ໜັງສືຮີລາມັນ
ເລື່ອງລາວຂອງຊາວນີໄຟ. ສົງຄາມ ແລະ ການຂັດແຍ້ງຂອງພວກເຂົາ, ແລະ ການແຕກແຍກຂອງພວກເຂົາ. ແລະ ເລື່ອງລາວຂອງການທຳນາຍຂອງສາດສະດາຜູ້ບໍລິສຸດຫລາຍທ່ານທີ່ໄດ້ທຳນາຍໄວ້ກ່ອນການສະເດັດມາຂອງພຣະຄຣິດນຳອີກ, ຕາມບັນທຶກຂອງຮີລາມັນນຳອີກ, ຜູ້ເປັນລູກຊາຍຂອງຮີລາມັນ, ແລະ ຕາມບັນທຶກຂອງພວກລູກຊາຍຂອງເພິ່ນນຳອີກ, ຈົນມາຮອດການສະເດັດມາຂອງພຣະຄຣິດ. ແລະ ຊາວເລມັນເປັນຈຳນວນຫລວງຫລາຍໄດ້ປ່ຽນໃຈເຫລື້ອມໃສນຳອີກ. ແລະ ເລື່ອງລາວຂອງການປ່ຽນໃຈເຫລື້ອມໃສຂອງພວກເຂົາ. ເລື່ອງລາວກ່ຽວກັບຄວາມຊອບທຳຂອງຊາວເລມັນ, ແລະ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຊາວນີໄຟ, ຕາມບັນທຶກຂອງຮີລາມັນ ແລະ ລູກຊາຍຂອງເພິ່ນ, ຈົນມາເຖິງການສະເດັດມາຂອງພຣະຄຣິດ, ຊຶ່ງເອີ້ນວ່າໜັງສືຮີລາມັນ, ແລະ ອື່ນໆ.
ບົດທີ 1
ເພໂຮຣັນຜູ້ເປັນລູກຊາຍກາຍເປັນຫົວໜ້າຜູ້ຕັດສິນ ແລະ ຖືກລອບຂ້າໂດຍຄິດຄູເມັນ—ແລ້ວເພຄິວເມໄນກໍຮັບຕຳແໜ່ງບັນລັງຕັດສິນແທນ—ໂຄຣິອານທະເມີນຳພາກອງທັບເລມັນ, ຍຶດເອົາເຊຣາເຮັມລາໄປ, ແລະ ຂ້າເພຄິວເມໄນ—ໂມໂຣໄນຮາຊະນະຊາວເລມັນ ແລະ ຍຶດເອົາເຊຣາເຮັມລາຄືນມາ, ແລະ ໂຄຣິອານທະເມີຖືກຂ້າ. ປະມານ 52–50 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສີ່ສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ມັນໄດ້ເລີ່ມມີຄວາມຫຍຸ້ງຍາກຢ່າງຮ້າຍແຮງເກີດຂຶ້ນໃນບັນດາຜູ້ຄົນຂອງນີໄຟ.
2 ເພາະຈົ່ງເບິ່ງ, ເພໂຮຣັນໄດ້ສິ້ນຊີວິດໄປ ແລະ ໄດ້ໄປຕາມທາງຂອງໂລກແລ້ວ; ສະນັ້ນ ມັນຈຶ່ງເລີ່ມມີການຂັດແຍ້ງຢ່າງຮຸນແຮງກ່ຽວກັບວ່າຜູ້ໃດໃນບັນດາອ້າຍນ້ອງກັນ ຊຶ່ງເປັນພວກລູກຊາຍຂອງເພໂຮຣັນ ຈະໄດ້ນັ່ງບັນລັງຕັດສິນ.
3 ບັດນີ້ ນີ້ຄືລາຍຊື່ຂອງຜູ້ທີ່ຂັດແຍ້ງກັນເພື່ອນັ່ງບັນລັງຕັດສິນ ຜູ້ຊຶ່ງໄດ້ເຮັດໃຫ້ຜູ້ຄົນຂັດແຍ້ງກັນນຳອີກ: ເພໂຮຣັນ, ເພອານໄຄ, ແລະ ເພຄິວເມໄນ.
