ບົດທີ 16
ຊາວນີໄຟຜູ້ທີ່ເຊື່ອຊາມູເອນໄດ້ຮັບບັບຕິສະມາໂດຍນີໄຟ—ຊາມູເອນບໍ່ສາມາດຖືກຂ້າໂດຍລູກທະນູ ແລະ ກ້ອນຫີນຂອງຊາວນີໄຟທີ່ບໍ່ກັບໃຈ—ບາງຄົນເຮັດໃຈແຂງກະດ້າງ, ແລະ ບາງຄົນໄດ້ເຫັນເຫລົ່າທູດ—ພວກທີ່ບໍ່ເຊື່ອເວົ້າວ່າມັນບໍ່ມີເຫດຜົນເລີຍທີ່ຈະເຊື່ອໃນພຣະຄຣິດ ແລະ ການສະເດັດມາຂອງພຣະອົງໃນເຢຣູຊາເລັມ. ປະມານ 6–1 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ມັນມີຄົນເປັນຈຳນວນຫລວງຫລາຍທີ່ໄດ້ຍິນຄຳເວົ້າຂອງຊາມູເອນຄົນເລມັນຄົນນີ້ ຊຶ່ງໄດ້ເວົ້າຢູ່ເທິງກຳແພງເມືອງ. ແລະ ຫລາຍຕໍ່ຫລາຍຄົນທີ່ເຊື່ອໃນຄຳເວົ້າຂອງເພິ່ນ ໄດ້ອອກໄປຊອກຫານີໄຟ; ແລະ ເມື່ອພວກເຂົາອອກໄປ ແລະ ພົບເພິ່ນແລ້ວ ພວກເຂົາໄດ້ສາລະພາບບາບຂອງພວກເຂົາຕໍ່ເພິ່ນ ແລະ ບໍ່ໄດ້ປະຕິເສດບາບນັ້ນ, ໂດຍປາດຖະໜາທີ່ຈະຮັບບັບຕິສະມາໄວ້ກັບພຣະຜູ້ເປັນເຈົ້າ.
2 ແຕ່ຫລາຍຕໍ່ຫລາຍຄົນທີ່ບໍ່ເຊື່ອໃນຄຳເວົ້າຂອງຊາມູເອນໄດ້ຄຽດແຄ້ນໃຫ້ເພິ່ນ; ແລະ ພວກເຂົາໄດ້ແກວ່ງກ້ອນຫີນໄປໃສ່ເພິ່ນຢູ່ເທິງກຳແພງ, ແລະ ຫລາຍຄົນໄດ້ຍິງທະນູໄປໃສ່ເພິ່ນນຳອີກໃນເວລາທີ່ເພິ່ນກຳລັງຢືນຢູ່ເທິງກຳແພງນັ້ນ, ແຕ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບເພິ່ນ, ເຖິງຂະໜາດທີ່ພວກເຂົາບໍ່ສາມາດແກວ່ງກ້ອນຫີນ ແລະ ຍິງທະນູໄປຖືກເພິ່ນ.
3 ບັດນີ້ເມື່ອພວກເຂົາເຫັນວ່າ ພວກເຂົາແຕະຕ້ອງເພິ່ນບໍ່ໄດ້, ຫລາຍຄົນຕື່ມອີກໄດ້ເຊື່ອໃນຄຳເວົ້າຂອງເພິ່ນ ເຖິງຂະໜາດທີ່ພວກເຂົາໄດ້ອອກໄປຫານີໄຟເພື່ອຮັບບັບຕິສະມາ.
4 ເພາະຈົ່ງເບິ່ງ, ນີໄຟກຳລັງໃຫ້ບັບຕິສະມາຢູ່, ແລະ ທຳນາຍ, ແລະ ສັ່ງສອນ, ແລະ ປ່າວປະກາດການກັບໃຈແກ່ຜູ້ຄົນ, ແລະ ສະແດງເຄື່ອງໝາຍ ແລະ ການແປກປະຫລາດຕ່າງໆ, ແລະ ເຮັດ ສິ່ງມະຫັດສະຈັນໃນບັນດາຜູ້ຄົນ, ເພື່ອພວກເຂົາຈະໄດ້ຮູ້ຈັກວ່າ ພຣະຄຣິດຈະສະເດັດມາ ໃນບໍ່ຊ້າ—
5 ໂດຍບອກພວກເຂົາເຖິງເລື່ອງທີ່ຈະເກີດຂຶ້ນໃນບໍ່ຊ້າ ເພື່ອພວກເຂົາຈະໄດ້ຮູ້ຈັກ ແລະ ຈື່ຈຳມັນໄດ້ເມື່ອເຖິງເວລາທີ່ມັນເກີດຂຶ້ນ ວ່າມັນຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຂົາມາກ່ອນແລ້ວ ໂດຍມີເຈດຕະນາທີ່ຈະໃຫ້ພວກເຂົາເຊື່ອຖື; ສະນັ້ນ ຫລາຍຕໍ່ຫລາຍຄົນທີ່ເຊື່ອໃນຄຳເວົ້າຂອງຊາມູເອນ ຈຶ່ງໄດ້ອອກໄປຫາເພິ່ນເພື່ອຮັບບັບຕິສະມາ ເພາະວ່າພວກເຂົາມາດ້ວຍການກັບໃຈ ແລະ ດ້ວຍການສາລະພາບບາບຂອງພວກເຂົາ.
