ບົດທີ 5
ນີໄຟ ແລະ ລີໄຮອຸທິດຕົນເພື່ອສັ່ງສອນ—ຊື່ຂອງພວກເພິ່ນເປັນສິ່ງທີ່ນຳພາໃຫ້ພວກເພິ່ນດຳເນີນຊີວິດຕາມແບບແຜນຂອງບັນພະບຸລຸດຂອງພວກເພິ່ນ—ພຣະຄຣິດໄຖ່ຜູ້ທີ່ກັບໃຈ—ນີໄຟ ແລະ ລີໄຮເຮັດໃຫ້ຄົນຢ່າງຫລວງຫລາຍປ່ຽນໃຈເຫລື້ອມໃສ ແລະ ພວກເພິ່ນຖືກຈັບເຂົ້າຄຸກ ແລະ ຖືກລ້ອມໄວ້ດ້ວຍໄຟ—ເມກແຫ່ງຄວາມມືດປົກຄຸມຜູ້ຄົນຈຳນວນສາມຮ້ອຍຄົນ—ແຜ່ນດິນສັ່ນສະເທືອນ ແລະ ມີສຽງບັນຊາໃຫ້ພວກເຂົາກັບໃຈ—ນີໄຟ ແລະ ລີໄຮສົນທະນາກັບເຫລົ່າທູດ, ແລະ ຝູງຊົນຖືກລ້ອມໄວ້ດ້ວຍໄຟ. ປະມານ 30 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນີ້, ຈົ່ງເບິ່ງ, ນີໄຟໄດ້ມອບບັນລັງຕັດສິນໃຫ້ແກ່ຄົນຜູ້ໜຶ່ງຊື່ວ່າ ຊີໂຊຣຳ.
2 ເພາະວ່າຜູ້ຄົນເປັນຜູ້ແຕ່ງຕັ້ງກົດໝາຍ ແລະ ອອກສຽງເລືອກເອົາຜູ້ປົກຄອງຂອງພວກເຂົາເອງ, ແຕ່ຜູ້ທີ່ ເລືອກເອົາຄວາມຊົ່ວມີຫລາຍກວ່າຜູ້ທີ່ເລືອກເອົາຄວາມດີ, ສະນັ້ນ ພວກເຂົາຈຶ່ງກຳລັງສຸກເພື່ອຄວາມພິນາດແລ້ວ, ເພາະວ່າກົດໝາຍໄດ້ເສື່ອມໂຊມລົງ.
3 ແທ້ຈິງແລ້ວ, ແລະ ນີ້ຍັງບໍ່ໝົດ; ພວກເຂົາເປັນຄົນແຂງຄໍ, ເຖິງຂະໜາດທີ່ກົດໝາຍ ຫລື ຄວາມຍຸດຕິທຳຈະປົກຄອງພວກເຂົາບໍ່ໄດ້, ນອກຈາກຈະພາໄປເຖິງຄວາມພິນາດເທົ່ານັ້ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟໂສກເສົ້າຫລາຍເພາະຄວາມຊົ່ວຮ້າຍຂອງພວກເຂົາ; ແລ້ວເພິ່ນຈຶ່ງ ໄດ້ສະລະບັນລັງຕັດສິນຂອງເພິ່ນເພື່ອໄປສັ່ງສອນພຣະຄຳຂອງພຣະເຈົ້າຕະຫລອດວັນເວລາທີ່ເຫລືອຢູ່ຂອງເພິ່ນ, ແລະ ລີໄຮນ້ອງຊາຍຂອງເພິ່ນກໍຄືກັນຕະຫລອດວັນເວລາທີ່ເຫລືອຢູ່ຂອງເພິ່ນ;
5 ເພາະວ່າພວກເພິ່ນຈື່ຈຳຄຳເວົ້າຂອງຮີລາມັນບິດາຂອງພວກເພິ່ນທີ່ໄດ້ເວົ້າໄວ້ກັບພວກເພິ່ນ. ແລະ ນີ້ຄືຄຳເວົ້າຂອງຮີລາມັນຊຶ່ງກ່າວວ່າ:
