອງ​ພາບ​ທີ່ມາ​ໃຫ້ເຫັນ​ນຳ​ອີກ.

ເຖິງຢ່າງ​ໃດ​ກໍຕາມ, ເອ​ກະ​ສານ​ທີ່​ເປັນ​ຫລັກຖານ​ໄດ້​ສະໜັບ​ສະໜູນ​ການ​ຖະແຫລງ​ຂອງ​ໂຈເຊັບ ສະມິດ ກ່ຽວກັບ​ການ​ຟື້ນຟູ​ນັ້ນ. ເຂດທີ່​ເພິ່ນໄດ້​ອາໄສ​ຢູ່​ກໍໄດ້​ກາຍມາ​ມີ​ຊື່ສຽງ​ເພາະ​ຄວາມ​ຈິງໃຈ​ເລື່ອງ​ສາດສະ​ໜາ ແລະ ແນ່ນອນ​ວ່າເປັນ​ສະຖານ​ທີ່ເລີ່ມ​ຕົ້ນ​ຂອງການ​ຟື້ນຟູ​ເລື່ອງ​ສາດສະ​ໜາ. ນັກ​ປະຫວັດ​ສາດ​ກ່າວ​ເຖິງ​ເຂດ​ນັ້ນ​ວ່າ “ທ້ອງຖິ່ນ​ທີ່​ຖືກ​ເຜົາໄໝ້” ເພາະນັກ​ເທດສະ​ໜາໄດ້​ທຳລາຍ​ທີ່ດິນ​ຈາກ​ການ​ຕັ້ງຄ້າຍ​ການ​ຟື້ນຟູ ແລະ ການ​ຊອກຫາ​ຜູ້​ປ່ຽນໃຈ​ເຫລື້ອມໃສ​ໃນ​ຕົ້ນ​ສະ​ໄໝ 1800.6 ໃນ​ເດືອນ​ມິຖຸ​ນາ 1818, ຍົກ​ຕົວຢ່າງ, ການ​ປະຊຸມ​ຂອງຄ້າຍ​ຊາວ​ເມໂທ​ດິສ​ໄດ້ເກີດ​ຂຶ້ນ​ຢູ່ໃນ​ເມືອງ​ພາໄມ​ຣາ, ແລະ ໃນ​ລະດູ​ແລ້ງ​ຕໍ່ມາ, ຊາວ​ເມໂທ​ດິສ​ໄດ້ໄປ​ເຕົ້າໂຮມ​ກັນອີກ​ຢູ່ເມືອງ​ວີ​ແອນນາ (ເມືອງແຟວສ໌ ໃນ​ປະ​ຈຸ​ບັນ), ລັດ​ນິວຢອກ, ໄກ​ຈາກບ້ານ​ສວນ​ຂອງ​ຄອບຄົວ​ສະມິດ 15 ໄມ (ປະມານ 24 ກິໂລ​ແມັດ). ບັນທຶກ​ສ່ວນຕົວ​ຂອງ​ນັກເທດ​ສະໜາ​ເຄື່ອນທີ່​ຊາວ​ເມໂທ​ດິສ​ຄົນ​ໜຶ່ງ ໃຫ້​ເລື່ອງ​ລາວ​ເຖິງຄວາມ​ຕື່ນເຕັ້ນ​ເລື່ອງ​ສາດສະ​ໜາ​ຢູ່ໃນ​ເຂດ​ພູມີ​ພາກ​ຂອງ​ໂຈເຊັບ ໃນປີ 1819 ແລະ 1820. ມີ​ການ​ລາຍງານ​ວ່າ ບາດ​ຫລວງ ຈອດ ເລນ ຄຸນພໍ່​ຟື້ນຟູ​ເມໂທ​ດິສ, ກໍໄດ້​ຢູ່ໃນ​ເຂດນັ້ນ​ທັງ​ສອງປີ, ກ່າວ​ປາໄສ​ເຖິງ “ວິທີ​ການຂອງ​ພຣະເຈົ້າ​ໃນການ​ກໍ່​ໃຫ້​ເກີດ​ການ​ປະຕິ​ຮູບ.”7 ຫລັກຖານ​ທາງ​ປະຫວັດ​ສາດນີ້​ແມ່ນ​ກົງ​ກັບ​ການ​ບັນຍາຍ​ຂອງ​ໂຈເຊັບ. ເພິ່ນໄດ້​ກ່າວວ່າ​ຄວາມ​ຕື່ນເຕັ້ນ​ທາງ​ສາດສະ​ໜາ​ທີ່​ແປກ​ປະຫລາດ​ໃນ​ທ້ອງຖິ່ນ ຫລື ໃນ​ເຂດຂອງ​ເພິ່ນ “ໄດ້ເລີ່ມ​ຕົ້ນ​ດ້ວຍ​ຊາວ​ເມໂທ​ດິສ.” ແນ່ນອນ, ໂຈເຊັບ​ໄດ້​ກ່າວວ່າ​ເພິ່ນໄດ້ “ເອ່ນ​ອ່ຽງ” ໄປ​ຫາ​ນິກາຍ​ເມໂທ​ດິສ.8