6 ແຕ່ວ່າຄົນສ່ວນຫລາຍບໍ່ເຊື່ອໃນຄຳເວົ້າຂອງຊາມູເອນ; ສະນັ້ນ ເມື່ອພວກເຂົາເຫັນວ່າກ້ອນຫີນ ແລະ ລູກທະນູຂອງພວກເຂົາແຕະຕ້ອງເພິ່ນບໍ່ໄດ້, ພວກເຂົາຈຶ່ງຮ້ອງບອກນາຍທະຫານຂອງພວກເຂົາ, ມີຄວາມວ່າ: ຈັບຊາຍຜູ້ນີ້ແລ້ວມັດລາວໄວ້, ເພາະຈົ່ງເບິ່ງ ລາວຖືກຜີສິງ; ແລະ ເພາະອຳນາດຂອງຜີທີ່ຢູ່ກັບລາວ, ພວກເຮົາຈຶ່ງແກວ່ງກ້ອນຫີນ ແລະ ຍິງທະນູໄປໃສ່ລາວບໍ່ຖືກ; ສະນັ້ນ ຈົ່ງຈັບລາວ ແລະ ມັດລາວໄວ້, ແລະ ເອົາລາວໄປ.
7 ແລະ ເວລາທີ່ພວກນາຍທະຫານອອກໄປເພື່ອຈະຈັບເພິ່ນ, ຈົ່ງເບິ່ງ, ເພິ່ນໄດ້ກະໂດດລົງຈາກກຳແພງເມືອງ ແລະ ໄດ້ໜີອອກຈາກແຜ່ນດິນຂອງພວກເຂົາໄປ, ແທ້ຈິງແລ້ວ, ເຖິງແມ່ນໄປຫາບ້ານເມືອງຂອງເພິ່ນ, ແລະ ເລີ່ມຕົ້ນສັ່ງສອນ ແລະ ທຳນາຍຢູ່ໃນບັນດາຜູ້ຄົນຂອງເພິ່ນເອງ.
8 ແລະ ຈົ່ງເບິ່ງ, ບໍ່ມີຜູ້ໃດໃນບັນດາຊາວນີໄຟໄດ້ຍິນເລື່ອງລາວຂອງເພິ່ນອີກ; ແລະ ການງານຂອງຜູ້ຄົນເປັນໄປດັ່ງນັ້ນ.
9 ແລະ ປີທີແປດສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
10 ແລະ ປີທີແປດສິບເຈັດແຫ່ງການປົກຄອງຂອງຜູ້ຕັດສິນກໍໄດ້ສິ້ນສຸດລົງດັ່ງນີ້ອີກ, ຜູ້ຄົນສ່ວນຫລາຍຍັງຢູ່ໃນຄວາມທະນົງຕົວ ແລະ ຢູ່ໃນຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ຄົນສ່ວນນ້ອຍໄດ້ດຳເນີນຊີວິດໄປຢ່າງຮອບຄອບຫລາຍຂຶ້ນຕໍ່ພຣະພັກຂອງພຣະເຈົ້າ.
11 ແລະ ສະພາບເຊັ່ນນີ້ກໍເປັນໄປໃນປີທີແປດສິບແປດແຫ່ງການປົກຄອງຂອງຜູ້ຕັດສິນຄືກັນ.