6 ຈົ່ງເບິ່ງ, ລູກຂອງພໍ່, ພໍ່ປາດຖະໜາຢາກໃຫ້ລູກຈື່ຈຳທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ; ແລະ ພໍ່ຢາກໃຫ້ລູກປະກາດຂໍ້ຄວາມນີ້ຕໍ່ຜູ້ຄົນ. ຈົ່ງເບິ່ງ, ພໍ່ໄດ້ຕັ້ງຊື່ໃຫ້ລູກຕາມຊື່ຂອງ ບິດາມານດາຄົນທຳອິດ ຜູ້ທີ່ໄດ້ອອກມາຈາກແຜ່ນດິນເຢຣູຊາເລັມ; ແລະ ພໍ່ເຮັດໄປເພື່ອຢາກໃຫ້ລູກຈື່ຈຳຊື່ຂອງລູກ; ແລ້ວລູກກໍຈະຈື່ຈຳພວກເພິ່ນ ແລະ ເວລາລູກຈື່ຈຳພວກເພິ່ນ ລູກກໍຈະຈື່ຈຳຜົນງານຂອງພວກເພິ່ນ; ແລະ ເວລາລູກຈື່ຈຳຜົນງານຂອງພວກເພິ່ນ ລູກຈະຮູ້ດີວ່າມັນຖືກເວົ້າເຖິງ, ແລະ ຂຽນໄວ້ວ່າ ພວກເພິ່ນນັ້ນເປັນ ຜູ້ປະເສີດ.
7 ສະນັ້ນ, ລູກຂອງພໍ່, ພໍ່ຢາກໃຫ້ລູກເຮັດສິ່ງທີ່ດີເພື່ອຈະໄດ້ຖືກເວົ້າເຖິງ ແລະ ຖືກຂຽນໄວ້ຄືກັນກັບທີ່ພວກເພິ່ນໄດ້ຖືກເວົ້າເຖິງ ແລະ ຖືກຂຽນເຖິງ.
8 ແລະ ບັດນີ້ລູກຂອງພໍ່, ຈົ່ງເບິ່ງ ພໍ່ມີບາງສິ່ງທີ່ຈະຂໍຈາກລູກຄື ບໍ່ໃຫ້ລູກເຮັດສິ່ງເຫລົ່ານີ້ເພື່ອເປັນການອວດອ້າງ, ແຕ່ໃຫ້ລູກເຮັດສິ່ງເຫລົ່ານີ້ ເພື່ອເປັນການສະສົມ ຊັບສົມບັດໄວ້ໃນສະຫວັນເພື່ອຕົນເອງ, ແທ້ຈິງແລ້ວ, ມັນເປັນສິ່ງທີ່ໝົດບໍ່ເປັນ ແລະ ເປັນຢູ່ຊົ່ວນິລັນດອນ; ແທ້ຈິງແລ້ວ, ເພື່ອລູກຈະມີຂອງປະທານອັນມີ ຄຸນຄ່າແຫ່ງຊີວິດນິລັນດອນ, ຊຶ່ງພວກເຮົາມີເຫດຜົນທີ່ຈະຄິດວ່າບັນພະບຸລຸດຂອງພວກເຮົາໄດ້ຮັບມັນມາແລ້ວ.
9 ໂອ້ ຈົ່ງຈື່ຈຳໄວ້, ຈື່ຈຳໄວ້, ລູກຂອງພໍ່, ຖ້ອຍຄຳຂອງກະສັດເບັນຢາມິນທີ່ໄດ້ກ່າວກັບຜູ້ຄົນຂອງເພິ່ນ; ແທ້ຈິງແລ້ວ, ຈົ່ງຈື່ຈຳໄວ້ວ່າ ບໍ່ມີທາງ ຫລື ວິທີອື່ນໃດເລີຍທີ່ມະນຸດຈະລອດໄດ້, ນອກຈາກທາງໂລຫິດທີ່ ຊົດໃຊ້ແທນຂອງພຣະເຢຊູຄຣິດຜູ້ຈະສະເດັດມາເທົ່ານັ້ນ; ແທ້ຈິງແລ້ວ, ພຣະອົງຈະສະເດັດມາເພື່ອ ໄຖ່ ໂລກ.
