ບົດທີ 21
ພຣະເມຊີອາຈະເປັນແສງສະຫວ່າງໃຫ້ແກ່ຄົນຕ່າງຊາດ ແລະ ຈະປ່ອຍນັກໂທດເປັນອິດສະລະ—ອິດສະຣາເອນຈະເຕົ້າໂຮມກັນໂດຍອຳນາດໃນຍຸກສຸດທ້າຍ—ກະສັດຈະເປັນພໍ່ລ້ຽງຂອງພວກເຂົາ—ປຽບທຽບກັບ ເອຊາຢາ 49. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ອີກເທື່ອໜຶ່ງ: ຈົ່ງເຊື່ອຟັງ, ໂອ້ ທ່ານຜູ້ເປັນເຊື້ອສາຍອິດສະຣາເອນ, ທ່ານທຸກຄົນທີ່ແຕກອອກມາ ແລະ ຖືກຂັບໄລ່ໄປເພາະຄວາມຊົ່ວຮ້າຍຂອງພວກນັກທຳຂອງຜູ້ຄົນຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ທ່ານທຸກຄົນທີ່ແຕກອອກມາ ແລະ ກະຈັດກະຈາຍໄປຕ່າງຖິ່ນຖານ ຜູ້ທີ່ເປັນຄົນຂອງຂ້າພະເຈົ້າ, ໂອ້ ເຊື້ອສາຍອິດສະຣາເອນເອີຍ. ຈົ່ງຟັງ, ໂອ້ ເກາະເອີຍ, ຈົ່ງຟັງຂ້າພະເຈົ້າ, ແລະ ຈົ່ງເຊື່ອຟັງຄົນຂອງທ່ານຜູ້ທີ່ຢູ່ ໄກ; ພຣະເຈົ້າໄດ້ເອີ້ນຂ້າພະເຈົ້າຕັ້ງແຕ່ຂ້າພະເຈົ້າຢູ່ໃນທ້ອງ; ພຣະອົງໄດ້ບົ່ງຊື່ຂອງຂ້າພະເຈົ້າຕັ້ງແຕ່ຂ້າພະເຈົ້າຢູ່ໃນອຸທອນແມ່ຂອງຂ້າພະເຈົ້າ.
2 ແລະ ພຣະອົງໄດ້ເຮັດໃຫ້ປາກຂອງຂ້າພະເຈົ້າເປັນຄືກັນກັບດາບທີ່ແຫລມຄົມ; ພຣະອົງໄດ້ເຊື່ອງຂ້າພະເຈົ້າໃນຮົ່ມພຣະຫັດຂອງພຣະອົງ, ແລະ ໄດ້ເຮັດໃຫ້ຂ້າພະເຈົ້າເປັນລູກສອນທີ່ເຫລື້ອມເປັນເງົາ;
3 ແລະ ໄດ້ກ່າວກັບຂ້າພະເຈົ້າວ່າ: ເຈົ້າຄືຜູ້ ຮັບໃຊ້ຂອງເຮົາ, ໂອ້ ອິດສະຣາເອນເອີຍ, ໃນເຈົ້າເຮົາຈະໄດ້ຮັບກຽດຕິຍົດ.
4 ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເວົ້າວ່າ ຂ້າພະເຈົ້າໄດ້ອອກແຮງງານໂດຍບໍ່ມີປະໂຫຍດ; ຂ້າພະເຈົ້າໄດ້ເປືອງແຮງຂອງຂ້າພະເຈົ້າລ້າໆ ແລະ ບໍ່ມີປະໂຫຍດ; ແຕ່ແນ່ນອນ ຄວາມຍຸດຕິທຳອັນຄວນຕົກແກ່ຂ້າພະເຈົ້າຢູ່ກັບພຣະຜູ້ເປັນເຈົ້າ, ແລະ ຄ່າຕອບແທນຂອງຂ້າພະເຈົ້ານັ້ນຢູ່ກັບພຣະເຈົ້າຂອງຂ້າພະເຈົ້າ.
