ບົດທີ 17
ນີໄຟໄດ້ຖືກບັນຊາໃຫ້ສ້າງເຮືອໃຫຍ່ລຳໜຶ່ງ—ພວກອ້າຍຂອງເພິ່ນຂັດຂວາງເພິ່ນ—ເພິ່ນຊັກຊວນພວກເຂົາໂດຍການເລົ່າປະຫວັດສາດທີ່ພຣະເຈົ້າໄດ້ກະທຳກັບອິດສະຣາເອນ—ນີໄຟເຕັມໄປດ້ວຍອຳນາດຂອງພຣະເຈົ້າ—ພວກອ້າຍຂອງເພິ່ນຖືກຫ້າມບໍ່ໃຫ້ແຕະຕ້ອງຮ່າງກາຍຂອງເພິ່ນ, ຖ້າບໍ່ດັ່ງນັ້ນພວກເຂົາຈະຫ່ຽວແຫ້ງເໝືອນດັ່ງຕົ້ນອໍ້ແຫ້ງ. ປະມານ 592–591 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ອອກເດີນທາງອີກໃນຖິ່ນແຫ້ງແລ້ງກັນດານ; ແລະ ນັບແຕ່ເວລານັ້ນພວກເຮົາໄດ້ເດີນທາງເກືອບຈະໄປທາງຕາເວັນອອກ. ແລະ ພວກເຮົາໄດ້ເດີນທາງ ແລະ ລຸຍໄປກັບຄວາມທຸກທີ່ສຸດໃນຖິ່ນແຫ້ງແລ້ງກັນດານ; ແລະ ພວກຜູ້ຍິງຂອງພວກເຮົາໄດ້ເກີດລູກໃນຖິ່ນແຫ້ງແລ້ງກັນດານ.
2 ແລະ ພອນຂອງພຣະຜູ້ເປັນເຈົ້າທີ່ປະທານໃຫ້ແກ່ພວກເຮົານັ້ນຍິ່ງໃຫຍ່ທີ່ສຸດ, ຄືເວລານັ້ນພວກເຮົາໄດ້ດຳລົງຊີວິດຢູ່ດ້ວຍຊີ້ນ ດິບໃນຖິ່ນແຫ້ງແລ້ງກັນດານ, ພວກຜູ້ຍິງຂອງພວກເຮົາກໍມີນ້ຳນົມຢ່າງຫລວງຫລາຍໃຫ້ລູກຂອງພວກເຂົາ, ແລະ ແຂງແຮງດີ, ແທ້ຈິງແລ້ວ, ແມ່ນເທົ່າທຽມກັບພວກຜູ້ຊາຍ; ແລະ ພວກເຂົາອົດທົນຕໍ່ການເດີນທາງໂດຍບໍ່ໄດ້ຈົ່ມວ່າ.
3 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະບັນຍັດຂອງພຣະເຈົ້າຕ້ອງສຳເລັດ. ແລະ ຖ້າຫາກເປັນໄປວ່າລູກຫລານມະນຸດຈະ ຮັກສາພຣະບັນຍັດຂອງພຣະເຈົ້າແລ້ວພຣະອົງຍ່ອມບຳລຸງລ້ຽງດູພວກເຂົາ, ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ, ແລະ ຈັດຫາທາງຊຶ່ງໂດຍທາງນັ້ນພວກເຂົາຈະສຳເລັດໄດ້ໃນສິ່ງທີ່ພຣະອົງບັນຊາພວກເຂົາ; ດັ່ງນັ້ນ, ພຣະອົງໄດ້ ຈັດຫາທາງໃຫ້ພວກເຮົາໃນເວລາທີ່ພວກເຮົາຢູ່ໃນຖິ່ນແຫ້ງແລ້ງກັນດານ.
4 ແລະ ພວກເຮົາໄດ້ຢູ່ມາເປັນເວລາຫລາຍປີ, ແທ້ຈິງແລ້ວ, ແມ່ນເຖິງແປດປີໃນຖິ່ນແຫ້ງແລ້ງກັນດານ.