4 ບັດນີ້ເພໂຮຣັນບໍ່ໄດ້ມີລູກຊາຍພຽງແຕ່ສາມຄົນເທົ່ານັ້ນ (ເພາະເພິ່ນມີລູກຊາຍຫລາຍຄົນ), ແຕ່ສາມຄົນນີ້ເປັນຜູ້ທີ່ຂັດແຍ້ງກັນເພື່ອນັ່ງບັນລັງຕັດສິນ; ສະນັ້ນ, ພວກເຂົາຈຶ່ງເຮັດໃຫ້ເກີດການແບ່ງແຍກກັນຂຶ້ນເປັນສາມກຸ່ມໃນບັນດາຜູ້ຄົນ.
5 ເຖິງຢ່າງໃດກໍຕາມ, ເຫດການໄດ້ບັງເກີດຂຶ້ນຄື ເພໂຮຣັນໄດ້ຖືກແຕ່ງຕັ້ງໂດຍ ສຽງຂອງຜູ້ຄົນໃຫ້ເປັນຫົວໜ້າຜູ້ຕັດສິນ ແລະ ເປັນຜູ້ປົກຄອງດູແລຜູ້ຄົນຂອງນີໄຟ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພຄິວເມໄນ, ເມື່ອລາວເຫັນວ່າຕົນເອງບໍ່ໄດ້ນັ່ງບັນລັງຕັດສິນແລ້ວ, ລາວຈຶ່ງເຫັນພ້ອມກັບສຽງຂອງຜູ້ຄົນ.
7 ແຕ່ຈົ່ງເບິ່ງ, ເພອານໄຄ, ແລະ ຜູ້ຄົນຜູ້ທີ່ປາດຖະໜາໃຫ້ລາວເປັນຜູ້ປົກຄອງຂອງຕົນກໍມີຄວາມຄຽດແຄ້ນຂຶ້ນ; ສະນັ້ນ, ລາວຈຶ່ງໄດ້ຍຸຍົງຜູ້ຄົນພວກນັ້ນໃຫ້ລຸກຂຶ້ນໃນການກະບົດຕໍ່ອ້າຍນ້ອງຂອງລາວເອງ.
8 ແລະ ເຫດການໄດ້ບັງເກີດຂຶ້ນຂະນະທີ່ລາວກຳລັງກໍ່ການກະບົດຢູ່ນັ້ນ, ຈົ່ງເບິ່ງ, ລາວໄດ້ຖືກຈັບໄປ, ແລະ ຖືກຕັດສິນຕາມສຽງຂອງຜູ້ຄົນ, ແລະ ຕ້ອງໄດ້ຮັບໂທດປະຫານຊີວິດ; ເພາະວ່າລາວໄດ້ກໍ່ການກະບົດຂຶ້ນ ແລະ ພະຍາຍາມທີ່ຈະທຳລາຍ ເສລີພາບຂອງຜູ້ຄົນ.
9 ບັດນີ້ເວລາພວກທີ່ຢາກໃຫ້ເພອານໄຄເປັນຜູ້ປົກຄອງຂອງຕົນເຫັນວ່າເພອານໄຄໄດ້ຮັບໂທດປະຫານຊີວິດແລ້ວ, ສະນັ້ນ ພວກເຂົາຈຶ່ງຄຽດແຄ້ນ, ແລະ ຈົ່ງເບິ່ງ, ພວກເຂົາໄດ້ສົ່ງຄົນຜູ້ໜຶ່ງຊື່ວ່າ ຄິດຄູເມັນ, ໄປທີ່ບັນລັງຕັດສິນຂອງເພໂຮຣັນ, ແລະ ລອບຂ້າເພໂຮຣັນໃນຂະນະທີ່ເພິ່ນນັ່ງຢູ່ໃນບັນລັງຕັດສິນຢູ່ນັ້ນ.
10 ແລະ ຂ້າໃຊ້ຂອງເພໂຮຣັນໄດ້ໄລ່ຕິດຕາມຄິດຄູເມັນໄປ; ແຕ່ຈົ່ງເບິ່ງ, ຄິດຄູເມັນໄດ້ປົບໜີໄປຢ່າງວ່ອງໄວທີ່ສຸດ ຈົນວ່າບໍ່ມີຜູ້ໃດໄລ່ຕາມລາວທັນ.
