ບົດທີ 15
ຊາວຢາເຣັດຈຳນວນຫລາຍລ້ານຄົນຖືກຂ້າຕາຍໃນສະໜາມຮົບ—ຊີດ ແລະ ໂຄຣິອານທະເມີເຕົ້າໂຮມຜູ້ຄົນທັງໝົດເພື່ອສູ້ຮົບໃນສົງຄາມແຫ່ງມະຕະ—ພຣະວິນຍານຂອງພຣະຜູ້ເປັນເຈົ້າລົ້ມເລີກຄວາມພະຍາຍາມກັບພວກເຂົາ—ປະຊາຊາດຢາເຣັດຖືກທຳລາຍຈົນໝົດສິ້ນ—ໂຄຣິອານທະເມີຄົນດຽວເທົ່ານັ້ນທີ່ຍັງເຫລືອຢູ່.
1 ແລະ ເຫດການໄດ້ບັງເກີດຂຶ້ນ ເມື່ອບາດແຜຂອງໂຄຣິອານທະເມີຫາຍດີແລ້ວ, ລາວເລີ່ມຈື່ຈຳ ຄຳເວົ້າທີ່ອີເທີໄດ້ເວົ້າກັບລາວ.
2 ລາວເຫັນວ່າຜູ້ຄົນຂອງລາວເກືອບສອງລ້ານຄົນຖືກຂ້າຕາຍດ້ວຍດາບ, ແລະ ລາວເລີ່ມມີຄວາມເສົ້າສະຫລົດໃຈ; ແທ້ຈິງແລ້ວ, ມີຊາຍຊະກັນທີ່ຖືກຂ້າຕາຍສອງລ້ານຄົນພ້ອມທັງເມຍຂອງພວກເຂົາ ແລະ ລູກຂອງພວກເຂົາ.
3 ລາວຈຶ່ງເລີ່ມກັບໃຈຈາກຄວາມຊົ່ວຊຶ່ງລາວໄດ້ເຮັດໄປນັ້ນ; ລາວເລີ່ມນຶກເຖິງຄຳເວົ້າທີ່ອອກມາຈາກປາກຂອງສາດສະດາທັງຫລາຍ, ແລະ ລາວເຫັນວ່າມັນສຳເລັດແລ້ວຕາມນັ້ນທຸກຂໍ້ຈົນຮອດບັດນີ້; ແລະ ຈິດວິນຍານຂອງລາວໂສກເສົ້າຫລາຍ ແລະ ບໍ່ຍອມທີ່ຈະສະບາຍໃຈເລີຍ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ຂຽນສານຫາຊີດ, ເພື່ອສະແດງຄວາມປາດຖະໜາໃຫ້ຊີດຍົກເວັ້ນຜູ້ຄົນ, ແລະ ລາວຈະມອບອານາຈັກໃຫ້ເພື່ອເຫັນແກ່ຊີວິດຂອງຜູ້ຄົນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊີດໄດ້ຮັບສານຂອງລາວແລ້ວ, ລາວຈຶ່ງໄດ້ຂຽນສານຕອບໂຄຣິອານທະເມີ, ວ່າຖ້າຫາກໂຄຣິອານທະເມີຍອມມອບຕົວເພື່ອຊີດຈະໄດ້ຂ້າລາວດ້ວຍດາບຂອງຕົນແລ້ວ, ລາວຈະໄວ້ຊີວິດຂອງຜູ້ຄົນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນບໍ່ໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາເລີຍ; ແລະ ຜູ້ຄົນຂອງໂຄຣິອານທະເມີຖືກຍຸຍົງໃຫ້ຄຽດແຄ້ນໃຫ້ຜູ້ຄົນຂອງຊີດ; ແລະ ຜູ້ຄົນຂອງຊີດໄດ້ຖືກຍຸຍົງໃຫ້ຄຽດແຄ້ນໃຫ້ຜູ້ຄົນຂອງໂຄຣິອານທະເມີ; ດັ່ງນັ້ນ, ຜູ້ຄົນຂອງຊີດຈຶ່ງໄດ້ສູ້ຮົບກັບຜູ້ຄົນຂອງໂຄຣິອານທະເມີ.