5 ແລະ ພວກເຮົາໄດ້ມາເຖິງແຜ່ນດິນ ຊຶ່ງພວກເຮົາເອີ້ນວ່າ ອຸດົມສົມບູນ, ເພາະມັນມີໝາກໄມ້ນາໆຊະນິດ ແລະ ມີນ້ຳເຜິ້ງປ່ານຳອີກ; ແລະ ທັງໝົດນີ້ພຣະຜູ້ເປັນເຈົ້າຕຽມໄວ້ເພື່ອພວກເຮົາຈະບໍ່ຕາຍ. ແລະ ພວກເຮົາເຫັນທະເລ ຊຶ່ງພວກເຮົາເອີ້ນວ່າ ອິຣິອານທຳ, ຊຶ່ງພວກເຮົາແປວ່າ ຜືນນ້ຳອັນກວ້າງໃຫຍ່.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຕັ້ງຜ້າເຕັນຂຶ້ນໃນແຄມຝັ່ງທະເລ; ແລະ ເຖິງແມ່ນພວກເຮົາໄດ້ອົດທົນຮັບ ຄວາມທຸກ ແລະ ຄວາມຫຍຸ້ງຍາກມາຫລາຍແລ້ວ, ແທ້ຈິງແລ້ວ, ເຖິງຂະໜາດຂ້າພະເຈົ້າຂຽນໄວ້ໝົດບໍ່ໄດ້, ພວກເຮົາກໍປິຕິຍິນດີຢ່າງຍິ່ງເມື່ອພວກເຮົາມາເຖິງຝັ່ງທະເລ ແລະ ພວກເຮົາເອີ້ນບ່ອນນັ້ນວ່າ ອຸດົມສົມບູນ ເພາະມັນມີໝາກໄມ້ຫລາຍໆຊະນິດ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຂ້າພະເຈົ້ານີໄຟໄດ້ພັກຜ່ອນຢູ່ໃນແຜ່ນດິນອຸດົມສົມບູນເປັນເວລາຫລາຍມື້, ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງຂ້າພະເຈົ້າ, ມີຄວາມວ່າ: ລຸກຂຶ້ນ ແລະ ຈົ່ງຂຶ້ນໄປເທິງພູ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ລຸກຂຶ້ນ ແລະ ໄດ້ຂຶ້ນໄປເທິງພູ ແລະ ໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ຮັບສັ່ງກັບຂ້າພະເຈົ້າ, ມີຄວາມວ່າ: ຈົ່ງສ້າງເຮືອລຳໜຶ່ງ ຕາມ ວິທີທີ່ເຮົາຈະສະແດງແກ່ເຈົ້າ, ເພື່ອເຮົາຈະນຳຜູ້ຄົນຂອງເຈົ້າຂ້າມນ້ຳນີ້ໄປ.
9 ແລະ ຂ້າພະເຈົ້າໄດ້ທູນຖາມວ່າ: ຂ້າແດ່ພຣະອົງເຈົ້າ, ຂ້ານ້ອຍຈະໄປທາງໃດເພື່ອຈະໄດ້ຫາແຮ່ມາຫລໍ່ຫລອມ ເພື່ອຈະເຮັດເຄື່ອງມືສ້າງເຮືອຕາມວິທີທີ່ພຣະອົງໄດ້ສະແດງແກ່ຂ້ານ້ອຍ?
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າເຮັດໃຫ້ຂ້າພະເຈົ້າຮູ້ວ່າຈະໄປຫາແຮ່ຢູ່ບ່ອນໃດ ເພື່ອຈະໄດ້ມັນມາເຮັດເປັນເຄື່ອງມື.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຮັດເຄື່ອງເປົ່າລົມດ້ວຍໜັງສັດເພື່ອໃຊ້ເປົ່າໄຟ ແລະ ຫລັງຈາກຂ້າພະເຈົ້າໄດ້ເຮັດເຄື່ອງເປົ່າລົມເພື່ອຈະໄດ້ໃຊ້ເປົ່າໄຟແລ້ວ, ຂ້າພະເຈົ້າໄດ້ເອົາຫີນສອງກ້ອນມາຕ່ອຍກັນເພື່ອຈະໄດ້ກໍ່ໄຟ.
12 ເພາະຕັ້ງແຕ່ຕົ້ນມາພຣະຜູ້ເປັນເຈົ້າບໍ່ຍອມໃຫ້ພວກເຮົາກໍ່ໄຟຫລາຍໃນເວລາທີ່ພວກເຮົາເດີນທາງຢູ່ໃນຖິ່ນແຫ້ງແລ້ງກັນດານ; ເພາະພຣະອົງບອກວ່າ: ເຮົາຈະເຮັດໃຫ້ອາຫານຂອງເຈົ້າກັບເປັນຫວານເພື່ອເຈົ້າຈະບໍ່ໄດ້ ຫຸງຕົ້ມ;
13 ແລະ ເຮົາຈະເປັນແສງສະຫວ່າງໃຫ້ເຈົ້າໃນຖິ່ນແຫ້ງແລ້ງກັນດານນຳອີກ; ແລະ ເຮົາຈະ ຕຽມທາງໄວ້ກ່ອນເຈົ້າຖ້າຫາກເຈົ້າຈະຮັກສາພຣະບັນຍັດຂອງເຮົາ; ດັ່ງນັ້ນ, ຕາບໃດທີ່ເຈົ້າຈະຮັກສາພຣະບັນຍັດຂອງເຮົາ ເຈົ້າຈະຖືກພາໄປຫາ ແຜ່ນດິນແຫ່ງຄຳສັນຍາ; ແລະ ເຈົ້າຈະ ຮູ້ວ່າເຮົາເປັນຜູ້ນຳເຈົ້າໄປ.
14 ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ບອກໄວ້ອີກວ່າ: ຫລັງຈາກເຈົ້າໄປເຖິງແຜ່ນດິນແຫ່ງຄຳສັນຍາແລ້ວ, ເຈົ້າຈະ ຮູ້ວ່າ ເຮົາພຣະຜູ້ເປັນເຈົ້າເປັນ ພຣະເຈົ້າ; ແລະ ວ່າເຮົາພຣະຜູ້ເປັນເຈົ້າໄດ້ປົດປ່ອຍເຈົ້າໃຫ້ພົ້ນຈາກຄວາມພິນາດ; ແທ້ຈິງແລ້ວ, ເຮົາພຣະເຈົ້າໄດ້ພາເຈົ້າອອກມາຈາກແຜ່ນດິນເຢຣູຊາເລັມ.