10 ແລະ ຈົ່ງຈື່ຈຳ ຄຳເວົ້າຂອງແອມມິວເລັກນຳອີກ ຊຶ່ງເພິ່ນໄດ້ເວົ້າຕໍ່ຊີເອສຣອມ, ຢູ່ໃນເມືອງອຳໂມນໄນຮານັ້ນ; ເພາະເພິ່ນໄດ້ເວົ້າກັບລາວວ່າ ພຣະຜູ້ເປັນເຈົ້າຈະສະເດັດມາຢ່າງແນ່ນອນ ເພື່ອໄຖ່ຜູ້ຄົນຂອງພຣະອົງ, ແຕ່ວ່າພຣະອົງຈະບໍ່ໄຖ່ພວກເຂົາໃນບາບຂອງພວກເຂົາ, ແຕ່ຈະໄຖ່ພວກເຂົາຈາກບາບຂອງພວກເຂົາ.
11 ແລະ ພຣະອົງມີອຳນາດຊຶ່ງໄດ້ຮັບຈາກພຣະບິດາເພື່ອໄຖ່ມະນຸດຈາກບາບຂອງພວກເຂົາ ຍ້ອນການກັບໃຈ; ສະນັ້ນ ພຣະອົງຈຶ່ງໄດ້ ສົ່ງທູດຂອງພຣະອົງລົງມາເພື່ອປະກາດຂ່າວກ່ຽວກັບເງື່ອນໄຂຂອງການກັບໃຈ, ຊຶ່ງຈະນຳໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານຂອງພວກເຂົາ.
12 ແລະ ບັດນີ້, ຈົ່ງຈື່ໄວ້, ລູກຂອງພໍ່, ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງ ຮາກຖານຂອງລູກຂຶ້ນເທິງ ດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດອັນໃດເໜືອລູກເລີຍທີ່ຈະແກ່ລູກລົງໄປຫາເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີ້ຄືຄຳເວົ້າຊຶ່ງຮີລາມັນໄດ້ ສິດສອນລູກຊາຍຂອງເພິ່ນ; ແທ້ຈິງແລ້ວ, ເພິ່ນໄດ້ສິດສອນພວກເພິ່ນຫລາຍເລື່ອງຊຶ່ງບໍ່ໄດ້ຂຽນໄວ້, ແລະ ຫລາຍເລື່ອງຊຶ່ງໄດ້ຂຽນໄວ້.
14 ແລະ ພວກເພິ່ນໄດ້ຈື່ຈຳຄຳເວົ້າຂອງເພິ່ນ; ແລະ ສະນັ້ນ ພວກເພິ່ນຈຶ່ງໄດ້ອອກໄປ, ໂດຍຮັກສາພຣະບັນຍັດຂອງພຣະເຈົ້າ, ເພື່ອຈະໄດ້ສິດສອນພຣະຄຳຂອງພຣະເຈົ້າໃຫ້ແກ່ບັນດາຜູ້ຄົນຂອງນີໄຟທັງໝົດ, ໂດຍເລີ່ມຕົ້ນຕັ້ງແຕ່ເມືອງອຸດົມສົມບູນໄປ;
15 ແລະ ຈາກນັ້ນກໍໄປຫາເມືອງກິດ; ແລະ ຈາກເມືອງກິດກໍໄປຫາເມືອງມິວເລັກ.
