ຄຳທຳນາຍຂອງຊາມູເອນຄົນເລມັນທີ່ໃຫ້ໄວ້ກັບຊາວນີໄຟ.
ມີຢູ່ໃນບົດທີ 13 ຈົນເຖິງບົດທີ 15.
ບົດທີ 13
ຊາມູເອນຄົນເລມັນທຳນາຍເຖິງການທຳລາຍຂອງຊາວນີໄຟຖ້າຫາກພວກເຂົາບໍ່ກັບໃຈ—ພວກເຂົາ ແລະ ຂອງມີຄ່າຂອງພວກເຂົາຖືກສາບແຊ່ງ—ພວກເຂົາປະຕິເສດ ແລະ ແກວ່ງກ້ອນຫີນໃສ່ສາດສະດາ, ຖືກຫຸ້ມລ້ອມໄວ້ດ້ວຍວິນຍານຮ້າຍ, ແລະ ສະແຫວງຫາຄວາມສຸກໃນການເຮັດຄວາມຊົ່ວຮ້າຍ. ປະມານ 6 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີທີແປດສິບຫົກ, ຊາວນີໄຟຍັງຢູ່ໃນຄວາມຊົ່ວຮ້າຍຢູ່, ແທ້ຈິງແລ້ວ, ຍັງຢູ່ໃນຄວາມຊົ່ວຮ້າຍອັນໃຫຍ່ຫລວງ, ໃນຂະນະທີ່ ຊາວເລມັນໄດ້ປະຕິບັດຢ່າງເຄັ່ງຄັດໃນການຮັກສາພຣະບັນຍັດຂອງພຣະເຈົ້າຕາມກົດຂອງໂມເຊ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີນີ້ມີຊາວເລມັນຄົນໜຶ່ງຊື່ວ່າ ຊາມູເອນ, ເຂົ້າມາໃນແຜ່ນດິນເຊຣາເຮັມລາ ແລະ ເລີ່ມສັ່ງສອນຜູ້ຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສັ່ງສອນກ່ຽວກັບການກັບໃຈໃຫ້ແກ່ຜູ້ຄົນຢູ່ຫລາຍມື້, ແລະ ພວກເຂົາໄດ້ຂັບໄລ່ເພິ່ນອອກໄປ, ແລະ ເພິ່ນກຳລັງຈະກັບໄປຫາແຜ່ນດິນຂອງເພິ່ນເອງ.
3 ແຕ່ຈົ່ງເບິ່ງ, ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເພິ່ນ, ວ່າເພິ່ນຄວນກັບຄືນໄປອີກ ແລະ ທຳນາຍແກ່ຜູ້ຄົນເຖິງເລື່ອງອັນໃດກໍຕາມທີ່ຈະເຂົ້າມາໃນ ໃຈຂອງເພິ່ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາບໍ່ຍອມໃຫ້ເພິ່ນເຂົ້າເມືອງ; ສະນັ້ນ ເພິ່ນຈຶ່ງອອກໄປ ແລະ ຂຶ້ນເທິງກຳແພງເມືອງນັ້ນ ແລະ ເດ່ມືອອກໄປ ແລະ ຮ້ອງອອກມາດ້ວຍສຽງອັນດັງ ແລະ ທຳນາຍແກ່ຜູ້ຄົນເຖິງເລື່ອງທີ່ພຣະຜູ້ເປັນເຈົ້າໃສ່ໄວ້ໃນໃຈຂອງເພິ່ນ.
5 ແລະ ເພິ່ນໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງຂ້າພະເຈົ້າຊາມູເອນເປັນຊາວເລມັນ, ຂໍເວົ້າເຖິງພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະອົງໄດ້ໃສ່ໄວ້ໃນໃຈຂອງຂ້າພະເຈົ້າ; ແລະ ຈົ່ງເບິ່ງ ພຣະອົງໄດ້ໃສ່ມັນໄວ້ໃນໃຈຂອງຂ້າພະເຈົ້າ ເພື່ອໃຫ້ກ່າວກັບຜູ້ຄົນພວກນີ້ວ່າ ດາບແຫ່ງຄວາມຍຸດຕິທຳກຳລັງຫ້ອຍຢູ່ເທິງຫົວຂອງຜູ້ຄົນພວກນີ້; ແລະ ກ່ອນສີ່ຮ້ອຍປີຈະຜ່ານໄປ, ດາບແຫ່ງຄວາມຍຸດຕິທຳຈະຕົກລົງມາໃສ່ຜູ້ຄົນພວກນີ້.