15 ດັ່ງນັ້ນ, ຂ້າພະເຈົ້ານີໄຟໄດ້ພະຍາຍາມຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ແລະ ຂ້າພະເຈົ້າໄດ້ຊັກຊວນພວກອ້າຍຂອງຂ້າພະເຈົ້າໃຫ້ມີຄວາມຊື່ສັດ ແລະ ຄວາມພາກພຽນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຮັດເຄື່ອງມືຈາກແຮ່ທີ່ຂ້າພະເຈົ້າໄດ້ຫລອມອອກຈາກຫີນ.
17 ແລະ ເມື່ອພວກອ້າຍຂອງຂ້າພະເຈົ້າເຫັນວ່າ ຂ້າພະເຈົ້າກຳລັງຈະ ສ້າງເຮືອຢູ່, ພວກເຂົາເລີ່ມຈົ່ມໃຫ້ຂ້າພະເຈົ້າ, ໂດຍກ່າວວ່າ: ນ້ອງຂອງພວກເຮົາເປັນຄົນໂງ່, ມັນຄິດວ່າມັນຈະສ້າງເຮືອໄດ້; ແທ້ຈິງແລ້ວ, ແລະ ມັນຄິດອີກວ່າ ມັນສາມາດຂ້າມນ້ຳກວ້າງໃຫຍ່ນີ້ໄປໄດ້.
18 ແລະ ພວກອ້າຍຂອງຂ້າພະເຈົ້າໄດ້ຈົ່ມໃຫ້ຂ້າພະເຈົ້າດັ່ງນັ້ນ, ແລະ ປາດຖະໜາທີ່ຈະບໍ່ເຮັດວຽກເພາະພວກເຂົາບໍ່ເຊື່ອວ່າຂ້າພະເຈົ້າຈະສ້າງເຮືອໄດ້; ທັງບໍ່ເຊື່ອອີກວ່າ ພຣະຜູ້ເປັນເຈົ້າໄດ້ແນະນຳຂ້າພະເຈົ້າແລ້ວ.
19 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟເລີ່ມເສົ້າສະຫລົດໃຈຢ່າງຍິ່ງເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ; ແລະ ບັດນີ້ເມື່ອພວກເຂົາເຫັນວ່າ ຂ້າພະເຈົ້າເລີ່ມເສົ້າສະຫລົດໃຈຫລາຍ ພວກເຂົາກໍຍິນດີໃນໃຈຢ່າງຍິ່ງ, ເຖິງຂະໜາດທີ່ພວກເຂົາໄດ້ສະແດງ ຄວາມປິຕິຍິນດີໃສ່ຂ້າພະເຈົ້າໂດຍກ່າວວ່າ: ພວກເຮົາຮູ້ວ່າເຈົ້າເຮັດເຮືອບໍ່ໄດ້, ເພາະພວກເຮົາຮູ້ວ່າເຈົ້າຕັດສິນໃຈບໍ່ເປັນ; ດັ່ງນັ້ນ, ເຈົ້າຈະເຮັດວຽກງານໃຫຍ່ເຊັ່ນນີ້ໃຫ້ສຳເລັດບໍ່ໄດ້.
20 ແລະ ເຈົ້າເປັນຄືກັນກັບບິດາຂອງພວກເຮົາ, ຊຶ່ງຖືກພາໄປໂດຍ ຄວາມຄິດຝັນອັນໂງ່ຈ້າທີ່ເກີດຂຶ້ນໃນໃຈຂອງເພິ່ນ; ແທ້ຈິງແລ້ວ, ເພິ່ນນຳພວກເຮົາອອກມາຈາກແຜ່ນດິນເຢຣູຊາເລັມ ແລະ ພວກເຮົາໄດ້ເລື່ອນລອຍຢູ່ໃນຖິ່ນແຫ້ງແລ້ງກັນດານມາຫລາຍປີແລ້ວ; ແລະ ພວກຜູ້ຍິງຂອງພວກເຮົາກໍໄດ້ເຮັດວຽກໜັກໃນຂະນະທີ່ຖືພາ; ແລະ ພວກເຂົາໄດ້ເກີດລູກໃນຖິ່ນແຫ້ງແລ້ງກັນດານ ແລະ ໄດ້ອົດທົນທຸກສິ່ງທຸກຢ່າງນອກຈາກຄວາມຕາຍເທົ່ານັ້ນ; ແລ້ວຖ້າພວກເຂົາຕາຍເສຍກ່ອນອອກຈາກເຢຣູຊາເລັມກໍຄົງເປັນການດີກວ່າທີ່ຈະຕ້ອງມາທົນກັບຄວາມທຸກເຊັ່ນນີ້.
21 ຈົ່ງເບິ່ງ, ຫລາຍປີຜ່ານມາທີ່ພວກເຮົາໄດ້ອົດທົນຢູ່ໃນຖິ່ນແຫ້ງແລ້ງກັນດານ ຊຶ່ງເປັນເວລາທີ່ພວກເຮົາຄວນຈະຊື່ນຊົມຢູ່ກັບຊັບສົມບັດຂອງພວກເຮົາ ແລະ ແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຮົາ; ແທ້ຈິງແລ້ວ, ແລະ ພວກເຮົາຄວນຈະມີຄວາມສຸກ.
