ບົດທີ 11
ນີໄຟທູນຂໍໃຫ້ພຣະຜູ້ເປັນເຈົ້າປ່ຽນໃຫ້ມີຄວາມອຶດຢາກແທນສົງຄາມ—ຫລາຍຄົນໄດ້ຕາຍໄປ—ພວກເຂົາກັບໃຈ, ແລະ ນີໄຟອ້ອນວອນຕໍ່ພຣະຜູ້ເປັນເຈົ້າໃຫ້ຝົນຕົກລົງມາ—ນີໄຟ ແລະ ລີໄຮໄດ້ຮັບການເປີດເຜີຍຫລາຍຢ່າງ—ພວກໂຈນແກດີອານທັນສ້າງທີ່ໝັ້ນຂອງພວກເຂົາຢູ່ໃນແຜ່ນດິນ. ປະມານ 20–6 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີທີເຈັດສິບສອງແຫ່ງການປົກຄອງຂອງຜູ້ຕັດສິນ ມັນໄດ້ມີການຂັດແຍ້ງກັນຫລາຍຂຶ້ນ, ເຖິງຂະໜາດທີ່ມັນມີສົງຄາມເກີດຂຶ້ນຕະຫລອດທົ່ວແຜ່ນດິນໃນບັນດາຜູ້ຄົນຂອງນີໄຟທັງໝົດ.
2 ແລະ ມັນແມ່ນພວກໂຈນ ລັບພັກນີ້ທີ່ໄດ້ສ້າງວຽກງານແຫ່ງຄວາມພິນາດ ແລະ ຄວາມຊົ່ວຮ້າຍ. ແລະ ເຮັດເສິກຢູ່ຕະຫລອດປີນັ້ນ; ແລະ ໃນປີທີເຈັດສິບສາມກໍຍັງມີສົງຄາມຢູ່ອີກ.
3 ແລະ ເຫດການໄດ້ບັງເກີດຂຶ້ນໃນປີນີ້ ນີໄຟໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ມີຄວາມວ່າ:
4 ໂອ້ ພຣະຜູ້ເປັນເຈົ້າ, ຂໍຢ່າປ່ອຍໃຫ້ຜູ້ຄົນພວກນີ້ຖືກທຳລາຍດ້ວຍດາບເລີຍ; ແຕ່ ໂອ້ ພຣະອົງເຈົ້າເອີຍ, ແຕ່ຂໍໃຫ້ມີ ຄວາມອຶດຢາກແທນທົ່ວແຜ່ນດິນນີ້ເຖີດ, ເພື່ອຈະໄດ້ກະຕຸ້ນພວກເຂົາໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ບາງທີພວກເຂົາອາດຈະກັບໃຈ ແລະ ຫັນມາຫາພຣະອົງ.
5 ແລະ ມັນກໍໄດ້ເປັນໄປຕາມຄຳອ້ອນວອນຂອງນີໄຟ. ແລະ ມັນຈຶ່ງມີຄວາມອຶດຢາກຫລາຍທີ່ສຸດໃນແຜ່ນດິນ ໃນບັນດາຜູ້ຄົນຂອງນີໄຟທັງໝົດ. ແລະ ມັນມີຄວາມອຶດຢາກຕິດຕໍ່ກັນໄປ ຈົນຮອດປີທີເຈັດສິບສີ່ ກໍຍັງມີຄວາມອຶດຢາກຢູ່, ແລະ ວຽກງານແຫ່ງຄວາມພິນາດດ້ວຍດາບໄດ້ຢຸດຕິລົງ, ແຕ່ວ່າຄວາມອຶດຢາກກັບມາຮ້າຍແຮງຂຶ້ນ.