6 ແທ້ຈິງແລ້ວ, ຄວາມພິນາດຢ່າງໃຫຍ່ຫລວງໄດ້ຄອຍຖ້າຜູ້ຄົນພວກນີ້ຢູ່, ແລະ ມັນຈະມາຫາຜູ້ຄົນພວກນີ້ຢ່າງແນ່ນອນ ແລະ ຈະບໍ່ມີສິ່ງໃດຈະຊ່ວຍໃຫ້ຜູ້ຄົນພວກນີ້ລອດໄດ້ນອກຈາກການກັບໃຈ ແລະ ສັດທາໃນອົງພຣະເຢຊູຄຣິດເຈົ້າ, ຜູ້ຈະສະເດັດມາໃນໂລກຢ່າງແນ່ນອນ, ແລະ ຈະທົນທຸກທໍລະມານຫລາຍຢ່າງ ແລະ ຈະຖືກຂ້າເພື່ອຜູ້ຄົນຂອງພຣະອົງ.
7 ແລະ ຈົ່ງເບິ່ງ, ທູດຂອງພຣະຜູ້ເປັນເຈົ້າໄດ້ປະກາດເລື່ອງນີ້ແກ່ຂ້າພະເຈົ້າ, ແລະ ເພິ່ນໄດ້ນຳຂ່າວ ອັນໜ້າຊື່ນຊົມມາສູ່ຈິດວິນຍານຂອງຂ້າພະເຈົ້າ. ແລະ ຈົ່ງເບິ່ງ, ຂ້າພະເຈົ້າຖືກສົ່ງມາຫາພວກທ່ານ ແລະ ປະກາດແກ່ພວກທ່ານນຳອີກ, ເພື່ອພວກທ່ານຈະໄດ້ຮັບຂ່າວອັນໜ້າຊື່ນຊົມນີ້; ແຕ່ຈົ່ງເບິ່ງ ພວກທ່ານບໍ່ຍອມຮັບຂ້າພະເຈົ້າເລີຍ.
8 ສະນັ້ນ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເພາະຄວາມແຂງກະດ້າງຂອງໃຈຂອງຜູ້ຄົນຊາວນີໄຟ, ຖ້າຫາກພວກເຂົາບໍ່ກັບໃຈ ເຮົາຈະເອົາພຣະຄຳຂອງເຮົາໄປຈາກພວກເຂົາ, ແລະ ເຮົາຈະ ຖອນພຣະວິນຍານຂອງເຮົາອອກຈາກພວກເຂົາ, ແລະ ເຮົາຈະບໍ່ອົດທົນກັບພວກເຂົາຕໍ່ໄປອີກ, ແລະ ເຮົາຈະຫັນໃຈຂອງພີ່ນ້ອງຂອງພວກເຂົາມາຕໍ່ຕ້ານພວກເຂົາ.
9 ແລະ ກ່ອນ ສີ່ຮ້ອຍປີຈະຜ່ານໄປ ເຮົາຈະເຮັດໃຫ້ພວກເຂົາຖືກລົງໂທດ; ແທ້ຈິງແລ້ວ, ເຮົາຈະມາຢ້ຽມຢາມພວກເຂົາດ້ວຍດາບ ແລະ ດ້ວຍຄວາມອຶດຢາກ ແລະ ດ້ວຍພະຍາດໂລຄາ.