22 ແລະ ພວກເຮົາຮູ້ວ່າ ຜູ້ຄົນທີ່ຢູ່ໃນແຜ່ນດິນເຢຣູຊາເລັມເປັນຄົນ ຊອບທຳ; ເພາະພວກເຂົາໄດ້ຮັກສາຂໍ້ກຳນົດ ແລະ ການພິພາກສາຂອງພຣະຜູ້ເປັນເຈົ້າ ແລະ ພຣະບັນຍັດທຸກປະການຂອງພຣະອົງຕາມກົດຂອງໂມເຊ; ດັ່ງນັ້ນ, ພວກເຮົາຈຶ່ງຮູ້ວ່າ ພວກເຂົາເປັນຄົນຊອບທຳ; ແລະ ພວກເຂົາຖືກຕັດສິນໂດຍບິດາຂອງພວກເຮົາ ແລະ ພວກເຮົາອອກມາເພາະພວກເຮົາເຊື່ອຟັງຄຳຂອງເພິ່ນ; ແທ້ຈິງແລ້ວ, ແລະ ນ້ອງຊາຍຂອງພວກເຮົາກໍເປັນຄືກັນກັບເພິ່ນ. ແລະ ພວກອ້າຍຂອງຂ້າພະເຈົ້າໄດ້ຈົ່ມ ແລະ ຕໍ່ວ່າຕໍ່ຂານພວກເຮົາໂດຍໃຊ້ພາສາຢ່າງນີ້.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບພວກເຂົາ, ມີຄວາມວ່າ: ພວກເຈົ້າເຊື່ອບໍ່ວ່າ ບັນພະບຸລຸດຂອງພວກເຮົາຜູ້ເປັນລູກຫລານຂອງອິດສະຣາເອນ ຈະຖືກນຳພາໄປໃຫ້ພົ້ນຈາກກຳມືຂອງຊາວເອຢິບບໍ່ໄດ້ຖ້າຫາກພວກເຂົາບໍ່ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ?
24 ແທ້ຈິງແລ້ວ, ພວກເຈົ້າຄິດບໍ່ວ່າ ພວກເຂົາຈະຖືກນຳໄປໃຫ້ພົ້ນຈາກຄວາມເປັນທາດບໍ່ໄດ້ ຖ້າຫາກພຣະຜູ້ເປັນເຈົ້າບໍ່ບັນຊາໂມເຊໃຫ້ ນຳພວກເຂົາໄປໃຫ້ພົ້ນຈາກຄວາມເປັນທາດ?
25 ບັດນີ້ພວກເຈົ້າຮູ້ວ່າ ລູກຫລານຂອງອິດສະຣາເອນເຄີຍ ເປັນທາດມາແລ້ວ; ແລະ ພວກເຈົ້າຮູ້ວ່າ ພວກເຂົາຕ້ອງເຮັດ ວຽກໜັກ ຊຶ່ງເປັນພາລະເຫລືອທີ່ຈະທົນໄດ້; ດັ່ງນັ້ນ, ພວກເຈົ້າຮູ້ວ່າພວກເຂົາຖືກນຳໄປໃຫ້ພົ້ນຈາກຄວາມເປັນທາດຍ່ອມຕ້ອງເປັນການດີສຳລັບພວກເຂົາ.
26 ບັດນີ້ພວກເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ ໂມເຊເຮັດວຽກທີ່ຍິ່ງໃຫຍ່ນັ້ນ; ແລະ ພວກເຈົ້າຮູ້ວ່າ ດ້ວຍ ຄຳເວົ້າຂອງເພິ່ນນ້ຳໃນທະເລແດງຈຶ່ງແຍກອອກໄປທາງນັ້ນທາງນີ້, ແລະ ພວກເຂົາຈຶ່ງເດີນຜ່ານໄປໄດ້ເທິງແຜ່ນດິນແຫ້ງ.
27 ແລະ ພວກເຈົ້າຮູ້ວ່າຊາວເອຢິບຊຶ່ງເປັນກອງທັບຂອງຟາໂຣໄດ້ຈົມຢູ່ໃນນ້ຳທະເລແດງນັ້ນ.
28 ແລະ ພວກເຈົ້າຮູ້ອີກວ່າພວກເຂົາຖືກລ້ຽງດູດ້ວຍ ມານາຢູ່ໃນຖິ່ນແຫ້ງແລ້ງກັນດານ.
29 ແທ້ຈິງແລ້ວ, ແລະ ພວກເຈົ້າຮູ້ອີກວ່າດ້ວຍຄຳເວົ້າຂອງໂມເຊຕາມອຳນາດຂອງພຣະເຈົ້າຊຶ່ງຢູ່ກັບເພິ່ນ, ເພິ່ນ ຕີຫີນ ແລະ ນ້ຳໄດ້ໄຫລອອກມາເພື່ອລູກຫລານອິດສະຣາເອນຈະໄດ້ດື່ມແກ້ຄວາມຫິວກະຫາຍ.