11 ແລະ ລາວໄດ້ກັບຄືນໄປຫາຜູ້ທີ່ໃຊ້ລາວມາ, ແລະ ພວກເຂົາທັງໝົດໄດ້ເຮັດພັນທະສັນຍາຮ່ວມກັນ, ແທ້ຈິງແລ້ວ, ໄດ້ສາບານໂດຍອ້າງເຖິງພຣະຜູ້ສ້າງທີ່ເປັນນິດຂອງພວກເຂົາ, ວ່າບໍ່ໃຫ້ເປີດເຜີຍໃຫ້ຜູ້ໃດຮູ້ວ່າ ຄິດຄູເມັນໄດ້ລອບຂ້າເພໂຮຣັນ.
12 ສະນັ້ນ, ຈຶ່ງບໍ່ມີຜູ້ໃດຮູ້ຈັກຄິດຄູເມັນເລີຍໃນບັນດາຜູ້ຄົນຂອງນີໄຟ, ເພາະວ່າລາວໄດ້ປອມຕົວເຂົ້າໄປລອບຂ້າເພໂຮຣັນ. ແລະ ຄິດຄູເມັນພ້ອມດ້ວຍພັກພວກຂອງລາວກໍໄດ້ເຮັດພັນທະສັນຍານຳກັນ, ໄດ້ປະປົນຢູ່ໃນບັນດາຜູ້ຄົນ, ໂດຍວິທີທີ່ຈະຊອກຫາພວກເຂົາບໍ່ເຫັນ; ແຕ່ຄົນທີ່ຖືກພົບເຫັນຕ້ອງຮັບໂທດ ປະຫານຊີວິດ.
13 ແລະ ບັດນີ້ຈົ່ງເບິ່ງ, ເພຄິວເມໄນໄດ້ຖືກແຕ່ງຕັ້ງໂດຍສຽງຂອງຜູ້ຄົນໃຫ້ເປັນຫົວໜ້າຜູ້ຕັດສິນ, ແລະ ເປັນຜູ້ປົກຄອງດູແລຜູ້ຄົນແທນເພໂຮຣັນອ້າຍຂອງລາວ. ແລະ ມັນເປັນໄປຕາມສິດທິຂອງລາວທີ່ຄວນຈະໄດ້ຮັບ. ແລະ ທັງໝົດນີ້ເປັນໄປໃນປີທີສີ່ສິບແຫ່ງການປົກຄອງຂອງຜູ້ຕັດສິນ ແລະ ມັນໄດ້ສິ້ນສຸດລົງດັ່ງນີ້.
14 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສີ່ສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນ, ຄືຊາວເລມັນໄດ້ເຕົ້າໂຮມກອງທັບອັນມີກຳລັງຄົນນັບບໍ່ຖ້ວນ, ແລະ ປະກອບອາວຸດດ້ວຍຫອກ ແລະ ດາບ, ແລະ ດ້ວຍຄັນທະນູ, ແລະ ລູກທະນູ, ແລະ ດ້ວຍເຄື່ອງປ້ອງກັນຫົວ ແລະ ແຜ່ນປົກເອິກ, ແລະ ເຄື່ອງປ້ອງກັນທຸກຊະນິດ.
15 ແລະ ພວກເຂົາໄດ້ຍົກທັບລົງມາອີກ ເພື່ອຈະໄດ້ສູ້ຮົບກັບຊາວນີໄຟ. ແລະ ພວກເຂົາໄດ້ຮັບການບັງຄັບບັນຊາໂດຍໂຄຣິອານທະເມີ; ແລະ ລາວເປັນຜູ້ສືບເຊື້ອສາຍຂອງເຊຣາເຮັມລາ; ແລະ ລາວເປັນຜູ້ທີ່ແຍກອອກໄປຈາກບັນດາຊາວນີໄຟ; ແລະ ເປັນຄົນຮ່າງໃຫຍ່ ແລະ ມີກຳລັງຫລາຍ.