16 ແລະ ຈາກເມືອງໜຶ່ງກໍໄປຫາອີກເມືອງໜຶ່ງ ຈົນວ່າພວກເພິ່ນໄດ້ອອກໄປຫາບັນດາຜູ້ຄົນຂອງນີໄຟທັງໝົດ ຊຶ່ງຢູ່ໃນແຜ່ນດິນທາງໃຕ້; ແລະ ຈາກທີ່ນັ້ນ ໄດ້ເຂົ້າໄປໃນແຜ່ນດິນເຊຣາເຮັມລາໄປຫາບັນດາຊາວເລມັນ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ສັ່ງສອນດ້ວຍພະລັງອັນຍິ່ງໃຫຍ່, ເຖິງຂະໜາດທີ່ພວກເພິ່ນໄດ້ເຮັດໃຫ້ ພວກທີ່ແຍກອອກໄປຈາກຊາວນີໄຟຍອມຈຳນົນ, ເຖິງຂະໜາດທີ່ພວກເຂົາໄດ້ອອກມາຮັບສາລະພາບບາບຂອງຕົນ ແລະ ຮັບບັບຕິສະມາໄວ້ກັບການກັບໃຈ, ແລະ ກັບຄືນໄປຫາຊາວນີໄຟທັນທີ ເພື່ອຈະພະຍາຍາມແກ້ໄຂຄວາມຜິດພາດທີ່ຕົນໄດ້ກະທຳໄປນັ້ນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟກັບລີໄຮໄດ້ສັ່ງສອນຊາວເລມັນດ້ວຍອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ເຊັ່ນນັ້ນ, ເພາະວ່າພວກເພິ່ນໄດ້ຮັບອຳນາດ ແລະ ສິດອຳນາດເພື່ອຈະໄດ້ ກ່າວ, ແລະ ພວກເພິ່ນໄດ້ຮັບສິ່ງທີ່ພວກເພິ່ນຄວນກ່າວນຳອີກ—
19 ສະນັ້ນ ມັນຈຶ່ງໄດ້ເກີດມີຄວາມແປກໃຈຫລາຍທີ່ສຸດຕໍ່ຊາວເລມັນ ຈົນເຮັດໃຫ້ພວກເຂົາ ສຳນຶກໄດ້, ເຖິງຂະໜາດທີ່ໄດ້ມີຊາວເລມັນຈຳນວນແປດພັນຄົນທີ່ຢູ່ໃນແຜ່ນດິນເຊຣາເຮັມລາ ແລະ ແຜ່ນດິນອ້ອມແອ້ມນັ້ນຮັບບັບຕິສະມາໄວ້ກັບການກັບໃຈ, ແລະ ໄດ້ສຳນຶກເຖິງຄວາມຊົ່ວຮ້າຍຂອງຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟ ແລະ ລີໄຮໄດ້ອອກຈາກບ່ອນນັ້ນໄປຫາແຜ່ນດິນນີໄຟ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຢູ່ທີ່ນັ້ນພວກເພິ່ນຖືກກອງທັບຂອງຊາວເລມັນຈັບໄປ ແລະ ເອົາເຂົ້າ ຄຸກ; ແທ້ຈິງແລ້ວ, ເປັນຄຸກບ່ອນດຽວກັນກັບທີ່ອຳໂມນ ແລະ ພີ່ນ້ອງຂອງເພິ່ນຖືກຂ້າໃຊ້ຂອງລິມໄຮເອົາໄປກັກຂັງ.
22 ແລະ ຫລັງຈາກທີ່ພວກເພິ່ນຖືກຈັບເຂົ້າຄຸກໄດ້ຫລາຍມື້ປາດສະຈາກເຂົ້ານ້ຳ, ຈົ່ງເບິ່ງ, ພວກເຂົາໄດ້ເຂົ້າໄປໃນຄຸກເພື່ອຈະເອົາພວກເພິ່ນໄປຂ້າຖິ້ມເສຍ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟ ແລະ ລີໄຮໄດ້ຖືກອ້ອມໄວ້ຄືກັບວ່າດ້ວຍ ໄຟ, ເຖິງຂະໜາດທີ່ພວກເຂົາບໍ່ກ້າແຕະຕ້ອງພວກເພິ່ນເລີຍ ເພາະຢ້ານວ່າໄຟຈະໄໝ້ພວກເຂົາ. ເຖິງຢ່າງໃດກໍຕາມ, ນີໄຟ ແລະ ລີໄຮບໍ່ໄດ້ຖືກໄຟໄໝ້ເລີຍ; ແລະ ເບິ່ງຄືວ່າພວກເພິ່ນຢືນຢູ່ທ່າມກາງກອງໄຟ ແລະ ໄຟບໍ່ໄດ້ໄໝ້ພວກເພິ່ນ.