30 ແລະ ທັງທີ່ພວກເຂົາຖືກນຳໄປ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ພຣະຜູ້ໄຖ່ຂອງພວກເຂົາຍັງສະເດັດໄປທາງໜ້າພວກເຂົາ ໂດຍນຳພວກເຂົາໄປໃນຕອນກາງເວັນ ແລະ ປະທານແສງສະຫວ່າງໃຫ້ພວກເຂົາໃນຕອນກາງຄືນ, ແລະ ເຮັດທຸກສິ່ງທຸກຢ່າງໃຫ້ແກ່ພວກເຂົາ ຊຶ່ງ ຕາມແບບມະນຸດຈະໄດ້ຮັບ, ພວກເຂົາຍັງເຮັດໃຈແຂງກະດ້າງ ແລະ ເຮັດຈິດໃຈມືດມົນ ແລະ ໝິ່ນປະໝາດໂມເຊ ແລະ ພຣະເຈົ້າອົງທ່ຽງແທ້ ແລະ ຊົງພຣະຊົນຢູ່.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ ທຳລາຍພວກເຂົາຕາມພຣະຄຳຂອງພຣະອົງ ແລະ ຕາມພຣະຄຳຂອງພຣະອົງໄດ້ ນຳພາພວກເຂົາ ແລະ ຕາມຄຳຂອງພຣະອົງໄດ້ກະທຳທຸກສິ່ງທຸກຢ່າງເພື່ອພວກເຂົາ; ແລະ ບໍ່ມີຫຍັງເປັນໄປນອກຈາກຕາມພຣະຄຳຂອງພຣະອົງ.
32 ແລະ ຫລັງຈາກພວກເຂົາຂ້າມແມ່ນ້ຳຈໍແດນແລ້ວ ພຣະອົງໄດ້ເຮັດໃຫ້ພວກເຂົາຍິ່ງໃຫຍ່ຈົນໄດ້ ຂັບໄລ່ລູກຫລານຂອງແຜ່ນດິນໄປ, ແທ້ຈິງແລ້ວ, ຈົນພວກນັ້ນກະຈັດກະຈາຍໄປສູ່ຄວາມພິນາດ.
33 ແລະ ບັດນີ້, ພວກເຈົ້າຄິດບໍ່ວ່າລູກຫລານຂອງແຜ່ນດິນນີ້ ຊຶ່ງຢູ່ໃນແຜ່ນດິນແຫ່ງຄຳສັນຍາ ຊຶ່ງບັນພະບຸລຸດຂອງພວກເຂົາຂັບໄລ່ໄປ, ພວກເຈົ້າຄິດບໍ່ວ່າພວກເຂົາເປັນຄົນຊອບທຳ? ຈົ່ງເບິ່ງ, ເຮົາເວົ້າກັບພວກເຈົ້າວ່າ, ບໍ່ເລີຍ.
34 ພວກເຈົ້າຄິດບໍ່ວ່າບັນພະບຸລຸດຂອງພວກເຮົາຈະເປັນທີ່ໂປດປານຫລາຍກວ່າພວກເຂົາ ຖ້າຫາກພວກເຂົາເປັນຄົນຊອບທຳ? ເຮົາກ່າວກັບພວກເຈົ້າວ່າ, ບໍ່ເລີຍ.
35 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຖືວ່າ ເນື້ອໜັງທັງຫລາຍເປັນອັນດຽວ; ຄົນທີ່ ຊອບທຳຍ່ອມເປັນ ທີ່ໂປດປານຂອງພຣະເຈົ້າ. ແຕ່ຈົ່ງເບິ່ງ, ຜູ້ຄົນພວກນີ້ປະຕິເສດພຣະຄຳຂອງພຣະເຈົ້າທຸກຂໍ້ຄວາມ; ແລະ ພວກເຂົາສຸກໃນຄວາມຊົ່ວຮ້າຍ ແລະ ຄວາມບໍລິບູນແຫ່ງພຣະພິໂລດຂອງພຣະເຈົ້າຢູ່ເໜືອພວກເຂົາແລ້ວ, ແລະ ພຣະຜູ້ເປັນເຈົ້າໄດ້ສາບແຊ່ງແຜ່ນດິນສຳລັບພວກເຂົາ ແລະ ປະທານມັນໃຫ້ແກ່ບັນພະບຸລຸດຂອງພວກເຮົາ; ແທ້ຈິງແລ້ວ, ພຣະອົງໄດ້ສາບແຊ່ງມັນສຳລັບພວກເຂົາຈົນເຖິງຄວາມພິນາດຂອງພວກເຂົາ, ແລະ ພຣະອົງໄດ້ປະທານມັນໃຫ້ແກ່ບັນພະບຸລຸດຂອງພວກເຮົາຈົນເຖິງການມີອຳນາດເໜືອກວ່າມັນ.
36 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ໄດ້ສ້າງ ໂລກເພື່ອໃຫ້ເປັນ ທີ່ຢູ່ອາໄສ; ແລະ ພຣະອົງໄດ້ສ້າງລູກຂອງພຣະອົງເພື່ອພວກເຂົາຈະໄດ້ເປັນເຈົ້າຂອງມັນ.
37 ແລະ ພຣະອົງໄດ້ ຍົກປະຊາຊາດທີ່ຊອບທຳຂຶ້ນ ແລະ ທຳລາຍປະຊາຊາດຂອງຄົນຊົ່ວ.
38 ແລະ ພຣະອົງໄດ້ນຳຄົນຊອບທຳໄປຫາ ແຜ່ນດິນທີ່ມີຄ່າ, ແລະ ພຣະອົງໄດ້ ທຳລາຍຄົນຊົ່ວ, ແລະ ສາບແຊ່ງແຜ່ນດິນສຳລັບຄົນຊົ່ວເພື່ອເຫັນແກ່ພວກເຂົາ.