6 ແລະ ຄວາມອຶດຢາກນີ້ໄດ້ມີຢູ່ຕໍ່ໄປຈົນຮອດປີທີເຈັດສິບຫ້າອີກ. ເພາະແຜ່ນດິນຖືກສາບແຊ່ງຈົນວ່າມັນແຫ້ງແລ້ງ ບໍ່ໃຫ້ພືດພັນອອກໝາກເກີດຜົນໃນລະດູການ; ແລະ ທັງແຜ່ນດິນໂລກຖືກສາບແຊ່ງ ແມ່ນແຕ່ໃນບັນດາຊາວເລມັນເຊັ່ນດຽວກັບໃນບັນດາຊາວນີໄຟ ຈົນພວກເຂົາເປັນພັນໆຖືກລົງໂທດຈົນຕາຍໄປໃນແຜ່ນດິນສ່ວນທີ່ມີຄົນຊົ່ວຢ່າງຫລວງຫລາຍອາໄສຢູ່.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນເຫັນວ່າຕົນເອງກຳລັງຈະຕາຍໄປເພາະຄວາມອຶດຢາກ, ແລະ ພວກເຂົາຈຶ່ງເລີ່ມ ສຳນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ; ແລະ ພວກເຂົາເລີ່ມຄິດເຖິງຄຳເວົ້າຂອງນີໄຟ.
8 ແລະ ຜູ້ຄົນເລີ່ມວິງວອນຫົວໜ້າຜູ້ຕັດສິນ ແລະ ຜູ້ນຳຂອງພວກເຂົາເຫລົ່ານັ້ນໃຫ້ເວົ້າກັບນີໄຟວ່າ: ຈົ່ງເບິ່ງ, ພວກເຮົາຮູ້ແລ້ວວ່າ ທ່ານເປັນຄົນຂອງພຣະເຈົ້າ, ແລະ ສະນັ້ນ ຂໍໃຫ້ທ່ານຈົ່ງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາແດ່ທ້ອນ ເພື່ອໃຫ້ພຣະອົງເອົາຄວາມອຶດຢາກນີ້ໄປຈາກພວກເຮົາ, ຢ້ານວ່າ ຄຳທັງໝົດ ຊຶ່ງທ່ານໄດ້ເວົ້າໄວ້ກ່ຽວກັບຄວາມພິນາດຂອງພວກເຮົານັ້ນຈະເກີດເປັນຈິງ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຜູ້ຕັດສິນໄດ້ເວົ້າກັບນີໄຟຕາມຄຳທີ່ຜູ້ຄົນຕ້ອງການໃຫ້ເວົ້າ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລານີໄຟເຫັນວ່າຜູ້ຄົນກັບໃຈແລ້ວ ແລະ ໄດ້ຖ່ອມຕົວຢູ່ໃນຜ້າກະສອບ, ແລ້ວເພິ່ນຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ມີຄວາມວ່າ:
10 ໂອ້ ພຣະຜູ້ເປັນເຈົ້າ, ຈົ່ງທອດພຣະເນດເຖີດ ຜູ້ຄົນພວກນີ້ໄດ້ກັບໃຈແລ້ວ; ແລະ ພວກເຂົາໄດ້ກວາດລ້າງພັກພວກຂອງແກດີອານທັນອອກໄປຈາກບັນດາພວກເຂົາແລ້ວ ເຖິງຂະໜາດທີ່ພວກເຂົາໄດ້ສູນສິ້ນໄປ, ແລະ ພວກເຂົາໄດ້ຝັງແຜນລັບຂອງພວກເຂົາໄວ້ໃນແຜ່ນດິນແລ້ວ.
11 ບັດນີ້, ໂອ້ ພຣະຜູ້ເປັນເຈົ້າ, ເພາະຄວາມຖ່ອມຕົວຂອງພວກເຂົາເຫລົ່ານີ້ ຂໍໃຫ້ພຣະອົງຈົ່ງຖອນພຣະພິໂລດຂອງພຣະອົງໄປເສຍ, ແລະ ຂໍໃຫ້ພຣະອົງຈົ່ງຜ່ອນຄາຍພຣະພິໂລດຂອງພຣະອົງກັບຄວາມພິນາດຂອງຄົນຊົ່ວເຫລົ່ານີ້ ຊຶ່ງພຣະອົງໄດ້ທຳລາຍໄປແລ້ວ.
12 ໂອ້ ພຣະຜູ້ເປັນເຈົ້າ, ຂໍໃຫ້ພຣະອົງເອົາພຣະພິໂລດຂອງພຣະອົງໄປເຖີດ, ແທ້ຈິງແລ້ວ, ຈົ່ງເອົາພຣະພິໂລດອັນຮຸນແຮງຂອງພຣະອົງໄປ, ແລະ ຈົ່ງເຮັດໃຫ້ຄວາມອຶດຢາກຢູ່ໃນແຜ່ນດິນນີ້ຢຸດລົງດ້ວຍເຖີດ.