ການເສີມແຕ່ງ. ການ​ໂຕ້ຖຽງ​ຂໍ້ທີ​ສອງ​ສ່ວນ​ຫລາຍ​ຈະກ່າວ​ເຖິງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ​ຂອງ​ໂຈເຊັບ ສະມິດ ວ່າເພິ່ນ​ໄດ້ເສີມ​ແຕ່ງ​ເລື່ອງລາວ​ຂອງເພິ່ນ​ເມື່ອ​ເວລາ​ຜ່ານໄປ. ການໂຕ້​ຖຽງຂໍ້​ນີ້​ເຈາະຈົງ​ໃສ່ລາຍ​ລະອຽດ​ສອງຢ່າງ: ຈຳນວນ ແລະ ເອ​ກະ​ລັກ​ຂອງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ທີ່​ໂຈເຊັບ ສະມິດ ໄດ້​ກ່າວວ່າ​ເພິ່ນ​ໄດ້ເຫັນ. ເລື່ອງລາວ​ຂອງ​ພາບທີ່​ມາໃຫ້​ເຫັນ​ຄັ້ງ​ທຳອິດ​ຂອງ​ໂຈເຊັບ ບັນຍາຍ​ເຖິງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ດ້ວຍລາຍ​ລະອຽດ​ຫລາຍຂຶ້ນ​ເມື່ອ​ເວລາ​ຜ່ານໄປ. ເລື່ອງລາວ​ຂອງປີ 1832 ກ່າວວ່າ, “ພຣະຜູ້​ເປັນເຈົ້າ​ໄດ້ເປີດ​ຟ້າ​ສະຫວັນ​ໃຫ້ແກ່​ຂ້າພະ​ເຈົ້າ ແລະ ຂ້າພະ​ເຈົ້າ​ໄດ້ເຫັນ​ພຣະຜູ້​ເປັນເຈົ້າ.” ເລື່ອງລາວ​ຂອງເພິ່ນ​ໃນປີ 1838 ກ່າວວ່າ, “ຂ້າພະ​ເຈົ້າ​ໄດ້ເຫັນ​ສອງ​ພຣະອົງ,” ອົງໜຶ່ງ​ໄດ້​ແນະນຳ​ອີກ​ອົງໜຶ່ງ​ວ່າ “ບຸດທີ່​ຮັກ​ຂອງເຮົາ.” ເພາະ​ເຫດນີ້, ນັກ​ວິຈານ​ຈຶ່ງໄດ້​ໂຕ້​ຖຽງວ່າ ໂຈເຊັບ ສະມິດ ໄດ້ເລີ່ມ​ລາຍງານ​ວ່າ​ໄດ້​ເຫັນ​ອົງໜຶ່ງ ນັ້ນ​ຄື—“ພຣະຜູ້​ເປັນເຈົ້າ”—ແລະ ຕໍ່ມາ​ໄດ້​ປະກາດ​ວ່າ​ໄດ້ເຫັນ​ທັງ​ພຣະ​ບິດາ ແລະ ພຣະບຸດ.9

