ບົດທີ 2
ລີໄຮອອກເດີນທາງພ້ອມດ້ວຍຄອບຄົວເຂົ້າໄປໃນຖິ່ນແຫ້ງແລ້ງກັນດານທີ່ຢູ່ຝັ່ງທະເລແດງ—ເຂົາເຈົ້າໄດ້ປະຖິ້ມຊັບສົມບັດຂອງເຂົາເຈົ້າ—ລີໄຮໄດ້ຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ ແລະ ສິດສອນລູກຊາຍຂອງເພິ່ນ ໃຫ້ຮັກສາພຣະບັນຍັດ—ເລມັນກັບເລມູເອນຈົ່ມໃຫ້ບິດາຂອງຕົນ—ນີໄຟເຊື່ອຟັງ ແລະ ອະທິຖານໃນສັດທາ; ພຣະຜູ້ເປັນເຈົ້າສັ່ງກັບນີໄຟ, ແລະ ລາວໄດ້ຖືກເລືອກໃຫ້ເປັນຜູ້ປົກຄອງພວກອ້າຍຂອງລາວ. ປະມານ 600 ປີ ກ່ອນ ຄ.ສ.
1 ເພາະຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ບັນຊາບິດາຂອງຂ້າພະເຈົ້າ, ແທ້ຈິງແລ້ວ, ແມ່ນຢູ່ໃນຄວາມຝັນ ແລະ ກ່າວກັບເພິ່ນວ່າ: ເຈົ້າເປັນສຸກແລ້ວລີໄຮເພາະສິ່ງທີ່ເຈົ້າກະທຳໄວ້, ແລະ ເພາະເຈົ້າຊື່ສັດ ແລະ ປະກາດກັບຜູ້ຄົນພວກນີ້ ເຖິງເລື່ອງທີ່ເຮົາສັ່ງເຈົ້າ, ຈົ່ງເບິ່ງ, ພວກເຂົາພະຍາຍາມຈະ ເອົາຊີວິດຂອງເຈົ້າ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າ ໄດ້ບັນຊາບິດາຂອງຂ້າພະເຈົ້າຢູ່ໃນ ຄວາມຝັນວ່າ ເພິ່ນຄວນ ນຳຄອບຄົວຂອງເພິ່ນອອກໄປໃນຖິ່ນແຫ້ງແລ້ງກັນດານ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນເປັນຄົນ ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ເພິ່ນຈຶ່ງເຮັດຕາມພຣະຄຳທີ່ພຣະອົງບັນຊາເພິ່ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານ. ແລະ ເພິ່ນໄດ້ປະຖິ້ມເຮືອນຊານ ແລະ ແຜ່ນດິນຊຶ່ງເປັນມູນມໍລະດົກຂອງເພິ່ນ, ແລະ ຄຳຂອງເພິ່ນ, ແລະ ເງິນຂອງເພິ່ນ, ແລະ ຂອງມີຄ່າຂອງເພິ່ນ, ແລະ ບໍ່ໄດ້ເອົາສິ່ງໃດໄປກັບເພິ່ນເລີຍ, ນອກຈາກຄອບຄົວ, ແລະ ສະບຽງອາຫານ, ແລະ ຜ້າເຕັນ, ແລະ ອອກໄປໃນຖິ່ນແຫ້ງແລ້ງກັນດານ.
5 ແລະ ເພິ່ນລົງມາເຖິງຊາຍແດນໃກ້ຝັ່ງ ທະເລແດງ; ແລະ ເພິ່ນເດີນທາງໃນຖິ່ນແຫ້ງແລ້ງກັນດານໃນຊາຍແດນ ຊຶ່ງຢູ່ໃກ້ທະເລແດງເຂົ້າໄປອີກ; ແລະ ເພິ່ນໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານກັບຄອບຄົວຂອງເພິ່ນທີ່ມີຊາໄຣຢາ, ມານດາຂອງຂ້າພະເຈົ້າ, ແລະ ພວກອ້າຍຂອງຂ້າພະເຈົ້າຄື ເລມັນ, ເລມູເອນ, ແລະ ແຊມ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເພິ່ນເດີນທາງໃນຖິ່ນແຫ້ງແລ້ງກັນດານໄດ້ສາມມື້, ເພິ່ນໄດ້ຕັ້ງຜ້າເຕັນຂອງເພິ່ນຂຶ້ນໃນ ຮ່ອມພູທີ່ຢູ່ແຄມຝັ່ງຂອງແມ່ນ້ຳສາຍໜຶ່ງ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສ້າງ ແທ່ນບູຊາດ້ວຍ ຫີນ, ແລະ ທຳການຖວາຍເຄື່ອງບູຊາ ແດ່ພຣະຜູ້ເປັນເຈົ້າ, ແລະ ຖວາຍຄວາມ ຂອບພຣະຄຸນແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນຕັ້ງຊື່ແມ່ນ້ຳນັ້ນວ່າ ເລມັນ, ແລະ ມັນໄຫລລົງສູ່ທະເລແດງ, ແລະ ຮ່ອມພູຢູ່ໃນຊາຍແດນໃກ້ປາກແມ່ນ້ຳສາຍນັ້ນ.