39 ພຣະອົງໄດ້ປົກຄອງຢູ່ສູງໃນຟ້າສະຫວັນ, ເພາະບ່ອນນັ້ນຄືພຣະທີ່ນັ່ງຂອງພຣະອົງ, ແລະ ແຜ່ນດິນໂລກນີ້ຄື ທີ່ຮອງພຣະບາດຂອງພຣະອົງ.
40 ແລະ ພຣະອົງຮັກຜູ້ທີ່ຮັບຮູ້ພຣະອົງເປັນພຣະເຈົ້າຂອງພວກເຂົາ. ຈົ່ງເບິ່ງ, ພຣະອົງຮັກບັນພະບຸລຸດຂອງພວກເຂົາ, ແລະ ພຣະອົງເຮັດ ພັນທະສັນຍາໄວ້ກັບພວກເຂົາ, ແທ້ຈິງແລ້ວ, ເຖິງແມ່ນກັບອັບຣາຮາມ, ອີຊາກ, ແລະ ຢາໂຄບ; ແລະ ພຣະອົງຈື່ຈຳພັນທະສັນຍາທີ່ໄດ້ກະທຳໄວ້; ດັ່ງນັ້ນ, ພຣະອົງຈຶ່ງໄດ້ນຳພວກເຂົາອອກຈາກແຜ່ນດິນ ເອຢິບ.
41 ແລະ ພຣະອົງໄດ້ຕີສອນພວກເຂົາດ້ວຍໄມ້ແສ້ຂອງພຣະອົງໃນຖິ່ນແຫ້ງແລ້ງກັນດານ ເພາະພວກເຂົາເຮັດ ໃຈແຂງກະດ້າງເຖິງແມ່ນດັ່ງທີ່ພວກເຈົ້າເຮັດຢູ່; ແລະ ພຣະຜູ້ເປັນເຈົ້າໄດ້ຕີສອນພວກເຂົາເພາະຄວາມຊົ່ວຮ້າຍຂອງພວກເຂົາ. ພຣະອົງໄດ້ສົ່ງ ງູພິດບິນພົ່ນໄຟລົງມາເທິງບັນດາພວກເຂົາ; ແລະ ຫລັງຈາກຖືກງູຕອດແລ້ວ ພຣະອົງໄດ້ຕຽມທາງໄວ້ເພື່ອພວກເຂົາຈະໄດ້ຮັບ ການປິ່ນປົວ; ແລະ ວຽກທີ່ພວກເຂົາຕ້ອງເຮັດຄືຫລຽວເບິ່ງ; ແລະ ເພາະຄວາມ ລຽບຂອງທາງ, ຫລື ຄວາມງ່າຍດາຍຂອງມັນ, ຈຶ່ງມີຄົນຕາຍເປັນຈຳນວນຫລວງຫລາຍ.
42 ແລະ ພວກເຂົາໄດ້ເຮັດໃຈແຂງກະດ້າງເປັນບາງຄັ້ງ, ແລະ ພວກເຂົາໄດ້ ໝິ່ນປະໝາດ ໂມເຊກັບພຣະເຈົ້ານຳອີກ; ເຖິງຢ່າງໃດກໍຕາມ, ພວກເຈົ້າຍັງຮູ້ວ່າພວກເຂົາຖືກນຳອອກມາຫາແຜ່ນດິນແຫ່ງຄຳສັນຍາໂດຍອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ.
43 ແລະ ບັດນີ້, ຫລັງຈາກເຫດການທັງໝົດນີ້ແລ້ວ, ເວລາຈະມາເຖິງເມື່ອພວກເຂົາກັບເປັນຄົນຊົ່ວ, ແທ້ຈິງແລ້ວ, ເກືອບສຸກ; ແລະ ເຮົາກໍບໍ່ຮູ້ແຕ່ທຸກວັນນີ້ພວກເຂົາໃກ້ຈະຖືກທຳລາຍແລ້ວ; ເພາະເຮົາຮູ້ວ່າ ວັນນັ້ນຕ້ອງມາເຖິງແນ່ນອນທີ່ພວກເຂົາຈະຕ້ອງຖືກທຳລາຍ, ນອກຈາກບໍ່ເທົ່າໃດຄົນຊຶ່ງຈະຖືກນຳໄປສູ່ການເປັນຊະເລີຍ.
44 ດັ່ງນັ້ນ, ພຣະຜູ້ເປັນເຈົ້າຈຶ່ງ ບັນຊາບິດາຂອງເຮົາວ່າເພິ່ນຄວນອອກມາໃນຖິ່ນແຫ້ງແລ້ງກັນດານ ແລະ ຊາວຢິວກໍພະຍາຍາມທີ່ຈະເອົາຊີວິດຂອງເພິ່ນນຳອີກ; ແທ້ຈິງແລ້ວ, ແລະ ພວກເຈົ້າກໍພະຍາຍາມທີ່ຈະເອົາຊີວິດຂອງເພິ່ນເໝືອນກັນ; ດັ່ງນັ້ນ, ພວກເຈົ້າຈຶ່ງມີໃຈເປັນຄາດຕະກອນ ແລະ ພວກເຈົ້າກໍປຽບເໝືອນດັ່ງຄົນພວກນັ້ນ.