10 ແທ້ຈິງແລ້ວ, ເຮົາຈະມາຢ້ຽມຢາມພວກເຂົາໃນພຣະພິໂລດອັນຮ້າຍແຮງຂອງເຮົາ, ແລະ ຄົນລຸ້ນ ທີສີ່ ຜູ້ທີ່ເປັນສັດຕູຂອງພວກເຈົ້າຈະມີຊີວິດຢູ່, ເພື່ອພວກເຂົາຈະໄດ້ເຫັນຄວາມພິນາດທັງໝົດຂອງພວກເຈົ້າ; ແລະ ສິ່ງນີ້ຈະເກີດຂຶ້ນຢ່າງແນ່ນອນຖ້າຫາກພວກເຈົ້າບໍ່ກັບໃຈ, ພຣະຜູ້ເປັນເຈົ້າໄດ້ກ່າວ; ແລະ ຄົນລຸ້ນທີສີ່ຈະເຫັນຄວາມພິນາດຂອງພວກເຈົ້າ.
11 ແຕ່ຖ້າຫາກພວກເຈົ້າກັບໃຈ ແລະ ຫັນມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ ເຮົາຈະເອົາພຣະພິໂລດຂອງເຮົາໄປ, ພຣະຜູ້ເປັນເຈົ້າໄດ້ກ່າວ; ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ຜູ້ທີ່ກັບໃຈ ແລະ ຫັນມາຫາເຮົາຍ່ອມເປັນສຸກ, ແຕ່ວິບັດແກ່ຜູ້ທີ່ບໍ່ກັບໃຈ.
12 ແທ້ຈິງແລ້ວ, ວິບັດແກ່ເມືອງເຊຣາເຮັມລາທີ່ຍິ່ງໃຫຍ່ນີ້; ເພາະຈົ່ງເບິ່ງ, ເພາະຄົນຊອບທຳມັນຈຶ່ງຖືກຍົກເວັ້ນ; ແທ້ຈິງແລ້ວ, ວິບັດແກ່ເມືອງຍິ່ງໃຫຍ່ນີ້, ພຣະຜູ້ເປັນເຈົ້າໄດ້ກ່າວ, ເພາະເຮົາເຫັນວ່າມີຢູ່ຢ່າງຫລວງຫລາຍ, ແທ້ຈິງແລ້ວ, ຄົນສ່ວນຫລາຍຂອງເມືອງຍິ່ງໃຫຍ່ນີ້ທີ່ຈະເຮັດໃຈແຂງກະດ້າງຕໍ່ເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.
13 ແຕ່ຄົນທີ່ຈະກັບໃຈຍ່ອມເປັນສຸກ, ເປັນຍ້ອນພວກເຂົາ ເຮົາຈຶ່ງຈະຍົກເວັ້ນ. ແຕ່ຈົ່ງເບິ່ງ, ຖ້າຫາກບໍ່ແມ່ນເພາະຄົນຊອບທຳທີ່ຢູ່ໃນເມືອງຍິ່ງໃຫຍ່ນີ້, ຈົ່ງເບິ່ງ, ເຮົາຈະໃຫ້ ໄຟລົງມາຈາກສະຫວັນ ແລະ ທຳລາຍມັນເສຍ.
14 ແຕ່ຈົ່ງເບິ່ງ, ເພື່ອເຫັນແກ່ຄົນຊອບທຳ ມັນຈຶ່ງໄດ້ຮັບການຍົກເວັ້ນ. ແຕ່ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເວລາຈະມາເຖິງ ເມື່ອໃດພວກເຈົ້າຈະຂັບໄລ່ຄົນຊອບທຳອອກຈາກບັນດາພວກເຈົ້າ, ເມື່ອນັ້ນພວກເຈົ້າຈະສຸກເພື່ອຄວາມພິນາດ; ແທ້ຈິງແລ້ວ, ວິບັດແກ່ເມືອງຍິ່ງໃຫຍ່ນີ້ ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຊຶ່ງມີຢູ່ໃນນັ້ນ.
15 ແທ້ຈິງແລ້ວ, ແລະ ວິບັດແກ່ເມືອງກີເດໂອນ, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຊຶ່ງມີຢູ່ໃນນັ້ນ.
16 ແທ້ຈິງແລ້ວ, ແລະ ວິບັດແກ່ເມືອງທັງໝົດ ຊຶ່ງຢູ່ໃນແຜ່ນດິນໂດຍຮອບ, ທີ່ຊາວນີໄຟເປັນເຈົ້າຂອງ ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງທີ່ມີຢູ່ໃນນັ້ນ.