24 ແລະ ເວລາພວກເພິ່ນເຫັນວ່າຕົນເອງຖືກລ້ອມໄວ້ດ້ວຍ ເລົາໄຟ, ແລະ ເຫັນວ່າໄຟບໍ່ໄດ້ໄໝ້ຕົນ, ໃຈຂອງພວກເພິ່ນຈຶ່ງມີກຳລັງຂຶ້ນ.
25 ເພາະວ່າພວກເພິ່ນເຫັນວ່າຊາວເລມັນບໍ່ກ້າແຕະຕ້ອງພວກເພິ່ນ; ທັງບໍ່ກ້າເຂົ້າມາໃກ້ພວກເພິ່ນ, ແຕ່ວ່າຢືນຢູ່ຄືກັນກັບເກີດເປັນຄົນໄບ້ດ້ວຍຄວາມແປກປະຫລາດໃຈ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟ ແລະ ລີໄຮໄດ້ຢືນຂຶ້ນ ແລະ ເລີ່ມເວົ້າກັບພວກເຂົາ, ມີຄວາມວ່າ: ບໍ່ຕ້ອງຢ້ານ, ເພາະຈົ່ງເບິ່ງ, ມັນແມ່ນພຣະເຈົ້າທີ່ສະແດງສິ່ງອັດສະຈັນໃຈນີ້ໃຫ້ພວກທ່ານເຫັນ, ເພື່ອສະແດງໃຫ້ພວກທ່ານເຫັນວ່າພວກທ່ານຈະຂ້າພວກເຮົາບໍ່ໄດ້.
27 ແລະ ຈົ່ງເບິ່ງ, ເວລາພວກເພິ່ນກ່າວຂໍ້ຄວາມນີ້ແລ້ວ, ແຜ່ນດິນກໍສັ່ນສະເທືອນຢ່າງໜັກ, ແລະ ກຳແພງຄຸກກໍສັ່ນສະເທືອນຄ້າຍຄືກັບວ່າມັນກຳລັງຈະພັງລົງສູ່ພື້ນດິນ; ແຕ່ຈົ່ງເບິ່ງ, ມັນບໍ່ໄດ້ພັງລົງ. ແລະ ຈົ່ງເບິ່ງ, ຄົນທີ່ຢູ່ໃນຄຸກນັ້ນເປັນຊາວເລມັນ ແລະ ຊາວນີໄຟຜູ້ທີ່ແຍກອອກໄປນັ້ນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຖືກປົກຄຸມໄວ້ດ້ວຍເມກແຫ່ງ ຄວາມມືດ, ແລະ ຄວາມຢ້ານຢ່າງຫລວງຫລາຍໄດ້ເກີດກັບພວກເຂົາ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີ ສຽງດັງຂຶ້ນຄ້າຍຄືກັບວ່າ ສຽງນັ້ນຢູ່ເທິງເມກແຫ່ງຄວາມມືດ, ມີຄວາມວ່າ: ເຈົ້າຈົ່ງກັບໃຈ, ເຈົ້າຈົ່ງກັບໃຈ, ແລະ ຢ່າພະຍາຍາມທຳລາຍຜູ້ຮັບໃຊ້ຂອງເຮົາອີກຕໍ່ໄປ ຜູ້ຊຶ່ງເຮົາສົ່ງມາຫາພວກເຈົ້າເພື່ອປະກາດຂ່າວປະເສີດ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາໄດ້ຍິນສຽງນີ້, ແລະ ເຫັນວ່າບໍ່ແມ່ນສຽງຟ້າຮ້ອງ, ທັງບໍ່ແມ່ນສຽງກຶກກ້ອງ, ແຕ່ວ່າມັນເປັນສຽງອ່ອນຫວານຂອງຄວາມນິ້ມນວນຢ່າງແຈ່ມແຈ້ງ, ຄ້າຍຄືກັບວ່າເປັນ ສຽງສື່ມໃສ່ຫູ, ແລະ ມັນໄດ້ສຽບແທງເຂົ້າໄປໃນຈິດວິນຍານທຸກດວງ—
