ບົດທີ 2
ຮີລາມັນຜູ້ເປັນລູກຊາຍຂອງຮີລາມັນກາຍເປັນຫົວໜ້າຜູ້ຕັດສິນ—ແກດີອານທັນເປັນຜູ້ນຳຂອງພັກຄິດຄູເມັນ—ຂ້າໃຊ້ຂອງຮີລາມັນຂ້າຄິດຄູເມັນ, ແລະ ພັກພວກຂອງແກດີອານທັນປົບໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ປະມານ 50–49 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສີ່ສິບສອງແຫ່ງການປົກຄອງຂອງຜູ້ຕັດສິນ, ຫລັງຈາກໂມໂຣໄນຮາໄດ້ສະຖາປະນາສັນຕິພາບຂຶ້ນອີກລະຫວ່າງຊາວນີໄຟກັບຊາວເລມັນແລ້ວ, ຈົ່ງເບິ່ງ ບໍ່ມີຜູ້ໃດເລີຍທີ່ຈະຂຶ້ນສູ່ບັນລັງຕັດສິນ; ສະນັ້ນ ມັນຈຶ່ງເລີ່ມມີການຂັດແຍ້ງກັນຂຶ້ນອີກໃນບັນດາຜູ້ຄົນກ່ຽວກັບວ່າ ຜູ້ໃດສົມຄວນທີ່ຈະໄດ້ຂຶ້ນສູ່ບັນລັງຕັດສິນແທນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຮີລາມັນຜູ້ເປັນລູກຊາຍຂອງຮີລາມັນໄດ້ຖືກແຕ່ງຕັ້ງໃຫ້ຂຶ້ນສູ່ບັນລັງຕັດສິນແທນໂດຍສຽງຂອງຜູ້ຄົນ.
3 ແຕ່ ຈົ່ງເບິ່ງ, ຄິດຄູເມັນຜູ້ໄດ້ລອບຂ້າເພໂຮຣັນໄດ້ພະຍາຍາມທີ່ຈະທຳລາຍຊີວິດຂອງຮີລາມັນຄືກັນ; ແລະ ລາວໄດ້ຮັບການສະໜັບສະໜູນຈາກພັກພວກຂອງລາວ, ຜູ້ຊຶ່ງໄດ້ເຮັດພັນທະສັນຍາຮ່ວມກັນວ່າຈະບໍ່ບອກໃຫ້ຜູ້ໃດຮູ້ຈັກເຖິງຄວາມຊົ່ວຮ້າຍຂອງລາວ.
4 ເພາະມີຊາຍຄົນໜຶ່ງຊື່ວ່າ ແກດີອານທັນ ເປັນຜູ້ທີ່ມີຄວາມຊຳນິຊຳນານໃນການປາກເວົ້າ ແລະ ກົນອຸບາຍເລ່ຫລ່ຽມທີ່ຈະເຮັດວຽກງານລັບກ່ຽວກັບການຄາດຕະກຳ ແລະ ປຸ້ນຈີ້; ສະນັ້ນ ລາວຈຶ່ງໄດ້ກາຍມາເປັນຜູ້ນຳຂອງພັກຄິດຄູເມັນ.
5 ສະນັ້ນ ລາວຈຶ່ງໄດ້ເວົ້າດີນຳພວກເຂົາ, ແລະ ຄິດຄູເມັນນຳອີກວ່າຖ້າຫາກພວກເຂົາຈະໃຫ້ລາວໄດ້ຂຶ້ນນັ່ງບັນລັງຕັດສິນ ແລ້ວລາວຈະໃຫ້ຜູ້ທີ່ຢູ່ໃນພັກຂອງລາວມີອຳນາດ ແລະ ສິດອຳນາດທີ່ສູງໃນບັນດາຜູ້ຄົນ; ສະນັ້ນ ຄິດຄູເມັນຈຶ່ງພະຍາຍາມທີ່ຈະຂ້າຮີລາມັນເສຍ.
6 ແລະ ເຫດການໄດ້ບັງເກີດຂຶ້ນໃນຂະນະທີ່ລາວກຳລັງເດີນທາງໄປຫາບັນລັງຕັດສິນເພື່ອຈະທຳຮ້າຍຮີລາມັນຢູ່ນັ້ນ, ຈົ່ງເບິ່ງ ຂ້າໃຊ້ຄົນໜຶ່ງຂອງຮີລາມັນໄດ້ປອມຕົວອອກໄປຂ້າງນອກໃນເວລາກາງຄືນ, ສະນັ້ນ ລາວຈຶ່ງໄດ້ຮູ້ຈັກເຖິງແຜນການຊຶ່ງພັກນີ້ວາງຂຶ້ນເພື່ອຈະໄດ້ທຳຮ້າຍຮີລາມັນ—
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າໃຊ້ຂອງຮີລາມັນໄດ້ພົບກັບຄິດຄູເມັນ, ແລະ ໄດ້ໃຫ້ສັນຍານແກ່ລາວ; ສະນັ້ນ ຄິດຄູເມັນຈຶ່ງໄດ້ບອກໃຫ້ລາວຮູ້ເຖິງຄວາມປາດຖະໜາຂອງຕົນ, ໂດຍປາດຖະໜາທີ່ຈະໃຫ້ລາວນຳລາວໄປຫາບັນລັງຕັດສິນເພື່ອວ່າລາວຈະໄດ້ລອບຂ້າຮີລາມັນເສຍ.