9 ແລະ ເມື່ອບິດາຂອງຂ້າພະເຈົ້າເຫັນວ່າ ແມ່ນ້ຳໄຫລລົງໄປສູ່ອ່າງນ້ຳທະເລແດງ, ເພິ່ນຈຶ່ງເວົ້າກັບເລມັນມີຄວາມວ່າ: ໂອ້ ຂໍໃຫ້ລູກຈົ່ງເປັນຄືກັນກັບແມ່ນ້ຳສາຍນີ້ ຊຶ່ງໄຫລໄປຫາອ່າງນ້ຳແຫ່ງຄວາມຊອບທຳທັງປວງຕະຫລອດເວລາດ້ວຍເທີ້ນ!
10 ແລະ ເພິ່ນເວົ້າກັບເລມູເອນອີກວ່າ: ໂອ້ ຂໍໃຫ້ລູກຈົ່ງເປັນເໝືອນດັ່ງຮ່ອມພູນີ້, ຊຶ່ງໝັ້ນຄົງ ແລະ ແນ່ວແນ່, ແລະ ບໍ່ຫວັ່ນໄຫວໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ!
11 ບັດນີ້ເພິ່ນເວົ້າເຊັ່ນນີ້ ເພາະຄວາມແຂງຄໍຂອງເລມັນກັບເລມູເອນ; ເພາະຈົ່ງເບິ່ງ ພວກເຂົາໄດ້ ຈົ່ມໃຫ້ ບິດາຂອງພວກເຂົາຫລາຍສິ່ງຫລາຍຢ່າງ, ເພາະເພິ່ນເປັນຄົນເຫັນ ພາບນິມິດ, ແລະ ພາພວກເຂົາອອກຈາກເຢຣູຊາເລັມ, ແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ, ແລະ ຈາກຄຳຂອງພວກເຂົາ, ແລະ ເງິນຂອງພວກເຂົາ, ແລະ ຂອງມີຄ່າຂອງພວກເຂົາໃຫ້ມາຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານ. ແລະ ການນີ້ຄົນທັງສອງກ່າວວ່າ ເພິ່ນກະທຳໄປດ້ວຍຄວາມຄິດຝັນອັນໂງ່ຈ້າທີ່ເກີດຂຶ້ນໃນໃຈຂອງເພິ່ນເອງ.
12 ແລະ ເຖິງແມ່ນວ່າເລມັນກັບເລມູເອນເປັນອ້າຍໃຫຍ່ກໍຕາມ, ແຕ່ພວກເຂົາໄດ້ຈົ່ມໃຫ້ບິດາຂອງຕົນ. ແລະ ພວກເຂົາໄດ້ຈົ່ມເພາະ ບໍ່ຮູ້ການກະທຳຂອງພຣະເຈົ້າອົງນັ້ນຜູ້ສ້າງພວກເຂົາ.
13 ພວກເຂົາທັງບໍ່ເຊື່ອວ່າເຢຣູຊາເລັມ, ມະຫານະຄອນທີ່ຍິ່ງໃຫຍ່, ຈະ ຖືກທຳລາຍໄດ້ຕາມຄຳເວົ້າຂອງສາດສະດາ. ແລະ ພວກເຂົາເປັນເໝືອນດັ່ງຊາວຢິວຜູ້ຢູ່ໃນເຢຣູຊາເລັມ, ທີ່ພະຍາຍາມຈະເອົາຊີວິດຂອງບິດາຂອງຂ້າພະເຈົ້າໄປ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ບິດາຂອງຂ້າພະເຈົ້າໄດ້ເວົ້າກັບພວກເຂົາໃນຮ່ອມພູເລມູເອນ, ດ້ວຍ ພະລັງ, ໂດຍທີ່ເພິ່ນເຕັມໄປດ້ວຍພຣະວິນຍານ, ຈົນຮ່າງກາຍຂອງພວກເຂົາ ສັ່ນຢູ່ຕໍ່ໜ້າເພິ່ນ. ແລະ ເພິ່ນໄດ້ເຮັດໃຫ້ພວກເຂົາອັບອາຍຈົນພວກເຂົາບໍ່ກ້າຕໍ່ວ່າເພິ່ນ; ດັ່ງນັ້ນ, ພວກເຂົາຈຶ່ງເຮັດຕາມທີ່ເພິ່ນບັນຊາ.