5 ແລະ ບັດນີ້, ພຣະຜູ້ເປັນເຈົ້າໄດ້ກ່າວ—ຜູ້ ປັ້ນຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງເພື່ອຂ້າພະເຈົ້າຈະໄດ້ເປັນຜູ້ຮັບໃຊ້ຂອງພຣະອົງ ເພື່ອຈະນຳຢາໂຄບມາຫາພຣະອົງ—ເຖິງແມ່ນອິດສະຣາເອນບໍ່ໄດ້ມາຮ່ວມກັນ, ຂ້າພະເຈົ້າກໍຍັງຈະມີກຽດໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ, ແລະ ພຣະເຈົ້າຂອງຂ້າພະເຈົ້າຈະເປັນກຳລັງໃຫ້ຂ້າພະເຈົ້າ.
6 ແລະ ພຣະອົງກ່າວວ່າ: ມັນເປັນການເລັກໜ້ອຍທີ່ເຈົ້າຈະເປັນຜູ້ຮັບໃຊ້ຂອງເຮົາ ເພື່ອສະຖາປະນາ ເຜົ່າຕ່າງໆຂອງຢາໂຄບ ແລະ ເພື່ອນຳຊາວອິດສະຣາເອນທີ່ເກັບຮັກສາໄວ້ກັບຄືນມາ ແລະ ເຮົາຈະໃຫ້ເຈົ້າເປັນ ແສງສະຫວ່າງແກ່ ຄົນຕ່າງຊາດນຳອີກ, ເພື່ອເຈົ້າຈະໄດ້ເປັນຄວາມລອດຂອງເຮົາທີ່ໃຫ້ແກ່ທີ່ສຸດຂອງແຜ່ນດິນໂລກ.
7 ພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງອິດສະຣາເອນ, ພຣະຜູ້ບໍລິສຸດຂອງພຣະອົງໄດ້ກ່າວດັ່ງນີ້, ພຣະອົງຜູ້ທີ່ມະນຸດໝິ່ນປະໝາດ, ຕໍ່ພຣະອົງຜູ້ທີ່ປະຊາຊາດລັງກຽດ, ຕໍ່ຜູ້ຮັບໃຊ້ຂອງຜູ້ປົກຄອງ: ກະສັດຈະເຫັນ ແລະ ລຸກຂຶ້ນ, ເຈົ້າຊາຍຈະນະມັດສະການເຊັ່ນກັນ, ເພາະພຣະຜູ້ເປັນເຈົ້າຜູ້ຊື່ສັດ.
8 ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ໃນເວລາໂປດປານ ເຮົາໄດ້ຍິນເຈົ້າ, ໂອ້ ເກາະໃນທະເລ ແລະ ໃນວັນແຫ່ງຄວາມລອດ ເຮົາໄດ້ຊ່ວຍເຈົ້າ ແລະ ເຮົາຈະຮັກສາເຈົ້າ; ແລະ ມອບ ຜູ້ຮັບໃຊ້ຂອງເຮົາໃຫ້ແກ່ເຈົ້າ ເພື່ອເປັນພັນທະສັນຍາຂອງຜູ້ຄົນ ເພື່ອສະຖາປະນາແຜ່ນດິນໂລກ ເພື່ອໃຫ້ໄດ້ຮັບມູນມໍລະດົກທີ່ຮ້າງວ່າງເປົ່າ;
9 ເພື່ອເຈົ້າຈະກ່າວກັບ ນັກໂທດວ່າ: ຈົ່ງອອກໄປ; ກັບຜູ້ທີ່ນັ່ງຢູ່ໃນ ຄວາມມືດວ່າ: ຈົ່ງສະແດງຕົວຂອງເຈົ້າ ເຂົາຈະມີອາຫານການກິນຕາມທາງ ແລະ ບ່ອນສູງທຸກແຫ່ງຈະເປັນ ບ່ອນຫາກິນຂອງເຂົາ.
10 ເຂົາຈະບໍ່ຫິວເຂົ້າ ແລະ ບໍ່ກະຫາຍນ້ຳ, ຄວາມຮ້ອນ ແລະ ແສງແດດຈະບໍ່ເຜົາໄຫມ້ເຂົາ ເພາະພຣະອົງໄດ້ເມດຕາເຂົາ, ແລະ ຈະນຳເຂົາໄປເຖິງແມ່ນຕາມແຫລ່ງນ້ຳ ພຣະອົງກໍຈະນຳເຂົາໄປ.