7 ແລະ ເວລາໂຄຣິອານທະເມີເຫັນວ່າ ຕົນເອງກຳລັງຈະເສຍໄຊ ລາວຈຶ່ງໄດ້ໜີໄປຕໍ່ໜ້າຜູ້ຄົນຂອງຊີດອີກ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ມາຮອດນ້ຳຣິບລີອານຄຳ, ຊຶ່ງແປວ່າ ກວ້າງໃຫຍ່ໄພສານ ຫລື ໃຫຍ່ກວ່ານ້ຳທັງໝົດ; ດັ່ງນັ້ນ, ເວລາພວກເຂົາມາຮອດແມ່ນ້ຳນີ້ແລ້ວ ພວກເຂົາໄດ້ຕັ້ງຜ້າເຕັນຂຶ້ນ; ແລະ ຊີດກໍໄດ້ຕັ້ງຜ້າເຕັນຂຶ້ນໃກ້ກັນນັ້ນ; ແລະ ສະນັ້ນ ໃນມື້ຕໍ່ມາພວກເຂົາໄດ້ອອກມາສູ້ຮົບກັນອີກ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ສູ້ຮົບກັນຢ່າງດຸເດືອດທີ່ສຸດ, ຊຶ່ງເຮັດໃຫ້ໂຄຣິອານທະເມີໄດ້ຮັບບາດເຈັບອີກ, ແລະ ລາວໄດ້ສະຫລົບໄປເພາະການເສຍເລືອດຢ່າງໜັກ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຂອງໂຄຣິອານທະເມີໄດ້ມຸ້ງໜ້າເຂົ້າຫາກອງທັບຂອງຊີດຈົນວ່າໄດ້ຮັບໄຊຊະນະຈາກສັດຕູ, ຈົນເຮັດໃຫ້ພວກເຂົາຕ້ອງປົບໜີຕໍ່ໜ້າພວກເຂົາ; ແລະ ພວກເຂົາໄດ້ໜີໄປທາງໃຕ້, ແລະ ຕັ້ງຜ້າເຕັນຂອງພວກເຂົາຂຶ້ນໃນບ່ອນທີ່ເອີ້ນວ່າ ໂອແກດ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຂອງໂຄຣິອານທະເມີໄດ້ຕັ້ງຜ້າເຕັນຂອງພວກເຂົາຂຶ້ນໃກ້ກັບເນີນພູຣາມາ; ແລະ ມັນເປັນເນີນພູແຫ່ງດຽວກັນກັບບ່ອນທີ່ບິດາຂອງຂ້າພະເຈົ້າມໍມອນໄດ້ ເຊື່ອງບັນທຶກສັກສິດໄວ້ກັບພຣະຜູ້ເປັນເຈົ້າ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຕົ້າໂຮມຜູ້ຄົນທັງໝົດໃນທົ່ວຜືນແຜ່ນດິນ, ຜູ້ທີ່ບໍ່ໄດ້ຖືກຂ້າ, ນອກຈາກອີເທີເທົ່ານັ້ນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ອີເທີໄດ້ເຫັນການປະພຶດທັງໝົດຂອງຜູ້ຄົນ; ແລະ ເພິ່ນເຫັນວ່າຜູ້ຄົນທີ່ສະໜັບສະໜູນໂຄຣິອານທະເມີໄດ້ເຂົ້າຮ່ວມກັບກອງທັບຂອງໂຄຣິອານທະເມີ; ແລະ ຜູ້ຄົນທີ່ສະໜັບສະໜູນຊີດກໍໄດ້ເຂົ້າຮ່ວມກັບກອງທັບຂອງຊີດ.