31 ແລະ ທັງໆທີ່ສຽງນັ້ນນິ້ມນວນ, ຈົ່ງເບິ່ງ ແຜ່ນດິນຍັງສັ່ນສະເທືອນຫລາຍທີ່ສຸດ, ແລະ ກຳແພງຄຸກກໍສັ່ນສະເທືອນອີກ, ຄ້າຍກັບວ່າມັນກຳລັງຈະເພພັງລົງສູ່ພື້ນດິນ; ແລະ ຈົ່ງເບິ່ງ ເມກຊຶ່ງປົກຄຸມພວກເຂົາຢູ່ນັ້ນກໍບໍ່ໄດ້ລ່ອງລອຍອອກໄປເລີຍ—
32 ແລະ ຈົ່ງເບິ່ງ ມີສຽງດັງຂຶ້ນອີກ, ມີຄວາມວ່າ: ເຈົ້າຈົ່ງກັບໃຈ, ເຈົ້າຈົ່ງກັບໃຈ, ເພາະອານາຈັກສະຫວັນໃກ້ເຂົ້າມາເຖິງແລ້ວ; ແລະ ຢ່າໄດ້ພະຍາຍາມທຳລາຍຜູ້ຮັບໃຊ້ຂອງເຮົາອີກຕໍ່ໄປ; ແລະ ເຫດການໄດ້ບັງເກີດຂຶ້ນຄື ແຜ່ນດິນ ແລະ ກຳແພງຄຸກໄດ້ສັ່ນສະເທືອນອີກ.
33 ແລະ ສຽງດັງມາອີກເປັນເທື່ອທີສາມ, ແລະ ໄດ້ເວົ້າຂໍ້ຄວາມອັນໜ້າອັດສະຈັນໃຈກັບພວກເຂົາ ຊຶ່ງມະນຸດບໍ່ສາມາດກ່າວ, ແລະ ກຳແພງໄດ້ສັ່ນອີກ, ແລະ ແຜ່ນດິນໄດ້ສັ່ນສະເທືອນຄ້າຍຄືກັບວ່າມັນກຳລັງຈະແຍກອອກຈາກກັນ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນປົບໜີໄປບໍ່ໄດ້ຍ້ອນວ່າເມກແຫ່ງຄວາມມືດນັ້ນໄດ້ປົກຄຸມພວກເຂົາໄວ້; ແທ້ຈິງແລ້ວ, ພວກເຂົາເຄື່ອນໄຫວໄປມາບໍ່ໄດ້ເລີຍ ເພາະຄວາມຢ້ານກົວທີ່ເກີດກັບພວກເຂົາ.
35 ບັດນີ້ມີຊາຍຄົນໜຶ່ງໃນບັນດາພວກເຂົາຊຶ່ງເປັນຊາວນີໄຟໂດຍກຳເນີດ, ຊຶ່ງແຕ່ກ່ອນເຄີຍເປັນສະມາຊິກຂອງສາດສະໜາຈັກຂອງພຣະເຈົ້າ ແຕ່ໄດ້ແຍກອອກໄປຈາກພວກເຂົາ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ຫັນຕົວໄປ, ແລະ ຈົ່ງເບິ່ງ, ລາວໄດ້ເຫັນໜ້າຂອງນີໄຟ ແລະ ລີໄຮ ຜ່ານຄວາມມືດຂອງເມກ; ແລະ ຈົ່ງເບິ່ງ, ມັນໄດ້ ຮຸ່ງເຫລື້ອມທີ່ສຸດຄືກັນກັບໜ້າຂອງເຫລົ່າທູດ. ແລະ ລາວໄດ້ເຫັນພວກເພິ່ນຫລຽວໜ້າຂຶ້ນໄປເທິງຟ້າ; ແລະ ພວກເພິ່ນຢູ່ໃນທ່າທາງທີ່ກຳລັງເວົ້າ ຫລື ກຳລັງເປັ່ງສຽງກັບຜູ້ໃດຜູ້ໜຶ່ງຊຶ່ງພວກເພິ່ນຫລຽວເຫັນ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາຍຄົນນັ້ນໄດ້ຮ້ອງບອກຝູງຊົນເພື່ອໃຫ້ພວກເຂົາຫລຽວມາເບິ່ງ. ແລະ ຈົ່ງເບິ່ງ, ໄດ້ມີພະລັງທີ່ເຮັດໃຫ້ຄົນເຫລົ່ານັ້ນສາມາດຫລຽວມາເບິ່ງ ແລະ ພວກເຂົາໄດ້ເຫັນໜ້າຂອງນີໄຟ ແລະ ລີໄຮ.