45 ພວກເຈົ້າ ວ່ອງໄວທີ່ສຸດໃນການເຮັດຄວາມຊົ່ວຮ້າຍ ແຕ່ຊັກຊ້າທີ່ຈະລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າໄດ້ເຫັນ ທູດແລ້ວ, ແລະ ເພິ່ນໄດ້ກ່າວກັບພວກເຈົ້າ; ແທ້ຈິງແລ້ວ, ພວກເຈົ້າໄດ້ຍິນສຸລະສຽງຂອງພຣະອົງເປັນບາງຄັ້ງ; ແລະ ພຣະອົງໄດ້ຮັບສັ່ງກັບພວກເຈົ້າດ້ວຍສຽງອັນເບົາໆ, ແຕ່ພວກເຈົ້າມີ ໃຈແຂງເກີນກວ່າທີ່ຈະຮູ້ສຶກ, ພວກເຈົ້າຈຶ່ງຮູ້ສຶກໃນພຣະຄຳຂອງພຣະອົງບໍ່ໄດ້; ດັ່ງນັ້ນ, ພຣະອົງຈຶ່ງຮັບສັ່ງກັບພວກເຈົ້າດ້ວຍສຽງເໝືອນຟ້າຮ້ອງ ຊຶ່ງໄດ້ເຮັດໃຫ້ແຜ່ນດິນສັ່ນສະເທືອນເໝືອນກັບວ່າຈະແຍກອອກຈາກກັນ.
46 ແລະ ພວກເຈົ້າຮູ້ອີກວ່າ ໂດຍ ອຳນາດແຫ່ງຄຳທີ່ຊົງລິດອຳນາດຍິ່ງໃຫຍ່ຂອງພຣະອົງ, ພຣະອົງໄດ້ເຮັດໃຫ້ໂລກສູນສິ້ນໄປໄດ້; ແທ້ຈິງແລ້ວ, ແລະ ພວກເຈົ້າຮູ້ວ່າ ໂດຍພຣະຄຳຂອງພຣະອົງ, ພຣະອົງໄດ້ເຮັດໃຫ້ບ່ອນຫລຸບໂນນກາຍເປັນບ່ອນຮາບພຽງໄດ້, ແລະ ເຮັດໃຫ້ບ່ອນຮາບພຽງແຕກຄຸຄະໄດ້. ໂອ້, ແລ້ວດ້ວຍເຫດໃດ ພວກເຈົ້າຈຶ່ງມີໃຈແຂງກະດ້າງເຊັ່ນນັ້ນໄດ້?
47 ຈົ່ງເບິ່ງ, ຈິດວິນຍານຂອງເຮົາສີກຂາດດ້ວຍຄວາມເຈັບປວດເພາະພວກເຈົ້າ, ແລະ ໃຈຂອງເຮົາເຈັບປວດເພາະເຮົາຢ້ານວ່າ ພວກເຈົ້າຈະຖືກປະຖິ້ມຕະຫລອດການ; ຈົ່ງເບິ່ງ, ເຮົາ ເຕັມໄປດ້ວຍພຣະວິນຍານຂອງພຣະເຈົ້າ, ເຖິງຂະໜາດທີ່ຮ່າງກາຍຂອງເຮົາ ໝົດກຳລັງ.
48 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າໄດ້ເວົ້າຂໍ້ຄວາມນີ້ແລ້ວ ພວກເຂົາກໍໃຈຮ້າຍໃຫ້ຂ້າພະເຈົ້າ ແລະ ປາດຖະໜາທີ່ຈະໂຍນຂ້າພະເຈົ້າລົງໄປໃນຄວາມເລິກຂອງທະເລ; ແລະ ເມື່ອພວກເຂົາເຂົ້າມາຫວັງທີ່ຈະຈັບຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າກັບພວກເຂົາ, ມີຄວາມວ່າ: ໃນພຣະນາມຂອງພຣະເຈົ້າ ຜູ້ຊົງລິດອຳນາດຍິ່ງໃຫຍ່, ເຮົາບັນຊາພວກເຈົ້າວ່າ ຢ່າໄດ້ ແຕະຕ້ອງເຮົາເປັນເດັດຂາດ ເພາະເຮົາເຕັມໄປດ້ວຍ ອຳນາດຂອງພຣະເຈົ້າເຖິງຂະໜາດເກືອບຈະໄໝ້ເນື້ອໜັງຂອງເຮົາ ແລະ ຜູ້ໃດທີ່ເອົາມືມາແຕະຕ້ອງເຮົາ ຜູ້ນັ້ນຈະ ຫ່ຽວແຫ້ງໄປຄືກັນກັບຕົ້ນອໍ້ແຫ້ງ; ແລະ ຜູ້ນັ້ນຈະສູນສິ້ນໄປຕໍ່ອຳນາດຂອງພຣະເຈົ້າ ເພາະພຣະເຈົ້າຈະລົງທັນຜູ້ນັ້ນ.
49 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບພວກເຂົາວ່າ ບໍ່ໃຫ້ຈົ່ມໃຫ້ບິດາຂອງພວກເຂົາອີກຕໍ່ໄປ; ທັງຈະບໍ່ປະຕິເສດວຽກງານທີ່ຂ້າພະເຈົ້າໃຫ້ເຮັດ, ເພາະວ່າພຣະເຈົ້າໄດ້ບັນຊາຂ້າພະເຈົ້າໃຫ້ສ້າງເຮືອລຳໜຶ່ງ.