12 ແລະ ມັນມີການປ່ຽນແປງພຽງເລັກນ້ອຍໃນການງານຂອງຜູ້ຄົນ ນອກຈາກຜູ້ຄົນເລີ່ມແຂງກະດ້າງຫລາຍຂຶ້ນໃນຄວາມຊົ່ວຮ້າຍ ແລະ ເຮັດສິ່ງທີ່ກົງກັນຂ້າມກັບພຣະບັນຍັດຂອງພຣະເຈົ້າຫລາຍຂຶ້ນ, ໃນປີທີແປດສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ.
13 ແຕ່ເຫດການໄດ້ບັງເກີດຂຶ້ນໃນປີທີເກົ້າສິບແຫ່ງການປົກຄອງຂອງຜູ້ຕັດສິນ, ມັນມີ ເຄື່ອງໝາຍສຳຄັນ ແລະ ການແປກປະຫລາດປະກົດຂຶ້ນແກ່ຜູ້ຄົນ; ແລະ ຄຳເວົ້າຂອງສາດສະດາທັງຫລາຍ ເລີ່ມເປັນຈິງຂຶ້ນມາ.
14 ແລະ ທູດໄດ້ມາປະກົດແກ່ມະນຸດ, ແລະ ນັກປາດ, ແລະ ໄດ້ປະກາດຂ່າວອັນໜ້າຊື່ນຊົມແຫ່ງຄວາມປິຕິຍິນດີອັນຍິ່ງໃຫຍ່ແກ່ພວກເຂົາ; ດັ່ງນັ້ນ ໃນປີນີ້ຂໍ້ຄວາມພຣະຄຳພີຈຶ່ງເລີ່ມສຳເລັດ.
15 ເຖິງຢ່າງໃດກໍຕາມ, ຜູ້ຄົນຍິ່ງເລີ່ມເຮັດໃຈແຂງກະດ້າງຫລາຍຂຶ້ນ, ທຸກຄົນນອກຈາກຜູ້ທີ່ມີຄວາມເຊື່ອຫລາຍທີ່ສຸດ, ທັງຊາວນີໄຟ ແລະ ຊາວເລມັນນຳອີກ, ແລະ ເລີ່ມເຊື່ອຖືກຳລັງຂອງຕົນເອງ ແລະ ປັນຍາ ຂອງຕົນເອງ, ໂດຍກ່າວວ່າ:
16 ບາງສິ່ງໃນບັນດາຫລາຍສິ່ງພວກເຂົາອາດເດົາຖືກ; ແຕ່ຈົ່ງເບິ່ງ, ພວກເຮົາຮູ້ວ່າວຽກງານທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນທັງໝົດທີ່ເວົ້າເຖິງຈະບັງເກີດຂຶ້ນບໍ່ໄດ້.
17 ແລະ ພວກເຂົາເລີ່ມຫາເຫດຜົນ ແລະ ໂຕ້ຖຽງກັນໃນບັນດາພວກເຂົາເອງ, ມີຄວາມວ່າ:
18 ຄືມັນ ບໍ່ມີເຫດຜົນທີ່ຄົນຢ່າງພຣະຄຣິດຈະສະເດັດມາ; ຖ້າເປັນເຊັ່ນນັ້ນແທ້ ແລະ ວ່າພຣະອົງເປັນພຣະບຸດຂອງພຣະເຈົ້າ ແລະ ເປັນພຣະບິດາຂອງສະຫວັນ ແລະ ຂອງແຜ່ນດິນໂລກ ດັ່ງທີ່ເວົ້າເຖິງ, ເປັນດ້ວຍເຫດໃດພຣະອົງຈຶ່ງຈະບໍ່ສະເດັດມາຫາພວກເຮົາເຊັ່ນດຽວກັບທີ່ພຣະອົງຈະສະເດັດມາຫາຄົນທັງຫລາຍຊຶ່ງຈະຢູ່ທີ່ເຢຣູຊາເລັມ?
19 ແທ້ຈິງແລ້ວ, ເປັນດ້ວຍເຫດໃດພຣະອົງຈຶ່ງຈະບໍ່ສະເດັດມາຫາແຜ່ນດິນນີ້ ເຊັ່ນດຽວກັບທີ່ພຣະອົງຈະສະເດັດມາສູ່ແຜ່ນດິນເຢຣູຊາເລັມ?