16 ສະນັ້ນ, ກະສັດຂອງຊາວເລມັນຜູ້ມີຊື່ວ່າ ທຸບະລອດ, ຜູ້ເປັນລູກຊາຍຂອງ ອາມໂມຣອນ, ຈຶ່ງຄິດວ່າໂຄຣິອານທະເມີເປັນຄົນມີກຳລັງແຂງແຮງ, ສະນັ້ນ ລາວຈະສາມາດຢືນຕໍ່ສູ້ກັບຊາວນີໄຟໄດ້, ແລະ ລາວກໍມີປັນຍາອັນແຫລມຄົມນຳອີກ, ເຖິງຂະໜາດທີ່ຖ້າສົ່ງລາວໄປ ລາວກໍຈະເອົາຊະນະຊາວນີໄຟໄດ້—
17 ສະນັ້ນ ລາວຈຶ່ງໄດ້ຍຸຍົງພວກເຂົາໃຫ້ຄຽດແຄ້ນ, ແລະ ລາວໄດ້ເຕົ້າໂຮມກອງທັບຂອງລາວ, ແລະ ໄດ້ແຕ່ງຕັ້ງໂຄຣິອານທະເມີເປັນຜູ້ນຳຂອງພວກເຂົາ, ແລະ ລາວໄດ້ສັ່ງໃຫ້ພວກເຂົາອອກເດີນທັບລົງໄປຫາແຜ່ນດິນເຊຣາເຮັມລາເພື່ອສູ້ຮົບກັບຊາວນີໄຟ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ຍ້ອນວ່າມັນມີການຂັດແຍ້ງກັນ ແລະ ມີຄວາມຫຍຸ້ງຍາກຫລາຍໃນຝ່າຍຜູ້ປົກຄອງ, ຈຶ່ງເຮັດໃຫ້ພວກເຂົາບໍ່ມີທະຫານຍາມພຽງພໍຢູ່ໃນແຜ່ນດິນເຊຣາເຮັມລາ; ເພາະພວກເຂົາຄິດວ່າ ຊາວເລມັນຈະບໍ່ກ້າເຂົ້າມາເຖິງໃຈກາງຂອງແຜ່ນດິນ ເພື່ອມາຍຶດເອົາເມືອງເຊຣາເຮັມລາທີ່ຍິ່ງໃຫຍ່ນັ້ນ.
19 ແຕ່ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທະເມີໄດ້ເດີນທັບນຳໜ້າກອງທະຫານອັນມະຫາສານຂອງລາວມາ, ແລະ ເຂົ້າໂຈມຕີຜູ້ອາໄສຢູ່ໃນເມືອງນັ້ນ, ແລະ ການເດີນທັບຂອງພວກເຂົານັ້ນວ່ອງໄວທີ່ສຸດ ຈົນວ່າຊາວນີໄຟບໍ່ມີເວລາພຽງພໍທີ່ຈະເຕົ້າໂຮມກຳລັງກອງທັບຂອງຕົນ.
20 ສະນັ້ນ ໂຄຣິອານທະເມີຈຶ່ງໄດ້ຂ້າທະຫານຍາມທາງເຂົ້າເມືອງ, ແລະ ໄດ້ຍົກກອງທັບເຂົ້າໄປໃນເມືອງ ພ້ອມດ້ວຍກອງທັບທັງໝົດຂອງລາວ, ແລະ ພວກເຂົາໄດ້ຂ້າທຸກຄົນທີ່ຂັດຂວາງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ເຂົ້າເປັນເຈົ້າຂອງເມືອງທັງເມືອງ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພຄິວເມໄນ, ຜູ້ເປັນຫົວໜ້າຜູ້ຕັດສິນໄດ້ແລ່ນໜີໄປຕໍ່ໜ້າໂຄຣິອານທະເມີ, ໄປຮອດກຳແພງເມືອງ. ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທະເມີໄດ້ຟັນລາວຕິດກຳແພງຈົນລາວຕາຍ. ແລະ ວັນເວລາຂອງເພຄິວເມໄນກໍໄດ້ສິ້ນສຸດລົງດັ່ງນີ້.