15 ແລະ ບິດາຂອງຂ້າພະເຈົ້າອາໄສຢູ່ໃນຜ້າເຕັນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໂດຍທີ່ມີອາຍຸໜ້ອຍຢູ່, ແຕ່ວ່າມີຮ່າງກາຍສູງໃຫຍ່ ແລະ ມີຄວາມປາດຖະໜາອັນແຮງກ້າຢາກຮູ້ຈັກ ຄວາມລຶກລັບຂອງພຣະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ; ແລະ ຈົ່ງເບິ່ງ ພຣະອົງໄດ້ ສະເດັດມາຫາຂ້າພະເຈົ້າ, ແລະ ເຮັດໃຫ້ໃຈຂອງຂ້າພະເຈົ້າ ອ່ອນລົງຈົນວ່າຂ້າພະເຈົ້າ ເຊື່ອຄຳເວົ້າທີ່ ບິດາຂອງຂ້າພະເຈົ້າເວົ້າມາທັງໝົດ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງບໍ່ໄດ້ກະບົດຕໍ່ເພິ່ນ ເໝືອນດັ່ງພວກອ້າຍຂອງຂ້າພະເຈົ້າ.
17 ແລະ ຂ້າພະເຈົ້າໄດ້ເວົ້າກັບແຊມເພື່ອເຮັດໃຫ້ລາວຮູ້ຈັກເລື່ອງທີ່ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ປະຈັກແກ່ຂ້າພະເຈົ້າດ້ວຍພຣະວິນຍານສັກສິດຂອງພຣະອົງ. ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວເຊື່ອໃນຄຳເວົ້າຂອງຂ້າພະເຈົ້າ.
18 ແຕ່ຈົ່ງເບິ່ງ ເລມັນກັບເລມູເອນບໍ່ເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າ; ແລະ ດ້ວຍ ຄວາມໂສກເສົ້າເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ຂ້າພະເຈົ້າຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າເພື່ອພວກເຂົາ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າຮັບສັ່ງກັບຂ້າພະເຈົ້າ, ມີຄວາມວ່າ: ເຈົ້າເປັນສຸກແລ້ວນີໄຟເພາະ ສັດທາຂອງເຈົ້າ, ເພາະເຈົ້າສະແຫວງຫາເຮົາຢ່າງພາກພຽນ, ດ້ວຍຄວາມຕ່ຳຕ້ອຍໃນໃຈ.
20 ແລະ ຕາບໃດທີ່ເຈົ້າຈະຮັກສາບັນຍັດຂອງເຮົາ, ເຈົ້າຈະ ຮຸ່ງເຮືອງ, ແລະ ຈະຖືກພາໄປຫາ ແຜ່ນດິນແຫ່ງຄຳສັນຍາ; ແທ້ຈິງແລ້ວ, ແມ່ນແຜ່ນດິນທີ່ເຮົາຕຽມໄວ້ໃຫ້ເຈົ້າ; ແທ້ຈິງແລ້ວ, ແມ່ນແຜ່ນດິນທີ່ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ.
21 ແລະ ຕາບໃດທີ່ພວກອ້າຍຂອງເຈົ້າຍັງກະບົດຕໍ່ເຈົ້າ, ພວກເຂົາຈະຖືກ ຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ.
22 ແລະ ຕາບໃດທີ່ເຈົ້າຍັງຮັກສາບັນຍັດຂອງເຮົາ, ເຈົ້າຈະຖືກກະທຳໃຫ້ເປັນ ຜູ້ປົກຄອງ ແລະ ຜູ້ສອນພວກອ້າຍຂອງເຈົ້າ.
23 ເພາະຈົ່ງເບິ່ງ, ໃນມື້ນັ້ນທີ່ພວກເຂົາກະບົດຕໍ່ເຮົາ, ເຮົາຈະ ສາບແຊ່ງພວກເຂົາ ເຖິງຂະໜາດວ່າເປັນການສາບແຊ່ງຢ່າງສາຫັດ, ແລະ ພວກເຂົາຈະບໍ່ມີອຳນາດເໜືອກວ່າລູກຫລານຂອງເຈົ້າເວັ້ນເສຍແຕ່ພວກເຂົາຈະກະບົດຕໍ່ເຮົາເໝືອນກັນ.
24 ແລະ ຖ້າຫາກເປັນໄປວ່າ ພວກເຂົາກະບົດຕໍ່ເຮົາ, ພວກເຂົາກໍຈະເປັນ ໄພພິບັດແກ່ລູກຫລານຂອງເຈົ້າ, ນີ້ເພື່ອຊ່ວຍ ຕັກເຕືອນພວກເຂົາທາງຄວາມຊົງຈຳ.