14 ດັ່ງນັ້ນ, ພວກເຂົາຈຶ່ງໄດ້ໃຊ້ເວລາປະມານສີ່ປີເພື່ອເຕົ້າໂຮມຜູ້ຄົນທັງໝົດທີ່ຢູ່ໃນຜືນແຜ່ນດິນ, ແລະ ເພື່ອຕົນຈະໄດ້ຮັບກຳລັງໃຫ້ຫລາຍເທົ່າທີ່ຈະຫລາຍໄດ້.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຜູ້ຄົນມາເຕົ້າໂຮມກຳລັງກັນໝົດທຸກຄົນແລ້ວ, ທຸກຄົນຈຶ່ງໄປກັບກອງທັບທີ່ຕົນຕ້ອງການພ້ອມດ້ວຍເມຍຂອງຕົນ ແລະ ລູກຂອງຕົນ—ທັງຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ ກໍໄດ້ຖືອາວຸດແຫ່ງສົງຄາມ, ໂດຍມີໂລ່, ແລະ ແຜ່ນປົກເອິກ, ແລະ ເຄື່ອງປ້ອງກັນຫົວ, ແລະ ນຸ່ງຫົ່ມຕາມວິທີການຂອງສົງຄາມ—ພວກເຂົາໄດ້ເດີນທັບເຂົ້າຫາກັນເພື່ອສູ້ຮົບ, ແລະ ພວກເຂົາໄດ້ຕໍ່ສູ້ກັນຕະຫລອດມື້ນັ້ນແຕ່ບໍ່ມີຝ່າຍໃດຊະນະ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເຖິງຕອນກາງຄືນມາ ພວກເຂົາກໍອິດເມື່ອຍ ແລະ ໄດ້ກັບຄືນໄປຄ້າຍຂອງໃຜລາວ; ແລະ ຫລັງຈາກກັບຄືນໄປເຖິງຄ້າຍແລ້ວ ພວກເຂົາກໍເລີ່ມຄ່ຳຄວນ ຍ້ອນວ່າການສູນເສຍຜູ້ຄົນທີ່ຖືກຂ້າຕາຍ; ແລະ ສຽງຮ້ອງຂອງພວກເຂົາ ແລະ ການຄ່ຳຄວນຂອງພວກເຂົານັ້ນດັງແຮງທີ່ສຸດ, ຈົນເຮັດໃຫ້ມີສຽງດັງກ້ອງສະໜັ່ນທີ່ສຸດໃນອາກາດ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ພວກເຂົາໄດ້ອອກໄປສູ້ຮົບກັນອີກ, ແລະ ການສູ້ຮົບໃນມື້ນັ້ນຍິ່ງໃຫຍ່ ແລະ ເປັນໜ້າຢ້ານກົວທີ່ສຸດ; ເຖິງຢ່າງໃດກໍຕາມ, ກໍບໍ່ມີຝ່າຍໃດຈະເອົາຊະນະໄດ້, ແລະ ເມື່ອເຖິງຕອນກາງຄືນມາ ພວກເຂົາໄດ້ເຮັດໃຫ້ອາກາດດັງກ້ອງສະໜັ່ນໄປດ້ວຍສຽງຮ້ອງໄຫ້ ແລະ ສຽງຄວນຄາງ, ດ້ວຍສຽງຈົ່ມວ່າຂອງພວກເຂົາ ຍ້ອນວ່າການສູນເສຍຜູ້ຄົນຂອງພວກເຂົາທີ່ຖືກຂ້າຕາຍ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທະເມີໄດ້ຂຽນສານໄປຫາຊີດອີກ, ໂດຍປາດຖະໜາບໍ່ໃຫ້ລາວມາສູ້ຮົບອີກ, ແຕ່ໃຫ້ລາວເອົາອານາຈັກໄປ ແລະ ໃຫ້ໄວ້ຊີວິດຂອງຜູ້ຄົນ.