22 ແລະ ບັດນີ້ເວລາໂຄຣິອານທະເມີເຫັນວ່າຕົນເອງໄດ້ຄອບຄອງເມືອງເຊຣາເຮັມລາແລ້ວ, ແລະ ເຫັນວ່າຊາວນີໄຟໄດ້ປົບໜີໄປຕໍ່ໜ້າພວກເຂົາ, ແລະ ໄດ້ຖືກຂ້າ, ແລະ ໄດ້ຖືກຈັບເຂົ້າຄຸກ, ແລະ ວ່າລາວໄດ້ຍຶດທີ່ໝັ້ນອັນເຂັ້ມແຂງທີ່ສຸດໃນທົ່ວແຜ່ນດິນໄດ້ແລ້ວ, ໃຈຂອງລາວກໍມີກຳລັງຂຶ້ນ ເຖິງຂະໜາດທີ່ລາວຄິດຈະຍົກທັບໄປສູ້ຮົບທົ່ວແຜ່ນດິນ.
23 ແລະ ບັດນີ້ລາວບໍ່ໄດ້ຢຸດຢູ່ໃນແຜ່ນດິນເຊຣາເຮັມລາເລີຍ, ແຕ່ລາວໄດ້ຍົກທັບໄປດ້ວຍກອງທັບໃຫຍ່ຂອງລາວ, ແລະ ມຸ້ງໜ້າໄປຫາເມືອງອຸດົມສົມບູນ; ເພາະວ່າມັນເປັນຄວາມຕັ້ງໃຈຂອງລາວທີ່ຈະຍົກທັບໄປ ແລະ ຈະຟາດຟັນໄປຕະຫລອດທາງ, ເພື່ອຈະໄດ້ຍຶດເອົາແຜ່ນດິນພາກສ່ວນຕ່າງໆທາງເໜືອ.
24 ແລະ ໂດຍທີ່ຄິດວ່າກຳລັງສ່ວນໃຫຍ່ທີ່ສຸດຂອງຊາວນີໄຟຕັ້ງຢູ່ທີ່ໃຈກາງຂອງແຜ່ນດິນ, ສະນັ້ນ ລາວຈຶ່ງໄດ້ຍົກທັບໄປໂດຍບໍ່ໃຫ້ພວກເຂົາເຕົ້າໂຮມກັນໄດ້ ແຕ່ເປັນກຸ່ມນ້ອຍໆເທົ່ານັ້ນ; ແລະ ໂດຍວິທີນີ້ ພວກເຂົາຈຶ່ງໄດ້ເຂົ້າໂຈມຕີ ແລະ ຟາດຟັນພວກເຂົາລົງກັບພື້ນດິນ.
25 ແຕ່ຈົ່ງເບິ່ງ, ເທື່ອນີ້ໂຄຣິອານທະເມີໄດ້ເດີນທັບຜ່ານໃຈກາງຂອງແຜ່ນດິນໄປ ມັນຈຶ່ງເຮັດໃຫ້ໂມໂຣໄນຮາໄດ້ປຽບພວກເຂົາ, ເຖິງແມ່ນວ່າຊາວນີໄຟຈຳນວນຫລວງຫລາຍຖືກຂ້າຕາຍໄປແລ້ວກໍຕາມ.
26 ເພາະຈົ່ງເບິ່ງ, ໂມໂຣໄນຮາຄິດວ່າຊາວເລມັນບໍ່ກ້າເຂົ້າມາໃຈກາງຂອງແຜ່ນດິນ, ພຽງແຕ່ວ່າຈະເຂົ້າໂຈມຕີຫົວເມືອງຕ່າງໆໂດຍອ້ອມແອ້ມຊາຍແດນຄືກັນກັບທີ່ຊາວເລມັນໄດ້ເຮັດມາກ່ອນແລ້ວ; ສະນັ້ນ ໂມໂຣໄນຮາຈຶ່ງໄດ້ສັ່ງໃຫ້ກອງທັບອັນເຂັ້ມແຂງຂອງລາວໄປຮັກສາແຜ່ນດິນພາກສ່ວນຕ່າງໆໂດຍອ້ອມຮອບໃກ້ຊາຍແດນ.