ຍັງມີ​ທາງອື່ນ​ອີກ, ທາງ​ທີ່​ສາ​ມາດ​ເຫັນ​ຫລັກ​ຖານ​ທີ່​ກົງ​ກັນ​ໄດ້​ຫລາຍ​ກວ່ານີ້. ຄວາມ​ກົມ​ກຽວ​ພື້ນຖານ​ໃນ​ການບັນ​ທຶກ​ເລື່ອງ​ລາວ​ໃນ​ຫລາຍ​ໄລ​ຍະ ຕ້ອງ​ຖືກ​ຮັບຮູ້​ຕັ້ງແຕ່​ຕົ້ນວ່າ: ເລື່ອງ​ລາວ​ສາມ​ເລື່ອງ​ໃນສີ່​ເລື່ອງ​ປະກາດ​ຢ່າງ​ແຈ່ມແຈ້ງ​ວ່າ​ສອງ​ພຣະອົງ​ໄດ້ມາ​ປະກົດ​ຕໍ່​ໂຈເຊັບ ສະມິດ ຢູ່ໃນ​ພາບ​ທີ່ມາ​ໃຫ້​ເຫັນຄັ້ງ​ທຳອິດ. ເລື່ອງທີ່​ແຕກຕ່າງ​ແມ່ນ​ຢູ່ໃນ​ເລື່ອງລາວ​ຂອງ​ໂຈເຊັບ ສະມິດ ໃນປີ 1832, ທີ່​ສາມາດ​ອ່ານໄດ້​ວ່າ​ອ້າງ​ເຖິງ​ໜຶ່ງ ຫລື ສອງ​ພຣະອົງ. ຖ້າຫາກ​ອ່ານ​ເຖິງ​ຜູ້​ທີ່​ມາ​ຈາກ​ສະຫວັນ​ອົງ​ໜຶ່ງ, ອາດຈະ​ເປັນອົງ​ທີ່ໃຫ້​ອະໄພ​ບາບ​ຂອງເພິ່ນ. ອີງຕາມ​ເລື່ອງລາວ​ຕໍ່ມາ, ອົງທີ​ໜຶ່ງ​ໄດ້ບອກ​ໂຈເຊັບ ສະມິດ ວ່າ​ໃຫ້ “ຟັງ” ອົງທີ​ສອງ, ພຣະ​ເຢຊູ​ຄຣິດ, ຜູ້ທີ່​ໄດ້ມອບ​ຂ່າວສານ​ສຳຄັນ​ໃຫ້ເພິ່ນ, ຊຶ່ງຮ່ວມ​ດ້ວຍ​ຂ່າວສານ​ຂອງການ​ໃຫ້​ອະໄພ.10 ແລ້ວ, ເລື່ອງລາວ​ຂອງ​ໂຈເຊັບ ສະມິດ ໃນປີ 1832, ອາດ​ເຈາະຈົງ​ໃສ່​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ໄດ້​ປະທານ​ການໃຫ້​ອະໄພ.