11 ແລະ ເຮົາຈະເຮັດໃຫ້ພູເຂົາທັງໝົດຂອງເຮົາເປັນທາງ ແລະ ທາງຫລວງຂອງເຮົາສູງຂຶ້ນ.
12 ແລະ ເມື່ອນັ້ນ ໂອ້ ເຊື້ອສາຍອິດສະຣາເອນເອີຍ, ຈົ່ງເບິ່ງ, ຄົນເຫລົ່ານີ້ ຈະມາຈາກທາງໄກ ແລະ ບາງຈຳພວກຈະມາຈາກທາງເໜືອ ແລະ ຈາກທາງຕາເວັນຕົກ ແລະ ບາງຈຳພວກຈະມາຈາກແຜ່ນດິນຊີນີມ.
13 ໂອ້ ຟ້າສະຫວັນ, ຈົ່ງ ຮ້ອງເພງເຖີດ; ໂອ້ ແຜ່ນດິນ, ຈົ່ງປິຕິຍິນດີເຖີດ; ເພາະຕີນຂອງຄົນທີ່ຢູ່ທາງຕາເວັນອອກຈະມີບ່ອນຮັບຮອງ; ແລະ ໂອ້ ພູເຂົາຈົ່ງເປັ່ງສຽງຮ້ອງເພງເຖີດ ເພາະເຂົາຈະບໍ່ຖືກລົງທັນອີກຕໍ່ໄປ; ເພາະພຣະເຈົ້າປອບໂຍນຜູ້ຄົນຂອງພຣະອົງແລ້ວ ແລະ ຈະເມດຕາຄົນຂອງພຣະອົງຜູ້ທີ່ເປັນທຸກ.
14 ແຕ່ຈົ່ງເບິ່ງ, ຊີໂອນກ່າວວ່າ: ພຣະຜູ້ເປັນເຈົ້າຄົງປະປ່ອຍຂ້ານ້ອຍແລ້ວ, ແລະ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ຄົງລືມຂ້ານ້ອຍແລ້ວ—ແຕ່ພຣະອົງຈະສະແດງວ່າ ພຣະອົງຈະບໍ່ກະທຳເຊັ່ນນັ້ນ.
15 ຜູ້ຍິງຈະລືມລູກທີ່ຍັງກິນນົມຂອງນາງ ແລະ ຈະບໍ່ມີເມດຕາສົງສານລູກທີ່ເກີດຈາກອຸທອນຂອງນາງບໍ? ແທ້ຈິງແລ້ວ, ນາງອາດ ລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ, ໂອ້ ເຊື້ອສາຍອິດສະຣາເອນ.
16 ຈົ່ງເບິ່ງ, ເຮົາຈາລຶກເຈົ້າໄວ້ໃນ ຝາມືຂອງເຮົາ; ກຳແພງເມືອງຂອງເຈົ້າຢູ່ຕໍ່ໜ້າເຮົາຕະຫລອດເວລາ.
17 ລູກຫລານຂອງເຈົ້າຈະຟ້າວຕໍ່ຕ້ານຜູ້ທຳລາຍເຈົ້າ; ແລະ ຜູ້ທີ່ເຮັດໃຫ້ເຈົ້າ ເສຍຫາຍຈະໄປຈາກເຈົ້າ.
18 ຈົ່ງຫລຽວເບິ່ງອ້ອມຮອບຄົນທັງໝົດນີ້ມາ ລວມກັນ ແລະ ເຂົາຈະມາຫາເຈົ້າ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຈົ້າຈະໄດ້ເຂົາທຸກຄົນມາເປັນເຄື່ອງນຸ່ງຫົ່ມຂອງເຈົ້າເໝືອນກັບເຄື່ອງປະດັບ ແລະ ຜູກມັດໄວ້ເໝືອນດັ່ງເຈົ້າສາວສັນນັ້ນ.
19 ເພາະບ່ອນທີ່ບໍ່ມີປະໂຫຍດ ແລະ ບ່ອນທີ່ແຫ້ງແລ້ງ, ແລະ ແຜ່ນດິນແຫ່ງຄວາມພິນາດຂອງເຈົ້າຈົນກະທັ້ງບັດນີ້ຈະແຄບເກີນໄປ ເພາະດ້ວຍຜູ້ອາໄສ; ແລະ ພວກທີ່ກືນກິນເຈົ້າຈະຫ່າງໄກໄປຈາກເຈົ້າ.