17 ແລະ ຈົ່ງເບິ່ງ, ແຜ່ນດິນຈະຖືກ ສາບແຊ່ງ, ຈອມໂຍທາໄດ້ກ່າວ, ເພາະເຫັນແກ່ຜູ້ຄົນທີ່ຢູ່ເທິງແຜ່ນດິນ, ແທ້ຈິງແລ້ວ, ເພາະຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຄວາມໜ້າກຽດຊັງຂອງພວກເຂົາ.
18 ແລະ ເຫດການຈະບັງເກີດຂຶ້ນ, ຈອມໂຍທາໄດ້ກ່າວ, ແທ້ຈິງແລ້ວ, ພຣະເຈົ້າອົງຍິ່ງໃຫຍ່ ແລະ ແທ້ຈິງຂອງພວກເຮົາໄດ້ກ່າວວ່າ ຜູ້ທີ່ ເຊື່ອງຊັບສົມບັດໄວ້ໃນແຜ່ນດິນຈະຫາມັນບໍ່ພົບອີກເລີຍ ເພາະການສາບແຊ່ງອັນໃຫຍ່ຫລວງທີ່ມີກັບແຜ່ນດິນ, ຍົກເວັ້ນແຕ່ຄົນຊອບທຳຜູ້ທີ່ເຊື່ອງຊັບສິນຂອງພວກເຂົາໄວ້ກັບພຣະຜູ້ເປັນເຈົ້າເທົ່ານັ້ນ.
19 ເພາະເຮົາຈະ, ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເຮົາຢາກໃຫ້ພວກເຂົາເຊື່ອງຊັບສົມບັດຂອງພວກເຂົາໄວ້ກັບເຮົາ; ແລະ ຄົນທີ່ບໍ່ເຊື່ອງຊັບສົມບັດຂອງພວກເຂົາໄວ້ກັບເຮົາຈະຖືກສາບແຊ່ງ ເພາະບໍ່ມີຜູ້ໃດທີ່ຈະເຊື່ອງຊັບສົມບັດຂອງຕົນໄວ້ກັບເຮົານອກຈາກຄົນທີ່ຊອບທຳເທົ່ານັ້ນ; ແລະ ຄົນທີ່ບໍ່ໄດ້ເຊື່ອງຊັບສົມບັດຂອງເຂົາໄວ້ກັບເຮົາຈະຖືກສາບແຊ່ງ ແລະ ຊັບສົມບັດກໍຄືກັນ, ແລະ ບໍ່ມີຜູ້ໃດຈະໄຖ່ມັນຄືນມາເພາະຄຳສາບແຊ່ງທີ່ມີກັບແຜ່ນດິນ.
20 ແລະ ມື້ນັ້ນຈະມາເຖິງຄື ພວກເຂົາຈະເຊື່ອງຊັບສົມບັດຂອງພວກເຂົາໄວ້ ເພາະພວກເຂົາມີແຕ່ໝົກໝຸ້ນຢູ່ກັບຂອງມີຄ່າ; ແລະ ເພາະພວກເຂົາມີແຕ່ໝົກໝຸ້ນຢູ່ກັບຂອງມີຄ່າຂອງພວກເຂົາ, ແລະ ຈະເຊື່ອງຊັບສົມບັດຂອງພວກເຂົາໄວ້ໃນເວລາທີ່ພວກເຂົາຫລົບໜີໄປຈາກສັດຕູຂອງພວກເຂົາ; ເພາະພວກເຂົາຈະບໍ່ໄດ້ເຊື່ອງຊັບສົມບັດຂອງພວກເຂົາໄວ້ກັບເຮົາ, ພວກເຂົາຈະຖືກສາບແຊ່ງ ແລະ ຊັບສົມບັດຂອງພວກເຂົາກໍຄືກັນ, ແລະ ໃນມື້ນັ້ນ ພວກເຂົາຈະຖືກລົງໂທດ, ພຣະຜູ້ເປັນເຈົ້າໄດ້ກ່າວ.