27 ແຕ່ຈົ່ງເບິ່ງ, ຊາວເລມັນບໍ່ໄດ້ຢ້ານກົວໃນສິ່ງທີ່ລາວເຮັດໄປນັ້ນເລີຍ, ເພາະພວກເຂົາໄດ້ຍົກທັບເຂົ້າເຖິງໃຈກາງຂອງແຜ່ນດິນແລ້ວ, ແລະ ໄດ້ຍຶດເອົາເມືອງຫລວງ ຊຶ່ງຄືເມືອງເຊຣາເຮັມລາ, ແລະ ກຳລັງເດີນທັບຜ່ານຫລາຍຫົວເມືອງທີ່ສຳຄັນທີ່ສຸດຂອງແຜ່ນດິນ, ແລະ ຂ້າຜູ້ຄົນຢ່າງຫລວງຫລາຍກ່າຍກອງ, ທັງຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ, ຍຶດເອົາຫລາຍຫົວເມືອງ ແລະ ທີ່ໝັ້ນຫລາຍບ່ອນ.
28 ແຕ່ເມື່ອໂມໂຣໄນຮາຮູ້ຈັກເລື່ອງນີ້ແລ້ວ, ລາວກໍໄດ້ສົ່ງລີໄຮພ້ອມດ້ວຍກອງທະຫານໄປປິດລ້ອມທັນທີ ເພື່ອຈະໄດ້ສະກັດກັ້ນພວກເຂົາກ່ອນທີ່ພວກເຂົາຈະມາຮອດແຜ່ນດິນອຸດົມສົມບູນ.
29 ແລະ ລາວໄດ້ເຮັດເຊັ່ນນີ້; ແລະ ໄດ້ສະກັດກັ້ນພວກເຂົາໄວ້ກ່ອນທີ່ພວກເຂົາຈະມາຮອດແຜ່ນດິນອຸດົມສົມບູນ, ແລະ ໄດ້ເຂົ້າໂຈມຕີພວກເຂົາ, ເຖິງຂະໜາດທີ່ພວກເຂົາເລີ່ມຖອຍທັບກັບຄືນໄປເຊຣາເຮັມລາ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນຮາໄດ້ສະກັດກັ້ນພວກເຂົາໄວ້ໃນລະຫວ່າງການຖອຍທັບຂອງພວກເຂົາ, ແລະ ໄດ້ເຂົ້າສູ້ຮົບກັນ, ເຖິງຂະໜາດທີ່ມັນກາຍເປັນການຕໍ່ສູ້ອັນນອງເລືອດທີ່ສຸດ; ແທ້ຈິງແລ້ວ, ຄົນເປັນຈຳນວນຫລວງຫລາຍຖືກຂ້າ, ແລະ ໃນບັນດາພວກທີ່ຕາຍນັ້ນມີ ໂຄຣິອານທະເມີຢູ່ນຳ.
31 ແລະ ບັດນີ້, ຈົ່ງເບິ່ງຊາວເລມັນຈະຖອຍທັບໄປທາງໃດກໍບໍ່ໄດ້, ບໍ່ວ່າຈະເປັນທາງເໜືອ, ຫລື ທາງໃຕ້, ຫລື ທາງຕາເວັນອອກ, ຫລື ທາງຕາເວັນຕົກ, ເພາະວ່າພວກເຂົາຖືກຊາວນີໄຟອ້ອມໄວ້ທຸກດ້ານ.
32 ແລະ ສະຫລຸບຄວາມແລ້ວ ໂຄຣິອານທະເມີໄດ້ນຳເອົາຊາວເລມັນເຂົ້າໄປເຖິງໃຈກາງຂອງຊາວນີໄຟ, ເຖິງຂະໜາດທີ່ພວກເຂົາຕົກຢູ່ໃນອຳນາດຂອງຊາວນີໄຟ, ແລະ ຕົວລາວເອງກໍຖືກຂ້າຕາຍ, ແລະ ຊາວເລມັນໄດ້ຍອມມອບຕົວໃຫ້ຢູ່ໃນກຳມືຂອງຊາວນີໄຟ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນຮາໄດ້ຍຶດເອົາເມືອງເຊຣາເຮັມລາຄືນອີກ, ແລະ ສັ່ງໃຫ້ຊາວເລມັນຜູ້ທີ່ຖືກຈັບມາເປັນຊະເລີຍເສິກນັ້ນອອກຈາກແຜ່ນດິນໂດຍສັນຕິ.
34 ແລະ ປີທີສີ່ສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້.