13 ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດເຊື່ອຟັງຂ້ານ້ອຍດ້ວຍເຖີດ, ແລະ ຂໍໃຫ້ເປັນໄປຕາມຄຳເວົ້າຂອງຂ້ານ້ອຍດ້ວຍເຖີດ, ແລະ ຂໍຈົ່ງສົ່ງ ຝົນລົງມາເທິງຜືນແຜ່ນດິນໂລກດ້ວຍເຖີດ ເພື່ອມັນຈະອອກໝາກຂອງມັນ, ແລະ ອອກພືດຂອງມັນໃນລະດູຂອງພືດ.
14 ໂອ້ ພຣະອົງເຈົ້າເອີຍ, ພຣະອົງໄດ້ຍິນ ຖ້ອຍຄຳຂອງຂ້ານ້ອຍ ເວລາຂ້ານ້ອຍທູນວ່າ ຂໍໃຫ້ມີຄວາມອຶດຢາກເກີດຂຶ້ນເພື່ອພະຍາດໂລຄາທີ່ເກີດມາຈາກດາບຈະໄດ້ຢຸດຕິລົງ, ແລະ ຂ້ານ້ອຍຮູ້ວ່າ ພຣະອົງໄດ້ຍິນຄຳອ້ອນວອນຂອງຂ້ານ້ອຍໃນເວລານີ້ ເພາະພຣະອົງໄດ້ກ່າວວ່າ: ຖ້າຫາກຜູ້ຄົນພວກນີ້ກັບໃຈ, ແລ້ວເຮົາຈະໄວ້ຊີວິດຂອງພວກເຂົາ.
15 ແທ້ຈິງແລ້ວ, ໂອ້ ພຣະຜູ້ເປັນເຈົ້າ, ແລະ ພຣະອົງເຫັນວ່າພວກເຂົາກັບໃຈແລ້ວ, ເພາະຄວາມອຶດຢາກ ແລະ ພະຍາດໂລຄາ ແລະ ຄວາມພິນາດ ຊຶ່ງເກີດກັບພວກເຂົາ.
16 ແລະ ບັດນີ້, ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະບໍ່ເອົາພຣະພິໂລດຂອງພຣະອົງໄປບໍ, ແລະ ຈະບໍ່ທົດລອງອີກບໍວ່າ ພວກເຂົາຈະຮັບໃຊ້ພຣະອົງຫລືບໍ່? ແລະ ຖ້າຫາກເປັນເຊັ່ນນັ້ນ, ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະອວຍພອນພວກເຂົາໄດ້ຕາມພຣະຄຳຂອງພຣະອົງ ຊຶ່ງພຣະອົງໄດ້ກ່າວໄວ້.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີເຈັດສິບຫົກ ພຣະຜູ້ເປັນເຈົ້າໄດ້ເອົາພຣະພິໂລດຂອງພຣະອົງໄປຈາກຜູ້ຄົນ, ແລະ ໄດ້ເຮັດໃຫ້ ຝົນຕົກລົງມາເທິງແຜ່ນດິນ, ເຖິງຂະໜາດທີ່ມັນໄດ້ອອກໝາກຂອງມັນໃນລະດູທີ່ມີໝາກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ອອກພືດຂອງມັນໃນລະດູທີ່ມີພືດ.
18 ແລະ ຈົ່ງເບິ່ງ, ຜູ້ຄົນໄດ້ມີຄວາມປິຕິຍິນດີ ແລະ ໄດ້ຖວາຍບາລະມີແດ່ພຣະເຈົ້າ, ແລະ ທັງຜືນແຜ່ນດິນກໍເຕັມໄປດ້ວຍຄວາມປິຕິຍິນດີ; ແລະ ພວກເຂົາບໍ່ໄດ້ພະຍາຍາມທຳລາຍນີໄຟອີກຕໍ່ໄປ, ແຕ່ພວກເຂົາໄດ້ນັບຖືເພິ່ນວ່າເປັນສາດສະດາ ຜູ້ຍິ່ງໃຫຍ່, ແລະ ເປັນຄົນຂອງພຣະເຈົ້າ, ໂດຍທີ່ໄດ້ຮັບອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຈາກພຣະເຈົ້າ.
19 ແລະ ຈົ່ງເບິ່ງ, ລີໄຮນ້ອງຊາຍຂອງເພິ່ນກໍບໍ່ໄດ້ ນ້ອຍໜ້າໄປກວ່າເພິ່ນໃນເລື່ອງກ່ຽວກັບຄວາມຊອບທຳນີ້ເລີຍ.
20 ແລະ ເຫດການໄດ້ບັງເກີດຂຶ້ນດັ່ງນີ້ຄື ຜູ້ຄົນຂອງນີໄຟໄດ້ເລີ່ມຈະເລີນຮຸ່ງເຮືອງຂຶ້ນອີກໃນແຜ່ນດິນ, ແລະ ເລີ່ມເສີມສ້າງແຜ່ນດິນທີ່ຮົກຮ້າງຂອງພວກເຂົາຂຶ້ນ, ແລະ ເລີ່ມມີຜູ້ຄົນເພີ່ມທະວີຂຶ້ນ ແລະ ໄດ້ຂະຫຍາຍອອກໄປຈົນວ່າພວກເຂົາໄດ້ປົກຄຸມທັງຜືນແຜ່ນດິນທັງທາງເໜືອ ແລະ ທາງໃຕ້, ຈາກທະເລທາງຕາເວັນຕົກຫາທະເລທາງຕາເວັນອອກ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີເຈັດສິບຫົກໄດ້ສິ້ນສຸດລົງດ້ວຍສັນຕິສຸກ. ແລະ ປີທີເຈັດສິບເຈັດກໍເລີ່ມຕົ້ນດ້ວຍສັນຕິສຸກ; ແລະ ສາດສະໜາຈັກກໍໄດ້ຂະຫຍາຍໄປທົ່ວຜືນແຜ່ນດິນ; ແລະ ຜູ້ຄົນສ່ວນຫລາຍ ທັງຊາວເລມັນ ແລະ ຊາວນີໄຟໄດ້ເຂົ້າຮ່ວມສາດສະໜາຈັກ; ແລະ ພວກເຂົາໄດ້ມີສັນຕິສຸກຫລາຍທີ່ສຸດໃນແຜ່ນດິນ; ແລະ ປີທີເຈັດສິບເຈັດໄດ້ສິ້ນສຸດລົງດັ່ງນີ້.
22 ແລະ ພວກເຂົາໄດ້ມີສັນຕິສຸກໃນປີທີເຈັດສິບແປດອີກ ນອກຈາກວ່າມີການຂັດແຍ້ງກັນຂຶ້ນເລັກໜ້ອຍກ່ຽວກັບຫລັກທຳຂອງຄຳສອນ ຊຶ່ງສາດສະດາທັງຫລາຍໄດ້ຂຽນໄວ້.
23 ແລະ ໃນປີທີເຈັດສິບເກົ້າກໍເລີ່ມມີການຜິດຖຽງກັນຂຶ້ນ. ແຕ່ເຫດການໄດ້ບັງເກີດຂຶ້ນຄື ນີໄຟກັບລີໄຮ, ແລະ ພີ່ນ້ອງຂອງພວກເພິ່ນຫລາຍຄົນ ຜູ້ທີ່ຮູ້ຈັກກ່ຽວກັບຫລັກທຳອັນແທ້ຈິງຂອງຄຳສອນ ໂດຍທີ່ໄດ້ຮັບ ການເປີດເຜີຍຫລາຍຢ່າງທຸກໆມື້, ສະນັ້ນ ພວກເພິ່ນຈຶ່ງໄດ້ສັ່ງສອນຜູ້ຄົນ, ເຖິງຂະໜາດທີ່ພວກເພິ່ນເຮັດໃຫ້ການຜິດຖຽງກັນຂອງພວກເຂົາ ສິ້ນສຸດລົງໃນປີດຽວກັນນັ້ນ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີແປດສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ມັນມີຜູ້ຄົນຈຳນວນໜຶ່ງຜູ້ທີ່ແຍກອອກໄປຈາກຜູ້ຄົນຂອງນີໄຟບໍ່ເທົ່າໃດປີມານີ້ ໄດ້ຂ້າມໄປຫາຊາວເລມັນ ແລະ ຮັບເອົາຊື່ຊາວເລມັນ, ແລະ ມີຄົນອີກຈຳນວນໜຶ່ງ ຊຶ່ງເປັນຜູ້ສືບຕະກຸນແທ້ຈິງຂອງຊາວເລມັນຖືກພວກທີ່ແຍກອອກໄປນັ້ນຍຸຍົງໃຫ້ຄຽດແຄ້ນໃຫ້ພີ່ນ້ອງຂອງຕົນ, ສະນັ້ນ ພວກເຂົາຈຶ່ງເລີ່ມເຮັດສົງຄາມກັບພີ່ນ້ອງຂອງຕົນ.