21 ຈົ່ງເບິ່ງ ພວກທ່ານຜູ້ເປັນຜູ້ຄົນຂອງເມືອງຍິ່ງໃຫຍ່ນີ້, ແລະ ຈົ່ງ ເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າເຖີດ; ແທ້ຈິງແລ້ວ, ຈົ່ງເຊື່ອຟັງພຣະຄຳຊຶ່ງພຣະຜູ້ເປັນເຈົ້າໄດ້ກ່າວໄວ້; ເພາະຈົ່ງເບິ່ງ, ພຣະອົງໄດ້ກ່າວວ່າ ພວກທ່ານຈະຖືກສາບແຊ່ງ ເພາະຂອງມີຄ່າຂອງພວກທ່ານ, ແລະ ຂອງມີຄ່າຂອງພວກທ່ານຈະຖືກສາບແຊ່ງນຳອີກ ເພາະພວກທ່ານໝົກໝຸ້ນຢູ່ກັບມັນ, ແລະ ບໍ່ເຊື່ອຟັງພຣະຄຳຂອງພຣະອົງຜູ້ປະທານມັນໃຫ້ແກ່ພວກທ່ານ.
22 ພວກທ່ານບໍ່ຈື່ຈຳພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກທ່ານໃນສິ່ງທີ່ພຣະອົງປະທານໃຫ້ແກ່ພວກທ່ານ, ແຕ່ພວກທ່ານຈື່ຈຳ ຂອງມີຄ່າຂອງພວກທ່ານຢູ່ຕະຫລອດເວລາ ແລະ ບໍ່ຖວາຍຄວາມຂອບພຣະໄທແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກທ່ານສຳລັບສິ່ງເຫລົ່ານັ້ນ; ແທ້ຈິງແລ້ວ, ໃຈຂອງພວກທ່ານບໍ່ໄດ້ອອກມາຫາພຣະຜູ້ເປັນເຈົ້າ, ແຕ່ມັນໄດ້ພອງຂຶ້ນດ້ວຍ ຄວາມທະນົງຕົວອັນໃຫຍ່ຫລວງ, ຈົນເຖິງການອວດອ້າງ ແລະ ຈົນເຖິງການທະເຍີທະຍານ, ການອິດສາບັງບຽດ, ການຜິດຖຽງກັນ, ການມີເຈດຕະນາຮ້າຍ, ການກົດຂີ່ຂົ່ມເຫັງ, ແລະ ການຄາດຕະກຳ, ແລະ ການເຮັດຄວາມຊົ່ວຮ້າຍນາໆປະການ.
23 ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງໃຫ້ການສາບແຊ່ງມາສູ່ແຜ່ນດິນ ແລະ ມາສູ່ຂອງມີຄ່າຂອງພວກທ່ານນຳອີກ, ແລະ ນີ້ເພາະຄວາມຊົ່ວຮ້າຍຂອງພວກທ່ານ.
24 ແທ້ຈິງແລ້ວ, ວິບັດແກ່ຜູ້ຄົນພວກນີ້, ເພາະເວລານີ້ຊຶ່ງມາເຖິງແລ້ວ, ທີ່ພວກທ່ານໄດ້ ຂັບໄລ່ສາດສະດາອອກໄປ, ແລະ ເຍາະເຍີ້ຍພວກເພິ່ນ, ແລະ ແກວ່ງກ້ອນຫີນໃສ່ພວກເພິ່ນ, ແລະ ໄລ່ຂ້າພວກເພິ່ນ, ແລະ ເຮັດຄວາມຊົ່ວຮ້າຍນາໆປະການຕໍ່ພວກເພິ່ນ ຄືກັນກັບຜູ້ຄົນໃນສະໄໝບູຮານເຮັດໄປນັ້ນ.
25 ແລະ ບັດນີ້ເວລາພວກທ່ານເວົ້າອອກມາ, ພວກທ່ານເວົ້າວ່າ: ຖ້າຫາກພວກເຮົາມີຊີວິດຢູ່ໃນສະໄໝຂອງ ບັນພະບຸລຸດຂອງພວກເຮົາ, ພວກເຮົາຈະບໍ່ຂ້າສາດສະດາ; ພວກເຮົາຈະບໍ່ແກວ່ງກ້ອນຫີນໃສ່ພວກເພິ່ນ, ແລະ ຂັບໄລ່ພວກເພິ່ນອອກໄປ.