8 ແລະ ເວລາຂ້າໃຊ້ຂອງຮີລາມັນຮູ້ຈັກເຖິງເລື່ອງໃນໃຈຂອງຄິດຄູເມັນທັງໝົດ, ແລະ ຮູ້ຈັກເຖິງຈຸດປະສົງຂອງລາວທີ່ຫວັງຈະຂ້າ, ແລະ ຮູ້ຈັກອີກວ່າມັນເປັນຈຸດປະສົງຂອງທຸກຄົນທີ່ຢູ່ໃນພັກຂອງລາວທີ່ຫວັງຈະຂ້າຄືກັນ, ແລະ ຫວັງທີ່ຈະລັກ, ແລະ ຫວັງທີ່ຈະຍຶດເອົາອຳນາດ, (ແລະ ນີ້ເປັນແຜນການ ລັບ, ແລະ ການມົ້ວສຸມລັບຂອງພວກເຂົາ) ຂ້າໃຊ້ຂອງຮີລາມັນເວົ້າກັບຄິດຄູເມັນວ່າ: ໃຫ້ພວກເຮົາໄປຫາບັນລັງຕັດສິນນຳກັນເທາະ.
9 ບັດນີ້ມັນຈຶ່ງເຮັດໃຫ້ຄິດຄູເມັນພໍໃຈຫລາຍທີ່ສຸດ, ເພາະຄິດວ່າລາວຈະໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້; ແຕ່ຈົ່ງເບິ່ງ, ໃນຂະນະທີ່ພວກເຂົາກຳລັງເດີນທາງໄປຫາບັນລັງຕັດສິນຢູ່ນັ້ນ, ຂ້າໃຊ້ຂອງຮີລາມັນໄດ້ແທງຄິດຄູເມັນທະລຸຫົວໃຈ ຈົນລາວໄດ້ລົ້ມຕາຍຄາທີ່ໂດຍບໍ່ມີສຽງຮ້ອງຄາງເລີຍ. ແລະ ລາວໄດ້ແລ່ນໄປບອກຮີລາມັນເຖິງເລື່ອງທັງໝົດທີ່ລາວໄດ້ເຫັນ, ແລະ ໄດ້ຍິນ, ແລະ ໄດ້ເຮັດ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຮີລາມັນຈຶ່ງໄດ້ສົ່ງຄົນໄປຈັບພວກໂຈນ ແລະ ກຸ່ມຄາດຕະກອນລັບພວກນີ້, ເພື່ອພວກເຂົາຈະໄດ້ຖືກປະຫານຊີວິດຕາມກົດໝາຍ.
11 ແຕ່ຈົ່ງເບິ່ງ, ເວລາແກດີອານທັນຮູ້ວ່າຄິດຄູເມັນບໍ່ໄດ້ກັບຄືນມາ ລາວກໍຢ້ານວ່າຕົວເອງຈະຖືກທຳລາຍ; ສະນັ້ນ ລາວຈຶ່ງສັ່ງໃຫ້ພັກພວກຂອງລາວຕິດຕາມລາວໄປ. ແລະ ພວກເຂົາໄດ້ໜີອອກຈາກແຜ່ນດິນໂດຍທາງລັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ແລະ ເວລາທີ່ຮີລາມັນສົ່ງຄົນໄປຈັບພວກເຂົາ, ຈຶ່ງບໍ່ເຫັນພວກເຂົາໃນບ່ອນໃດເລີຍ.
12 ແລະ ເລື່ອງລາວຂອງແກດີອານທັນຈະຖືກເວົ້າເຖິງອີກຫລັງຈາກນີ້ໄປ. ແລະ ປີທີສີ່ສິບສອງແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
13 ແລະ ຈົ່ງເບິ່ງ, ໃນຕອນສຸດທ້າຍຂອງໜັງສືເຫລັ້ມນີ້ ທ່ານຈະເຫັນໄດ້ວ່າ ແກດີອານທັນຜູ້ນີ້ໄດ້ເປັນຕົ້ນເຫດຂອງການໂຄ່ນລົ້ມ, ແທ້ຈິງແລ້ວ, ມັນເກືອບຈະເປັນການທຳລາຍຜູ້ຄົນຂອງນີໄຟໃຫ້ສູນສິ້ນໄປ.
14 ຈົ່ງເບິ່ງ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ມັນແມ່ນຕອນສຸດທ້າຍຂອງໜັງສືຮີລາມັນ, ແຕ່ຂ້າພະເຈົ້າໝາຍເຖິງຕອນສຸດທ້າຍຂອງໜັງສືນີໄຟ, ຊຶ່ງຂ້າພະເຈົ້າໄດ້ເອົາເລື່ອງລາວທັງໝົດມາຂຽນໄວ້.