20 ແຕ່ຈົ່ງເບິ່ງ, ພວກເຮົາຮູ້ວ່ານີ້ເປັນ ຮີດຄອງປະເພນີອັນຊົ່ວຮ້າຍ ຊຶ່ງຖືກມອບໃຫ້ຕໍ່ໆກັນມາຈົນເຖິງພວກເຮົາໂດຍບັນພະບຸລຸດຂອງພວກເຮົາ, ເພື່ອໃຫ້ພວກເຮົາເຊື່ອໃນສິ່ງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນ ຊຶ່ງຈະເກີດຂຶ້ນ ແຕ່ບໍ່ແມ່ນໃນບັນດາພວກເຮົາ, ແຕ່ໃນແຜ່ນດິນທີ່ຢູ່ຫ່າງໄກ ແຜ່ນດິນຊຶ່ງພວກເຮົາບໍ່ຮູ້ຈັກ; ສະນັ້ນພວກເຂົາຈະສາມາດເຮັດໃຫ້ພວກເຮົາຢູ່ໃນຄວາມໂງ່ຈ້າລ້າຫລັງ, ເພາະວ່າພວກເຮົາຈະບໍ່ສາມາດເປັນ ພະຍານດ້ວຍຕາຂອງພວກເຮົາເອງວ່າ ມັນເປັນຄວາມຈິງ.
21 ແລະ ໂດຍເລ່ຫລ່ຽມ ແລະ ຄວາມລຶກລັບຂອງມານຮ້າຍ, ພວກເຂົາຈະເຮັດການລຶກລັບອັນໃຫຍ່ຫລວງບາງຢ່າງ ຊຶ່ງພວກເຮົາບໍ່ເຂົ້າໃຈ, ຊຶ່ງຈະເຮັດໃຫ້ພວກເຮົາລົງໄປເປັນຂ້າໃຊ້ຂອງຄຳເວົ້າຂອງພວກເຂົາ, ແລະ ເປັນຂ້າໃຊ້ຂອງພວກເຂົານຳອີກ, ເພາະວ່າພວກເຮົາຕ້ອງເພິ່ງພວກເຂົາໃຫ້ສິດສອນພຣະຄຳໃຫ້ແກ່ພວກເຮົາ; ແລະ ພວກເຂົາຈະເຮັດໃຫ້ພວກເຮົາຢູ່ໃນຄວາມໂງ່ຈ້າດັ່ງນີ້ ຖ້າຫາກພວກເຮົາຍອມມອບຕົວໃຫ້ກັບພວກເຂົາຕະຫລອດວັນເວລາຂອງຊີວິດພວກເຮົາ.
22 ແລະ ມີອີກຫລາຍເລື່ອງທີ່ຜູ້ຄົນໄດ້ຄິດຂຶ້ນມາເອງຢູ່ໃນໃຈຂອງພວກເຂົາ, ຊຶ່ງເປັນເລື່ອງໂງ່ ແລະ ບໍ່ມີປະໂຫຍດ; ແລະ ພວກເຂົາວຸ້ນວາຍໃຈຫລາຍ, ເພາະຊາຕານໄດ້ຍຸຍົງໃຫ້ພວກເຂົາເຮັດຄວາມຊົ່ວຮ້າຍຢູ່ຕະຫລອດເວລາ; ແທ້ຈິງແລ້ວ, ມັນໄດ້ທ່ອງທ່ຽວໄປມາແຜ່ຂ່າວລື ແລະ ການຂັດແຍ້ງທົ່ວຜືນແຜ່ນດິນ ເພື່ອມັນຈະໄດ້ເຮັດໃຫ້ໃຈຂອງຜູ້ຄົນແຂງກະດ້າງຕໍ່ສິ່ງທີ່ດີ ແລະ ຕໍ່ສິ່ງທີ່ຈະມາເຖິງ.
23 ແລະ ທັງໆທີ່ເຄື່ອງໝາຍ ແລະ ການແປກປະຫລາດໄດ້ເກີດຂຶ້ນໃນບັນດາຜູ້ຄົນຂອງພຣະຜູ້ເປັນເຈົ້າ, ແລະ ສິ່ງມະຫັດສະຈັນຫລາຍຢ່າງຊຶ່ງຄົນເຫລົ່ານັ້ນໄດ້ເຮັດຂຶ້ນ, ຊາຕານກໍຍັງມີອຳນາດອັນຍິ່ງໃຫຍ່ເໜືອໃຈຂອງຜູ້ຄົນທົ່ວຜືນແຜ່ນດິນຢູ່.
24 ແລະ ປີທີເກົ້າສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
25 ແລະ ໜັງສືຮີລາມັນ, ຕາມບັນທຶກຂອງຮີລາມັນ ຜູ້ເປັນລູກຊາຍຂອງຮີລາມັນກໍໄດ້ຈົບລົງດັ່ງນີ້.