26 ຈົ່ງເບິ່ງ ພວກທ່ານຍິ່ງຊົ່ວຮ້າຍຫລາຍກວ່າພວກເຂົາອີກຊ້ຳ; ເພາະຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ຖ້າຫາກ ສາດສະດາຄົນໃດມາໃນບັນດາພວກທ່ານ ແລະ ປະກາດພຣະຄຳຂອງພຣະຜູ້ເປັນເຈົ້າແກ່ພວກທ່ານ, ຊຶ່ງໃຫ້ຖ້ອຍຄຳເຖິງບາບ ແລະ ຄວາມຊົ່ວຮ້າຍຂອງພວກທ່ານ, ແລ້ວພວກທ່ານກໍ ໂມໂຫຮ້າຍຂຶ້ນ, ແລະ ຂັບໄລ່ເພິ່ນອອກໄປ, ແລະ ຊອກຫາທຸກວິທີທາງທີ່ຈະທຳລາຍເພິ່ນ; ແທ້ຈິງແລ້ວ, ພວກທ່ານຈະເວົ້າວ່າ ເພິ່ນເປັນ ສາດສະດາປອມ, ແລະ ວ່າເພິ່ນເປັນຄົນບາບ, ແລະ ເປັນຂອງມານ, ເພາະເພິ່ນໄດ້ ໃຫ້ຖ້ອຍຄຳວ່າ ການກະທຳຂອງພວກທ່ານຊົ່ວ.
27 ແຕ່ຈົ່ງເບິ່ງ, ຖ້າຫາກມີຄົນໜຶ່ງເຂົ້າມາໃນບັນດາພວກທ່ານ ແລະ ເວົ້າວ່າ: ເຮັດແນວນີ້; ແລະ ຈະບໍ່ມີຄວາມຊົ່ວຮ້າຍ; ເຮັດແນວນັ້ນ ແລ້ວພວກທ່ານຈະບໍ່ຕ້ອງທົນທຸກ; ແທ້ຈິງແລ້ວ, ລາວຈະເວົ້າວ່າ: ຈົ່ງດຳເນີນໄປຕາມຄວາມຈອງຫອງຂອງໃຈຂອງພວກທ່ານເອງ; ແທ້ຈິງແລ້ວ, ຈົ່ງດຳເນີນໄປຕາມຄວາມຈອງຫອງຂອງຕາຂອງພວກທ່ານເອງ, ແລະ ຈົ່ງເຮັດສິ່ງໃດກໍຕາມ ຕາມຄວາມປາດຖະໜາຂອງໃຈຂອງພວກທ່ານ—ແລະ ຖ້າຫາກມີຄົນໃດເຂົ້າມາໃນບັນດາພວກທ່ານ ແລະ ເວົ້າແບບນີ້ ພວກທ່ານກໍຈະຮັບເອົາລາວ ແລະ ເວົ້າວ່າລາວເປັນ ສາດສະດາ.
28 ແທ້ຈິງແລ້ວ, ພວກທ່ານຈະຍົກລາວຂຶ້ນ, ແລະ ພວກທ່ານຈະມອບເຂົ້າຂອງ ຂອງພວກທ່ານໃຫ້ລາວ; ພວກທ່ານຈະມອບຄຳຂອງພວກທ່ານໃຫ້ລາວ, ແລະ ເງິນຂອງພວກທ່ານໃຫ້ລາວ, ແລະ ພວກທ່ານຈະຕົກແຕ່ງລາວດ້ວຍເສື້ອຜ້າທີ່ມີລາຄາແພງ ເພາະລາວໄດ້ ຍ້ອງຍໍພວກທ່ານ, ແລະ ຍ້ອນວ່າລາວເວົ້າໃນທາງທີ່ພວກທ່ານພໍໃຈ, ເວລານັ້ນພວກທ່ານຈະບໍ່ພົບຄວາມຜິດໃນລາວ.