38 ແລະ ຜູ້ຄົນໄດ້ເວົ້າກັບຊາຍຄົນນັ້ນວ່າ: ຈົ່ງເບິ່ງ, ເລື່ອງທັງໝົດນີ້ໝາຍຄວາມວ່າແນວໃດ, ແລະ ຄົນທັງສອງນັ້ນກຳລັງສົນທະນາກັບຜູ້ໃດຢູ່?
39 ບັດນີ້ຊາຍຄົນນັ້ນມີຊື່ວ່າ ອາມີນາດາບ. ແລະ ອາມີນາດາບໄດ້ເວົ້າກັບຜູ້ຄົນວ່າ: ພວກເພິ່ນກຳລັງສົນທະນາກັບເຫລົ່າທູດຂອງພຣະເຈົ້າ.
40 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຖາມລາວວ່າ: ພວກເຮົາຈະເຮັດ ແນວໃດ, ເພື່ອຈະໃຫ້ເມກແຫ່ງຄວາມມືດໜີຈາກພວກເຮົາໄປ?
41 ແລະ ອາມີນາດາບໄດ້ເວົ້າກັບພວກເຂົາວ່າ: ພວກທ່ານຕ້ອງ ກັບໃຈ, ແລະ ຮ້ອງຂໍຕໍ່ສຽງນັ້ນ ຈົນວ່າພວກທ່ານມີ ສັດທາໃນພຣະຄຣິດ, ຜູ້ຊຶ່ງແອວມາ, ແລະ ແອມມິວເລັກ, ແລະ ຊີເອສຣອມໄດ້ສິດສອນພວກທ່ານໄວ້; ແລະ ຖ້າຫາກພວກທ່ານປະຕິບັດຕາມນີ້, ເມກແຫ່ງຄວາມມືດຈະເລື່ອນໄປຈາກພວກທ່ານ.
42 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນເຫລົ່ານັ້ນໄດ້ເລີ່ມຮ້ອງຂໍຕໍ່ສຽງຂອງຜູ້ທີ່ເຮັດໃຫ້ແຜ່ນດິນສັ່ນສະເທືອນ, ແທ້ຈິງແລ້ວ, ພວກເຂົາໄດ້ຮ້ອງຂໍຈົນວ່າເມກແຫ່ງຄວາມມືດໄດ້ກະຈາຍໄປ.
43 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາຫລຽວເບິ່ງ, ແລະ ເຫັນວ່າເມກແຫ່ງຄວາມມືດນັ້ນໄດ້ກະຈາຍໄປ ແລະ ບໍ່ໄດ້ປິດບັງພວກເຂົາອີກແລ້ວ, ຈົ່ງເບິ່ງ, ພວກເຂົາເຫັນວ່າຕົນເອງຖືກ ລ້ອມໄວ້ດ້ວຍເລົາໄຟ, ແທ້ຈິງແລ້ວທຸກຄົນ.
44 ແລະ ນີໄຟກັບລີໄຮໄດ້ຢືນຢູ່ໃນທ່າມກາງພວກເຂົາ; ແທ້ຈິງແລ້ວ, ພວກເຂົາຖືກປິດອ້ອມຮອບ; ແທ້ຈິງແລ້ວ, ຄ້າຍຄືກັບວ່າພວກເຂົາຢູ່ທ່າມກາງແປວໄຟ, ແຕ່ມັນບໍ່ໄດ້ເປັນອັນຕະລາຍຕໍ່ພວກເຂົາເລີຍ, ທັງບໍ່ໄດ້ ໄໝ້ລາມໄປຫາກຳແພງຄຸກເລີຍ; ແລະ ພວກເຂົາກໍເຕັມໄປດ້ວຍ ຄວາມສຸກ ຈົນບໍ່ອາດຈະພັນລະນາໄດ້ ແລະ ເຕັມໄປດ້ວຍລັດສະໝີພາບ.