ອີກ​ວິທີ​ໜຶ່ງທີ່​ຈະອ່ານ​ເລື່ອງລາວ​ຂອງປີ 1832 ແມ່ນວ່າ ໂຈເຊັບ ສະມິດ ໄດ້ອ້າງ​ເຖິງສອງ​ພຣະອົງ, ທີ່ເພິ່ນ​ໄດ້ເອີ້ນ​ວ່າ “ພຣະຜູ້​ເປັນເຈົ້າ.” ການ​ໂຕ້ຖຽງ​ທີ່​ເສີມ​ແຕ່ງ​ແມ່ນ​ອີງຕາມ​ຂໍ້ສົມ​ມຸດຕິ​ຖານວ່າ ເລື່ອງລາວ​ຂອງປີ 1832 ບັນຍາຍ​ເຖິງການ​ປະກົດ​ຂອງ​ຜູ້​ທີ່​ມາ​ຈາກ​ສະ​ຫວັນ​ພຽງອົງ​ດຽວ. ແຕ່​ເລື່ອງລາວ​ຂອງປີ 1832 ບໍ່ໄດ້​ກ່າວວ່າ​ມີພຽງ​ອົງດຽວ​ທີ່ໄດ້​ມາ​ປະກົດ. ໃຫ້​ສັງເກດ​ເບິ່ງ​ວ່າ​ຂໍ້​ອ້າງອີງ​ສອງ​ຢ່າງ​ເຖິງ “ພຣະຜູ້​ເປັນເຈົ້າ” ແມ່ນ​ແຍກອອກ​ຈາກກັນ​ຕາມການ​ເວລາ: ຢ່າງ​ທຳອິດ “ພຣະຜູ້​ເປັນເຈົ້າ” ເປີດຟ້າ​ສະຫວັນ; ຢ່າງ​ທີ​ສອງ ໂຈເຊັບ ສະມິດ ເຫັນ “ພຣະຜູ້​ເປັນເຈົ້າ.” ການອ່ານ​ເລື່ອງລາວ​ນີ້ກໍ​ກົງກັບ​ເລື່ອງລາວ​ຂອງ​ໂຈເຊັບ ຂອງປີ 1835, ຊຶ່ງໄດ້​ກ່າວວ່າ​ມີໜຶ່ງ​ອົງ​ທີ່ໄດ້​ປະກົດ​ກ່ອນ, ແລ້ວ​ຕິດຕາມ​ດ້ວຍ​ອີກ​ອົງໜຶ່ງ​ບໍ່ດົນ​ຈາກນັ້ນ. ແລ້ວ, ເລື່ອງລາວ​ຂອງປີ 1832 ກໍ​ສາມາດ​ອ່ານໄດ້​ຢ່າງມີ​ເຫດຜົນ​ວ່າ ໂຈເຊັບ ສະມິດ ໄດ້ເຫັນ​ອົງໜຶ່ງ ທີ່ໄດ້​ເປີດເຜີຍ​ອີກ​ອົງໜຶ່ງ ແລະ ເພິ່ນ​ໄດ້ກ່າວ​ເຖິງ​ທັງສອງ​ພຣະອົງ​ວ່າ​ເປັນ “ພຣະຜູ້​ເປັນເຈົ້າ”: “ພຣະຜູ້​ເປັນເຈົ້າ​ໄດ້ເປີດ​ຟ້າ​ສະຫວັນ​ໃຫ້ແກ່​ຂ້າພະ​ເຈົ້າ ແລະ ຂ້າພະ​ເຈົ້າ​ໄດ້ເຫັນ​ພຣະຜູ້​ເປັນ​ເຈົ້າ.”11

ຄຳ​ບັນຍາຍ​ຂອງ​ໂຈເຊັບ​ທີ່​ລະອຽດ​ຂຶ້ນ​ເລື້ອຍໆ​ກໍ​ສາມາດ​ເປັນ​ຫລັກຖານ​ຂອງ​ຄວາມ​ຮູ້​ແຈ້ງ​ທີ່​ມີ​ຫລາຍ​ຂຶ້ນ, ທີ່​ສະສົມ​ໄປຕາມ​ການ​ເວລາ, ອີງຕາມ​ປະສົບ​ການ. ໃນພາກ​ສ່ວນ​ໜຶ່ງ, ຄວາມ​ແຕກຕ່າງ​ລະຫວ່າງ​ເລື່ອງລາວ​ຂອງປີ 1832 ແລະ ເລື່ອງລາວ​ຕໍ່ຈາກ​ນັ້ນ​ອາດ​ເປັນ​ເພາະ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຖ້ອຍຄຳ​ທີ່​ຖືກ​ຂຽນ ແລະ ທີ່​ຖືກ​ກ່າວ. ເລື່ອງລາວ​ຂອງປີ 1832 ເປັນ​ເທື່ອທຳ​ອິດ​ທີ່​ໂຈເຊັບ ສະມິດ ໄດ້​ພະຍາ​ຍາມ​ທີ່ຈະ​ຂຽນ​ປະຫວັດ​ຂອງ​ເພິ່ນ​ເອງ. ໃນປີ​ດຽວກັນ​ນັ້ນ, ເພິ່ນໄດ້​ຂຽນຫາ​ເພື່ອນ​ຄົນໜຶ່ງ​ວ່າ​ເພິ່ນ​ຮູ້ສຶກ​ຖືກ​ຄຸມຂັງ​ດ້ວຍ “ເຈ້ຍ ປາກກາ ແລະ ນ້ຳມຶກ ແລະ ການ​ຂຽນ​ທີ່​ຂາດ​ຕົກ​ບົກ​ພ່ອງ ແລະ ພາສາ​ທີ່ບໍ່​ສົມ​ບູນ​ແບບ.” ເພິ່ນໄດ້​ເອີ້ນ​ຂໍ້​ຄວາມ​ທີ່​ເພິ່ນ​ຂຽນ​ວ່າ “ຄຸກນ້ອຍ​ທີ່​ຄັບແຄບ.”12 ຄວາມ​ກວ້າງໃຫຍ່​ຂອງ​ເລື່ອງລາວ​ຕໍ່ມາ​ແມ່ນ​ເຂົ້າໃຈ​ໄດ້ງ່າຍ ແລະ ແມ່ນ​ແຕ່​ຖືກ​ຄາດຫວັງ ເມື່ອ​ເຮົາຮັບ​ຮູ້ວ່າ ມັນອາດ​ເປັນ​ເລື່ອງລາວ​ທີ່​ຄົນອື່ນ​ຂຽນ​ໃຫ້ເພິ່ນ—ເປັນ​ວິທີ​ທາງທີ່​ງ່າຍ, ທີ່​ສະບາຍ​ສຳລັບ​ໂຈເຊັບ ສະມິດ ແລະ ເປັນ​ວິທີ​ທາງ​ທີ່ປ່ອຍ​ໃຫ້​ຖ້ອຍຄຳ​ຫລັ່ງໄຫລ​ອອກມາ​ຢ່າງ​ງ່າຍດາຍ.