29 ໂອ້ ພວກທ່ານຜູ້ຄົນລຸ້ນທີ່ຊົ່ວ ແລະ ເສຍຄົນເອີຍ; ພວກທ່ານເປັນຄົນແຂງກະດ້າງ ແລະ ພວກທ່ານເປັນຄົນແຂງຄໍ, ພວກທ່ານຄິດວ່າພຣະຜູ້ເປັນເຈົ້າຈະອົດທົນກັບພວກທ່ານໄດ້ດົນປານໃດ? ແທ້ຈິງແລ້ວ, ພວກທ່ານຈະປ່ອຍຕົວໃຫ້ ຄົນໂງ່ ແລະ ຕາບອດນຳພາພວກທ່ານໄປດົນປານໃດ? ແທ້ຈິງແລ້ວ, ພວກທ່ານຈະ ເລືອກເອົາຄວາມມືດແທນ ຄວາມສະຫວ່າງໄປດົນປານໃດ?
30 ແທ້ຈິງແລ້ວ, ຈົ່ງເບິ່ງ, ພຣະພິໂລດຂອງພຣະຜູ້ເປັນເຈົ້າໄດ້ເກີດກັບພວກທ່ານແລ້ວ; ຈົ່ງເບິ່ງ, ພຣະອົງໄດ້ສາບແຊ່ງແຜ່ນດິນ ເພາະຄວາມຊົ່ວຮ້າຍຂອງພວກທ່ານ.
31 ແລະ ຈົ່ງເບິ່ງ, ເວລາມາເຖິງແລ້ວທີ່ພຣະອົງຈະສາບແຊ່ງຂອງມີຄ່າຂອງພວກທ່ານ, ເພື່ອໃຫ້ມັນ ມື່ນຫລຸດໄປ, ເພື່ອພວກທ່ານຈະຍຶດມັນໄວ້ບໍ່ໄດ້; ແລະ ໃນມື້ແຫ່ງຄວາມຍາກຈົນຂອງພວກທ່ານ, ພວກທ່ານຈະບໍ່ສາມາດຮັກສາມັນໄວ້ໄດ້.
32 ແລະ ໃນມື້ແຫ່ງຄວາມຍາກຈົນຂອງພວກທ່ານ, ພວກທ່ານຈະຮ້ອງຫາພຣະຜູ້ເປັນເຈົ້າ; ແລະ ພວກທ່ານຈະຮ້ອງໄປໂດຍບໍ່ມີປະໂຫຍດ, ເພາະຄວາມເປົ່າປ່ຽວໄດ້ມາຫາພວກທ່ານແລ້ວ, ແລະ ຄວາມພິນາດຂອງພວກທ່ານນັ້ນກໍຈະມີຂຶ້ນຢ່າງແນ່ນອນ; ແລະ ໃນມື້ນັ້ນພວກທ່ານຈະຮ້ອງໄຫ້ ແລະ ຄວນຄາງ, ຈອມໂຍທາໄດ້ກ່າວ. ເວລານັ້ນພວກທ່ານຈະຄວນຄາງ ແລະ ເວົ້າວ່າ:
33 ໂອ້ ຖ້າຫາກພວກເຮົາໄດ້ກັບໃຈ, ແລະ ບໍ່ໄດ້ຂ້າສາດສະດາ, ແລະ ບໍ່ໄດ້ ແກວ່ງກ້ອນຫີນໃສ່ພວກເພິ່ນ, ແລະ ບໍ່ໄດ້ຂັບໄລ່ພວກເພິ່ນອອກໄປ. ແທ້ຈິງແລ້ວ, ໃນມື້ນັ້ນ ພວກທ່ານຈະກ່າວວ່າ: ໂອ້ ຖ້າຫາກພວກເຮົາລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາໃນມື້ທີ່ພຣະອົງປະທານຂອງມີຄ່າໃຫ້ແກ່ພວກເຮົາ, ມັນກໍຄົງຈະບໍ່ມື່ນຫລຸດໄປຈົນພວກເຮົາຕ້ອງສູນເສຍມັນ; ເພາະຈົ່ງເບິ່ງ, ຂອງມີຄ່າຂອງພວກເຮົາໄປຈາກພວກເຮົາແລ້ວ.
34 ຈົ່ງເບິ່ງ, ພວກເຮົາວາງເຄື່ອງມືໄວ້ບ່ອນນີ້ ແລະ ໃນມື້ຕໍ່ມາ ມັນໄດ້ຫາຍໄປ; ແລະ ຈົ່ງເບິ່ງ, ດາບຂອງພວກເຮົາກໍຫາຍໄປໃນມື້ທີ່ພວກເຮົາຊອກຫາມັນເພື່ອການສູ້ຮົບ.