45 ແລະ ຈົ່ງເບິ່ງ, ພຣະວິນຍານສັກສິດຂອງພຣະເຈົ້າໄດ້ສະເດັດລົງມາຈາກຟ້າສະຫວັນ, ແລະ ໄດ້ເຂົ້າໄປໃນໃຈຂອງພວກເຂົາ, ແລະ ພວກເຂົາຄືກັບເຕັມປ່ຽມດ້ວຍໄຟ, ແລະ ພວກເຂົາສາມາດ ເວົ້າຂໍ້ຄວາມອັນໜ້າອັດສະຈັນອອກມາ.
46 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີສຽງດັງມາຫາພວກເຂົາ, ແທ້ຈິງແລ້ວ, ມັນເປັນສຽງທີ່ອ່ອນຫວານ, ຄ້າຍຄືກັບວ່າມັນເປັນສຽງສື່ມໃສ່ຫູ, ມີຄວາມວ່າ:
47 ສັນຕິສຸກ, ສັນຕິສຸກຈົ່ງມີແກ່ເຈົ້າ, ຍ້ອນວ່າສັດທາຂອງເຈົ້າໃນຜູ້ທີ່ເຮົາຮັກຫລາຍທີ່ສຸດ, ຜູ້ທີ່ເປັນຢູ່ນັບຕັ້ງແຕ່ການວາງຮາກຖານຂອງໂລກ.
48 ແລະ ບັດນີ້, ເມື່ອພວກເຂົາໄດ້ຍິນຂໍ້ຄວາມນີ້ແລ້ວ ພວກເຂົາກໍໄດ້ຫລຽວເບິ່ງ ຄ້າຍຄືກັບວ່າສຽງນັ້ນມາຈາກໃສ; ແລະ ຈົ່ງເບິ່ງ, ພວກເຂົາໄດ້ເຫັນ ຟ້າສະຫວັນເປີດອອກ; ແລະ ເຫລົ່າທູດໄດ້ລົງມາຈາກສະຫວັນ ແລະ ປະຕິບັດຕໍ່ພວກເຂົາ.
49 ແລະ ມັນມີຢູ່ປະມານສາມຮ້ອຍຄົນທີ່ໄດ້ເຫັນ ແລະ ໄດ້ຍິນເລື່ອງເຫລົ່ານີ້; ແລະ ພວກເຂົາໄດ້ຮັບຄຳສັ່ງໃຫ້ອອກໄປ ແລະ ບໍ່ໃຫ້ແປກໃຈ, ທັງບໍ່ໃຫ້ສົງໄສ.
50 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ອອກໄປ, ແລະ ໄດ້ປະຕິບັດແກ່ຜູ້ຄົນ, ປະກາດເລື່ອງທັງໝົດທີ່ພວກເຂົາໄດ້ຍິນ ແລະ ໄດ້ເຫັນມາຕໍ່ຜູ້ຄົນທົ່ວທຸກພາກພື້ນໂດຍອ້ອມຮອບ, ເຖິງຂະໜາດທີ່ຊາວເລມັນສ່ວນໃຫຍ່ໄດ້ຍອມຮັບເລື່ອງເຫລົ່ານີ້, ຍ້ອນວ່າຄວາມຍິ່ງໃຫຍ່ຂອງຫລັກຖານທີ່ພວກເຂົາໄດ້ຮັບມາ.
51 ແລະ ຫລາຍຕໍ່ຫລາຍຄົນທີ່ ສຳນຶກຕົວກໍໄດ້ວາງອາວຸດແຫ່ງສົງຄາມຂອງຕົນ, ແລະ ປະຄວາມກຽດຊັງຂອງພວກເຂົາ ແລະ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.
52 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ສົ່ງແຜ່ນດິນທີ່ພວກເຂົາໄດ້ຍຶດເອົາມານັ້ນຄືນໃຫ້ຊາວນີໄຟ.