19 ແຕ່ຈົ່ງເບິ່ງ, ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ເລີກລົ້ມຄວາມພະຍາຍາມກັບພວກເຂົາແລ້ວ, ແລະ ຊາຕານມີອຳນາດເຕັມທີ່ເໜືອໃຈຂອງຜູ້ຄົນ; ເພາະພວກເຂົາຍອມຕົນໃຫ້ກັບຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ແລະ ມີຄວາມມືດດັບໃນຈິດໃຈຂອງພວກເຂົາ ເພື່ອພວກເຂົາຈະຖືກທຳລາຍ; ດັ່ງນັ້ນ ພວກເຂົາຈຶ່ງໄດ້ອອກໄປສູ້ຮົບກັນອີກ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕໍ່ສູ້ກັນຕະຫລອດມື້ນັ້ນ, ແລະ ເມື່ອເຖິງຕອນກາງຄືນມາ ພວກເຂົາກໍນອນຢູ່ກັບດາບຂອງພວກເຂົາ.
21 ແລະ ໃນມື້ຕໍ່ມາ ພວກເຂົາກໍໄດ້ຕໍ່ສູ້ກັນຈົນຮອດຕອນກາງຄືນ.
22 ແລະ ເມື່ອເຖິງຕອນກາງຄືນ, ພວກເຂົາກໍ ມຶນເມົາດ້ວຍຄວາມຄຽດແຄ້ນ, ຄືກັນກັບຄົນເມົາເຫລົ້າອະງຸ່ນ; ແລະ ພວກເຂົາກໍໄດ້ນອນຢູ່ກັບດາບຂອງພວກເຂົາອີກ.
23 ແລະ ໃນມື້ຕໍ່ມາ ພວກເຂົາກໍໄດ້ຕໍ່ສູ້ກັນອີກ; ແລະ ເມື່ອເຖິງຕອນກາງຄືນ ພວກເຂົາກໍລົ້ມຕາຍກັນໝົດ ຍົກເວັ້ນແຕ່ຜູ້ຄົນຂອງໂຄຣິອານທະເມີຫ້າສິບສອງຄົນ, ແລະ ຜູ້ຄົນຂອງຊີດຫົກສິບເກົ້າຄົນເທົ່ານັ້ນ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ນອນຢູ່ກັບດາບຂອງພວກເຂົາໃນຄືນນັ້ນ, ແລະ ໃນມື້ຕໍ່ມາ ພວກເຂົາກໍໄດ້ຕໍ່ສູ້ກັນອີກ, ແລະ ພວກເຂົາໄດ້ຕໍ່ສູ້ກັນດ້ວຍກຳລັງຂອງພວກເຂົາ ແລະ ດ້ວຍດາບຂອງພວກເຂົາ ແລະ ດ້ວຍເຄື່ອງປ້ອງກັນອາວຸດຂອງພວກເຂົາຕະຫລອດມື້ນັ້ນ.
25 ແລະ ເມື່ອຮອດຕອນກາງຄືນ ຜູ້ຄົນຂອງຊີດເຫລືອຢູ່ສາມສິບສອງຄົນ, ແລະ ຜູ້ຄົນຂອງໂຄຣິອານທະເມີເຫລືອຢູ່ຊາວເຈັດຄົນ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເຫລົ່ານັ້ນໄດ້ພາກັນກິນດື່ມ ແລະ ໄດ້ເຂົ້ານອນ, ແລະ ໄດ້ຕຽມຕົວເພື່ອຄວາມຕາຍໃນມື້ຕໍ່ມາ. ແລະ ພວກເຂົາເປັນຄົນຮ່າງໃຫຍ່ສູງ ແລະ ມີກຳລັງຕາມກຳລັງຂອງມະນຸດ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕໍ່ສູ້ກັນເປັນເວລາສາມຊົ່ວໂມງ, ແລະ ພວກເຂົາໄດ້ສະຫລົບໄປດ້ວຍການເສຍເລືອດຢ່າງໜັກ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຜູ້ຄົນຂອງໂຄຣິອານທະເມີໄດ້ຮັບກຳລັງພໍທີ່ຈະຍ່າງໄປໄດ້ແລ້ວ, ພວກເຂົາກໍຕຽມທ່າທີ່ຈະໜີໄປເພື່ອເອົາຕົວລອດ; ແຕ່ຈົ່ງເບິ່ງ, ຊີດໄດ້ລຸກຂຶ້ນພ້ອມດ້ວຍຜູ້ຄົນຂອງລາວ, ແລະ ລາວໄດ້ສາບານດ້ວຍຄວາມຄຽດແຄ້ນວ່າ ລາວຈະຂ້າໂຄຣິອານທະເມີໃຫ້ໄດ້ ຖ້າບໍ່ດັ່ງນັ້ນ ລາວກໍຈະຕາຍດ້ວຍດາບ.