50 ແລະ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ: ຖ້າຫາກພຣະເຈົ້າບັນຊາຂ້າພະເຈົ້າໃຫ້ເຮັດສິ່ງໃດກໍຕາມ ຂ້າພະເຈົ້າຍ່ອມເຮັດໄດ້ ຖ້າຫາກພຣະອົງໄດ້ບັນຊາຂ້າພະເຈົ້າໃຫ້ເວົ້າກັບນ້ຳນີ້ວ່າ ຈົ່ງເປັນແຜ່ນດິນ ມັນກໍຈະເປັນແຜ່ນດິນ, ແລະ ຖ້າຫາກ ຂ້າພະເຈົ້າຈະກ່າວແນວໃດ ມັນຈະເປັນໄປຕາມນັ້ນ.
51 ແລະ ບັດນີ້, ຖ້າຫາກພຣະຜູ້ເປັນເຈົ້າມີອຳນາດຍິ່ງໃຫຍ່ເຊັ່ນນັ້ນ, ແລະ ໄດ້ກະທຳສິ່ງມະຫັດສະຈັນຫລາຍຕໍ່ຫລາຍຢ່າງໃນບັນດາລູກຫລານມະນຸດ, ແລ້ວເປັນຫຍັງພຣະອົງຈະ ແນະນຳຂ້າພະເຈົ້າໃຫ້ສ້າງເຮືອລຳໜຶ່ງບໍ່ໄດ້?
52 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າຫລາຍເລື່ອງກັບພວກອ້າຍຂອງຂ້າພະເຈົ້າ, ເຖິງຂະໜາດທີ່ພວກເຂົາອັບອາຍ ແລະ ໂຕ້ຕອບຂ້າພະເຈົ້າບໍ່ໄດ້ ທັງບໍ່ກ້າຈັບຂ້າພະເຈົ້າ ຫລື ແຕະຕ້ອງຂ້າພະເຈົ້າດ້ວຍນິ້ວມືເລີຍ, ເຖິງແມ່ນເປັນເວລາຫລາຍມື້ແລ້ວພວກເຂົາກໍຍັງບໍ່ກ້າເຮັດຢ່າງນັ້ນ ເພາະຢ້ານວ່າຕົນຈະຫ່ຽວແຫ້ງໄປຕໍ່ໜ້າຂ້າພະເຈົ້າ. ພຣະວິນຍານຂອງພຣະເຈົ້າມີອຳນາດເຊັ່ນນັ້ນ ແລະ ໄດ້ກະທຳກັບພວກເຂົາດັ່ງນັ້ນ.
53 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ: ຢຽດມືຊື່ອອກໄປຫາພວກອ້າຍຂອງເຈົ້າອີກ, ແລະ ພວກເຂົາຈະບໍ່ຫ່ຽວແຫ້ງໄປຕໍ່ໜ້າເຈົ້າ, ແຕ່ເຮົາຈະເຮັດໃຫ້ພວກເຂົາສະດຸ້ງຕື່ນ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ເຮົາຈະກະທຳການນີ້ເພື່ອພວກເຂົາຈະໄດ້ຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
54 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເດ່ມືອອກໄປຫາພວກອ້າຍຂອງຂ້າພະເຈົ້າ, ແລະ ພວກເຂົາບໍ່ໄດ້ຫ່ຽວແຫ້ງໄປຕໍ່ໜ້າຂ້າພະເຈົ້າ, ແຕ່ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ພວກເຂົາຕົວສັ່ນເຖິງແມ່ນເປັນດັ່ງພຣະຄຳທີ່ພຣະຜູ້ເປັນເຈົ້າຮັບສັ່ງໄວ້.
55 ແລະ ບັດນີ້, ພວກເຂົາໄດ້ເວົ້າວ່າ: ພວກເຮົາຮູ້ເຖິງຄວາມແນ່ນອນວ່າ ພຣະຜູ້ເປັນເຈົ້າສະຖິດຢູ່ກັບເຈົ້າ, ເພາະວ່າພວກເຮົາຮູ້ວ່າ ມັນເປັນອຳນາດຂອງພຣະຜູ້ເປັນເຈົ້າທີ່ເຮັດໃຫ້ຕົວພວກເຮົາສັ່ນ. ແລະ ພວກເຂົາຊຸດຕົວລົງຕໍ່ໜ້າຂ້າພະເຈົ້າ ແລະ ກຳລັງຈະ ກາບໄຫວ້ຂ້າພະເຈົ້າ, ແຕ່ຂ້າພະເຈົ້າບໍ່ຍອມໃຫ້ພວກເຂົາເຮັດ, ໂດຍກ່າວວ່າ: ເຮົາເປັນນ້ອງຂອງພວກເຈົ້າ, ແທ້ຈິງແລ້ວ, ແມ່ນເປັນນ້ອງຊາຍຂອງພວກເຈົ້າ; ດັ່ງນັ້ນ, ຈົ່ງນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າພຸ້ນ, ແລະ ຈົ່ງນັບຖືບິດາມານດາຂອງພວກເຈົ້າເພື່ອ ວັນເວລາຂອງພວກເຈົ້າຈະຍືນຍົງຢູ່ໃນແຜ່ນດິນ ຊຶ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າຈະປະທານໃຫ້.