25 ແລະ ພວກເຂົາໄດ້ເຮັດການຄາດຕະກຳ ແລະ ປຸ້ນຈີ້; ຈາກນັ້ນພວກເຂົາກໍຖອຍກັບເຂົ້າໄປໃນພູເຂົາ, ແລະ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ແລະ ໃນບ່ອນລັບຂອງພວກເຂົາ, ລີ້ຊ່ອນຕົວຢູ່ເພື່ອບໍ່ໃຫ້ຜູ້ໃດພົບເຫັນ, ໂດຍມີຈຳນວນຄົນເພີ່ມທະວີຂຶ້ນທຸກໆວັນ, ຕາບໃດທີ່ມີຜູ້ຄົນເປັນຈຳນວນຫລວງຫລາຍແຍກອອກໄປຫາພວກເຂົາ.
26 ແລະ ໃນເວລາໜຶ່ງ, ແທ້ຈິງແລ້ວ, ໃນເວລາບໍ່ເທົ່າໃດປີ, ພວກເຂົາໄດ້ກັບກາຍມາເປັນໂຈນພັກໃຫຍ່ທີ່ສຸດ; ແລະ ພວກເຂົາໄດ້ຄົ້ນຫາແຜນລັບທັງໝົດຂອງແກດີອານທັນອອກມາ; ແລະ ພວກເຂົາໄດ້ກາຍມາເປັນພວກໂຈນຂອງແກດີອານທັນດັ່ງນີ້.
27 ບັດນີ້ຈົ່ງເບິ່ງ, ພວກໂຈນເຫລົ່ານີ້ໄດ້ສ້າງຄວາມເດືອດຮ້ອນຢ່າງໃຫຍ່ຫລວງ, ແທ້ຈິງແລ້ວ, ໄດ້ສ້າງຄວາມພິນາດອັນໃຫຍ່ຫລວງໃນບັນດາຜູ້ຄົນຂອງນີໄຟ, ແລະ ໃນບັນດາຜູ້ຄົນຊາວເລມັນນຳອີກ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນເປັນການສົມຄວນທີ່ຈະຢຸດຕິວຽກງານແຫ່ງຄວາມພິນາດນີ້; ສະນັ້ນ ພວກເຂົາຈຶ່ງໄດ້ສົ່ງກອງທັບທີ່ມີກຳລັງຄົນອັນເຂັ້ມແຂງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ແລະ ເຂົ້າໄປໃນພູເຂົາ ເພື່ອຊອກຫາພວກໂຈນພັກນີ້, ເພື່ອຈະໄດ້ທຳລາຍພວກເຂົາເສຍ.
29 ແຕ່ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນັ້ນ ພວກເຂົາໄດ້ຖືກຂັບໄລ່ກັບຄືນໄປຫາແຜ່ນດິນຂອງພວກເຂົາຄືເກົ່າ. ແລະ ປີທີແປດສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
30 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີແປດສິບເອັດຄື ພວກເຂົາໄດ້ຍົກອອກໄປຕໍ່ສູ້ກັບພວກໂຈນພັກນີ້ອີກ, ແລະ ໄດ້ທຳລາຍພວກເຂົາເປັນຈຳນວນຫລວງຫລາຍ; ແລະ ພວກເຂົາກໍໄດ້ຮັບການເສຍຫາຍຢ່າງໜັກຄືກັນ.