20 ລູກຫລານທີ່ເຈົ້າຈະມີຫລັງຈາກເຈົ້າສູນເສຍພວກທຳອິດໄປຈະເວົ້າເຂົ້າຫູຂອງເຈົ້າວ່າ: ບ່ອນນີ້ ແຄບເກີນໄປສຳລັບລູກ; ຈົ່ງຫາບ່ອນໃໝ່ໃຫ້ລູກຢູ່ເຖີດ.
21 ເມື່ອນັ້ນ ເຈົ້າຈະກ່າວຢູ່ໃນໃຈວ່າ: ແມ່ນໃຜໜໍເກີດຄົນເຫລົ່ານີ້ໃຫ້ເຮົາ, ເມື່ອເຫັນເຮົາສູນເສຍລູກຫລານຂອງເຮົາໄປ, ແລະ ເຮົາເປັນຜູ້ ສູນເສຍທຸກສິ່ງ, ເປັນຊະເລີຍ ແລະ ຍົກຍ້າຍໄປມາ? ແມ່ນຜູ້ໃດໜໍລ້ຽງດູຄົນເຫລົ່ານີ້? ຈົ່ງເບິ່ງ ເຮົາຖືກປະຖິ້ມໄວ້ຕາມລຳພັງ ຄົນເຫລົ່ານີ້ໄປຢູ່ບ່ອນໃດມາ?
22 ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ຈົ່ງເບິ່ງ, ເຮົາຈະຍົກມືກວັກ ຄົນຕ່າງຊາດ ແລະ ຍົກ ສັນຍານຂອງເຮົາຕໍ່ຜູ້ຄົນ; ແລະ ເຂົາຈະອູ້ມລູກຊາຍຂອງເຈົ້າມາໃນອ້ອມ ແຂນຂອງເຂົາ, ແລະ ສ່ວນລູກສາວຂອງເຈົ້ານັ້ນ ເຂົາຈະໃສ່ບ່າແບກມາ.
23 ແລະ ກະສັດຈະເປັນ ພໍ່ລ້ຽງຂອງເຈົ້າ ແລະ ລາຊີນີທັງຫລາຍຈະເປັນແມ່ລ້ຽງຂອງເຈົ້າ; ເຂົາເຫລົ່ານັ້ນຈະກົ້ມໜ້າລົງເຖິງດິນກາບເຈົ້າ, ເຂົາຈະເລຍຂີ້ຝຸ່ນທີ່ຕີນຂອງເຈົ້າ; ແລ້ວເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ; ຜູ້ທີ່ ລໍຄອຍເຮົາຈະບໍ່ປະສົບຄວາມອາຍ.
24 ຈະເອົາເຫຍື່ອໄປຈາກຜູ້ທີ່ມີກຳລັງ ຫລື ຈະຊ່ວຍ ຊະເລີຍຂອງຜູ້ຊະນະໃຫ້ພົ້ນໄດ້ບໍ?
25 ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ເຖິງແມ່ນຊະເລີຍຂອງຄົນທີ່ຍິ່ງໃຫຍ່ກໍຈະຖືກເອົາໄປ, ແລະ ເຫຍື່ອຂອງຄົນທີ່ຫ້ຽມໂຫດກໍຈະຖືກຊ່ວຍໃຫ້ພົ້ນ; ເພາະເຮົາຈະຕໍ່ສູ້ກັບຜູ້ທີ່ຕໍ່ສູ້ເຈົ້າ, ແລະ ເຮົາຈະຊ່ວຍລູກຫລານຂອງເຈົ້າໃຫ້ລອດ.
26 ແລະ ເຮົາຈະ ໃຫ້ຜູ້ບີບບັງຄັບເຈົ້າກິນເນື້ອຂອງຕົນເອງ; ແລະ ເຂົາຈະເມົາເລືອດຂອງເຂົາເອງເໝືອນເມົາເຫລົ້າອະງຸ່ນ; ແລະ ມະນຸດທັງປວງຈະ ຮູ້ວ່າເຮົາ, ພຣະຜູ້ເປັນເຈົ້າ, ຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຈົ້າ, ແລະ ພຣະຜູ້ມີລິດທານຸພາບຂອງຢາໂຄບ.