ສະ​ຫລຸບ

ໂຈເຊັບ ສະມິດ ໄດ້ເປັນ​ພະຍານ​ເທື່ອແລ້ວ​ເທື່ອອີກ​ວ່າ ເພິ່ນ​ໄດ້ເຫັນ​ພາບທີ່​ມາໃຫ້​ເຫັນ​ທີ່​ປະເສີດ ເຖິງ​ພຣະເຈົ້າ​ອົງເປັນ​ພຣະ​ບິດາ ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ທັງ​ຄວາມຈິງ​ເຖິງ​ພາບທີ່​ມາໃຫ້​ເຫັນຄັ້ງ​ທຳອິດ ແລະ ການໂຕ້​ຖຽງ​ຕໍ່ຕ້ານ​ນັ້ນ​ກໍບໍ່​ສາມາດ​ພິສູດ​ໄດ້ໂດຍ​ການ​ຄົ້ນຄວ້າ​ທາງ​ປະຫວັດ​ສາດ​ເທົ່ານັ້ນ. ການຮູ້​ຄວາມຈິງ​ເຖິງ​ປະຈັກ​ພະຍານ​ຂອງ​ໂຈເຊັບ ສະມິດ ຮຽກຮ້ອງ​ໃຫ້​ຜູ້​ທີ່​ສະແຫວງ​ຫາ​ຄວາມຈິງ​ຢ່າງ​ຈິງໃຈ ສຶກສາ​ບັນທຶກ ແລະ ແລ້ວ​ໃຫ້ນຳ​ໃຊ້​ສັດທາ​ໃນ​ພຣະຄຣິດ​ຢ່າງ​ເຕັມທີ່ ເພື່ອ​ທູນຖາມ​ພຣະເຈົ້າ​ໃນການ​ອະທິ​ຖານ​ທີ່​ຈິງໃຈ ແລະ ຖ່ອມຕົວ ວ່າ​ບັນທຶກ​ນັ້ນ​ຈິງແທ້​ຫລືບໍ່. ຖ້າຫາກ​ຜູ້​ສະແຫວງ​ຫາ​ທູນຖາມ​ດ້ວຍ​ເຈດຕະ​ນາ​ອັນ​ແທ້ຈິງ ທີ່ຈະ​ກະທຳ​ຕາມ​ຄຳຕອບ​ທີ່​ພຣະ​ວິນຍານ​ບໍລິ​ສຸດ​ໄດ້​ເປີດເຜີຍ, ແລ້ວ​ຄວາມຈິງ​ຂອງ​ພາບ​ທີ່ມາ​ໃຫ້ເຫັນ​ຂອງ​ໂຈເຊັບ ສະມິດ ຈະຖືກ​ສະ​ແດງ​ໃຫ້​ປະຈັກ. ໃນ​ວິທີ​ນີ້, ທຸກຄົນ​ຈະ​ສາມາດ​ຮູ້ໄດ້​ວ່າ ໂຈເຊັບ ສະມິດ ໄດ້​ກ່າວ​ຢ່າງ​ຊື່ສັດ ເມື່ອ​ເພິ່ນ​ປະກາດ​ວ່າ, “ຂ້າພະ​ເຈົ້າ​ໄດ້​ເຫັນ​ພາບນັ້ນ, ຂ້າພະ​ເຈົ້າ​ຈຶ່ງຮູ້, ແລະ ຂ້າພະ​ເຈົ້າ​ຮູ້ວ່າ ພຣະເຈົ້າ​ຮູ້​ຄື​ກັນ, ແລະ ຂ້າພະ​ເຈົ້າ​ປະຕິ​ເສດ​ມັນ​ບໍ່ໄດ້.”13