31 ແລະ ພວກເຂົາໄດ້ຖືກບັງຄັບໃຫ້ໜີອອກຈາກຖິ່ນແຫ້ງແລ້ງກັນດານ ແລະ ອອກຈາກພູເຂົາຄືນໄປຫາແຜ່ນດິນຂອງພວກເຂົາເອງອີກ ເພາະມັນມີພວກໂຈນເປັນຈຳນວນຫລວງຫລາຍຊຶ່ງມີຢູ່ທົ່ວໄປໃນພູເຂົາ ແລະ ໃນຖິ່ນແຫ້ງແລ້ງກັນດານ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີນີ້ໄດ້ສິ້ນສຸດລົງດັ່ງນີ້. ແລະ ພວກໂຈນໄດ້ມີກຳລັງເພີ່ມຂຶ້ນຕື່ມອີກ, ແລະ ເຂັ້ມແຂງຂຶ້ນ, ເຖິງຂະໜາດທີ່ພວກເຂົາສາມາດຕໍ່ຕ້ານທັງກອງທັບຂອງຊາວນີໄຟ ແລະ ຂອງຊາວເລມັນນຳອີກ; ແລະ ພວກເຂົາໄດ້ນຳເອົາຄວາມຢ້ານກົວຢ່າງໃຫຍ່ຫລວງມາໃຫ້ຜູ້ຄົນທົ່ວຜືນແຜ່ນດິນ.
33 ແທ້ຈິງແລ້ວ, ພວກເຂົາໄດ້ເຂົ້າໄປຫາແຜ່ນດິນພາກສ່ວນຕ່າງໆຫລາຍແຫ່ງ, ແລະ ໄດ້ເຮັດຄວາມເສຍຫາຍອັນໃຫຍ່ຫລວງໃຫ້ຄົນທັງຫລາຍ; ແທ້ຈິງແລ້ວ, ໄດ້ຂ້າຜູ້ຄົນຢ່າງຫລວງຫລາຍ ແລະ ໄດ້ຈັບເອົາຫລາຍຄົນໄປເປັນຊະເລີຍໃນຖິ່ນແຫ້ງແລ້ງກັນດານ, ແທ້ຈິງແລ້ວ, ຍິ່ງໄປກວ່ານັ້ນ ໂດຍສະເພາະພວກຜູ້ຍິງຂອງພວກເຂົາ ແລະ ເດັກນ້ອຍຂອງພວກເຂົາ.
34 ບັດນີ້ຄວາມຊົ່ວອັນໃຫຍ່ຫລວງນີ້ຊຶ່ງມາສູ່ຜູ້ຄົນເພາະຄວາມຊົ່ວຮ້າຍຂອງພວກເຂົາ, ມັນໄດ້ປຸກໃຫ້ພວກເຂົາຕື່ນອີກ ເພື່ອໃຫ້ພວກເຂົາລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
35 ແລະ ປີທີແປດສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້.
36 ແລະ ໃນປີທີແປດສິບສອງ ພວກເຂົາໄດ້ເລີ່ມ ລືມພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ. ແລະ ໃນປີທີແປດສິບສາມ ພວກເຂົາກໍຍິ່ງເກັ່ງກ້າຫລາຍຂຶ້ນໃນຄວາມຊົ່ວຮ້າຍ. ແລະ ໃນປີທີແປດສິບສີ່ ພວກເຂົາບໍ່ໄດ້ແກ້ໄຂທິດທາງຂອງພວກເຂົາເລີຍ.
37 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີແປດສິບຫ້າ ພວກເຂົາໄດ້ແກ່ກ້າຫລາຍຂຶ້ນໃນຄວາມທະນົງຕົວ ແລະ ໃນຄວາມຊົ່ວຮ້າຍຂອງພວກເຂົາ; ແລະ ພວກເຂົາກຳລັງສຸກອີກດັ່ງນັ້ນເພື່ອຄວາມພິນາດ.
38 ແລະ ປີທີແປດສິບຫ້າໄດ້ສິ້ນສຸດລົງດັ່ງນີ້.