35 ແທ້ຈິງແລ້ວ, ພວກເຮົາໄດ້ເຊື່ອງຊັບສົມບັດຂອງພວກເຮົາໄວ້ ແລະ ມັນໄດ້ມື່ນຫລຸດໄປຈາກພວກເຮົາ ເພາະຄວາມສາບແຊ່ງທີ່ມີກັບແຜ່ນດິນ.
36 ໂອ້ ຖ້າຫາກພວກເຮົາໄດ້ກັບໃຈໃນມື້ທີ່ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງພວກເຮົາ; ເພາະຈົ່ງເບິ່ງ ແຜ່ນດິນໄດ້ຖືກສາບແຊ່ງແລ້ວ, ແລະ ທຸກສິ່ງທຸກຢ່າງກໍມື່ນຫລຸດໄປ, ແລະ ພວກເຮົາບໍ່ສາມາດຈະຍຶດຖືມັນໄວ້ເລີຍ.
37 ຈົ່ງເບິ່ງ, ພວກເຮົາຖືກປິດລ້ອມໄວ້ດ້ວຍວິນຍານຮ້າຍ, ແທ້ຈິງແລ້ວ, ພວກເຮົາຖືກປິດລ້ອມໄວ້ດ້ວຍບໍລິວານຂອງຜູ້ທີ່ພະຍາຍາມຈະທຳລາຍຈິດວິນຍານຂອງພວກເຮົາ. ຈົ່ງເບິ່ງ, ຄວາມຊົ່ວຮ້າຍຂອງພວກເຮົານັ້ນໃຫຍ່ຫລວງທີ່ສຸດ. ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະບໍ່ເອົາພຣະພິໂລດຂອງພຣະອົງໄປຈາກພວກຂ້ານ້ອຍແດ່ບໍ? ແລະ ນີ້ຈະເປັນຄຳເວົ້າຂອງພວກທ່ານໃນມື້ນັ້ນ.
38 ແຕ່ຈົ່ງເບິ່ງ, ວັນເວລາແຫ່ງການທົດລອງຂອງພວກທ່ານໄດ້ຜ່ານໄປແລ້ວ; ພວກທ່ານໄດ້ ເລື່ອນວັນແຫ່ງຄວາມລອດຂອງພວກທ່ານ ຈົນວ່າມັນສາຍເກີນໄປຢ່າງເປັນນິດ, ແລະ ຄວາມພິນາດຂອງພວກທ່ານກໍແນ່ນອນແລ້ວ; ແທ້ຈິງແລ້ວ, ເພາະຕະຫລອດຊີວິດຂອງພວກທ່ານ, ພວກທ່ານມີແຕ່ສະແຫວງຫາສິ່ງທີ່ພວກທ່ານບໍ່ສາມາດຍຶດຖືມັນໄວ້; ແລະ ພວກທ່ານສະແຫວງຫາ ຄວາມສຸກໃນການສ້າງຄວາມຊົ່ວຮ້າຍ, ຊຶ່ງສິ່ງເຫລົ່ານີ້ກົງກັນຂ້າມກັບທຳມະຊາດຂອງຄວາມຊອບທຳ ຊຶ່ງມີຢູ່ໃນທັງສາມພຣະອົງຜູ້ຍິ່ງໃຫຍ່ ແລະ ເປັນນິລັນດອນຂອງພວກເຮົາ.
39 ໂອ້ ຜູ້ຄົນຂອງແຜ່ນດິນເອີຍ, ຂໍໃຫ້ພວກທ່ານຈົ່ງຟັງຄຳເວົ້າຂອງຂ້າພະເຈົ້າເຖີດ! ແລະ ຂ້າພະເຈົ້າຂໍໃຫ້ພຣະພິໂລດຂອງພຣະຜູ້ເປັນເຈົ້າຈົ່ງຫັນໜີໄປຈາກພວກທ່ານ, ແລະ ວ່າພວກທ່ານຈະກັບໃຈ ແລະ ລອດ.