ສາດ​ສະໜາ​ຈັກ​ໃຫ້ການ​ຮັບຮູ້​ຕໍ່ພາກ​ສ່ວນ​ຂອງ​ບັນດາ​ນັກ​ປາດ​ອາ​ຈານ​ກ່ຽວກັບ​ເນື້ອຫາ​ທາງ​ປະຫວັດ​ສາດ​ທີ່ຖືກ​ນຳ​ສະເໜີ​ຢູ່ໃນ​ບົດຄວາມ​ນີ້; ຜົນງານ​ຂອງ​ເຂົາເຈົ້າ​ຖືກນຳ​ໃຊ້ໂດຍ​ໄດ້ຮັບ​ອະນຸ​ຍາດ.

ຈັດພິມ​ເທື່ອ​ທຳ​ອິດ​ໃນ​ເດືອນ​ພະຈິກ 2013.

ຫົວຂໍ້​ທີ່ພົວ​ພັນກັນ

  • ການຕອບ​ຄຳຖາມ​ເລື່ອງ​ພຣະກິດ​ຕິຄຸນ

  • ຝ່າຍພຣະເຈົ້າ

  • ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ

  • ພຣະ​ເຢຊູ​ຄຣິດ

  • ໂຈ​ເຊັບ ສະ​ມິດ

  • ການ​ຟື້ນ​ຟູສາດ​ສະໜາ​ຈັກ

  • ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ

ພຣະຄຳພີ

ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​

ວິດີໂອ

“ການຟື້ນຟູ”

“Joseph Smith: The Prophet of the Restoration”

“Mission Preparation Track 14: Gordon B. Hinckley”

ແຫລ່ງການຮຽນ​ຮູ້

ແຫລ່ງທົ່ວໄປ

History, circa Summer 1832,” The Joseph Smith Papers

Journal, 1835–1836,” The Joseph Smith Papers

History, circa June 1839–circa 1841 [Draft 2],” The Joseph Smith Papers

‘Church History,’ 1 March 1842,” The Joseph Smith Papers

‘Latter Day Saints,’ 1844,” The Joseph Smith Papers

Primary Accounts of Joseph Smith’s First Vision of Deity,” The Joseph Smith Papers

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

Preparing for the Restoration,” Ensign, June 1999

Book of Mormon Personalities Known by Joseph Smith,” Ensign, December 1983

  1. ເບິ່ງ, ຍົກຕົວຢ່າງ, James B. Allen, “Eight Contemporary Accounts of the First Vision—What Do We Learn from Them?” Improvement Era, 73 (1970): 4–13; Richard L. Anderson, “Joseph Smith’s Testimony of the First Vision,” Ensign, Apr. 1996, 10–21; Milton V. Backman, Joseph Smith’s First Vision: The First Vision in Its Historical Context (Salt Lake City: Bookcraft, 1971; 2nd ed., 1980); Steven C. Harper, Joseph Smith’s First Vision: A Guide to the Historical Accounts (Salt Lake City: Deseret Book, 2012).