29 ດັ່ງນັ້ນ, ລາວຈຶ່ງໄດ້ໄລ່ຕາມພວກເຂົາໄປ, ແລະ ໃນມື້ຕໍ່ມາຊີດກໍຕາມມາທັນ; ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາທຸກຄົນໄດ້ລົ້ມຕາຍດ້ວຍດາບ ໝົດແລ້ວ, ນອກຈາກໂຄຣິອານທະເມີກັບຊີດເທົ່ານັ້ນ, ຈົ່ງເບິ່ງ ຊີດໄດ້ສະຫລົບໄປເພາະການເສຍເລືອດຢ່າງໜັກ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທະເມີໄດ້ເນີ້ງຕົວເອື່ອຍດາບ, ແລະ ພັກຜ່ອນຢູ່ໜ້ອຍໜຶ່ງ, ແລ້ວລາວໄດ້ຕັດຫົວຊີດຈົນຂາດ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກລາວໄດ້ຕັດຫົວຂອງຊີດຂາດແລ້ວ, ຊີດໄດ້ເອົາມືຊູຕົວເອງໃຫ້ລຸກຂຶ້ນ ແລະ ກໍລົ້ມລົງອີກ; ແລະ ຫລັງຈາກທີ່ລາວຊັກເພື່ອຫາຍໃຈ, ລາວກໍໄດ້ຂາດໃຈຕາຍ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທະເມີໄດ້ລົ້ມລົງຢູ່ກັບພື້ນດິນ, ຄືກັນກັບຄົນທີ່ຕາຍແລ້ວ.
33 ແລະ ພຣະຜູ້ເປັນເຈົ້າໄດ້ຮັບສັ່ງກັບອີເທີ, ແລະ ກ່າວກັບເພິ່ນວ່າ: ຈົ່ງອອກໄປ. ແລະ ອີເທີໄດ້ອອກໄປ, ແລະ ເຫັນວ່າພຣະຄຳຂອງພຣະຜູ້ເປັນເຈົ້າສຳເລັດແລ້ວທັງໝົດ; ແລະ ເພິ່ນໄດ້ຈົບ ບັນທຶກຂອງເພິ່ນ; (ແລະ ຂ້າພະເຈົ້າບໍ່ໄດ້ຂຽນໄວ້ແມ່ນແຕ່ໜຶ່ງສ່ວນຮ້ອຍ) ແລະ ເພິ່ນໄດ້ເຊື່ອງມັນໄວ້ດ້ວຍວິທີທີ່ຜູ້ຄົນຂອງລິມໄຮໄດ້ພົບເຫັນມັນ.
34 ບັດນີ້ຄຳສຸດທ້າຍຊຶ່ງ ອີເທີໄດ້ຂຽນໄວ້ມີດັ່ງນີ້: ບໍ່ວ່າພຣະຜູ້ເປັນເຈົ້າຈະມີພຣະປະສົງໃຫ້ຂ້າພະເຈົ້າປ່ຽນແປງສະພາບ, ຫລື ໃຫ້ຂ້າພະເຈົ້າຍອມຕາມພຣະປະສົງຂອງພຣະຜູ້ເປັນເຈົ້າໃນເນື້ອໜັງນັ້ນ, ມັນບໍ່ສຳຄັນຖ້າຫາກເປັນໄປວ່າຂ້າພະເຈົ້າຈະລອດໃນອານາຈັກຂອງພຣະເຈົ້າ. ອາແມນ.