  2. ເລື່ອງລາວ​ທັງໝົດ​ເຫລົ່ານີ້​ຖືກ​ຂຽນ​ໃໝ່​ຢູ່ໃນ Dean C. Jessee, “The Earliest Documented Accounts of Joseph Smith’s First Vision,” ໃນ John W. Welch, ed., with Erick B. Carlson, Opening the Heavens: Accounts of Divine Manifestations, 1820–1844 (Provo and Salt Lake City: Brigham Young University Press and Deseret Book, 2005), 1–33.

  3. ກິດ​ຈະ​ການ 9:3–9; 22:6–21; 26:12–18; ມັດ​ທາຍ 17:1–13; ​ມາ​ຣະ​ໂກ 9:2–13; ລູ​ກາ 9:28–36.

  4. ສາມາດ​ພົບເຫັນ​ຈົດໝາຍ​ເຕັມ​ສະ​ບັບ​ຢູ່ໃນ Joseph Smith, “Church History,” Times and Seasons 3 (Mar. 1, 1842): 706–10.

  5. Joseph Smith, “Latter Day Saints,” ໃນ I. Daniel Rupp, He Pasa Ekklesia: An Original History of the Religious Denominations at Present Existing in the United States (Philadelphia: J. Y. Humphreys, 1844), 404–10.

  6. Whitney R. Cross, The Burned-Over District: The Social and Intellectual History of Enthusiastic Religion in Western New York, 1800–1850 (Ithaca, N.Y.: Cornell University Press, 1950); Paul E. Johnson, A Shopkeeper’s Millennium: Society and Revivals in Rochester, New York, 1815–1837 (New York: Hill and Wang, 1983); Nathan O. Hatch, The Democratization of American Christianity (New Haven: Yale University Press, 1989).

  7. ບັນທຶກ​ສ່ວນຕົວ​ຂອງ ເບ​ນາ​ຈາ ວິວ​ລຽມສ໌, ວັນ​ທີ 15 ເດືອນ​ກໍ​ລະ​ກົດ, 1820, ສຳເນົາ​ມີຢູ່​ໃນ​ຫໍ​ສະໝຸດ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາຈັກ, ເມືອງ​ເຊົາ​ເລັກ; ການ​ສະກົດ​ຖືກປັບ​ໃຫ້​ເປັນ​ປົກ​ກະຕິ.

  8. ເລື່ອງລາວ​ຂອງປີ 1838 (ໂຈເຊັບ ສະມິດ—ປະຫວັດ 1:5, 8).

  9. ເລື່ອງລາວ​ຂອງປີ 1832 (ໂຈເຊັບ ສະມິດ ປະຫວັດ, ໃກ້ລະດູແລ້ງຂອງປີ 1832, 3, ຢູ່ໃນ Joseph Smith, “Letter Book A,” Joseph Smith Collection, ຫໍ​ສະໝຸດ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາ​ຈັກ, ເມືອງ​ເຊົາເລັກ); ເລື່ອງລາວ​ຂອງປີ 1838 (ໂຈເຊັບ ສະມິດ—ປະຫວັດ 1:17).

  10. ເລື່ອງລາວ​ຂອງປີ 1838 (ໂຈເຊັບ ສະມິດ—ປະຫວັດ 1:17); ເລື່ອງລາວ​ຂອງປີ 1835 (Joseph Smith, “Sketch Book of the use of Joseph Smith, jr.,” Journal, Nov. 9–11, 1835, Joseph Smith Collection, ຫໍ​ສະໝຸດ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ.

  11. ເລື່ອງລາວ​ຂອງປີ 1832 (ໂຈເຊັບ ສະມິດ ປະຫວັດ, ໃກ້​ລະດູ​ແລ້ງ​ຂອງປີ 1832, 3, ຢູ່ໃນ Joseph Smith, “Letter Book A,” Joseph Smith Collection, ຫໍ​ສະໝຸດ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ).

  12. Joseph Smith to William W. Phelps, Nov. 27, 1832, Joseph Smith Collection, ຫໍ​ສະໝຸດ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາຈັກ, ເມືອງ​ເຊົາເລັກ; ມີໃຫ້​ຢູ່ທີ່ www.josephsmithpapers.org.

  13. ເລື່ອງລາວ​ຂອງປີ 1838 (ໂຈເຊັບ ສະມິດ—ປະຫວັດ 1:25).